“I Will Heal Them,” Liahona, Feb. 2025.
ຂ່າວສານປະຈຳເດືອນ Liahona, ເດືອນກຸມພາ 2025
“ເຮົາຈະ ປິ່ນປົວ ພວກເຂົາ”
ການປະຕິບັດສາດສະໜາກິດໃນການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ ຄືການນຳລ່ວງໜ້າແຫ່ງສະຫວັນ ແລະ ຄຳສັນຍາໃນການປິ່ນປົວທາງຮ່າງກາຍ ແລະ ຈິດໃຈທີ່ຍືນຍົງຊຶ່ງຈະມາຫາເຮົາແຕ່ລະຄົນໃນການຟື້ນຄືນຊີວິດ.
ຂ້າພະເຈົ້າຍັງຈື່ຈຳໄດ້ຢ່າງແຈ່ມແຈ້ງເຖິງຖ້ຽວບິນໄລຍະໄກຈຳນວນໜຶ່ງຕອນທີ່ຂ້າພະເຈົ້າເຮັດວຽກເປັນກັບຕັນຂອງສາຍການບິນ.
ໜຶ່ງໃນຖ້ຽວບິນນັ້ນກໍຄື, ຂ້າພະເຈົ້າຈະບິນອອກຈາກເຢຍລະມັນໃນເວລາ 11:00 ໂມງຕອນເຊົ້າ ແລະ ຈອດລົງທີ່ ລັດຄາລິຟໍເນຍໃນເວລາ 1:00 ໂມງຕອນບ່າຍຂອງມື້ດຽວກັນ. ເມື່ອປຽບທຽບເວລາອອກເດີນທາງ ແລະ ເວລາຮອດຈຸດໝາຍປາຍທາງ, ມັນອາດປະກົດວ່າການບິນຂ້າມມະຫາສະໝຸດແອັດແລນຕິກ ແລະ ທະວີບອາເມຣິກາເໜືອນັ້ນໃຊ້ເວລາພຽງແຕ່ສອງຊົ່ວໂມງເທົ່ານັ້ນ. ເຮືອບິນ ໂບອິງ 747 ນັ້ນໄວ, ແຕ່ກໍບໍ່ໄດ້ໄວຂະໜາດນັ້ນ! ໃນຄວາມເປັນຈິງ, ຖ້ຽວບິນນີ້ໃຊ້ເວລາປະມານ 11 ຊົ່ວໂມງ, ເດີນທາງ 5,600 ໄມ (9,000 ກລມ), ຂຶ້ນຢູ່ກັບກະແສລົມພັດ.
ຍ້ອນວ່າພວກເຮົາກຳລັງບິນໄປທາງທິດຕາເວັນຕົກ, ດັ່ງນັ້ນດວງຕາເວັນຈຶ່ງບໍ່ຕົກດິນໃນລະຫວ່າງການບິນຂອງພວກເຮົາ. ພວກເຮົາມີຄວາມສຸກກັບແສງຕາເວັນທີ່ເຈີດຈ້າຂອງຕອນສວຍຕະຫລອດທາງຈາກເຢຍລະມັນ ຫາ ລັດຄາລິຟໍເນຍ.
ເຖິງຢ່າງໃດກໍຕາມ, ການບິນກັບຄືນໄປເຢຍລະມັນນັ້ນ, ເປັນເລື່ອງທີ່ແຕກຕ່າງກັນຢ່າງສິ້ນເຊີງ. ເຖິງແມ່ນວ່າເຮົາຈະອອກເດີນທາງຕັ້ງແຕ່ກ່ອນທ່ຽງ, ຍ້ອນເຮົາເດີນທາງໄປທາງທິດຕາເວັນອອກ, ດວງຕາເວັນຈຶ່ງຕົກໄວກວ່າປົກກະຕິ, ແລະ ເຮົາຢູ່ໃນເວລາກາງຄືນ, ກ່ອນທີ່ເຮົາຈະຮູ້ຕົວ.
