Doctrine and Covenants 2025
ວັນ​ທີ 15–21 ເດືອນ​ທັນ​ວາ: “ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຕໍ່​ແຜນ​ຂອງ​ພຣະ​ຜູ້​ສ້າງ”: ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ


“ວັນ​ທີ 15–21 ເດືອນ​ທັນ​ວາ: ‘ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຕໍ່​ແຜນ​ຂອງ​ພຣະ​ຜູ້​ສ້າງ’: ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ຄອບ​ຄົວ​ໜຶ່ງ

ວັນ​ທີ 15–21 ເດືອນ​ທັນ​ວາ: “ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຕໍ່​ແຜນ​ຂອງ​ພຣະ​ຜູ້​ສ້າງ”

ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ

ແມ່ນ​ແຕ່​ກ່ອນ​ທີ່​ເຮົາ​ຈະ​ມາ​ເກີດ, ເຮົາ​ໄດ້​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ—ຄອບ​ຄົວ​ຂອງ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ແບບ​ແຜນ​ນັ້ນ​ໄດ້​ສືບ​ຕໍ່​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຄອບ​ຄົວ​ຢູ່​ທີ່​ນີ້, ໃນ​ຕອນ​ທີ່​ດີ​ທີ່​ສຸດ, ມີ​ຈຸດ​ມຸ້ງ​ໝາຍ​ທີ່​ຈະ​ສະ​ທ້ອນ​ເຖິງ​ແບບ​ແຜນ​ທີ່​ສົມ​ບູນ​ແບບ​ຢູ່​ໃນ​ສະ​ຫວັນ.

ແນ່​ນອນ, ບໍ່​ມີ​ການ​ຮັບ​ປະ​ກັນ​ວ່າ ຄອບ​ຄົວ​ຝ່າຍ​ໂລກ​ຈະ​ເປັນ​ແບບ​ໃນ​ອຸ​ດົມ​ຄະ​ຕິ ຫລື ໝັ້ນ​ຄົງ​ຫລື​ບໍ່. ແຕ່​ດັ່ງ​ທີ່​ປະ​ທານ​ເຮັນ​ຣີ ບີ ໄອ​ຣິງ ໄດ້​ສິດ​ສອນ​ວ່າ, ຄອບ​ຄົວ “ມອບ​ໂອ​ກາດ​ທີ່​ດີ​ທີ່​ສຸດ​ໃຫ້​ກັບ​ລູກໆ​ຂອງ​ພຣະ​ເຈົ້າ ເພື່ອ​ຈະ​ໄດ້​ຖືກ​ຕ້ອນ​ຮັບ​ເຂົ້າ​ສູ່​ແຜ່ນ​ດິນ​ໂລກ ດ້ວຍ​ຄວາມ​ຮັກ​ທີ່​ໃກ້​ຄຽງ​ທີ່​ສຸດ ກັບ​ຄວາມ​ຮັກ​ທີ່​ພວກ​ເຂົາ​ເຄີຍ​ຮູ້​ສຶກ​ໃນ​ສະ​ຫວັນ—ນັ້ນ​ກໍ​ຄື ຄວາມ​ຮັກ​ຂອງ​ພໍ່​ແມ່” (“Gathering the Family of God,” Liahona, May 2017, 20). ການ​ທີ່​ຮູ້​ວ່າ​ຄອບ​ຄົວ​ນັ້ນ ບໍ່​ດີ​ພ້ອມ​ທຸກ​ຢ່າງ ແລະ ບໍ່​ໄດ້​ຖືກ​ຍົກ​ເວັ້ນ​ຈາກ​ການ​ໂຈມ​ຕີ​ຂອງ​ຜູ້​ປໍ​ລະ​ປັກ, ພຣະ​ເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ມາ ເພື່ອ​ໄຖ່​ເຮົາ ແລະ ປິ່ນ​ປົວ​ຄອບ​ຄົວ​ຂອງ​ເຮົາ. ແລະ ພຣະ​ອົງ​ໄດ້​ສົ່ງ​ສາດ​ສະ​ດາ​ຍຸກ​ສຸດ​ທ້າຍ​ມາ ດ້ວຍ​ການ​ປະ​ກາດ​ເພື່ອ​ປົກ​ປ້ອງ ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄອບ​ຄົວ. ຖ້າ​ຫາກ​ເຮົາ​ຕິດ​ຕາມ​ສາດ​ສະ​ດາ ແລະ ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຖິງ​ແມ່ນ​ວ່າ​ຄອບ​ຄົວ​ໃນ​ຊ່ວງ​ມະ​ຕະ​ຈະ​ຂາດ​ເຂີນ​ໃນ​ອຸ​ດົມ​ຄະ​ຕິ​ແຫ່ງ​ສະ​ຫວັນ, ແຕ່​ກໍ​ຍັງ​ມີ​ຫວັງ​ສຳ​ລັບ​ຄອບ​ຄົວ—ຢູ່​ເທິງ​ໂລກ ແລະ ຢູ່​ໃນ​ສະ​ຫວັນ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
“ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຕໍ່​ແຜນ​ຂອງ​ພຣະ​ຜູ້​ສ້າງ.”

ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ແມ່ນ​ກ່ຽວ​ກັບ​ຄອບ​ຄົວ​ຢ່າງ​ຊັດ​ເຈນ. ແຕ່​ມັນ​ກໍ​ກ່ຽວ​ກັບ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ​ພໍໆ​ກັນ. ວິ​ທີ​ໜຶ່ງ​ທີ່​ຈະ​ສຶກ​ສາ​ການ​ປະ​ກາດ ແມ່ນ​ການ​ຂຽນ​ວະ​ລີ​ທີ່​ວ່າ ຊີ​ວິດ​ກ່ອນ​ມະ​ຕະ, ຊີ​ວິດ​ມະ​ຕະ, ແລະ ຊີ​ວິດ​ຫລັງ​ມະ​ຕະ ໃສ່​ເຈ້ຍ​ແຜ່ນ​ໜຶ່ງ ແລະ ຂຽນ​ລາຍ​ການ​ກ່ຽວ​ກັບ​ສິ່ງ​ທີ່​ການ​ປະ​ກາດ​ສິດ​ສອນ​ກ່ຽວ​ກັບ​ຫົວ​ຂໍ້​ເຫລົ່າ​ນີ້. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ເມື່ອ​ທ່ານ​ສຶກ​ສາ​ການ​ປະ​ກາດ​ໃນ​ວິ​ທີ​ນີ້? ສິ່ງ​ນີ້​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ເຫດ​ຜົນ​ທີ່​ການ​ແຕ່ງ​ງານ ແລະ ຄອບ​ຄົວ​ມີ​ຄວາມ​ສຳ​ຄັນ​ຕໍ່​ແຜນ​ຂອງ​ພຣະ​ເຈົ້າ​ແນວ​ໃດ? ຄວາມ​ຈິງ​ຕ່າງໆ​ຢູ່​ໃນ​ການ​ປະ​ກາດ ມີ​ອິດ​ທິ​ພົນ​ຕໍ່​ການ​ເລືອກ​ຂອງ​ທ່ານ​ແນວ​ໃດ?

ມີ​ຫລາຍ​ຄົນ​ທີ່, ດ້ວຍ​ເຫດ​ຜົນ​ທີ່​ຫລາກ​ຫລາຍ, ອາດ​ຢ້ານ​ກ່ຽວ​ກັບ​ການ​ແຕ່ງ​ງານ ຫລື ການ​ລ້ຽງ​ລູກ. ຖ້າ​ຫາກ​ໝູ່​ເພື່ອນ​ຄົນ​ໜຶ່ງ​ເວົ້າ​ຕໍ່​ທ່ານ​ວ່າ, “ຂ້ອຍ​ບໍ່​ມີ​ວັນ​ຢາກ​ແຕ່ງ​ງານ ຫລື ມີ​ຄອບ​ຄົວ,” ທ່ານ​ຈະ​ເວົ້າ​ວ່າ​ແນວ​ໃດ? ບາງ​ທີ​ທ່ານ​ກໍ​ສາ​ມາດ​ຄົ້ນ​ຫາ​ບາງ​ຢ່າງ​ຢູ່​ໃນ​ການ​ປະ​ກາດ​ທີ່​ຈະ​ຊ່ວຍ​ໝູ່​ເພື່ອນ​ຂອງ​ທ່ານ​ໃຫ້​ມີ​ຄວາມ​ຫວັງ​ໃນ​ແຜນ​ການ​ຂອງ​ພຣະ​ເຈົ້າ.

