“ວັນທີ 10–16 ເດືອນພະຈິກ: ‘ເຮົາເຫັນການເສຍສະລະຂອງເຈົ້າໃນການເຊື່ອຟັງ’: ຄຳສອນ ແລະ ພັນທະສັນຍາ 129–132,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຄຳສອນ ແລະ ພັນທະສັນຍາ 129–132,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
ລາຍລະອຽດຈາກ Joseph Smith in Nauvoo, 1840 [ໂຈເຊັບ ສະມິດ ຢູ່ໃນເມືອງນາວູ, 1840], ໂດຍ ເຕຍດໍ ໂກຄາ
ວັນທີ 10–16 ເດືອນພະຈິກ: “ເຮົາເຫັນການເສຍສະລະຂອງເຈົ້າໃນການເຊື່ອຟັງ”
ຄຳສອນ ແລະ ພັນທະສັນຍາ 129–132
ໂດຍຜ່ານທາງໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ນຳເອົາຄວາມລຶກລັບບາງຢ່າງອອກມາຈາກນິລັນດອນ. ຄວາມຍິ່ງໃຫຍ່ຂອງພຣະເຈົ້າ, ລັດສະໝີພາບແຫ່ງສະຫວັນ, ແລະ ຄວາມກວ້າງໃຫຍ່ໄພສານຂອງນິລັນດອນສາມາດເບິ່ງຄ້າຍຄືກັບຄວາມສະຫວ່າງຂອງພຣະກິດຕິຄຸນທີ່ຖືກຟື້ນຟູ, ແມ່ນແຕ່ກັບຈິດໃຈທີ່ມີຄວາມຈຳກັດຄືກັບເຮົາ. ການເປີດເຜີຍໃນ ຄຳສອນ ແລະ ພັນທະສັນຍາ 129–32 ຄືຕົວຢ່າງທີ່ດີ. ພຣະເຈົ້າເປັນແນວໃດ? ພຣະອົງ “ມີພຣະກາຍ … ດັ່ງຂອງມະນຸດ.” ສະຫວັນເປັນແບບໃດ? “ສັງຄົມດຽວກັນທີ່ມີຢູ່ໃນບັນດາພວກເຮົາຢູ່ທີ່ນີ້ ຈະມີຢູ່ໃນບັນດາພວກເຮົາຢູ່ທີ່ນັ້ນ” (ຄຳສອນ ແລະ ພັນທະສັນຍາ 130: 22, 2). ຕາມຈິງແລ້ວ, ຄວາມຈິງຢ່າງໜຶ່ງທີ່ໜ້າຊື່ນຊົມຍິນດີທີ່ສຸດກ່ຽວກັບສະຫວັນຄືມັນສາມາດລວມທັງຄວາມສຳພັນໃນຄອບຄົວອັນເປັນທີ່ຮັກຂອງເຮົາເຂົ້ານຳກັນ, ຖ້າວ່າໄດ້ຖືກຜະນຶກໂດຍອຳນາດທີ່ເໝາະສົມ. ຄວາມຈິງແບບນີ້ ສາມາດເຮັດໃຫ້ສະຫວັນຢູ່ໃກ້ເຮົາຫລາຍຂຶ້ນ—ສະຫງ່າລາສີ ແຕ່ເອື້ອມເຖິງໄດ້.