ໃນລະຫວ່າງຖ້ຽວບິນອັນດົນນານເຫລົ່ານີ້, ຈິດວິນຍານຂອງຂ້າພະເຈົ້າມັກຈະເຕີມເຕັມໄປດ້ວຍຄວາມປະຫລາດໃຈຂະນະທີ່ຂ້າພະເຈົ້າໄຕ່ຕອງເຖິງຄວາມສວຍງາມຂອງໂລກນີ້ ແລະ ຄວາມເປັນລະບຽບຂອງການສ້າງຂອງພຣະເຈົ້າ. ແມ່ນແຕ່ໃນຂະນະທີ່ບິນຢູ່ໃນຕອນກາງຄືນ, ໃນຄວາມມືດມິດ, ຂ້າພະເຈົ້າຮູ້ຢ່າງແນ່ນອນວ່າ ດວງຕາເວັນຈະພົ້ນຂຶ້ນມາອີກຄັ້ງ, ແສງສະຫວ່າງອັນເຈີດຈ້າຈະກັບຄືນມາ ແລະ ນຳຄວາມອົບອຸ່ນ ແລະ ຊີວິດມາສູ່ວັນໃໝ່ກ່ອນການເດີນທາງຂອງເຮົາສິ້ນສຸດລົງ. ສະຖານະການຕ່າງໆຂອງການບິນຂອງຂ້າພະເຈົ້າ ອາດຈະເຮັດໃຫ້ເບິ່ງຄືກັນກັບວ່າ ດວງຕາເວັນກຳລັງຄ່ອຍໆຕົກລົງຢ່າງຊ້າໆ ຫລື ໄວຂຶ້ນກວ່າເກົ່າ, ແຕ່ຂ້າພະເຈົ້າຮູ້ວ່າດວງຕາເວັນນັ້ນຍັງຄົງທີ່, ໝັ້ນຄົງ, ແລະ ເຊື່ອຖືໄດ້ໃນຟ້າສະຫວັນ.
ຂ້າພະເຈົ້າຮູ້ສຶກແບບດຽວກັນກ່ຽວກັບພຣະເຈົ້າ. ເພາະຂ້າພະເຈົ້າມີຄວາມໝັ້ນໃຈ ຢ່າງໝັ້ນຄົງໃນສະຕິປັນຍາຂອງພຣະເຈົ້າ ແລະ ຈຸດປະສົງທັງໝົດຂອງການສ້າງຂອງພຣະອົງ, ຂ້າພະເຈົ້າຈຶ່ງສາມາດຮູ້ສຶກເຖິງຄວາມຫວັງແຫ່ງຄວາມປິຕິ ແລະ ຄວາມສະຫງົບສຸກອັນຍືນຍົງ ເມື່ອຂ້າພະເຈົ້າຄິດກ່ຽວກັບການມີຊີວິດໃນຊ່ວງມະຕະຂອງເຮົາ. ເຮົາເປັນລູກຂອງພຣະເຈົ້າ. ພຣະອົງຮັກເຮົາ. ພຣະອົງຮູ້ຈັກສະຖານະການຂອງເຮົາ. ພຣະອົງພ້ອມທີ່ຈະຊ່ວຍເຫລືອ. ຄວາມຈິງເຫລົ່ານີ້ບໍ່ປ່ຽນແປງ, ເຖິງແມ່ນວ່າສິ່ງອື່ນໆທີ່ຢູ່ອ້ອມຮອບຕົວເຮົາອາດຈະເບິ່ງຄືວ່າບໍ່ໝັ້ນຄົງ ແລະ ບໍ່ສາມາດຄາດເດົາໄດ້.
ເຮົາທຸກຄົນປະສົບກັບຊ່ວງເວລາແຫ່ງຄວາມມືດມິດ, ຄວາມໂສກເສົ້າ, ແລະ ບໍ່ແນ່ນອນທີ່ຄຸກຄາມຄວາມສະຫງົບສຸກຂອງເຮົາ. ຂ້າພະເຈົ້າກະຕັນຍູຫລາຍສຳລັບແຫລ່ງທີ່ມາຂອງຄວາມຈິງ ແລະ ແສງສະຫວ່າງທີ່ເຊື່ອຖືໄດ້ ແລະ ເປັນຈິງ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 88:6–11). ພຣະເຢຊູຄຣິດຄືຄວາມສະຫວ່າງ ແລະ ຊີວິດຂອງໂລກ. ເພາະພຣະອົງ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ, ເຮົາຈຶ່ງມີຄວາມຫວັງສຳລັບອະນາຄົດ, ສາມາດເຂົາເຖິງແສງສະຫວ່າງແຫ່ງສະຫວັນເພື່ອເຮັດໃຫ້ມື້ການເດີນທາງອັນມືດມິດຂອງເຮົາສົດໃສຂຶ້ນ, ແລະ ຄຳສັນຍາແຫ່ງໄຊຊະນະອັນສູງສຸດເໜືອບາບ ແລະ ຄວາມຕາຍ.
