Doctrine and Covenants 2025
ວັນ​ທີ 22–28 ເດືອນ​ທັນ​ວາ: “ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ”: ຄຣິດ​ສະ​ມາດ


“ວັນ​ທີ 22–28 ເດືອນ​ທັນ​ວາ: ‘ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ,’” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄຣິດ​ສະ​ມາດ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ນາງ​ມາ​ຣີ ແລະ ກຸມ​ມານ​ນ້ອຍ​ເຢ​ຊູ

ລາຍ​ລະ​ອຽດ​ຈາກ Nativity in Copper and Umber [ຮູບ​ການ​ກຳ​ເນີດ ໃນ​ສີ​ທອງ ແລະ ສີ​ນ້ຳ​ຕານ​ແກ່], ໂດຍ ເຈ ເຄີກ ຣິ​ເຈີດສ໌

ວັນ​ທີ 22–28 ເດືອນ​ທັນ​ວາ: ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ເຈົ້າ

ຄຣິດ​ສະ​ມາດ

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ໄດ້​ປະ​ກາດ​ວ່າ, “ຫລັກ​ທຳ​ຂັ້ນ​ພື້ນ​ຖານ​ຂອງ​ສາດ​ສະ​ໜາ​ຂອງ​ເຮົາ​ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ ແລະ ສາດ​ສະ​ດາ, ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ, ວ່າ​ພຣະ​ອົງ​ໄດ້​ສິ້ນ​ພຣະ​ຊົນ, ໄດ້​ຖືກ​ຝັງ, ແລະ ໄດ້​ຟື້ນ​ຄືນ​ພຣະ​ຊົນ​ໃນ​ມື້​ທີ​ສາມ, ແລະ ໄດ້​ສະ​ເດັດ​ຂຶ້ນ​ໄປ​ສະ​ຫວັນ; ແລະ ທຸກ​ສິ່ງ​ທັງ​ໝົດ​ທີ່​ກ່ຽວ​ພັນ​ກັບ​ສາດ​ສະ​ໜາ​ຂອງ​ເຮົາ​ເປັນ​ພຽງ​ສ່ວນ​ປະ​ກອບ​ໃສ່​ກັບ​ສິ່ງ​ເຫລົ່າ​ນີ້​ເທົ່າ​ນັ້ນ” (Teachings of Presidents of the Church: Joseph Smith [2011], 49). ເປັນ​ເວ​ລາ​ຫລາຍ​ກວ່າ 160 ປີ​ຕໍ່​ມາ, ຂໍ້​ຄວາມ​ນີ້​ຈຶ່ງ​ໄດ້​ດົນ​ໃຈ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໃຫ້​ຈັດ​ພິມ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ” ເພື່ອ​ເປັນ​ກຽດ​ໃຫ້​ແກ່​ວັນ​ຄົບ​ຮອບ 2,000 ປີ​ແຫ່ງ​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ເບິ່ງ Russell M. Nelson, “Drawing the Power of Jesus Christ into Our Lives,” Liahona, May 2017, 40).

ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ພວກ​ເຮົາ​ປິ​ຕິ​ຍິນ​ດີ​ໃນ​ພອນ​ຂອງ​ການ​ເປີດ​ເຜີຍ​ອັນ​ຕໍ່​ເນື່ອງ ຜ່ານ​ທາງ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ຂອງ​ສະ​ໄໝ​ໃໝ່. ພວກ​ເຮົາ​ຂອບ​ພຣະ​ໄທ​ສຳ​ລັບ​ຄຳ​ແນະ​ນຳ​ທີ່​ດົນ​ໃຈ, ຄຳ​ເຕືອນ, ແລະ ການ​ສະ​ໜັບ​ສະ​ໜູນ. ແຕ່​ເໜືອ​ກວ່າ​ສິ່ງ​ອື່ນ​ໃດ, ພວກ​ເຮົາ​ໄດ້​ຮັບ​ພອນ​ໂດຍ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ​ເຖິງ​ພຣະ​ເຢ​ຊູ​ຄຣິດ—ລະ​ຫວ່າງ​ບຸນ​ຄຣິດ​ສະ​ມາດ ແລະ ຕະ​ຫລອດ​ປີ. ມັນ​ບໍ່​ໄດ້​ເປັນ​ພຽງ​ຖ້ອຍ​ຄຳ​ທີ່​ດົນ​ໃຈ​ຂອງ​ນັກ​ປະ​ພັນ​ທີ່​ຊຳ​ນານ ຫລື ເປັນ​ຄວາມ​ຮູ້​ຈາກ​ຜູ້​ຊຳ​ນານ​ດ້ານ​ພຣະ​ຄຳ​ພີ​ເທົ່າ​ນັ້ນ. ມັນ​ເປັນ​ຖ້ອຍ​ຄຳ​ຂອງ “ພະ​ຍານ​ພິ​ເສດ​ເຖິງ​ພຣະ​ນາມ​ຂອງ​ພຣະ​ຄຣິດ ຢູ່​ທຸກ​ບ່ອນ​ທົ່ວ​ໂລກ” ຊຶ່ງ​ຖືກ​ເລືອກ​ໄວ້, ຖືກ​ເອີ້ນ, ແລະ ມີ​ສິດ​ອຳ​ນາດ​ຂອງ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:23).

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

“ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຢູ່​ໃນ​ໂລກ​ນີ້ ທີ່​ຈະ​ມີ​ອິດ​ທິ​ພົນ​ເໜືອ​ກວ່າ.”

ທ່ານ​ຈະ​ວ່າ​ແນວ​ໃດ​ໃນ​ການ​ສະ​ໜັບ​ສະ​ໜູນ​ຂໍ້​ຄວາມ​ທີ່​ວ່າ “ບໍ່​ມີ​ມະ​ນຸດ​ຄົນ​ໃດ​ຢູ່​ໃນ​ໂລກ​ນີ້ ທີ່​ຈະ​ມີ​ອິດ​ທິ​ພົນ​ເໜືອ​ຜູ້​ຄົນ ຫລາຍ​ໄປ​ກວ່າ [ພຣະ​ເຢ​ຊູ​ຄຣິດ] ໄດ້”? ໃຫ້​ຊອກ​ຫາ​ຂໍ້​ຄວາມ​ຢູ່​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ທີ່​ເປັນ​ພະ​ຍານ​ເຖິງ​ອິດ​ທິ​ພົນ​ທີ່​ເລິກ​ເຊິ່ງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ອົງ​ມີ​ອິດ​ທິ​ພົນ​ຕໍ່​ທ່ານ​ແນວ​ໃດ?

ສົມ​ມຸດ​ວ່າ​ມີ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ບໍ່​ຄຸ້ນ​ເຄີຍ​ກັບ​ສາດ​ສະ​ໜາ​ຄຣິດ​ສະ​ຕຽນ​ຖາມ​ທ່ານ​ວ່າ​ເປັນ​ຫຍັງ​ທ່ານ​ຈຶ່ງ​ສະ​ເຫລີມ​ສະ​ຫລອງ​ຄຣິດ​ສະ​ມາດ. ທ່ານ​ຈະ​ຕອບ​ວ່າ​ແນວ​ໃດ? ທົບ​ທວນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ໂດຍ​ຄຳ​ນຶງ​ເຖິງ​ຄຳ​ຖາມ​ນີ້​ໃນ​ໃຈ, ແລະ ພິ​ຈາ​ລະ​ນາ​ຂຽນ​ຄວາມ​ຄິດ ຫລື ຄວາມ​ປະ​ທັບ​ໃຈ​ທີ່​ເກີດ​ຂຶ້ນ​ກັບ​ທ່ານ.

ເບິ່ງ “Why We Need a Savior” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

2:15

Why We Need a Savior

“ພຣະ​ອົງ​ໄດ້​ຟື້ນ​ຄືນ​ພຣະ​ຊົນ.”

ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ,” ອັກ​ຄະ​ສາ​ວົກ​ເປັນ​ພະ​ຍານ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ໂດຍ​ການ​ກ່າວ​ເຖິງ​ການ​ມາ​ປະ​ກົດ​ສາມ​ເທື່ອ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຟື້ນ​ຄືນ​ພຣະ​ຊົນ​ແລ້ວ (ເບິ່ງ ວັກ​ທີ 5). ໃຫ້​ຄິດ​ທີ່​ຈະ​ອ່ານ​ບັນ​ທຶກ​ຈຳ​ນວນ​ໜຶ່ງ​ຂອງ​ການ​ສະ​ເດັດ​ມາ​ຢ້ຽມ​ຢາມ​ເຫລົ່າ​ນີ້ ຢູ່​ໃນ ໂຢ​ຮັນ 20; 3 ນີ​ໄຟ 11; ແລະ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:14–20. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈາກ​ພຣະ​ຄຳ ແລະ ການ​ກະ​ທຳ​ຂອງ​ພຣະ​ອົງ​ລະ​ຫວ່າງ​ການ​ມາ​ປະ​ກົດ​ເຫລົ່າ​ນີ້?

ເອົາ​ໃຈ​ໃສ່​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. “ການ​ອ່ານ ‘ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ’ ດ້ວຍ​ການ​ອະ​ທິ​ຖານ ກໍ​ເໝືອນ​ກັບ​ການ​ອ່ານ​ປະ​ຈັກ​ພະ​ຍານ​ຂອງ ມັດ​ທາຍ, ມາ​ຣະ​ໂກ, ລູ​ກາ, ໂຢ​ຮັນ, ແລະ ສາດ​ສະ​ດາ​ທັງ​ຫລາຍ ຈາກ​ພຣະ​ຄຳ​ພີ​ມໍ​ມອນ. ມັນ​ຈະ​ເຮັດ​ໃຫ້​ສັດ​ທາ​ຂອງ​ທ່ານ​ທີ່​ມີ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເພີ່ມ​ທະ​ວີ​ຂຶ້ນ ແລະ ຊ່ວຍ​ທ່ານ​ໃຫ້​ເອົາ​ໃຈ​ໃສ່​ຕໍ່​ພຣະ​ອົງ” (M. Russell Ballard, “Return and Receive,” Liahona, May 2017, 65).

“ຖາ​ນະ​ປະ​ໂລ​ຫິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໄດ້​ຖືກ​ຟື້ນ​ຟູ.”

ລະ​ຫວ່າງ​ການ​ສຶກ​ສາ​ຂອງ​ທ່ານ​ກ່ຽວ​ກັບ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ ໃນ​ປີ​ນີ້, ທ່ານ​ໄດ້​ມີ​ໂອ​ກາດ​ທີ່​ຈະ​ຮຽນ​ຮູ້​ຕື່ມ​ອີກ​ກ່ຽວ​ກັບ​ວິ​ທີ​ທີ່ “ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ໄດ້​ຖືກ​ຟື້ນ​ຟູ.” ຄວາມ​ຈິງ ຫລື ຫລັກ​ທຳ​ທີ່​ໄດ້​ຖືກ​ຟື້ນ​ຟູ​ຂໍ້​ໃດ​ແດ່​ທີ່​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ໂດຍ​ສະ​ເພາະ? ໃຫ້​ຄິດ​ທີ່​ຈະ​ທົບ​ທວນ​ພຣະ​ຄຳ​ພີ​ບາງ​ຂໍ້​ດັ່ງ​ຕໍ່​ໄປ​ນີ້ ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ຟື້ນ​ຟູ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:17–23; 13; 20:1–12; 65; 110; 112:30–32; 124:39–42; 128:19–21. ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ຊ່ວຍ​ທ່ານ​ໃຫ້​ຮູ້​ຈັກ ແລະ ຮັກ​ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ.

“ພຣະ​ອົງ​ຈະ​ກັບ​ມາ​ສູ່​ໂລກ​ອີກ​ໃນ​ມື້​ໜຶ່ງ.”

