ຂ່າວສານປະຈຳເດືອນ For the Strength of Youth, ເດືອນສິງຫາ 2025
ພຣະເຈົ້າ ບໍ່ແມ່ນ ໃຜ
ຄວາມຈິງ 5 ປະການກ່ຽວກັບພຣະບິດາເທິງສະຫວັນຂອງເຮົາ
ເຮົາສາມາດຮຽນຮູ້ໄດ້ຫລາຍກ່ຽວກັບວ່າພຣະເຈົ້າແມ່ນໃຜ ເມື່ອເຮົາເຂົ້າໃຈວ່າພຣະອົງບໍ່ແມ່ນໃຜ.
ພາບປະກອບ ໂດຍ ຄາມິລາ ເກຣ
ພອນອັນຍິ່ງໃຫຍ່ທີ່ສຸດຢ່າງໜຶ່ງຂອງການຟື້ນຟູນັ້ນຄືພຣະເຈົ້າໄດ້ເປີດເຜີຍພຣະອົງເອງ ແລະ ລັກສະນະຂອງພຣະອົງອີກຄັ້ງໃນຖານະພຣະບິດາເທິງສະຫວັນທີ່ຊົງຮັກ. ແຕ່ບາງຄັ້ງເຮົາກໍມີຄວາມຄິດ ຫລື ແນວຄິດກ່ຽວກັບພຣະເຈົ້າທີ່ບໍ່ແມ່ນຄວາມຈິງເລີຍ. ເມື່ອສິ່ງນີ້ເກີດຂຶ້ນ, ເຮົາສາມາດຮຽນຮູ້ໄດ້ຫລາຍກ່ຽວກັບວ່າພຣະເຈົ້າແມ່ນ ໃຜ ໂດຍການເຂົ້າໃຈວ່າພຣະອົງບໍ່ແມ່ນ ໃຜ.
ພຣະເຈົ້າບໍ່ແມ່ນ ບຸກຄົນໃດໜຶ່ງທີ່ເຮົາບໍ່ຄຸ້ນເຄີຍນັ່ງຢູ່ເທິງບັນລັງທີ່ຢູ່ໄກ, ແສນໄກ.
ພຣະອົງຄືພຣະບິດາຂອງເຮົາ, ທີ່ປະເສີດຫລາຍກວ່າບິດາເທິງໂລກທີ່ເຮົາຈະສາມາດຈິນຕະນາການໄດ້. ເຖິງແມ່ນວ່າເຮົາບໍ່ສາມາດຈຶ່ຈຳຊີວິດກ່ອນມະຕະຂອງເຮົາກັບພຣະອົງ, ແຕ່ພຣະອົງຮູ້ຈັກເຮົາແຕ່ລະຄົນເປັນຢ່າງດີ. ພຣະອົງມີພຣະກາຍທີ່ເປັນເນື້ອໜັງ ແລະ ກະດູກທີ່ສົມບູນແບບ, ແລະ ເຮົາມີຮູບລັກສະນະເໝືອນພຣະອົງ.
ຖ້າເຈົ້າຄິດພາບບໍ່ອອກວ່າພຣະເຈົ້າເປັນແນວໃດ, ກໍມີຕົວຢ່າງທີ່ສົມບູນແບບນັ້ນຄື: ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ພຣະຄຣິດໄດ້ກ່າວວ່າ, “ເຮົານີ້ແຫລະເປັນທາງນັ້ນ, ເປັນຄວາມຈິງ ແລະ ເປັນຊີວິດ: ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້, ນອກຈາກມາທາງເຮົາ. ບັດນີ້ເຈົ້າທັງຫລາຍຮູ້ຈັກເຮົາແລ້ວ, ແລະ ພວກເຈົ້າກໍຈະຮູ້ຈັກພຣະບິດາເຈົ້າຂອງເຮົາເໝືອນກັນ.”(ໂຢຮັນ 14:6–7). ໃນອີກຄຳໜຶ່ງ, ຖ້າວ່າເຮົາຕ້ອງການທີ່ຈະຮູ້ຈັກວ່າພຣະບິດາເທິງສະຫວັນເປັນແນວໃດ, ເຮົາກໍສາມາດຮຽນຮູ້ກ່ຽວກັບພຣະເຢຊູຄຣິດວ່າເປັນແນວໃດ! ພວກພຣະອົງເປັນໜຶ່ງດຽວຢ່າງສົມບູນແບບໃນຈຸດປະສົງ.
