“Glad Tidings of Love and Joy,” Liahona, January 2025.
ຂ່າວສານປະຈຳເດືອນ Liahona, ເດືອນມັງກອນ 2025
ຂ່າວອັນໜ້າຊື່ນຊົມແຫ່ງຄວາມຮັກ ແລະ ຄວາມປິຕິຍິນດີ
ພອນຂອງການຟື້ນຟູຄວນຊູໃຈເຮົາ ແລະ ເຕີມເຕັມເຮົາດ້ວຍຄວາມກະຕັນຍູສຳລັບຄວາມຮັກອັນຍິ່ງໃຫຍ່ຂອງພຣະເຈົ້າ.
ຂ່າວສານແຫ່ງຄວາມຫວັງ ແລະ ສັນຕິສຸກຂອງເຮົາແກ່ທຸກໆຄົນກໍຄື ພຣະເຢຊູຄຣິດຊົງພຣະຊົນ ແລະ ໄດ້ຟື້ນຟູພຣະກິດຕິຄຸນ ແລະ ສາດສະໜາຈັກຂອງພຣະອົງໃນຍຸກສຸດທ້າຍ.
“ສິ່ງເຫລົ່ານີ້ຊ່າງມີລັດສະໝີພາບແກ່ມະນຸດຊາດຢ່າງຫາຄຳອະທິບາຍບໍ່ໄດ້!” ສາດສະດາໂຈເຊັບ ສະມິດ ໄດ້ປະກາດ. “ມັນຖືໄດ້ວ່າເປັນຂ່າວແຫ່ງຄວາມປິຕິຍິນດີອັນຍິ່ງໃຫຍ່ແກ່ທຸກຄົນແທ້ໆ; ແລະ ຂ່າວນີ້ຄວນທີ່ຈະເຕັມໄປທົ່ວແຜ່ນດິນໂລກ ແລະ ຊູໃຈຂອງທຸກໆຄົນເມື່ອມັນດັງໃນຫູຂອງເຂົາເຊັ່ນກັນ.”
ເປັນເວລາຫລາຍສັດຕະວັດຫລັງຈາກການປະຕິບັດສາດສະໜາກິດເທິງແຜ່ນດິນໂລກຂອງພຣະຜູ້ຊ່ວຍໃຫ້ລອດ, ລູກໆຂອງພຣະເຈົ້າໄດ້ສະແຫວງຫາພຣະອົງ ແລະ ໄດ້ໂຫຍຫາຄວາມສະຫວ່າງ ແລະ ຄວາມຈິງເພີ່ມເຕີມ. ດຽວນີ້ ຂ່າວອັນໜ້າຊື່ນຊົມຂອງພຣະກິດຕິຄຸນຂອງພຣະເຢຊູຄຣິດ ແລະ ການຟື້ນຟູຢ່າງຕໍ່ເນື່ອງ ໄດ້ອອກໄປເພື່ອເປັນພອນໃຫ້ທຸກຄົນ ແລະ ກຽມໂລກສຳລັບມື້ທີ່ພຣະເຢຊູຄຣິດຈະກັບມາເພື່ອ “ປົກຄອງເປັນຈອມກະສັດ ແລະ ຈອມເຈົ້ານາຍ.” ນີ້ແມ່ນການສະແດງໃຫ້ປະຈັກອັນເລິກເຊິ່ງເຖິງຄວາມຮັກທີ່ບໍ່ມີວັນຢຸດຂອງພຣະບິດາຜູ້ສະຖິດຢູ່ໃນສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ຂ້າພະເຈົ້າຊື່ນຊົມທີ່ຂ້າພະເຈົ້າສາມາດໃຊ້ຊີວິດເພື່ອປະກາດຄວາມຈິງເຫລົ່ານີ້ແກ່ໂລກ.
