“ພາກຫ້ອຍທ້າຍ: ເກມກຸ່ມສົນທະນາ,” EnglishConnect 2 ສຳລັບຜູ້ຮຽນ (2022)
“ເກມກຸ່ມສົນທະນາ,” EnglishConnect 2 ສຳລັບຜູ້ຮຽນ
Appendix
Conversation Group Games
ເກມກຸ່ມສົນທະນາ
ໃນຄູ່ມືນີ້ມີລາຍການເກມທີ່ສະໜຸກສະໜານ ເພື່ອຝຶກພາສາອັງກິດ. ທ່ານສາມາດຫລິ້ນເກມເຫລົ່ານີ້ໃນລະຫວ່າງການປະຊຸມກຸ່ມ. ໃຊ້ແບບແຜນ ແລະ ຄຳສັບຈາກບົດຮຽນທີ່ກຳລັງຮຽນ ຫລື ບົດຮຽນທີ່ຜ່ານມາ. (ເກມເຫລົ່ານີ້ສ່ວນໃຫຍ່ຕ້ອງຫລິ້ນເປັນຄູ່ ຫລື ເປັນກຸ່ມນ້ອຍໆ.)
Questions (10–15 minutes)
ຄຳຖາມ (10–15 ນາທີ)
Steps
ຂັ້ນຕອນ
-
ເລືອກຄຳຖາມຈາກລາຍການ. ໃຫ້ຈື່ຈຳໄວ້ວ່າ ທ່ານສາມາດແທນຄຳສັບທີ່ຂີດກ້ອງ ດ້ວຍຄຳສັບ ແລະ ວະລີອື່ນໄດ້.
-
ແບ່ງປັນຄຳຕອບຂອງທ່ານກັບກຸ່ມ.
-
ປ່ຽນຜຽນກັນເລືອກຄຳຖາມ ແລະ ແບ່ງປັນຄຳຕອບ.
Questions to Review Patterns:
ຄຳຖາມເພື່ອທົບທວນແບບແຜນ:
-
What do you like doing? Why?
-
Tell me about your extended family.
-
How are you and your sister different?
-
Are you happy? Why or why not?
-
Tell me about where you live.
-
What were you like as a child?
-
Tell me about your weekly routine.
-
What did you do yesterday?
-
Where were you yesterday? Why?
-
When did you finish school?
-
What happened when you moved to the United States?
-
Tell me about shopping in your city.
-
Which phone is better?
-
Tell me about your neighborhood.
-
What will you do tomorrow?
-
Tell me about your favorite holiday.
-
Tell me about your plans for the summer.
-
What do you do when you are sick?
-
Tell me about a time when you got hurt. What happened?
-
Tell me about an event next week.
-
Tell me about your last vacation.
-
What are your future plans?
More Questions:
ຄຳຖາມເພີ່ມເຕີມ:
-
What’s your favorite thing to do on the weekend?
-
What’s your favorite place to visit?
-
Tell me about your favorite memory from your childhood.
-
Describe your favorite family tradition.
-
Name one great thing about your family.
-
What is something you really want to do in the future?
-
What adjectives best describe you?
-
Where would you like to go on vacation?
-
What is your favorite movie?
-
Tell me about your greatest adventure.
-
Tell me about your favorite food.
-
What is your dream job?
-
Who is your role model? Why?
-
Why do you want to learn English?
-
Tell me about your best friend.
-
What is one of your current goals?
Notes
ໝາຍເຫດ
-
ທ່ານສາມາດຫລິ້ນເກມນີ້ກັບທັງກຸ່ມ ຫລື ເປັນກຸ່ມນ້ອຍໆ ສາມຫາຫ້າຄົນກໍໄດ້.
