Doctrine and Covenants 2025
ວັນ​ທີ 20–26 ເດືອນ​ມັງ​ກອນ: “ຫົວ​ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ”: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–65


“ວັນ​ທີ 20–26 ເດືອນ​ມັງ​ກອນ: ‘ຫົວ​ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ’: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–65,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–65,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ໂຈ​ເຊັບ ສະ​ມິດ ໄດ້​ຮັບ​ພາບ​ນິ​ມິດ​ຂອງ​ທູດ​ໂມ​ໂຣ​ໄນ

ລາຍ​ລະ​ອຽດ​ຈາກ He Called Me by Name [ເພິ່ນ​ໄດ້​ເອີ້ນ​ຊື່​ຂ້າ​ພະ​ເຈົ້າ], ໂດຍ ໄມ​ໂກ ມອມ

ວັນ​ທີ 20–26 ເດືອນ​ມັງ​ກອນ: “ຫົວ​ໃຈ​ຂອງ​ລູກ​ຫລານ​ຈະ​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2; ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–65

ມັນ​ເປັນ​ເວ​ລາ​ສາມ​ປີ​ຫລັງ​ຈາກ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ​ຕໍ່​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ປ່າ, ແລະ ໂຈ​ເຊັບ​ຍັງ​ບໍ່​ໄດ້​ຮັບ​ການ​ເປີດ​ເຜີຍ​ເພີ່ມ​ເຕີມ​ໃດໆ ນັບ​ຕັ້ງ​ແຕ່​ນັ້ນ​ມາ. ເພິ່ນ​ໄດ້​ເລີ່ມ​ສົງ​ໄສ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ພໍ​ພຣະ​ໄທ​ຫຍັງ​ນຳ​ເພິ່ນ​ບໍ. ເຊັ່ນ​ດຽວ​ກັນ​ກັບ​ເຮົາ​ທຸກ​ຄົນ, ເພິ່ນ​ໄດ້​ເຮັດ​ຜິດ​ພາດ, ແລະ ເພິ່ນ​ຮູ້​ສຶກ​ຖືກ​ລົງ​ໂທດ​ເພາະ​ຄວາມ​ຜິດ​ພາດ​ເຫລົ່າ​ນັ້ນ. ແຕ່​ພຣະ​ເຈົ້າ​ຍັງ​ມີ​ວຽກ​ງານ​ໃຫ້​ເພິ່ນ​ເຮັດ​ຢູ່. ແລະ ວຽກ​ງານ​ທີ່​ໂຈ​ເຊັບ​ໄດ້​ຖືກ​ເອີ້ນ​ໃຫ້​ເຮັດ ແມ່ນ​ກ່ຽວ​ພັນ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຂໍ​ໃຫ້​ເຮົາ​ເຮັດ. ໂຈ​ເຊັບ​ຈະ​ຕ້ອງ​ນຳ​ພຣະ​ຄຳ​ພີ​ມໍ​ມອນ​ອອກ​ມາ; ເຮົາ​ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ແບ່ງ​ປັນ​ຂ່າວ​ສານ​ຂອງ​ມັນ. ໂຈ​ເຊັບ​ຈະ​ຕ້ອງ​ໄດ້​ຮັບ​ຂໍ​ກະ​ແຈ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ ເພື່ອ​ຫັນ​ຫົວ​ໃຈ​ຂອງ​ລູກໆ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ຕົນ; ບັດ​ນີ້ ເຮົາ​ສາ​ມາດ​ຮັບ​ພິ​ທີ​ການ​ຕ່າງໆ​ເພື່ອ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໃນ​ພຣະ​ວິ​ຫານ. ໂຈ​ເຊັບ​ໄດ້​ຖືກ​ບອກ​ກ່ຽວ​ກັບ​ຄຳ​ທຳ​ນາຍ ທີ່​ຈະ​ສຳ​ເລັດ​ຄົບ​ຖ້ວນ​ໃນ​ບໍ່​ຊ້າ; ເຮົາ​ໄດ້​ຖືກ​ເອີ້ນ​ໃຫ້​ຊ່ວຍ​ເຮັດ​ໃຫ້​ຄຳ​ທຳ​ນາຍ​ເຫລົ່າ​ນີ້​ສຳ​ເລັດ​ຄົບ​ຖ້ວນ ເມື່ອ​ເຮົາ​ມີ​ສ່ວນ​ໃນ​ວຽກ​ງານ​ຂອງ​ພຣະ​ເຈົ້າ, ເຮົາ​ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ ເຮົາ​ຈະ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ ແລະ ແມ່ນ​ແຕ່​ການ​ຂົ່ມ​ເຫັງ, ເຊັ່ນ​ດຽວ​ກັບ​ທີ່​ສາດ​ສະ​ດາ​ໄດ້​ປະ​ເຊີນ. ແຕ່​ເຮົາ​ສາ​ມາດ​ມີ​ສັດ​ທາ​ເຊັ່ນ​ກັນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້​ເຮົາ​ເປັນ​ເຄື່ອງ​ມື​ໃນ​ພຣະ​ຫັດ​ຂອງ​ພຣະ​ອົງ, ຄື​ກັນ​ກັບ​ໂຈ​ເຊັບ.