“ພຣະອົງຊົງຮັກໂລກ”
ພຣະເຢຊູຄຣິດຄືມະນຸດຄົນດຽວເທົ່ານັ້ນທີ່ດີພ້ອມ ແລະ ເຄີຍຍ່າງຢູ່ເທິງໂລກນີ້. ຍ້ອນພຣະຊົນຊີບທີ່ດີພ້ອມຂອງພຣະອົງ, ພຣະອົງຈຶ່ງບໍ່ມີບາບໃຫ້ຕັດສິນ. ດ້ວຍຄວາມຮັກທີ່ພຣະອົງຊົງມີໃຫ້ເຮົາ, ພຣະອົງຈຶ່ງໄດ້ມອບພຣະຊົນຊີບຂອງພຣະອົງໃຫ້ກັບເຮົາແຕ່ລະຄົນ ແລະ ເພື່ອລູກໆຂອງພຣະເຈົ້າທັງໝົດໂດຍລວມ ເພື່ອເປີດປະຕູສູ່ຄວາມເປັນອະມະຕະ ແລະ ຊີວິດນິລັນດອນ.
ເຖິງແມ່ນວ່າຊາຕານຈະຕ້ອງການໃຫ້ເຮົາເຊື່ອແນວໃດກໍຕາມ, ແຕ່ບໍ່ມີໃຜໃນພວກເຮົາຢູ່ເໜືອຄວາມສາມາດຂອງພຣະຜູ້ຊ່ວຍໃຫ້ລອດໃນການຊ່ວຍກູ້ເຮົາໄດ້. ບໍ່ມີໃຜໃນພວກເຮົາທີ່ຂາດຄຸນສົມບັດໃນການໄດ້ຮັບພຣະຄຸນແຫ່ງການໃຫ້ອະໄພ. ບໍ່ມີໃຜໃນພວກເຮົາທີ່ຢູ່ໄກເກີນກວ່າການຖືກ “ລ້ອມໄວ້ໃນອ້ອມພຣະພາຫາແຫ່ງຄວາມຮັກຂອງພຣະອົງຊົ່ວນິລັນດອນ” (2 ນີໄຟ 1:15).
ຂອງປະທານທີ່ຍິ່ງໃຫຍ່ທີ່ສຸດນີ້ມາຈາກເດຊານຸພາບອັນປະກອບດ້ວຍອຳນາດທີ່ສາມາດ ແລະ ການໄຖ່ຂອງການຊົດໃຊ້ຂອງພຣະເຢຊູຄຣິດ. ຍ້ອນຄວາມທຸກທໍລະມານອັນແສນເຈັບປວດຂອງພຣະຜູ້ຊ່ວຍໃຫ້ລອດໃນເຄັດເຊມາເນ ແລະ ຢູ່ທີ່ພູກະໂຫລກຫົວ, ພຣະອົງຈຶ່ງຮູ້ວິທີຊ່ວຍເຮົາໃຫ້ລອດພົ້ນ ແລະ ຊ່ວຍເຮົາໃຫ້ຂ້າມຜ່ານຄວາມອ່ອນແອຂອງເຮົາທຸກປະການ (ເບິ່ງ ແອວມາ 7:12).
“ພຣະອົງຍ່ອມຈະບໍ່ກະທຳສິ່ງໃດນອກຈາກມັນຈະເປັນຜົນປະໂຫຍດແກ່ໂລກ; ເພາະພຣະອົງຮັກໂລກຈົນຍອມສະລະຊີວິດຂອງພຣະອົງ ເພື່ອຈະໄດ້ພາມະນຸດທັງປວງມາຫາພຣະອົງ” (2 ນີໄຟ 26:24).
ພຣະເຢຊູຄຣິດຄືຄວາມເຂັ້ມແຂງຂອງເຮົາ!
