Doctrine and Covenants 2025
ວັນ​ທີ 24–30 ເດືອນ​ພະ​ຈິກ: “ເພິ່ນ ‘ໄດ້​ຜະ​ນຶກ​ພາ​ລະ​ກິດ​ຂອງ​ເພິ່ນ ແລະ ວຽກ​ງານ​ຂອງ​ເພິ່ນ​ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ’”: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–136


“ວັນ​ທີ 24–30 ເດືອນ​ພະ​ຈິກ: ‘ເພິ່ນ “ໄດ້​ຜະ​ນຶກ​ພາ​ລະ​ກິດ​ຂອງ​ເພິ່ນ ແລະ ວຽກ​ງານ​ຂອງ​ເພິ່ນ​ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ”’: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–136,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–136,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ຄຸກ​ຄາດ​ເທດ

ຄຸກ​ຄາດ​ເທດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 24–30: “ເພິ່ນ ‘ໄດ້​ຜະ​ນຶກ​ພາ​ລະ​ກິດ​ຂອງ​ເພິ່ນ ແລະ ວຽກ​ງານ​ຂອງ​ເພິ່ນ​ດ້ວຍ​ເລືອດ​ຂອງ​ເພິ່ນ​ເອງ’”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135–136

ຕອນ​ບ່າຍ​ຂອງ​ວັນ​ທີ 27 ເດືອນ​ມິ​ຖຸ​ນາ, 1844, ໄດ້​ພົບ​ເຫັນ​ໂຈ​ເຊັບ ແລະ ໄຮ​ຣຳ ສະ​ມິດ ຢູ່​ໃນ​ຄຸກ​ອີກ​ເທື່ອ​ໜຶ່ງ, ພ້ອມ​ດ້ວຍ​ຈອນ ເທ​ເລີ ແລະ ວິວ​ເລີດ ຣິ​ເຈີສ໌. ພວກ​ເພິ່ນ​ເຊື່ອ​ວ່າ​ພວກ​ເພິ່ນ​ບໍ່​ມີ​ຄວາມ​ຜິດ​ໃນ​ອາ​ຊະ​ຍາ​ກຳ​ໃດໆ, ແຕ່​ພວກ​ເພິ່ນ​ໄດ້​ຍອມ​ຕົວ​ໃຫ້​ຖືກ​ຈັບ, ຫວັງ​ວ່າ​ຈະ​ຮັກ​ສາ​ໄພ່​ພົນ​ໃນ​ເມືອງ​ນາ​ວູ​ໃຫ້​ປອດ​ໄພ. ມັນ​ບໍ່​ແມ່ນ​ເທື່ອ​ທຳ​ອິດ​ທີ່​ສັດ​ຕູ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເອົາ​ສາດ​ສະ​ດາ​ໂຈ​ເຊັບ​ເຂົ້າ​ຄຸກ, ແຕ່​ເທື່ອ​ນີ້ ເບິ່ງ​ຄື​ວ່າ​ເພິ່ນ​ຮູ້​ວ່າ​ເພິ່ນ​ຈະ​ບໍ່​ໄດ້​ກັບ​ຄືນ​ໄປ​ແບບ​ຍັງ​ມີ​ຊີ​ວິດ. ເພິ່ນ ແລະ ໝູ່​ເພື່ອນ​ຂອງ​ເພິ່ນ​ໄດ້​ພະ​ຍາ​ຍາມ​ປອບ​ໃຈ​ກັນ​ແລະ​ກັນ ໂດຍ​ການ​ອ່ານ​ພຣະ​ຄຳ​ພີ​ມໍ​ມອນ ແລະ ການ​ຮ້ອງ​ເພງ​ສວດ. ແລ້ວ​ພວກ​ເພິ່ນ​ໄດ້​ຍິນ​ສຽງ​ປືນ, ແລະ ພາຍ​ໃນ​ສອງ​ສາມ​ນາ​ທີ ຊີ​ວິດ​ທີ່​ເປັນ​ມະ​ຕະ​ຂອງ​ໂຈ​ເຊັບ ສະ​ມິດ ແລະ ໄຮ​ຣຳ ອ້າຍ​ຂອງ​ເພິ່ນ​ກໍ​ໄດ້​ສິ້ນ​ສຸດ​ລົງ.

