2025
ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ໂດຍ​ການ​ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ
ເດືອນ​ມິ​ຖຸ​ນາ 2025


“We Follow Jesus Christ by Joining Him in His Work,” Liahona, June 2025.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມິ​ຖຸ​ນາ 2025

ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ​ໂດຍ ການ​ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ

ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ເຮົາ​ສຸມ​ໃຈ​ໃສ່​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ຮັກ​ຊຶ່ງ​ກັນ​ແລະ​ກັນ.

ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາ​ເສດ​ຖີ​ໜຸ່ມ

ລາຍ​ລະ​ອຽດ​ຈາກ Christ and the Rich Young Ruler [ພຣະ​ຄຣິດ ແລະ ເຈົ້າ​ນາຍ​ມະ​ຫາ​ເສດ​ຖີ​ໜຸ່ມ], ໂດຍ ເຮັນ​ຣິກ ຮ໊ອບ​ແມນ

ເມື່ອ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ເລີ່ມ​ຕົ້ນ​ຂະ​ບວນ​ການ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສ່ວນ​ໜຶ່ງ​ຂອງ​ຂະ​ບວນ​ການ​ນີ້​ບົ່ງ​ບອກວ່າ ເຮົາ​ເຂົ້າ​ຮ່ວມ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ປະ​ທານ​ດາ​ລິນ ເອັຈ ໂອກສ໌, ທີ່​ປຶກ​ສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ສູງ​ສຸດ, ໄດ້​ຂຽນ​ວ່າ, “ຄວາມ​ໝາຍ​ທີ່​ສຳ​ຄັນ​ທີ່​ສຸດ​ຢ່າງ​ໜຶ່ງ​ຂອງ​ການ​ຮັບ​ພຣະ​ນາມ​ຂອງ​ພຣະ​ຄຣິດ [ແມ່ນ] ​ຄວາມ​ເຕັມ​ໃຈ ແລະ ຄຳ​ໝັ້ນ​ສັນ​ຍາ​ທີ່​ຈະ​ຮັບ​ເອົາ​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ອາ​ນາ​ຈັກ​ຂອງ​ພຣະ​ອົງ.”

ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ “ການ​ທີ່​ຈະ​ເຮັດ​ໃຫ້​ເກີດ​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ​ຂອງ​ມະ​ນຸດ” (ໂມ​ເຊ 1:39). ຄວາມ​ເປັນ​ອະ​ມະ​ຕະ​ເປັນ​ຂອງ​ຂວັນ​ທີ່​ບໍ່​ມີ​ເງື່ອນ​ໄຂ ຊຶ່ງ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຮັບ​ຮອງ​ໄວ້​ແລ້ວ ຜ່ານ​ທາງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຊີ​ວິດ​ນິ​ລັນ​ດອນ​ບໍ່​ຄື​ກັນ​ກັບ​ຄວາມ​ເປັນ​ອະ​ມະ​ຕະ. ຊີ​ວິດ​ນິ​ລັນ​ດອນ​ແມ່ນ​ຂອງ​ຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ ທີ່​ພຣະ​ເຈົ້າ​ສາ​ມາດ​ປະ​ທານ​ໃຫ້​ແກ່​ມວນ​ມະ​ນຸດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7). ມັນ​ແມ່ນ​ການ​ມີ​ຊີ​ວິດ​ຕະ​ຫລອດ​ໄປ ເປັນ​ຄອບ​ຄົວ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ. ເພື່ອ​ທີ່​ເຮົາ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ, ເຮົາ​ຕ້ອງ​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ນີ້​ໝາຍ​ຄວາມ​ວ່າ ເຮົາ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ໂດຍ​ການ​ມີ​ສັດ​ທາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ, ການ​ກັບ​ໃຈ, ການ​ຮັບ​ບັບ​ຕິ​ສະ​ມາ, ການ​ຮັບ​ເອົາ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ພຣະ​ວິ​ຫານ, ແລະ ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ. ການ​ອົດ​ທົນ​ຈົນ​ເຖິງ​ທີ່​ສຸດ​ແມ່ນ​ລວມ​ທັງ​ການ​ເຂົ້າ​ຮ່ວມ​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ.

