“The Truth of Our Lives,” Liahona, Aug. 2025.
ຂ່າວສານປະຈຳເດືອນ Liahona, ເດືອນສິງຫາ 2025
ຄວາມຈິງ ຂອງຊີວິດເຮົາ
ພຣະບິດາເທິງສະຫວັນຂອງເຮົາໄດ້ເປີດເຜີຍຄວາມຈິງກ່ຽວກັບອະດີດ, ປະຈຸບັນ, ແລະ ອະນາຄົດຂອງເຮົາ ລວມທັງວິທີທີ່ຈະໄດ້ຮັບຂອງປະທານທີ່ຍິ່ງໃຫຍ່ທັງໝົດ.
ຢູ່ຊັ້ນເທິງໃນຫ້ອງນ້ອຍ, ທີ່ຄັບແຄບຂອງຮ້ານຄ້າ ນິວເອັນ ເຄ ວິດນີ ທີ່ເມືອງເຄີດແລນ, ລັດໂອໄຮໂອ, ແອວເດີຂອງສາດສະໜາຈັກໄດ້ມາເຕົ້າໂຮມກັນກັບສາດສະດາ ໂຈເຊັບ ສະມິດ, ໃນວັນທີ 22 ເດືອນມັງກອນ, 1833. ໃນເດືອນທັນວາປີທີ່ຜ່ານມານັ້ນ, ໂຈເຊັບໄດ້ຮັບການເປີດເຜີຍໂດຍແນະນຳໃຫ້ເພິ່ນສ້າງຕັ້ງໂຮງຮຽນຂຶ້ນເພື່ອກຽມພ້ອມອ້າຍນ້ອງສຳລັບວຽກງານເຜີຍແຜ່.
“ແລະ ເຮົາຈະໃຫ້ບັນຍັດຂໍ້ໜຶ່ງແກ່ພວກເຈົ້າ,” ພຣະຜູ້ເປັນເຈົ້າໄດ້ປະກາດ, “ວ່າພວກເຈົ້າຈະສິດສອນຄຳສອນຂອງອານາຈັກໃຫ້ກັນແລະກັນ.
“ຈົ່ງສິດສອນຢ່າງພາກພຽນ ແລະ ພຣະຄຸນຂອງເຮົາຈະຢູ່ກັບພວກເຈົ້າ, ເພື່ອພວກເຈົ້າຈະໄດ້ຮັບການແນະນຳຢ່າງສົມບູນຫລາຍຂຶ້ນໃນທິດສະດີ, ໃນຫລັກທຳ, ໃນຄຳສອນ, ໃນກົດຂອງພຣະກິດຕິຄຸນ, ໃນທຸກສິ່ງທີ່ກ່ຽວກັບອານາຈັກຂອງພຣະເຈົ້າ, ອັນທີ່ສົມຄວນສຳລັບພວກເຈົ້າທີ່ຈະເຂົ້າໃຈ; …
“ເພື່ອວ່າພວກເຈົ້າຈະຕຽມພ້ອມໃນທຸກສິ່ງ ເມື່ອເຮົາຈະສົ່ງພວກເຈົ້າໄປອີກ ເພື່ອຂະຫຍາຍການເອີ້ນ ຊຶ່ງໃນການເອີ້ນນັ້ນ ເຮົາໄດ້ເອີ້ນພວກເຈົ້າ, ແລະ ພາລະກິດນັ້ນຊຶ່ງເຮົາໄດ້ມອບໝາຍໃຫ້ແກ່ພວກເຈົ້າ” (ຄຳສອນ ແລະ ພັນທະສັນຍາ 88:77–78, 80).
