2025
ການ​ຊ່ວຍ​ເຫລືອ​ຈາກ​ແຫລ່ງ​ຊ່ວຍ​ເຫລືອ​ທີ່​ສົມ​ບູນ​ແບບ
ເດືອນ​ກຸມ​ພາ 2025


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ກຸມ​ພາ 2025

ການ​ຊ່ວຍ​ເຫລືອ​ຈາກ ແຫລ່ງ​ຊ່ວຍ​ເຫລືອ​ທີ່​ສົມ​ບູນ​ແບບ

ບໍ່​ວ່າ​ເຈົ້າ​ຈະ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຍາກ​ລຳ​ບາກ​ໃດໆ​ກໍ​ຕາມ, ພຣະ​ເຢ​ຊູ​ຄຣິດ​ຈະ​ຊ່ວຍ​ເຈົ້າ​ຂະ​ນະ​ທີ່​ເຈົ້າ​ຫັນ​ມາ​ຫາ​ພຣະ​ອົງ.

ພຣະ​ເຢ​ຊູ​ຄຣິດ

The Pattern [ແບບ​ແຜນ], ໂດຍ ຈີ​ເນັດ ບູ​ຣັບ

ຈັກ​ຄັ້ງ​ໜຶ່ງ​ທີ່​ເຮົາ​ທຸກ​ຄົນ​ກໍ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ເລັກໆ​ນ້ອຍໆ. ບາງ​ຄັ້ງ​ກໍ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ ຫລາຍ. ຄວາມ​ຈິງ​ກໍ​ຄື, ຊີ​ວິດ​ມັກ​ຈະ​ດີ​ຂຶ້ນ​ຫລາຍ​ກວ່າ​ເກົ່າ ເມື່ອ​ເຮົາ​ພະ​ຍາ​ຍາມ​ທີ່​ຈະ​ບໍ່​ດຳ​ເນີນ​ຊີ​ວິດ​ຢ່າງ​ໂດດ​ດ່ຽວ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ແຫລ່ງ​ຊ່ວຍ​ທີ່​ສົມ​ບູນ​ແບບ​ໃນ​ການ​ຊ່ວຍ​ເຫລືອ, ໃຫ້​ຄວາມ​ຫວັງ, ແລະ ໃຫ້​ກຳ​ລັງ​ໃຈ. ພຣະ​ອົງ​ສາ​ມາດ​ຊ່ວຍ​ປ່ຽນ​ແປງ​ເຈົ້າ​ໃຫ້​ດີ​ຂຶ້ນ—ແມ່ນ​ແຕ່​ວິ​ທີ​ທີ່​ເຈົ້າ​ຄິດ​ວ່າ​ບໍ່​ສາ​ມາດ​ເປັນ​ໄປ​ໄດ້.

ການ​ປ່ຽນ​ແປງ​ຈິດ​ໃຈ

ເຈົ້າ​ເຄີຍ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ເຈົ້າ​ເຮັດ​ໃຫ້​ໃຈ​ຂອງ​ສັດ​ຕູ​ເຈົ້າ​ອ່ອນ​ລົງ​ຫລື​ບໍ່? ຖ້າ​ເປັນ​ແນວ​ນັ້ນ, ເຈົ້າ​ຢູ່​ໃນ​ກຸ່ມ​ຄົນ​ທີ່​ດີ (ເບິ່ງ 3 ນີ​ໄຟ 12:44; ໂມ​ໂຣ​ໄນ 7:48). ເຖິງ​ແມ່ນ​ວ່າ​ເຈົ້າ​ຈະ​ບໍ່​ມີ​ສັດ​ຕູ​ຕາມ​ຄວາມ​ໝາຍ​ໃນ​ພຣະ​ຄຳ​ພີ​ມໍ​ມອນ (ທີ່​ເຈົ້າ​ຮູ້​ຈັກ, ສັດ​ຕູ​ທີ່​ຖື​ອາ​ວຸດ ແລະ ກຽມ​ພ້ອມ​ທີ່​ຈະ​ໂຈມ​ຕີ), ເຈົ້າ​ອາດ​ຈະ​ໄດ້​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ເຈົ້າ​ເຮັດ​ໃຫ້​ໃຈ​ຂອງ​ຜູ້​ທີ່​ປະ​ຕິ​ບັດ​ບໍ່​ດີ​ກັບ​ເຈົ້າ​ນັ້ນ​ອ່ອນ​ລົງ.