ການ​ມີ​ສ່ວນ​ຮ່ວມ​ຢ່າງ​ກະ​ຕື​ລື​ລົ້ນ

ເຮົາ​ມີ​ສ່ວນ​ຮ່ວມ​ໃນ​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ເມື່ອ​ເຮົາ​ຊ່ວຍ​ລູກໆ​ຂອງ​ພຣະ​ເຈົ້າ​ໃຫ້​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ເຢ​ຊູ​ຄຣິດ. ນີ້​ແມ່ນ​ລວມ​ທັງ​ການ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ໂດຍ​ວິ​ທີ​ນີ້ ຈະ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ​ທີ່​ກະ​ຈັດ​ກະ​ຈາຍ, ໂດຍ​ການ​ເຮັດ​ໜ້າ​ທີ່​ຮັບ​ຜິດ​ຊອບ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ໂດຍ​ການ​ພະ​ຍາ​ຍາມ​ທີ່​ຈະ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ. “ຄວາມ​ສຳ​ເລັດ [ຂອງ​ເຮົາ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ] ບໍ່​ໄດ້​ຂຶ້ນ​ກັບ​ວິ​ທີ​ທີ່​ຄົນ​ອື່ນ​ເລືອກ​ທີ່​ຈະ​ຕອບ​ຮັບ [ເຮົາ], ຕອບ​ຮັບ​ຄຳ​ເຊື້ອ​ເຊີນ [ຂອງ​ເຮົາ], ຫລື ຕອບ​ຮັບ​ການ​ສະ​ແດງ​ຄວາມ​ເມດ​ຕາ​ຢ່າງ​ຈິງ​ໃຈ [ຂອງ​ເຮົາ].” ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ຢືນ​ຢັນ​ວ່າ: “ທຸກ​ເທື່ອ ທີ່​ທ່ານ​ເຮັດ ສິ່ງ ທີ່​ຊ່ວຍ ບາງ​ຄົນ—ຢູ່​ທັງ​ສອງ​ຟາກ​ມ່ານ—ເພື່ອ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ຮັບ​ເອົາ​ການ​ບັບ​ຕິ​ສະ​ມາ ແລະ ພິ​ທີ​ການ​ຂອງ​ພຣະ​ວິ​ຫານ​ທີ່​ຈຳ​ເປັນ, ແລ້ວ​ທ່ານ​ກໍ​ໄດ້​ຊ່ວຍ​ເຕົ້າ​ໂຮມ​ອິດ​ສະ​ຣາ​ເອນ.

ເພື່ອ​ໃຫ້​ວຽກ​ງານ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເປັນ​ວຽກ​ງານ​ຂອງ​ເຮົາ, ເຮົາ​ຕ້ອງ​ສຸມ​ໃຈ​ໃສ່​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ແລະ ຮັກ​ຊຶ່ງ​ກັນ​ແລະ​ກັນ. ຂະ​ນະ​ທີ່​ເຮົາ​ເຮັດ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ວິ​ທີ​ຂອງ​ພຣະ​ອົງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51:2), ຍັງມີ​ບາງ​ສິ່ງ​ທີ່​ເຮົາ​ຕ້ອງ​ຄິດ​ເອງ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ບອກ​ໄພ່​ພົນ​ຜູ້​ທີ່​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ເຂດ​ແຈ໊ກ​ສັນ, ລັດ​ມີ​ເຊີ​ຣີ​ວ່າ:

“ເພາະ​ຈົ່ງ​ເບິ່ງ, ມັນ​ບໍ່​ສົມ​ຄວນ​ທີ່​ເຮົາ​ຈະ​ບັນ​ຊາ​ໃນ​ທຸກ​ສິ່ງ; ເພາະ​ຄົນ​ໃດ​ທີ່​ຖືກ​ບັງ​ຄັບ​ໃນ​ທຸກ​ສິ່ງ, ຄົນໆ​ນັ້ນ​ເປັນ​ຜູ້​ຮັບ​ໃຊ້​ທີ່​ກຽດ​ຄ້ານ ແລະ ບໍ່​ສະ​ຫລາດ; ດັ່ງ​ນັ້ນ ເຂົາ​ຈຶ່ງ​ບໍ່​ໄດ້​ຮັບ​ລາງ​ວັນ​ເລີຍ.