ພຣະອົງຊົງເອື້ອມອອກໄປ.
ພຣະອົງຊົງຟື້ນຟູ.
ພຣະອົງຊົງຊ່ວຍກູ້ຊີວິດ.
“ເມື່ອພຣະຜູ້ຊ່ວຍໃຫ້ລອດ [ໄດ້ມອບການເສຍສະລະຊົດໃຊ້ຂອງພຣະອົງ] ໃຫ້ແກ່ມວນມະນຸດ, ພຣະອົງໄດ້ເປີດທາງໃຫ້ຜູ້ທີ່ຕິດຕາມພຣະອົງ ໃຫ້ສາມາດເຂົ້າເຖິງອຳນາດແຫ່ງການປິ່ນປົວ, ຄວາມເຂັ້ມແຂງ, ແລະ ການໄຖ່ຂອງພຣະອົງ,” ປະທານຣະໂຊ ເອັມ ແນວສັນ ໄດ້ກ່າວໄວ້.
ອຳນາດນັ້ນ, ກໍເປັນເໝືອນດັ່ງດວງຕາເວັນ, ທີ່ຢູ່ບ່ອນນັ້ນສະເໝີ. ມັນບໍ່ເຄີຍຫວັ່ນໄຫວ. ການເລືອກທີ່ຈະຍ່າງຕາມຮອຍພຣະບາດຂອງພຣະຜູ້ຊ່ວຍໃຫ້ລອດນັ້ນ ກໍເໝືອນກັນກັບການຍ່າງອອກຈາກເງົາຂອງຄວາມມືດ ແລະ ເຂົ້າໄປໃນແສງແດດ, ບ່ອນທີ່ເຮົາສາມາດໄດ້ຮັບພອນແຫ່ງຄວາມສະຫວ່າງ, ຄວາມອົບອຸ່ນ, ແລະ ຄວາມຮັກຂອງພຣະເຈົ້າ. ຂ້າພະເຈົ້າຮູ້ວ່າມື້ໜຶ່ງ, ເຮົາຈະເບິ່ງຢ້ອນກັບຄືນໄປ ແລະ ຮູ້ສຶກເຕີມເຕັມດ້ວຍຄວາມກະຕັນຍູທີ່ເຮົາໄດ້ຕັດສິນໃຈຄັ້ງສຳຄັນຊົ່ວນິລັນດອນ ໃນການເຊື່ອໝັ້ນໃນພຣະເຢຊູຄຣິດ ແລະ ຄວາມຮັກອັນສັກສິດຂອງພຣະອົງເພື່ອຍົກໃຫ້ສູງ ແລະ ເສີມສ້າງຄວາມເຂັ້ມແຂງໃຫ້ເຮົາ.
“ຈົ່ງຫັນກັບມາຫາເຮົາ”
ພຣະຄຳພີມໍມອນເລົ່າເຖິງຜູ້ຄົນທີ່ໄດ້ໃຊ້ເວລາສາມວັນໃນຄວາມມືດອັນຕຶບໜາທີ່ສຸດຫລັງຈາກການຄຶງຂອງພຣະຜູ້ຊ່ວຍໃຫ້ລອດ. ຄວາມມືດທາງກາຍອ້ອມຮອບຕົວພວກເຂົາເປັນສັນຍາລັກຂອງຄວາມມືດທາງວິນຍານຂອງເຮົາທຸກຄົນທີ່ປະສົບຍ້ອນຄວາມຜິດບາບ. ຈາກນັ້ນຜູ້ຄົນກໍໄດ້ຍິນສຸລະສຽງຂອງພຣະຄຣິດເຊື້ອເຊີນພວກເຂົາໃຫ້ອອກຈາກຄວາມມືດ ແລະ ເຂົ້າມາສູ່ຄວາມສະຫວ່າງຂອງພຣະອົງວ່າ:
“ບັດນີ້ພວກເຈົ້າຍັງຈະບໍ່ຫັນກັບມາຫາເຮົາບໍ, ແລະ ກັບໃຈຈາກບາບຂອງພວກເຈົ້າ ແລະ ປ່ຽນໃຈເຫລື້ອມໃສ, ເພື່ອເຮົາຈະໄດ້ປິ່ນປົວພວກເຈົ້າ?” (3 ນີໄຟ 9:13).
