ຂ່າວສານປະຈຳເດືອນ For the Strength of Youth, ເດືອນມັງກອນ 2025
ເບິ່ງທີ່ພຣະຄຣິດ
ຄຳສອນ ແລະ ພັນທະສັນຍາ 6:36
ຄຳຂວັນປະຈຳປີ 2025 ຈະຊ່ວຍເຈົ້າເລືອກທີ່ຈະໄວ້ວາງໃຈຫລາຍກວ່າສົງໄສ ແລະ ມີສັດທາຫລາຍກວ່າຢ້ານກົວ.
ໄຄລີ ອາຍຸ 17 ປີ ເຄີຍຢູ່ໃນທີມກອງເຊຍຈົນກວ່າອຸບັດຕິເຫດໄດ້ເຮັດໃຫ້ລາວບາດເຈັບທີ່ສະໝອງ. ການຟື້ນຕົວຂອງລາວໄດ້ເຮັດໃຫ້ລາວບໍ່ສາມາດໄປໂຮງຮຽນ, ແລະ ລາວໄດ້ເລີ່ມຮູ້ສຶກໂດດດ່ຽວ ແລະ ດຽວດາຍ. ລາວໄດ້ຕໍ່ສູ້ດີ້ນລົນກັບທາງດ້ານອາລົມ ແລະ ບໍ່ຮູ້ວ່າຈະຫັນໄປຫາຄວາມຊ່ວຍເຫລືອໄດ້ຢູ່ໃສ. ເພື່ອນຄົນໜຶ່ງໄດ້ແນະນຳລາວວ່າໃຫ້ຟັງຜູ້ສອນສາດສະໜາ. ເຂົາເຈົ້າໄດ້ສິດສອນລາວກ່ຽວກັບການຊົດໃຊ້ຂອງພຣະເຢຊູຄຣິດ. ການຮຽນຮູ້ເພີ່ມເຕີມກ່ຽວກັບພຣະຄຣິດໄດ້ໃຫ້ຄວາມຫວັງແກ່ລາວ, ແລະ ລາວໄດ້ຮູ້ສຶກວ່າພຣະເຈົ້າພຣະອົງເອງໄດ້ເອື້ອມອອກມາຫາລາວ.
ໄຄລີໄດ້ບອກກັບແມ່ຂອງລາວວ່າ, “ຂ້ອຍບໍ່ເຄີຍຮູ້ສຶກມາກ່ອນວ່າພຣະເຈົ້າຮັກຂ້ອຍ. ແຕ່ບັດນີ້ຂ້ອຍຮູ້ແລ້ວວ່າພຣະອົງຮັກຂ້ອຍ.”
ແມ່ຂອງລາວ, ມິເຊວ, ຮູ້ສຶກປະຫລາດໃຈເລັກນ້ອຍ. ເພິ່ນ ແລະ ສາມີ, ບຣ໋ອກ, ໄດ້ອອກຈາກສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍໄປຕັ້ງແຕ່ຕອນທີ່ໄຄລີອາຍຸໄດ້ເຈັດປີ ເພາະວ່າມີຄຳຖາມ, ຄວາມສົງໄສ, ແລະ ຄວາມກັງວົນຫລາຍຢ່າງ. ເຂົາເຈົ້າຄິດວ່າລູກສາວຂອງເຂົາເຈົ້າຈະມີຄວາມສຸກຫລາຍກວ່າ ຖ້າປາດສະຈາກການໄປປະຊຸມທັງໝົດ ແລະ ພຣະບັນຍັດຕ່າງໆ. ເຂົາເຈົ້າບໍ່ເຄີຍຄິດມາກ່ອນວ່າທາງເລືອກຂອງເຂົາເຈົ້າຈະເຮັດໃຫ້ໄຄລີບໍ່ສາມາດໃກ້ຊິດກັບພຣະເຈົ້າໄດ້. ເມື່ອມິເຊວ ແລະ ບຣ໋ອກສັງເກດເຫັນວ່າໄຄລີໄດ້ປ່ຽນແປງໄປ, ເຂົາເຈົ້າກໍຮັບຮູ້ວ່າເຂົາເຈົ້າບໍ່ໄດ້ຮູ້ສຶກໃກ້ຊິດກັບພຣະເຈົ້າເປັນເວລາດົນນານມາແລ້ວ, ແລະ ເຂົາເຈົ້າຕ້ອງການທີ່ຈະຮູ້ສຶກແບບນັ້ນອີກຄັ້ງ.
