Doctrine and Covenants 2025
ວັນ​ທີ 17–23 ເດືອນ​ກຸມ​ພາ: “ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ”: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12-17; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:66–75


“ວັນ​ທີ 17–23 ເດືອນ​ກຸມ​ພາ: ‘ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ’: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12–17; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:66–75,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12–17; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:66–75,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ແມ່​ນ້ຳ​ຊັສ​ຄູ​ຮັນ​ນາ

ແມ່​ນ້ຳ​ຊັສ​ຄູ​ຮັນ​ນາ ໃກ້​ກັບ​ເມືອງ​ຮາມ​ໂມ​ນີ, ລັດ​ເພັນ​ໂຊ​ເວ​ເນຍ

ວັນ​ທີ 17–23 ເດືອນ​ກຸມ​ພາ: “ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12–17; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:66–75

ຜູ້​ຄົນ​ສ່ວນ​ຫລາຍ​ຕະ​ຫລອດ​ທົ່ວ​ໂລກ​ອາດ​ບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ເມືອງ​ຮາມ​ໂມ​ນີ, ລັດ​ເພັນ​ໂຊ​ເວ​ເນຍ. ພຣະ​ຜູ້​ເປັນ​ເຈົ້າ​ມັກ​ເລືອກ​ສະ​ຖານ​ທີ່ ທີ່​ຕ່ຳ​ຕ້ອຍ​ສຳ​ລັບ​ເຫດ​ການ​ທີ່​ສຳ​ຄັນ​ທີ່​ສຸດ ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ. ຢູ່​ໃນ​ປ່າ​ແຫ່ງ​ໜຶ່ງ ໃກ້​ເມືອງ​ຮາມ​ໂມ​ນີ ໃນ​ວັນ​ທີ 15 ເດືອນ​ພຶດ​ສະ​ພາ, 1829, ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ. ເພິ່ນ​ໄດ້​ວາງ​ມື​ໃສ່​ເທິງ​ຫົວ​ຂອງ​ພວກ​ເພິ່ນ ແລະ ໄດ້​ມອບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃຫ້​ພວກ​ເພິ່ນ, ໂດຍ​ການ​ເອີ້ນ​ພວກ​ເພິ່ນ​ວ່າ​ເປັນ “ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1).

ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ຄື​ຜູ້​ຮັບ​ໃຊ້​ທີ່​ໄວ້​ວາງ​ໃຈ​ໄດ້​ຂອງ​ພຣະ​ເຈົ້າ ຜູ້​ທີ່​ໄດ້​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໄດ້​ຕຽມ​ທາງ​ສຳ​ລັບ​ການ​ສະ​ເດັດ​ມາ​ຂອງ​ພຣະ​ອົງ (ເບິ່ງ ມັດ​ທາຍ 3:1–6, 13–17). ສຳ​ລັບ​ຊາຍ​ໜຸ່ມ​ສອງ​ຄົນ​ທີ່​ຢູ່​ໃນ​ໄວ​ຊາວ​ປີ, ມັນ​ກໍ​ຕ້ອງ​ເປັນ​ສິ່ງ​ທີ່​ໜ້າ​ຖ່ອມ​ໃຈ, ຫລື ບາງ​ທີ​ອາດ​ຈະ​ເຖິງ​ຂັ້ນ​ກົດ​ດັນ​ຫລາຍ, ທີ່​ຈະ​ຖືກ​ເອີ້ນ​ວ່າ​ເປັນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ໂຢ​ຮັນ. ໃນ​ເວ​ລາ​ນັ້ນ, ໂຈ​ເຊັບ ແລະ ອໍ​ລີ​ເວີ​ເປັນ​ບຸກ​ຄົນ​ທີ່​ຜູ້​ຄົນ​ສ່ວນ​ຫລາຍ​ບໍ່​ຮູ້​ຈັກ, ຄື​ກັນ​ກັບ​ເມືອງ​ຮາມ​ໂມ​ນີ ທີ່​ບໍ່​ມີ​ຫລາຍ​ຄົນ​ຮູ້​ຈັກ. ແຕ່​ການ​ຮັບ​ໃຊ້​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ ແມ່ນ​ກ່ຽວ​ກັບ ວິ​ທີ ທີ່​ເຮົາ​ຮັບ​ໃຊ້​ສະ​ເໝີ​ມາ, ບໍ່​ແມ່ນ​ກ່ຽວ​ກັບ​ວ່າ ຢາກ​ໃຫ້​ຜູ້​ຄົນ​ເຫັນ​ເຮົາ​ເຮັດ. ເຖິງ​ແມ່ນ​ວ່າ​ການ​ມີ​ສ່ວນ​ຮ່ວມ​ຂອງ​ທ່ານ​ບາງ​ເທື່ອ​ອາດ​ເບິ່ງ​ຄື​ວ່າ​ເລັກ​ນ້ອຍ ຫລື ບໍ່​ມີ​ໃຜ​ເຫັນ​ກໍ​ຕາມ, ແຕ່​ທ່ານ​ກໍ​ເປັນ​ເພື່ອນ​ຜູ້​ຮັບ​ໃຊ້​ໃນ “ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ” ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄື​ກັນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:1).

