2025
ການ​ຊ່ວຍ​ເຫລືອ​ຈາກ​ພຣະ​ເຢ​ຊູ​ຄຣິດ: ເປັນ​ຫຍັງ ແລະ ດ້ວຍ​ວິ​ທີ​ໃດ
ເດືອນ​ເມ​ສາ 2025


ຂ່າວ​ສານ​ປະ​ຈໍາ​ເດືອນ For the Strength of Youth, ເດືອນ​ເມ​ສາ 2025

ການ​ຊ່ວຍ​ເຫລືອ​ຈາກ ພຣະ​ເຢ​ຊູ​ຄຣິດ: ເປັນ​ຫຍັງ ແລະ ດ້ວຍ​ວິ​ທີ​ໃດ

ຈົ່ງ​ເຂົ້າ​ໃ​ຈ​ວ່າ​ເປັນ​ຫຍັງ​ພຣະ​ເຢ​ຊູ​ຄຣິດ​ຈຶ່ງ​ເປັນ​ຄຳ​ຕອບ ແລະ ພຣະ​ອົງ​ຊ່ວຍ​ເຮົາ​ດ້ວຍ​ວິ​ທີ​ໃດ.

ພຣະ​ເຢ​ຊູ​ຄຣິດ

ພາບ​ປະ​ກອບ ໂດຍ ແດນ ວິວ​ສັນ

“ຂ້ອຍ​ຮູ້​ສຶກ​ວ່າ​ເຮັດ​ຜິດ​ພາດ​ຢູ່​ຕະ​ຫລອດ. ມັນ​ຍາກ​ທີ່​ຈະ​ພະ​ຍາ​ຍາມ​ຕໍ່​ໄປ.”

“ສະ​ຖາ​ນະ​ການ​ຂອງ​ຂ້ອຍ​ຫຍຸ້ງ​ຍາກ. ຂ້ອຍ​ບໍ່​ແນ່​ໃຈ​ວ່າ​ຈະ​ດຳ​ເນີນ​ຕໍ່​ໄປ​ດ້ວຍ​ວິ​ທີ​ໃດ.”

“ຂ້ອຍ​ເປັນ​ກັງ​ວົນ​ກ່ຽວ​ກັບ​ອະ​ນາ​ຄົດ. ຂ້ອຍ​ບໍ່​ຮູ້​ວ່າ​ຂ້ອຍ​ມີ​ຄຸນ​ສົບ​ບັດ​ພຽງ​ພໍ​ທີ່​ຈະ​ປະ​ສົບ​ຜົນ​ສຳ​ເລັດ​ຫລື​ບໍ່.”

“ຂ້ອຍ​ເມື່ອຍ​ແລ້ວ, ແຕ່​ຍັງ​ມີ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ທີ່​ຕ້ອງ​ເຮັດ.”

ບັນ​ຫາ​ເຫລົ່າ​ນີ້​ກ່ຽວ​ຂ້ອງ​ກັບ​ເຈົ້າ​ແດ່​ບໍ? ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ສິດ​ສອນ​ວ່າ, “ບໍ່​ວ່າ​ທ່ານ​ຈະ​ມີ​ຄຳ​ຖາມ ຫລື ບັນ​ຫາ​ໃດ​ກໍ​ຕາມ, ທ່ານ​ຈະ​ພົບ​ຄຳ​ຕອບ​ຢູ່​ໃນ​ພຣະ​ຊົນ​ຊີບ ແລະ ຄຳ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ” (“ຄຳ​ຕອບ​ຈະ​ແມ່ນ​ພຣະ​ເຢ​ຊູ​ຄຣິດ​ສະ​ເໝີ,” ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023 [Liahona, May 2023, 127]).

ມັນ​ງ່າຍ​ທີ່​ຈະ ເວົ້າ, “ພຣະ​ເຢ​ຊູ​ຄຣິດ​ຄື​ຄຳ​ຕອບ.” ມັນ​ຕ້ອງ​ໃຊ້​ຄວາມ​ພະ​ຍາ​ຍາມ​ເພີ່ມ​ເຕີມ​ອີກ​ໜ້ອຍ​ໜຶ່ງ​ເພື່ອ​ໃຫ້​ເຂົ້າ​ໃຈ​ວ່າ ເປັນ​ຫຍັງ ແລະ ດ້ວຍ​ວິ​ທີ​ໃດ ທີ່​ພຣະ​ອົງ​ນັ້ນ​ແມ່ນ​ຄຳ​ຕອບ.

