2025
ພຣະ​ເຢ​ຊູ​ຄຣິດ: ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ແຫ່ງ​ອີດ​ສະ​ເຕີ
ເດືອນ​ເມ​ສາ 2025


“ພຣະ​ເຢ​ຊູ​ຄຣິດ: ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ແຫ່ງ​ອີດ​ສະ​ເຕີ,” Liahona, Apr. 2025.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ເມ​ສາ 2025

ພຣະ​ເຢ​ຊູ​ຄຣິດ: ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ແຫ່ງ​ອີດ​ສະ​ເຕີ

ຜ່ານ​ທາງ​ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ແຫ່ງ​ອີດ​ສະ​ເຕີ, ພຣະ​ເຢ​ຊູ​ຄຣິດ​ເຕີມ​ເຕັມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ ແລະ ຕອບ​ຄຳ​ຖາມ​ຕ່າງໆ​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ.

ກິ່ງ​ງ່າ​ທີ່​ບໍ່​ມີ​ໃບ

ພາບ​ປະ​ກອບ ໂດຍ ໄມ​ໂກ ດັນ​ຟອດ

ຈົ່ງ​ສ້າງ​ເວ​ລາ​ອັນ​ມິດ​ງຽບ ແລະ ສະ​ຖານ​ທີ່​ສັກ​ສິດ​ທາງ​ຈິດ​ວິນ​ຍານ​ໃນ​ຂະ​ນະ​ທີ່​ທ່ານ​ອ່ານ​ຂ່າວ​ສານ​ນີ້.

ສ່ວນ​ຫລາຍ​ແລ້ວ, ໂລກ​ຂອງ​ເຮົາ​ກໍ​ວຸ້ນ​ວາຍ, ລຸງ​ລັງ​ໄປ​ດ້ວຍ​ການ​ແກ້ງ​ເຮັດ ແລະ ຄວາມ​ທະ​ນົງ​ຕົວ. ແຕ່​ເມື່ອ​ເຮົາ​ເປີດ​ໃຈ, ຊື່​ສັດ, ແລະ ໃສ່​ໃຈ​ກັບ​ຕົວ​ເຮົາ​ເອງ ແລະ ພຣະ​ເຈົ້າ, ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ຂອງ​ອີດ​ສະ​ເຕີ​ໃນ​ພຣະ​ເຢ​ຊູ​ຄຣິດ​ກໍ​ຈະ​ກາຍ​ເປັນ​ຈິງ. ໃນ​ຊ່ວງ​ເວ​ລາ​ດັ່ງ​ກ່າວ, ເຮົາ​ອ້ອນ​ວອນ​ວ່າ:

“ເຮົາ​ຈະ​ສາ​ມາດ​ເຫັນ​ສະ​ມາ​ຊິກ​ຄອບ​ຄົວ, ໝູ່​ເພື່ອນ, ແລະ ຄົນ​ທີ່​ເຮົາ​ຮັກ​ອີກ​ຄັ້ງ​ໄດ້​ແນວ​ໃດ?”

“ໃນ​ໂລກ​ທີ່​ມີ​ຄວາມ​ສຳ​ພັນ​ແບບ ‘ຂ້ອຍ​ເລືອກ​ຕົວ​ເອງ’ ເກີດ​ຂຶ້ນ​ແບບ​ໄວ​ວາ​ຊົ່ວ​ຄັ້ງ​ຄາວ, ເຮົາ​ຈະ​ພົບ​ເຫັນ ແລະ ຮູ້​ສຶກ​ເຖິງ​ຄວາມ​ສະ​ຫງົບ​ສຸກ, ຄວາມ​ຫວັງ ແລະ ຄວາມ​ສຳ​ພັນ​ກັບ​ພຣະ​ເຈົ້າ (​ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 107:19), ຜູ້​ຄົນ​ທີ່​ຢູ່​ອ້ອມ​ຂ້າງ, ແລະ ຕົວ​ເຮົາ​ເອງ​ໄດ້​ຢູ່​ໃສ?”

“ມີ​ໃຜ​ທີ່​ເຮົາ​ສາ​ມາດ​ຮັກ—ແລະ ຮັກ​ເຮົາ​ແທ້ໆ​ແດ່​ບໍ? ຄວາມ​ສຳ​ພັນ​ແຫ່ງ​ພັນ​ທະ​ສັນ​ຍາ​ສາ​ມາດ​ເຕີບ​ໂຕ ແລະ ຄົງ​ຢູ່​ຕໍ່​ໄປ​ໄດ້​ບໍ, ບໍ່​ແມ່ນ​ມີ​ແຕ່​ຢູ່​ໃນ​ນິ​ທານ ແຕ່​ມີ​ຄວາມ​ຜູກ​ພັນ​ທີ່​ໝັ້ນ​ແກ່ນ ຫລາຍ​ກວ່າ​ເຊືອກ​ແຫ່ງ​ຄວາມ​ຕາຍ, ມີ​ຄວາມ​ສຸກ​ທີ່​ແທ້​ຈິງ ແລະ ຕະ​ຫລອດ​ໄປ​ຢູ່​ບໍ?”

“ໃນບ່ອນ​ທີ່​ມີ​ຄວາມ​ເຈັບ​ປວດ, ຄວາມ​ທໍ​ລະ​ມານ, ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ, ເຮົາ​ຈະ​ສາ​ມາດ​ມີ​ສ່ວນ​ຮ່ວມ​ໃນ​ສັນ​ຕິ​ສຸກ, ຄວາມ​ປອດ​ໄພ, ແລະ ຄວາມ​ເຂົ້າ​ໃຈ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ໃນ​ພຣະ​ກິດ​ຕິ​ຄຸນ ແລະ ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ອົງ​ໄດ້​ແນວ​ໃດ?”

ໃນ​ລະ​ດູ​ການ​ອີດ​ສະ​ເຕີ​ນີ້, ຂ້າ​ພະ​ເຈົ້າ​ຈະ​ແບ່ງ​ປັນ​ປະ​ຈັກ​ພະ​ຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສັນ​ຍາ ແລະ ຄວາມ​ຫວັງ​ໃນ​ພຣະ​ອົງ.