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12; 14

ເຮົາ​ສາ​ມາດ​ມີ​ພາກ​ສ່ວນ​ໃນ “ວຽກ​ງານ​ອັນ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ” ຂອງ​ພຣະ​ເຈົ້າ​ໄດ້.

ໂຈ​ເຊັບ ໄນ້ ແລະ ເດ​ວິດ ວິດ​ເມີ ທັງ​ສອງ​ຢາກ​ຮູ້​ວ່າ ພວກ​ເພິ່ນ​ຈະ​ຊ່ວຍ​ຫຍັງ​ໄດ້​ແດ່ ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂະ​ນະ​ທີ່​ທ່ານ​ອ່ານ​ຄຳ​ຕອບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ໃຫ້​ກັບ​ພວກ​ເພິ່ນ​ໃນ (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 12; 14), ໃຫ້​ຄິດ​ກ່ຽວ​ກັບ​ວ່າ​ການ “ສະ​ແຫວງ​ຫາ ແລະ ສະ​ຖາ​ປະ​ນາ​ອຸ​ດົມ​ການ​ຂອງ​ຊີ​ໂອນ” ມີ​ຄວາມ​ໝາຍ​ຫຍັງ​ແດ່​ຕໍ່​ທ່ານ (12:6; ເບິ່ງ 14:6 ນຳ​ອີກ). ມີ​ຫລັກ​ທຳ ແລະ ຄຸນ​ລັກ​ສະ​ນະ​ຢ່າງ​ພຣະ​ຄຣິດ​ຫຍັງ​ແດ່​ທີ່​ທ່ານ​ພົບ​ເຫັນ​ຢູ່​ໃນ​ພາກ​ພຣະ​ຄຳ​ພີ​ເຫລົ່າ​ນີ້ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ເຮັດ​ສິ່ງ​ນີ້?

ເບິ່ງ “The Knight and Whitmer Families,” ໃນ Revelations in Context, 20–24 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13

ພຣະ​ເຢ​ຊູ​ຄຣິດ​ໄດ້​ສົ່ງ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ມາ​ເພື່ອ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ແລະ ອໍ​ລີ​ເວີ ຄາວ​ເດີ​ຣີ ວ່າ​ເປັນ “ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ເພີ່ນ.” ທ່ານ​ຄິດ​ວ່າ ການ​ເປັນ​ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ? (ເບິ່ງ ມັດ​ທາຍ 3:13–17; ລູ​ກາ 1:13–17; 3:2–20).