ອີກ​ຄຳ​ຖາມ​ໜຶ່ງ​ທີ່​ທ່ານ​ອາດ​ຖືກ​ຖາມ—ຫລື ທີ່​ທ່ານ​ອາດ​ຖາມ​ຕົວ​ເອງ—ແມ່ນ​ເປັນ​ແບບ​ນີ້: “ຖ້າ​ຫາກ​ສະ​ຖາ​ນະ​ການ​ຄອບ​ຄົວ​ຂອງ​ຂ້ອຍ​ບໍ່​ກົງ​ກັບ​ສິ່ງ​ທີ່​ມີ​ພັນ​ລະ​ນາ​ໄວ້​ໃນ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ເດ?” ມີ​ສອງ​ບ່ອນ​ທີ່​ທ່ານ​ສາ​ມາດ​ຊອກ​ຫາ​ຄຳ​ແນະ​ນຳ​ຂອງ​ສາດ​ສະ​ດາ​ໄດ້: ພາກ “A Mighty Change” ໃນ​ຂ່າວ​ສານ​ຂອງ​ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ “Jesus Christ Is the Strength of Parents” (Liahona, May 2023, 55–59) ແລະ ສີ່​ວັກ​ສຸດ​ທ້າຍ​ຂອງ​ຂ່າວ​ສານ​ຂອງ​ແອວ​ເດີ ດີ ທອດ ຄຣິສ​ໂຕ​ເຟີ​ສັນ “Why Marriage, Why Family” (Liahona, May 2015, 52).

ທ່ານ​ຮູ້​ສຶກ​ໄດ້​ຮັບ​ການ​ດົນ​ໃຈ​ໃຫ້​ເຮັດ​ສິ່ງ​ໃດ ຍ້ອນ​ສິ່ງ​ທີ່​ທ່ານ​ໄດ້​ສຶກ​ສາ​ແລ້ວ?

ເບິ່ງ Dallin H. Oaks, “The Plan and the Proclamation,” Liahona, Nov. 2017, 28–31; Topics and Questions, “Family,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

“ແຕ່​ລະ [ຄົນ] ແມ່ນ​ບຸດ ຫລື ທິ​ດາ​ທີ່​ຮັກ​ຂອງ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ.”

ເຮົາ​ມັກ​ຈະ​ຄິດ​ເຖິງ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ​ວ່າ​ເປັນ​ຄູ່​ມື​ສຳ​ລັບ​ຊີ​ວິດ​ຄອບ​ຄົວ. ແຕ່​ມັນ​ຍັງ​ສິດ​ສອນ​ຄວາມ​ຈິງ​ທີ່​ສຳ​ຄັນ​ກ່ຽວ​ກັບ​ຄອບ​ຄົວ​ແຫ່ງ​ສະ​ຫວັນ ແລະ ຕົວ​ຕົນ​ນິ​ລັນ​ດອນ​ນຳ​ອີກ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ​ທີ່​ຈະ​ຮູ້​ວ່າ ເຮົາ​ທຸກ​ຄົນ​ເປັນ​ສ່ວນ​ໜຶ່ງ​ຂອງ​ຄອບ​ຄົວ​ນີ້? ຄວາມ​ຈິງ​ນີ້ ມີ​ອິດ​ທິ​ພົນ​ຕໍ່​ການ​ເລືອກ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64 ນຳ​ອີກ.