ເຂົາເຈົ້າໄດ້ໄປພົບກັບອະທິການຂອງເຂົາເຈົ້າ, ແລະ ບໍ່ດົນຄອບຄົວນັ້ນ, ລວມທັງອ້າຍຂອງໄຄລີ ທ້າວເບຣເດັນ, ໄດ້ກັບຄືນມາໂບດ. ຄວາມຮູ້ສຶກໃກ້ຊິດກັບພຣະເຈົ້າ ແລະ ການເຊື່ອມຕໍ່ກັບພຣະອົງອີກຄັ້ງ—ໂດຍສະເພາະຜ່ານທາງການອະທິຖານ—ໄດ້ຟື້ນຟູສັດທາຂອງເຂົາເຈົ້າອີກຄັ້ງ. ການກັບຄືນມາໂບດບໍ່ໄດ້ຕອບຄຳຖາມ ຫລື ແກ້ໄຂຄວາມກັງວົນທັງໝົດຂອງເຂົາເຈົ້າ, ແຕ່ເຂົາເຈົ້າຮັບຮູ້ວ່າການເຊື່ອມຕໍ່ສ່ວນຕົວທີ່ເຂັ້ມແຂງກັບພຣະເຈົ້ານັ້ນສຳຄັນກວ່າການທີ່ເຂົາເຈົ້າບໍ່ມີຄວາມເຊື່ອ.
ທັງໝົດນີ້ ແມ່ນເລີ່ມຕົ້ນເມື່ອເພື່ອນຄົນໜຶ່ງ—ໄວລຸ້ນຄືກັນກັບເຈົ້າ—ໄດ້ເຊື້ອເຊີນໄຄລີໃຫ້ເບິ່ງທີ່ພຣະຄຣິດ. ແລະ ລາວກໍໄດ້ເຮັດ!
ພຣະເຢຊູຄຣິດໄດ້ກ່າວວ່າ, “ຈົ່ງເບິ່ງທີ່ເຮົາໃນຄວາມນຶກຄິດທຸກຢ່າງ; ຢ່າສົງໄສ, ຢ່າສູ່ຢ້ານ”(ຄຳສອນ ແລະ ພັນທະສັນຍາ 6:36). ນີ້ຄືແຮງບັນດານໃຈເບື້ອງຫລັງຂອງ ຄຳຂວັນຊາວໜຸ່ມປະຈຳປີ 2025. ພວກເຮົາຂໍແບ່ງປັນກັບເຈົ້າວິທີທີ່ເຈົ້າສາມາດເລືອກທີ່ຈະໄວ້ວາງໃຈຫລາຍກວ່າສົງໄສ ແລະ ມີສັດທາຫລາຍກວ່າຢ້ານກົວ ຂະນະທີ່ເຈົ້າເບິ່ງທີ່ພຣະຄຣິດ:
ຊ້າຍຫາຂວາ: ຊິດສະເຕີ ຣູເນຍ, ປະທານຟຣີແມນ, ຊິດສະເຕີ ສະແປນນາວສ໌
ທາມາຣາ ດັບເບິນຢູ ຣູເນຍ
ເມື່ອຂ້ອຍເຈິບັນຫາ, ຂ້ອຍມັກທີ່ຈະຄິດເຖິງພຣະເຢຊູຄຣິດທີ່ອ້າອ້ອມແຂນຂອງພຣະອົງໄວ້. ເມື່ອຂ້ອຍເບິ່ງໄປທີ່ພຣະອົງ, ຂ້ອຍຈື່ຈຳຄຳເວົ້າໃນບົດເພງທີ່ວ່າ, “ເຮົາຈະຕາມພຣະເຢຊູ”: “ພຣະອົງຈະບໍ່ປ່ອຍປະ, ແມ່ນແຕ່ເມື່ອເຮົາລົ້ມ.”
ເອັມມະລີ ແບວ ຟຣີແມນ
ເມື່ອຂ້ອຍໄດ້ອ່ານຄຳຂວັນພຣະຄຳພີນີ້, ເຮັດໃຫ້ຂ້ອຍຈື່ຈຳເລື່ອງລາວຂອງເປໂຕທີ່ຢູ່ເທິງໜ້ານ້ຳທະເລຄາລີເລ. ການສຸມໃຈໃສ່ທີ່ພະຍຸຝົນໄດ້ເພີ່ມຄວາມຢ້ານກົວ ແລະ ຄວາມສົງໄສ, ເປັນການເຮັດໃຫ້ເພິ່ນຈົມລົງໄປໃນຄື້ນຂອງພະຍຸ. ແຕ່ການສຸມໃຈໃສ່ທີ່ພຣະຜູ້ຊ່ວຍໃຫ້ລອດໄດ້ເຮັດໃຫ້ເພິ່ນປະສົບຜົນສຳເລັດກັບບາງສິ່ງບາງຢ່າງທີ່ເພິ່ນບໍ່ເຄີຍເຮັດມາກ່ອນ: ເພິ່ນຍ່າງຢູ່ເທິງໜ້ານ້ຳໄດ້! ມັນເປັນສິ່ງທີ່ອັດສະຈັນຫລາຍ, ແທ້ໆ. ແມ່ນຫຍັງທີ່ເຈົ້າປະສົບຜົນສຳເລັດໄດ້ເມື່ອເຈົ້າເບິ່ງທີ່ພຣະອົງ?