“ຖວາຍໃຈທີ່ຊອກຊ້ຳ ແລະ ວິນຍານທີ່ສຳນຶກຜິດຂອງພວກເຈົ້າແກ່ເຮົາເປັນເຄື່ອງບູຊາ” (3 ນີໄຟ 9:20).
“ກັບໃຈ ແລະ ຫັນມາຫາເຮົາດ້ວຍຈຸດປະສົງເຕັມທີ່ແຫ່ງໃຈ” (3 ນີໄຟ 10:6).
ພຣະຜູ້ຊ່ວຍໃຫ້ລອດເຊື້ອເຊີນເຮົາໃນແບບດຽວກັນໃນວັນນີ້ເມື່ອເຮົາພົບວ່າຕົນເອງກຳລັງຫລົງທາງໃນຄວາມມືດ. ເຊັ່ນດຽວກັນກັບດວງຕາເວັນພົ້ນຂຶ້ນມາແຕ່ລະຄັ້ງເປັນການເລີ່ມຕົ້ນວັນໃໝ່, ເມື່ອເຮົາກັບໃຈແຕ່ລະຄັ້ງ, ເຮົາກໍໄດ້ຮັບການເລີ່ມຕົ້ນໃໝ່, ເປັນການເລີ່ມຕົ້ນໃໝ່ທີ່ສົດໃສ.
ນັ້ນບໍ່ໄດ້ໝາຍຄວາມວ່າ ມັນຈະງ່າຍ. ການກັບໃຈໝາຍເຖິງການປ່ຽນແປງ, ແລະ ການປ່ຽນແປງຈະບໍ່ເກີດຂຶ້ນຢ່າງໄວວາ. ໃນຂະນະທີ່ເຮັດດ້ວຍຄວາມເຕັມໃຈ, ການກັບໃຈຍັງລວມທັງ “ຄວາມທຸກໃຈຕາມຢ່າງຊອບພຣະໄທພຣະເຈົ້າ” (2 ໂກຣິນໂທ 7:10). ມັນຮຽກຮ້ອງໃຫ້ເຮົາຍອມຮັບ ແລະ ສາລະພາບຄວາມຜິດຂອງເຮົາ, ຂໍການໃຫ້ອະໄພຈາກພຣະເຈົ້າ ແລະ ຈາກຜູ້ທີ່ເຮົາໄດ້ເຮັດໃຫ້ເສຍໃຈ. ສິ່ງສຳຄັນທີ່ສຸດ, ມັນຮຽກຮ້ອງໃຫ້ເຮົາສະແຫວງຫາ “ພຣະວິນຍານຂອງພຣະຜູ້ເປັນເຈົ້າອົງຊົງລິດອຳນາດຍິ່ງໃຫຍ່,” ເພື່ອເຮົາຈະໄດ້ປະສົບກັບ “ການປ່ຽນແປງອັນໃຫຍ່ຫລວງ … ໃນໃຈຂອງເຮົາ, ຈົນວ່າເຮົາບໍ່ມີໃຈທີ່ຈະກະທຳຄວາມຊົ່ວອີກຕໍ່ໄປ, ແຕ່ປາດຖະໜາຈະເຮັດແຕ່ຄວາມດີໂດຍຕະຫລອດ” (ໂມໄຊຢາ 5:2).
ການປ່ຽນແປງແບບນີ້ຄືການເດີນທາງອັນຍາວໄກ, ແຕ່ທັນທີທີ່ພວກທ່ານເລີ່ມບາດກ້າວທຳອິດ, “ວັນແຫ່ງຄວາມລອດຂອງພວກທ່ານ” ຈະເລີ່ມຕົ້ນຂຶ້ນ, ແລະ “ແຜນແຫ່ງການໄຖ່ອັນຍິ່ງໃຫຍ່ນີ້ຈະຖືກນຳມາຫາພວກທ່ານໂດຍທັນທີ” (ແອວມາ 34:31).