“ໂຮງຮຽນຂອງສາດສະດາ,” ແຫ່ງນີ້ທີ່ເອີ້ນກັນ, ເປັນແຫລ່ງໃຫ້ຄວາມຮູ້ດ້ານວິນຍານທີ່ປະເສີດຢ່າງຫລວງຫລາຍ. ຜູ້ນຳຂອງສາດສະໜາຈັກໃນສະໄໝກ່ອນຫລາຍທ່ານໄດ້ຮັບການສິດສອນຢູ່ທີ່ນັ້ນ. ໂລກໃນປະຈຸບັນແມ່ນແຕກຕ່າງໄປຢ່າງສິ້ນເຊີງ, ແຕ່ວ່າການນຳພາທີ່ພຣະຜູ້ເປັນເຈົ້າໄດ້ມອບໃຫ້ໃນຕອນນັ້ນແມ່ນຍັງສາມາດນຳມາໃຊ້ໄດ້ຢ່າງໜ້າອັດສະຈັນ. ເຮົາ, ກໍເຊັ່ນກັນ, ຈະຕ້ອງສະແຫວງຫາຄວາມຮູ້ ແລະ ຄວາມຈິງ “ເຖິງສິ່ງທີ່ເປັນຢູ່, ແລະ ດັ່ງທີ່ໄດ້ເປັນມາ, ແລະ ດັ່ງທີ່ຈະເປັນ” (ຄຳສອນ ແລະ ພັນທະສັນຍາ 93:24).
ການຄົ້ນຫາ ຄວາມຈິງ ຂອງເຮົາ
ໃນຍຸກທີ່ເຮົາດຳລົງຊີວິດຢູ່ນີ້, ຄວາມຮູ້ຕ່າງໆມີໃຫ້ເຮົາເຂົ້າເຖິງຫລາຍກວ່າແຕ່ກ່ອນ. ໃນອະດີດ, ຖ້າທ່ານຢາກຮູ້ກ່ຽວກັບສິ່ງໃດສິ່ງໜຶ່ງ, ທ່ານຈະຕ້ອງໄປທີ່ຫ້ອງສະໝຸດ ແລະ ຊອກຫາຄຳຕອບ. ປະຈຸບັນນີ້ ອິນເຕີເນັດ ແລະ ອຸປະກອນມືຖືເຮັດໃຫ້ເຮົາສາມາດເຂົ້າເຖິງຂໍ້ມູນຕ່າງໆໄດ້ເກືອບຈະບໍ່ສິ້ນສຸດທີ່ເຮົາສາມາດຊອກຫາໄດ້ເກືອບໃນທັນທີ.
ພຣະຜູ້ເປັນເຈົ້າພໍພຣະໄທເມື່ອເຮົານຳໃຊ້ຊັບພະຍາກອນທີ່ມີໃຫ້ເຮົາຢ່າງສະຫລາດ, ແຕ່ວ່າພຣະອົງໄດ້ໃຫ້ຄຳແນະນຳທີ່ບໍ່ມີກຳນົດເວລາວ່າ: “ພວກເຈົ້າຈົ່ງສະແຫວງຫາຢ່າງພາກພຽນ ແລະ ສິດສອນຖ້ອຍຄຳແຫ່ງປັນຍາໃຫ້ກັນແລະກັນ; ແທ້ຈິງແລ້ວ, ພວກເຈົ້າຈົ່ງສະແຫວງຫາຖ້ອຍຄຳແຫ່ງປັນຍາຢູ່ໃນປຶ້ມທີ່ດີທີ່ສຸດ; ຈົ່ງສະແຫວງຫາການຮຽນຮູ້, ແມ່ນແຕ່ໂດຍການສຶກສາ ແລະ ໂດຍສັດທານຳອີກ” (ຄຳສອນ ແລະ ພັນທະສັນຍາ 88:118). ພຣະອົງຊຸກຍູ້ໃຫ້ເຮົາຮຽນຮູ້ກ່ຽວກັບໂລກທີ່ຢູ່ອ້ອມຮອບຕົວເຮົາ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:79; 93:53), ແຕ່ໃນການຊອກຫາຄວາມຈິງຂອງເຮົາ, ເຮົາຕ້ອງຫວັງເພິ່ງພຣະເຈົ້າ, ຜູ້ຊົງ “ເຂົ້າພຣະໄທທຸກສິ່ງທັງປວງ, ແລະ ທຸກສິ່ງທັງປວງຢູ່ຕໍ່ພຣະພັກຂອງພຣະອົງ, … ແລະ ພຣະອົງຢູ່ເໜືອທຸກສິ່ງທັງປວງ, … ແລະ ທຸກສິ່ງທັງປວງເປັນຢູ່ໂດຍພຣະອົງ, ແລະ ມາຈາກພຣະອົງ” (ຄຳສອນ ແລະ ພັນທະສັນຍາ 88:41).