ແລະ ມັນ​ຍັງ​ບໍ່​ແມ່ນ​ຈຸດ​ຈົບ​ຂອງ​ອຸ​ດົມ​ການ​ແຫ່ງ​ສະ​ຫວັນ​ທີ່​ພວກ​ເພິ່ນ​ໄດ້​ນ້ອມ​ຮັບ​ເອົາ. ແລະ ມັນ​ກໍ​ບໍ່​ແມ່ນ​ຈຸດ​ຈົບ​ຂອງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ມັນ​ມີ​ວຽກ​ງານ​ຕື່ມ​ອີກ​ທີ່​ຕ້ອງ​ເຮັດ ແລະ ມີ​ການ​ເປີດ​ເຜີຍ​ຕື່ມ​ອີກ​ທີ່​ຈະ​ນຳ​ພາ​ສາດ​ສະ​ໜາ​ຈັກ​ໄປ​ຂ້າງ​ໜ້າ. ຈຸດ​ຈົບ​ຂອງ​ຊີ​ວິດ​ຂອງ​ສາດ​ສະ​ດາ ບໍ່​ແມ່ນ​ຈຸດ​ຈົບ​ຂອງ​ວຽກ​ງານ​ຂອງ​ພຣະ​ເຈົ້າ.

ເບິ່ງ Saints, 1:521–52.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135; 136:37–39

ໂຈ​ເຊັບ ແລະ ໄຮ​ຣຳ ສະ​ມິດ ໄດ້​ຜະ​ນຶກ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເພິ່ນ​ດ້ວຍ​ເລືອດ​ຂອງ​ພວກ​ເພິ່ນ.

ໃຫ້​ຈິນ​ຕະ​ນາ​ການ​ເບິ່ງ​ວ່າ ທ່ານ​ອາດ​ຮູ້​ສຶກ​ແນວ​ໃດ​ຖ້າ​ຫາກ​ວ່າ​ທ່ານ​ໄດ້​ໃຊ້​ຊີ​ວິດ​ຢູ່​ໃນ​ເມືອງ​ນາ​ວູ ຕອນ​ທີ່​ໂຈ​ເຊັບ ແລະ ໄຮ​ຣຳ ສະ​ມິດ ໄດ້​ຖືກ​ຂ້າ ວ່າ​ຊິ​ເປັນ​ແນວ​ໃດ (ເບິ່ງ Saints, 1:554–55). ທ່ານ​ຈະ​ເຂົ້າ​ໃຈ​ເຫດ​ການ​ທີ່​ໜ້າ​ເສົ້າ​ສະ​ຫລົດ​ໃຈ​ນີ້​ແນວ​ໃດ? ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135, ທີ່​ໄດ້​ຖືກ​ຈັດ​ພິມ​ສາມ​ເດືອນ​ຕໍ່​ມາ, ອາດ​ຊ່ວຍ​ໄດ້. ຂະ​ນະ​ທີ່​ທ່ານ​ຄົ້ນ​ຫາ​ໃນ​ພາກ​ນີ້, ໃຫ້​ພິ​ຈາ​ລະ​ນາ​ສິ່ງ​ທີ່​ຈະ​ນຳ​ຄວາມ​ເຂົ້າ​ໃຈ ແລະ ຄວາມ​ໝັ້ນ​ໃຈ​ມາ​ສູ່​ທ່ານ. ທ່ານ​ຈະ​ເວົ້າ​ແນວ​ໃດ​ກັບ​ບາງ​ຄົນ​ທີ່​ຖາມ​ວ່າ, “ເປັນ​ຫຍັງ​ພຣະ​ເຈົ້າ​ຈຶ່ງ​ປ່ອຍ​ໃຫ້​ສາດ​ສະ​ດາ​ຂອງ​ພຣະ​ອົງ​ຖືກ​ຂ້າ?” (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 136:37–39).