ສິ່ງທີ່ບໍ່ໜ້າຈະເປັນໄປໄດ້ ແລະ ໜ້າອັດສະຈັນ
ເຊົ້າວັນໃໝ່ໄດ້ຮຸ່ງອະລຸນສຳລັບຄອບຄົວມະນຸດຢູ່ໃນປ່າ, ບ່ອນທີ່ພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ໄດ້ມາປະກົດ ແລະ ກ່າວຕໍ່ໂຈເຊັບ ສະມິດ ເພື່ອຕອບຄຳອະທິຖານຂອງຊາຍໜຸ່ມໂຈເຊັບກ່ຽວກັບວ່າ ລາວຄວນເຂົ້າຮ່ວມສາດສະໜາຈັກໃດ (ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:14–20). ພຣະເຢຊູຄຣິດໄດ້ບອກໂຈເຊັບ ສະມິດ ບໍ່ໃຫ້ເຂົ້າຮ່ວມສາດສະໜາຈັກໃດ. ພຣະອົງໄດ້ສັນຍາວ່າ ຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະອົງຈະຖືກເປີດເຜີຍແກ່ໂຈເຊັບໃນອະນາຄົດ.
ສຳລັບຫລາຍໆຄົນແລ້ວ, ໂຈເຊັບເບິ່ງຄືວ່າເປັນຜູ້ທີ່ບໍ່ໜ້າຈະຖືກເອີ້ນໃຫ້ເຮັດວຽກທີ່ສຳຄັນເຊັ່ນນັ້ນ, ແລະ ພວກເຂົາເວົ້າຖືກ. ເພິ່ນເປັນເດັກທີ່ບໍ່ໄດ້ຮັບການສຶກສາ ແລະ ບໍ່ມີຄວາມສຳຄັນຈາກຟາມນ້ອຍໆໃນເມືອງທີ່ບໍ່ມີໃຜຮູ້ຈັກ. ດັ່ງທີ່ບາງຄົນເຄີຍເວົ້າໃຫ້ພຣະຜູ້ຊ່ວຍໃຫ້ລອດໃນວັນເວລາຂອງພຣະອົງ, “ມີສິ່ງດີອັນໃດມາຈາກນາຊາເຣັດບໍ?” (ໂຢຮັນ 1:46), ຫລາຍຄົນອາດສົງໄສວ່າ ມີສິ່ງດີອັນໃດມາຈາກຄົນທີ່ບໍ່ມີການສຶກສາ ອາຍຸ 14 ປີ ໃນເມືອງພາໄມຣາ, ລັດນິວຢອກ. ແຕ່ຜ່ານທາງໂຈເຊັບ—ເຖິງແມ່ນອາດຈະເບິ່ງຄືວ່າບໍ່ໜ້າຈະເປັນໄປໄດ້ກໍຕາມ—ພຣະບິດາເທິງສະຫວັນ ແລະ ອົງພຣະເຢຊູຄຣິດເຈົ້າ ຈະເຮັດໃຫ້ສິ່ງທີ່ໜ້າອັດສະຈັນເກີດຂຶ້ນ. ສິ່ງນີ້ຄວນນຳຄວາມຫວັງມາໃຫ້ເຮົາ ທີ່ໃນວິທີທີ່ເລັກນ້ອຍ ແລະ ຖ່ອມຕົວຂອງເຮົາ, ເຮົາກໍສາມາດປະກອບສ່ວນດ້ວຍວິທີທີ່ມີຄວາມໝາຍໃນວຽກງານຂອງພຣະຜູ້ເປັນເຈົ້າໄດ້ເຊັ່ນກັນ.