ແອນເດຣຍ ມູໂຍສ ສະແປນນາວສ໌
ເມື່ອຂ້ອຍຮູ້ສຶກຢ້ານ, ບໍ່ວ່າຂ້ອຍຈະຢູ່ໃສ ຫລື ຢູ່ໃນສະຖານະການໃດກໍຕາມ, ຂ້ອຍຕັ້ງໃຈຄິດເຖິງຄວາມສຳພັນລະຫວ່າງຂ້ອຍກັບພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ຂ້ອຍຈະເວົ້າຊ້ຳໄປມາໃນໃຈຫລາຍໆຄັ້ງວ່າ: ເຮົາເປັນທິດາຂອງພຣະເຈົ້າ. ຂ້ອຍເຮັດແນວນີ້ຕໍ່ໄປຈົນກວ່າຂ້ອຍເລີ່ມຮູ້ສຶກດີຂຶ້ນ. ມັນໄດ້ຜົນສະເໝີ!
ຊ້າຍຫາຂວາ: ບຣາເດີ ວິວຄ໊ອກສ໌, ປະທານລັນ, ບຣາເດີ ແນວສັນ
ແບຣດລີ ອາ ວິວຄ໊ອກສ໌
ຖາມຕົວເຈົ້າເອງວ່າແມ່ນໃຜທີ່ເປັນຫ່ວງເຈົ້າ ແລະ ຮັກເຈົ້າທີ່ສຸດ. ຄືພໍ່ແມ່ຂອງເຈົ້າ ແລະ ຜູ້ນຳໃນສາດສະໜາຈັກບໍ? ຄືຜູ້ຄົນໃນສື່ສັງຄົມອອນລາຍທີ່ເຈົ້າເປັນໝູ່ພຽງແຕ່ຕົວເລກກັບເຂົາບໍ? ຈົ່ງເບິ່ງທີ່ພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດ. ພວກພຣະອົງເປັນຫ່ວງເຈົ້າແທ້ໆ!
ສະຕີບເວັນ ເຈ ລັນ
ຈົ່ງຈື່ຈຳສິ່ງທີ່ເຕືອນໃຈເຈົ້າເມື່ອເຈົ້າທ່ອງຄຳຂວັນຂອງຖານະປະໂລຫິດແຫ່ງອາໂຣນ ແລະ ຄຳຂວັນຂອງຍິງໜຸ່ມ ທີ່ວ່າ: ເຮົາເປັນບຸດ ແລະ ທິດາທີ່ຮັກຫອມຂອງພຣະເຈົ້າ. ຈົ່ງມີສັດທາວ່າພຣະບິດາຂອງເຮົາມີແຜນສຳລັບເຈົ້າ. ການເບິ່ງທີ່ພຣະຄຣິດໝາຍເຖິງການເຫັນວ່າການຊົດໃຊ້ຂອງພຣະອົງຄືຈຸດສູນກາງຂອງແຜນນັ້ນ.
ໄມໂກ ທີ ແນວສັນ
ການອ່ານພຣະຄຳພີເປັນການເບິ່ງທີ່ພຣະຄຣິດ! ຄວາມສົງໄສ ແລະ ຄວາມຢ້ານກົວຈະຫາຍໄປໂດຍທຳມະຊາດໃນຂະນະທີ່ເຮົາລະນຶກເຖິງສິ່ງມະຫັດສະຈັນ ແລະ ຄຳສອນຂອງພຣະເຢຊູ. ເຮົາໂຊກດີຫລາຍທີ່ສາມາດເຂົ້າເຖິງພຣະຄຳຂອງພຣະອົງ. ຄຳສອນແມ່ນກ່ຽວຂ້ອງກັບທຸກສະຖານະການທີ່ເຮົາປະສົບໃນຊີວິດຂອງເຮົາ.
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly For the Strength of Youth Message, January 2025. Laotian. 19615 331