“ຕາມ​ຈິງ​ແລ້ວ ເຮົາ​ກ່າວ​ວ່າ ມະ​ນຸດ​ຄວນ​ທຸ້ມ​ເທ​ຢ່າງ​ກະ​ຕື​ລື​ລົ້ນ​ໃນ​ອຸ​ດົມ​ການ​ດີ, ແລະ ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ດ້ວຍ​ຄວາມ​ສະ​ໝັກ​ໃຈ​ຂອງ​ຕົນ​ເອງ, ແລະ ເຮັດ​ໃຫ້​ເກີດ​ຄວາມ​ຊອບ​ທຳ​ຢ່າງ​ຫລວງ​ຫລາຍ;

“ເພາະ ພະ​ລັງ​ຢູ່​ໃນ​ຕົວ​ເຂົາ, ຊຶ່ງ​ໃນ​ການ​ນີ້​ເຂົາ​ເປັນ​ຕົວ​ແທນ​ອິດ​ສະ​ລະ​ພາບ​ຂອງ​ຕົນ​ເອງ. ແລະ ຕາບ​ໃດ​ທີ່​ມະ​ນຸດ​ເຮັດ​ຄວາມ​ດີ ເຂົາ​ຈະ​ບໍ່​ມີ​ທາງ​ສູນ​ເສຍ​ລາງ​ວັນ​ຂອງ​ຕົນ​ໄປ​ຈັກ​ເທື່ອ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:26–28).

ເມື່ອ​ເຮົາ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ, ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ກາຍ​ເປັນ​ສາ​ນຸ​ສິດ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ, ເຮົາ​ສິດ​ສອນ​ສິ່ງ​ທີ່​ພຣະ​ອົງ​ຈະ​ສິດ​ສອນ. ເພາະ​ວ່າ​ເຮົາ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ສິດ​ສອນ​ສິ່ງ​ອື່ນ​ໃດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:9, 36), ເຮົາ​ຈຶ່ງ​ສຸມ​ໃຈ​ໃສ່​ຄຳ​ສອນ​ຂອງ​ພຣະ​ອົງ​ຢ່າງ​ບໍ່​ປ່ຽນ​ແປງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 68:25). ນອກ​ຈາກ​ນັ້ນ, ເຮົາ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຄົນ​ທີ່​ຍາກ​ຈົນ, ຄົນ​ຂັດ​ສົນ, ແລະ ຜູ້​ເປາະ​ບາງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:40). ການ​ເນັ້ນ​ຍ້ຳ​ເຫລົ່າ​ນີ້​ແມ່ນ​ຊັດ​ເຈນ ເມື່ອ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ອ້າງ​ຖ້ອຍ​ຄຳ​ຂອງ​ເອ​ຊາ​ຢາ ໃນ​ທຳ​ມະ​ສາ​ລາ​ແຫ່ງ​ໜຶ່ງ​ໃນ​ເມືອງ​ນາ​ຊາ​ເຣັດ:

“ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ເທິງ​ຂ້າ​ນ້ອຍ, ເພາະ​ພຣະ​ອົງ​ໄດ້​ຫົດ​ສົງ​ແຕ່ງ​ຕັ້ງ​ຂ້າ​ນ້ອຍ​ໄວ້​ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຍາກ​ຈົນ; ພຣະ​ອົງ​ໃຊ້​ຂ້າ​ນ້ອຍ​ໄປ [ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ], ປະ​ກາດ​ອິດ​ສະ​ລະ​ພາບ​ແກ່​ຄົນ​ທັງ​ຫລາຍ​ທີ່​ຖືກ​ຈຳ​ຈອງ, ແລະ ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ​ອີກ, ປົດ​ປ່ອຍ​ຜູ້​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະ​ລະ,

“ໃຫ້​ປະ​ກາດ​ປີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ນັ້ນ” (ລູ​ກາ 4:18–19; ເບິ່ງ ເອ​ຊາ​ຢາ 61:1–2 ນຳ​ອີກ).

ປີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ນັ້ນ​ໝາຍ​ເຖິງ​ເວ​ລາ​ທີ່​ພອນ​ທັງ​ໝົດ​ຂອງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ​ຈະ​ຖືກ​ປົກ​ຄຸມ​ຢູ່​ເທິງ​ຜູ້​ຄົນ​ຂອງ​ພຣະ​ອົງ. ເຮົາ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ເຊື້ອ​ເຊີນ​ຄົນ​ອື່ນ​ໃຫ້​ຮັບ​ເອົາ​ພອນ​ຂອງ​ການ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ ແລະ ໂດຍ​ການ​ດູ​ແລ​ຄົນ​ຍາກ​ຈົນ ຫລື ຄົນ​ຂັດ​ສົນ​ອື່ນໆ.

ການ​ເຂົ້າ​ຮ່ວມ​ກັບ​ພຣະ​ເຢ​ຊູ​ຄຣິດ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ​ເປັນ​ສິ່ງ​ທີ່​ໜ້າ​ຍິນ​ດີ ເພາະ​ວຽກ​ງານ, ການ​ອອກ​ແບບ, ແລະ ຈຸດ​ປະ​ສົງ​ຂອງ​ພຣະ​ອົງ “ຈະ​ລົ້ມ​ເຫລວ​ບໍ່​ໄດ້, ທັງ​ບໍ່​ໄຮ້​ປະ​ໂຫຍດ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 3:1). ສຳ​ລັບ​ຜູ້​ທີ່​ຮູ້​ສຶກ​ທໍ້​ຖອຍ​ໃຈ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແນະ​ນຳ​ວ່າ: “‘ດັ່ງ​ນັ້ນ, ຢ່າ​ເມື່ອຍ​ລ້າ​ໃນ​ການ​ເຮັດ​ວຽກ​ງານ​ດີ, ເພາະ​ພວກ​ເຈົ້າ​ພວມ​ວາງ​ຮາກ​ຖານ​ຂອງ​ວຽກ​ງານ​ອັນ​ຍິ່ງ​ໃຫຍ່. ແລະ ຈາກ​ສິ່ງ​ເລັກ​ນ້ອຍ ສິ່ງ​ຍິ່ງ​ໃຫຍ່​ຈະ​ເກີດ​ຂຶ້ນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:33). ເຮົາ​ປ່ອຍ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ກັງ​ວົນ​ກ່ຽວ​ກັບ​ການ​ເກັບ​ກ່ຽວ, ແລະ ເຮົາ​ພຽງ​ແຕ່​ເຮັດ​ສ່ວນ​ຂອງ​ເຮົາ.

ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ

ການ​ເຮັດ​ພາກ​ສ່ວນ​ຂອງ​ເຮົາ​ແມ່ນ​ງ່າຍ​ກວ່າ​ທີ່​ເຮົາ​ອາດ​ຈະ​ຈິນ​ຕະ​ນາ​ການ​ໄດ້ ເພາະ​ເຮົາ​ບໍ່​ຈຳ​ເປັນ​ຕ້ອງ​ນຳ​ພອນ​ສະ​ຫວັນ ຫລື ຄວາມ​ສາ​ມາດ​ພິ​ເສດ​ມາ​ສູ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຂໍ້​ກຳ​ນົດ​ຂອງ​ພຣະ​ອົງ​ແມ່ນ​ພຽງ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ເຕັມ​ໃຈ​ເທົ່າ​ນັ້ນ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ໄພ່​ພົນ​ຢູ່​ໃນ​ເມືອງ​ເຄີດ​ແລນ, ລັດ​ໂອ​ໄຮ​ໂອ​ວ່າ, “ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຮຽກ​ຮ້ອງ​ຫົວ​ໃຈ ແລະ ຈິດ​ໃຈ​ທີ່​ເຕັມ​ໃຈ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:34). ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຄົນ​ທີ່​ເຕັມ​ໃຈ​ສາ​ມາດ​ເຮັດ, ແຕ່​ພຣະ​ອົງ​ບໍ່​ສາ​ມາດ ຫລື ຈະ​ບໍ່​ເຮັດ​ໃຫ້​ຄົນ​ທີ່​ມີ​ຄວາມ​ສາ​ມາດ​ເຕັມ​ໃຈ​ໄດ້. ໃນ​ອີກ​ຄຳ​ໜຶ່ງ, ຖ້າ​ຫາກ​ເຮົາ​ມີ​ຄຳ​ໝັ້ນ​ສັນ​ຍາ ແລະ ເຕັມ​ໃຈ, ພຣະ​ອົງ​ສາ​ມາດ​ໃຊ້​ເຮົາ​ໄດ້. ແຕ່ ບໍ່​ວ່າ​ເຮົາ​ຈະ​ມີ​ຄວາມ​ສາ​ມາດ​ຫລາຍ​ພຽງ​ໃດ, ພຣະ​ອົງ​ຈະ​ບໍ່​ໃຊ້​ເຮົາ ເວັ້ນ​ເສຍ​ແຕ່​ເຮົາ​ຈະ​ມີ​ຄຳ​ໝັ້ນ​ສັນ​ຍາ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ ແລະ ເຕັມ​ໃຈ​ທີ່​ຈະ​ຊ່ວຍ​ເຫລືອ​ພຣະ​ອົງ.

ແຊມ​ໂຍ ແລະ ແອນ​ນາ-ມາ​ເຣຍ ໂຄ​ອິ​ວິສ​ໂຕ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັງ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ເຕັມ​ໃຈ. ບໍ່​ດົນ​ຫລັງ​ຈາກ​ການ​ແຕ່ງ​ງານ​ຂອງ​ເຂົາ​ເຈົ້າ, ຄອບ​ຄົວ​ໂຄ​ອິ​ວິສ​ໂຕ​ໄດ້​ຍ້າຍ​ຈາກ​ເມືອງ​ຍູ​ແວສ໌​ກູ​ລາ, ປະ​ເທດ​ແຟງ​ລັງ, ໄປ​ຢູ່​ເມືອງ​ໂກ​ເທນ​ເບີກ, ປະ​ເທດ​ສະ​ວີ​ເດັນ, ເພື່ອ​ສະ​ແຫວງ​ຫາ​ໂອ​ກາດ​ໃນ​ອາ​ຊີບ​ການ​ງານ. ຫລັງ​ຈາກ​ໄປ​ຮອດ, ບຣາ​ເດີ ໂຄ​ອິ​ວິສ​ໂຕ ໄດ້​ຖືກ​ເຊື້ອ​ເຊີນ​ໃຫ້​ໄປ​ຢ້ຽມ​ຢາມ​ກັບ​ປະ​ທານ​ເລັຟ ຈີ ແມດ​ສັນ, ທີ່​ປຶກ​ສາ​ໃນ​ຝ່າຍ​ປະ​ທານ​ສະ​ເຕກ​ໂກ​ເທນ​ເບີກ ສະ​ວີ​ເດັນ. ເນື່ອງ​ຈາກ​ວ່າ​ແຊມ​ໂຍ​ເວົ້າ​ພາ​ສາ​ສະ​ວີ​ເດັນ​ບໍ່​ໄດ້, ການ​ສຳ​ພາດ​ຈຶ່ງ​ຖືກ​ດຳ​ເນີນ​ເປັນ​ພາ​ສາ​ອັງ​ກິດ.