“ຄອບ​ຄົວ​ຈະ​ມີ​ຄວາມ​ສຸກ​ກໍ​ຕໍ່​ເມື່ອ​ເຂົາ​ເຈົ້າ​ດຳ​ເນີນ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.”

ໃຫ້​ຄິດ​ເຖິງ ວັກ​ທີ 6 ແລະ 7 ຂອງ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ວ່າ​ເປັນ​ແບບ​ແຜນ​ສຳ​ລັບ “ຄອບ​ຄົວ​ຈະ​ມີ​ຄວາມ​ສຸກ.” ຂະ​ນະ​ທີ່​ທ່ານ​ອ່ານ​ວັກ​ເຫລົ່າ​ນີ້, ໃຫ້​ລະ​ບຸ​ຫລັກ​ທຳ​ຂອງ “ການ​ແຕ່ງ​ງານ ແລະ ຄອບ​ຄົວ​ທີ່​ປະ​ສົບ​ຜົນ​ສຳ​ເລັດ.” ທ່ານ​ອາດ​ຄິດ​ກ່ຽວ​ກັບ​ຕົວ​ຢ່າງ​ຂອງ​ຫລັກ​ທຳ​ເຫລົ່າ​ນີ້​ທີ່​ທ່ານ​ເຄີຍ​ເຫັນ​ໃນ​ຄອບ​ຄົວ​ຂອງ​ທ່ານ​ເອງ ຫລື ຄອບ​ຄົວ​ອື່ນ. ຫລັກ​ທຳ​ເຫລົ່າ​ນີ້​ຊ່ວຍ​ເຮັດ​ໃຫ້​ພຣະ​ເຢ​ຊູ​ຄຣິດ​ເປັນ​ຮາກ​ຖານ​ຂອງ​ຊີ​ວິດ​ຄອບ​ຄົວ​ແນວ​ໃດ?

ແລ້ວ​ທ່ານ​ອາດ​ຄິດ​ກ່ຽວ​ກັບ​ຄວາມ​ສຳ​ພັນ​ຄອບ​ຄົວ ທີ່​ທ່ານ​ຢາກ​ເຮັດ​ໃຫ້​ເຂັ້ມ​ແຂງ​ຂຶ້ນ. ວາງ​ແຜນ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເພື່ອ​ລົງ​ມື​ປະ​ຕິ​ບັດ​ຕາມ​ການ​ກະ​ຕຸ້ນ​ທີ່​ທ່ານ​ໄດ້​ຮັບ.

ເບິ່ງ L. Whitney Clayton, “The Finest Homes,” Liahona, May 2020, 107–9 ນຳ​ອີກ.

ພໍ່​ກຳ​ລັງ​ອ່ານ​ໜັງ​ສື​ໃຫ້​ລູກໆ​ຂອງ​ລາວ​ຟັງ

ພໍ່​ແມ່​ຄວນ​ລ້ຽງ​ດູ​ລູກ​ເຕົ້າ​ຂອງ​ພວກ​ເຂົາ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ຊອບ​ທຳ.

“ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ພົນ​ລະ​ເມືອງ … ເພື່ອ​ຈະ​ໄດ້​ຮັກ​ສາ ແລະ ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ.”