-
ທ່ານບໍ່ຖືກຈຳກັດຢູ່ພຽງກັບຄຳຖາມໃນລາຍການນີ້ເທົ່ານັ້ນ. ທ່ານສາມາດແຕ່ງຄຳຖາມໃໝ່ໄດ້. ທ່ານກໍສາມາດປ່ຽນຄຳສັບທີ່ຂີດກ້ອງ ເພື່ອແຕ່ງຄຳຖາມເພີ່ມເຕີມໄດ້ເຊັ່ນກັນ.
-
ຖ້າຫາກທ່ານຕ້ອງການໃຫ້ເກມນີ້ທ້າທາຍຫລາຍຂຶ້ນ, ໃຫ້ປ່ຽນຜຽນກັນແບ່ງປັນຄຳຕອບທີ່ທ່ານຈື່ໄດ້ ຈາກສະມາຊິກແຕ່ລະຄົນໃນກຸ່ມ.
-
ທ່ານສາມາດໃຊ້ຄຳຖາມເຫລົ່ານີ້ກັບເກມອື່ນໆໄດ້, ເຊັ່ນ “ໂສ້ລົດຖີບ” ຫລື “ໂຍນໝາກບານ.”
Hot Seat (10–20 minutes)
ບ່ອນນັ່ງຮ້ອນ (10–20 ນາທີ)
Steps
ຂັ້ນຕອນ
-
ແຍກອອກເປັນສອງທີມ
-
ເລືອກຜູ້ຮຽນສອງຄົນ (ຜູ້ຮຽນໜຶ່ງຄົນຈາກແຕ່ລະທີມ). ຜູ້ຮຽນເຫລົ່ານີ້ນັ່ງຫັນໜ້າໄປທາງກຸ່ມ (ໃນ “ບ່ອນນັ່ງຮ້ອນ”) ໂດຍປິ່ນຫລັງໃສ່ກະດານ.
-
ຄູສອນຂອງທ່ານຂຽນຄຳສັບ ຫລື ວະລີໜຶ່ງໃສ່ເທິງກະດານ. ຜູ້ຮຽນໃນ “ບ່ອນນັ່ງຮ້ອນ” ບໍ່ສາມາດຫລຽວເຫັນຄຳສັບໄດ້.
-
ທີມມີເວລາສອງນາທີໃນການຊ່ວຍເພື່ອນຮ່ວມທີມໃນ “ບ່ອນນັ່ງຮ້ອນ” ເດົາຄຳສັບຢູ່ເທິງກະດານ ໂດຍບໍ່ຕ້ອງເວົ້າຄຳສັບນັ້ນ.
-
ບຸກຄົນໃນ “ບ່ອນນັ່ງຮ້ອນ” ທີ່ເວົ້າຄຳສັບນັ້ນກ່ອນ ຈະໄດ້ຮັບໜຶ່ງຄະແນນ ສຳລັບທີມຂອງຕົນ. ຖ້າຫາກທີມເວົ້າຄຳສັບຢູ່ເທິງກະດານຂະນະທີ່ພະຍາຍາມຊ່ວຍເພື່ອນຮ່ວມທີມເດົາ, ເຂົາເຈົ້າຈະບໍ່ໄດ້ຮັບຄະແນນ.
-
ເຮັດຊ້ຳກັບຄຳສັບໃໝ່.
Notes
ໝາຍເຫດ
-
ສ້າງໜຶ່ງເຖິງສາມທີມ ຂຶ້ນຢູ່ກັບຂະໜາດຂອງກຸ່ມ.
-
ຖ້າຫາກທ່ານປະຊຸມທາງອອນລາຍ, ໃຫ້ຫລິ້ນໝົດທັງກຸ່ມ ແທນທີ່ຈະຫລິ້ນເປັນທີມ. ບຸກຄົນໜຶ່ງຢູ່ໃນ “ບ່ອນນັ່ງຮ້ອນ.” ບຸກຄົນນີ້ບໍ່ຮູ້ຄຳສັບນັ້ນ. ບຸກຄົນໜຶ່ງເປັນ “ຜູ້ໃຫ້ຮ່ອງຮອຍ.” “ຜູ້ໃຫ້ຮ່ອງຮອຍ” ເລືອກຄຳສັບ ແລະ ໃຫ້ຮ່ອງຮອຍ ເພື່ອວ່າບຸກຄົນໃນ “ບ່ອນນັ່ງຮ້ອນ” ຈະສາມາດເດົາຄຳສັບນັ້ນໄດ້.