ຫລັງ​ຈາກ​ການ​ຢ້ຽມ​ຢາມ​ສັັ້ນໆ, ປະ​ທານ​ແມດ​ສັນ​ໄດ້​ຂໍ​ໃຫ້​ແຊມ​ໂຍ​ຮັບ​ໃຊ້​ເປັນ​ຜູ້​ນຳ​ເຜີຍ​ແຜ່​ປະ​ຈຳ​ຫວອດ ໃນ​ຫວອດ​ອຸດ​ບີ. ແຊມ​ໂຍ​ໄດ້​ຊີ້​ໃຫ້​ເຫັນ​ສິ່ງ​ທີ່​ຊັດ​ເຈນ​ວ່າ: “ແຕ່​ຂ້ອຍ​ເວົ້າ​ພາ​ສາ​ສະ​ວີ​ເດັນ​ບໍ່​ໄດ້.”

ປະ​ທານ​ແມດ​ສັນ​ໄດ້​ເນີ້ງ​ຕົວ​ໄປ​ເທິງ​ໂຕະ​ຂອງ​ເພິ່ນ ແລະ ໄດ້​ຖາມ​ຢ່າງ​ເຈາະ​ຈົງ​ວ່າ, “ຂ້ອຍ​ຖາມ​ວ່າ​ເຈົ້າ​ເວົ້າ​ພາ​ສາ​ສະ​ວີ​ເດັນ​ໄດ້​ບໍ ຫລື ເຈົ້າ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຫລື​ບໍ່?”

ແຊມ​ໂຍ​ໄດ້​ຕອບ​ວ່າ, “ເຈົ້າ​ໄດ້​ຖາມ​ວ່າ ຂ້ອຍ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ຫລື​ບໍ່. ແລະ ຂ້ອຍ​ກໍ​ເຕັມ​ໃຈ.”

ແຊມ​ໂຍ​ໄດ້​ຮັບ​ເອົາ​ການ​ເອີ້ນ​ນັ້ນ. ແອນ​ນາ-ມາ​ເຣຍ​ກໍ​ໄດ້​ຮັບ​ເອົາ​ການ​ເອີ້ນ​ເຊັ່ນ​ກັນ. ທັງ​ສອງ​ໄດ້​ຮັບ​ໃຊ້​ຢ່າງ​ຊື່​ສັດ ແລະ ໄດ້ຮຽນເວົ້າ​ພາ​ສາ​ສະ​ວີ​ເດັນ​ຢ່າງ​ສວຍ​ງາມ​ໄປ​ພ້ອມ​ກັນ.

ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ເຕັມ​ໃ​ຈ​ທີ່​ຈະ​ຮັບ​ໃຊ້​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະ​ແດງ​ໃຫ້​ເຫັນ​ໃນ​ຊີ​ວິດ​ຂອງ​ແຊມ​ໂຍ ແລະ ແອນ​ນາ-ມາ​ເຣຍ. ເຂົາ​ເຈົ້າ​ເປັນ​ວິ​ລະ​ຊົນ​ທຳ​ມະ​ດາ​ໃນ​ສາດ​ສະ​ໜາ​ຈັກ. ເຂົາ​ເຈົ້າ​ໄດ້​ຮັບ​ໃຊ້​ຢ່າງ​ຊື່​ສັດ​ທຸກ​ຄັ້ງ​ທີ່​ເຂົາ​ເຈົ້າ​ຖືກ​ຮ້ອງ​ຂໍ. ເຂົາ​ເຈົ້າ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ​ວ່າ ເມື່ອ​ເຮົາ​ຮັບ​ໃຊ້, ເຮົາ​ໃຊ້​ພອນ​ສະ​ຫວັນ​ທີ່​ເຮົາ​ມີ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:13), ແລະ ຈາກ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຊ່ວຍ​ເຮົາ​ບັນ​ລຸ​ຈຸດ​ປະ​ສົງ​ຂອງ​ພຣະ​ອົງ.