ທ່ານ​ຍັງ​ສາ​ມາດ​ຄົ້ນ​ຫາ​ຄຳ ຫລື ວະ​ລີ​ໃນ ພາກ​ທີ 135 ນຳ​ອີກ ທີ່​ດົນ​ໃຈ​ທ່ານ​ໃຫ້​ຊື່​ສັດ​ຕໍ່​ພຣະ​ຄຣິດ​ຈົນ​ເຖິງ​ທີ່​ສຸດ, ດັ່ງ​ທີ່​ໂຈ​ເຊັບ ແລະ ໄຮ​ຣຳ​ໄດ້​ເປັນ.

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 5:21–22; “Remembering the Martyrdom,” ໃນ Revelations in Context, 299–306; Teachings of Presidents of the Church: Joseph Smith (2011), 522–23, 529–40; “Testimony of the Book of Mormon” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

4:39

Testimony of the Book of Mormon

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:3

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ ແລະ ພະ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:3 ລະ​ບຸ​ບາງ​ສິ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ເຮັດ​ສຳ​ເລັດ “ໃນ​ໄລ​ຍະ​ເວ​ລາ​ສັ້ນໆ​ຊາວ​ປີ.” ສິ່ງ​ເຫລົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ທ່ານ ແລະ ຕໍ່​ຄວາມ​ສຳ​ພັນ​ຂອງ​ທ່ານ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ແນວ​ໃດ? ໃຫ້​ພິ​ຈາ​ລະ​ນາ​ວິ​ທີ​ທີ່​ທ່ານ​ຈະ​ປະ​ກອບ​ປະ​ໂຫຍກ​ໃຫ້​ສົມ​ບູນ ເຊັ່ນ​ປະ​ໂຫຍກ​ນີ້: ເພາະ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ, ເຮົາ … ທ່ານ​ອາດ​ບັນ​ທຶກ ແລະ ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ​ກ່ຽວ​ກັບ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ກັບ​ຄົນ​ອື່ນ​ນຳ​ອີກ.

ອີກ​ວິ​ທີ​ໜຶ່ງ​ໃນ​ການ​ຮຽນ​ຮູ້​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ໂຈ​ເຊັບ ສະ​ມິດ ແມ່ນ​ການ​ພະ​ຍາ​ຍາມ​ທີ່​ຈະ​ຂຽນ​ຂ່າວ​ມໍ​ລະ​ນະ​ກຳ ຫລື ຄຳ​ໄວ້​ອາ​ໄລ​ໃຫ້​ເພິ່ນ. ທ່ານ​ຈະ​ເວົ້າ​ຫຍັງ​ເພື່ອ​ສ້າງ​ສັດ​ທາ​ໃນ​ພຣະ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ? ທ່ານ​ອາດ​ຢາກ​ລວມ​ເຫດ​ການ​ສຳ​ຄັນ ຫລື ຄວາມ​ສຳ​ເລັດ​ຕ່າງໆ​ທີ່​ພົບ​ເຫັນ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135 ຫລື ສິ່ງ​ທີ່​ມີ​ກ່າວ​ໄວ້​ໃນ​ແຫລ່ງ​ຊ່ວຍ​ເຫລືອ​ຢູ່​ຂ້າງ​ລຸ່ມ.