ເມື່ອເຖິງເວລາ, ພຣະຜູ້ເປັນເຈົ້າໄດ້ເອີ້ນໂຈເຊັບ “ແລະ ໄດ້ກ່າວກັບລາວຈາກສະຫວັນ, ແລະ ມອບບັນຍັດໃຫ້ລາວ” (ຄຳສອນ ແລະ ພັນທະສັນຍາ 1:17). ໂຈເຊັບໄດ້ຮັບພາບນິມິດອັນລໍ້າຄ່າ ແລະ ຄຳສອນອັນສຳຄັນຢ່າງຍິ່ງ ທີ່ນຳຄວາມສະຫວ່າງໃໝ່ມາສູ່ຄວາມເຂົ້າໃຈຂອງເຮົາກ່ຽວກັບແຜນທີ່ມີຄວາມຮັກຂອງພຣະບິດາເທິງສະຫວັນ ແລະ ຄວາມຮັກແຫ່ງການໄຖ່ຂອງພຣະເຢຊູຄຣິດ ແລະ ອຳນາດແຫ່ງການເສຍສະລະຊົດໃຊ້ຂອງພຣະອົງ. ຊ່າງໜ້າອັດສະຈັນທີ່, ຂ່າວອັນໜ້າຊື່ນຊົມເຫລົ່ານີ້ ໄດ້ມີມາໃນຊ່ວງເວລາທີ່ເໝາະເຈາະ ເມື່ອຄວາມກ້າວໜ້າທີ່ສຳຄັນໃນດ້ານການຄົມມະນາຄົມ, ການສື່ສານ, ແລະ ດ້ານອື່ນໆ ຈະຊ່ວຍໃຫ້ຄວາມສະຫວ່າງຂອງພຣະເຈົ້າສ່ອງແສງເພື່ອເປັນພອນໃຫ້ລູກໆຂອງພຣະອົງຫລາຍຍິ່ງໆຂຶ້ນ.
The Angel Moroni Delivering the Plates to Joseph Smith [ທູດໂມໂຣໄນກຳລັງມອບແຜ່ນຈາລຶກຄຳໃຫ້ໂຈເຊັບ ສະມິດ], ໂດຍ ຊີ ຊີ ເອ ຄຣິສເຕັນເຊັນ
ພະຍານອັນຊົງພະລັງແຫ່ງຄວາມຮັກຂອງພຣະເຈົ້າ
ການມາປະກົດຂອງທູດໂມໂຣໄນຕໍ່ໂຈເຊັບ ສະມິດ ເປັນສິ່ງຈຳເປັນຕໍ່ການຟື້ນຟູ ແລະ ເປັນຫລັກຖານອັນຊົງພະລັງເຖິງຄວາມຮັກຂອງພຣະເຈົ້າ. ໂມໂຣໄນໄດ້ບອກໂຈເຊັບກ່ຽວກັບບັນທຶກສະບັບໜຶ່ງ, ທີ່ຖືກຂຽນໄວ້ເທິງແຜ່ນຈາລຶກຄຳ, ທີ່ຖືກຝັງໄວ້ຢູ່ໃກ້ໆ (ເບິ່ງ ໂຈເຊັບ ສະມິດ—ປະຫວັດ 1:33–34). ໃນທີ່ສຸດ, ໂຈເຊັບຈະໄດ້ຮັບ “ອຳນາດຈາກເບື້ອງບົນ” (ຄຳສອນ ແລະ ພັນທະສັນຍາ 20:8) ເພື່ອແປບັນທຶກນັ້ນເປັນສິ່ງທີ່ຈະກາຍມາເປັນພຣະຄຳພີມໍມອນ, ຊຶ່ງຢືນຢູ່ຄຽງຂ້າງພຣະຄຣິສຕະທຳຄຳພີ ແລະ ເປັນປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ.
