“ວັນທີ 13–19 ເດືອນມັງກອນ: ‘ຂ້າພະເຈົ້າໄດ້ເຫັນແສງສະຫວ່າງເປັນເລົາລົງມາ’: ໂຈເຊັບ ສະມິດ—ປະຫວັດ 1:1–26,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ໂຈເຊັບ ສະມິດ—ປະຫວັດ 1:1–26,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
Sacred Grove [ປ່າສັກສິດ], ໂດຍ ກະເຣກ ອໍສັນ
ວັນທີ 13–19 ເດືອນມັງກອນ: “ຂ້າພະເຈົ້າໄດ້ເຫັນແສງສະຫວ່າງເປັນເລົາລົງມາ”
ໂຈເຊັບ ສະມິດ—ປະຫວັດ 1:1–26
ທ່ານອາດເວົ້າວ່າ ຄຳສອນ ແລະ ພັນທະສັນຍາ ເປັນໜັງສືທີ່ຕອບຄຳອະທິຖານ: ການເປີດເຜີຍທີ່ສັກສິດຫລາຍຢ່າງຢູ່ໃນໜັງສືເຫລັ້ມນີ້ ໄດ້ມາເຖິງເປັນການຕອບຄຳຖາມ. ຄຳຖາມທີ່ເລີ່ມຕົ້ນທັງໝົດ—ຄຳຖາມທີ່ຈຸດປະກາຍການເປີດເຜີຍໃນຍຸກສຸດທ້າຍ—ຖືກຖາມໂດຍຊາຍໜຸ່ມອາຍຸ 14 ປີ. “ສົງຄາມຄາລົມ ແລະ ຄວາມວຸ້ນວາຍຂອງຄວາມຄິດຄວາມເຫັນ” (ໂຈເຊັບ ສະມິດ—ປະຫວັດ 1:10) ໄດ້ເຮັດໃຫ້ໂຈເຊັບ ສະມິດ ສັບສົນກ່ຽວກັບສາດສະໜາ ແລະ ຄວາມສຳພັນຂອງເພິ່ນກັບພຣະເຈົ້າ. ບາງທີທ່ານກໍຮູ້ສຶກແນວນັ້ນເຊັ່ນກັນ. ເຮົາພົບເຫັນຫລາຍແນວຄິດທີ່ຂັດແຍ້ງກັນ ແລະ ສຽງທີ່ຊັກຊວນໃນວັນເວລາຂອງເຮົາ. ເມື່ອເຮົາພິຈາລະນາຂ່າວສານເຫລົ່ານີ້ ແລະ ຊອກຫາຄວາມຈິງ, ເຮົາສາມາດເຮັດສິ່ງທີ່ໂຈເຊັບໄດ້ເຮັດ. ເຮົາສາມາດຖາມ, ສຶກສາພຣະຄຳພີ, ໄຕ່ຕອງ, ແລະ ໃນທີ່ສຸດທູນຖາມພຣະເຈົ້າ. ໃນການຕອບຄຳອະທິຖານຂອງໂຈເຊັບ, ໄດ້ມີແສງສະຫວ່າງເປັນເລົາລົງມາຈາກທ້ອງຟ້າສະຫວັນ. ພຣະເຈົ້າອົງເປັນພຣະບິດາ ແລະ ພຣະເຢຊູຄຣິດໄດ້ມາປະກົດຕົວ ແລະ ຕອບຄຳຖາມຂອງເພິ່ນ. ປະຈັກພະຍານຂອງໂຈເຊັບເຖິງປະສົບການທີ່ໜ້າອັດສະຈັນໃຈນັ້ນ ໄດ້ປະກາດຢ່າງກ້າຫານວ່າ ຄົນໃດທີ່ “ຂາດສະຕິປັນຍາ ກໍໃຫ້ຄົນນັ້ນທູນຂໍຈາກພຣະເຈົ້າ, ແລະ ຜູ້ຈະຊົງປະທານໃຫ້” (ໂຈເຊັບ ສະມິດ—ປະຫວັດ 1:26). ເຮົາທຸກຄົນສາມາດໄດ້ຮັບ, ຖ້າຫາກບໍ່ແມ່ນພາບທີ່ມາຈາກສະຫວັນ, ຢ່າງໜ້ອຍຈະເປັນພາບທີ່ແຈ່ມແຈ້ງກວ່າເກົ່າ, ສ່ອງແຈ້ງດ້ວຍແສງສະຫວ່າງຈາກສະຫວັນ.