ວັກ​ສຸດ​ທ້າຍ ຂອງ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ແມ່ນ​ລວມ​ທັງ​ການ​ເອີ້ນ​ໃຫ້​ລົງ​ມື​ປະ​ຕິ​ບັດ. ຂະ​ນະ​ທີ່​ທ່ານ​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ຕອບ​ຮັບ​ການ​ເອີ້ນ​ນັ້ນ, ການ​ສຶກ​ສາ​ຫົວ​ເລື່ອງ​ຂອງ​ການ​ປະ​ກາດ. ຍົກ​ຕົວ​ຢ່າງ, ການ​ປະ​ກາດ​ແມ່ນ​ຫຍັງ? ຄຳ​ນັ້ນ​ມີ​ຄວາມ​ໝາຍ​ຕໍ່​ທ່ານ​ແນວ​ໃດ​ກ່ຽວ​ກັບ​ຂ່າວ​ສານ​ຂອງ​ເອ​ກະ​ສານ​ນີ້? ແມ່ນ​ຫຍັງ​ທີ່​ເຮັດ​ໃຫ້​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ສະ​ພາ​ອັກ​ຄະ​ສາ​ວົກ​ສິບ​ສອງ​ມີ​ຄຸນ​ສົມ​ບັດ​ເໝາະ​ສົມ​ທີ່​ຈະ​ອອກ​ການ​ປະ​ກາດ​ຕໍ່​ໂລກ​ກ່ຽວ​ກັບ​ຄອບ​ຄົວ? ທ່ານ​ອາດ​ຂຽນ​ລາຍ​ການ​ສິ່ງ​ທີ່​ທ່ານ​ຖື​ວ່າ​ເປັນ​ຂ່າວ​ສານ​ຫລັກ​ຂອງ​ການ​ປະ​ກາດ. ທ່ານ​ຈະ​ສາ​ມາດ​ສົ່ງ​ເສີມ​ຂ່າວ​ສານ​ເຫລົ່າ​ນີ້​ໃນ​ຊີ​ວິດ​ຂອງ​ທ່ານ, ໃນ​ບ້ານ​ຂອງ​ທ່ານ, ແລະ ໃນ​ຊຸມ​ຊົນ​ຂອງ​ທ່ານ​ໄດ້​ແນວ​ໃດ?

ເບິ່ງ Bonnie L. Oscarson, “Defenders of the Family Proclamation,” Liahona, May 2015, 14–17; “Defenders of the Faith” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

6:56

Defenders of the Faith

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 02 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຄອບ​ຄົວ​ແມ່ນ​ສຳ​ຄັນ​ສຳ​ລັບ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ.

  • ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຄິດ​ເຖິງ​ສິ່ງ​ທີ່​ສຳ​ຄັນ​ຫລາຍ ຈົນ​ວ່າ​ພວກ​ເຂົາ​ຢາກ​ບອກ​ທຸກ​ຄົນ​ກ່ຽວ​ກັບ​ມັນ. ເອົາ​ໃບ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ” ໃຫ້​ລູກໆ​ເບິ່ງ, ແລະ ອະ​ທິ​ບາຍ​ວ່າ ບັນ​ດາ​ສາດ​ສະ​ດາ ແລະ ອັກ​ຄະ​ສາ​ວົກ​ໄດ້​ຂຽນ​ມັນ​ເພື່ອ​ບອກ​ເຮົາ​ທຸກ​ຄົນ​ວ່າ ຄອບ​ຄົວ​ນັ້ນ ສຳ​ຄັນ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຫລາຍ​ສໍ່າ​ໃດ. ເປັນ​ຫຍັງ​ຄອບ​ຄົວ​ຈຶ່ງ​ສຳ​ຄັນ​ຕໍ່​ພຣະ​ອົງ? (ເບິ່ງ​ວິ​ດີ​ໂອ “What Is the Purpose of Family?” [ChurchofJesusChrist.org]) ນຳ​ອີກ.

    1:19

    What Is the Purpose of Family?