ແຕ່ແລ້ວ, ບາງເທື່ອພຣະເຈົ້າອາດຂໍໃຫ້ເຮົາເຮັດບາງສິ່ງທີ່ບໍ່ຄ່ອຍສະບາຍໃຈ ແລະ ຢູ່ໄກເກີນເອື້ອມ. ສຳລັບໄພ່ພົນລຸ້ນທຳອິດຫລາຍຄົນ, ການແຕ່ງເມຍຫລາຍຄົນໄດ້ເປັນພຣະບັນຍັດຂໍ້ໜຶ່ງເຊັ່ນນັ້ນ. ມັນເປັນການທົດລອງທີ່ໜັກໜ່ວງສຳລັບໂຈເຊັບ ສະມິດ, ເອມມາ ພັນລະຍາຂອງເພິ່ນ, ແລະ ທຸກຄົນທີ່ໄດ້ຮັບພຣະບັນຍັດຂໍ້ນີ້. ໃນການຜ່ານຜ່າການທົດລອງຂໍ້ນີ້, ເຂົາເຈົ້າຕ້ອງມີຄວາມຮູ້ສຶກຫລາຍກວ່າທີ່ມີກ່ຽວກັບພຣະກິດຕິຄຸນທີ່ຟື້ນຟູ; ເຂົາເຈົ້າຕ້ອງມີສັດທາໃນພຣະເຈົ້າເກີນກວ່າຄວາມປາດຖະໜາ. ພຣະບັນຍັດດັ່ງກ່າວບໍ່ມີອີກຕໍ່ໄປ, ແຕ່ຕົວຢ່າງທີ່ຊື່ສັດຂອງຜູ້ທີ່ໄດ້ດຳລົງຊີວິດຕາມນັ້ນຍັງມີຢູ່ຕໍ່ໄປ. ແລະ ຕົວຢ່າງນີ້ດົນໃຈເຮົາ ເມື່ອເຮົາຖືກຂໍໃຫ້ທຳການ “ເສຍສະລະໃນການເຊື່ອຟັງ” ຂອງເຮົາ (ຄຳສອນ ແລະ ພັນທະສັນຍາ 132:50).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ຄຳສອນ ແລະ ພັນທະສັນຍາ 130–132
ພຣະເຈົ້າຕ້ອງການໃຫ້ລູກໆຂອງພຣະອົງໄດ້ຮັບຄວາມສູງສົ່ງ.
ຍັງມີຫລາຍສິ່ງຫລາຍຢ່າງທີ່ເຮົາບໍ່ຮູ້ຈັກກ່ຽວກັບຄວາມສູງສົ່ງ ຫລື ຊີວິດໃນລະດັບສູງສຸດແຫ່ງອານາຈັກຊັ້ນສູງ—ຊີວິດແບບທີ່ພຣະເຈົ້າຊົງດຳລົງຢູ່. ສ່ວນໃຫຍ່ອາດຈະເກີນກວ່າຄວາມສາມາດໃນປະຈຸບັນຂອງເຮົາທີ່ຈະເຂົ້າໃຈໄດ້. ແຕ່ພຣະຜູ້ເປັນເຈົ້າໄດ້ເປີດເຜີຍຮ່ອງຮອຍທີ່ລ້ຳຄ່າບາງຢ່າງ, ແລະ ຫລາຍຢ່າງແມ່ນສາມາດພົບເຫັນໄດ້ໃນ ຄຳສອນ ແລະ ພັນທະສັນຍາ 130–32. ທ່ານອາດຈະອ່ານດ້ວຍຄຳຖາມເຫລົ່ານີ້ຢູ່ໃນໃຈວ່າ: ເຮົາຮຽນຮູ້ຫຍັງແດ່ກ່ຽວກັບພຣະເຈົ້າ? ເຮົາຮຽນຮູ້ຫຍັງແດ່ກ່ຽວກັບຊີວິດຫລັງຈາກຊ່ວງມະຕະ? ຂໍ້ມູນກ່ຽວກັບຊີວິດນິລັນດອນນີ້ເປັນພອນໃຫ້ແກ່ຊີວິດຂອງເຮົາໄດ້ແນວໃດ?
ເບິ່ງ “Our Hearts Rejoiced to Hear Him Speak,” ໃນ Revelations in Context, 277–80 ນຳອີກ.
ຄຳສອນ ແລະ ພັນທະສັນຍາ 130:20–21; 132:5
ພຣະເຈົ້າໃຫ້ພອນແກ່ຜູ້ຄົນທີ່ເຊື່ອຟັງກົດຂອງພຣະອົງ.
ທ່ານຈະກ່າວແນວໃດ, ໃນຄຳເວົ້າຂອງທ່ານເອງ, ວ່າພຣະຜູ້ເປັນເຈົ້າໄດ້ສິດສອນຫຍັງແດ່ໃນ ຄຳສອນ ແລະ ພັນທະສັນຍາ 130:20–21 ແລະ 132:5? ໄຕ່ຕອງວ່າຫລັກທຳນີ້ໄດ້ສະແດງໃຫ້ເຫັນແນວໃດໃນຊີວິດຂອງທ່ານ.