ຕະຫລອດທັງພຣະຄຳພີມໍມອນ, ເຮົາອ່ານກ່ຽວກັບຜູ້ຄົນທີ່, ເມື່ອຫລາຍຮ້ອຍປີກ່ອນພຣະຄຣິດ, ໄດ້ຮູ້ຈັກ ແລະ ໄດ້ບອກລ່ວງໜ້າເຖິງການສະເດັດມາຂອງພຣະອົງ ແລະ ໄດ້ຄອງຄອຍຖ້າການສະເດັດມານັ້ນ. ເຮົາຍັງພົບເລື່ອງລາວທີ່ພິເສດກ່ຽວກັບການມາປະກົດດ້ວຍຕົວພຣະອົງເອງຂອງພຣະຜູ້ຊ່ວຍໃຫ້ລອດທີ່ໄດ້ຟື້ນຄືນພຣະຊົນ ແລະ ການປະຕິບັດສາດສະໜາກິດທ່າມກາງຊາວນີໄຟນຳອີກ, ຊຶ່ງລະຫວ່າງນັ້ນ ພຣະອົງໄດ້ເຊື້ອເຊີນທຸກຄົນໃຫ້ມາຫາພຣະອົງ ແລະ ສຳຜັດຮອຍຢູ່ຂ້າງຂອງພຣະອົງ ແລະ ຮອຍຕະປູທີ່ພຣະຫັດ ແລະ ພຣະບາດຂອງພຣະອົງ (ເບິ່ງ 3 ນີໄຟ 11:14–15). ພຣະອົງໄດ້ປິ່ນປົວຄົນເຈັບປ່ວຍ, ເປັນລ່ອຍ, ຕາບອດ—“ຄົນທັງໝົດທີ່ເປັນທຸກໃດໆ”—ແລ້ວກໍໄດ້ອວຍພອນເດັກນ້ອຍໆ ແລະ ໄດ້ອະທິຖານເພື່ອພວກເຂົາ (ເບິ່ງ 3 ນີໄຟ 17:7–9, 21). ພວກເຮົາຮຽນຮູ້ຫລາຍຢ່າງກ່ຽວກັບຄວາມຮັກ ແລະ ຄວາມເມດຕາສົງສານຂອງພຣະຜູ້ຊ່ວຍໃຫ້ລອດຈາກເລື່ອງລາວອັນສັກສິດນີ້.
ພຣະຄຳພີມໍມອນເປັນພະຍານວ່າ “ພຣະເຢຊູຄືພຣະຄຣິດ.” ການໃຫ້ຄວາມເຊື່ອໝັ້ນໃນພຣະຄຳພີມໍມອນ ຢໍ້າເຕືອນເຮົາຊໍ້າແລ້ວຊໍ້າອີກວ່າ ພຣະບິດາຜູ້ສະຖິດຢູ່ໃນສະຫວັນຂອງເຮົາ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາຊົງຮັກເຮົາເກີນກວ່າສິ່ງໃດທີ່ເຮົາສາມາດຈິນຕະນາການໄດ້.
ພອນຂອງຖານະປະໂລຫິດ ແລະ ສາດສະໜາຈັກ
ການຟື້ນຟູສືບຕໍ່ດ້ວຍການມາປະກົດຂອງຜູ້ສົ່ງຂ່າວຈາກສະຫວັນຕໍ່ໂຈເຊັບ ສະມິດ ໂຢຮັນບັບຕິສະໂຕທີ່ໄດ້ຟື້ນຄືນຊີວິດແລ້ວໄດ້ຟື້ນຟູສິດອຳນາດຂອງການບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເພື່ອການປົດບາບ. ສາມຄົນຂອງກຸ່ມອັກຄະສາວົກສິບສອງລຸ້ນດັ້ງເດີມ—ເປໂຕ, ຢາໂກໂບ, ແລະ ໂຢຮັນ—ໄດ້ຟື້ນຟູການເປັນອັກຄະສາວົກ ແລະ ຂໍກະແຈຂອງສິດອຳນາດຖານະປະໂລຫິດ. ຄົນອື່ນໆກໍໄດ້ມາຄືກັນ, ລວມທັງເອລີຢາ, ຜູ້ຊຶ່ງໄດ້ຟື້ນຟູສິດອຳນາດເພື່ອໃຫ້ເຕົ້າໂຮມຄອບຄົວເຂົ້າກັນຕະຫລອດໄປ ໃນຄວາມສຳພັນນິລັນດອນ ທີ່ເໜືອກວ່າຄວາມຕາຍ.