ເມື່ອ​ເຮົາ​ເຕັມ​ໃຈ​ທີ່​ຈະ​ຮັບ​ໃຊ້, ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ບໍ່​ຈົ່ມ ຫລື ເວົ້າ​ພຶມ​ພຳ, ເພາະ​ເຮົາ​ບໍ່​ຢາກ​ເຮັດ​ໃຫ້​ການ​ຮັບ​ໃຊ້​ຂອງ​ເຮົາ​ມົວ​ໝອງ​ໃນ​ທາງ​ໃດ​ທາງ​ໜຶ່ງ. ການ​ຈົ່ມ​ອາດ​ເປັນ​ສັນ​ຍານ​ຂອງ​ຄຳ​ໝັ້ນ​ສັນ​ຍາ​ທີ່​ບໍ່​ແນ່ນອນ, ຫລື ວ່າ​ຄວາມ​ຮັກ​ຂອງ​ເຮົາ​ທີ່​ມີ​ຕໍ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ບໍ່​ເປັນ​ຢ່າງ​ທີ່​ຄວນ​ຈະ​ເປັນ. ຖ້າ​ຫາກ​ປ່ອຍ​ໄວ້​ໂດຍ​ບໍ່​ມີ​ການ​ຄວບ​ຄຸມ, ການ​ເວົ້າ​ພຶມ​ພຳ​ສາ​ມາດ​ກ້າວ​ໄປ​ສູ່​ການ​ກະ​ບົດ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ. ຄວາມ​ຄືບ​ໜ້າ​ນີ້​ແມ່ນ​ເຫັນ​ໄດ້​ໃນ​ຊີ​ວິດ​ຂອງ​ເອ​ຊະ​ຣາ ບູທ໌, ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃນ​ສາດ​ສະ​ໜາ​ຈັກ ໃນ​ລັດ​ໂອ​ໄຮ​ໂອ ຊ່ວງ​ເລີ່ມ​ຕົ້ນ ທີ່​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສອນ​ສາດ​ສະ​ໜາ​ຢູ່​ລັດ​ມີ​ເຊີ​ຣີ.

ເມື່ອ​ລາວ​ອອກ​ຈາກ​ລັດ​ໂອ​ໄຮ​ໂອ​ໃນ​ເດືອນ​ມິ​ຖຸ​ນາ ປີ 1831, ເອ​ຊະ​ຣາ​ຮູ້​ສຶກ​ເສຍ​ໃຈ​ທີ່​ຜູ້​ສອນ​ສາດ​ສະ​ໜາ​ບາງ​ຄົນ​ສາ​ມາດ​ເດີນ​ທາງ​ດ້ວຍກວຽນ ໃນ​ຂະ​ນະ​ທີ່​ລາວ​ຕ້ອງ​ຍ່າງ​ໄປ​ທ່າມ​ກາງ​ຄວາມ​ອົບ​ເອົ້າ​ຂອງ​ລະ​ດູ​ຮ້ອນ, ເທດ​ສະ​ໜາ​ໄປ​ຕະ​ຫລອດ​ທາງ. ລາວ​ໄດ້​ຈົ່ມ. ເມື່ອ​ລາວ​ໄປ​ເຖິງ​ລັດ​ມີ​ເຊີ​ຣີ, ລາວ​ຮູ້​ສຶກ​ບໍ່​ພໍ​ໃຈ. ລັດ​ມີ​ເຊີ​ຣີ​ບໍ່​ໄດ້​ເປັນ​ຢ່າງ​ທີ່​ລາວ​ຄາດ​ໄວ້. ກົງ​ກັນ​ຂ້າມ, ລາວ​ໄດ້​ເບິ່ງ​ຮອບໆ ແລະ ສັງ​ເກດ​ເຫັນ​ວ່າ “ອະ​ນາ​ຄົດ​ເບິ່ງ​ຄື​ຈະ​ມືດ​ມົນ.”