ເບິ່ງ Saints, 1:20–48 ນຳ​ອີກ.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–33

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້​ເຮົາ​ເຮັດ.

ການ​ເຊື່ອ​ວ່າ​ພຣະ​ເຈົ້າ​ມີ​ວຽກ​ງານ​ໃຫ້​ໂຈ​ເຊັບ ສະ​ມິດ ເຮັດ​ແມ່ນ​ອີກ​ເລື່ອງ​ໜຶ່ງ—ເຮົາ​ສາ​ມາດ​ເບິ່ງ​ຊີ​ວິດ​ຂອງ​ເພິ່ນ​ຄືນ​ຫລັງ ແລະ ເຫັນ​ສິ່ງ​ທີ່​ເພິ່ນ​ໄດ້​ສຳ​ເລັດ​ໄດ້​ຢ່າງ​ຊັດ​ເຈນ. ແຕ່​ທ່ານ​ເຄີຍ​ໄດ້​ຄິດ​ບໍ່​ວ່າ ພຣະ​ເຈົ້າ​ກໍ​ມີ​ວຽກ​ງານ​ໃຫ້​ທ່ານ​ເຮັດ​ເຊັ່ນ​ກັນ? ຂະ​ນະ​ທີ່​ທ່ານ​ອ່ານ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–33, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ວຽກ​ງານ​ນັ້ນ​ອາດ​ແມ່ນ​ຫຍັງ? ມັນ​ມີ​ສ່ວນ​ຊ່ວຍ​ໃນ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ກຳ​ລັງ​ດຳ​ເນີນ​ການ​ຢູ່​ນີ້​ແນວ​ໃດ?

ແອວ​ເດີ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ ໄດ້​ສິດ​ສອນ​ວ່າ: “ເມື່ອ​ເຮົາ​ມາ​ຫາ​ພຣະ​ຄຣິດ ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ຄື​ກັນ, ເຮົາ​ໄດ້​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ, ຊຶ່ງ​ເຈາະ​ຈົງ​ໃສ່​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ສະ​ຫວັນ. … ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້​ແມ່ນ​ລຽບ​ງ່າຍ, ສ້າງ​ແຮງ​ບັນ​ດານ​ໃຈ, ສ້າງ​ແຮງ​ຈູງ​ໃຈ, ແລະ ສາ​ມາດ​ເຮັດ​ໄດ້. ມັນ​ມີ​ດັ່ງ​ຕໍ່​ໄປ​ນີ້:

  • ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ

  • ການ​ດູ​ແລ​ຄົນ​ຂັດ​ສົນ

  • ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ

  • ຮວບ​ຮວມ​ຄອບ​ຄົວ​ຊົ່ວ​ນິ​ລັນ​ດອນ” (“Simply Beautiful—Beautifully Simple,” Liahona, Nov. 2021, 47).