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ໂຈເຊັບ ສະມິດ ເປັນສາດສະດາຂອງການຟື້ນຟູ.
ຈຸດປະສົງຂອງປະຫວັດຂອງໂຈເຊັບ ສະມິດ ແມ່ນເພື່ອໃຫ້ເຮົາຮູ້ຈັກ “ຂໍ້ຄວາມເທັດຈິງ” ເພາະຄວາມຈິງກ່ຽວກັບໂຈເຊັບມັກຖືກບິດເບືອນ (ໂຈເຊັບ ສະມິດ—ປະຫວັດ 1:1). ຂະນະທີ່ທ່ານອ່ານ ໂຈເຊັບ ສະມິດ—ປະຫວັດ 1:1–26, ແມ່ນຫຍັງທີ່ເພີ່ມຄວາມເຂັ້ມແຂງໃຫ້ແກ່ປະຈັກພະຍານຂອງທ່ານ ເລື່ອງການເອີ້ນຈາກສະຫວັນຂອງເພິ່ນ?
ເບິ່ງ Saints, 1:3–19 ນຳອີກ.
ເຮົາຈະສາມາດໄດ້ຮັບຄຳຕອບໃຫ້ກັບຄຳອະທິຖານຂອງເຮົາໄດ້ແນວໃດ?
ທ່ານເຄີຍ “ຂາດສະຕິປັນຍາ” ຫລື ຮູ້ສຶກສັບສົນກ່ຽວກັບການຕັດສິນໃຈໃດໜຶ່ງທີ່ທ່ານຕ້ອງໄດ້ເຮັດບໍ? (ໂຈເຊັບ ສະມິດ—ປະຫວັດ 1:13). ປະສົບການທີ່ໂຈເຊັບ ສະມິດ ໄດ້ຮັບໃນປີ 1820 ສາມາດໃຊ້ເປັນແບບແຜນທີ່ດີໃຫ້ແກ່ປະສົບການສ່ວນຕົວຂອງທ່ານເອງໄດ້. ຍົກຕົວຢ່າງ, ຂະນະທີ່ທ່ານຄົ້ນຄວ້າ ໂຈເຊັບ ສະມິດ—ປະຫວັດ 1:5–25, ໃຫ້ຊອກຫາປະສົບການທີ່ທ່ານສາມາດເຂົ້າໃຈໄດ້. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບ:
-
ໂຈເຊັບໄດ້ຕຽມຮັບປະສົບການສັກສິດໃນການອະທິຖານແນວໃດ? (ເບິ່ງ ຂໍ້ທີ 8, 11, 14–15).
-
ບົດບາດຂອງການສຶກສາພຣະຄຳພີໃນການສະແຫວງຫາການເປີດເຜີຍ? (ເບິ່ງ ຂໍ້ທີ 11–12).
-
ຈະເຮັດແນວໃດເມື່ອທ່ານປະເຊີນກັບການຕໍ່ຕ້ານ? (ເບິ່ງ ຂໍ້ທີ 15–16, 21–26).
-
ຍອມຮັບ ແລະ ປະຕິບັດຕາມຄຳຕອບທີ່ທ່ານໄດ້ຮັບ? (ເບິ່ງ ຂໍ້ທີ 18–25).