ຄຳ​ສັນ​ຍາ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ການ​ເປັນ​ສ່ວນ​ໜຶ່ງ ແລະ ຄວາມ​ສຳ​ນຶກ​ໃນ​ເປົ້າ​ໝາຍ

ພຣະ​ເຈົ້າ, ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຜູ້​ສະ​ຖິດ​ນິ​ລັນ​ດອນ​ຂອງ​ເຮົາ; ພຣະ​ເຢ​ຊູ​ຄຣິດ, ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ; ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ ໃກ້​ຊິດ​ກັບ​ເຮົາ​ເປັນ​ການ​ສ່ວນ​ຕົວ. ແສງ​ສະ​ຫວ່າງ​ນິ​ລັນ​ດອນ ແລະ ບໍ່​ມີ​ຂອບ​ເຂດ, ຄວາມ​ເຫັນ​ອົກ​ເຫັນ​ໃຈ, ແລະ ຄວາມ​ຮັກ​ແຫ່ງ​ການ​ໄຖ່​ຂອງ​ພວກ​ພຣະ​ອົງ ແມ່ນ​ກ່ຽວ​ພັນ​ກັນ​ກັບ​ຈຸດ​ປະ​ສົງ​ຂອງ​ການ​ສ້າງ ແລະ ຄື​ເນື້ອ​ແທ້​ຂອງ​ການ​ເປັນ​ຢູ່​ຂອງ​ເຮົາ (ເບິ່ງ ແອວ​ມາ 30:44; ໂມ​ເຊ 6:62–63).

ໃນ​ສະ​ພາ​​ສະ​ຫວັນ​ກ່ອນຊີວິດມະຕະ, “ໃນ​ຮຸ່ງ​ເຊົ້າ​ຂອງ​ວັນ​ນັ້ນ ໝູ່​ດວງ​ດາວ​ຮ້ອງ​ເພງ​ນຳ​ກັນ, ເຫລົ່າ​ທູດ [ບຸດ ແລະ ທິ​ດາ] ຂອງ​ພຣະ​ອົງ​ກໍ​ເປັ່ງ​ສຽງ​ໂຮ​ຮ້ອງ​ຍິນ​ດີ​ທັງ​ນັ້ນ” (ໂຢບ 38:7). ເຮົາ​ໄດ້​ເລືອກ​ການ​ເລືອກ​ນັ້ນ​ແລ້ວ. ບັດ​ນີ້​ເຮົາ​ກຳລັງ​ເດີນ​ໄປ​ດ້ວຍ​ສັດ​ທາ. ຜ່ານ​ປະ​ສົບ​ການ​ຂອງ​ເຮົາ​ເອງ, ເຮົາ​ຄົ້ນ​ພົບ​ຄວາມ​ງົດ​ງາມ, ຄວາມ​ແຈ່ມ​ແຈ້ງ, ຄວາມ​ສຸກ, ແລະ ຈຸດ​ປະ​ສົງ​ຂອງ​ພຣະ​ເຈົ້າ​ທີ່​ໄດ້​ສັນ​ຍາ​ໄວ້ ທ່າມ​ກາງ​ຄວາມ​ບໍ່​ແນ່​ນອນ, ຄວາມ​ທໍ້​ແທ້, ແລະ ຄວາມ​ທ້າ​ທາຍ​ຂອງ​ຊີ​ວິດ​ມະ​ຕະ.

ເຮົາ​ບໍ່​ໄດ້​ຖືກ​ສ້າງ​ມາ​ເພື່ອ​ໃຫ້​ລ່ອງ​ລອຍ​ຢູ່​ຄົນ​ດຽວ​ໃນ​ຄວາມ​ບໍ່​ແນ່​ນອນ​ຂອງ​ຄວາມ​ການ​ເປັນ​ຢູ່. ເຮົາ​ສາ​ມາດ​ສື່​ສານ​ກັບ​ສະ​ຫວັນ, ສ້າງ​ສັດ​ທາ ແລະ ເປັນ​ພາກ​ສ່ວນ​ໃນ​ຄອບ​ຄົວ ແລະ ໃນ​ບ້ານ ແລະ ຊຸມ​ຊົນ​ຂອງ​ໄພ່​ພົນ, ແລະ ກາຍ​ເປັນ​ຕົວ​ຕົນ​ທີ່​ແທ້​ຈິງ​ທີ່​ສຸດ, ເປັນ​ອິດ​ສະ​ລະ​ທີ່​ສຸດ, ຖືກ​ຕ້ອງ​ທີ່​ສຸດ, ເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ໃນ​ຕົວ​ເອງ ໂດຍ​ຜ່ານ​ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ດ້ວຍ​ຄວາມ​ເຕັມ​ໃຈ ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຊື່ນ​ຊົມ​ຍິນ​ດີ. ການ​ຊົດ​ໃຊ້—ການ-ຊົດ-ໃຊ້—ໃນ ແລະ ຜ່ານ​ທາງ​ພຣະ​ເຢ​ຊູ​ຄຣິດ​ນຳ​ການ​ເປັນ​ພາກ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ​ນີ້​ມາ​ໃຫ້.