ໃນວັນທີ 6 ເດືອນເມສາ, 1830, ພຣະເຢຊູຄຣິດໄດ້ສະຖາປະນາສາດສະໜາຈັກຜ່ານທາງໂຈເຊັບ ສະມິດ ຕາມແບບຂອງສາດສະໜາຈັກທີ່ພຣະອົງໄດ້ຈັດຕັ້ງຂຶ້ນໃນສະໄໝພຣະຄຳພີໃໝ່ (ເບິ່ງ ຫລັກແຫ່ງຄວາມເຊື່ອ 1:6), ຄົບຖ້ວນດ້ວຍ “ຮາກຖານ ຊຶ່ງພວກອັກຄະສາວົກ ແລະ [ສາດສະດາ] ໄດ້ວາງລົງແລ້ວ ພຣະເຢຊູຄຣິດເອງຊົງເປັນຫີນເສົາເອກ” (ເອເຟໂຊ 2:20). ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ເຮັດໃຫ້ພອນຂອງອຳນາດຖານະປະໂລຫິດທີ່ຖືກຟື້ນຟູມີໃຫ້ລູກໆຂອງພຣະເຈົ້າທຸກຄົນທີ່ກຽມຕົວທີ່ຈະຮັບມັນ.
ດັ່ງທີ່ ປະທານຣະໂຊ ເອັມ ແນວສັນ ໄດ້ສິດສອນເຮົາ, ເຮົາສາມາດພົບຄວາມປິຕິຍິນດີໃນການກັບໃຈແຕ່ລະມື້ ເມື່ອເຮົາຫັນໄປຫາພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ສຳລັບຜູ້ໃດທີ່ຮູ້ສຶກທໍ້ ຫລື ບໍ່ດີພໍ ຫລື ບໍ່ເປັນພາກສ່ວນ: ທຸກຄົນແມ່ນໄດ້ຮັບເຊີນໃຫ້ມາຫາພຣະຄຣິດ ແລະ ສາດສະໜາຈັກຂອງພຣະອົງ. ສາດສະໜາຈັກບໍ່ແມ່ນອາຣາມສຳລັບຄົນທີ່ດີພ້ອມ ແຕ່ເປັນໂຮງໝໍສຳລັບຄົນເຈັບປ່ວຍ. ແອວເດີ ດີເດີ ແອັຟ ອຸກດອບ ແຫ່ງກຸ່ມອັກຄະສາວົກສິບສອງ ຢໍ້າເຕືອນເຮົາວ່າ “ເຮົາບໍ່ໄດ້ມາໂບດເພື່ອຈະເຊື່ອງບັນຫາ ແຕ່ມາເພື່ອຮັບການປິ່ນປົວ.”
ຢູ່ທີ່ສາດສະໜາຈັກ ເຮົາພົບຄວາມປິຕິຍິນດີໃນໂອກາດທີ່ຈະຫັນຕົວເອງອອກໄປ, ຮັບໃຊ້ຄົນອື່ນດ້ວຍຄວາມຮັກ, ແລະ ແບ່ງປັນປະສົບການສ່ວນຕົວຂອງເຮົາດ້ວຍຄວາມອຸດົມສົມບູນຂອງພຣະກະລຸນາທິຄຸນຂອງພຣະຄຣິດ. ເຮົາສາມາດ “ຖືກນັບເຂົ້າຢູ່ໃນບັນດາຜູ້ຄົນຂອງສາດສະໜາຈັກຂອງພຣະຄຣິດ” ແລະ “ຖືກຈົດຈຳ ແລະ ບຳລຸງລ້ຽງດ້ວຍພຣະຄຳອັນປະເສີດຂອງພຣະເຈົ້າ” (ໂມໂຣໄນ 6:4). ຊ່າງເປັນພອນທີ່ປະເສີດແທ້ໆ!