ໄຕ່​ຕອງ​ປະ​ສົບ​ການ​ຕ່າງໆ​ທີ່​ທ່ານ​ເຄີຍ​ມີ ເມື່ອ​ເຂົ້າ​ຮ່ວມ​ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ແຫ່ງ​ສະ​ຫວັນ​ແຕ່​ລະ​ຢ່າງ​ນີ້. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ໃຫ້​ທ່ານ​ເຮັດ​ຫຍັງ​ຕໍ່​ໄປ? ມີ​ໜ້າ Topics and Questions ສຳ​ລັບ​ແຕ່​ລະ​ໜ້າ​ທີ່​ຮັບ​ຜິດ​ຊອບ​ເຫລົ່າ​ນີ້ (ເບິ່ງ “Our Role in God’s Work of Salvation and Exaltation,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ທ່ານ​ສາ​ມາດ​ສຳ​ຫລວດ​ໜ້າ​ເຫລົ່າ​ນີ້ ເພື່ອ​ຊ່ວຍ​ທ່ານ​ຕອບ​ຄຳ​ຖາມ​ນີ້​ໄດ້.

ບາງ​ເທື່ອ ທ່ານ​ອາດ​ຮູ້​ສຶກ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ສາ​ມາດ​ໃຊ້​ທ່ານ​ໄດ້ ຍ້ອນ​ຄວາມ​ຜິດ​ພາດ​ທີ່​ທ່ານ​ໄດ້​ເຮັດ. ທ່ານ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ປະ​ສົບ​ການ​ຂອງ​ໂຈ​ເຊັບ ສະ​ມິດ ໃນ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:28–29? ທ່ານ​ຈະ​ສາ​ມາດ​ຮູ້ “ຖາ​ນະ​ຂອງ [ທ່ານ] ທີ່​ມີ​ຕໍ່ [ພຣະ​ເຈົ້າ]” ໄດ້​ຢ່າງ​ໃດ?

ຖາມ​ຄຳ​ຖາມ​ທີ່​ຊຸກ​ຍູ້​ການ​ສົນ​ທະ​ນາ​ທີ່​ມີ​ຄວາມ​ໝາຍ. ຄຳ​ຖາມ​ທີ່​ມີ​ຫລາຍ​ກວ່າ​ຄຳ​ຕອບ​ດຽວ​ທີ່​ຖືກ​ຕ້ອງ ເຊື້ອ​ເຊີນ​ຜູ້​ຮຽນ​ໃຫ້​ຕອບ​ຕາມ​ຄວາມ​ຄິດ, ຄວາມ​ຮູ້​ສຶກ, ແລະ ປະ​ສົບ​ການ​ສ່່ວນ​ຕົວ​ຂອງ​ຕົນ. ຄຳ​ຖາມ​ໃນ​ໂຄງ​ຮ່າງ​ນີ້​ຄື​ຕົວ​ຢ່າງ​ຂອງ​ເລື່ອງ​ນີ້.

ເບິ່ງ “Youth Responsibility in the Work of Salvation” (ວິ​ດີ​ໂອ), ChurchofJesusChrist.org; “ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ,” ຄູ່​ມື​ທົ່ວ​ໄປ, 1.2.

3:15

Youth Responsibility in the Work of Salvation

ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:34-47

ໂດຍ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ໃຫ້​ຄຳ​ທຳ​ນາຍ​ບູ​ຮານ​ສຳ​ເລັດ​ຄົບ​ຖ້ວນ.