ໂດຍຜ່ານການກັບໃຈທີ່ຈິງໃຈຂອງເຮົາ, ພຣະເຈົ້າໄດ້ສັນຍາວ່າຈະໃຫ້ອະໄພ ແລະ ຈະບໍ່ຈື່ຈຳບາບຂອງເຮົາອີກຕໍ່ໄປ. ເມື່ອເຮົາມີຄວາມລຳບາກໃນການລືມບາບຂອງເຮົາ, ຂໍໃຫ້ເຮົາພະຍາຍາມທີ່ຈະໄວ້ວາງໃຈໃນຄຳສັນຍາຂອງພຣະຜູ້ເປັນເຈົ້າວ່າຈະໃຫ້ອະໄພ ແລະ ຮຽນຮູ້ທີ່ຈະໃຫ້ອະໄພຄົນອື່ນ ແລະ ຕົວເຮົາເອງ.
“ວິນຍານຂອງເຮົາໄດ້ຮັບຄວາມເສຍຫາຍ ເມື່ອເຮົາເຮັດຄວາມຜິດບາບ,” ປະທານບອຍ ເຄ ແພັກເກີ ໄດ້ສິດສອນ (1924–2015). “ແຕ່ບໍ່ເໝືອນຮ່າງກາຍທາງເນື້ອໜັງຂອງເຮົາ, ເມື່ອເຮົາໄດ້ກັບໃຈຮຽບຮ້ອຍແລ້ວ ເຮົາຈະບໍ່ມີບາດແຜຫລົງເຫລືອຢູ່, ເພາະຍ້ອນການຊົດໃຊ້ຂອງພຣະເຢຊູຄຣິດ.”
Healing the Blind Man [ການປິ່ນປົວຊາຍທີ່ຕາບອດ], ໂດຍ ຄາລ ເຮັນຣິກ ບະລ໊ອກ
“ຈົ່ງນຳເອົາພວກເຂົາມານີ້”
ພຣະຜູ້ຊ່ວຍໃຫ້ລອດເປັນພຣະອາຈານແຫ່ງການປິ່ນປົວ. ເລື່ອງທີ່ສະແດງອອກໃຫ້ເຫັນອຳນາດແຫ່ງການປິ່ນປົວຂອງພຣະອົງທີ່ງົດງາມທີ່ສຸດ ແມ່ນພົບເຫັນຢູ່ໃນພຣະຄຳພີມໍມອນ, ໃນການປະຕິບັດສາດສະໜາກິດສ່ວນຕົວຂອງພຣະອົງໃນອາເມຣິກາສະໃໝບູຮານ.
“ມີຜູ້ໃດເຈັບປ່ວຍຢູ່ໃນບັນດາພວກເຈົ້າບໍ່?” ພຣະອົງໄດ້ຖາມ. “ຈົ່ງນຳເອົາພວກເຂົາມານີ້. ມີຜູ້ໃດທີ່ເປັນລ່ອຍ, ຫລື ຕາບອດ, ຫລື ຂາເສຍ, ຫລື ພິການ, ຫລື ເປັນຂີ້ທູດ, ຫລື ຫ່ຽວແຫ້ງ, ຫລື ຫູໜວກ, ຫລື ເປັນທຸກອັນໃດບໍ່? ຈົ່ງນຳເອົາພວກເຂົາມານີ້ ແລະ ເຮົາຈະປິ່ນປົວພວກເຂົາ, ເພາະເຮົາມີຄວາມເມດຕາສົງສານເຈົ້າ; ອຸທອນຂອງເຮົາເຕັມໄປດ້ວຍຄວາມເມດຕາສົງສານ. …
“ແລະ ເຫດການໄດ້ບັງເກີດຂຶ້ນຄື ເມື່ອພຣະອົງກ່າວດັ່ງນີ້ແລ້ວ, ຝູງຊົນທັງໝົດໄດ້ອອກໄປພ້ອມກັນ, ພ້ອມດ້ວຍຄົນເຈັບຂອງພວກເຂົາ ແລະ ຄົນເປັນທຸກຂອງພວກເຂົາ, ແລະ ຄົນເປ້ຍລ່ອຍຂອງພວກເຂົາ, ແລະ ຄົນຕາບອດຂອງພວກເຂົາ, ແລະ ຄົນໃບ້ຂອງພວກເຂົາ, ແລະ ພ້ອມດ້ວຍຄົນທັງໝົດທີ່ເປັນທຸກໃດໆ; ແລະ ພຣະອົງໄດ້ປິ່ນປົວພວກເຂົາທຸກຄົນ ເມື່ອພວກເຂົາຖືກພາມາຫາພຣະອົງ” (3 ນີໄຟ 17:7, 9).