ກິ່ງ​ງ່າ​ທີ່​ກຳ​ລັງ​ປົ່ງ​ດອກ

ຄວາມ​ຫວັງ​ຂອງ​ພຣະ​ຊົນ​ຊີບ ແລະ ພາ​ລະ​ກິດ​ຂອງ​ພຣະ​ເຢ​ຊູ​ຄຣິດ

ແຕ່​ລະ​ວັນ, ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ຂອງ​ວັນ​ອີດ​ສະ​ເຕີ​ແມ່ນ​ລວມ​ທັງ​ພອນ​ຕ່າງໆ ແລະ ການ​ສິດ​ສອນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ແບ່ງ​ປັນ​ໃນ​ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊີ​ວິດ​ມະ​ຕະ​ອັນ​ສົມ​ບູນ​ແບບ​ຂອງ​ພຣະ​ອົງ. ໂດຍ​ທີ່​ຖືກ​ມອບ​ໝາຍ​ໄວ້​ລ່ວງ​ໜ້າ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ, ພຣະ​ເຢ​ຊູ​ຄຣິດ​ຄື​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳ​ເນີດ​ຂອງ​ພຣະ​ເຈົ້າ (ເບິ່ງ ຢາ​ໂຄບ 4:5; ແອວ​ມາ 12:33–34; ໂມ​ເຊ 5:7, 9). ພຣະ​ອົງ​ໄດ້​ຈະ​ເລີນ​ເຕີບ​ໃຫຍ່​ຂຶ້ນ ໃນ​ດ້ານ​ຮ່າງ​ກາຍ ແລະ ສະ​ຕິ​ປັນ​ຍາ, ເປັນ​ທີ່​ພໍ​ພຣະ​ໄທ​ຕໍ່​ພຣະ​ເຈົ້າ ແລະ ຕໍ່​ມະ​ນຸດ​ດ້ວຍ (ເບິ່ງ ລູ​ກາ 2:52). ໂດຍ​ທີ່​ສະ​ແຫວງ​ຫາ​ພຽງ​ແຕ່​ປະ​ຕິ​ບັດ​ຕາມ​ພຣະ​ປະ​ສົງ​ຂອງ​ພຣະ​ບິ​ດາ​ຂອງ​ພຣະ​ອົງ​ເທົ່າ​ນັ້ນ, ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຫ້​ອະ​ໄພ​ຄວາມ​ຜິດ​ບາບ, ປິ່ນ​ປົວ​ຄວາມ​ເຈັບ​ປ່ວຍ, ນຳ​ຄົນ​ຕາຍ​ກັບ​ຄືນ​ມາ, ແລະ ປອບ​ໂຍນ​ຄົນ​ເຈັບ​ປ່ວຍ ແລະ ດຽວ​ດາຍ.

ມີ​ເທື່ອ​ໜຶ່ງ, ຫລັງ​ຈາກ​ການ​ຖື​ສິນ​ອົດ​ເຂົ້າ​ໄດ້ 40 ວັນ, ພຣະ​ອົງ​ໄດ້​ເປັນ​ພະ​ຍານ​ວ່າ, “ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ເທິງ​ຂ້າ​ນ້ອຍ, ເພາະ​ພຣະ​ອົງ​ໄດ້​ຫົດ​ສົງ​ແຕ່ງ​ຕັ້ງ​ຂ້າ​ນ້ອຍ​ໄວ້​ໃຫ້​ປະ​ກາດ​ຂ່າວ​ປະ​ເສີດ​ແກ່​ຄົນ​ຍາກ​ຈົນ; ພຣະ​ອົງ​ໃຊ້​ຂ້າ​ນ້ອຍ​ໄປ​ປິ່ນ​ປົວ​ຫົວ​ໃຈ​ທີ່​ຊອກ​ຊ້ຳ, ປະ​ກາດ​ອິດ​ສະ​ລະ​ພາບ​ແກ່​ຄົນ​ທັງ​ຫລາຍ​ທີ່​ຖືກ​ຈຳ​ຈອງ, ແລະ ຄົນ​ຕາ​ບອດ​ຈະ​ເຫັນ​ຮຸ່ງ​ອີກ, ປົດ​ປ່ອຍ​ຜູ້​ຖືກ​ກົດ​ຂີ່​ໃຫ້​ເປັນ​ອິດ​ສະ​ລະ” (ລູ​ກາ 4:18; ເບິ່ງ ເອ​ຊາ​ຢາ 61:1 ນຳ​ອີກ).

ນັ້ນ​ຄື​ເຮົາ​ແຕ່​ລະ​ຄົນ.

ຢູ່​ທີ່​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ, ພຣະ​ເຢ​ຊູ​ຄຣິດ​ໄດ້​ລ້າງ​ຕີນ​ໃຫ້​ກັບ​ສາ​ວົກ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 13:4–8). ໃນ​ທັງ​ໂລກ​ເກົ່າ ແລະ ໂລກ​ໃໝ່, ພຣະ​ອົງ​ເອງ​ທີ່​ເປັນ “ນ້ຳ​ທີ່​ປະ​ກອບ​ດ້ວຍ​ຊີ​ວິດ” ແລະ “ເຂົ້າ​ຈີ່​ແຫ່ງ​ຊີ​ວິດ” ໄດ້​ຈັດ​ຕັ້ງ​ສິນ​ລະ​ລຶກ. ໃນ​ພິ​ທີ​ສິນ​ລະ​ລຶກ​ອັນ​ສັກ​ສິດ, ເຮົາ​ວິງ​ວອນ​ຫາ​ພຣະ​ບິ​ດາ ແລະ ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ວ່າ​ຈະ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ລະ​ນຶກ​ເຖິງ​ພຣະ​ອົງ​ຕະ​ຫລອດ​ເວ​ລາ, ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເພື່ອ​ວ່າ​ເຮົາ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ ສະ​ຖິດ​ຢູ່​ກັບ​ເຮົາ​ຕະ​ຫລອດ​ເວ​ລາ (ເບິ່ງ ລູ​ກາ 22:19–20; 3 ນີ​ໄຟ 18:7, 10–11).

ໃນ​ສວນ​ເຄັດ​ເຊ​ມາ​ເນ, ພຣະ​ເຢ​ຊູ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຫລາຍ​ກວ່າ​ມະ​ນຸດ​ຈະ​ສາ​ມາດ​ທົນ​ໄດ້ ເພື່ອ​ໄຖ່ ແລະ ຊົດ​ໃຊ້​ບາບ​ຂອງ​ເຮົາ. ໂລ​ຫິດ​ໄດ້​ໄຫລ​ອອກ​ຈາກ​ທຸກ​ຂຸມ​ຂົນ. ພຣະ​ອົງ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ກັບ​ຄວາມ​ເຈັບ​ປວດ​ເຫລົ່າ​ນີ້​ເພື່ອ​ທຸກ​ຄົນ, ເພື່ອ​ວ່າ​ເຮົາ​ຈະ​ບໍ່​ໄດ້​ທົນ​ທຸກ​ທໍ​ລະ​ມານ​ຖ້າ​ຫາກ​ເຮົາ​ກັບ​ໃຈ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 18:11; 19:16).