ພຣະເຈົ້າບໍ່ແມ່ນ ໃຜຄົນໃດຄົນໜຶ່ງທີ່ບໍ່ມີເວລາໃຫ້ກັບເຈົ້າ.
ໃນຄວາມເປັນຈິງແລ້ວ, ການຊ່ວຍເຫລືອເຈົ້າໃຫ້ມີຊີວິດນິລັນດອນຄືວຽກງານ ແລະ ລັດສະໝີພາບຂອງພຣະອົງ. ເຈົ້າເປັນຈຸດສົນໃຈ #1 ຂອງພຣະອົງ! ພຣະອົງບໍ່ໄດ້ຜູກພັນຕາມການເວລາເໝືອນດັ່ງທີ່ເຮົາເປັນ. ເອື້ອມອອກໄປຫາພຣະອົງໄດ້ທຸກເວລາໃນການອະທິຖານ. ຈາກນັ້ນໃຫ້ຟັງຄຳຕອບໃນຫລາຍວິທີຂອງພຣະອົງ.
ພຣະເຈົ້າບໍ່ແມ່ນ ຜູ້ທີ່ບັງຄັບເຈົ້າໃຫ້ຕິດຕາມພຣະອົງ.
ແອວເດີ ແດວ ຈີ ເຣັນລັນ ແຫ່ງກຸ່ມອັກຄະສາວົກສິບສອງ ຄັ້ງໜຶ່ງໄດ້ສິດສອນວ່າ, “ເປົ້າໝາຍຂອງພຣະບິດາເທິງສະຫວັນຂອງເຮົາໃນການເປັນພໍ່ແມ່ ບໍ່ແມ່ນຈະໃຫ້ລູກໆຂອງພຣະອົງ ເຮັດ ສິ່ງທີ່ຖືກຕ້ອງ; ແຕ່ແມ່ນໃຫ້ລູກໆຂອງພຣະອົງ ເລືອກ ທີ່ຈະເຮັດສິ່ງທີ່ຖືກຕ້ອງ ແລະ ໃນທີ່ສຸດ ກາຍເປັນເໝືອນດັ່ງພຣະອົງ.” ພຣະອົງຈະເຊື້ອເຊີນເຈົ້າ, ໃຫ້ຄຳປຶກສາແກ່ເຈົ້າ, ແລະ ສິດສອນຄວາມຈິງໃຫ້ກັບເຈົ້າ, ແຕ່ວ່າພຣະອົງຈະບໍ່ເອົາອຳເພີໃຈຂອງເຈົ້າໄປຈາກເຈົ້າ ໂດຍການບັງຄັບໃຫ້ເຈົ້າຕິດຕາມພຣະອົງ.
ພຣະເຈົ້າບໍ່ແມ່ນ ຜູ້ທີ່ພະຍາຍາມຈັບຜິດເຈົ້າ ເພື່ອວ່າພຣະອົງຈະໄດ້ລົງໂທດເຈົ້າ.
ແຕ່ກົງກັນຂ້າມ, ດັ່ງທີ່ ແອວເດີ ແພທຣິກ ເຄຍຣັນ ກ່າວວ່າ, “ພຣະເຈົ້າສະແຫວງຫາເຈົ້າຢ່າງບໍ່ຢຸດຢັ້ງ,” ຊຶ່ງມີຄວາມໝາຍວ່າພຣະອົງຈະບໍ່ຍອມແພ້ໃນການພະຍາຍາມຊ່ວຍເຫລືອໃຫ້ເຈົ້າກັບຄືນໄປຫາພຣະອົງ. ພຣະອົງຮູ້ວ່າເຮົາທຸກຄົນຈະຕ້ອງປະເຊີນໜ້າກັບສິ່ງທີ່ຍາກເປັນທຳມະດາເມື່ອເຮົາເຮັດສິ່ງຜິດພາດ. ສະນັ້ນພຣະອົງຈຶ່ງໄດ້ຈັດຕຽມວິທີເພື່ອໃຫ້ເຮົາໄດ້ສະອາດຈາກບາບ ແລະ ພົບຄວາມເຂັ້ມແຂງຜ່ານທາງການຊົດໃຊ້ຂອງພຣະບຸດຂອງພຣະອົງ.