ບາງຄັ້ງ, ເຖິງແມ່ນວ່າເມື່ອເຮົາເຊື່ອຟັງຕໍ່ພຣະເຈົ້າ, ພອນທີ່ເຮົາຫວັງທີ່ຈະໄດ້ຮັບກໍບໍ່ເກີດຂຶ້ນມາທັນທີທັນໃດ. ທ່ານຈະຮັກສາສັດທາ ແລະ ຄວາມຫວັງຂອງທ່ານໄວ້ແນວໃດເມື່ອສິ່ງນີ້ເກີດຂຶ້ນ? ໃຫ້ຊອກຫາຄວາມຮູ້ແຈ້ງໄດ້ໃນຂ່າວສານຂອງແອວເດີ ດີ ທອດ ຄຣິສໂຕເຟີສັນ “Our Relationship with God” (Liahona, May 2022, 78–80).
ເບິ່ງ 1 ນີໄຟ 17:35; ຄຳສອນ ແລະ ພັນທະສັນຍາ 82:10 ນຳອີກ.
ຄຳສອນ ແລະ ພັນທະສັນຍາ 132:13–21
ພຣະບິດາເທິງສະຫວັນໄດ້ເຮັດໃຫ້ເປັນໄປໄດ້ສຳລັບຄອບຄົວທີ່ຈະເປັນນິລັນດອນ.
ຜ່ານທາງສາດສະດາໂຈເຊັບ ສະມິດ, ພຣະຜູ້ເປັນເຈົ້າໄດ້ຟື້ນຟູຄວາມຈິງທີ່ຄວາມສຳພັນຂອງການແຕ່ງງານ ແລະ ຄອບຄົວສາມາດເປັນນິລັນດອນໄດ້. ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 132:13–21, ໃຫ້ຊອກຫາວະລີທີ່ຈະຊ່ວຍໃຫ້ທ່ານເຂົ້າໃຈເຖິງຄວາມແຕກຕ່າງລະຫວ່າງສິ່ງທີ່ຈະ “ຄົງຢູ່” ນິລັນດອນ ແລະ ສິ່ງທີ່ຈະບໍ່ຄົງຢູ່. ທ່ານຄິດວ່າຄວາມສຳພັນຂອງການແຕ່ງງານ “ໂດຍ [ພຣະຜູ້ເປັນເຈົ້າ]” ມີຄວາມໝາຍວ່າແນວໃດ? (ຂໍ້ທີ 14).
ໃນຂ່າວສານຂອງເພິ່ນ “In Praise of Those Who Save,” ປະທານດີເດີ ແອັຟ ອຸກດອບ ໄດ້ປຽບທຽບຄວາມສຳພັນຂອງການແຕ່ງງານນິລັນດອນກັບສິ່ງຂອງທີ່ “ຖິ້ມໄປຫລັງຈາກໃຊ້ແລ້ວ” (Liahona, May 2016, 77–78). ການປຽບທຽບນີ້ສິດສອນທ່ານຫຍັງແດ່ກ່ຽວກັບວິທີທີ່ຈະບຳລຸງລ້ຽງ—ຫລື ກຽມພ້ອມ—ສຳລັບຄວາມສຳພັນຂອງການແຕ່ງງານ? ໃຫ້ຄິດກ່ຽວກັບຄວາມສຳພັນຂອງຄອບຄົວທ່ານ—ໃນຕອນນີ້ ແລະ ໃນອະນາຄົດ—ຂະນະທີ່ທ່ານອ່ານຂ່າວສານຂອງແອວເດີອຸກດອບ. ທ່ານພົບເຫັນຫຍັງແດ່ຢູ່ໃນຂ່າວສານນັ້ນທີ່ໃຫ້ຄວາມຫວັງແກ່ທ່ານໃນພຣະຄຣິດສຳລັບຄວາມສຳພັນຂອງຄອບຄົວທ່ານ?
