2020–2024
ໂອ ຊາວ​ໜຸ່ມ​ແຫ່ງ​ສິດ​ກຳ​ເນີດ​ອັນ​ສູງ​ສົ່ງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2024


12:32

ໂອ ຊາວ​ໜຸ່ມ​ແຫ່ງ​ສິດ​ກຳ​ເນີດ​ອັນ​ສູງ​ສົ່ງ

ພຣະ​ເຈົ້າ​ໄວ້​ວາງ​ພຣະ​ໄທ​ພວກ​ເຈົ້າ, ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ, ເພື່ອ​ຊ່ວຍ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ການ​ນຳ​ເອົາ​ລູກໆ​ຂອງ​ພຣະ​ອົງ​ທັງ​ໝົດ​ກັບ​ບ້ານ​ໄປ​ຫາ​ພຣະ​ອົງ​ຢ່າງ​ປອດ​ໄພ.

ແອວ​ເດີ ສະ​ຕີບ​ເວັນ​ສັນ, ນີ້​ແມ່ນ​ກອງ​ປະ​ຊຸມ​ໃຫຍ່​ທີ່​ຈະ​ບໍ່​ສາ​ມາດ​ລືມ.

ຄອບ​ຄົວ​ຂອງ​ເຮົາ​ມັກ​ປຶ້ມ​ນ້ອຍໆ​ທີ່​ມີ​ຊື່​ວ່າ ຈົດ​ໝາຍ​ຂອງ​ເດັກ​ນ້ອຍ​ເຖິງ​ພຣະ​ເຈົ້າ ມາ​ຕະ​ຫລອດ. ຕໍ່​ໄປ​ນີ້​ແມ່ນ​ຈຳ​ນວນ​ໜຶ່ງ:

“ຂ້າ​ແດ່​ພຣະ​ເຈົ້າ, ແທນ​ທີ່​ຈະ​ປ່ອຍ​ໃຫ້​ຄົນ​ທັງ​ຫລາຍ​ຕາຍ ແລະ ເຮັດ​ໃຫ້​ຕ້ອງ​ສ້າງ​ຄົນ​ໃໝ່​ຂຶ້ນ​ມາ, ເປັນ​ຫຍັງ​ພຣະ​ອົງ​ຄື​ບໍ່​ເກັບ​ຜູ້​ທີ່​ພຣະ​ອົງ​ມີ​ຢູ່​ຕອນ​ນີ້​ເອົາ​ໄວ້?”

“ເປັນ​ຫຍັງ​ພຣະ​ອົງ​ຈຶ່ງ​ມີ​ກົດ​ແຕ່​ສິບ​ຂໍ້, ແຕ່​ໂຮງ​ຮຽນ​ຂອງ​ເຮົາ​ມີ​ເປັນ​ລ້ານໆ​ຂໍ້?”

“ພຣະ​ອົງ​ໃສ່​ຕ່ອມ​ອາ​ມິ​ດານ​ໄວ້​ເຮັດ​ຫຍັງ ຖ້າ​ພຣະ​ອົງ​ຈະ​ເອົາ​ມັນ​ອອກ​ມາ​ອີກ​ຄື​ເກົ່າ?”

ມື້​ນີ້ ບໍ່​ມີ​ເວ​ລາ​ທີ່​ຈະ​ຕອບ​ຄຳ​ຖາມ ເຫລົ່າ​ນີ້ ທັງ​ໝົດ, ແຕ່​ມີ​ອີກ​ຄຳ​ຖາມ​ໜຶ່ງ​ທີ່​ຂ້າ​ພະ​ເຈົ້າ​ມັກ​ຈະ​ໄດ້​ຍິນ​ຈາກ​ຄົນ​ໜຸ່ມ ທີ່​ຂ້າ​ພະ​ເຈົ້າ​ຢາກ​ຈະ​ກ່າວ​ເຖິງ. ຈາກ​ອູ​ລານ​ບາ​ຕາ, ມົງ​ໂກ​ລີ, ເຖິງ​ໂທ​ມັສ, ໄອ​ດາ​ໂຮ, ຄຳ​ຖາມ​ແມ່ນ​ຄື​ກັນ: “ເປັນ​ຫຍັງ? ເປັນ​ຫຍັງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ຈຶ່ງ​ຕ້ອງ​ດຳ​ລົງ​ຊີ​ວິດ​ຕ່າງ​ຈາກ​ຄົນ​ອື່ນ​ແທ້?

ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ຍາກ​ທີ່​ຈະ​ແຕກ​ຕ່າງ—ໂດຍ​ສະ​ເພາະ​ເມື່ອ​ພວກ​ເຈົ້າ​ຍັງ​ໜຸ່ມ ແລະ ຢາກ​ໃຫ້​ຄົນ​ອື່ນ​ມັກ​ພວກ​ເຈົ້າ​ແຮງ. ທຸກ​ຄົນ​ຕ່າງ​ກໍ​ຢາກ​ເຂົ້າ​ກັບ​ຄົນ​ອື່ນ, ແລະ ຄວາມ​ປາດ​ຖະ​ໜາ​ນັ້ນ​ກໍ​ຂະ​ຫຍາຍ​ສູ່​ສັດ​ສ່ວນ​ທີ່​ບໍ່​ດີ​ຕໍ່​ສຸ​ຂະ​ພາບ​ໃນ​ໂລກ​ດິ​ຈິ​ຕ້ອນ​ຂອງ​ສະ​ໄໝ​ນີ້ ທີ່​ເຕັມ​ໄປ​ດ້ວຍ​ສື່​ສັງ​ຄົມ ແລະ ການ​ລັງ​ແກ​ທາງ​ໄຊ​ເບີ.

ສະ​ນັ້ນ, ດ້ວຍ​ຄວາມ​ກົດ​ດັນ​ທັງ​ໝົດ​ນັ້ນ​ແລ້ວ, ເປັນ​ຫຍັງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ຈຶ່ງ ດຳ​ລົງ​ຊີ​ວິດ​ຢ່າງ​ແຕກ​ຕ່າງ​ແທ້? ມັນ​ມີ​ຄຳ​ຕອບ​ທີ່​ດີ​ຫລາຍໆ​ຄຳ​ຕອບ: ເພາະ​ວ່າ​ພວກ​ເຈົ້າ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ເພາະ​ວ່າ​ພວກ​ເຈົ້າ​ໄດ້​ຖືກ​ຮັກ​ສາ​ໄວ້​ສຳ​ລັບ​ຍຸກ​ສຸດ​ທ້າຍ. ເພາະ​ວ່າ​ພວກ​ເຈົ້າ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ແຕ່​ຄຳ​ຕອບ​ເຫລົ່າ​ນັ້ນ​ບໍ່​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ໂດດ​ເດັ່ນ​ສະ​ເໝີ​ໄປ. ທຸກ​ຄົນ​ເປັນ​ລູກ​ຂອງ​ພຣະ​ເຈົ້າ. ທຸກ​ຄົນ​ເທິງ​ແຜ່ນ​ດິນ​ໂລກ​ຕອນ​ນີ້​ໄດ້​ຖືກ​ສົ່ງ​ມາ​ທີ່​ນີ້​ໃນ​ຍຸກ​ສຸດ​ທ້າຍ. ແລະ ເຖິງ​ຢ່າງ​ໃດ​ກໍ​ດີ ບໍ່​ແມ່ນ​ທຸກ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ວາ​ຈາ​ແຫ່ງ​ປັນ​ຍາ ຫລື ກົດ​ພົມ​ມະ​ຈັນ​ໃນ​ແບບ​ທີ່​ພວກ​ເຈົ້າ​ພະ​ຍາ​ຍາມ​ທີ່​ຈະ​ເຮັດ. ມີ​ສາ​ນຸ​ສິດ​ທີ່​ກ້າ​ຫານ​ຫລາຍ​ຄົນ​ຂອງ​ພຣະ​ຄຣິດ​ທີ່​ບໍ່​ແມ່ນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ນີ້. ແຕ່​ພວກ​ເຂົາ​ບໍ່​ໄດ້​ຮັບ​ໃຊ້​ເຜີຍ​ແຜ່ ແລະ ປະ​ຕິ​ບັດ​ພິ​ທີ​ການ​ໃນ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແທນ​ບັນ​ພະ​ບຸ​ລຸດ​ຄື​ທີ່​ພວກ​ເຈົ້າ​ເຮັດ. ມັນ​ຕ້ອງ​ມີ​ຫລາຍ​ກວ່າ​ນັ້ນ​ອີກ—ແລະ ມັນ​ມີ​ແທ້.