ເປັນ​ຫຍັງ​ພຣະ​ຄຣິດ​ຈຶ່ງ​ແມ່ນ​ຄຳ​ຕອບ?

ເມື່ອ​ພຣະ​ອົງ​ໄດ້​ອົດ​ທົນ​ກັບ​ການ​ເສຍ​ສະ​ລະ​ຊົດ​ໃຊ້​ຂອງ​ພຣະ​ອົງ, ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ສາມ​ສິ່ງ​ທີ່​ສຳ​ຄັນ​ຄື:

  1. ພຣະ​ອົງ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ, ຈຶ່ງ​ເຮັດ​ໃຫ້​ເຮົາ​ຟື້ນ​ຄືນ​ຊີ​ວິດ​ໄດ້.

  2. ພຣະ​ອົງ​ໄດ້​ຊົດ​ໃຊ້​ລາ​ຄາ​ຄ່າ​ບາບ​ທັງ​ໝົດ, ເຮັດ​ໃຫ້​ເຮົາ​ສາ​ມາດ​ກັບ​ໃຈ, ເຕີບ​ໂຕ, ແລະ ກັບ​ຄືນ​ໄປ​ຫາ​ພຣະ​ເຈົ້າ. ນັ້ນ​ຍັງ​ຊ່ວຍ​ເຮົາ​ໃຫ້​ອະ​ໄພ​ຄົນ​ອື່ນ ເມື່ອ​ເຂົາ​ເຈົ້າ​ເຮັດ​ບາບ, ເພາະ​ວ່າ​ພຣະ​ຄຣິດ​ໄດ້​ຮັບ​ເອົາ​ບາບ​ຂອງ​ເຂົາ​ເຈົ້າ​ໄວ້​ກັບ​ພຣະ​ອົງ​ແລ້ວ.

  3. ພຣະ​ອົງ​ໄດ້​ປະ​ສົບ​ກັບ​ຄວາມ​ເຈັບ​ປວດ, ຄວາມ​ທຸກ, ການ​ລໍ້​ລວງ, ຄວາມ​ປ່ວຍ​ໄຂ້, ແລະ ຄວາມ​ບົກ​ພ່ອງ​ທັງ​ໝົດ. (ເບິ່ງ ແອວ​ມາ 7:11–13). ນັ້ນ​ໝາຍ​ຄວາມ​ວ່າ​ພຣະ​ອົງ​ຮູ້​ເປັນ​ຢ່າງ​ດີ​ວ່າ​ຈະ​ຊ່ວຍ​ເຫລືອ ແລະ ປິ່ນ​ປົວ​ເຮົາ​ແນວ​ໃດ ແລະ ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ເຈົ້າ ເພື່ອ​ອົດ​ທົດ​ກັບ​ການ​ທົດ​ລອງ ແລະ ພະ​ຍາ​ຍາມ​ທີ່​ຈະ​ກາຍ​ເປັນ​ຄົນ​ທີ່​ດີ​ຂຶ້ນ​ກວ່າ​ເກົ່າ.

ໃຫ້​ເລືອກ​ເອົາ​ບັນ​ຫາ​ໃດ​ໜຶ່ງ, ແລະ ເຈົ້າ​ສາ​ມາດ​ເຊື່ອມ​ໂຍງ​ວິ​ທີ​ແກ້​ໄຂ​ກັບ​ຄືນ​ໄປ​ຫາ​ຄວາມ​ຈິງ​ເຫລົ່າ​ນັ້ນ​ຢ່າງ​ໜື່ງ​ຫລື ຫລາຍ​ກວ່າ​ນັ້ນ​ກໍ​ໄດ້.