ເຊື້ອເຊີນການແບ່ງປັນ. ການຄົ້ນຄວ້າພຣະຄຳພີເຊື້ອເຊີນຄວາມປະທັບໃຈຈາກພຣະວິນຍານບໍລິສຸດ. ການແບ່ງປັນຄວາມປະທັບໃຈເຫລົ່ານີ້ສາມາດເຊື້ອເຊີນພຣະວິນຍານບໍລິສຸດໃຫ້ເປັນພະຍານກັບຄົນອື່ນໆ, ທັງບຸກຄົນທີ່ແບ່ງປັນນຳອີກ.
ທ່ານໄດ້ຮັບຄວາມຮູ້ແຈ້ງຢ່າງໃດແດ່ຈາກບົດຄວາມສັ້ນຂອງປະທານເຮັນຣີ ບີ ໄອຣິງ “The First Vision: A Pattern for Personal Revelation”? (Liahona, Feb. 2020, 12–17).
ທ່ານກໍສາມາດຊອກຫາຕົວຢ່າງອື່ນໆນຳອີກຢູ່ໃນພຣະຄຳພີ ກ່ຽວກັບຜູ້ຄົນທີ່ໄດ້ສື່ສານກັບພຣະເຈົ້າ. ຮູບພາບໃນ ປຶ້ມຮູບພຣະກິດຕິຄຸນ ຫລື ປຶ້ມ ຈົ່ງຕາມເຮົາມາ ອື່ນໆ ສາມາດຊ່ວຍໃຫ້ທ່ານມີຄວາມຄິດໄດ້. ໃຫ້ລອງຕອບຄຳຖາມທີ່ລະບຸໄວ້ກ່ອນໜ້ານີ້ສຳລັບແຕ່ລະຕົວຢ່າງທີ່ທ່ານພົບ. ທ່ານເຄີຍມີປະສົບການໃດແດ່ກ່ຽວກັບການໄດ້ຮັບຄຳຕອບຕໍ່ຄຳອະທິຖານ? ທ່ານສາມາດເຮັດສິ່ງໃດເພື່ອຊ່ວຍໃຫ້ຄົນອື່ນໄດ້ຮັບປະສົບການທີ່ດີເຊັ່ນກັນ?
ເບິ່ງ Russell M. Nelson, “Hear Him,” Liahona, May 2020, 88–92; Topics and Questions, “Personal Revelation,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ໂຈເຊັບ ສະມິດ—ປະຫວັດ 1:15–20
ໂຈເຊັບ ສະມິດ ໄດ້ເຫັນພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
ໂຈເຊັບ ສະມິດ ໄດ້ໄວ້ວາງໃຈວ່າ ພຣະເຈົ້າຈະຕອບຄຳອະທິຖານຂອງເພິ່ນ, ແຕ່ເພິ່ນບໍ່ຮູ້ວ່າຄຳຕອບນັ້ນຈະປ່ຽນແປງຊີວິດຂອງເພິ່ນ—ແລະ ຊາວໂລກແນວໃດ. ຂະນະທີ່ທ່ານອ່ານກ່ຽວກັບປະສົບການຂອງໂຈເຊັບ ສະມິດ, ໃຫ້ໄຕ່ຕອງວ່າ ຜົນຂອງພາບທີ່ມາໃຫ້ເຫັນຄັ້ງທຳອິດໄດ້ປ່ຽນແປງຊີວິດຂອງທ່ານແນວໃດ.