ມື້​ນີ້ ຂ້າ​ພະ​ເຈົ້າ​ຢາກ​ສຸມ​ໃສ່​ເຫດ​ຜົນ​ເພີ່ມ​ເຕີມ​ທີ່​ມີ​ຄວາມ​ໝາຍ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ສະ​ເໝີ​ມາ. ໃນ​ປີ 1988, ອັກ​ຄະ​ສາ​ວົກ​ໜຸ່ມ​ຄົນ​ໜຶ່ງ​ຊື່​ວ່າ ຣະ​ໂຊ ເອັມ ແນວ​ສັນ ໄດ້​ຂຶ້ນ​ກ່າວ​ຄຳ​ປາ​ໄສ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ ໃນ​ຫົວ​ຂໍ້ “ຂອບ​ຄຸນ​ສຳ​ລັບ​ພັນ​ທະ​ສັນ​ຍາ.” ໃນ​ນັ້ນ, ແອວ​ເດີ ແນວ​ສັນ ໃນ​ຕອນ​ນັ້ນ ໄດ້​ອະ​ທິ​ບາຍ​ວ່າ ເມື່ອ​ເຮົາ​ໃຊ້​ອຳ​ເພີ​ໃຈ​ທາງ​ສິນ​ທຳ ເພື່ອ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ​ກັບ​ພຣະ​ເຈົ້າ, ເຮົາ​ກໍ​ກາຍ​ເປັນ​ຜູ້​ສືບ​ທອດ​ແຫ່ງ​ພັນ​ທະ​ສັນ​ຍາ​ອັນ​ເປັນ​ນິດ​ທີ່​ພຣະ​ເຈົ້າ​ໄດ້​ເຮັດ​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ເຮົາ​ໃນ​ທຸກ​ຍຸກ​ທຸກ​ສະ​ໄໝ. ເວົ້າ​ອີກ​ຢ່າງ​ໜຶ່ງ​ກໍ​ຄື, ເຮົາ​ກາຍ​ເປັນ “ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ.” ສິ່ງ​ນັ້ນ​ແຫລະ​ທີ່​ເຮັດ​ໃຫ້​ເຮົາ​ໂດດ​ເດັ່ນ. ສິ່ງ​ນັ້ນ​ຊ່ວຍ​ໃຫ້​ເຮົາ​ເຂົ້າ​ເຖິງ​ພອນ​ຕ່າງໆ​ທີ່​ບັນ​ພະ​ບຸ​ລຸດ​ພໍ່ ແລະ ແມ່​ໄດ້​ຮັບ, ລວມ​ທັງ​ສິດ​ກຳ​ເນີດ.

ສິດ​ກຳ​ເນີດ! ພວກ​ເຈົ້າ​ອາດ​ເຄີຍ​ໄດ້​ຍິນ​ຄຳ​ນີ້​ມາ​ກ່ອນ. ເຮົາ​ຍັງ​ຮ້ອງ​ເພງ​ສວດ​ກ່ຽວ​ກັບ​ມັນ: “ໂອ ຊາວ​ໜຸ່ມ​ແຫ່ງ​ສິດ​ກຳ​ເນີດ​ອັນ​ສູງ​ສົ່ງ, ເດີນ​ຕໍ່​ໄປ, ເດີນ​ຕໍ່​ໄປ, ເດີນ​ຕໍ່​ໄປ!” ມັນ​ເປັນ​ຄຳ​ທີ່​ຈັບ​ໃຈ. ແຕ່​ມັນ​ໝາຍ​ຄວາມ​ວ່າ​ຫຍັງ?