ຂະ​ນະ​ທີ່​ທ່ານ​ອ່ານ​ສິ່ງ​ທີ່​ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ກ່າວ​ກ່ຽວ​ກັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໃນ ພາກ​ທີ 13, ຈົ່ງ​ໄຕ່​ຕອງ​ເບິ່ງ​ວ່າ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ນີ້​ໄດ້​ຊ່ວຍ​ໃຫ້​ພາ​ລະ​ກິດ​ຂອງ​ໂຢ​ຮັນ​ໃນ​ການ​ຕຽມ​ທາງ​ໃຫ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ເລັດ​ແນວ​ໃດ. ຍົກ​ຕົວ​ຢ່າງ:

ພິ​ທີ​ການ​ຕ່າງໆ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ (ເຊັ່ນ ພິ​ທີ​ການ​ບັບ​ຕິ​ສະ​ມາ ແລະ ສິນ​ລະ​ລຶກ) ຊ່ວຍ​ກຽມ​ທາງ​ໃຫ້​ເຮົາ ເພື່ອ​ຮັບ​ເອົາ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເຂົ້າ​ມາ​ໃນ​ຊີ​ວິດ​ຂອງ​ເຮົາ​ແນວ​ໃດ?

ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ຫຍັງ?

ແອວ​ເດີ ແດວ ຈີ ເຣັນ​ລັນ ແລະ ຣຸດ, ພັນ​ລະ​ຍາ​ຂອງ​ເພິ່ນ, ໄດ້​ສະ​ເໜີ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ນີ້​ວ່າ:

“ຄຳ​ວ່າ ຂໍ​ກະ​ແຈ ຂອງ​ຖາ​ນະ​ປະ​ໂລ​ຫິດ ໄດ້​ຖືກ​ນຳ​ໃຊ້​ຢູ່​ສອງ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ. ວິ​ທີ​ທຳ​ອິດ​ໝາຍ​ເຖິງ​ສິດ ຫລື ສິດ​ທິ​ພິ​ເສດ​ທີ່​ມອບ​ໃຫ້​ທຸກ​ຄົນ​ຜູ້​ທີ່​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ຫລື ເມນ​ຄີ​ເສ​ເດັກ. … ຕົວ​ຢ່າງ​ເຊັ່ນ, ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຊຶ່ງ​ໄດ້​ຮັບ​ຂໍ​ກະ​ແຈ​ແຫ່ງ​ການ​ປະ​ຕິ​ບັດ​ຂອງ​ເຫລົ່າ​ທູດ ແລະ ຂໍ​ກະ​ແຈ​ຂອງ​ການ​ກຽມ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ການ​ກັບ​ໃຈ ແລະ ຂອງ​ການ​ບັບ​ຕິ​ສະ​ມາ​ໂດຍ​ການ​ລົງ​ໄປ​ໃນ​ນ້ຳ​ໝົດ​ທັງ​ຕົວ​ເພື່ອ​ການ​ປົດ​ບາບ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13:1; 84:26–27). ຜູ້​ດຳ​ລົງ​ຖາ​ນະ​ປະ​ໂລ​ຫິດ​ເມນ​ຄີ​ເສ​ເດັກ​ຊຶ່ງ​ໄດ້​ຮັບ​ຂໍ​ກະ​ແຈ​ແຫ່ງ​ຄວາມ​ລຶກ​ລັບ​ຂອງ​ອາ​ນາ​ຈັກ, ຂໍ​ກະ​ແຈ​ແຫ່ງ​ຄວາມ​ຮູ້​ຂອງ​ພຣະ​ເຈົ້າ, ແລະ ຂໍ​ກະ​ແຈ​ຂອງ​ພອນ​ທາງ​ວິນ​ຍານ​ທັງ​ໝົດ​ຂອງ​ສາດ​ສະ​ໜາ​ຈັກ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19; 107:18. …