ໂດຍ​ທີ່​ຖືກ​ຫັກ​ຫລັງ ແລະ ກ່າວ​ຫາ​ວ່າ​ຜິດ, ພຣະ​ເຢ​ຊູ​ຄຣິດ​ໄດ້​ຖືກ​ເຍາະ​ເຍີ້ຍ ແລະ ຂ້ຽນ​ຕີ, ແລະ ມົງ​ກຸດ​ເຄືອ​ໜາມ​ໄດ້​ຖືກ​ສຸບ​ໃສ່​ພຣະ​ສຽນ​ອັນ​ຖ່ອມ​ຕົນ​ຂອງ​ພຣະ​ອົງ (ເບິ່ງ ມັດ​ທາຍ 27:26, 29; ມາ​ຣະ​ໂກ 15:15, 17, 20, 31; ລູ​ກາ 22:63; ໂຢ​ຮັນ 19:1–2). “ໄດ້​ຮັບ​ບາດ​ເຈັບ … ດີ​ປົກ​ກະ​ຕິ​ຍ້ອນ​ການ​ຕົບ​ຕີ​ທີ່​ທ່ານ​ຮັບ​ເອົາ” (ເອ​ຊາ​ຢາ 53:5). ພຣະ​ອົງ​ໄດ້​ຖືກ “ຍົກ​ຂຶ້ນ​ເທິງ​ໄມ້​ກາງ​ແຂນ” ເພື່ອ​ວ່າ​ເຮົາ​ຈະ​ໄດ້​ມາ​ຫາ​ພຣະ​ອົງ (ເບິ່ງ 3 ນີ​ໄຟ 27:14–15). ເຖິງ​ຢ່າງ​ໃດ​ກໍ​ຕາມ, ແມ່ນ​ແຕ່​ຢູ່​ເທິງ​ກາງ​ແຂນ, ພຣະ​ເຢ​ຊູ​ຄຣິດ​ຍັງ​ໃຫ້​ອະ​ໄພ (ເບິ່ງ ລູ​ກາ 23:34). ພຣະ​ອົງ​ໄດ້​ຂໍ​ໃຫ້​ໂຢ​ຮັນ​ເບິ່ງ​ແຍງ​ມານ​ດາ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 19:26–27). ພຣະ​ອົງ​ຮູ້​ສຶກ​ຖືກ​ປະ​ຖິ້ມ (ເບິ່ງ ມັດ​ທາຍ 27:46; ມາ​ຣະ​ໂກ 15:34). ເພື່ອ​ເຮັດ​ສຳ​ເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະ​ຄຳ​ພີ, ພຣະ​ອົງ​ໄດ້​ກ່າວ​ວ່າ ພຣະ​ອົງ​ຫິວ​ນ້ຳ (ເບິ່ງ ໂຢ​ຮັນ 19:28). ເມື່ອ​ທຸກ​ສິ່ງ​ທຸກ​ຢ່າງ​ສຳ​ເລັດ​ແລ້ວ, ພຣະ​ອົງ​ເອງ​ກໍ​ໄດ້ “ສິ້ນ​ພຣະ​ຊົນ” (ລູ​ກາ 23:46; ເບິ່ງ ໂຢ​ຮັນ 10:17–18 ນຳ​ອີກ).

ພຣະ​ເຢ​ຊູ​ຄຣິດ​ຮູ້​ຈັກ​ວິ​ທີ​ຊ່ວຍ​ເຫລືອ​ເຮົາ​ໃນ​ຍາມ​ປ່ວຍ​ໄຂ້, ອ່ອນ​ແຮງ, ໂດດ​ດ່ຽວ, ເປົ່າ​ປ່ຽວ​ດຽວ​ດາຍ, ແລະ ລຳ​ບາກ (ເບິ່ງ ແອວ​ມາ 7:12). ຄວາມ​ທຸກ​ຍາກ​ລຳ​ບາກ​ແບບ​ນັ້ນ​ມັກ​ຈະ​​ເກີດ​ມາ​ຈາກ​ຜົນ​ທີ່​ໄດ້​ຮັບ​ໂດຍ​ການ​ເລືອກ​ຂອງຄົນ​ອື່ນ. ພຣະ​ອົງ​ຍັງ​ຮູ້​ຈັກ​ວິ​ທີ​ທີ່​ຈະ​ຊື່ນ​ຊົມ​ຍິນ​ດີ​ກັບ​ເຮົາ​ໃນ​ຄວາມ​ຍິນ​ດີ ແລະ ຄວາມ​ກະ​ຕັນ​ຍູ​ຂອງ​ເຮົາ, ຮູ້​ຈັກ​ວິ​ທີ​ທີ່​ຈະ​ຮ້ອງ​ໄຫ້​ກັບ​ເຮົາ​ເມື່ອ​ເຮົາ​ມີ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ຢ່າງ​ຖ້ວມ​ທົ້ນ. ພຣະ​ອົງ​ໄດ້​ເອີ້ນ​ເຮົາ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ຢ່າງ​ອ່ອນ​ໂຍນ, ດ້ວຍ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ເອງ, ເຂົ້າ​ໃນ​ຝູງ​ຂອງ​ພຣະ​ອົງ. ພຣະ​ອົງ​ເອີ້ນ​ທຸກ​ຄົນ​ໃນ​ທົ່ວ​ທຸກ​ແຫ່ງ​ຫົນ. ພຣະ​ອົງ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຫັນ ແລະ ເຂົ້າ​ໃຈ​ຊີ​ວິດ​ມະ​ຕະ​ຜ່ານ​ທາງ​ມຸມ​ມອງ​ນິ​ລັນ​ດອນ. ໃນ​ຂະ​ນະ​ທີ່​ເຮົາ​ຍ່າງ​ໄປ​ຢ່າງ​ພາກ​ພູມ​ໃຈ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ, ພຣະ​ອົງ​ສັນ​ຍາ​ວ່າ ທຸກ​ສິ່ງ​ຈະ​ທຳ​ງານ​ນຳ​ກັນ​ໄປ​ເພື່ອ​ຄວາມ​ດີ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 90:24; ໂຣມ 8:28).