ພຣະ​ເຢ​ຊູ​ຄຣິດ​ໄດ້​ເປີດ​ເຜີຍ​ຄວາມ​ຈິງ​ຫລາຍ​ຢ່າງ​ກ່ຽວ​ກັບ​ພຣະ​ອົງ​ເອງ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ຜ່ານ​ທາງ​ໂຈ​ເຊັບ ສະ​ມິດ. ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ໄຕ່​ຕອງ​ປະ​ສົບ​ການ​ທີ່​ທ່ານ​ໄດ້​ມີ ໃນ​ການ​ສຶກ​ສາ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ​ຂອງ​ທ່ານ​ໃນ​ປີ​ນີ້. ຄວາມ​ຈິງ​ໃດ​ທີ່​ໂດດ​ເດັ່ນ​ສຳ​ລັບ​ທ່ານ? ທ່ານ​ອາດ​ຢາກ​ແບ່ງ​ປັນ​ຄວາມ​ຈິງ​ເຫລົ່າ​ນີ້​ກັບ​ຄອບ​ຄົວ​ຂອງ​ທ່ານ, ສະ​ມາ​ຊິກ​ໃນ​ຫ້ອງ​ຮຽນ ຫລື ກຸ່ມ, ຫລື ຄົນ​ອື່ນ ຂະ​ນະ​ທີ່​ທ່ານ​ສຶກ​ສາ​ອາ​ທິດ​ນີ້. ຄວາມ​ຈິງ​ເຫລົ່າ​ນີ້​ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ ແລະ ເຂົ້າ​ໃກ້​ພຣະ​ຜູ້​ເປັນ​ເຈົ້າ​ຫລາຍ​ຂຶ້ນ​ແນວ​ໃດ?

ເບິ່ງ “Joseph Smith: The Prophet of the Restoration” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Tad R. Callister, “Joseph Smith—Prophet of the Restoration,” Liahona, Nov. 2009, 35–37; “ສັນ​ເສີນ​ບຸ​ລຸດ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 54; Topics and Questions, “Joseph Smith,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

62:4

Joseph Smith: The Prophet of the Restoration

ເພງ​ທີ່​ກ່ຽວ​ຂ້ອງ

ການ​ຮ້ອງ​ເພງ​ສວດ​ຕໍ່​ໄປ​ນີ້ ຫລື ການ​ເບິ່ງ​ວິ​ດີ​ໂອ​ເຫລົ່າ​ນີ້ ສາ​ມາດ​ເຊື້ອ​ເຊີນ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ຫລື ດົນ​ໃຈ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວຽກ​ງານ​ຂອງ​ສາດ​ສະ​ດາ ໂຈ​ເຊັບ ສະ​ມິດ ແລະ ການ​ເສຍ​ສະ​ລະ​ຂອງ​ໄພ່​ພົນ​ຜູ້​ທີ່​ສືບ​ຕໍ່​ຫລັງ​ຈາກ​ເພິ່ນ.

A Poor Wayfaring Man of Grief” (Hymns, no. 29). ຂະ​ນະ​ທີ່​ຢູ່​ໃນ​ຄຸກ​ຄາດ​ເທດ, ຈອນ ເທ​ເລີ ໄດ້​ຮ້ອງ​ເພງ​ສວດ​ເພງ​ນີ້.

ສັນ​ເສີນ​ບຸ​ລຸດ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 54; ເບິ່ງ ວິ​ດີ​ໂອ ນຳ​ອີກ). ຂໍ້​ຄວາມ​ຂອງ​ເພງ​ສວດ​ນີ້ ໄດ້​ຖືກ​ຂຽນ​ໄວ້​ເພື່ອ​ຍົກ​ຍ້ອງ​ໂຈ​ເຊັບ ສະ​ມິດ

6:16

Praise to the Man – The Tabernacle Choir at Temple Square

ສິດ​ທິ​ຊົນ​ມາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 2; ເບິ່ງ ວິ​ດີ​ໂອ ນຳ​ອີກ).

4:58

Come, Come, Ye Saints - Mormon Tabernacle Choir

“Faith in Every Footstep” (ເບິ່ງ​ວິ​ດີ​ໂອ).

5:32

Faith in Every Footstep - Mormon Tabernacle Choir

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 136

ເຮົາ​ສາ​ມາດ​ຊ່ວຍ​ບັນ​ລຸ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ເມື່ອ​ເຮົາ​ຕິດ​ຕາມ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ.