ເມື່ອ​ໂມ​ໂຣ​ໄນ​ໄດ້​ປະ​ກົດ​ຕົວ​ຕໍ່​ໂຈ​ເຊັບ, ເພິ່ນ​ໄດ້​ອ້າງ​ອີງ​ເຖິງ​ຫລາຍໆ​ຄຳ​ທຳ​ນາຍ​ໃນ​ພຣະ​ຄຳ​ພີ​ເດີມ ແລະ ພຣະ​ຄຳ​ພີ​ໃໝ່, ເຊັ່ນ ເອ​ຊາ​ຢາ 11; ກິດ​ຈະ​ການ 3:22–23; ແລະ ໂຢ​ເອນ 2:28–32. ຂະ​ນະ​ທີ່​ທ່ານ​ອ່ານ ໂຈ​ເຊັບ ສະ​ມິດ—ປະ​ຫວັດ—1:34–47, ໃຫ້​ຄິດ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ຄຳ​ທຳ​ນາຍ​ເຫລົ່າ​ນີ້​ຈຶ່ງ​ສຳ​ຄັນ​ສຳ​ລັບ​ໂຈ​ເຊັບ​ທີ່​ຈະ​ຮູ້. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ສຳ​ລັບ​ທ່ານ​ທີ່​ຈະ​ຮູ້?

ທ່ານ​ຍັງ​ສາ​ມາດ​ອ່ານ​ສິ່ງ​ທີ່ ແອວ​ເດີ ເດ​ວິດ ເອ ແບ໊ດ​ນາ ໄດ້​ສິດ​ສອນ​ກ່ຽວ​ກັບ​ການ​ຢ້ຽມ​ຢາມ​ໂຈ​ເຊັບ ສະ​ມິດ ຄັ້ງ​ທຳ​ອິດ​ຂອງ​ໂມ​ໂຣ​ໄນ ໃນ “With the Power of God in Great Glory” (Liahona, Nov. 2021, 28).

13:16

ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່

ເບິ່ງ “An Angel from on High,” Hymns, no. 13 ນຳ​ອີກ.

ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:48–60

ພຣະ​ເຈົ້າ​ຈະ​ກຽມ​ເຮົາ​ໃຫ້​ເຮັດ​ວຽກ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ອົງ.

ໂຈ​ເຊັບ​ມີ​ອາ​ຍຸ​ພຽງ​ແຕ່ 17 ປີ ເທົ່າ​ນັ້ນ ເມື່ອ​ເພິ່ນ​ເຫັນ​ແຜ່ນ​ຈາ​ລຶກ​ຄຳ​ເປັນ​ເທື່ອ​ທຳ​ອິດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ບໍ່​ໄດ້​ຖືກ​ມອບ​ໃຫ້​ເພິ່ນ​ດູ​ແລ, ຈົນ​ກວ່າ​ສີ່​ປີ​ຕໍ່​ມາ. ອ່ານ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:48–60, ໂດຍ​ຊອກ​ຫາ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ​ກັບ​ຊີ​ວິດ​ຂອງ​ໂຈ​ເຊັບ​ໃນ​ຊ່ວງ​ເວ​ລາ​ນັ້ນ. ທ່ານ​ຄິດ​ວ່າ ເຫດ​ການ​ເຫລົ່າ​ນີ້​ໄດ້​ກຽມ​ເພິ່ນ​ສຳ​ລັບ​ວຽກ​ງານ​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ເພິ່ນ​ໃຫ້​ເຮັດ​ແນວ​ໃດ? ປະ​ສົບ​ການ​ໃດ​ແດ່​ທີ່​ທ່ານ​ເຄີຍ​ມີ ທີ່​ໄດ້​ກຽມ​ທ່ານ​ໃຫ້​ຮັບ​ໃຊ້​ພຣະ​ເຈົ້າ ແລະ ຄົນ​ອື່ນ? ທ່ານ​ກຳ​ລັງ​ປະ​ສົບ​ກັບ​ສິ່ງ​ໃດ​ໃນ​ປະ​ຈຸ​ບັນ​ນີ້ ທີ່​ສາ​ມາດ​ຊ່ວຍ​ທ່ານ​ໃຫ້​ກຽມ​ພ້ອມ​ສຳ​ລັບ​ການ​ຮັບ​ໃຊ້​ໃນ​ອະ​ນາ​ຄົດ?