ໃນ​ສະ​ໄໝ​ພຣະ​ຄຳ​ພີ​ເດີມ ຖ້າ​ຫາກ​ຜູ້​ເປັນ​ພໍ່​ເສຍ​ຊີ​ວິດ, ລູກ​ຊາຍ​ກົກ​ຂອງ​ລາວ​ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ດູ​ແລ​ແມ່ ແລະ ພວກ​ນ້ອງ​ສາວ​ຂອງ​ລາວ. ພວກ​ນ້ອງ​ຊາຍ​ຂອງ​ລາວ​ກໍ​ຈະ​ຮັບ​ມູນ​ມໍ​ລະ​ດົກ​ຂອງ​ຕົນ ແລະ ຈາກ​ໄປ ເພື່ອ​ໄປ​ຕັ້ງ​ຕົວ​ໃນ​ໂລກ, ແຕ່​ລູກ​ຊາຍ​ກົກ​ຈະ​ບໍ່​ໄປ​ໃສ. ລາວ​ຈະ​ແຕ່ງ​ງານ ແລະ ມີ​ຄອບ​ຄົວ​ເປັນ​ຂອງ​ຕົນ​ເອງ, ແຕ່​ລາວ​ຈະ​ຢູ່​ຈົນ​ເຖິງ​ມື້​ຕາຍ ເພື່ອ​ບໍ​ລິ​ຫານ​ວຽກ​ງານ​ຂອງ​ຊັບ​ສິນ​ຂອງ​ພໍ່​ລາວ. ຍ້ອນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ເພີ່ມ​ຂຶ້ນ​ນີ້, ລາວ​ຈຶ່ງ​ໄດ້​ຮັບ​ມູນ​ມໍ​ລະ​ດົກ​ເພີ່ມ​ຂຶ້ນ. ການ​ນຳ​ພາ ແລະ ການ​ດູ​ແລ​ຄົນ​ອື່ນ​ເປັນ​ການ​ຂໍ​ຫລາຍ​ເກີນ​ໄປ​ບໍ? ບໍ່​ເລີຍ ເມື່ອ​ພວກ​ເຈົ້າ​ພິ​ຈາ​ລະ​ນາ​ເຖິງ​ມູນ​ມໍ​ລະ​ດົກ​ເພີ່ມ​ເຕີມ​ທີ່​ລາວ​ໄດ້​ຮັບ.

ມື້​ນີ້ ເຮົາ​ບໍ່​ໄດ້​ເວົ້າ​ກ່ຽວ​ກັບ​ລຳ​ດັບ​ການ​ເກີດ​ໃນ​ຄອບ​ຄົວ​ທາງ​ໂລກ ຫລື ບົດ​ບາດ​ທາງ​ເພດ​ໃນ​ພຣະ​ຄຳ​ພີ​ເດີມ. ເຮົາ​ກຳ​ລັງ​ເວົ້າ​ກ່ຽວ​ກັບ​ມູນ​ມໍ​ລະ​ດົກ​ທີ່​ພວກ​ເຈົ້າ​ໄດ້​ຮັບ​ໃນ​ຖາ​ນະ​ຜູ້​ຮ່ວມ​ຮັບ​ມໍ​ລະ​ດົກ​ກັບ​ພຣະ​ຄຣິດ ຍ້ອນ​ຄວາມ​ສຳ​ພັນ​ທາງ​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຈົ້າ​ໄດ້​ເລືອກ​ທີ່​ຈະ​ເຂົ້າ​ຮ່ວມ​ກັບ​ພຣະ​ອົງ ແລະ ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ພວກ​ເຈົ້າ. ມັນ​ຫລາຍ​ເກີນ​ໄປ​ສຳ​ລັບ​ພຣະ​ເຈົ້າ​ບໍ ທີ່​ຈະ​ຄາດ​ຫວັງ​ໃຫ້​ພວກ​ເຈົ້າ​ດຳ​ລົງ​ຊີ​ວິດ​ຕ່າງ​ຈາກ​ລູກໆ​ຄົນ​ອື່ນໆ​ຂອງ​ພຣະ​ອົງ ເພື່ອ​ວ່າ​ພວກ​ເຈົ້າ​ຈະ​ສາ​ມາດ​ນຳ​ພາ ແລະ ຮັບ​ໃຊ້​ພວກ​ເຂົາ​ໄດ້​ດີ​ຂຶ້ນ? ບໍ່​ເລີຍ ເມື່ອ​ພວກ​ເຈົ້າ​ພິ​ຈາ​ລະ​ນາ​ເຖິງ​ພອນ​ຕ່າງໆ—ທັງ​ທາງ​ໂລກ ແລະ ທາງ​ວິນ​ຍານ—ທີ່​ພວກ​ເຈົ້າ​ໄດ້​ຮັບ.