Ball Toss (10–15 minutes)
ໂຍນໝາກບານ (10–15 ນາທີ)
Steps
ຂັ້ນຕອນ
-
ຊອກຫາໝາກບານ, ວັດຖຸນຸ້ມອ່ອນ, ຫລື ເຈ້ຍຍູ່ຍີ່.
-
ເລືອກຄຳຖາມ. (ໃຊ້ຄຳຖາມໜຶ່ງຂໍ້ຈາກບົດຮຽນ ຫລື ເບິ່ງ “ຄຳຖາມ” ໃນພາກຫ້ອຍທ້າຍນີ້.)
-
ຖາມຄຳຖາມ ແລະ ໂຍນໝາກບານໃຫ້ຜູ້ຮຽນ.
-
ຜູ້ຮຽນຈັບໝາກບານ ແລ້ວຕອບຄຳຖາມ.
-
ຜູ້ຮຽນຖາມຄຳຖາມອີກຄັ້ງ ແລະ ໂຍນໝາກບານໃຫ້ຜູ້ຮຽນຄົນອື່ນ.
-
ເຮັດຊ້ຳຈົນກວ່າຜູ້ຮຽນແຕ່ລະຄົນໃນກຸ່ມໄດ້ຕອບຄຳຖາມ. ແລ້ວເລີ່ມໃໝ່ອີກຄັ້ງດ້ວຍຄຳຖາມໃໝ່.
Notes
ໝາຍເຫດ
-
ເພື່ອເຮັດໃຫ້ເກມນີ້ທ້າທາຍຫລາຍຂຶ້ນ, ໃຫ້ປ່ຽນຄຳຖາມທຸກຄັ້ງທີ່ທ່ານໂຍນໝາກບານ.
-
ຖ້າຫາກທ່ານປະຊຸມທາງອອນລາຍ, ໃຫ້ເອີ້ນຊື່ ແທນການໂຍນໝາກບານ.
Give One, Get One (10–20 minutes)
ໃຫ້ໜຶ່ງ, ໄດ້ໜຶ່ງ (10–20 ນາທີ)
Steps
ຂັ້ນຕອນ
-
ເລືອກຫົວຂໍ້ສຳລັບກຸ່ມ (ຍົກຕົວຢ່າງ: ຄອບຄົວ, ກິລາ, ຫລື ອາຫານ).
-
ຂຽນຄຳສັບກ່ຽວກັບຫົວຂໍ້ນີ້ໃຫ້ຫລາຍທີ່ສຸດເທົ່າທີ່ຈະສາມາດເຮັດໄດ້ ເປັນເວລາໜຶ່ງເຖິງສອງນາທີ.
-
ຢືນຂຶ້ນ ແລະ ຍ່າງອ້ອມຫ້ອງ. ຊອກຫາຄູ່.
-
ແບ່ງປັນຄຳສັບຈາກລາຍການຂອງທ່ານກັບຄູ່ຂອງທ່ານ. ຄູ່ຂອງທ່ານແບ່ງປັນຄຳສັບກັບທ່ານ. ຖ້າຫາກມັນເປັນຄຳສັບໃໝ່, ໃຫ້ຕື່ມຄຳສັບໃສ່ໃນລາຍການຂອງທ່ານ.
-
ຍ່າງອ້ອມຫ້ອງອີກຄັ້ງ. ຊອກຫາຄູ່ໃໝ່. ເຮັດຊ້ຳ.