  • ແບ່ງ​ປັນ​ກັບ​ລູກໆ​ຂອງ​ທ່ານ ບາງ​ຢ່າງ​ຈາກ​ການ​ປະ​ກາດ​ທີ່​ທ່ານ​ຮູ້​ສຶກ​ວ່າ ພວກ​ເຮົາ​ທຸກ​ຄົນ​ຕ້ອງ​ຮູ້. ເຊື້ອ​ເຊີນ​ເດັກ​ນ້ອຍ​ໃຫ້​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ພວກ​ເຂົາ​ກ່ຽວ​ກັບ​ຄວາມ​ຈິງ​ເຫລົ່າ​ນັ້ນ. ຊີ​ວິດ​ຂອງ​ເຮົາ​ຈະ​ແຕກ​ຕ່າງ​ໄປ​ຈາກ​ນີ້​ແນວ​ໃດ ຖ້າ​ຫາກ​ເຮົາ​ບໍ່​ຮູ້​ຈັກ​ສິ່ງ​ເຫລົ່າ​ນີ້? ທ່ານ​ອາດ​ຮ້ອງ​ເພງ​ທີ່​ກ່ຽວ​ຂ້ອງ​ກັບ​ຄວາມ​ຈິງ​ຕ່າງໆ​ທີ່​ພົບ​ເຫັນ​ໃນ​ການ​ປະ​ກາດ​ນຳ​ກັນ, ດັ່ງ​ເຊັ່ນ “I Will Follow God’s Plan” (Children’s Songbook, 164–65).

  • ໃນ ພາກ​ທີ IV ຂອງ​ຂ່າວ​ສານ​ຂອງ​ເພິ່ນ “The Plan and the Proclamation” (Liahona, Nov. 2017, 30), ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ອະ​ທິ​ບາຍ​ເຖິງ​ວິ​ທີ​ທີ່ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ໄດ້​ຖືກ​ຂຽນ​ຂຶ້ນ. ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ທົບ​ທວນ​ຄຳ​ອະ​ທິ​ບາຍ​ຂອງ​ເພິ່ນ​ນຳ​ກັນ ແລະ ເວົ້າ​ລົມ​ກ່ຽວ​ກັບ​ເຫດ​ຜົນ​ທີ່​ທ່ານ​ກະ​ຕັນ​ຍູ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ດົນ​ໃຈ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ໃຫ້​ສິດ​ສອນ​ເຮົາ​ເຖິງ​ຄວາມ​ຈິງ​ເຫລົ່າ​ນີ້​ກ່ຽວ​ກັບ​ຄອບ​ຄົວ.

  • ທ່ານ​ຍັງ​ສາ​ມາດ​ເອົາ​ຮູບ​ໃຫ້​ລູກໆ​ຂອງ​ທ່ານ​ເບິ່ງ (ຫລື ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ແຕ້ມ​ຮູບ) ທີ່​ສະ​ແດງ​ເຖິງ​ຄວາມ​ຈິງ​ທີ່​ພົບ​ເຫັນ​ໃນ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ. ນີ້​ສາ​ມາດ​ເປັນ​ຮູບ​ຂອງ​ພຣະ​ວິ​ຫານ, ຄອບ​ຄົວ​ກຳ​ລັງ​ອະ​ທິ​ຖານ ຫລື ກຳ​ລັງ​ຫລິ້ນ​ນຳ​ກັນ, ຫລື ຄູ່​ຮັກ​ຄູ່​ໜຶ່ງ​ກຳ​ລັງ​ແຕ່ງ​ງານ. ແລ້ວ​ລູກໆ​ຂອງ​ທ່ານ​ກໍ​ສາ​ມາດ​ຊອກ​ຫາ​ປະ​ໂຫຍກ​ຕ່າງໆ​ຢູ່​ໃນ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ ທີ່​ກ່ຽວ​ຂ້ອງ​ກັບ​ຮູບ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້​ໃນ​ການ​ປະ​ກາດ?

ແມ່​ຍິງ​ກັບ​ເດັກ​ນ້ອຍ

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ໃຫ້​ຄອບ​ຄົວ​ມີ​ຄວາມ​ສຸກ.

ເປັນ​ຄົນ​ອ່ອນ​ໄຫວ. ຂະ​ນະ​ທີ່​ທ່ານ​ສິດ​ສອນ​ຄວາມ​ຈິງ​ທີ່​ມີ​ສອນ​ໄວ້​ຢູ່​ໃນ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ກະ​ລຸ​ນາ​ຮັບ​ຮູ້​ວ່່າ ມີ​ເດັກ​ນ້ອຍ​ຫລາຍ​ຄົນ​ທີ່​ອາ​ໄສ​ຢູ່​ໃນ​ຄອບ​ຄົວ​ທີ່​ບໍ່​ກົງ​ກັບ​ອຸ​ດົມ​ການ​ທີ່​ມີ​ອະ​ທິ​ບາຍ​ໄວ້​ໃນ​ການ​ປະ​ກາດ. ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ສາ​ມາດ​ຊຸກ​ຍູ້ ແລະ ດົນ​ໃຈ​ພວກ​ເຂົາ.