ສິດ​ກຳ​ເນີດ​ຂອງ​ພວກ​ເຈົ້າ​ໝາຍ​ຄວາມ​ວ່າ ພວກ​ເຈົ້າ​ດີ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເລີຍ, ແຕ່​ມັນ​ໝາຍ​ຄວາມ​ວ່າ ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ຄາດ​ຫວັງ​ໃຫ້​ຊ່ວຍ​ຄົນ​ອື່ນ​ເປັນ​ຄົນ​ທີ່​ດີ​ຂຶ້ນ. ສິດ​ກຳ​ເນີດ​ຂອງ​ພວກ​ເຈົ້າ​ໝາຍ​ຄວາມ​ວ່າ ພວກ​ເຈົ້າ​ໄດ້​ຖືກ​ເລືອກ​ບໍ? ແມ່ນ​ແລ້ວ, ແຕ່​ບໍ່​ໄດ້​ຖືກ​ເລືອກ​ເພື່ອ​ປົກ​ຄອງ​ຄົນ​ອື່ນ; ພວກ​ເຈົ້າ​ໄດ້​ຖືກ​ເລືອກ​ເພື່ອ​ຮັບ​ໃຊ້​ພວກ​ເຂົາ. ສິດ​ກຳ​ເນີດ​ຂອງ​ພວກ​ເຈົ້າ​ເປັນ​ຫລັກ​ຖານ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ບໍ? ແມ່ນ​ແລ້ວ, ແຕ່​ທີ່​ສຳ​ຄັນ​ກວ່າ​ນັ້ນ, ມັນ​ເປັນ​ຫລັກ​ຖານ​ເຖິງ​ຄວາມ​ໄວ້​ວາງ​ພຣະ​ໄທ​ຂອງ​ພຣະ​ອົງ.

ການ​ໄດ້​ຮັບ​ຄວາມ​ຮັກ​ເປັນ​ເລື່ອງ​ໜຶ່ງ ແລະ ການ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ​ກໍ​ເປັນ​ອີກ​ເລື່ອງ​ໜຶ່ງ. ໃນ​ຄູ່​ມື ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ, ເຮົາ​ອ່ານ​ວ່າ: “ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຈົ້າ​ໄວ້​ວາງ​ພຣະ​ໄທ​ໃນ​ຕົວ​ເຈົ້າ. ພຣະ​ອົງ​ໄດ້​ປະ​ທານ​ພອນ​ອັນ​ຍິ່ງ​ໃຫຍ່​ໃຫ້​ແກ່​ເຈົ້າ, ລວມ​ທັງ​ຄວາມ​ສົມ​ບູນ​ແຫ່ງ​ພຣະ​ກິດ​ຕິ​ຄຸນ ແລະ ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ ທີ່​ຜູກ​ມັດ​ເຈົ້າ​ໄວ້​ກັບ​ພຣະ​ອົງ ແລະ ນຳ​ອຳ​ນາດ​ຂອງ​ພຣະ​ອົງ​ມາ​ສູ່​ຊີ​ວິດ​ຂອງ​ເຈົ້າ. ພອນ​ເຫລົ່າ​ນັ້ນ​ມາ​ພ້ອມ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ເພີ່ມ​ຂຶ້ນ. ພຣະ​ອົງ​ຮູ້​ວ່າ ເຈົ້າ​ສາ​ມາດ​ສ້າງ​ຄວາມ​ແຕກ​ຕ່າງ​ຢູ່​ໃນ​ໂລກ​ໄດ້, ແລະ ໃນ​ຫລາຍໆ​ກໍ​ລະ​ນີ, ນັ້ນ​ຮຽກ​ຮ້ອງ​ໃຫ້​ເຈົ້າ​ແຕກ​ຕ່າງ​ຈາກ​ໂລກ.”