Example
ຫົວຂໍ້: ຄອບຄົວ
ຄູ່ ກ ຂຽນ:
-
mom
-
dad
-
sister
-
brother
ຄູ່ ຂ ຂຽນ:
-
grandfather
-
grandmother
-
mother
-
father
-
aunt
-
uncle
A: What’s one word from your list?
B: Grandmother.
A: I don’t have that word. I’ll add it to my list.
B: What’s a word from your list?
A: Mom.
B: I have mother. I will write mom next to mother.
ຜູ້ຮຽນທັງສອງຕື່ມຄຳສັບໃໝ່ໃສ່ໃນລາຍການຂອງຕົນ.
ລາຍການຂອງຄູ່ ກ:
-
mom
-
dad
-
sister
-
brother
-
grandmother
ລາຍການຂອງຄູ່ ຂ:
-
grandfather
-
grandmother
-
mother, mom
-
father
-
aunt
-
uncle
Notes
ໝາຍເຫດ
-
ນີ້ເປັນວິທີທີ່ດີໃນການຮຽນຮູ້ ຫລື ຝຶກຄຳສັບໃໝ່ໆ ທີ່ບໍ່ມີຢູ່ໃນບົດຮຽນ.
-
ຖ້າຫາກທ່ານປະຊຸມທາງອອນລາຍ, ໃຫ້ແຕ່ລະຄົນແບ່ງປັນຄຳສັບໜຶ່ງຈາກລາຍການຂອງເຂົາເຈົ້າກັບໝົດທັງກຸ່ມ ແທນທີ່ຈະຫລິ້ນເປັນຄູ່.
Speculation—“I think that you …” (15–20 minutes)
ການຄາດເດົາ—“ຂ້ອຍຄິດວ່າເຈົ້າ …” (15–20 ນາທີ)
Steps
ຂັ້ນຕອນ
-
ຄິດກ່ຽວກັບຄຳກິລິຍາໜຶ່ງ.
-
ເວົ້າຄຳກິລິຍາອອກສຽງ.
-
ໂດຍໃຊ້ຄຳກິລິຍາ, ໃຫ້ແຕ່ງປະໂຫຍກທີ່ເປັນຄວາມຈິງກ່ຽວກັບຜູ້ຮຽນອີກຄົນ. ເວົ້າວ່າ, “ຂ້ອຍຄິດວ່າເຈົ້າ …” ເພື່ອເລີ່ມຕົ້ນປະໂຫຍກຂອງທ່ານ.
-
ຜູ້ຮຽນຄົນອື່ນໆເວົ້າວ່າ ປະໂຫຍກຂອງທ່ານເປັນຄວາມຈິງ ຫລື ບໍ່ຈິງ.
-
ຖ້າມັນເປັນຄວາມຈິງ, ທ່ານຈະໄດ້ຮັບໜຶ່ງຄະແນນ. ຖ້າມັນບໍ່ເປັນຄວາມຈິງ, ທ່ານຈະບໍ່ໄດ້ຮັບຄະແນນ.
-
ຜູ້ຮຽນຄົນທຳອິດທີ່ໄດ້ເຖິງຫ້າຄະແນນ ຈະເປັນຜູ້ຊະນະ!
-
ເຮັດ 10 ເຖິງ 20 ຮອບ. ປ່ຽນຄຳກິລິຍາສຳລັບແຕ່ລະຮອບ.
Example
ຜູ້ຮຽນ ກ (ເຖິງ ຜູ້ຮຽນ ຂ): The verb is like. I think that you like chocolate.
ຜູ້ຮຽນ ຂ: That’s true! (ຜູ້ຮຽນ ກ ໄດ້ຮັບຄະແນນ.)
ຜູ້ຮຽນ ຂ (ເຖິງ ຜູ້ຮຽນ ຄ): I think that you like to play basketball.