ຫລັງ​ຈາກ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ເສຍ​ຊີ​ວິດ, ໄພ່​ພົນ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ເມືອງ​ນາ​ວູ. ບັດ​ນີ້ ພວກ​ເພິ່ນ​ໄດ້​ປະ​ເຊີນ​ກັບ​ການ​ເດີນ​ທາງ​ເປັນ​ໄລ​ຍະ 1,300 ໄມ (2,100 ກມ) ຜ່ານ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທີ່​ໂຫດ​ຮ້າຍ. ບຣິ​ກຳ ຢັງ, ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ກັງ​ວົນ​ກ່ຽວ​ກັບ​ວ່າ ໄພ່​ພົນ​ຈະ​ເອົາ​ຕົວ​ລອດ​ຈາກ​ການ​ເດີນ​ທາງ​ໄດ້​ແນວ​ໃດ. ໃນ​ທີ່​ພັກ​ເຊົາ​ຊົ່ວ​ຄາວ ເອີ້ນ​ວ່າ ວິນ​ເຕີ​ຄວດ​ເຕີສ໌, ເພິ່ນ​ໄດ້​ທູນ​ຂໍ​ການ​ຊີ້​ນຳ. ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມີ​ບັນ​ທຶກ​ໄວ້​ໃນ ພາກ​ທີ 136. “ໂດຍ​ການ​ຊ່ວຍ​ໃຫ້​ໄພ່​ພົນ​ຈົດ​ຈຳ​ວ່າ ການ​ກະ​ທຳ​ຂອງ​ພວກ​ເຂົາ​ໃນ​ລະ​ຫວ່າງ​ການ​ເດີນ​ທາງ​ກໍ​ສຳ​ຄັນ​ເທົ່າໆ​ກັບ​ຈຸດ​ໝາຍ​ປາຍ​ທາງ​ຂອງ​ພວກ​ເຂົາ, ການ​ເປີດ​ເຜີຍ​ໄດ້​ຊ່ວຍ​ປ່ຽນ​ແປງ​ການ​ອົບ​ພະ​ຍົບ​ໄປ​ພາກ​ຕາ​ເວັນ​ຕົກ ຈາກ​ຄວາມ​ຈຳ​ເປັນ​ທີ່​ໂຊກ​ຮ້າຍ ໃຫ້​ເປັນ​ການ​ແບ່ງ​ປັນ​ປະ​ສົບ​ການ​ທາງ​ວິນ​ຍານ​ທີ່​ສຳ​ຄັນ” (“This Shall Be Our Covenant,” Revelations in Context, 308).

ໃຫ້​ເກັບ​ສິ່ງ​ນີ້​ໄວ້​ໃນ​ໃຈ​ຂະ​ນະ​ທີ່​ທ່ານ​ສຶກ​ສາ ພາກ​ທີ 136. ຄຳ​ແນະ​ນຳ​ໃດ​ແດ່​ທີ່​ທ່ານ​ພົບ​ເຫັນ ທີ່​ສາ​ມາດ​ຊ່ວຍ​ປ່ຽນ​ການ​ທົດ​ລອງ​ອັນ​ຍາກ​ລຳ​ບາກ​ໃນ​ຊີ​ວິດ​ຂອງ​ທ່ານ​ເປັນ​ການ​ໃຫ້ “ປະ​ສົບ​ການ … ທາງ​ວິນ​ຍານ​ທີ່​ສຳ​ຄັນ”? ທ່ານ​ອາດ​ໄຕ່​ຕອງ​ເຖິງ​ວິ​ທີ​ທີ່​ຄຳ​ແນະ​ນຳ​ນີ້​ສາ​ມາດ​ຊ່ວຍ​ໃຫ້​ທ່ານ​ບັນ​ລຸ​ພຣະ​ປະ​ສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ຊີ​ວິດ​ຂອງ​ທ່ານ​ເອງ​ແນວ​ໃດ, ດັ່ງ​ທີ່​ມັນ​ໄດ້​ຊ່ວຍ​ເຫລືອ​ໄພ່​ພົນ​ລຸ້ນ​ທຳ​ອິດ​ໃຫ້​ຕັດ​ສິນ​ໃຈ​ເດີນ​ທາງ​ຂອງ​ພວກ​ເຂົາ.