ທຸກຄັ້ງທີ່ພຣະຜູ້ຊ່ວຍໃຫ້ລອດປິ່ນປົວຜູ້ໃດກໍຕາມ “ບໍ່ວ່າຈະເຈັບປ່ວຍ ຫລື ເປັນທຸກອັນໃດ,” ທັງກ່ອນ ແລະ ຫລັງການຟື້ນຄືນພຣະຊົນ, ພຣະອົງໄດ້ເປັນປະຈັກພະຍານເຖິງອຳນາດອັນສູງສຸດຂອງພຣະອົງແຫ່ງການປິ່ນປົວຈິດວິນຍານຂອງເຮົາ. ການປິ່ນປົວທີ່ໜ້າອັດສະຈັນແຕ່ລະຄັ້ງຄືການນຳລ່ວງໜ້າ ແລະ ຄຳສັນຍາໃນການປິ່ນປົວທາງຮ່າງກາຍ ແລະ ຈິດໃຈທີ່ຍືນຍົງ ຊຶ່ງຈະມາຫາເຮົາແຕ່ລະຄົນໃນການຟື້ນຄືນຊີວິດ, ຊຶ່ງ “ແມ່ນການປິ່ນປົວທີ່ສົມບູນແບບຂອງພຣະຜູ້ເປັນເຈົ້າ.”
ມັນເປັນຄວາມຈິງທີ່ຄຳອະທິຖານຂອງເຮົາສຳລັບການປິ່ນປົວໃນຊີວິດນີ້ບໍ່ໄດ້ຮັບຄຳຕອບຕາມວິທີທີ່ເຮົາຄາດຫວັງສະເໝີໄປ, ແຕ່ວ່າຄຳອະທິຖານເຫລົ່ານັ້ນບໍ່ເຄີຍຖືກລະເລີຍ. ເວລາແຫ່ງການປິ່ນປົວຈະມາເຖິງ, ເຊັ່ນດຽວກັນກັບຄວາມມືດໃນຍາມກາງຄືນ—ເປີດທາງໃຫ້—ແສງຕາເວັນອັນຮຸ່ງໂລດສະເໝີ.
ເຊັ່ນດຽວກັນກັບປະທານແນວສັນໄດ້ເປັນພະຍານວ່າ: “ສັດທາຂອງເຮົາບໍ່ເຄີຍຖືກມອງຂ້າມ. ຂ້າພະເຈົ້າຮູ້ວ່າ ທັດສະນະຂອງພຣະບິດາເທິງສະຫວັນຜູ້ຮອບຮູ້ນັ້ນກວ້າງໄກກວ່າທັດສະນະຂອງເຮົາຫລາຍ. ໃນຂະນະທີ່ເຮົາຮູ້ເຖິງບັນຫາ ແລະ ຄວາມເຈັບປວດໃນຊ່ວງມະຕະຂອງເຮົາ, ພຣະອົງຮູ້ເຖິງຄວາມກ້າວໜ້າ ແລະ ສັກກະຍະພາບອະມະຕະຂອງເຮົາ. ຖ້າຫາກເຮົາອະທິຖານເພື່ອຈະໄດ້ຮູ້ຈັກພຣະປະສົງຂອງພຣະອົງ ແລະ ຍອມເຮັດຕາມດ້ວຍຄວາມອົດທົນ ແລະ ຄວາມກ້າຫານ, ແລ້ວການປິ່ນປົວຈາກສະຫວັນສາມາດມາແທນທີ່ໃນວິທີ ແລະ ເວລາຂອງພຣະອົງເອງ.”