ຄວາມ​ທຸກ​ຍາກ? ເພາະ​ພຣະ​ເຢ​ຊູ​ຄຣິດ​ເຄີຍ​ປະ​ສົບ​ກັບ​ທຸກ​ສິ່ງ, ພຣະ​ອົງ​ຮູ້​ດີ​ວ່າ​ມັນ​ເປັນ​ແນວ​ໃດ. ພຣະ​ອົງ​ບໍ່​ໄດ້​ນຳ​ເອົາ​ອຸ​ປະ​ສັກ​ນັ້ນ​ອອກ​ຈາກ​ເຮົາ​ສະ​ເໝີ​ໄປ, ແຕ່​ພຣະ​ອົງ​ສາ​ມາດ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ຄົນ​ທີ່​ແບກ​ຮັບ​ພາ​ລະ​ນັ້ນ (ເບິ່ງ ໂມ​ໄຊ​ຢາ 24:15).

ຄວາມ​ລົ້ມ​ເຫລວ? ເພາະ​ພຣະ​ຄຣິດ​ໄດ້​ເອົາ​ຊະ​ນະ​ຄວາມ​ບາບ, ຄວາມ​ລົ້ມ​ເຫລວ​ຂອງ​ເຮົາ​ຈຶ່ງ​ບໍ່​ຈຳ​ເປັນ​ຕ້ອງ​ຖາ​ວອນ. ການ​ກັບ​ໃຈ​ລວມ​ເຖິງ​ການ​ປັບ​ປຸງ ແລະ ການ​ກາຍ​ເປັນ​ບຸກ​ຄົນ​ທີ່​ພຣະ​ອົງ​ຮູ້​ວ່າ​ເຮົາ​ສາ​ມາດ​ເປັນ​ໄດ້.

ຄວາມ​ເຈັບ​ປ່ວຍ? ເພາະ​ພຣະ​ອົງ​ໄດ້​ເອົາ​ຊະ​ນະ​ຄວາມ​ຕາຍ, ເຮົາ​ຈຶ່ງ​ຈະ​ຟື້ນ​ຄືນ​ຊີ​ວິດ ພ້ອມ​ກັບ​ຮ່າງ​ກາຍ​ທີ່​ສົມ​ບູນ​ແບບ ປາດ​ສະ​ຈາກ​ຄວາມ​ເຈັບ​ປ່ວຍ ແລະ ຄວາມ​ເຈັບ​ປວດ. ພຣະ​ຄຣິດ​ຍັງ “[ໄດ້​ຮັບ] ເອົາ … ຄວາມ​ປ່ວຍ​ໄຂ້​ໄວ້​ກັບ​ພຣະ​ອົງ” (ແອວ​ມາ 7:11), ເຮັດ​ໃຫ້​ພຣະ​ອົງ​ເປັນ​ບຸກ​ຄົນ​ທີ່​ສົມ​ບູນ​ແບບ​ທີ່​ຈະ​ໃຫ້​ການ​ປອບ​ໂຍນ ແລະ ສະ​ໜັບ​ສະ​ໜູນ.

ພຣະ​ຄຣິດ​ຊ່ວຍ​ເຫລືອ​ດ້ວຍ​ວິ​ທີ​ໃດ?

ແມ່ນ​ແຕ່​ເມື່ອ​ເຮົາ​ຮູ້​ຈັກ​ວ່າ ເປັນ​ຫຍັງ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈຶ່ງ​ແມ່ນ​ຄຳ​ຕອບ (ຍ້ອນ​ເຫດ​ຜົນ​ທີ່​ວ່າ​ພຣະ​ອົງ​ແມ່ນ​ໃຜ ແລະ ພຣະ​ອົງ​ໄດ້​ເຮັດ​ຫຍັງ​ແດ່​ເພື່ອ​ເຮົາ), ເຮົາ​ຍັງ​ຈະ​ຕ້ອງ​ຮູ້​ຈັກ​ວ່າ ເຮົາ​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ແລະ ຄວາມ​ເຂັ້ມ​ແຂງ​ຈາກ​ພຣະ​ອົງ ດ້ວຍ​ວິ​ທີ​ໃດ. ຕໍ່​ໄປ​ນີ້​ແມ່ນ​ບາງ​ວິ​ທີ:

ການ​ອະ​ທິ​ຖານ. ໂດຍ​ການ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຄົນ​ທີ່​ບໍ່​ດີ​ພ້ອມ​ຄື​ກັບ​ເຮົາ​ສາ​ມາດ​ເວົ້າ​ລົມ​ກັບ​ພຣະ​ເຈົ້າ​ທີ່​ດີ​ພ້ອມ​ໄດ້. ເຮົາ​ສາ​ມາດ​ອະ​ທິ​ຖານ​ຂໍ​ຄວາມ​ເຂັ້ມ​ແຂງ​ທີ່​ເຮົາ​ຕ້ອງ​ການ​ໃນ​ສະ​ຖາ​ນະ​ການ​ອັນ​ໃດ​ກໍ​ໄດ້, ແລະ ພຣະ​ເຈົ້າ​ຈະ​ຕອບ​ຄຳ​ອະ​ທິ​ຖານ—ອາດ​ຈະ​ບໍ່​ແມ່ນ​ໃນ​ແບບ​ທີ່​ເຮົາ​ຄາດ​ຫວັງ​ສະ​ເໝີ​ໄປ, ແຕ່​ເປັນ​ໃນ​ທາງ​ທີ່​ຈະ​ເປັນ​ພອນ​ໃຫ້​ກັບ​ເຮົາ. ການ​ເຊື້ອ​ເຊີນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ແມ່ນ​ມີ​ຈິງ: “ຂໍ, ແລະ ເຈົ້າ​ຈະ​ໄດ້​ຮັບ” (ໂຢ​ຮັນ 16:24; 3 ນີ​ໄຟ 27:29; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 4:7).

ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ບິ​ດາ​ເທິງ​ສະ​ຫວັນ, ພຣະ​ເຢ​ຊູ​ຄຣິດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ໜຶ່ງ​ໃນ​ຈຸດ​ປະ​ສົງ​ອັນ​ດຽວ​ກັນ. ພວກ​ພຣະ​ອົງ​ເຮັດ​ວຽກ​ນຳ​ກັນ. ທຸກ​ຄັ້ງ​ທີ່​ເຈົ້າ​ຮູ້​ສຶກ​ເຖິງ​ການ​ຊົງ​ນຳ ຫລື ການ​ປອບ​ໂຍນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ເຈົ້າ​ສາ​ມາດ​ເຂົ້າ​ໃຈ​ໄດ້​ວ່າ​ນັ້ນ​ແມ່ນ​ພຣະ​ຄຣິດ​ທີ່​ກຳ​ລັງ​ຊ່ວຍ​ເຫລືອ​ເຈົ້າ​ຢູ່​ເຊັ່ນ​ກັນ.

ການ​ຮັກ​ສາ​ພັນ​ທະ​ສັນ​ຍາ. ແອວ​ເດີ ແດວ ຈີ ເຣັນ​ລັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ສິດ​ສອນ​ວ່າ: “ຄຳ​ວ່າ ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ ອ້າງ​ເຖິງ​ລຳ​ດັບ​ຂອງ​ພັນ​ທະ​ສັນ​ຍາ ຊຶ່ງ​ໂດຍ​ທາງ​ນັ້ນ​ເຮົາ​ມາ​ຫາ​ພຣະ​ຄຣິດ ແລະ ເຊື່ອມ​ຕໍ່​ເຂົ້າ​ກັບ​ພຣະ​ອົງ. ຜ່ານ​ທາງ​ຄວາມ​ຜູກ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ນີ້, ເຮົາ​ຈະ​ເຂົ້າ​ເຖິງ​ອຳ​ນາດ​ນິ​ລັນ​ດອນ​ຂອງ​ພຣະ​ອົງ” (ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມ​ສາ 2023 [Liahona, May 2023, 36]).