ໃນບັນດາຄວາມຈິງທີ່ພຣະເຈົ້າໄດ້ປະທານໃຫ້ແກ່ເຮົາ, ຄວາມຈິງຂັ້ນພື້ນຖານທີ່ສຳຄັນທີ່ສຸດໃນຊີວິດຂອງເຮົາເທິງໂລກນີ້ກໍຄືພຣະອົງແມ່ນພຣະບິດາເທິງສະຫວັນຂອງເຮົາ. ເຮົາເປັນບຸດ ແລະ ທິດາທາງວິນຍານຂອງພຣະອົງ. ພຣະອົງຮູ້ຈັກ ແລະ ຮັກເຮົາຢ່າງສົມບູນ. ແລະ ໃນຖານະລູກໆທາງວິນຍານຂອງພຣະອົງ, ເຮົາມີທຳມະຊາດແຫ່ງສະຫວັນ ແລະ ຈຸດໝາຍປາຍທາງ. ການເຂົ້າໃຈ ແລະ ຮັບເອົາຄວາມຈິງນິລັນດອນເຫລົ່ານີ້ເຮັດໃຫ້ເຮົາມີເອກະລັກ, ຄຸນຄ່າ, ແລະ ຈຸດປະສົງທີ່ເປັນພອນ ແລະ ຊີ້ນຳເຮົາໃນຊີວິດກ່ອນໂລກນີ້ ແລະ ຈະເປັນເຊັ່ນນີ້ຕໍ່ໄປໃນຕອນນີ້ ແລະ ຕະຫລອດການ.
ເຮົາໄດ້ຢູ່ກັບພຣະບິດາໃນ ການເລີ່ມຕົ້ນ
ຂະນະທີ່ເຮົາສະແຫວງຫາຄວາມຈິງຂອງສິ່ງຕ່າງໆ “ດັ່ງທີ່ໄດ້ເປັນມາ,” ເຮົາຄົ້ນພົບຄຳເວົ້າເຫລົ່ານີ້ຈາກພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ພຣະເຢຊູຄຣິດ: “ແລະ ບັດນີ້, ຕາມຄວາມຈິງແລ້ວເຮົາກ່າວກັບພວກເຈົ້າວ່າ, ເຮົາໄດ້ຢູ່ໃນການເລີ່ມຕົ້ນກັບພຣະບິດາ, ແລະ ເຮົາເປັນພຣະບຸດຫົວປີ,” ແລະ “ໃນຕອນຕົ້ນພວກເຈົ້າໄດ້ຢູ່ກັບພຣະບິດາຄືກັນ” (ຄຳສອນ ແລະ ພັນທະສັນຍາ 93:21, 23).
ກ່ອນທີ່ເຮົາຈະມີຊີວິດຢູ່ເທິງໂລກນີ້, ເຮົາໄດ້ເຂົ້າຮ່ວມສະພາໃນສະຫວັນຊຶ່ງພຣະບິດາເທິງສະຫວັນໄດ້ນຳສະເໜີແຜນແຫ່ງຄວາມສຸກອັນຍິ່ງໃຫຍ່ຂອງພຣະອົງ. ສາດສະດາໂຈເຊັບ ສະມິດ ໄດ້ສິດສອນວ່າ ແຮງຈູງໃຈຂອງພຣະເຈົ້າກ່ຽວກັບແຜນຂອງພຣະອົງແມ່ນການປະທານ “ສິດທິພິເສດທີ່ຈະກ້າວໜ້າເໝືອນດັ່ງພຣະອົງ [ແລະ] … ສູງສົ່ງເໝືອນກັບພຣະອົງ” ໃຫ້ກັບເຮົາ. ວຽກງານ ແລະ ລັດສະໝີພາບຂອງພຣະອົງຄື “ການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ” (ໂມເຊ 1:39).