ພຣະເຈົ້າບໍ່ແມ່ນ ຜູ້ທີ່ລໍຖ້າໃຫ້ເຈົ້າ “ດີພໍ” ຫລື “ສົມບູນແບບ” ກ່ອນທີ່ພຣະອົງຈະຮັກເຈົ້າ.
ຄວາມຮັກທີ່ພຣະອົງມີໃຫ້ເຈົ້າແມ່ນບໍ່ມີຂອບເຂດ. ພຣະອົງຮັກເຈົ້າດຽວນີ້, ໃນຕອນທີ່ເຈົ້າຍັງບໍ່ດີພ້ອມ! ປະທານແຈັບຟະຣີ ອາ ຮໍແລນ, ປະທານກຸ່ມອັກຄະສາວົກສິບສອງແທນຊົ່ວຄາວ, ໃຫ້ຄຳຊີ້ແຈງທີ່ມີພະລັງກ່ຽວກັບຄວາມຈິງນີ້ວ່າ: “‘ຈົ່ງມາຕາມທີ່ເຈົ້າເປັນຢູ່,’ ພຣະບິດາທີ່ຊົງຮັກກ່າວຕໍ່ເຮົາແຕ່ລະຄົນ, ແຕ່ພຣະອົງຕື່ມຄຳນີ້ໃສ່, ‘ຢ່າຄິດເລີຍວ່າເຈົ້າຈະບໍ່ປ່ຽນແປງ.’ ເຮົາຍິ້ມ ແລະ ຈື່ຈຳວ່າ ພຣະເຈົ້າມຸ່ງໝັ້ນທີ່ຈະເຮັດໃຫ້ເຮົາເປັນໄປໄດ້ຫລາຍກວ່າທີ່ເຮົາໄດ້ຄິດວ່າເຮົາຈະເປັນໄດ້.” ດ້ວຍຄວາມຮັກ ແລະ ກຳລັງໃຈທີ່ສົມບູນແບບ, ພຣະບິດາເທິງສະຫວັນກຳລັງພະຍາຍາມຊ່ວຍເຫລືອເຮົາໃຫ້ກາຍເປັນເໝືອນດັ່ງພຣະອົງ ແລະ ຮັບເອົາທຸກສິ່ງທີ່ພຣະອົງມີ, ທີລະຂັ້ນທີລະຕອນ.
ພຣະເຈົ້າແມ່ນໃຜ
ວິທີທີ່ດີທີ່ສຸດໃນການຮູ້ຈັກພຣະບິດາເທິງສະຫວັນຂອງເຈົ້າຄືການມີປະສົບການຮ່ວມກັບພຣະອົງຢູ່ສະເໝີ. ແນວໃດ? ຮຽນຮູ້ກ່ຽວກັບພຣະອົງ ແລະ ພຣະບຸດຂອງພຣະອົງຈາກພຣະຄຳພີ ແລະ ຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່. ອະທິຖານຫາພຣະອົງ. ຮັກສາພຣະບັນຍັດຂອງພຣະອົງ. ໃຊ້ເວລາງຽບໆ, ເວລາສ່ວນຕົວໃນການນະມັດສະການພຣະອົງຢູ່ທີ່ໂບດ, ໃນພຣະວິຫານ, ແລະ ໃນສະຖານທີ່ຕ່າງໆທີ່ສັກສິດ. ເຮັດ ແລະ ຮັກສາພັນທະສັນຍານຳພຣະອົງ. ພຣະອົງຈະຊ່ວຍເຈົ້າໃຫ້ຮູ້ຈັກວ່າພຣະອົງແມ່ນໃຜ ແລະ ຮູ້ສຶກແນວໃດກັບເຈົ້າ.
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, August 2025. Laotian. 19616 331