ຍົກຕົວຢ່າງ, ພາບທີ່ມາໃຫ້ເຫັນຄັ້ງທຳອິດໄດ້ເປີດເຜີຍຄວາມຈິງຫລາຍຢ່າງກ່ຽວກັບພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ວ່າແຕກຕ່າງຈາກທີ່ຫລາຍຄົນໃນວັນເວລາຂອງໂຈເຊັບໄດ້ເຊື່ອ. ຂະນະທີ່ທ່ານອ່ານ ໂຈເຊັບ ສະມິດ—ປະຫວັດ 1:15–20, ໃຫ້ພິຈາລະນາທີ່ຈະຂຽນຫລາຍວິທີທາງ ເພື່ອປະກອບປະໂຫຍກໃຫ້ສົມບູນ ຄືກັນກັບປະໂຫຍກນີ້: “ເພາະພາບທີ່ມາໃຫ້ເຫັນຄັ້ງທຳອິດໄດ້ເກີດຂຶ້ນ, ເຮົາຈຶ່ງຮູ້ວ່າ …”
ທ່ານມີຄວາມຮູ້ສຶກແນວໃດແດ່ຂະນະທີ່ທ່ານໄຕ່ຕອງປະສົບການຂອງໂຈເຊັບ ແລະ ທຸກສິ່ງທີ່ໄດ້ເກີດຂຶ້ນ?
ເບິ່ງ “Ask of God: Joseph Smith’s First Vision” (ວິດີໂອ), ຫ້ອງສະໝຸດພຣະກິດຕິຄຸນ; “Joseph Smith’s First Prayer,” Hymns, no. 26 ນຳອີກ.
ທູນຂໍຈາກພຣະເຈົ້າ: ພາບທີ່ມາໃຫ້ເຫັນຄັ້ງທຳອິດຂອງໂຈເຊັບ ສະມິດ
ລາຍລະອຽດຈາກ If Any of You Lack Wisdom [ຖ້າຄົນໃດໃນພວກເຈົ້າຂາດສະຕິປັນຍາ], ໂດຍ ວາວເຕີ ເຣນ
ໂຈເຊັບ ສະມິດ—ປະຫວັດ 1:15–20
ເປັນຫຍັງຈຶ່ງມີເລື່ອງລາວກ່ຽວກັບພາບທີ່ມາໃຫ້ເຫັນຄັ້ງທຳອິດຫລາຍເລື່ອງທີ່ແຕກຕ່າງກັນ?
ໃນຊ່ວງຊີວິດຂອງເພິ່ນ, ໂຈເຊັບ ສະມິດ ໄດ້ບັນທຶກປະສົບການຂອງເພິ່ນ ທີ່ເກີດຂຶ້ນຢູ່ໃນປ່າສັກສິດໄວ້ ຢ່າງໜ້ອຍສີ່ເທື່ອ, ສ່ວນຫລາຍມີຜູ້ຂຽນໃຫ້. ນອກເໜືອຈາກນັ້ນ, ກໍມີເລື່ອງລາວຫລາຍເລື່ອງທີ່ຂຽນໂດຍຜູ້ຄົນອື່ນໆທີ່ໄດ້ຍິນໂຈເຊັບເລົ່າກ່ຽວກັບພາບທີ່ມາໃຫ້ເຫັນຂອງເພິ່ນ. ເຖິງແມ່ນວ່າ ເລື່ອງລາວເຫລົ່ານີ້ມີຂໍ້ປີກຍ່ອຍທີ່ແຕກຕ່າງກັນ, ຊຶ່ງຂຶ້ນກັບຜູ້ຂຽນ, ຜູ້ອ່ານ, ແລະ ສະພາບແວດລ້ອມ, ແຕ່ມັນກໍມີຄວາມສອດຄ່ອງກັນ. ແລະ ແຕ່ລະເລື່ອງກໍໄດ້ໃຫ້ຂໍ້ປີກຍ່ອຍເພີ່ມເຕີມ ທີ່ຊ່ວຍເຮົາໃຫ້ເຂົ້າໃຈຫລາຍຂຶ້ນກ່ຽວກັບປະສົບການຂອງໂຈເຊັບ ສະມິດ, ຄືກັນກັບພຣະທຳສີ່ເຫລັ້ມຂອງພຣະຄຳພີໃໝ່ ທີ່ຊ່ວຍເຮົາໃຫ້ເຂົ້າໃຈກ່ຽວກັບພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດຫລາຍຂຶ້ນ.