ເຮົາໄດ້ໃຊ້ອຳເພີໃຈຂອງເຮົາ ແລະ ໄດ້ເລືອກທີ່ຈະເຮັດຕາມແຜນຂອງພຣະບິດາເທິງສະຫວັນ. ເຮົາໄດ້ຮັບພອນທີ່ໄດ້ເກີດມາໃນຊີວິດນີ້, ຊຶ່ງເຮົາຍັງມີອຳເພີໃຈຕໍ່ໄປ ແລະ ສາມາດປະສົບກັບຊີວິດມະຕະ, ຮຽນຮູ້, ແລະ ກ້າວໜ້າໄປສູ່ຊີວິດນິລັນດອນ.
ໃນລະຫວ່າງການເດີນທາງໃນຊ່ວງມະຕະຂອງເຮົາ, ເຮົາຈະປະສົບກັບຄວາມທ້າທາຍ ແລະ ອຸປະສັກ. ແຕ່ເຮົາບໍ່ຈຳເປັນຕ້ອງປະເຊີນໜ້າກັບຄວາມຍາກລຳບາກຂອງຊີວິດນີ້ຄົນດຽວ. ໂຈເຊັບ ສະມິດ ໄດ້ສິດສອນວ່າພຣະບິດາເທິງສະຫວັນ, “ພຣະບິດາຜູ້ຍິ່ງໃຫຍ່ແຫ່ງຈັກກະວານ[,] ໄດ້ຫລຽວລົງມາເບິ່ງຄອບຄົວມະນຸດທັງໝົດດ້ວຍຄວາມເປັນຫ່ວງເປັນໃຍ ແລະ ດ້ວຍຄວາມຮັກຂອງຜູ້ເປັນພຣະບິດາ.”
ພຣະບິດາເທິງສະຫວັນຂອງເຮົາ, “ພຣະບິດາເຈົ້າອົງຊົງເມດຕາ, ແລະ ຄືພຣະເຈົ້າອົງທີ່ໃຫ້ຄວາມເລົ້າໂລມໃຈທຸກຢ່າງ,” ຈະໃຫ້ພອນແກ່ເຮົາ, ຊ່ວຍເຫລືອເຮົາ, ແລະ ປອບໂຍນເຮົາ “ເພື່ອວ່າເຮົາອາດຈະສາມາດປອບໂຍນຜູ້ຄົນທີ່ຕົກຢູ່ໃນຄວາມລຳບາກໃດໆ, ໂດຍການປອບໂຍນນັ້ນ ເຮົາເອງກໍໄດ້ຮັບການປອບໂຍນຈາກພຣະເຈົ້າ” (2 ໂກຣິນໂທ 1:3–4). ໃນຖານະພາກສ່ວນສຳຄັນໃນແຜນຂອງພຣະອົງ, ພຣະບິດາເທິງສະຫວັນໄດ້ຈັດຕຽມທາງໄວ້ເພື່ອໃຫ້ເຮົາກັບຄືນໄປຫາພຣະອົງ.
ຫົນທາງໄປຫາ ພຣະບິດາ ຂອງເຮົາ
ຄວາມຈິງ “ດັ່ງທີ່ເປັນຈິງ” (ຢາໂຄບ 4:13) ເປັນທີ່ແຈ່ມແຈ້ງວ່າ: ເຮົາບໍ່ສາມາດບັນລຸສັກກະຍະພາບສູງສຸດຂອງເຮົາໃນຖານະລູກໆຂອງພຣະບິດາເທິງສະຫວັນຂອງເຮົາໄດ້ຕາມລຳພັງ. ພຣະເຢຊູຄຣິດ, ພຣະບຸດຫົວປີທາງວິນຍານຂອງພຣະບິດາ, ໄດ້ເຮັດພັນທະສັນຍາວ່າຈະເປັນພຣະຜູ້ຊ່ວຍໃຫ້ລອດ ແລະ ພຣະຜູ້ໄຖ່ຂອງເຮົາ.