ຜູ້ຮຽນ ຄ: That’s not true! (ຜູ້ຮຽນ ຂ ບໍ່ໄດ້ຮັບຄະແນນ.)
Notes
ໝາຍເຫດ
-
ສ້າງກຸ່ມ ສາມເຖິງຫ້າຄົນ.
-
ເກມນີ້ຈະລວມ 10 ເຖິງ 20 ຮອບ. ທ່ານຈະຕ້ອງມີຄຳກິລິຍາສຳລັບແຕ່ລະຮອບ. ປ່ຽນຜຽນກັນເວົ້າຄຳກິລິຍາໃໝ່ທຸກຄັ້ງທີ່ທ່ານເລີ່ມຕົ້ນຮອບໃໝ່.
Tell Me a Story! (5–15 minutes)
ເລົ່າເລື່ອງໃຫ້ຂ້ອຍຟັງແດ່!
Steps
ຂັ້ນຕອນ
-
ເຮັດກັບເພື່ອນ ຫລື ກຸ່ມນ້ອຍໆ.
-
ໜຶ່ງຄົນເວົ້າປະໂຫຍກທຳອິດຂອງເລື່ອງທີ່ແຕ່ງຂຶ້ນມາ.
-
ຜູ້ຕໍ່ໄປເວົ້າປະໂຫຍກທີສອງ.
-
ປ່ຽນຜຽນກັນເວົ້າໜຶ່ງປະໂຫຍກຈາກເລື່ອງຈົນກວ່າເລື່ອງນັ້ນຈົບລົງ.
Example
A: Yesterday, Sara and Mari missed the bus to come to conversation group.
B: They waited for the next bus, but it didn’t come.
C: They started to walk to the church.
A: Luke was driving to conversation group and saw them walking.
B: He stopped so they could go with him.
C: Sara, Mari, and Luke arrived 20 minutes late.
A: Luke was happy to help Sara and Mari.
B: He said it was a blessing in disguise that he was late.
C: They all had a fun time.
Notes
ໝາຍເຫດ
-
ສ້າງກຸ່ມ ສາມເຖິງຫ້າຄົນ.
-
ທ່ານສາມາດເຮັດໃຫ້ກິດຈະກຳນີ້ງ່າຍຂຶ້ນໂດຍການສະແດງຮູບພາບເພື່ອເລີ່ມຕົ້ນເລື່ອງ.
-
ອີກວິທີໜຶ່ງທີ່ຈະເຮັດໃຫ້ກິດຈະກຳນີ້ງ່າຍຂຶ້ນແມ່ນໃຫ້ແຕ່ລະກຸ່ມເລີ່ມຕົ້ນດ້ວຍປະໂຫຍກອັນດຽວກັນ. ຍົກຕົວຢ່າງ, ແຕ່ລະກຸ່ມສາມາດເລີ່ມດ້ວຍ “ວັກພັກຂອງຂ້ອຍແມ່ນຂີ້ຮ້າຍ” ຫລື “ມັນເປັນມື້ທີ່ດີທີ່ສຸດໃນຊີວິດຂອງຂ້ອຍ.”
Two Truths and One Lie (10–15 minutes)
ຈິງສອງ ແລະ ຕົວະໜຶ່ງ (10–15 ນາທີ)
Steps
ຂັ້ນຕອນ
-
ຄິດກ່ຽວກັບສອງຢ່າງທີ່ເປັນຄວາມຈິງກ່ຽວກັບຕົວທ່ານເອງ. ແຕ່ງເລື່ອງໜຶ່ງທີ່ບໍ່ເປັນຄວາມຈິງ. ພະຍາຍາມໃຊ້ຄຳສັບ ແລະ ວະລີຈາກບົດຮຽນ.
-
ອ່ານຂໍ້ຄວາມຂອງທ່ານອອກສຽງໃຫ້ຄູ່ຄົນໜຶ່ງຟັງ ຫລື ໃຫ້ກຸ່ມນ້ອຍໆ ສາມຫາຫ້າຄົນຟັງ.