ເມື່ອ​ເຖິງ​ເວ​ລາ ແລະ ໃນ​ວິ​ທີ​ຂອງ​ພຣະ​ອົງ, ການ​ຟື້ນ​ຟູ​ຈະ​ມາ​ເຖິງ—ບໍ່​ແມ່ນ​ພຽງ​ແຕ່​ກັບ​ສິ່ງ​ທີ່​ເຄີຍ​ເປັນ​ຢູ່​ເທົ່າ​ນັ້ນ ແຕ່​ຍັງ​ລວມ​ທັງ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ເຊັ່ນ​ກັນ. ແທ້​ຈິງ​ແລ້ວ, ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ປົດ​ປ່ອຍ​ເຮົາ​ອອກ​ຈາກ​ຄວາມ​ເປັນ​ທາດ ແລະ ບາບ, ຈາກ​ຄວາມ​ຕາຍ ແລະ ນະ​ລົກ, ແລະ ສາ​ມາດ​ຊ່ວຍ​ເຫລືອ​ເຮົາ​ໃຫ້​ບັນ​ລຸ​ເອ​ກະ​ລັກ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ ຂະ​ນະ​ທີ່​ເຮົາ​ກາຍ​ເປັນ​ຫລາຍ​ກວ່າ​ທີ່​ເຮົາ​ເຄີຍ​ຈິນ​ຕະ​ນາ​ການ​ໄວ້, ຜ່ານ​ທາງ​ສັດ​ທາ ແລະ ການ​ກັບ​ໃຈ.

ຄຳ​ສັນ​ຍາ​ແຫ່ງ​ການ​ປົດ​ປ່ອຍ

ເພາະ​ພຣະ​ເຢ​ຊູ​ຄຣິດ, ຄວາມ​ຕາຍ​ຈຶ່ງ​ບໍ່​ເປັນ​ຈຸດ​ຈົບ. ໃນ​ບຸນ​ອີດ​ສະ​ເຕີ​ນີ້ ເຮົາ​ປະ​ກາດ​ວ່າ:

ຄວາມ​ຕາຍ​ໄດ້​ຖືກ​ເອົາ​ຊະ​ນະ​ແລ້ວ; ມະ​ນຸດ​ເປັນ​ອິດ​ສະ​ລະ​ແລ້ວ.

ພຣະ​ຄຣິດ​ໄດ້​ຮັບ​ໄຊ​ຊະ​ນະ​ແລ້ວ.

ໂດຍ​ພຣະ​ບັນ​ຊາ ແລະ ອຳ​ນາດ​ຈາກ​ພຣະ​ບິ​ດາ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຈຶ່ງ​ສາ​ມາດ​ສະ​ລະ​ພຣະ​ຊົນ​ຊີບ ແລະ ກັບ​ມາ​ຟື້ນ​ຄືນ​ອີກ​ຄັ້ງ (ເບິ່ງ ໂຢ​ຮັນ 10:17). ໃນ​ຂະ​ນະ​ທີ່​ພຣະ​ກາຍ​ຂອງ​ພຣະ​ອົງ​ຖືກ​ວາງ​ໄວ້​ຢູ່​ໃນ​ອຸບ​ມຸງ, ພຣະ​ເຢ​ຊູ​ຄຣິດ​ໄດ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ຈັດ​ລະ​ບຽບ​ຢູ່​ໃນ​ໂລກ​ແຫ່ງ​ວິນ​ຍານ, ໂດຍ​ປະ​ກາດ “ການ​ໄຖ່​ຂອງ​ເຂົາ​ເຈົ້າ​ຈາກ​ສາຍ​ຮັດ​ແຫ່ງ​ຄວາມ​ຕາຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 138:16).

ໃນ​ຕອນ​ເຊົ້າ​ຂອງ​ມື້​ທີ​ສາມ, ພຣະ​ອົງ​ໄດ້​ລຸກ​ຂຶ້ນ​ຈາກ​ອຸບ​ມຸງ. ພຣະ​ອົງ​ໄດ້​ກ່າວ​ກັບ​ນາງ​ມາ​ລີ. ພຣະ​ອົງ​ໄດ້​ປະ​ກົດ​ຕົວ​ຕໍ່​ສາ​ວົກ​ຂອງ​ພຣະ​ອົງ​ສອງ​ຄົນ​ໃນ​ເສັ້ນ​ທາງ​ທີ່​ຈະ​ໄປ​ເມືອງ​ເອ​ມາ​ອູດ, ອັກ​ຄະ​ສາ​ວົກ​ຂອງ​ພຣະ​ອົງ​ຫລາຍ​ຄົນ, ແລະ ຄົນ​ອື່ນໆ​ອີກ. (ເບິ່ງ ມັດ​ທາຍ 28; ມາ​ຣະ​ໂກ 16; ລູ​ກາ 24; ໂຢ​ຮັນ 20.)