ເຫດຜົນຂອງຄວາມປິຕິຍິນດີອັນຍິ່ງໃຫຍ່
ສາດສະດາໂຈເຊັບ ສະມິດ ຄັ້ງໜຶ່ງໄດ້ປະກາດວ່າ, “ບັດນີ້, ພວກເຮົາໄດ້ຍິນຫຍັງໃນພຣະກິດຕິຄຸນທີ່ເຮົາໄດ້ຮັບ? ສຽງແຫ່ງຄວາມຍິນດີ! ສຽງແຫ່ງຄວາມເມດຕາຈາກສະຫວັນ; ແລະ ສຽງແຫ່ງຄວາມຈິງອອກຈາກແຜ່ນດິນໂລກ; ຂ່າວອັນໜ້າຊື່ນຊົມສຳລັບຄົນຕາຍ; ສຽງແຫ່ງຄວາມຍິນດີສຳລັບຄົນເປັນ ແລະ ຄົນຕາຍ; ຂ່າວອັນໜ້າຊື່ນຊົມແຫ່ງຄວາມປິຕິຍິນດີອັນຍິ່ງໃຫຍ່” (ຄຳສອນ ແລະ ພັນທະສັນຍາ 128:19).
ຂ່າວອັນໜ້າຊື່ນຊົມເຫລົ່ານີ້ໄດ້ມາເຖິງຍ້ອນພຣະບິດາເທິງສະຫວັນ ແລະ ພຣະບຸດທີ່ຊົງຮັກຂອງພຣະອົງ, ພຣະເຢຊູຄຣິດ, ຊົງຮັກເຮົາ ແລະ ປາດຖະໜາ—ຫລາຍກວ່າສິ່ງອື່ນໃດ—ເພື່ອຕ້ອນຮັບເຮົາກັບສູ່ທີ່ປະທັບຂອງພວກພຣະອົງ, ວ່າເຮົາຈະໄດ້ມີຊີວິດທີ່ພວກພຣະອົງມີຕະຫລອດໄປ. ການຟື້ນຟູເປີດເຜີຍວ່າ ພວກພຣະອົງໄດ້ເຮັດທຸກສິ່ງທີ່ຈຳເປັນໃນການເຮັດໃຫ້ສິ່ງນີ້ເປັນໄປໄດ້ອັນຮຸ່ງໂລດສຳລັບເຮົາທຸກຄົນ. ໃນການເດີນທາງຊົ່ວນິລັນດອນຂອງເຮົາ, ເຮົາຈະປະສົບກັບການທົດລອງ ແລະ ຄວາມຍາກລຳບາກ, ແຕ່ “[ເຮົາ] ເປັນຢູ່ກໍເພື່ອ [ເຮົາ] ຈະໄດ້ມີຄວາມສຸກ” (2 ນີໄຟ 2:25) ໃນຊີວິດນີ້ ແລະ ຊີວິດໜ້າ. ສາດສະດາໂຈເຊັບຮູ້ເລື່ອງນີ້ດີກວ່າໃຜໆ.
ໂຈເຊັບໄດ້ປະເຊີນໜ້າກັບການຕໍ່ຕ້ານ ແລະ ການຂົ່ມເຫັງ, ແຕ່ເພິ່ນກໍຍັງຮັກສາ “ນິໄສໃຈຄໍທີ່ຊື່ນບານຊຶ່ງເປັນທຳມະຊາດ” ຂອງເພິ່ນໄວ້ (ໂຈເຊັບ ສະມິດ—ປະຫວັດ 1:28). ເພິ່ນຍັງຄົງຊື່ນຊົມ, ເຂັ້ມແຂງ, ແລະ ລົ້ມແລ້ວລຸກ, ແລະ ເພິ່ນໄດ້ບັນລຸວຽກງານອັນພິເສດທີ່ເພິ່ນໄດ້ຮັບມອບໝາຍໃຫ້ເຮັດ. ຂ້າພະເຈົ້າຂໍສະແດງຄວາມປິຕິຍິນດີໄປຍັງໄພ່ພົນຍຸກເລີ່ມຕົ້ນ ຜູ້ທີ່ໄດ້ເຊື່ອ, ສະໜັບສະໜູນ, ແລະ ຕິດຕາມສາດສະດາໂຈເຊັບ ສະມິດ ແລະ ອຸທິດຖວາຍຕົນເອງເພື່ອການສ້າງສາສາດສະໜາຈັກ. ເຮົາເປັນໜີ້ບຸນຄຸນພວກເພິ່ນດ້ວຍຄວາມກະຕັນຍູ ແລະ ກຽດຕິຍົດ.