-
ສະມາຊິກໃນກຸ່ມຂອງທ່ານຖາມທ່ານ ເພື່ອຈະໄດ້ເດົາວ່າ ຂໍ້ຄວາມໃດທີ່ບໍ່ເປັນຄວາມຈິງ. ຕອບຄຳຖາມຂອງເຂົາເຈົ້າ.
Example
ສະມາຊິກກຸ່ມທີ 1: “I like pizza. I like French fries. I like chocolate. Which is not true?”
ສະມາຊິກກຸ່ມອື່ນຖາມຄຳຖາມ:
Q: What is your favorite kind of pizza?
A: I like cheese pizza.
Q: What is your favorite candy bar?
A: I like chocolate and caramel.
Q: Where do you like to get French fries?
A: I don’t have a favorite place.
ສະມາຊິກກຸ່ມອື່ນເດົາ: “I think you don’t like French fries.”
ສະມາຊິກກຸ່ມທີ 1: “That’s right! I don’t like French fries.”
Vocabulary Cards (10–15 minutes)
ບັດຄຳສັບ (10–15 ນາທີ)
Steps
ຂັ້ນຕອນ
-
ຂຽນຄຳສັບ 5 ເຖິງ 10 ຄຳສັບໃສ່ເຈ້ຍນ້ອຍ (ກະດາດນົດຍິ່ງດີ). ວາງເຈ້ຍນ້ອຍໄວ້ເປັນກອງ.
-
ຊອກຫາຄູ່.
-
ພິກຂວ້ຳໜ້າກອງເຈ້ຍ ເພື່ອທ່ານຈະບໍ່ສາມາດຫລຽວເຫັນຄຳສັບ. ສະຫລັບກອງເຈ້ຍກັບຄູ່ຂອງທ່ານ.
-
ເລືອກເອົາເຈ້ຍ. ຢ່າຫລຽວເບິ່ງຄຳສັບນັ້ນ. ຖືເຈ້ຍແຜ່ນນັ້ນໄວ້ເທິງໜ້າຜາກຂອງທ່ານ. ຄູ່ຂອງທ່ານບັນຍາຍຄຳສັບນັ້ນ (ຫລື ໃຫ້ຄວາມໝາຍ), ເພື່ອວ່າທ່ານຈະສາມາດເດົາຄຳສັບທີ່ຢູ່ໃນເຈ້ຍນັ້ນ. ຖ້າທ່ານເດົາຖືກ, ທ່ານຈະໄດ້ຮັບໜຶ່ງຄະແນນ.
-
ປ່ຽນຜຽນກັນ. ເຮັດຊ້ຳ ສຳລັບເຈ້ຍແຕ່ລະແຜ່ນຢູ່ໃນກອງຂອງທ່ານ.
Notes
ໝາຍເຫດ
-
ນີ້ເປັນວິທີທີ່ດີທີ່ຈະຝຶກຄຳສັບ.
-
ຖ້າທ່ານປະຊຸມທາງອອນລາຍ, ໃຫ້ຫລິ້ນເປັນກຸ່ມໃຫຍ່ ແທນທີ່ຈະເປັນຄູ່. ແຕ່ລະຄົນຂຽນລາຍການຄຳສັບ. ຢ່າສະແດງລາຍການໃຫ້ກຸ່ມເຫັນ. ປ່ຽນຜຽນກັນເລືອກເອົາໜຶ່ງຄຳສັບຈາກລາຍການຂອງທ່ານ. ບັນຍາຍຄຳສັບນັ້ນຕໍ່ກຸ່ມ ໂດຍບໍ່ເວົ້າຄຳສັບນັ້ນ. ສະມາຊິກກຸ່ມເດົາຄຳສັບ.