ໃນ​ປະ​ຈັກ​ພະ​ຍານ​ທີ່​ມີ​ພະ​ລັງ, ພຣະ​ອົງ​ໄດ້​ເຊື້ອ​ເຊີນ​ສາ​ວົກ​ຂອງ​ພຣະ​ອົງ​ໃຫ້​ຖິ້ມ​ມອງ​ລົງ​ເບື້ອງ​ຂວາ​ຂອງ​ເຮືອ; ເທື່ອ​ນີ້, ເຖິງ​ແມ່ນ​ວ່າ​ຈະ​ເຕັມ​ໄປ​ດ້ວຍ​ປາ​ອີກ​ຄັ້ງ, ແຕ່​ມອງ​ກໍ​ບໍ່​ຂາດ (ເບິ່ງ ໂຢ​ຮັນ 21:6–11; ລູ​ກາ 5:3–7). ພຣະ​ອົງ​ໄດ້​ລ້ຽງ​ສາ​ວົກ​ຂອງ​ພຣະ​ອົງ ແລະ ໄດ້​ຮ້ອງ​ຂໍ​ເປ​ໂຕ​ສາມ​ຄັ້ງ​ໃຫ້​ລ້ຽງ​ແກະ ແລະ ລູກ​ແກະ​ຂອງ​ພຣະ​ອົງ (ເບິ່ງ ໂຢ​ຮັນ 21:12–17). ພຣະ​ອົງ​ໄດ້​ສະ​ເດັດ​ຂຶ້ນ​ສູ່​ສະ​ຫວັນ, ໂດຍ​ປະ​ກາດ​ວ່າ​ສາ​ວົກ​ຂອງ​ພຣະ​ອົງ​ໃນ​ສະ​ໄໝ​ນັ້ນ ແລະ ເຮົາ​ທຸກ​ຄົນ​ໃນ​ປະ​ຈຸ​ບັນ​ນີ້ ຄວນ​ແບ່ງ​ປັນ​ຂ່າວ​ປະ​ເສີດ​ອັນ​ຮຸ່ງ​ໂລດ​ຂອງ​ວັນ​ອີດ​ສະ​ເຕີ ແລະ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ກັບ​ທຸກ​ປະ​ເທດ, ທຸກ​ເຜົ່າ, ແລະ ຊົນ​ຊາດ (ເບິ່ງ ມັດ​ທາຍ 28:19–20; ມາ​ຣະ​ໂກ 16:15).

ພຣະ​ເຢ​ຊູ​ຄຣິດ​ເປັນ​ຜູ້​ລ້ຽງ​ທີ່​ດີ ແລະ ເປັນ​ພຣະ​ເມ​ສາ​ຂອງ​ພຣະ​ເຈົ້າ. ພຣະ​ອົງ​ໄດ້​ສະ​ລະ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ເພື່ອ, ແລະ ມອບ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ໃຫ້​ກັບ, ລູກ​ແກະ​ຂອງ​ພຣະ​ອົງ. ຢູ່​ໃນ​ສວນ ແລະ ຢູ່​ເທິງ​ໄມ້​ກາງ​ແຂນ, ພຣະ​ອົງ​ໄດ້​ແບກ​ຮັບ​ກັບ​ສິ່ງ​ທີ່​ທົນ​ບໍ່​ໄດ້ ແລະ ຊົດ​ໃຊ້​ເພື່ອ​ເຮົາ. ໃນ​ການ​ເວ​ລາ ແລະ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ, ພຣະ​ອົງ​ໄດ້​ສະ​ແດງ​ໃຫ້​ເຮົາ​ເຫັນ​ດ້ວຍ​ຕົວ​ຢ່າງ​ວ່າ “ຄວາມ​ຕາຍ​ຈະ​ເປີດ​ທາງ​ຍ່າງ​ໄປ​ສູ່​ຊີ​ວິດ​ໃນ​ນິ​ລັນ​ດອນ.”

ຜ່ານ​ທາງ​ອຳ​ນາດ​ຂອງ​ການ​ຊົດ​ໃຊ້ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຄຣິດ, ຮ່າງ​ກາຍ ແລະ ຈິດ​ວິນ​ຍານ​ຂອງ​ເຮົາ​ຈະ​ຖືກ​ລວມ​ເຂົ້າ​ກັນ​ອີກ​ຄັ້ງ​ໃນ​ການ​ຟື້ນ​ຄືນ​ຊີ​ວິດ​ທາງ​ຮ່າງ​ກາຍ. ເຮົາ​ຈະ​ຮຸ່ງ​ເຫລື້ອມ, ການ​ຟື້ນ​ຟູ​ສະ​ພາບ​ຮ່າງ​ກາຍ ແລະ ໂຄງ​ຮ່າງ​ອັນ​ຖືກ​ຕ້ອງ, ທຸກ​ຂໍ້​ຕໍ່. ເຖິງ​ແມ່ນ​ແຕ່​ຜົມ​ທຸກ​ເສັ້ນ​ໃນ​ຫົວ​ກໍ​ຈະ​ຖືກ​ຟື້ນ​ຟູ. ເຮົາ​ຈະ​ພົ້ນ​ຈາກ​ຄວາມ​ເຈັບ​ປ່ວຍ​ຕາມ​ການ​ເວ​ລາ, ພະ​ຍາດ​ໂລ​ຄາ, ອຸ​ບັດ​ຕິ​ເຫດ​ທາງ​ຮ່າງ​ກາຍ, ແລະ ​ຄວາມ​ບໍ່​ສົມ​ປະ​ກອບ​ທາງ​ຈິດ​ໃຈ. ການ​ຊົດ​ໃຊ້​ຂອງ​ພຣະ​ຄຣິດ​ສາ​ມາດ​ເປັນ​ພອນ​ແກ່​ເຮົາ​ໃຫ້​ສາ​ມາດ​ເອົາ​ຊະ​ນະ​ການ​ແບ່ງ​ແຍກ ແລະ ການ​ຕາຍ​ທາງ​ວິນ​ຍານ​ໄດ້. ໃນ​ເງື່ອນ​ໄຂ​ຂອງ​ການ​ກັບ​ໃຈ, ເຮົາ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ບາບ ແລະ ຄວາມ​ໂສກ​ເສົ້າ​ທຸກ​ປະ​ການ ແລະ ເປີດ​ຮັບ​ເອົາ​ຄວາມ​ຮັກ ແລະ ຄວາມ​ຊື່ນ​ຊົມ​ຍິນ​ດີ​ອັນ​ເຕັມ​ປ່ຽມ. ບໍ​ລິ​ສຸດ, ສະ​ອາດ, ເປັນ​ອິດ​ສະ​ລະ, ເຮົາ​ຈະ​ສາ​ມາດ​ກັບ​ຄືນ​ໄປ​ຫາ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ​ທີ່​ມີ​ຄຸນ​ຄ່າ​ທີ່​ສຸດ​ຂອງ​ເຮົາ​ໃນ​ທີ່​ປະ​ທັບ​ອັນ​ສະ​ຫງ່າ​ລາ​ສີ, ອາ​ນາ​ຈັກ​ຊັ້ນ​ສູງ​ຂອງ​ພຣະ​ເຈົ້າ ພຣະ​ບິ​ດາ​ຂອງ​ເຮົາ ແລະ ພຣະ​ເຢ​ຊູ​ຄຣິດ.