ປະທານເຮັນຣີ ບີ ໄອຣິງ ໄດ້ແບ່ງປັນຄຳແນະນຳນີ້ທີ່ເພິ່ນໄດ້ຮັບເມື່ອເພິ່ນມີຄວາມເປັນຫ່ວງເປັນໃຍກ່ຽວກັບສະຖານະການຢູ່ໃນຄອບຄົວຂອງເພິ່ນເອງວ່າ: “ຂໍໃຫ້ເຈົ້າພຽງແຕ່ດຳລົງຊີວິດໃຫ້ມີຄ່າຄວນຕໍ່ອານາຈັກຊັ້ນສູງກໍພໍແລ້ວ, ແລະ ການຈັດຕຽມຂອງຄອບຄົວຈະເລີດກວ່າທີ່ເຈົ້າຈິນຕະນາການໄດ້” (ໃນ “A Home Where the Spirit of the Lord Dwells,” Liahona, May 2019, 25). ຄຳແນະນຳນີ້ສາມາດຊ່ວຍທ່ານ ຫລື ຂອງບາງຄົນທີ່ທ່ານຮູ້ຈັກໄດ້ແນວໃດ?
ເບິ່ງ “Families Can Be Together Forever,” Hymns, no. 300; Topics and Questions, “Marriage,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ການແຕ່ງງານສາມາດຖືກຜະນຶກໄວ້ຊົ່ວນິລັນດອນຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ.
ຄຳສອນ ແລະ ພັນທະສັນຍາ 132:1–2, 29–40
ການແຕ່ງເມຍຫລາຍຄົນຖືກຮັບຮູ້ຈາກພຣະເຈົ້າ ພຽງແຕ່ເມື່ອພຣະອົງບັນຊາໃຫ້ເຮັດເທົ່ານັ້ນ.
ຫລາຍຄົນທີ່ໄດ້ອ່ານພຣະຄຳພີເດີມສົງໄສກ່ຽວກັບອັບຣາຮາມ, ຢາໂຄບ, ໂມເຊ, ແລະ ຄົນອື່ນໆ ທີ່ໄດ້ເອົາເມຍຫລາຍຄົນ. ຜູ້ຮັບໃຊ້ຂອງພຣະຜູ້ເປັນເຈົ້າເຫລົ່ານີ້ຖືວ່າລ່ວງປະເວນີບໍ? ພຣະເຈົ້າເຫັນພ້ອມກັບການແຕ່ງງານຂອງພວກເພິ່ນບໍ? ໂຈເຊັບ ສະມິດ ກໍມີຄຳຖາມທີ່ຄ້າຍຄືກັນນີ້. ໃຫ້ຊອກຫາຄຳຕອບທີ່ພຣະເຈົ້າໄດ້ໃຫ້ໄວ້ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 132:1–2, 29–40.
ການແຕ່ງງານລະຫວ່າງຊາຍຄົນໜຶ່ງ ແລະ ຍິງຄົນໜຶ່ງແມ່ນມາດຕະຖານຂອງການແຕ່ງງານຂອງພຣະເຈົ້າ (ເບິ່ງ ຫົວຂໍ້ພາກຂອງ ຂໍ້ປະກາດຢ່າງເປັນທາງການ 1; ຢາໂຄບ 2:27, 30). ເຖິງຢ່າງໃດກໍຕາມ, ມັນມີຊ່ວງເວລາເມື່ອພຣະເຈົ້າໄດ້ບັນຊາລູກໆຂອງພຣະອົງໃຫ້ມີການແຕ່ງເມຍຫລາຍຄົນ.
ໃນຕອນຕົ້ນຂອງການຟື້ນຟູສາດສະໜາຈັກ ມັນໄດ້ເປັນຊ່ວງໄລຍະເຫລົ່ານັ້ນທີ່ຖືກອະນຸຍາດໃຫ້ເຮັດ. ຖ້າຫາກທ່ານຢາກຮຽນຮູ້ຕື່ມອີກກ່ຽວກັບການແຕ່ງເມຍຫລາຍຄົນໃນທ່າມກາງໄພ່ພົນຍຸກສຸດທ້າຍລຸ້ນທຳອິດ, ໃຫ້ເບິ່ງ “Mercy Thompson and the Revelation on Marriage” (ໃນ Revelations in Context, 281–93); Saints, 1:290–92, 432–35, 482–92, 502–4; Topics and Questions, “Plural Marriage in The Church of Jesus Christ of Latter-day Saints,” ຫ້ອງສະໝຸດພຣະກິດຕິຄຸນ; “Why Was It Necessary for Joseph Smith and Others to Practice Polygamy?” (ວິດີໂອ), ChurchofJesusChrist.org.