ປະ​ສົບ​ການ​ທາງ​ມະ​ຕະ​ຂອງ​ເຮົາ​ສາ​ມາດ​ປຽບ​ທຽບ​ກັບ​ເຮືອ​ສຳ​ລານ​ທີ່​ພຣະ​ເຈົ້າ​ໄດ້​ສົ່ງ​ລູກໆ​ຂອງ​ພຣະ​ອົງ​ທັງ​ໝົດ​ໄປ ຂະ​ນະ​ທີ່​ພວກ​ເຂົາ​ເດີນ​ທາງ​ຈາກ​ຝັ່ງ​ໜຶ່ງ​ໄປ​ຍັງ​ອີກ​ຝັ່ງ​ໜຶ່ງ. ການ​ເດີນ​ທາງ​ນັ້ນ​ເຕັມ​ໄປ​ດ້ວຍ​ໂອ​ກາດ​ໃນ​ການ​ຮຽນ​ຮູ້, ເຕີບ​ໂຕ, ມີ​ຄວາມ​ສຸກ, ແລະ ກ້າວ​ໜ້າ, ແຕ່​ມັນ​ກໍ​ເຕັມ​ໄປ​ດ້ວຍ​ອັນ​ຕະ​ລາຍ​ເຊັ່ນ​ກັນ. ພຣະ​ເຈົ້າ​ຮັກ​ລູກໆ​ຂອງ​ພຣະ​ອົງ​ທຸກ​ຄົນ ແລະ ເປັນ​ຫ່ວງ​ກ່ຽວ​ກັບ​ສະ​ຫວັດ​ດີ​ພາບ​ຂອງ​ພວກ​ເຂົາ. ພຣະ​ອົງ​ບໍ່​ຢາກ​ສູນ​ເສຍ​ຜູ້​ໃດ​ໃນ​ພວກ​ເຂົາ, ສະ​ນັ້ນ ພຣະ​ອົງ​ຈຶ່ງ​ເຊື້ອ​ເຊີນ​ຜູ້​ທີ່​ເຕັມ​ໃຈ ໃຫ້​ເຂົ້າ​ມາ​ເປັນ​ສະ​ມາ​ຊິກ​ລູກ​ເຮືອ​ຂອງ​ພຣະ​ອົງ—ນັ້ນ​ກໍ​ຄື​ພວກ​ເຈົ້າ. ຍ້ອນ​ການ​ເລືອກ​ຂອງ​ພວກ​ເຈົ້າ​ທີ່​ຈະ​ເຮັດ ແລະ ຮັກ​ສາ​ພັນ​ທະ​ສັນ​ຍາ, ພຣະ​ອົງ​ຈຶ່ງ​ມອບ​ຄວາມ​ໄວ້​ວາງ​ພຣະ​ໄທ​ຂອງ​ພຣະ​ອົງ​ໃຫ້​ກັບ​ພວກ​ເຈົ້າ. ພຣະ​ອົງ​ໄວ້​ວາງ​ພຣະ​ໄທ​ພວກ​ເຈົ້າ​ໃຫ້​ເປັນ​ຄົນ​ແຕກ​ຕ່າງ, ແປກ, ແລະ ໂດດ​ເດັ່ນ ຍ້ອນ​ວຽກ​ງານ​ທີ່​ສຳ​ຄັນ​ທີ່​ພຣະ​ອົງ​ໄວ້​ວາງ​ພຣະ​ໄທ​ໃຫ້​ພວກ​ເຈົ້າ​ເຮັດ.