ເຮົາ​ຈະ​ໄດ້​ພົບ​ກັບ​ຄົນ​ທີ່​ເຮົາ​ຮັກ​ອີກ​ຄັ້ງ. ເມື່ອ​ເຮົາ​ໄດ້​ກັບ​ມາ​ພົບ​ກັບ​ຄົນ​ທີ່​ເຮົາ​ຮັກ​ອີກ​ຄັ້ງ, ເຮົາ​ຈະ​ເຫັນ​ກັນ​ແລະ​ກັນ​ໃນ​ມຸມ​ມອງ​ນິ​ລັນ​ດອນ—ດ້ວຍ​ຄວາມ​ຮັກ, ຄວາມ​ເຂົ້າ​ໃຈ, ແລະ ຄວາມ​ດີ​ງາມ​ທີ່​ຍິ່ງ​ໃຫຍ່​ຂຶ້ນ. ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ສິ່ງ​ທີ່​ມີ​ຄວາມ​ໝາຍ​ຕໍ່​ເຮົາ ແລະ ລືມ​ສິ່ງ​ທີ່​ບໍ່​ມີ​ຄວາມ​ໝາຍ. ການ​ມອງ​ເຫັນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄວາມ​ສຳ​ພັນ​ຂອງ​ເຮົາ​ດ້ວຍ​ສັດ​ທາ ແລະ ຄວາມ​ກະ​ຕັນ​ຍູ​ທີ່​ຍິ່ງ​ໃຫຍ່​ຂຶ້ນ ຈະ​ນຳ​ສັນ​ຕິ​ສຸກ​ມາ​ໃຫ້, ປົດ​ພາ​ລະ, ປັບ​ຄວາມ​ເຂົ້າ​ໃຈ, ແລະ ເຮັດ​ໃຫ້​ຄອບ​ຄົວ​ເປັນ​ໜຶ່ງ​ດຽວ​ກັນ​ໃນ​ການ​ເວ​ລາ ແລະ ຕະ​ຫລອດ​ຊົ່ວ​ນິ​ລັນ​ດອນ.

ກິ່ງ​ງ່າ​ທີ່​ມີ​ດອກ

ຄວາມ​ຫວັງ​ແຫ່ງ​ຄວາມ​ອຸ​ດົມ​ສົມ​ບູນ ແລະ ຄວາມ​ສຸກ

ບຸນ​ອີດ​ສະ​ເຕີ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ການ​ເປີດ​ປະ​ຕູ​ສະ​ຫວັນ, ໝາກ​ໄມ້​ໃນ​ເຄືອ​ເພີ່ມ​ທະ​ວີ​ຄູນ, ແລະ ດິນ​ແດນ​ຈະ​ເປັນ​ທີ່​ຢູ່​ອາ​ໄສ​ຢ່າງ​ຜາ​ສຸກ. ບຸນ​ອີດ​ສະ​ເຕີ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ການ​ປອບ​ໂຍນ ແລະ ການ​ເບິ່ງ​ແຍງ​ແມ່​ໝ້າຍ ແລະ ເດັກ​ກຳ​ພ້າ, ຄົນ​ຫິວ​ໂຫຍ ແລະ ສິ້ນ​ຫວັງ, ຜູ້​ທີ່​ຢ້ານ​ກົວ, ຖືກ​ຂົ່ມ​ເຫັງ, ຫລື ຜູ້​ທີ່​ຕົກ​ຢູ່​ໃນ​ອັນ​ຕະ​ລາຍ​ຢ່າງ​ບໍ່​ໄດ້​ຕັ້ງ​ໃຈ. ດ້ວຍ​ຄວາມ​ຮັບ​ຮູ້ ແລະ ຮູ້​ຈັກ​ເຮົາ​ແຕ່​ລະ​ຄົນ, ພຣະ​ເຢ​ຊູ​ຄຣິດ​ເຊື້ອ​ເຊີນ​ເຮົາ​ໃຫ້​ເຫັນ ແລະ ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ດ້ວຍ​ຄວາມ​ຮັກ ແລະ ຄວາມ​ເມດ​ຕາ, ເຊັ່ນ​ດຽວ​ກັນ​ກັບ​ທີ່​ພຣະ​ອົງ​ຊົງ​ເຮັດ.

