2025
ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ໄດ້​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ​ແທ້ໆ?
ເດືອນ​ມິ​ຖຸ​ນາ 2025


ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ມິ​ຖຸ​ນາ 2025

ເຮົາ​ຈະ​ຮູ້​ໄດ້​ແນວ​ໃດ​ວ່າ​ເຮົາ​ໄດ້​ກັບ​ໃຈ ແລະ ໄດ້​ຮັບ​ການ​ໃຫ້​ອະ​ໄພ​ແລ້ວ​ແທ້ໆ?

ຍິງ​ໜຸ່ມ​ກຳ​ລັງ​ອະ​ທິ​ຖານ

Coming Full Circle [ກຳ​ລັງ​ມາ​ຄົບ​ວົງ​ຈອນ], ໂດຍ ເຈ​ເນ​ດີ ເພຈ໌

ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: “ຈົ່ງ​ເບິ່ງ, ຄົນ​ໃດ​ທີ່​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ຄົນໆ​ນັ້ນ​ໄດ້​ຮັບ​ການ​ໃຫ້​ອະ​ໄພ, ແລະ ເຮົາ, ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ຈື່​ຈຳ​ມັນ​ອີກ​ເລີຍ.

“ໂດຍ​ສິ່ງ​ນີ້​ເຈົ້າ​ຈະ​ຮູ້​ວ່າ ຄົນໆ​ນັ້ນ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ​ຫລື​ບໍ່—ຈົ່ງ​ເບິ່ງ, ເຂົາ​ຈະ​ສາ​ລະ​ພາບ ແລະ ປະ​ຖິ້ມ​ມັນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:42–43).

ຜ່ານ​ທາງ​ການ​ກັບ​ໃຈ​ທີ່​ຈິງ​ໃຈ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ໃຫ້​ອະ​ໄພ. “ເມື່ອ​ທ່ານ​ຮູ້​ສຶກ​ເຖິງ​ການ​ປອບ​ໂຍນ​ຈາກ​ພຣະ​ວິນ​ຍານ, ທ່ານ​ສາ​ມາດ​ຮູ້​ວ່າ ອຳ​ນາດ​ການ​ຊົດ​ໃຊ້​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ກຳ​ລັງ​ເຮັດ​ວຽກ​ໃນ​ຊີ​ວິດ​ຂອງ​ທ່ານ.” ແລະ ຖ້າ​ຫາກ​ເຮົາ​ຜິດ​ພາດ​ອີກ​ຄັ້ງ, ເຮົາ​ກໍ​ສາ​ມາດ​ກັບ​ໃຈ, ຮັບ​ການ​ໃຫ້​ອະ​ໄພ, ແລະ ພະ​ຍາ​ຍາມ​ຕໍ່​ໄປ​ໄດ້.

ນອກ​ຈາກ​ນີ້, ແອວ​ເດີ ດີ​ເດີ ແອັຟ ອຸກ​ດອບ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ໄດ້​ສິດ​ສອນ​ວ່າ: “ຊາ​ຕານ​ຈະ​ພະ​ຍາ​ຍາມ​ເຮັດ​ໃຫ້​ເຮົາ​ເຊື່ອ​ວ່າ ບາບ​ຂອງ​ເຮົາ​ບໍ່​ໄດ້​ຮັບ​ການ​ໃຫ້​ອະ​ໄພ ເພາະ ເຮົາ ສາ​ມາດ​ຈື່​ຈຳ​ມັນ​ໄດ້. ຊານ​ຕານ​ຂີ້​ຕົວະ. … ພຣະ​ເຈົ້າ​ບໍ່​ໄດ້​ສັນ​ຍາ​ວ່າ ເຮົາ ​ຈະ​ບໍ່​ຈື່​ຈຳ​ບາບ​ຂອງ​ເຮົາ. ການ​ຈື່​ຈຳ​ຈະ​ຊ່ວຍ​ເຮົາ​ໃຫ້​ຫລີກ​ລ້ຽງ​ຈາກ​ການ​ເຮັດ​ຜິດ​ພາດ​ແບບ​ດຽວ​ກັນ​ອີກ. ແຕ່​ຖ້າ​ເຮົາ​ຍຶດ​ໝັ້ນ​ຢູ່​ກັບ​ຄວາມ​ຈິງ​ໃຈ ແລະ ຊື່​ສັດ, ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ບາບ​ຂອງ​ເຮົາ​ຈະ​ອ່ອນ​ລົງ ເມື່ອ​ເວ​ລາ​ຜ່ານ​ໄປ.”

ແຫລ່ງ​ອ້າງ​ອີງ

  1. ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (2022), 8.

  2. ເບິ່ງ ໂມ​ໄຊ​ຢາ 26:30.

  3. ດີ​ເດີ ແອັຟ ອຸກ​ດອບ, ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2007 (Ensign ຫລື Liahona, May 2007, 101).