ທາງໄດ້ຄຸຄະໃນຍຸກເລີ່ມຕົ້ນຂອງສາດສະໜາຈັກ, ແລະ ມັນສາມາດຄຸຄະໄດ້ໃນຍຸກນີ້. ແຕ່ການຟື້ນຟູດຳເນີນໄປຢ່າງຕໍ່ເນື່ອງ. ໂດຍມີພຣະເຢຊູຄຣິດເປັນປະມຸກຂອງສາດສະໜາຈັກແຫ່ງນີ້, ສາດສະດາທີ່ມີຊີວິດຢູ່ຈະສືບຕໍ່ນຳພາເຮົາ. ບ້ານຂອງພຣະຜູ້ເປັນເຈົ້າຈະສືບຕໍ່ຖືກສ້າງ, ເພື່ອວ່າພອນແຫ່ງພັນທະສັນຍານິລັນດອນກັບພຣະເຈົ້າຈະຜູກມັດເຮົາເຂົ້າກັບພຣະອົງ ແລະ ກັບຄົນທີ່ເຮົາຮັກໃນທັງສອງຟາກມ່ານ (ເບິ່ງ ມັດທາຍ 16:19). ຄວາມຮັກຂອງພຣະເຈົ້າ ແລະ ພຣະເຢຊູຄຣິດຈະສົ່ງຕໍ່ໄປຍັງທົ່ວໂລກ ຂະນະທີ່ເຮົາຕິດຕາມພຣະບັນຊາຂອງພຣະຜູ້ຊ່ວຍໃຫ້ລອດໃນການລ້ຽງແກະຂອງພຣະອົງ ແລະ ແບ່ງປັນພຣະກິດຕິຄຸນຂອງພຣະອົງ. ເຮົາຈະໄດ້ເຫັນຄວາມຈິງແຫ່ງການຟື້ນຟູອອກໄປໃນວິທີ ແລະ ສູ່ສະຖານທີ່ທີ່ຍາກທີ່ຈະຈິນຕະນາການໄດ້ໃນສະໄໝຂອງໂຈເຊັບ.
ເຮົາສາມາດພົບກຳລັງ ແລະ ຄວາມປິຕິຍິນດີອັນຍິ່ງໃຫຍ່—ດັ່ງທີ່ສາດສະດາໂຈເຊັບໄດ້ພົບ—ເມື່ອເຮົານ້ອມຮັບ ແລະ ໃຊ້ຊີວິດຕາມຄວາມຈິງອັນລໍ້າຄ່າເຫລົ່ານີ້. ການເອີ້ນຂອງໂຈເຊັບທີ່ກ່າວກັບໄພ່ພົນໃນສະໄໝຂອງເພິ່ນຍັງຄົງສືບຕໍ່ກ່າວກັບເຮົາໃນມື້ນີ້: “ພວກເຮົາຈະບໍ່ກ້າວຕໍ່ໄປໃນອຸດົມການອັນຍິ່ງໃຫຍ່ເຊັ່ນນີ້ບໍ? ກ້າວໄປໜ້າ ແລະ ບໍ່ຖອຍກັບ. ຈົ່ງກ້າຫານ, … ແລະ ກ້າວຕໍ່ໄປ, ຕໍ່ໄປເຖິງໄຊຊະນະ! ໃຫ້ໃຈຂອງພວກທ່ານປິຕິຍິນດີເຖີດ, ແລະ ດີໃຈຢ່າງຍິ່ງ” (ຄຳສອນ ແລະ ພັນທະສັນຍາ 128:22).
ຂໍໃຫ້ຂ່າວອັນໜ້າຊື່ນຊົມແຫ່ງຄວາມຮັກ ແລະ ຄວາມປິຕິຍິນດີທີ່ການຟື້ນຟູນຳມາໃຫ້ເປັນພອນ ແລະ ນຳພາຊີວິດເຮົາ—ດຽວນີ້ ແລະ ຕະຫລອດໄປ.
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, January 2025. Laotian. 19600 331