ແຕ່​ເຈົ້າ​ເຄີຍ​ຄິດ​ທີ່​ຈະ​ອະ​ທິ​ຖານ​ຂໍ​ໃຫ້​ພຣະ​ເຈົ້າ​ເຮັດ​ໃຫ້​ໃຈ ຂອງ​ເຈົ້າ ອ່ອນ​ລົງ​ແດ່​ບໍ? ບາງ​ທີ​ເຈົ້າ​ອາດ​ຈະ​ກຳ​ລັງ​ມີ​ບັນ​ຫາ​ໃນ​ການ​ໃຫ້​ອະ​ໄພ​ແກ່​ຄົນ​ໃດ​ຄົນ​ໜຶ່ງ. ຫລື ເຈົ້າ​ມັກ​ຈະ​ອາ​ລົມ​ເສຍ, ເຖິງ​ແມ່ນ​ວ່າ​ເຈົ້າ​ບໍ່​ຢາກ​ເປັນ​ແບບ​ນັ້ນ​ກໍ​ຕາມ. ຫລື ເຈົ້າ​ຕ້ອງ​ການ​ມີ​ຄວາມ​ເມດ​ຕາ​ຕໍ່​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ຫລາຍ​ຂຶ້ນ ເຖິງ​ແມ່ນ​ວ່າ​ບາງ​ຄັ້ງ​ພວກ​ເຂົາ​ອາດ​ຈະ​ເຮັດ​ໃຫ້​ເຈົ້າ​ລຳ​ຄານ​ກໍ​ຕາມ.

“[ພຣະ​ເຢ​ຊູ​ຄຣິດ] ຈະ ປ່ຽນ​ແປງ​ຈິດ​ໃຈ​ຂອງ​ເຈົ້າ ແລະ ຊີ​ວິດ​ຂອງ​ເຈົ້າ. ທີ​ລະ​ເລັກ​ທີ​ລະ​ນ້ອຍ, ເຈົ້າ​ຈະ​ເຕີບ​ໃຫຍ່ ແລະ ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ອົງ​ຫລາຍ​ຂຶ້ນ. ການ​ເຊື່ອມ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ເຈົ້າ​ກັບ​ພຣະ​ອົງ​ຈະ​ເຮັດ​ໃຫ້​ເຈົ້າ​ເຂົ້າ​ເຖິງ​ພະ​ລັງ​ຂອງ​ພຣະ​ອົງ​ໄດ້​ຫລາຍ​ຂຶ້ນ” (ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ [2022], 8, ເນັ້ນ​ຄຳ​ເນີ້ງ).

ຊ່າງ​ເປັນ​ຄຳ​ສັນ​ຍາ​ທີ່​ປະ​ເສີດ​ແທ້ໆ​ນໍ? ບໍ່​ວ່າ​ເຈົ້າ​ກຳ​ລັງ​ດີ້ນ​ລົນ​ຢູ່​ກັບ​ສິ່ງ​ໃດ, ແມ່ນ​ແຕ່​ກັບ​ຈິດ​ໃຈ​ຂອງ​ເຈົ້າ​ເອງ, ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ຊ່ວຍ​ໄດ້. ເຈົ້າ​ຈະ​ສາ​ມາດ​ຫັນ​ມາ​ຫາ​ພຣະ​ອົງ​ໄດ້​ແນວ​ໃດ​ໃນ​ວັນ​ນີ້?

ເດັກ​ຊາຍ