ເອ​ຊະ​ຣາ​ໄດ້​ເລີ່ມ​ເວົ້າ​ເຍາະ​ເຍີ້ຍ, ເວົ້າ​ປະ​ຊົດ​ປະ​ຊັນ, ແລະ ເວົ້າ​ດູ​ຖູກ​ຫລາຍ​ຂຶ້ນ​ເລື້ອຍໆ. ເມື່ອ​ອອກ​ຈາກ​ລັດ​ມີ​ເຊີ​ຣີ, ແທນ​ທີ່​ຈະ​ເທດ​ສະ​ໜາ​ໄປ​ເລື້ອຍໆ, ຕາມ​ທີ່​ລາວ​ຖືກ​ຂໍ​ໃຫ້​ເຮັດ, ລາວ​ໄດ້​ກັບ​ຄືນ​ໄປ​ລັດ​ໂອ​ໄຮ​ໂອ​ຢ່າງ​ໄວ ເທົ່າ​ທີ່​ຈະ​ເຮັດ​ໄດ້. ການ​ເວົ້າ​ພຶມ​ພຳ​ໃນ​ຕອນ​ຕົ້ນ​ຂອງ​ລາວ​ໄດ້​ປ່ຽນ​ເປັນ​ຄວາມ​ຫວັ່ນ​ໄຫວ ແລະ ໃນ​ທີ່​ສຸດ​ກໍ​ສູນ​ເສຍ​ຄວາມ​ໝັ້ນ​ໃຈ​ໃນ​ປະ​ສົບ​ການ​ທາງ​ວິນ​ຍານ​ກ່ອນ​ໜ້າ​ນີ້​ຂອງ​ລາວ. ບໍ່​ດົນ​ເອ​ຊະ​ຣາ​ກໍ​ໄດ້​ອອກ​ຈາກ​ສາດ​ສະ​ໜາ​ຈັກ ແລະ “ໃນ​ທີ່​ສຸດ​ກໍ ‘ປະ​ຖິ້ມ​ສາດ​ສະ​ໜາ​ຄຣິດ​ສະ​ຕຽນ ແລະ ກາຍ​ເປັນ​ຜູ້​ບໍ່​ເຊື່ອ​ວ່າ​ມິ​ພຣະ​ເຈົ້າ.’”

ສິ່ງ​ດຽວ​ກັນ​ນີ້​ສາ​ມາດ​ເກີດ​ຂຶ້ນ​ກັບ​ເຮົາ​ໄດ້ ຖ້າ​ຫາກ​ເຮົາ​ບໍ່​ລະ​ມັດ​ລະ​ວັງ. ຖ້າ​ຫາກ​ເຮົາ​ບໍ່​ຮັກ​ສາ​ທັດ​ສະ​ນະ​ຄະ​ຕິ​ນິ​ລັນ​ດອນ, ໂດຍ​ເຕືອນ​ຕົວ​ເອງ​ວ່າ ນີ້​ຄື​ວຽກ​ງານ​ຂອງ​ໃຜ​ກັນ​ແທ້, ເຮົາ​ອາດ​ຈົ່ມ, ຫວັ່ນ​ໄຫວ, ແລະ ແມ່ນ​ແຕ່​ສູນ​ເສຍ​ສັດ​ທາ​ທີ່​ເຮົາ​ມີ.

ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ວ່າ ເຮົາ​ສາ​ມາດ​ເລືອກ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ ໂດຍ​ການ​ເຂົ້າ​ຮ່ວມ​ກັບ​ພຣະ​ອົງ​ໃນ​ວຽກ​ງານ​ຂອງ​ພຣະ​ອົງ. ເມື່ອ​ເຮົາ​ເຮັດ, ເຮົາ​ຈະ​ໄດ້​ຮັບ “ຄຳ​ສັນ​ຍາ​ປະ​ເສີດ​ອັນ​ໃຫຍ່​ຫລວງ” (2 ເປ​ໂຕ 1:4). ພອນ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ການ​ໃຫ້​ອະ​ໄພ​ບາບ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 60:7; 61:2, 34; 62:3; 64:3), ຄວາມ​ລອດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 6:13; 56:2), ​ແລະ ຄວາມ​ສູງ​ສົ່ງ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 58:3–11; 59:23). ​ແນ່ນອນ, ເຮົາ​ໄດ້​ຮັບ​ສັນ​ຍາ​ວ່າ​ຈະ​ໄດ້​ຮັບ​ຂອງ​ຂວັນ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ທີ່​ພຣະ​ເຈົ້າ​ສາ​ມາດ​ປະ​ທານ​ໃຫ້—ຊີ​ວິດ​ນິ​ລັນ​ດອນ.