“ວິ​ທີ​ທີ​ສອງ​ຂອງ​ຄຳ​ວ່າ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ໄດ້​ຖືກ​ນຳ​ໃຊ້​ສຳ​ລັບ​ການ​ເປັນ​ຜູ້​ນຳ. ຜູ້​ນຳ​ຖາ​ນະ​ປະ​ໂລ​ຫິດ​ໄດ້​ຮັບ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ​ເພີ່ມ​ເຕີມ, ຄື​ສິດ​ໃນ​ການ​ເປັນ​ຜູ້​ຄວບ​ຄຸມ​ໂຄງ​ຮ່າງ​ການ​ຈັດ​ຕັ້ງ​ຂອງ​ສາດ​ສະ​ໜາ​ຈັກ ຫລື ກຸ່ມ. ກ່ຽວ​ກັບ​ເລື່ອງ​ນີ້, ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ຄື​ສິດ​ອຳ​ນາດ ແລະ ອຳ​ນາດ​ໃນ​ການ​ຊີ້​ນຳ, ນຳ​ພາ, ແລະ ປົກ​ຄອງ​ໃນ​ສາດ​ສະ​ໜາ​ຈັກ” (ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ: ການ​ເຂົ້າ​ໃຈ​ຄຳ​ສອນ, ການ​ດຳ​ລົງ​ຊີ​ວິດ​ຕາມ​ຫລັກ​ທຳ [2018], 26).

ໂຈ​ເຊັບ ສະ​ມິດ ໃຫ້​ບັບ​ຕິ​ສະ​ມາ​ແກ່​ອໍ​ລີ​ເວີ ຄາວ​ເດີ​ຣີ

ໂຈ​ເຊັບ ສະ​ມິດ ໃຫ້​ບັບ​ຕິ​ສະ​ມາ​ແກ່​ອໍ​ລີ​ເວີ ຄາວ​ເດີ​ຣີ, ໂດຍ ແດວ ພາ​ສັນ

ໂຈ​ເຊັບ ສະ​ມິດ—ປະຫ​ວັດ 1:66–75

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພິ​ທີ​ການ​ຕ່າງໆ​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ເຖິງ​ອຳ​ນາດ​ຂອງ​ພຣະ​ເຈົ້າ.

ທ່ານ​ເຄິຍ​ສົງ​ໄສ​ບໍ​ວ່າ​ມັນ​ຈະ​ເປັນ​ແນວ​ໃດ​ຖ້າ​ທ່ານ​ໄດ້​ຢູ່​ກັບ​ໂຈ​ເຊັບ ສະ​ມິດ ແລະ ​ອໍ​ລີ​ເວີ ຄາວ​ເດີ​ຣີ ໃນ​ເຫດ​ການ​ສຳ​ຄັນ​ຂອງ​ການ​ຟື້ນ​ຟູ? ຂະ​ນະ​ທີ່​ທ່ານ​ອ່ານ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:66–75, ລວມ​ທັງ​ໝາຍ​ເຫດ​ຢູ່​ໃນ​ທ້າຍ​ຂອງ ຂໍ້​ທີ 71, ຢ່າງ​ນ້ອຍ​ທ່ານ​ອາດ​ຈະ​ໄດ້​ເຂົ້າ​ໃຈ​ໃນ​ບາງ​ສິ່ງ​ທີ່​ພວກ​ເພິ່ນ​ຮູ້​ສຶກ. ແມ່ນ​ຫຍັງ​ທີ່​ປະ​ທັບ​ໃຈ​ທ່ານ ກ່ຽວ​ກັບ​ຄຳ​ເວົ້າ​ຂອງ​ພວກ​ເພິ່ນ? ຈົ່ງ​ສັງ​ເກດ, ໂດຍ​ສະ​ເພາະ​ແມ່ນ, ພອນ​ຕ່າງໆ​ທີ່​ພວກ​ເພິ່ນ​ໄດ້​ຮັບ​ຍ້ອນ​ພວກ​ເພິ່ນ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ ແລະ ໄດ້​ຮັບ​ບັບ​ຕິ​ສະ​ມາ. ພອນ​ຢ່າງ​ໃດ​ແດ່​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ມອບ​ໃຫ້​ກັບ​ທ່ານ​ໂດຍ​ຜ່ານ​ທາງ​ພິ​ທີ​ການ​ຂອງ​ຖາ​ນະ​ປະ​ໂລ​ຫິດ?

ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ, ໃຫ້​ພິ​ຈາ​ລະ​ນາ​ສ້າງ​ຕາ​ຕະ​ລາງ​ໂດຍ​ມີ​ຫົວ​ຂໍ້ ພິ​ທີ​ການ ແລະ ພອນ​ຕ່າງໆ. ຈາກ​ນັ້ນ​ທ່ານ​ສາ​ມາດ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ​ຕ່າງໆ​ເຫລົ່າ​ນີ້ ເພື່ອ​ຈົດ​ລາຍ​ການ​ພິ​ທີ​ການ ແລະ ພອນ​ຕ່າງໆ ທີ່​ມາ​ຈາກ​ພຣະ​ຄຳ​ພີ​ດັ່ງ​ກ່າວ: ໂຢ​ຮັນ 14:26; ກິດ​ຈະ​ການ 2:38; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:19–22; 131:1–4; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:73–74. ມີ​ພອນ​ຢ່າງ​ໃດ​ອີກ​ແດ່ ທີ່​ທ່ານ​ຢາກ​ເອົາ​ມາ​ຕື່ມ​ໃສ່​ໃນ​ລາຍ​ການ? ພິ​ທີ​ການ​ຕ່າງໆ​ທີ່​ທ່ານ​ໄດ້​ຮັບ ໄດ້​ນຳ​ອຳ​ນາດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ມາ​ສູ່​ຊີ​ວິດ​ຂອງ​ທ່ານ​ແນວ​ໃດ?

ເບິ່ງ David A. Bednar, “With the Power of God in Great Glory,” Liahona, Nov. 2021, 28–30; Saints, 1:65–68; “God of Power, God of Right,” Hymns, no. 20; Topics and Questions, “Covenants and Ordinances,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 15–16

ການ​ນຳ​ຜູ້​ຄົນ​ມາ​ຫາ​ພຣະ​ຄຣິດ​ເປັນ​ສິ່ງ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ທີ່​ສຸດ.

ທ່ານ​ເຄີຍ​ສົງ​ໄສ​ບໍ​ວ່າ, ຂະ​ນະ​ທີ່ ຈອນ ແລະ ພີ​ເຕີ ວິດ​ເມີ ໄດ້​ກະ​ທຳ, “ສິ່ງ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ” ໃນ​ຊີ​ວິດ​ຂອງ​ທ່ານ​ນັ້ນ​ແມ່ນ​ຫຍັງ? (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 15:4; 16:4). ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 15–16, ໃຫ້​ໄຕ່​ຕອງ​ວ່າ ການ​ນຳ​ຜູ້​ຄົນ​ມາ​ຫາ​ພຣະ​ຄຣິດ ເປັນ​ສິ່ງ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ທີ່​ສຸດ​ແນວ​ໃດ? ທ່ານ​ກຳ​ລັງ​ເຮັດ​ຫຍັງ​ເພື່ອ “ນຳ​ເອົາ​ຜູ້​ຄົນ” ມາ​ຫາ​ພຣະ​ຄຣິດ?

ເບິ່ງ Saints, 1:68–71 ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 17

ພຣະ​ຜູ້​ເປັນ​ເຈົ້າ​ໃຊ້​ພະ​ຍານ​ເພື່ອ​ພິ​ສູດ​ພຣະ​ຄຳ​ຂອງ​ພຣະ​ອົງ.