ບໍ່ດົນມານີ້ ພັນລະຍາຂອງຂ້າພະເຈົ້າ, ແຮຣີແອດ, ແລະ ຂ້າພະເຈົ້າ ໄດ້ອະທິຖານຂໍຄວາມຫວັງພິເສດ ແລະ ອ້ອນວອນເພື່ອບາງຄົນທີ່ພວກເຮົາຮັກ. ພວກເຮົາອະທິຖານໃຫ້ທີມງານແພດໝໍຜູ້ທີ່ເບິ່ງແຍງພວກເຂົາໃຫ້ມີຄວາມສາມາດພິເສດໃນການປິ່ນປົວຮັກສາອາການເຈັບປ່ວຍຂອງພວກເຂົາ. ພວກເຮົາປະທັບໃຈທີ່ຈະກ່າວຕື່ມວ່າ ເຖິງແມ່ນວ່າການປິ່ນປົວ ຫລື ການຫາຍດີອາດຈະບໍ່ເກີດຂຶ້ນໃນທັນທີ, ແຕ່ອຳນາດແຫ່ງການປິ່ນປົວຂອງພຣະຜູ້ຊ່ວຍໃຫ້ລອດອາດຈະນຳຄວາມປອບໂຍນ ແລະ ສັນຕິສຸກມາສູ່ພວກເຂົາ. ຜົນແຫ່ງການປິ່ນປົວຂອງພະລັງແຫ່ງການໄຖ່ຂອງພຣະຜູ້ຊ່ວຍໃຫ້ລອດ ອາດຈະສົ່ງຜົນກະທົບທີ່ຍິ່ງໃຫຍ່ກວ່າຕໍ່ສຸຂະພາບທາງດ້ານອາລົມ, ທາງວິນຍານ, ແລະ ແມ່ນແຕ່ທາງຮ່າງກາຍຂອງເຮົາໄດ້ຫລາຍກວ່າການປິ່ນປົວທາງໂລກອື່ນໆທີ່ເຮົາໄດ້ຮັບ. ພຣະເຢຊູຄຣິດຄືຜູ້ປິ່ນປົວໃນຊີວິດນີ້ ແລະ ໃນນິລັນດອນ.
ອ້າຍເອື້ອຍນ້ອງ, ແລະ ໝູ່ເພື່ອນທີ່ຮັກແພງທັງຫລາຍ, ຂ້າພະເຈົ້າເປັນພະຍານວ່າພຣະເມດຕາຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົານັ້ນພຽງພໍທີ່ຈະປິ່ນປົວບາດແຜຂອງທ່ານ, ຊຳລະທ່ານໃຫ້ສະອາດຈາກບາບ, ເສີມສ້າງຄວາມເຂັ້ມແຂງໃຫ້ກັບທ່ານໃນການທົດລອງ, ແລະ ອວຍພອນທ່ານດ້ວຍຄວາມຫວັງ, ສະຕິປັນຍາ, ແລະ ສັນຕິສຸກຂອງພຣະອົງ. ອຳນາດຂອງພຣະອົງຢູ່ທີ່ນັ້ນສະເໝີ—ໝັ້ນຄົງ ແລະ ເຊື່ອຖືໄດ້—ແມ່ນແຕ່ໃນເວລາທີ່, ທ່ານຮູ້ສຶກຫ່າງໄກຈາກຄວາມຮັກ, ແສງສະຫວ່າງ, ແລະ ຄວາມອົບອຸ່ນຂອງພຣະອົງ.
ຂ້າພະເຈົ້າອະທິຖານວ່າເຮົາຈະບໍ່ມີວັນສູນເສຍຄວາມຮູ້ສຶກກະຕັນຍູຢ່າງສຸດຊຶ້ງ ແລະ ຄວາມອັດສະຈັນຕໍ່ທຸກສິ່ງທີ່ພຣະເຢຊູຄຣິດໄດ້ເຮັດເພື່ອເຮົາ. ຈົ່ງຮູ້ເອົາໄວ້ວ່າທ່ານເປັນທີ່ຮັກຢ່າງສົມບູນແບບ, ແລະ ຈື່ຈຳສິ່ງທີ່ທ່ານໄດ້ຖືກສັນຍາໄວ້ຊົ່ວນິລັນດອນ.
“ຂໍໃຫ້ພຣະເຈົ້າຈົ່ງໂປດປະທານໃຫ້ພາລະຂອງທ່ານເບົາບາງລົງ, ໂດຍທາງຄວາມສຸກຂອງພຣະບຸດຂອງພຣະອົງ,” ພຣະເຢຊູຄຣິດ (ແອວມາ 33:23).
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, February 2025. Laotian. 19609 331