ເບິ່ງ ຫົວຂໍ້ ແລະ ຄຳຖາມ, “ເລື່ອງລາວພາບທີ່ມາໃຫ້ເຫັນຄັ້ງທຳອິດ,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ໂຈເຊັບ ສະມິດ—ປະຫວັດ 1:21–26
ເຮົາສາມາດຍຶດໝັ້ນຢູ່ກັບສິ່ງທີ່ເຮົາຮູ້, ແມ່ນແຕ່ຖ້າຫາກຄົນອື່ນປະຕິເສດເຮົາ.
ຫລັງຈາກພາບທີ່ມາໃຫ້ເຫັນຄັ້ງທຳອິດທີ່ໜ້າອັດສະຈັນໃຈຂອງເພິ່ນ, ຕາມທຳມະຊາດ ໂຈເຊັບ ສະມິດ ກໍຢາກແບ່ງປັນປະສົບການຂອງເພິ່ນກັບຄົນອື່ນ. ການຕໍ່ຕ້ານທີ່ເພິ່ນໄດ້ປະເຊີນໄດ້ເຮັດໃຫ້ເພິ່ນປະຫລາດໃຈ. ຂະນະທີ່ທ່ານອ່ານເລື່ອງລາວຂອງເພິ່ນ, ແມ່ນຫຍັງທີ່ດົນໃຈທ່ານ ໃຫ້ຍຶດໝັ້ນຢູ່ກັບປະຈັກພະຍານຂອງທ່ານ? ຕົວຢ່າງອື່ນໃດແດ່—ຈາກພຣະຄຳພີ, ບັນພະບຸລຸດ, ຫລື ຜູ້ຄົນທີ່ທ່ານຮູ້ຈັກ—ຊ່ວຍໃຫ້ທ່ານກ້າຫານ ເພື່ອຍຶດໝັ້ນຢູ່ກັບປະສົບການທາງວິນຍານ ທີ່ທ່ານເຄີຍມີ?
ເບິ່ງ Gary E. Stevenson, “Nourishing and Bearing Your Testimony,” Liahona, Nov. 2022, 111–14 ນຳອີກ.
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ໂຈເຊັບ ສະມິດ ໄດ້ຖືກຕຽມໄວ້ໃຫ້ເປັນສາດສະດາຂອງພຣະເຈົ້າ.
-
ການຮຽນຮູ້ກ່ຽວກັບຊ່ວງໄວເຍົາຂອງໂຈເຊັບ ສະມິດ ສາມາດຊ່ວຍລູກໆຂອງທ່ານເຂົ້າໃຈເພິ່ນໄດ້ ຂະນະທີ່ພວກເຂົາຮຽນຮູ້ຈາກປະສົບການຂອງເພິ່ນ. ບາງທີພວກເຂົາສາມາດເຍິງຮູບພາບຂອງໂຈເຊັບ ສະມິດ ແລະ ແບ່ງປັນສິ່ງທີ່ພວກເຂົາຮູ້ຈັກກ່ຽວກັບຕົວເພິ່ນ. ຖ້າຕ້ອງການ, ທ່ານສາມາດຕື່ມຄວາມຈິງບາງຢ່າງກ່ຽວກັບເພິ່ນຈາກ ໂຈເຊັບ ສະມິດ—ປະຫວັດ 1:3–14 (ເບິ່ງ “ບົດທີ 1: ໂຈເຊັບ ສະມິດ ແລະ ຄອບຄົວຂອງເພິ່ນ,” ໃນ ເລື່ອງຄຳສອນ ແລະ ພັນທະສັນຍາ, 6–8, ຫລື ວິດີໂອທີ່ກ່ຽວຂ້ອງ ໃນຫ້ອງສະໝຸດພຣະກິດຕິຄຸນ ນຳອີກ). ໂຈເຊັບໄດ້ມີປະສົບການຢ່າງໃດແດ່ທີ່ຊ່ວຍຕຽມເພິ່ນໃຫ້ກາຍເປັນສາດສະດາ? ພຣະເຈົ້າອາດຕຽມເຮົາໃຫ້ເຮັດສິ່ງໃດ?