ພຣະເຢຊູຄຣິດ, “ພຣະອົງດຽວທີ່ຖືກຳເນີດຈາກພຣະບິດາ, ເຕັມໄປດ້ວຍພຣະຄຸນ ແລະ ຄວາມຈິງ, ແມ່ນແຕ່ພຣະວິນຍານແຫ່ງຄວາມຈິງ, … ໄດ້ສະເດັດມາ ແລະ ໄດ້ອາໄສຢູ່ໃນເນື້ອໜັງ, ແລະ ໄດ້ອາໄສຢູ່ໃນບັນດາພວກເຮົາ” (ຄຳສອນ ແລະ ພັນທະສັນຍາ 93:11). ພຣະອົງໄດ້ສະເດັດມາເພື່ອສະແດງໃຫ້ເຮົາເຫັນວິທີທີ່ຈະພົບຄວາມສຸກ, ຄວາມໝາຍ, ແລະ ຄວາມຊື່ນຊົມໃນຊີວິດນີ້ ແລະ ໃນນິລັນດອນ.
“ເພາະວ່າ ພຣະເຈົ້າຮັກໂລກຫລາຍທີ່ສຸດ, ຈົນໄດ້ປະທານພຣະບຸດອົງດຽວຂອງພຣະອົງ, ເພື່ອທຸກຄົນທີ່ວາງໃຈເຊື່ອໃນພຣະບຸດນັ້ນຈະບໍ່ຈິບຫາຍ, ແຕ່ມີຊີວິດອັນຕະຫລອດໄປເປັນນິດ.
“ດ້ວຍວ່າ ພຣະເຈົ້າໄດ້ໃຊ້ພຣະບຸດເຂົ້າມາໃນໂລກ ບໍ່ແມ່ນເພື່ອຕັດສິນລົງໂທດມະນຸດສະໂລກ; ແຕ່ເພື່ອມະນຸດສະໂລກຈະລອດໂດຍຜ່ານທາງພຣະອົງ” (ໂຢຮັນ 3:16–17).
ປະສົບການທາງໂລກຂອງພຣະຜູ້ຊ່ວຍໃຫ້ລອດແມ່ນສຳຄັນ. ພຣະອົງ “ບໍ່ໄດ້ຮັບຄວາມສົມບູນໃນຕອນທຳອິດ, ແຕ່ໄດ້ຮັບຈາກພຣະຄຸນໜຶ່ງຫາອີກພຣະຄຸນໜຶ່ງ” (ຄຳສອນ ແລະ ພັນທະສັນຍາ 93:12). ພຣະອົງໄດ້ເຕີບໃຫຍ່ຂຶ້ນຈົນ “ພຣະອົງໄດ້ຮັບຄວາມສົມບູນແຫ່ງລັດສະໝີພາບຂອງພຣະບິດາ” ແລະ “ອຳນາດທັງໝົດ, ທັງໃນສະຫວັນ ແລະ ເທິງແຜ່ນດິນໂລກ, ແລະ ລັດສະໝີພາບຂອງພຣະບິດາໄດ້ຢູ່ກັບພຣະອົງ, ເພາະພຣະອົງໄດ້ສະຖິດຢູ່ໃນພຣະອົງ” (ຄຳສອນ ແລະ ພັນທະສັນຍາ 93:16–17). ພຣະຜູ້ຊ່ວຍໃຫ້ລອດໄດ້ສິດສອນວ່າ:
“ເຮົາມອບຄຳກ່າວເຫລົ່ານີ້ແກ່ພວກເຈົ້າ ເພື່ອພວກເຈົ້າຈະເຂົ້າໃຈ ແລະ ຮູ້ວ່າຈະນະມັດສະການຢ່າງໃດ, ແລະ ຮູ້ວ່າພວກເຈົ້ານະມັດສະການສິ່ງໃດ, ເພື່ອພວກເຈົ້າຈະມາຫາພຣະບິດາໃນນາມຂອງເຮົາ, ແລະ ຮັບເອົາຄວາມສົມບູນຂອງພຣະອົງໃນເວລາອັນເໝາະສົມ.