ຄຣິດ​ສະ​ມາດ​ເປັນ​ຊ່ວງ​ເວ​ລາ​ທີ່​ໃຫ້​ຄິດ​ເຖິງ​ອະ​ດີດ​ຕອນ​ທີ່​ພຣະ​ເຢ​ຊູ​ຄຣິດ​ໄດ້​ກຳ​ເນີດ ແລະ ໃຫ້​ຄິດ​ເຖິງ​ອະ​ນາ​ຄົດ ເວ​ລາ​ທີ່​ພຣະ​ອົງ​ຈະ​ສະ​ເດັດ​ມາ​ອີກ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ​ການ​ສະ​ເດັດ​ກັບ​ມາ​ຂອງ​ພຣະ​ອົງ ຈາກ ວັກ​ທີ​ສອງ ເຖິງ​ວັກ​ສຸດ​ທ້າຍ ຂອງ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ”? ທ່ານ​ອາດ​ພິ​ຈາ​ລະ​ນາ​ທີ່​ຈະ​ອ່ານ, ຮ້ອງ​ເພງ, ຫລື ຟັງ​ເພງ​ຄຣິດ​ສະ​ມາດ​ທີ່​ສິດ​ສອນ​ກ່ຽວ​ກັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ, ເຊັ່ນ “Joy to the World” ຫລື “It Came upon the Midnight Clear” (Hymns, nos. 201, 207).

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ພຣະ​ອົງ​ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ຂອງ​ໂລກ.”

ໃນ ວັກ​ສຸດ​ທ້າຍ ຂອງ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ,” ມີ​ການ​ກ່າວ​ຄຳ​ສັນ​ລະ​ເສີນ ແລະ ຕຳ​ແໜ່ງ​ສຳ​ລັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໃຊ້​ເວ​ລາ​ໃນ​ການ​ຮຽນ​ຮູ້​ບາງ​ສ່ວນ. ຍົກ​ຕົວ​ຢ່າງ:

ຄວາມ​ສະ​ຫວ່າງ: ພຣະ​ເຢ​ຊູ​ຄຣິດ​ເປັນ​ເໝືອນ​ດັ່ງ​ຄວາມ​ສະ​ຫວ່າງ​ໃຫ້​ກັບ​ທ່ານ​ແນວ​ໃດ? ທ່ານ​ອາດ​ຈະ​ພິ​ຈາ​ລະ​ນາ​ການ​ແຕ້ມ​ຮູບ ຫລື ຖ່າຍ​ຮູບ​ໃດ​ໜຶ່ງ​ທີ່, ສຳ​ລັບ​ທ່ານ​ແລ້ວ, ເປັນ​ຕົວ​ແທນ​ຄວາມ​ສະ​ຫວ່າງ​ທີ່​ພຣະ​ອົງ​ໄດ້​ມອບ​ໃຫ້​ກັບ​ທ່ານ. ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ຫຍັງ​ແດ່​ໃນ​ການ​ແບ່ງ​ປັນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ອົງ? (ເບິ່ງ ໂຢ​ຮັນ 8:12; 3 ນີ​ໄຟ 18:24; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 50:24 ນຳ​ອີກ.)

ຊີ​ວິດ: ເປັນ​ຫຍັງ​ທ່ານ​ຈຶ່ງ​ຄິດ​ວ່າ​ຄຳ​ວ່າ ຊີ​ວິດ ເປັນ​ຄຳ​ທີ່​ດີ​ໃນ​ການ​ບັນ​ຍາຍ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ? ໃນ​ທາງ​ໃດ​ແດ່​ທີ່​ພຣະ​ອົງ​ໄດ້​ມອບ​ຊີ​ວິດ​ໃຫ້​ກັບ​ທ່ານ? ຊີ​ວິດ​ຂອງ​ທ່ານ​ຈະ​ແຕກ​ຕ່າງ​ແນວ​ໃດ​ຖ້າ​ບໍ່​ມີ​ພຣະ​ອົງ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ? (ເບິ່ງ ໂຢ​ຮັນ 10:10; 1 ໂກ​ຣິນ​ໂທ 15:19–23; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 66:2 ນຳ​ອີກ.)