ໃນ​ທຸກ​ສິ່ງ​ທີ່​ດີ​ທັງ​ໝົດ, ພຣະ​ເຢ​ຊູ​ຄຣິດ​ຊົງ​ຟື້ນ​ຟູ​ຢ່າງ​ຄົບ​ບໍ​ລິ​ບູນ (ເບິ່ງ ໂຢ​ຮັນ 10:10; ແອວ​ມາ 40:20–24). ພຣະ​ອົງ​ສັນ​ຍາ​ວ່າ “ແຜ່ນ​ດິນ​ໂລກ​ເຕັມ​ປ່ຽມ, ແລະ ມັນ​ມີ​ພຽງ​ພໍ ແລະ ເກີນ​ພໍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:17). ການ​ຟື້ນ​ຟູ​ທຸກ​ສິ່ງ​ຂອງ​ພຣະ​ອົງ​ແມ່ນ​ລວມ​ທັງ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ສິດ ແລະ ອຳ​ນາດ​ຖາ​ນະ​ປະ​ໂລ​ຫິດ​ຂອງ​ພຣະ​ອົງ, ແລະ ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ ພົບ​ເຫັນ​ໄດ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ, ເອີ້ນ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ, ແມ່ນ​ແຕ່​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ບຸນ​ອີດ​ສະ​ເຕີ​ໃນ​ພຣະ​ເຢ​ຊູ​ຄຣິດ​ແມ່ນ​ລວມ​ທັງ​ບ້ານ​ອັນ​ສັກ​ສິດ​ຫລາຍ​ຂຶ້ນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ເຂົ້າ​ມາ​ໃກ້​ລູກໆ​ຂອງ​ພຣະ​ເຈົ້າ​ຫລາຍ​ຂຶ້ນ ໃນ​ຫລາຍໆ​ແຫ່ງ, ນຳ​ເອົາ​ຄຳ​ສອນ​ຂອງ “ການ​ເປັນ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ພູ​ຊີ​ໂອນ” (ເບິ່ງ ໂອ​ບາ​ດີ​ຢາ 1:21). ພຣະ​ຜູ້​ເປັນ​ເຈົ້າ​ຈັດ​ຫາ​ຫົນ​ທາງ​ທີ່​ບໍ​ລິ​ສຸດ, ບໍ່​ເຫັນ​ແກ່​ຕົວ​ໄວ້​ໃຫ້​ກັບ​ເຮົາ​ຢູ່​ເທິງ​ໂລກ​ນີ້​ເພື່ອ​ນຳ​ສະ​ເໜີ​ສິ່ງ​ທີ່​ຈຳ​ເປັນ​ສຳ​ລັບ​ຄົນ​ທີ່​ເຮົາ​ຮັກ​ທີ່​ລ່ວງ​ລັບ​ໄປ​ແລ້ວ ແລະ ປາດ​ຖະ​ໜາ​ໃນ​ນິ​ລັນ​ດອນ​ທີ່​ເຂົາ​ເຈົ້າ​ບໍ່​ສາ​ມາດ​ເຮັດ​ໄດ້​ດ້ວຍ​ຕົວ​ເອງ.

ນີ້​ແມ່ນ​ຄວາມ​ຫວັງ, ຄຳ​ສັນ​ຍາ, ແລະ ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ເຖິງ​ພຣະ​ເຈົ້າ​ພຣະ​ບິ​ດາ​ຂອງ​ເຮົາ; ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ພຣະ​ຜູ້​ໄຖ່, ພຣະ​ເຢ​ຊູ​ຄຣິດ; ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ. ໃນ​ບຸນ​ອີດ​ສະ​ເຕີ ແລະ ທຸກໆ​ມື້, ຂໍ​ໃຫ້​ເຮົາ​ພົບ​ເຫັນ​ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ນິ​ລັນ​ດອນ ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ສັກ​ສິດ​ຂອງ​ພຣະ​ເຈົ້າ, ພ້ອມ​ດ້ວຍ​ເສັ້ນ​ທາງ​ພັນ​ທະ​ສັນ​ຍາ​ຂອງ​ການ​ປ່ຽນ​ແປງ​ອັນ​ສັກ​ສິດ ຈາກ​ຄວາມ​ເປັນ​ມະ​ຕະ​ໄປ​ສູ່​ຄວາມ​ເປັນ​ອະ​ມະ​ຕະ ແລະ ຊີ​ວິດ​ນິ​ລັນ​ດອນ. ໃນ​ແຕ່​ລະ​ວັນ​ຂໍ​ໃຫ້​ຄວາມ​ແນ່​ນອນ​ຂອງ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ ຊ່ວຍ​ຍົກ​ພາ​ລະ​ຂອງ​ເຮົາ​ອອກ​ໄປ, ຊ່ວຍ​ເຫລືອ​ເຮົາ​ໃນ​ການ​ປອບ​ໂຍນ​ຄົນ​ອື່ນ​ໃນ​ຄວາມ​ໂສກ​ເສົ້າ​ຂອງ​ເຂົາ​ເຈົ້າ, ແລະ ປົດ​ປ່ອຍ​ຈິດ​ວິນ​ຍານ​ຂອງ​ເຮົາ ເພື່ອ​ຮັບ​ເອົາ​ຄວາມ​ຊື່ນ​ຊົມ​ຍິນ​ດີ​ທີ່​ເຕັມ​ປ່ຽມ​ຂອງ​ພຣະ​ອົງ.

ຜ່ານ​ທາງ​ຄວາມ​ຫວັງ ແລະ ຄຳ​ສັນ​ຍາ​ແຫ່ງ​ອີດ​ສະ​ເຕີ, ພຣະ​ເຢ​ຊູ​ຄຣິດ​ເຕີມ​ເຕັມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຮົາ ແລະ ຕອບ​ຄຳ​ຖາມ​ຕ່າງໆ​ຂອງ​ຈິດ​ວິນ​ຍານ​ຂອງ​ເຮົາ.

ແຫລ່ງ​ອ້າງ​ອີງ

  1. ໂຢ​ຮັນ 4:10, 14; 6:35; 7:37; ເບິ່ງ ເອ​ຊາ​ຢາ 49:10 ນຳ​ອີກ.

  2. ເບິ່ງ ມັດ​ທາຍ 26:26–29; ມາ​ຣະ​ໂກ 14:22–25; ລູ​ກາ 22:17–20; 3 ນີ​ໄຟ 18:1–11.

  3. ພຣະ​ອົງ​ຊົງ​ຟື້ນ!,” ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 60.

  4. Upon the Cross of Calvary,” Hymns, no. 184.

  5. ເບິ່ງ Teachings of Presidents of the Church: Joseph Smith (2011), 473, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.