ພຣະ​ຄຸນ. ເມື່ອ​ເຮົາ​ໃຊ້​ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ກັບ​ໃຈ, ເຮົາ​ສາ​ມາດ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ ແລະ ຄວາມ​ເຂັ້ມ​ແຂງ​ເພີ່ມ​ເຕີມ (ເອີ້ນ​ອີກ​ຢ່າງ​ໜຶ່ງ​ວ່າ ພຣະ​ຄຸນ) ເພື່ອ​ເຮັດ​ສິ່ງ​ຕ່າງໆ​ທີ່​ເຮົາ​ບໍ່​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົນ​ເອງ (ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ພຣະ​ຄຸນ”). ຄວາມ​ເຂັ້ມ​ແຂງ​ນີ້, ຫລື ພຣະ​ຄຸນ​ນີ້, ໄດ້​ມາ​ຈາກ​ຫລາຍ​ວິ​ທີ​ເຊັ່ນ: ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ໝູ່​ເພື່ອນ, ຄົນ​ແປກ​ໜ້າ, ຄວາມ​ຮູ້​ສຶກ. ໂດຍ​ພື້ນ​ຖານ​ແລ້ວ, ສິ່ງ​ດີໆ​ແມ່ນ​ມາ​ຈາກ​ພຣະ​ຄຣິດ (ເບິ່ງ ໂມ​ໂຣ​ໄນ 7:22). ເມື່ອ​ເຈົ້າ​ພົບ​ວ່າ​ຕົວ​ເອງ​ມີ​ຄວາມ​ອົດ​ທົນ​ເພີ່ມ​ຂຶ້ນ​ມາ​ໜ້ອຍ​ໜຶ່ງ, ມີ​ເຫື່ອ​ແຮງ​ຂຶ້ນ​ມາ​ອີກ​ໜ້ອຍ​ໜຶ່ງ, ມີ​ຄວາມ​ເຂັ້ມ​ແຂງ​ຂຶ້ນ​ມາ​ອີກ​ໜ້ອຍ​ໜຶ່ງ​ທີ່​ຈະ​ອົດ​ທົນ, ໃຫ້​ຮູ້​ວ່າ​ນັ້ນ​ແມ່ນ​ພຣະ​ຄຣິດ​ທີ່​ກຳ​ລັງ​ຊ່ວຍ​ເຫລືອ​ເຈົ້າ​ຢູ່.

ຈົ່ງຈື່​ຈຳ​ວ່າ ເປັນ​ຫຍັງ ແລະ ດ້ວຍ​ວິ​ທີ​ໃດ

ສະ​ນັ້ນ​ຄັ້ງ​ຕໍ່​ໄປ​ທີ່​ເຈົ້າ​ຕ້ອງ​ການ​ຫາ​ຄຳ​ຕອບ​ໃຫ້​ກັບ​ຄຳ​ຖາມ ຫລື ບັນ​ຫາ​ໃດ​ໜຶ່ງ, ຈົ່ງ​ເພິ່ງ​ພາ​ພຣະ​ຄຣິດ. ຈົ່ງ​ຈື່​ຈຳ​ໄວ້​ວ່າ​ຍ້ອນ​ໄຊ​ຊະ​ນະ​ຂອງ​ພຣະ​ອົງ​ທີ່​ຢູ່​ເໜືອ​ກວ່າ​ບາບ, ຄວາມ​ຕາຍ, ແລະ ຄວາມ​ທ້າ​ທາຍ​ອື່ນໆ​ໃນ​ຊີ​ວິດ​ມະ​ຕະ, ບໍ່​ມີ​ຫຍັງ​ທີ່​ເປັນ​ໄປ​ບໍ່​ໄດ້. ຈົ່ງ​ຊອກ​ຫາ​ວິ​ທີ​ທີ່​ພຣະ​ອົງ​ຈະ​ສາ​ມາດ​ໃຫ້​ພອນ​ແກ່​ເຈົ້າ​, ແລະ ເຈົ້າ​ຈະ​ເຫັນ​ອິດ​ທິ​ພົນ​ຂອງ​ພຣະ​ອົງ​ໃນ​ຊີ​ວິດ​ຂອງ​ເຈົ້າ. ພຣະ​ອົງ​ຮັກ​ເຈົ້າ​ຢ່າງ​ເລິກ​ເຊິ່ງ!