Dice Game 2 (10–15 minutes)
ເກມລູກເຕົາທີ 2 (10–15 ນາທີ)
Steps
ຂັ້ນຕອນ
-
ທ່ານຕ້ອງມີລູກເຕົາສອງໜ່ວຍ (ຫລື ບັດເລກ ຈາກເລກ 1 ເຖິງ 6).
-
ເລືອກຄຳກິລິຍາຫົກຄຳ ແລະ ຂຽນມັນໄວ້ເທິງກະດານ ໝາຍເລກ 1 ເຖິງ 6.
-
ເລືອກຄຳອື່ນໆ, ຄຳແທນນາມ, ຫລື ການເວລາ ແລະ ຂຽນມັນໃສ່ເທິງກະດານ ໝາຍເລກ 1–6.
-
ເຮັດວຽກກັບຄູ່ຄົນໜຶ່ງ ຫລື ເປັນກຸ່ມນ້ອຍໆ ສາມຫາຫ້າຄົນ. ໂຍນລູກເຕົາ. ໃຊ້ທັງສອງເລກທີ່ທ່ານໂຍນເພື່ອແຕ່ງໜຶ່ງປະໂຫຍກກັບຄຳທີ່ກົງກັນ. ປ່ຽນຜຽນກັນ.
Example
ຄູສອນຂຽນຄຳກິລິຍາ ແລະ ການເວລາ ຕໍ່ໄປນີ້ໃສ່ເທິງກະດານ:
ຄຳກິລິຍາ
-
eat
-
play
-
talk
-
laugh
-
go
-
buy
ການເວລາ
-
1, 3, 5 = past tense
-
2, 4, 6 = present tense
ຜູ້ຮຽນ 1 ໂຍນລູກເຕົາ ແລະ ໄດ້ 6 ແລະ 3. ລາວແຕ່ງປະໂຫຍກໂດຍໃຊ້ ຊື້ + ການເວລາໃນອະດີດ.
-
“I bought rice and chicken at the store last night.”
ຜູ້ຮຽນ 2 ໂຍນລູກເຕົາ ແລະ ໄດ້ 4 ແລະ 6. ລາວແຕ່ງປະໂຫຍກໂດຍໃຊ້ ຫົວ + ການເວລາປະຈຸບັນ.
-
“I always laugh at my dog. He’s so silly.”
ຜູ້ຮຽນ 3 ໂຍນລູກເຕົາ ແລະ ໄດ້ 1 ແລະ 5. ລາວແຕ່ງປະໂຫຍກໂດຍໃຊ້ ກິນ + ການເວລາໃນອະດີດ.
-
“I ate pizza for lunch.”
Notes
ໝາຍເຫດ
-
ນີ້ເປັນວິທີທີ່ດີທີ່ຈະຝຶກການເວລາ (ອະດີດ, ປະຈຸບັນ, ອະນາຄົດ) ຫລື ໂຄງຮ່າງໄວຍະກອນຢ່າງອື່ນ (ໂດຍການໃຊ້ ກ່ອນ ແລະ ຫລັງ, ຄຳຖາມ, ຂໍ້ຄວາມໃນທາງລົບ, ແລະ ອື່ນໆ).
-
ຖ້າຫາກທ່ານປະຊຸມທາງອອນລາຍ, ໃຫ້ຫລິ້ນລວມກັນທັງກຸ່ມ. ໃຊ້ລູກເຕົາທາງອອນລາຍ ແລະ ປ່ຽນຜຽນກັນແຕ່ງປະໂຫຍກ.
Bicycle Chain (in person) (10–20 minutes)
ໂສ້ລົດຖີບ (ຕົວຕໍ່ຕົວ) (10–20 ນາທີ)
ກິດຈະກຳນີ້ໃຊ້ໄດ້ສະເພາະກັບການປະຊຸມກຸ່ມຕົວຕໍ່ຕົວເທົ່ານັ້ນ.