ຮູບ​ແຕ້ມ​ຂອງ​ເນີນ​ພູ​ຄູ​ໂມ​ຣາ, ໃກ້​ເມືອງ​ແມນ​ເຈດ​ສະ​ເຕີ, ລັດ​ນິວ​ຢອກ.

Hill Cumorah [ເນີນ​ພູ​ຄູ​ໂມ​ຣາ], ໂດຍ ອາລ໌ ຣາວສ໌

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ເອ​ລີ​ຢາ​ມາ ເພື່ອ​ຫັນ​ຫົວ​ໃຈ​ຂອງ​ເຮົາ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ.

ຄຳ​ວ່າ “ປູກ​ຝັງ,” “ຫົວ​ໃຈ,” ແລະ “ຫັນ” ຢູ່​ໃນ​ພາກ​ນີ້ ສິດ​ສອນ​ຫຍັງ​ທ່ານ​ແດ່​ກ່ຽວ​ກັບ​ພາ​ລະ​ກິດ​ຂອງ​ເອ​ລີ​ຢາ ແລະ ພອນ​ຂອງ​ຂໍ​ກະ​ແຈ​ຂອງ​ຖາ​ນະ​ປະ​ໂລ​ຫິດ ທີ່​ເພິ່ນ​ໄດ້​ຟື້ນ​ຟູ? ທ່ານ​ຮູ້​ສຶກ​ແນວ​ໃດ​ວ່າ​ຫົວ​ໃຈ​ຂອງ​ທ່ານ​ໄດ້​ຫັນ​ໄປ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ? ໃຫ້​ຄິດ​ຫາ​ວິ​ທີ​ທາງ​ທີ່​ທ່ານ​ຈະ​ສາ​ມາດ​ປະ​ສົບ​ກັບ​ຄວາມ​ຮູ້​ສຶກ​ເຊັ່ນ​ນັ້ນ​ເລື້ອຍໆ. ສະ​ແຫວງ​ຫາ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ ແລະ ປະ​ກອບ​ພິ​ທີ​ເພື່ອ​ເຂົາ​ເຈົ້າ​ໃນ​ພຣະ​ວິ​ຫານ ແມ່ນ​ວິ​ທີ​ໜຶ່ງ (ເບິ່ງ FamilySearch.org). ມີ​ຫຍັງ​ອີກ​ແດ່​ທີ່​ທ່ານ​ຄິດ​ອອກ?

ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 110:13–16; Gerrit W. Gong, “Happy and Forever,” Liahona, Nov. 2022, 83–86.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:28–29.

ເຮົາ​ສາ​ມາດ​ກັບ​ໃຈ ແລະ ຮັບ​ການ​ໃຫ້​ອະ​ໄພ​ໄດ້.

  • ເຮົາ​ທຸກ​ຄົນ​ບາງ​ເທື່ອ​ກໍ​ຮູ້​ສຶກ “ຜິດ​ເນື່ອງ​ຈາກ​ຄວາມ​ອ່ອນ​ແອ ແລະ ຄວາມ​ບົກ​ພ່ອງ​ຂອງ [ເຮົາ],” ດັ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ຮູ້​ສຶກ. ທ່ານ ແລະ ລູກໆ​ຂອງ​ທ່ານ​ສາ​ມາດ​ສຶກ​ສາ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:29 ນຳ​ກັນ, ເພື່ອ​ຊອກ​ຫາ​ສິ່ງ​ທີ່​ໂຈ​ເຊັບ​ໄດ້​ເຮັດ ເມື່ອ​ເພິ່ນ​ຮູ້​ສຶກ​ແນວ​ນັ້ນ. ເຮົາ​ສາ​ມາດ​ຮຽນ​ຮູ້​ຫຍັງ​ແດ່​ຈາກ​ຕົວ​ຢ່າງ​ຂອງ​ເພິ່ນ ທີ່​ສາ​ມາດ​ຊ່ວຍ​ເຮົາ​ເມື່ອ​ເຮົາ​ເຮັດ​ຜິດ​ພາດ? ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ຕໍ່​ທ່ານ​ທີ່​ຈະ​ຮູ້​ວ່າ​ໂຈ​ເຊັບ​ໄດ້​ຖືກ​ເອີ້ນ​ໂດຍ​ພຣະ​ເຈົ້າ ເຖິງ​ແມ່ນ​ວ່າ ເພິ່ນ​ບໍ່​ໄດ້​ດີ​ພ້ອມ​ກໍ​ຕາມ?

ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–54

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ເອີ້ນ​ໂຈ​ເຊັບ ສະ​ມິດ ໃຫ້​ຊ່ວຍ​ພຣະ​ອົງ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ.

  • ລູກໆ​ຂອງ​ທ່ານ​ອາດ​ມ່ວນ​ຊື່ນ​ກັບ​ການ​ທຳ​ທ່າ​ເປັນ​ໂຈ​ເຊັບ ສະ​ມິດ ຂະ​ນະ​ທີ່​ທ່ານ​ເລົ່າ​ເລື່ອງ​ລາວ​ຂອງ​ການ​ມາ​ຢ້ຽມ​ຢາມ​ຂອງ​ໂມ​ໂຣ​ໄນ ໃນ ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:27–54 ຫລື “ບົດ​ທີ 3: ທູດ​ໂມ​ໂຣ​ໄນ ແລະ ແຜ່ນ​ຈາ​ລຶກ​ຄຳ” (ໃນ ເລື່ອງ​ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ, 13–17, ຫລື ວິ​ດີ​ໂອ​ທີ່​ກ່ຽວ​ຂ້ອງ ໃນ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ). ຍົກ​ຕົວ​ຢ່າງ, ພວກ​ເຂົາ​ສາ​ມາດ​ເອົາ​ມື​ຄັດ​ເອິກ​ຄື​ກັບ​ວ່າ​ພວກ​ເຂົາ​ກຳ​ລັງ​ອະ​ທິ​ຖານ ຫລື ທຳ​ທ່າ​ປີນ​ຂຶ້ນ​ເນີນ​ພູ​ຄູ​ໂມ​ຣາ, ແລະ ອື່ນໆ. ແລ້ວ​ທ່ານ​ສາ​ມາດ​ຖາມ​ພວກ​ເຂົາ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ເອີ້ນ​ໃຫ້​ໂຈ​ເຊັບ ສະ​ມິດ ເຮັດ ແລະ ວ່າ​ເຮົາ​ໄດ້​ຮັບ​ພອນ​ແນວ​ໃດ​ເປັນ​ຜົນ​ທີ່​ຕາມ​ມາ. ຍົກ​ຕົວ​ຢ່າງ, ເຮົາ​ໄດ້​ຮັບ​ພອນ​ຢ່າງ​ໃດ​ຍ້ອນ​ໂຈ​ເຊັບ ສະ​ມິດ ໄດ້​ແປ​ພຣະ​ຄຳ​ພີ​ມໍ​ມອນ. ວຽກ​ງານ​ຂອງ​ເພິ່ນ​ໄດ້​ຊ່ວຍ​ເຮົາ​ໃຫ້​ເຂົ້າ​ໃກ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ເຢ​ຊູ​ຄຣິດ ຫລາຍ​ຂຶ້ນ​ແນວ​ໃດ?

    2:29

    The Angel Moroni Visits Joseph Smith: Learning about a sacred book

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ຄອບ​ຄົວ​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ.