ຄວາມ​ຫວັງ: ທ່ານ​ຫວັງ​ຫຍັງ​ເພາະ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ? ທ່ານ​ຮູ້​ຈັກ​ຄົນ​ໃດ​ຄົນ​ໜຶ່ງ​ທີ່​ຮູ້​ສຶກ​ໝົດ​ຫວັງ​ກັບ​ອະ​ນາ​ຄົດ​ຫລື​ບໍ່? ໃຫ້​ໄຕ່​ຕອງ​ວິ​ທີ​ທີ່​ທ່ານ​ອາດ​ຈະ​ແບ່ງ​ປັນ​ຄວາມ​ຫວັງ​ທີ່​ທ່ານ​ຮູ້​ສຶກ​ໄດ້​ໃນ​ພຣະ​ເຢ​ຊູ​ຄຣິດ​ກັບ​ຄົນໆ​ນັ້ນ. (ເບິ່ງ ໂຣມ 8:24–25; ອີ​ເທີ 12:4; ໂມ​ໂຣ​ໄນ 7:41 ນຳ​ອີກ.)

ເບິ່ງ Topics and Questions, “Jesus Christ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ພຣະ​ເຢ​ຊູ​ຄຣິດ

“ຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້ [ຂອງ​ພຣະ​ອົງ].”

ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ,” ອັກ​ຄະ​ສາ​ວົກ​ກ່າວ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ວ່າ​ເປັນ “ຂອງ​ປະ​ທານ” ຈາກ​ພຣະ​ບິ​ດາ​ເທິງ​ສະ​ຫວັນ. ອີງ​ຕາມ​ສິ່ງ​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ,” ທ່ານ​ຈະ​ປະ​ກອບ​ປະ​ໂຫຍກ​ນີ້​ໃຫ້​ສົມ​ບູນ​ໄດ້​ແນວ​ໃດ: “ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ, ພຣະ​ເຈົ້າ​ໄດ້​ປະ​ທານ​ຂອງ​ປະ​ທານ​ແຫ່ງ … ໃຫ້​ກັບ​ຂ້ອຍ.” ໃຫ້​ໄຕ່​ຕອງ​ວ່າ​ທ່ານ​ສາ​ມາດ​ເຮັດ​ຫຍັງ​ແດ່​ເພື່ອ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ເຫລົ່າ​ນີ້​ຢ່າງ​ເຕັມ​ທີ່​ຫລາຍ​ຂຶ້ນ.

ການ​ສຶກ​ສາ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ມີ​ຜົນ​ກະ​ທົບ​ຕໍ່​ສັດ​ທາ​ຂອງ​ທ່ານ ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ມີ​ຄວາມ​ຮັກ​ສຳ​ລັບ​ພຣະ​ອົງ​ແນວ​ໃດ?

ເບິ່ງ ຣະ​ໂຊ ເອັມ ແນວ​ສັນ, “ຂອງ​ປະ​ທານ​ສີ່​ຢ່າງ​ທີ່​ພຣະ​ເຢ​ຊູ​ຄຣິດ​ສະ​ເໜີ​ມອບ​ໃຫ້​ທ່ານ” (ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ຂອງ​ຝ່າຍ​ປະ​ທານ​ສູງ​ສຸດ ເນື່ອງ​ໃນ​ເທດ​ສະ​ການ​ຄຣິດ​ສະ​ມາດ, ວັນ​ທີ 2 ເດືອນ​ທັນ​ວາ, 2018), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; “ຂໍ້​ຄວາມ​ທີ່​ຕັດ​ຕອນ​ມາ​ຈາກ ‘ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ: ປະ​ຈັກ​ພະ​ຍານ​ຂອງ​ອັກ​ຄະ​ສາ​ວົກ’” (ວິ​ດີ​ໂອ), ChurchofJesusChrist.org ນຳ​ອີກ.

2:46

Excerpts from "The Living Christ: The Testimony of the Apostles"

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 03 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ເຮົາ​ສາ​ມາດ “ກ່າວ​ປະ​ຈັກ​ພະ​ຍານ [ຂອງ​ເຮົາ]” ເພື່ອ​ສະ​ຫລອງ​ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ.

  • ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ອາດ​ແນະ​ນຳ​ລູກໆ​ຂອງ​ທ່ານ​ໃຫ້​ຮູ້​ຈັກ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ.” ບາງ​ທີ​ທ່ານ​ອາດ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ຊີ້​ໃສ່​ຊື່​ຂອງ ພຣະ​ຄຣິດ ໃນ​ຕຳ​ແໜ່ງ ແລະ ລາຍ​ເຊັນ​ຂອງ​ຝ່າຍ​ປະ​ທານ​ສູງ​ສູດ ແລະ ອັກ​ຄະ​ສາ​ວົກ​ສິບ​ສອງ. ທ່ານ​ອາດ​ຈະ​ອະ​ທິ​ບາຍ​ວ່າ​ນີ້​ແມ່ນ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ຄຣິດ ທີ່​ພວກ​ເພິ່ນ​ຕ້ອງ​ການ​ແບ່ງ​ປັນ​ໃຫ້​ໂລກ​ຮັບ​ຮູ້.

  • ທ່ານ​ສາ​ມາດ​ນຳ​ເອົາ​ວະ​ລີ​ໃດ​ໜຶ່ງ​ຈາກ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ໃຫ້​ລູກ​ແຕ່​ລະ​ຄົນ ແລະ ບອກ​ໃຫ້​ພວກ​ເຂົາ​ຊອກ​ຫາ ຫລື ແຕ້ມ​ຮູ້​ກ່ຽວ​ກັບ​ວະ​ລີ​ນັ້ນ. ແລ້ວ​ທ່ານ​ອາດ​ຊ່ວຍ​ເຫລືອ​ພວກ​ເຂົາ​ຊອກ​ຫາ​ວະ​ລີ​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ.” ທ່ານ​ກໍ​ອາດ​ຈະ​ຮວບ​ຮວມ​ຮູບ​ພາບ ແລະ ວະ​ລີ​ເຫລົ່າ​ນັ້ນ ເຮັດ​ເປັນ​ປຶ້ມ.

  • ແບ່ງ​ປັນ​ນຳ​ກັນ​ເຖິງ​ວິ​ທີ​ທີ່​ທ່ານ​ໄດ້​ຮັບ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ພຣະ​ເຢ​ຊູ​ຄຣິດ. ບາງ​ທີ​ທ່ານ​ອາດ​ຈະ​ສົ່ງ​ຕໍ່​ຮູບ​ພາບ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຕໍ່​ກັນ​ໄປ ແລະ ປ່ຽນ​ຜຽນ​ກັນ​ແບ່ງ​ປັນ​ກ່ຽວ​ກັບ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ທ່ານ​ຮູ້​ຈັກ​ກ່ຽວ​ກັບ​ພຣະ​ອົງ (ລວມ​ທັງ​ຄວາມ​ຈິງ​ຕ່າງໆ​ທີ່​ຖືກ​ສິດ​ສອນ​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ”).

ການ​ກຳ​ເນີດ​ຂອງ​ພຣະ​ເຢ​ຊູ​ຄຣິດ

“ພຣະ​ອົງ​ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ​ເຮັດ​ຄຸນ​ງາມ​ຄວາມ​ດີ.”

  • ຂະ​ນະ​ທີ່​ທ່ານ ແລະ ລູກໆ​ຂອງ​ທ່ານ​ອ່ານ​ວັກ​ທີ​ສອງ​ຂອງ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ນຳ​ກັນ, ໃຫ້​ສົນ​ທະ​ນາ​ກັບ​ພວກ​ເຂົາ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ພຣະ​ເຢ​ຊູ​ໄດ້​ກະ​ທຳ. ທ່ານ​ຍັງ​ສາ​ມາດ​ເບິ່ງ​ຮູບ​ພາບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ (ເບິ່ງ​ໃນ ໜ້າ​ກິດ​ຈະ​ກຳ ຂອງ​ອາ​ທິດ​ນີ້ ແລະ ປື້ມ​ຮູບ​ພຣະ​ກິດ​ຕິ​ຄຸນ) ນຳ​ອີກ. ເຊື້ອ​ເຊີນ​ໃຫ້​ເດັກ​ນ້ອຍ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ເຮັດ​ຢູ່​ໃນ​ຮູບ. ເຮົາ​ຈະ​ສາ​ມາດ​ຊ່ວຍ​ຄົນ​ອື່ນ​ດັ່ງ​ທີ່​ພຣະ​ອົງ​ໄດ້​ເຮັດ​ແນວ​ໃດ? ວິ​ດີ​ໂອ “Light the World” ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ສາ​ມາດ​ຊ່ວຍ​ໃຫ້​ແນວ​ຄິດ​ກັບ​ທ່ານ​ໄດ້.