“ເພາະຖ້າຫາກພວກເຈົ້າຮັກສາບັນຍັດຂອງເຮົາ ແລ້ວພວກເຈົ້າຈະໄດ້ຮັບຄວາມສົມບູນຂອງພຣະອົງ, ແລະ ໄດ້ຮັບກຽດຕິຍົດໃນເຮົາ ດັ່ງທີ່ເຮົາໄດ້ຮັບໃນພຣະບິດາ; ສະນັ້ນ, ເຮົາກ່າວກັບພວກເຈົ້າວ່າ, ພວກເຈົ້າຈະໄດ້ຮັບພຣະຄຸນແທນພຣະຄຸນ” (ຄຳສອນ ແລະ ພັນທະສັນຍາ 93:19–20).
ໃນສວນເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ, ພຣະເຢຊູຄຣິດໄດ້ຮັບເອົາບາບຂອງໂລກໄວ້ກັບພຣະອົງເອງ ແລະ ທົນທຸກທໍລະມານກັບຄວາມໂສກເສົ້າທັງໝົດ ແລະ “ຄວາມເຈັບປວດ ແລະ ຄວາມທຸກ ແລະ ການລໍ້ລວງທຸກຢ່າງ” (ແອວມາ 7:11). ນີ້ໄດ້ “ເຮັດໃຫ້ [ພຣະອົງ], … ຜູ້ຍິ່ງໃຫຍ່ທີ່ສຸດໃນບັນດາທຸກສິ່ງທັງປວງ, ຕ້ອງສັ່ນເພາະຄວາມເຈັບປວດ, ແລະ ເລືອດໄຫລອອກຈາກທຸກຂຸມຂົນ” (ຄຳສອນ ແລະ ພັນທະສັນຍາ 19:18). ຜ່ານທາງພຣະເຢຊູຄຣິດ ແລະ ການຊົດໃຊ້ ແລະ ການຟື້ນຄືນພຣະຊົນຂອງພຣະອົງເທົ່ານັ້ນທີ່ເຮັດໃຫ້ຄວາມລອດ ແລະ ຄວາມສູງສົ່ງເປັນໄປໄດ້.
ຜ່ານທາງພຣະຄຸນ ແລະ ການເສຍສະລະຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ, ເຮົາຈະເຕີບໂຕຂຶ້ນຈົນກວ່າເຮົາຈະໄດ້ຮັບຄວາມສົມບູນ ແລະ ສາມາດນຳໄປສູ່ຄວາມດີພ້ອມໄດ້ໃນມື້ໜຶ່ງ. ຖ້າວ່າເຮົາຈະເຮັດຕາມແບບຢ່າງຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ເຊື່ອຟັງພຣະບັນຍັດຂອງພຣະອົງ, ພຣະອົງຈະນຳພາ ແລະ ນຳທາງເຮົາໃນເສັ້ນທາງຂອງການກັບຄືນໄປສູ່ທີ່ປະທັບແຫ່ງລັດສະໝີພາບຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ.
Christ on the Road to Jerusalem [ພຣະຄຣິດຢູ່ເທິງເສັ້ນທາງໄປນະຄອນເຢຣູຊາເລັມ], ໂດຍ ໄມໂກ ໂຄແມນ, ຫ້າມລອກແບບ
ທ່ານຈະຮັບເອົາ ຂອງປະທານ ຂອງພຣະອົງບໍ?
ໃນບັນດາຄວາມຈິງ “ເຖິງເລື່ອງດັ່ງທີ່ຈະເປັນຈິງ” (ຢາໂຄບ 4:13), ເຮົາຮຽນຮູ້ວ່າປະສົບການນິລັນດອນຂອງເຮົາຈະຖືກກຳນົດໂດຍການເລືອກຂອງເຮົາທີ່ຈະຕິດຕາມພຣະເຢຊູຄຣິດ ແລະ ຮັບເອົາຂອງປະທານທີ່ພຣະອົງມອບໃຫ້. ພຣະຄຳພີສິດສອນວ່າເຮົາຈະ “ຊື່ນຊົມກັບສິ່ງທີ່ [ເຮົາ] ເຕັມໃຈທີ່ຈະຮັບເອົາ.” ແຕ່ໜ້າເສຍດາຍ, ທີ່ບາງຄົນຈະບໍ່ “ໄດ້ເຕັມໃຈທີ່ຈະຮັບເອົາສິ່ງທີ່ພວກເຂົາມີໂອກາດທີ່ຈະໄດ້ຮັບ” (ຄຳສອນ ແລະ ພັນທະສັນຍາ 88:32).