  • ບາງ​ທີ ທ່ານ ແລະ ລູກໆ​ຂອງ​ທ່ານ​ອາດ​ມ່ວນ​ຊື່ນ​ກັບ​ການ​ເບິ່ງ​ຮູບ​ຂອງ​ຄອບ​ຄົວ​ຂອງ​ທ່ານ, ຊຶ່ງ​ອາດ​ລວມ​ທັງ​ຮູບ​ຂອງ​ຄອບ​ຄົວ​ຂອງ​ທ່ານ​ຢູ່​ພຣະ​ວິ​ຫານ (ຫລື ເບິ່ງ ປຶ້ມ​ຮູບ​ພຣະ​ກິດ​ຕິ​ຄຸນ, ເລກ​ທີ 120). ແລ້ວ​ທ່ານ​ສາ​ມາດ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2 ແລະ ແບ່ງ​ປັນ​ຄວາມ​ຄິດ​ຂອງ​ພວກ​ທ່ານ​ນຳ​ກັນ​ກ່ຽວ​ກັບ​ວ່າ ເປັນ​ຫຍັງ​ເຮົາ​ຈຶ່ງ​ມີ​ພຣະ​ວິ​ຫານ ແລະ ເປັນ​ຫຍັງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຕ້ອງ​ການ​ໃຫ້​ຄອບ​ຄົວ​ຢູ່​ນຳ​ກັນ​ຕະ​ຫລອດ​ໄປ. ໃຫ້​ຄິດ​ທີ່​ຈະ​ຮ້ອງ​ເພງ “Families Can Be Together Forever” ນຳ​ກັນ (Children’s Songbook, 188). ເພງ​ນີ້​ເວົ້າ​ວ່າ ເຮົາ​ສາ​ມາດ​ເຮັດ​ຫຍັງ​ໄດ້ ເພື່ອ​ທີ່​ຈະ​ຢູ່​ກັບ​ຄອບ​ຄົວ​ຂອງ​ເຮົາ​ຕະ​ຫລອດ​ໄປ?

Young Couple Going to the Temple, English
ພຣະ​ວິ​ຫານ​ພາ​ໄມ​ຣາ ນິວ​ຢອກ

ພຣະ​ວິ​ຫານ​ພາ​ໄມ​ຣາ ນິວ​ຢອກ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2

ຮຽນ​ຮູ້​ກ່ຽວ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ ສາ​ມາດ​ນຳ​ຄວາມ​ຊື່ນ​ຊົມ​ມາ​ໃຫ້​ເຮົາ.

  • ເດັກ​ນ້ອຍ​ສາ​ມາດ​ຮູ້​ສຶກ​ຕື່ນ​ເຕັ້ນ ແລະ ຊື່ນ​ຊົມ​ກ່ຽວ​ກັບ​ປະ​ຫວັດ​ຄອບ​ຄົວ. ເພື່ອ​ຊ່ວຍ​ພວກ​ເຂົາ, ທ່ານ​ສາ​ມາດ​ແບ່ງ​ປັນ​ເລື່ອງ​ລາວ ຫລື ຮູບ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ. ເວົ້າ​ລົມ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ວ່າ ຊີ​ວິດ​ເປັນ​ແນວ​ໃດ​ສຳ​ລັບ​ບັນ​ພະ​ບຸ​ລຸດ​ຂອງ​ທ່ານ ເມື່ອ​ຕອນ​ເຂົາ​ເຈົ້າ​ຍັງ​ເປັນ​ເດັກ​ນ້ອຍ? ລູກໆ​ຂອງ​ທ່ານ​ຍັງ​ສາ​ມາດ​ມ່ວນ​ຊື່ນ​ກັບ​ກິດ​ຈະ​ກຳ​ປະ​ຫວັດ​ຄອບ​ຄົວ​ບາງ​ຢ່າງ​ໃນ FamilySearch.org/discovery ນຳ​ອີກ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ທູດ​ໂມ​ໂຣ​ໄນ​ກຳ​ລັງ​ສະ​ແດງ​ບ່ອນ​ທີ່​ແຜ່ນ​ຈາ​ລຶກ​ຄຳ​ໄດ້​ຖືກ​ເຊື່ອງ​ໄວ້ ໃຫ້​ໂຈ​ເຊັບ ສະ​ມິດ ເບິ່ງ

Joseph Receives the Plates [ໂຈ​ເຊັບ​ຮັບ​ແຜ່ນ​ຈາ​ລຶກ], ໂດຍ ແກ​ຣີ ອີ ສະ​ມິດ

ໜ້າ​ກິດ​ຈະ​ກຳ​ສຳ​ລັບ​ເດັກ​ນ້ອຍ