3:22Joseph Smith's Family: A family of faith
ລາຍລະອຽດຈາກ Joseph Smith’s First Vision [ພາບທີ່ມາໃຫ້ເຫັນຄັ້ງທຳອິດຂອງໂຈເຊັບ ສະມິດ], ກະເຣກ ໂອເຊິນ
ໂຈເຊັບ ສະມິດ—ປະຫວັດ 1:10–13
ພຣະເຈົ້າສາມາດຕອບຄຳຖາມຂອງເຮົາຜ່ານທາງພຣະຄຳພີ.
-
ໃຫ້ພິຈາລະນາທີ່ຈະສະແດງປຶ້ມທີ່ຫລາກຫລາຍໃຫ້ກັບລູກໆຂອງທ່ານ, ລວມທັງພຣະຄຳພີ. ໃຫ້ພວກເຂົາຄິດກ່ຽວກັບຄຳຖາມທີ່ປຶ້ມເຫລົ່ານີ້ສາມາດຕອບ. ແລ້ວພວກທ່ານສາມາດອ່ານ ໂຈເຊັບ ສະມິດ—ປະຫວັດ 1:10–11 ນຳກັນ ເພື່ອຊອກຫາວ່າ ຄຳຖາມໃດທີ່ໂຈເຊັບ ສະມິດ ໄດ້ມີ ແລະ ຄຳຕອບໃດທີ່ເພິ່ນໄດ້ພົບເຫັນຢູ່ໃນພຣະຄຳພີ.
-
ລູກໆຂອງທ່ານອາດສາມາດພົບເຫັນຂໍ້ຄວາມຢູ່ໃນ ຂໍ້ທີ 12 ທີ່ບັນຍາຍວ່າ ຢາໂກໂບ 1:5 ມີຜົນກະທົບຕໍ່ໂຈເຊັບແນວໃດ. ແລ້ວພວກທ່ານສາມາດແບ່ງປັນປະສົບການນຳກັນ ຊຶ່ງຂໍ້ພຣະຄຳພີໃດໜຶ່ງໄດ້ມີອິດທິພົນທີ່ມີພະລັງຕໍ່ພວກທ່ານ. ພວກທ່ານກໍສາມາດຮ້ອງເພງນຳກັນກ່ຽວກັບການອ່ານພຣະຄຳພີ, ເຊັ່ນ “ຈາລຶກທອງຄຳ” (ເພງສວດ ແລະ ເພງຂອງເດັກນ້ອຍ, 71 ນຳອີກ). ເພງສິດສອນຫຍັງແດ່ກ່ຽວກັບວ່າ ເປັນຫຍັງເຮົາຈຶ່ງອ່ານພຣະຄຳພີ?
ໂຈເຊັບ ສະມິດ—ປະຫວັດ 1:10–17
ພຣະບິດາເທິງສະຫວັນໄດ້ຍິນ ແລະ ຕອບຄຳອະທິຖານຂອງເຮົາ.