ເບິ່ງ “This Shall Be Our Covenant,” ໃນ Revelations in Context, 307–14; “ສິດ​ທິ​ຊົນ​ມາ,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 2; Church History Topics, “Succession of Church Leadership,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຮູບ​ແຕ້ມ​ຂອງ ວິນ​ເຕີ​ຄວດ​ເຕີສ໌

ລາຍ​ລະ​ອຽດ​ຈາກ WinterQuarters [ວິນ​ເຕີ​ຄວດ​ເຕີສ໌], ໂດຍ ກະ​ເຣກ ອໍ​ເຊັນ

ໄອ​ຄອນ 02 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:1–2, 4–5

ໂຈ​ເຊັບ ແລະ ໄຮ​ຣຳ ສະ​ມິດ ໄດ້​ຍອມ​ມອບ​ຊີ​ວິດ​ຂອງ​ພວກ​ເພິ່ນ​ເພື່ອ​ພຣະ​ເຢ​ຊູ​ຄຣິດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

  • ສະ​ຫລຸບ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:1 ໃຫ້​ລູກໆ​ຂອງ​ທ່ານ​ຟັງ ຫລື ແບ່ງ​ປັນ “ບົດ​ທີ 57: ສາດ​ສະ​ດາ​ຖືກ​ຂ້າ” (ໃນ ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 201–5, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ນີ້​ສາ​ມາດ​ເປັນ​ໂອ​ກາດ​ທີ່​ດີ​ສຳ​ລັບ​ທ່ານ ແລະ ລູກໆ​ຂອງ​ທ່ານ​ທີ່​ຈະ​ແບ່ງ​ປັນ​ຄວາມ​ຮູ້​ສຶກ​ຂອງ​ທ່ານ​ກ່ຽວ​ກັບ​ການ​ເສຍ​ສະ​ລະ​ທີ່​ໂຈ​ເຊັບ ແລະ ໄຮ​ຣຳ ສະ​ມິດ ໄດ້​ກະ​ທຳ​ເພື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ.

    3:21

    Chapter 57: The Prophet Is Killed: June 1844

  • ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:4–5 ກ່າວ​ວ່າ ໄຮ​ຣຳ ສະ​ມິດ ໄດ້​ອ່ານ​ຂໍ້​ຄວາມ​ຈາກ​ພຣະ​ຄຳ​ພີ​ມໍ​ມອນ ກ່ອນ​ທີ່​ເພິ່ນ​ຈະ​ໄປ​ຄຸກ​ຄາດ​ເທດ. ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ອ່ານ​ຂໍ້​ຄວາມ​ນີ້​ນຳ​ກັນ​ໄດ້ (ເບິ່ງ ອີ​ເທີ 12:36–38). ຂໍ້​ເຫລົ່າ​ນີ້​ສາ​ມາດ​ຊ່ວຍ​ປອບ​ໂຍນ​ໄຮ​ຣຳ​ແນວ​ໃດ? ທ່ານ​ຍັງ​ສາ​ມາດ​ແບ່ງ​ປັນ​ຂໍ້​ພຣະ​ຄຳ​ພີ​ທີ່​ນຳ​ຄວາມ​ປອບ​ໂຍນ​ມາ​ສູ່​ທ່ານ ເມື່ອ​ທ່ານ​ກັງ​ວົນ ຫລື ໂສກ​ເສົ້າ.

  • ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ຮູບ​ຂອງ​ບັນ​ດາ​ສາດ​ສະ​ດາ (ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 7, 14, 67) ແລະ ເວົ້າ​ລົມ​ກ່ຽວ​ກັບ​ບາງ​ສິ່ງ​ທີ່​ພຣະ​ເຈົ້າ​ຂໍ​ໃຫ້​ບັນ​ດາ​ສາດ​ສະ​ດາ​ເຮັດ. ສາດ​ສະ​ດາ​ເຫລົ່າ​ນີ້​ໄດ້​ເສຍ​ສະ​ລະ​ຫຍັງ​ແດ່​ກ່ຽວ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ?