ພະ​ຍານ​ຄື​ຫຍັງ? ເປັນ​ຫຍັງ​ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ​ໃຊ້​ພະ​ຍານ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ? (ເບິ່ງ 2 ໂກ​ຣິນ​ໂທ 13:1). ໃຫ້​ໄຕ່​ຕອງ​ຄຳ​ຖາມ​ເຫລົ່າ​ນີ້ ຂະ​ນະ​ທີ່​ທ່ານ​ອ່ານ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ຕໍ່​ພະ​ຍານ​ສາມ​ຄົນ ຢູ່​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 17. (ເບິ່ງ “ປະ​ຈັກ​ພະ​ຍານ​ຂອງ​ພະ​ຍານ​ສາມ​ຄົນ” ໃນ​ພຣະ​ຄຳ​ພີ​ມໍ​ມອນ ນຳ​ອີກ.) ພະ​ຍານ​ຊ່ວຍ​ນຳ “ຈຸດ​ປະ​ສົງ​ທີ່​ຊອບ​ທຳ” ຂອງ​ພຣະ​ເຈົ້າ​ມາ​ແນວ​ໃດ? (ຂໍ້​ທີ 4).

ທ່ານ​ສາ​ມາດ​ສະ​ແດງ​ປະ​ຈັກ​ພະ​ຍານ​ເຖິງ​ຫຍັງ?

ເບິ່ງ Saints, 1:73–75; “A Day for the Eternities” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

23:10

A Day for the Eternities

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 02 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:68–74

ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ໄດ້​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

  • ງານ​ສິ​ລະ​ປະ​ໃນ​ໂຄງ​ຮ່າງ​ນີ້ ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ເຫັນ​ພາບ​ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ໄດ້ (ເບິ່ງ “ບົດ​ທີ 6: ໂຈ​ເຊັບ ແລະ ອໍ​ລີ​ເວີ ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ,” ໃນ ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 26–27, ຫລື ວີ​ດີ​ໂອ​ທີ່​ກ່ຽວ​ຂ້ອງ​ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ພວກ​ເຂົາ​ຢາກ​ແຕ້ມ​ຮູບ​ກ່ຽວ​ກັບ​ເຫດ​ການ​ນັ້ນ​ບໍ່ ໂດຍ​ອີງ​ຕາມ​ສິ່ງ​ທີ່​ທ່ານ​ໄດ້​ອ່ານ​ກັບ​ພວກ​ເຂົາ ຢູ່​ໃນ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:68–74?

    2:12

    Angels Restore the Priesthood: Power to do God's work

  • ທ່ານ​ກໍ​ສາ​ມາດ​ສະ​ແດງ​ຮູບ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ ໃນ​ຂະ​ນະ​ທີ່​ທ່ານ​ອ່ານ​ນຳ​ກັນ​ໃນ ມັດ​ທາຍ 3:13–17; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:68–70. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ໂຢ​ຮັນ ບັບ​ຕິ​ສະ​ໂຕ​ມາ​ມອບ​ສິດ​ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ໃຫ້​ແກ່​ໂຈ​ເຊັບ ສະ​ມິດ ເພື່ອ​ບັບ​ຕິ​ສະ​ມາ?

ການ​ກະ​ກຽມ​ລູກໆ​ຂອງ​ທ່ານ​ໃຫ້​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ໄປ​ຕະ​ຫລອດ​ຊີ​ວິດ. ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ​ເພື່ອ​ຊ່ວຍ​ເຫລືອ​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ກ່ຽວ​ກັບ​ອຳ​ນາດ, ສິດ​ອຳ​ນາດ, ແລະ ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ, ໃຫ້​ເບິ່ງ ພາກ​ຫ້ອຍ​ທ້າຍ ກ ຫລື ພາກ​ຫ້ອຍ​ທ້າຍ ຂ.