Why was it necessary for Joseph Smith and others to practice polygamy?
ແນວຄິດສຳລັບການສິດສອນເດັກນ້ອຍ
ຄຳສອນ ແລະ ພັນທະສັນຍາ 130:2, 18–19; 132:13, 19
ພຣະບິດາເທິງສະຫວັນປະສົງໃຫ້ເຮົາເອົາໃຈໃສ່ສິ່ງທີ່ເປັນນິລັນດອນ.
-
ຄຳສອນ ແລະ ພັນທະສັນຍາ 132:13 ສິດສອນເຮົາຫຍັງແດ່ກ່ຽວກັບສິ່ງທີ່ເປັນຂອງໂລກ? ບາງທີໃຫ້ທ່ານ ແລະ ລູກໆຂອງທ່ານເອົາຂອງໃສ່ຫີບເຄື່ອງ ຫລື ຖົງເປ້ ອັນທີ່ເປັນຕົວແທນໃຫ້ແກ່ສິ່ງທີ່, ອີງຕາມ ຄຳສອນ ແລະ ພັນທະສັນຍາ 130:2, 18–19; 132:19, ເຮົາສາມາດເອົາໄປນຳໄດ້ສູ່ຊີວິດໜ້າ.
ຄຳສອນ ແລະ ພັນທະສັນຍາ 130:20-21; 132:5, 21–23
ພຣະເຈົ້າໃຫ້ພອນແກ່ເຮົາຂະນະທີ່ເຮົາເຊື່ອຟັງກົດຂອງພຣະອົງ.
-
ບາງທີການປຽບທຽບທີ່ງ່າຍໆອາດຊ່ວຍສິດສອນລູກໆຂອງທ່ານໃຫ້ເຊື່ອຟັງພຣະບັນຍັດຂອງພຣະເຈົ້າ. ຍົກຕົວຢ່າງເຊັ່ນ, ທ່ານອາດຈະຂໍໃຫ້ພວກເຂົາບອກທິດທາງໃຫ້ກັບທ່ານທີ່ຈະຍ່າງໄປບ່ອນໃດບ່ອນໜຶ່ງ, ເຊັ່ນໄປໂຮງຮຽນ ຫລື ໄປທີ່ອາຄານໂບດ. ມັນຈະເກີດຫຍັງຂຶ້ນຖ້າເຮົາບໍ່ໄປຕາມທິດທາງທີ່ໃຫ້ມາ? ຈາກນັ້ນພວກທ່ານກໍສາມາດອ່ານ ຄຳສອນ ແລະ ພັນທະສັນຍາ 130:21 ແລະ ປຽບທຽບທິດທາງເຫລົ່ານີ້ກັບພຣະບັນຍັດຂອງພຣະເຈົ້າທີ່ມອບໃຫ້ກັບເຮົາ.
-
ພວກທ່ານອາດຈະຮ້ອງເພງກ່ຽວກັບການເຊື່ອຟັງນຳກັນ, ເຊັ່ນ “ສອນເຮົາຍ່າງໃນແສງ” (ເພງສວດ ແລະ ເພງຂອງເດັກນ້ອຍ, 72), ແລະ ຊອກຫາຄຳເວົ້າຕ່າງໆໃນ ຄຳສອນ ແລະ ພັນທະສັນຍາ 130:20–21 ແລະ 132:5 ທີ່ມີຄວາມໝາຍຄ້າຍຄືກັນກັບເນື້ອໃນຂອງເພງ. ພຣະເຈົ້າຈະອວຍພອນເຮົາແນວໃດຂະນະທີ່ເຮົາພະຍາຍາມຮັກສາພຣະບັນຍັດຂອງພຣະອົງ?
ຄຳສອນ ແລະ ພັນທະສັນຍາ 130:22
ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດມີພຣະກາຍທີ່ເປັນອະມະຕະ.