ເຮົາ​ເປັນ “ບຸດ ຫລື ທິ​ດາ​ທາງ​ວິນ​ຍານ​ທີ່​ຮັກ​ຫອມ​ຂອງ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ.”

  • ຂະ​ນະ​ທີ່​ພວກ​ທ່ານ​ຮ້ອງ​ເພງ “ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 64) ນຳ​ກັນ, ທ່ານ​ສາ​ມາດ​ໂຍນ​ໝາກ​ບານ​ໃຫ້​ລູກ​ຄົນ​ໜຶ່ງ ຂະ​ນະ​ທີ່​ທ່ານ​ເວົ້າ​ວ່າ, “ຂ້ອຍ​ຮູ້​ຈັກ​ລູກ​ຂອງ​ພຣະ​ເຈົ້າ​ຊື່​ວ່າ [ຊື່​ຂອງ​ລູກ​ຄົນ​ນັ້ນ].” ແລ້ວ​ລູກ​ຄົນ​ນັ້ນ​ກໍ​ສາ​ມາດ​ໂຍນ​ໝາກ​ບານ​ໜ່ວຍ​ນັ້ນ​ໃຫ້​ຄົນ​ອື່ນ​ອີກ, ໂດຍ​ເວົ້າ​ຄຳ​ດຽວ​ກັນ ແລະ ເວົ້າ​ຊື່​ຂອງ​ຄົນ​ນັ້ນ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ວະ​ລີ​ທີ່​ວ່າ “ບຸດ ຫລື ທິ​ດາ​ທາງ​ວິນ​ຍານ​ທີ່​ຮັກ​ຫອມ​ຂອງ​ບິ​ດາ​ມານ​ດາ​ແຫ່ງ​ສະ​ຫວັນ” ຢູ່​ໃນ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ, ແລະ ສະ​ແດງ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ເຖິງ​ຄວາມ​ຈິງ​ນີ້.

ຄອບ​ຄົວ​ຈະ​ມີ​ຄວາມ​ສຸກ​ທີ່​ສຸດ​ເມື່ອ​ພວກ​ເຂົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ.

  • ເພື່ອ​ເລີ່ມ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ການ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ​ຂອງ​ທ່ານ, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ເຮັດ ເພື່ອ​ເຮັດ​ໃຫ້​ສິ່ງ​ອື່ນໆ​ແຂງ​ແຮງ​ຂຶ້ນ—ເຊັ່ນ ແຂ້ວ​ຂອງ​ເຮົາ, ຮ່າງ​ກາຍ​ຂອງ​ເຮົາ, ຫລື ຕຶກ​ອາ​ຄານ. ແລ້ວ​ທ່ານ​ກໍ​ສາ​ມາດ​ປຽບ​ທຽບ​ສິ່ງ​ນັ້ນ​ກັບ​ການ​ສ້າງ​ຄອບ​ຄົວ​ທີ່​ເຂັ້ມ​ແຂງ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຫລັກ​ທຳ​ທີ່​ເປັນ​ເໝືອນ​ດັ່ງ​ພຣະ​ຄຣິດ ທີ່​ນຳ​ໄປ​ສູ່​ຄວາມ​ສຸກ​ໃນ​ຊີ​ວິດ​ຄອບ​ຄົວ, ພົບ​ໃນ ວັກ​ທີ 7 ຂອງ ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ (ເບິ່ງ ໜ້າ​ກິດ​ຈະ​ກຳ ຂອງ​ອາ​ທິດ​ນີ້ ນຳ​ອີກ).

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.