-
ເພື່ອເລີ່ມຕົ້ນການສົນທະນາກ່ຽວກັບວິທີທີ່ເຮົາສື່ສານກັບພຣະບິດາເທິງສະຫວັນ, ບາງທີທ່ານ ແລະ ລູກໆຂອງທ່ານສາມາດຖາມກັນໃນຄຳຖາມອື່ນໆ ໂດຍການໃຊ້ວິທີການສື່ສານທີ່ຫລາກຫລາຍ, ເຊັ່ນການສົ່ງຂໍ້ຄວາມ, ການໂທຫາ, ຫລື ການຂຽນຈົດໝາຍນ້ອຍ. ເຮົາທູນຖາມພຣະບິດາເທິງສະຫວັນໃນທາງໃດ? ເຮົາສະແດງໃຫ້ພຣະອົງເຫັນວ່າເຮົາຮັກ ແລະ ເຄົາລົບພຣະອົງໃນຄຳອະທິຖານຂອງເຮົາແນວໃດ? ອ່ານ ໂຈເຊັບ ສະມິດ—ປະຫວັດ 1:16–19 ນຳກັນ ແລະ ສົນທະນາວ່າ ພຣະບິດາເທິງສະຫວັນໄດ້ຕອບຄຳອະທິຖານຂອງໂຈເຊັບ ສະມິດ ແນວໃດ. ແລ້ວທ່ານ ແລະ ລູກໆຂອງທ່ານສາມາດແບ່ງປັນປະສົບການ ເຖິງຕອນທີ່ທ່ານໄດ້ທູນຂໍໃຫ້ພຣະເຈົ້າຊ່ວຍເຫລືອ ແລະ ໄດ້ຮັບຄຳຕອບ.
ໂຈເຊັບ ສະມິດ—ປະຫວັດ 1:17–19
ໂຈເຊັບ ສະມິດ ໄດ້ເຫັນພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ.
-
ລູກຜູ້ນ້ອຍອາດມັກຢືນວາແຂນ ທຳທ່າເປັນຕົ້ນໄມ້ຢູ່ໃນປ່າສັກສິດ ຂະນະທີ່ທ່ານບອກພວກເຂົາກ່ຽວກັບພາບທີ່ມາໃຫ້ເຫັນຄັ້ງທຳອິດ. ຂໍໃຫ້ລູກໆງ່ຽງຊ້າຍງ່ຽງຂວາ ຄືກັບວ່າຖືກລົມພັດ ຂະນະທີ່ທ່ານເວົ້າກ່ຽວກັບຕອນໂຈເຊັບ ສະມິດ ອະທິຖານ. ແລ້ວຂໍໃຫ້ພວກເຂົານິ້ງຢູ່ ແລະ ມິດງຽບ ເມື່ອທ່ານບອກພວກເຂົາເຖິງຕອນທີ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູໄດ້ມາປະກົດຕົວຕໍ່ໂຈເຊັບ.
-
ລູກຜູ້ໃຫຍ່ອາດມັກໃຊ້ຮູບໜຶ່ງໃບ ຫລື ຫລາຍກວ່ານັ້ນຢູ່ໃນໂຄງຮ່າງນີ້ ເພື່ອບອກພວກທ່ານກ່ຽວກັບສິ່ງທີ່ພວກເຂົາຮູ້ຈັກກ່ຽວກັບພາບທີ່ມາໃຫ້ເຫັນຄັ້ງທຳອິດ. ຊຸກຍູ້ພວກເຂົາໄດ້ອ້າງເຖິງ ໂຈເຊັບ ສະມິດ—ປະຫວັດ 1:14–17 ແລະ ແບ່ງປັນຄວາມຄິດ ແລະ ຄວາມຮູ້ສຶກຂອງພວກເຂົາກ່ຽວກັບປະສົບການຂອງໂຈເຊັບ (ເບິ່ງ “ບົດທີ 2: ພາບທີ່ມາໃຫ້ເຫັນຄັ້ງທຳອິດຂອງໂຈເຊັບ ສະມິດ,” ໃນ ເລື່ອງຄຳສອນ ແລະ ພັນທະສັນຍາ, 9–12, ຫລື ວິດີໂອທີ່ກ່ຽວຂ້ອງ ໃນຫ້ອງສະໝຸດພຣະກິດຕິຄຸນ ນຳອີກ).
3:23Joseph Smith's First Vision: An answer to a humble prayer
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.