    The Old Testament prophet Noah standing on a log as he preaches to a group of assembled people. The people are laughing and mocking Noah. The partially completed ark is visible in the background.

ຢູ່​ໃນ​ບ້ານ, ການ​ຮຽນ​ຮູ້ ແລະ ການ​ດຳ​ລົງ​ຊີ​ວິດ​ແມ່ນ​ແຍກ​ອອກ​ຈາກ​ກັນ​ບໍ່​ໄດ້. “ພຣະ​ກິດ​ຕິ​ຄຸນ​ມີ​ຄວາມ​ກ່ຽວ​ຂ້ອງ​ໂດຍ​ກົງ​ໃນ​ບ້ານ. ຄົນ​ໃນ​ນັ້ນ​ທີ່​ທ່ານ​ກຳ​ລັງ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ​ນຳ ຄື​ຄົນ​ທີ່​ທ່ານ​ຈະ​ໃຊ້​ຊີ​ວິດ​ຢູ່​ນຳ​ກັນ—ທຸກ​ມື້. ແທ້​ຈິງ​ແລ້ວ, ສ່ວນ​ຫລາຍ, ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ ຄື​ວິ​ທີ​ທີ່​ເຮົາ​ຮຽນ​ຮູ້​ພຣະ​ກິດ​ຕິ​ຄຸນ” (ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, 31).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:3

ໂຈ​ເຊັບ ສະ​ມິດ ເປັນ​ສາດ​ສະ​ດາ ແລະ ພະ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຈື່ ແລະ ຊາບ​ຊຶ້ງ​ຕໍ່​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ອວຍ​ພອນ​ເຮົາ​ຜ່ານ​ທາງ​ພາ​ລະ​ກິດ​ຂອງ​ໂຈ​ເຊັບ ສະ​ມິດ, ທ່ານ​ສາ​ມາດ​ສະ​ແດງ​ສິ່ງ​ທີ່​ເປັນ​ຕົວ​ແທນ​ໃຫ້​ກັບ​ສິ່ງ​ທີ່​ໂຈ​ເຊັບ​ໄດ້​ເຮັດ, ເຊັ່ນ ພຣະ​ຄຳ​ພີ​ມໍ​ມອນ, ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, ຫລື ຮູບ​ຂອງ​ພຣະ​ວິ​ຫານ (ເບິ່ງ ໜ້າ​ກິດ​ຈະ​ກຳ ຂອງ​ອາ​ທິດ​ນີ້​ນຳ​ອີກ). ແລ້ວ​ລູກໆ​ຂອງ​ທ່ານ​ສາ​ມາດ​ເບິ່ງ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 135:3 ເພື່ອ​ຊອກ​ຫາ​ບາງ​ສິ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ເຮັດ​ເພື່ອ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ​ຫລາຍ​ຍິ່ງ​ຂຶ້ນ. ເຊື້ອ​ເຊີນ​ໃຫ້​ລູກໆ​ຂອງ​ທ່ານ​ແບ່ງ​ປັນ​ວ່າ ເປັນ​ຫຍັງ​ພວກ​ເຂົາ​ຈຶ່ງ​ກະ​ຕັນ​ຍູ​ຕໍ່​ສິ່ງ​ເຫລົ່າ​ນີ້.

ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ

American Prophet [ສາດ​ສະ​ດາ​ຊາວ​ອາ​ເມ​ຣິ​ກາ], ໂດຍ ແດວ ພາ​ສັນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 136

ພຣະ​ຜູ້​ເປັນ​ເຈົ້າ​ອວຍ​ພອນ​ເຮົາ ເມື່ອ​ເຮົາ​ກຳ​ລັງ​ດີ້ນ​ຮົນ.

  • ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ວາງ​ຮູບ​ຂອງ​ພຣະ​ວິ​ຫານ​ນາ​ວູ​ຢູ່​ຟາກ​ໜຶ່ງ​ຂອງ​ຫ້ອງ ແລະ ສ້າງ​ທີ່​ພັກ​ອາ​ໄສ​ທີ່​ລຽບ​ງ່າຍ​ຢູ່​ອີກ​ຟາກ​ໜຶ່ງ. ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ເຕົ້າ​ໂຮມ​ກັນ​ຢູ່​ໃກ້ໆ​ຮູບ​ນັ້ນ, ແລະ ບອກ​ພວກ​ເຂົາ​ກ່ຽວ​ກັບ​ໄພ່​ພົນ​ທີ່​ຕ້ອງ​ໄດ້​ອອກ​ຈາກ​ເມືອງ​ນາ​ວູ ຫລັງ​ຈາກ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ເສຍ​ຊີ​ວິດ (ເບິ່ງ ບົດ​ທີ 58, 60, ແລະ 62 ໃນ ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 206–8, 211–16, 222–24, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ເນັ້ນ​ໜັກ​ເຖິງ​ສັດ​ທາ​ທີ່​ໄພ່​ພົນ​ເຫລົ່າ​ນີ້​ມີ​ໃນ​ພຣະ​ເຢ​ຊູ​ຄຣິດ, ແລະ ເຊື້ອ​ເຊີນ​ລູກໆ​ຂອງ​ທ່ານ​ໃຫ້​ຍ່າງ​ໄປ​ຫາ​ທີ່​ພັກ​ອາ​ໄສ ເພື່ອ​ເປັນ​ຕົວ​ແທນ​ເຖິງ​ການ​ເດີນ​ທາງ​ໄປ​ຫາ​ວິນ​ເຕີ​ຄວດ​ເຕີສ໌. ພວກ​ເຂົາ​ສາ​ມາດ​ຮ້ອງ​ເພງ​ເຊັ່ນ “ສິດ​ທິ​ຊົນ​ມາ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 2) ຂະ​ນະ​ທີ່​ພວກ​ເຂົາ​ຍ່າງ​ໄປ.

    1:31

    Chapter 58: A New Leader for the Church: July–August 1844

    3:51

    Chapter 60: The Saints Leave Nauvoo: September 1845–September 1846

    2:29

    Chapter 62: The Saints Establish Winter Quarters: 1846–1847

  • ອະ​ທິ​ບາຍ​ວ່າ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 136, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະ​ທານ​ຄຳ​ແນະ​ນຳ​ເພື່ອ​ຊ່ວຍ​ໄພ່​ພົນ​ໃນ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ​ສູ່​ຫ່ອມ​ພູ​ເຊົາ​ເລັກ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ບາງ​ຢ່າງ​ໃນ​ການ​ເປີດ​ເຜີຍ​ນີ້​ທີ່​ສາ​ມາດ​ໃຫ້​ຄວາມ​ກ້າ​ຫານ​ແກ່​ພວກ​ເຂົາ​ສຳ​ລັບ​ການ​ເດີນ​ທາງ​ນີ້ (ເບິ່ງ ຂໍ້​ທີ 4, 10–11, 18–30). ຄຳ​ແນະ​ນຳ​ນີ້​ສາ​ມາດ​ຊ່ວຍ​ເຮົາ​ໃນ​ການ​ທົດ​ລອງ​ທີ່​ເຮົາ​ປະ​ເຊີນ​ໃນ​ສະ​ໄໝ​ນີ້​ໄດ້​ແນວ​ໃດ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ກຸ່ມ​ອັນ​ຕະ​ພານ​ໂຈມ​ຕີ​ໂຈ​ເຊັບ ສະ​ມິດ ແລະ ຄົນ​ອື໋ນໆ​ໃນ​ຄຸກ​ຄາດ​ເທດ

Greater Love Hath No Man [ບໍ່​ມີ​ຜູ້​ໃດ​ມີ​ຄວາມ​ຮັກ​ຍິ່ງ​ໃຫຍ່​ກວ່າ​ນີ້], ໂດຍ ເຄ​ຊີ ຈາຍສ໌

ໜ້າ​ກິດ​ຈະ​ກຳ​ສຳ​ລັບ​ເດັກ​ນ້ອຍ