“ພຣະ​ອົງ​ເປັນ​ຄວາມ​ສະ​ຫວ່າງ, ເປັນ​ຊີ​ວິດ, ແລະ ເປັນ​ຄວາມ​ຫວັງ​ຂອງ​ໂລກ.”

  • ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຊອກ​ຫາ​ເພງ​ສວດ​ກ່ຽວ​ກັບ​ຄຣິດ​ສະ​ມາດ​ທີ່​ບົ່ງ​ບອກ​ເຖິງ​ຄວາມ​ສະ​ຫວ່າງ, ຊີ​ວິດ, ແລະ ຄວາມ​ຫວັງ ທີ່​ການ​ກຳ​ເນີດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ນຳ​ມາ​ສູ່​ໂລກ​ນີ້, ເຊັ່ນ “ໄກ​ແສນ​ໄກ​ຢູ່​ທີ່​ຮາບ​ຢູ​ດີ​ຢາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 56). ຮ້ອງ​ເພງ​ສວດ​ນັ້ນ​ນຳ​ກັນ, ແລະ ປ່ອຍ​ໃຫ້​ລູກໆ​ຂອງ​ທ່ານ​ແບ່ງ​ປັນ​ກ່ຽວ​ກັບ​ພຣະ​ເຢ​ຊູ​ທີ່​ໄດ້​ນຳ​ຄວາມ​ສະ​ຫວ່າງ, ຊີ​ວິດ, ແລະ ຄວາມ​ຫວັງ ມາ​ສູ່​ຊີ​ວິດ​ຂອງ​ພວກ​ເຂົາ​ແນວ​ໃດ​ແດ່.

“ຂໍ​ຂອບ​ພຣະ​ໄທ​ພຣະ​ເຈົ້າ​ສຳ​ລັບ​ຂອງ​ປະ​ທານ​ທີ່​ຫາ​ອັນ​ປຽບ​ບໍ່​ໄດ້​ຂອງ​ພຣະ​ບຸດ​ແຫ່ງ​ສະ​ຫວັນ​ຂອງ​ພຣະ​ອົງ.”

  • ຂອງ​ປະ​ທານ​ໃດ​ແດ່​ທີ່​ເຮົາ​ໄດ້​ຮັບ​ເພາະ​ພຣະ​ເຢ​ຊູ​ຄຣິດ? ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ຊອກ​ຫາ​ຂອງ​ປະ​ທານ​ເຫລົ່າ​ນີ້​ໄດ້​ໃນ “ພຣະ​ຄຣິດ​ທີ່​ຊົງ​ພຣະ​ຊົນ” ຫລື ໃນ​ເພງ​ເຊັ່ນ “He Sent His Son” (Children’s Songbook, 34–35). ຫລັງ​ຈາກ​ນັ້ນ ພວກ​ເຂົາ​ສາ​ມາດ​ຫໍ່​ຂອງ​ຂວັນ​ບາງ​ຢ່າງ​ເພື່ອ​ເປັນ​ຕົວ​ແທນ​ເຖິງ​ສິ່ງ​ຂອງ​ປະ​ທານ​ເຫລົ່າ​ນັ້ນ. ທ່ານ​ສາ​ມາດ​ແນະ​ນຳ​ໃຫ້​ລູກໆ​ຂອງ​ທ່ານ​ເປີດ​ຂອງ​ຂວັນ​ໃນ​ວັນ​ຄຣິດ​ສະ​ມາດ ເພື່ອ​ຊ່ວຍ​ພວກ​ເຂົາ​ໃຫ້​ຈື່​ຈຳ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຂອງ​ປະ​ທານ​ຂອງ​ພຣະ​ອົງ​ທີ່​ມີ​ໃຫ້​ກັບ​ເຮົາ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.