ໂຢ​ຮັນ​ບັບ​ຕິ​ສະ​ໂຕ​ກຳ​ລັງ​ໃຫ້​ບັບ​ຕິ​ສະ​ມາ​ແກ່​ພຣະ​ເຢ​ຊູ​ຄຣິດ

ຮູບ​ພາບ​ພຣະ​ເຢ​ຊູ​ຄຣິດ​ກຳ​ລັງ​ຮັບ​ບັບ​ຕິ​ສະ​ມາ, ໂດຍ ແດນ ເບີ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໃຫ້​ພອນ​ແກ່​ເຮົາ​ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ.

  • ເພື່ອ​ກະ​ຕຸ້ນ​ໃຫ້​ເກີດ​ການ​ສົນ​ທະ​ນາ​ກ່ຽວ​ກັບ​ຂໍ​ກະ​ແຈ​ທີ່​ໄດ້​ກ່າວ​ມາ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13, ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ນຳ​ເອົາ​ພວງ​ກະ​ແຈ​ມາ​ເບິ່ງ ແລະ ເວົ້າ​ລົມ​ກັນ​ກ່ຽວ​ກັບ​ວ່າ​ກະ​ແຈ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຫຍັງ​ໄດ້​ແດ່. ບາງ​ທີ​ທ່ານ​ອາດ​ຊ່ວຍ​ເຫລືອ​ພວກ​ເຂົາ​ຊອກ​ຫາ​ຄຳ​ວ່າ ຂໍ​ກະ​ແຈ ໃນ​ພາກ​ທີ 13. ມີ​ຖ້ອຍ​ຄຳ ຫລື ວະ​ລີ​ອື່ນໆ​ອີກ​ບໍ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 13 ທີ່​ອະ​ທິ​ບາຍ​ກ່ຽວ​ກັບ​ພອນ​ຕ່າງໆ​ຂອງ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ? ລູກໆ​ຂອງ​ທ່ານ​ຍັງ​ສາ​ມາດ​ລະ​ບຸ​ວິ​ທີ​ທີ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ໃຫ້​ພອນ​ແກ່​ເຮົາ​ຜ່ານ​ທາງ​ຖາ​ນະ​ປະ​ໂລ​ຫິດ​ຈາກ​ວິ​ດີ​ໂອ “Blessings of the Priesthood” (ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ນຳ​ອີກ.

3:5

Blessings of the Priesthood

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 15:4–6; 16:4–6

ການ​ຊ່ວຍ​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ເຢ​ຊູ​ຄຣິດ​ຄື “ສິ່ງ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ.”

  • ຈອນ ແລະ ພີ​ເຕີ ວິດ​ເມີ ຢາກ​ຮູ້​ຈັກ​ສິ່ງ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ສຳ​ລັບ​ເຂົາ​ເຈົ້າ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 15:4; 16:4). ບາງ​ທີ​ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ເວົ້າ​ລົມ​ກ່ຽວ​ກັບ​ສິ່ງ​ທີ່​ມີ​ຄຸນ​ຄ່າ​ຫລາຍ​ສຳ​ລັບ​ພວກ​ທ່ານ. ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 15:6 ຫລື 16:6, ບອກ​ໃຫ້​ລູກໆ​ຂອງ​ທ່ານ​ຍົກ​ມື​ຂຶ້ນ ເມື່ອ​ພວກ​ເຂົາ​ໄດ້​ຍິນ​ສິ່ງ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຊຶ່ງ “ມີ​ຄຸນ​ຄ່າ​ທີ່​ສຸດ.”