ປະທານເຜີຍແຜ່ຂອງຂ້າພະເຈົ້າ, ແອວເດີ ແມຣິເອິນ ດີ ແຮັງສ໌ (1921–2011), ຜູ້ທີ່ໄດ້ຮັບໃຊ້ໃນຖານະເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ສາວົກເຈັດສິບ, ໄດ້ສິດສອນຜູ້ສອນສາດສະໜາຂອງເພິ່ນວ່າ ການທີ່ເຮົາເຕັມໃຈ ແລະ ຊື່ນຊົມກັບສິ່ງທີ່ເຮົາຂໍ ນັ້ນຄືວິທີທີ່ເຮົາສາມາດຕັດສິນໄດ້ວ່າເຮົາຢູ່ໃນຈຸດໃດໃນການເດີນທາງຂອງວິນຍານຂອງເຮົາ. “ມັນຈະເປັນປະໂຫຍດຫຍັງແກ່ມະນຸດ ຖ້າຫາກຂອງປະທານນັ້ນຖືກມອບໃຫ້ເຂົາ, ແລະ ເຂົາບໍ່ຍອມຮັບເອົາຂອງປະທານນັ້ນ?” ຂະນະທີ່ເຮົາຮັບເອົາຂອງປະທານຈາກພຣະຜູ້ຊ່ວຍໃຫ້ລອດ ໂດຍການສະແຫວງຫາ ແລະ ຕິດຕາມພຣະອົງຢ່າງຈິງໃຈ, ເຮົາຈະຊື່ນຊົມຍິນດີໃນຄວາມຫວັງແຫ່ງຊີວິດນິລັນດອນ “ກັບພຣະອົງຜູ້ປະທານຂອງປະທານ [ນັ້ນ]” (ຄຳສອນ ແລະ ພັນທະສັນຍາ 88:33). ຂອງປະທານທີ່ມອບໃຫ້ດ້ວຍຄວາມຮັກນີ້ “ເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 14:7).
ພຣະເຈົ້າເປັນພຣະບິດາເທິງສະຫວັນຂອງເຮົາ. ພຣະອົງຊົງຮູ້ຈັກ ແລະ ຮັກເຮົາ. ເມື່ອເຮົາຫັນໄປຫາພຣະອົງໃນການຄົ້ນຫາຄວາມຈິງຂອງເຮົາ, ເຮົາສາມາດຮູ້ແຈ້ງ, ໄດ້ຮັບປັນຍາ, ນ້ອມຮັບຄວາມຈິງ, ຮັກຄຸນນະທຳ, ແລະ ແນບສະໜິດຢູ່ກັບຄວາມສະຫວ່າງທີ່ມາຈາກພຣະອົງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:40). ຈາກນັ້ນເຮົາກໍດຳເນີນຕໍ່ໄປຕະຫລອດຊີວິດຂອງເຮົາຈົນກວ່າ “ວັນນັ້ນຈະມາເຖິງ ເມື່ອ [ເຮົາ] ຈະເຂົ້າໃຈແມ່ນແຕ່ພຣະເຈົ້າ, ໂດຍຖືກເຮັດໃຫ້ມີຊີວິດຊີວາຄືນອີກໃນພຣະອົງ ແລະ ໂດຍພຣະອົງ” (ຄຳສອນ ແລະ ພັນທະສັນຍາ 88:49).
ນັ້ນຈະເປັນວັນທີ່ຮຸ່ງໂລດ ແລະ ມີຄວາມສຸກທີ່ສຸດ.
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, August 2025. Laotian. 19613 331