-
ຫລັງຈາກທີ່ອ່ານ ຄຳສອນ ແລະ ພັນທະສັນຍາ 130:22 ນຳກັນ, ທ່ານ ແລະ ລູກໆຂອງທ່ານສາມາດເບິ່ງຮູບພາບຂອງພຣະເຢຊູຄຣິດ ແລະ ຊີ້ໃສ່ພຣະເນດ, ພຣະໂອດ, ແລະ ພາກສ່ວນອື່ນໆຂອງພຣະກາຍຂອງພຣະອົງ. ແລ້ວລູກໆຂອງທ່ານກໍສາມາດຊີ້ໃສ່ສ່ວນທີ່ຄືກັນຂອງຮ່າງກາຍຂອງພວກເຂົາເອງ. ບອກໃຫ້ພວກເຂົາໃຫ້ຮູ້ວ່າເປັນຫຍັງມັນຈຶ່ງສຳຄັນສຳລັບເຮົາທີ່ຈະຮູ້ວ່າຮ່າງກາຍຂອງເຮົາກໍເປັນເໝືອນດັ່ງພຣະກາຍຂອງພຣະບິດາເທິງສະຫວັນ ແລະ ພຣະເຢຊູ.
ຍ້ອນພິທີການຕ່າງໆໃນບ້ານຂອງພຣະຜູ້ເປັນເຈົ້າ, ຄອບຄົວຈຶ່ງສາມາດຢູ່ນຳກັນຊົ່ວນິລັນດອນ.
ຄຳສອນ ແລະ ພັນທະສັນຍາ 132:19
ພຣະບິດາເທິງສະຫວັນໄດ້ເຮັດໃຫ້ເປັນໄປໄດ້ສຳລັບຄອບຄົວທີ່ຈະຢູ່ນຳກັນຊົ່ວນິລັນດອນ.
-
ຊ່ວຍລູກໆຂອງທ່ານໃຫ້ຊອກຫາສິ່ງຂອງທີ່ບໍ່ສາມາດຄົງຢູ່ຕະຫລອດໄປ—ອາຫານທີ່ເນົ່າບູດ, ດອກໄມ້ທີ່ຫ່ຽວແຫ້ງ, ແລະ ອື່ນໆ. ແລ້ວໃຫ້ເບິ່ງ ຄຳສອນ ແລະ ພັນທະສັນຍາ 132:19 ນຳກັນ ແລະ ໃຫ້ຊອກຫາວະລີສຳຄັນເຊັ່ນ “ພັນທະສັນຍາອັນເປັນນິດ,” “ຜະນຶກ,” “ຕະຫລອດຊົ່ວນິລັນດອນ,” ແລະ “ຕະຫລອດການ ແລະ ຕະຫລອດໄປ.” (ເບິ່ງ “ບົດທີ 55: ການເປີດເຜີຍກ່ຽວກັບການແຕ່ງງານ,” ໃນ ເລື່ອງຄຳສອນ ແລະ ພັນທະສັນຍາ, 198, ຫລື ວິດີໂອທີ່ກ່ຽວຂ້ອງ ໃນຫ້ອງສະໝຸດພຣະກິດຕິຄຸນ ນຳອີກ). ທ່ານຍັງສາມາດເບິ່ງຮູບຖ່າຍຂອງຄອບຄົວທ່ານ ແລະ ເປັນພະຍານວ່າພຣະຜູ້ເປັນເຈົ້າໄດ້ເຮັດໃຫ້ເປັນໄປໄດ້, ສຳລັບຄອບຄົວທີ່ຈະຢູ່ນຳກັນຊົ່ວນິລັນດອນ, ຜ່ານທາງພິທີການ ແລະ ພັນທະສັນຍາຕ່າງໆໃນພຣະວິຫານ.
Chapter 55: A Revelation about Marriage: July 1843
ຈົ່ງໃສ່ໃຈສະຖານະການຂອງຄອບຄົວ. “ເດັກນ້ອຍໃນທຸກວັນນີ້ພົບເຫັນຕົວເອງຢູ່ໃນໂຄງຮ່າງຂອງຄອບຄົວທີ່ແຕກຕ່າງກັນ ແລະ ຊັບຊ້ອນ. … [ເຮົາ] ຕ້ອງເອື້ອມອອກໄປຫາ [ຜູ້ທີ່] ຮູ້ສຶກເປົ່າປ່ຽວດຽວດາຍ, ຖືກປະຖິ້ມ, ຫລື ຢູ່ນອກຮົ້ວ” (Neil L. Andersen, “Whoso Receiveth Them, Receiveth Me,” Liahona, May 2016, 49, 52).
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.