  • ການ “ນຳ​ເອົາ​ຜູ້​ຄົນ​ມາ​ຫາ [ພຣະ​ເຢ​ຊູ​ຄຣິດ]” ໝາຍ​ຄວາມ​ວ່າ​ແນວ​ໃດ? ຊ່ວຍ​ລູກໆ​ຂອງ​ທ່ານ​ເຮັດ​ລາຍ​ການ​ແນວ​ຄິດ, ເຊັ່ນ ການ​ເປັນ​ເພື່ອນ​ກັບ​ຄົນ​ອື່ນ, ການ​ແບ່ງ​ປັນ​ພຣະ​ຄຳ​ພີ​ກັບ​ໝູ່​ເພື່ອນ, ຫລື ການ​ອະ​ທິ​ຖານ​ໃຫ້​ກັບ​ຄົນ​ຍາກ​ຈົນ. ລູກໆ​ຂອງ​ທ່ານ​ສາ​ມາດ​ຊອກ​ຫາ​ຮູບ​ພາບ​ກ່ຽວ​ກັບ​ສິ່ງ​ເຫລົ່າ​ນີ້​ໄດ້​ໃນ​ວາ​ລະ​ສານ​ຂອງ​ສາດ​ສະ​ໜາ​ຈັກ ຫລື ໃນ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ. ຫລື ພວກ​ເຂົາ​ສາ​ມາດ​ແຕ້ມ​ຮູບ​ດ້ວຍ​ຕົວ​ເອງ​ກໍ​ໄດ້. ເຊື້ອ​ເຊີນ​ພວກ​ເຂົາ​ໃຫ້​ເລືອກ​ເອົາ​ຢ່າງ​ໃດ​ຢ່າງ​ໜຶ່ງ​ຈາກ​ລາຍ​ການ​ຂອງ​ພວກ​ເຂົາ​ທີ່​ພວກ​ເຂົາ​ຈະ​ເຮັດ. ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ​ນຳ​ກັນ​ໃນ​ວັກ​ທີ​ສີ່​ຂອງ​ເພງ “ເຮົາ​ຮ້ອງ​ສັນ​ເສີນ​ນາມ​ເຢ​ຊູ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 27).

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 17

ເຮົາ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ.

  • ບົດ​ທີ 7: ພະ​ຍານ​ທັງ​ຫລາຍ​ເຫັນ​ແຜ່ນ​ຈາ​ລຶກ​ຄຳ” (ໃນ ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 31–33, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ) ສາ​ມາດ​ຊ່ວຍ​ລູກໆ​ຂອງ​ທ່ານ​ໃຫ້​ຮຽນ​ຮູ້​ກ່ຽວ​ກັບ​ປະ​ຈັກ​ພະ​ຍານ​ທັງ​ສາມ. ຫລັງ​ຈາກ​ທີ່​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 17:5–6, ຈົ່ງ​ເລົ່າ​ໃຫ້​ລູກໆ​ຂອງ​ທ່ານ​ຟັງ​ວ່າ ທ່ານ​ຮູ້​ວ່າ​ພຣະ​ຄຳ​ພີ​ມໍ​ມອນ​ຈິງ​ແທ້​ແນວ​ໃດ. ເຮົາ​ຈະ​ສາ​ມາດ​ເປັນ​ພະ​ຍານ​ເຖິງ​ພຣະ​ຄຳ​ພີ​ມໍ​ມອນ​ໄດ້​ແນວ​ໃດ?

    4:58

    Witnessess See the Book of Mormon Plates: Bearing testimony to the world

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ໂຈ​ເຊັບ ແລະ ອໍ​ລິ​ເວີ​ໄດ້​ຮັບ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ​ຈາກ​ໂຢ​ຮັນ​ບັບ​ຕິ​ສະ​ໂຕ

Upon You My Fellow Servants [ແກ່​ພວກ​ທ່ານ ເພື່ອນ​ຜູ້​ຮັບ​ໃຊ້​ຮ່ວມ​ກັບ​ຂ້າ​ພະ​ເຈົ້າ], ໂດຍ ລິນ​ດາ ເຄີ​ລີ ຄຣິສ​ເຕັນ​ເຊັນ

ໜ້າ​ກິດ​ຈະ​ກຳ​ສຳ​ລັບ​ເດັກ​ນ້ອຍ