Steps
ຂັ້ນຕອນ
-
ເລືອກຄຳຖາມ. (ໃຊ້ຄຳຖາມຂໍ້ໜຶ່ງຈາກບົດຮຽນ ຫລື ເບິ່ງ “ຄຳຖາມ” ໃນພາກຫ້ອຍທ້າຍນີ້.)
-
ລຽນເປັນສອງແຖວ ຫັນໜ້າເຂົ້າຫາກັນ.
-
ຜູ້ທີ່ຢືນຢູ່ເຊິ່ງໜ້າ ຄືຄູ່ຂອງເຂົາ.
-
ຄູ່ຖາມ ແລະ ຕອບຄຳຖາມ.
-
ເຄື່ອນຍ້າຍເປັນວົງກົມ ເພື່ອໃຫ້ແຕ່ລະຄົນມີຄູ່ໃໝ່.
-
ຄູ່ຖາມ ແລະ ຕອບຄຳຖາມ.
-
ເຮັດຊ້ຳຂັ້ນຕອນທີ 5 ແລະ 6.
Notes
ໝາຍເຫດ
-
ຖ້າທ່ານມີຄົນຈຳນວນຄີກ, ໃຫ້ສ້າງກຸ່ມສາມຄົນ.
Mingle and Share (in person) (10–15 minutes)
ສັງສັນ ແລະ ແບ່ງປັນ (ຕົວຕໍ່ຕົວ) (10–15 ນາທີ)
ກິດຈະກຳນີ້ໃຊ້ໄດ້ສະເພາະກັບການປະຊຸມກຸ່ມຕົວຕໍ່ຕົວເທົ່ານັ້ນ.
Steps
ຂັ້ນຕອນ
-
ເລືອກຄຳຖາມ. (ໃຊ້ຄຳຖາມຂໍ້ໜຶ່ງຈາກບົດຮຽນ ຫລື ເບິ່ງ “ຄຳຖາມ” ໃນພາກຫ້ອຍທ້າຍນີ້.)
-
ຢືນຂຶ້ນ ແລະ ຊອກຫາຄູ່.
-
ຖາມຄຳຖາມກັບຄູ່. ຈື່ຄຳຕອບຂອງຄູ່ຂອງທ່ານ. ຕອບຄຳຖາມຂອງຄູ່ຂອງທ່ານ.
-
ຍ່າງອ້ອມຫ້ອງ ແລະ ຊອກຫາຄູ່ໃໝ່. ຖາມ ແລະ ຕອບຄຳຖາມ. ເຮັດຊ້ຳຫລາຍເທື່ອກັບຄູ່. ຈື່ຄຳຕອບທັງໝົດຂອງຄູ່ຂອງທ່ານ.
-
ກັບຄືນໄປຫາບ່ອນນັ່ງ. ແບ່ງປັນສິ່ງທີ່ທ່ານຮຽນຮູ້ກັບກຸ່ມ.
Example
Question: What do you like to do?
ຜູ້ຮຽນຍ່າງໄປມາສອບຖາມ ແລະ ຕອບຄຳຖາມກັບຄູ່ທີ່ແຕກຕ່າງກັນ.
-
Sara: What do you like to do?
Mei: I like to dance. What do you like to do?
Sara: I like to go to karaoke.
Mei: What’s your favorite song to sing?
Sara: I don’t have a favorite song. I really like to sing with other people.
Mei: What do you like to do?
Lee: I like to play video games. What do you like to do?
Mei: I like to dance. What is your favorite game?
Lee: I like strategy games.
ຜູ້ຮຽນແບ່ງປັນສິ່ງທີ່ເຂົາເຈົ້າໄດ້ຮຽນຮູ້ກັບກຸ່ມ.
-
Teacher: What does Mei like to do?
Sara: She likes to dance.
Teacher: What does Lee like to do?
Mei: He likes to play video games.