ລອງ​ຄິດ​ເບິ່ງ! ພຣະ​ເຈົ້າ​ໄວ້​ວາງ​ພຣະ​ໄທ​ພວກ​ເຈົ້າ—ຈາກ​ຄົນ​ທຸກ​ຄົນ​ເທິງ​ແຜ່ນ​ດິນ​ໂລກ, ລູກໆ​ແຫ່ງ​ພັນ​ທະ​ສັນ​ຍາ, ສະ​ມາ​ຊິກ​ລູກ​ເຮືອ​ຂອງ​ພຣະ​ອົງ—ເພື່ອ​ຊ່ວຍ​ວຽກ​ງານ​ຂອງ​ພຣະ​ອົງ​ໃນ​ການ​ນຳ​ເອົາ​ລູກໆ​ຂອງ​ພຣະ​ອົງ​ທັງ​ໝົດ​ກັບ​ບ້ານ​ໄປ​ຫາ​ພຣະ​ອົງ​ຢ່າງ​ປອດ​ໄພ. ບໍ່​ແປກ​ໃຈ​ເລີຍ​ທີ່​ຄັ້ງ​ໜຶ່ງ​ປະ​ທານ​ບຣິ​ກຳ ຢັງ ໄດ້​ກ່າວ​ວ່າ, “ທູດ​ສະ​ຫວັນ​ທຸກ​ອົງ​ໃນ​ສະ​ຫວັນ​ກຳ​ລັງ​ແນມ​ເບິ່ງ​ກຸ່ມ​ຄົນ​ນ້ອຍໆ​ນີ້​ຢູ່.”

ເມື່ອ​ພວກ​ເຈົ້າ​ເບິ່ງ​ໄປ​ອ້ອມໆ​ເຮືອ​ສຳ​ລານ​ລຳ​ນີ້​ທີ່​ເອີ້ນ​ວ່າ ແຜ່ນ​ດິນ​ໂລກ, ພວກ​ເຈົ້າ​ອາດ​ເຫັນ​ຄົນ​ອື່ນ​ກຳ​ລັງ​ນັ່ງ​ຢູ່​ຕັ່ງ​ພັກ​ຜ່ອນ​ກິນ​ດື່ມ​ສຳ​ລານ, ຫລິ້ນ​ການ​ພະ​ນັນ​ໃນ​ກາ​ຊິ​ໂນ, ສວມ​ເສື້ອ​ຜ້າ​ທີ່​ເປີດ​ແປນ​ຈົນ​ເກີນ​ໄປ, ເລື່ອນ​ຈໍ​ມື​ຖື​ໂດຍ​ບໍ່​ຢຸດ, ແລະ ເສຍ​ເວ​ລາ​ໄປ​ກັບ​ການ​ຫລິ້ນ​ເກມ​ອີ​ເລັກ​ໂທຣ​ນິກ​ຫລາຍ​ຈົນ​ເກີນ​ໄປ. ແຕ່​ແທນ​ທີ່​ຈະ​ສົງ​ໄສ​ວ່າ, “ເປັນ​ຫຍັງ ຂ້ອຍ ຈຶ່ງ​ເຮັດ​ແນວ​ນັ້ນ​ບໍ່​ໄດ້?,” ພວກ​ເຈົ້າ​ສາ​ມາດ​ຈື່​ຈຳ​ໄວ້​ວ່າ ພວກ​ເຈົ້າ​ບໍ່​ແມ່ນ​ຜູ້​ໂດຍ​ສານ​ທຳ​ມະ​ດາ. ພວກ​ເຈົ້າ​ເປັນ​ສະ​ມາ​ຊິກ​ຂອງ​ລູກ​ເຮືອ​ແລ້ວ. ພວກ​ເຈົ້າ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຜູ້​ໂດຍ​ສານ​ບໍ່​ມີ. ດັ່ງ​ທີ່ ຊິດ​ສະ​ເຕີ ອາ​ເດັດ ແຄັບ ເຄີຍ​ກ່າວ​ຄັ້ງ​ໜຶ່ງ​ວ່າ, “ພວກ​ເຈົ້າ​ຈະ​ເປັນ​ເຈົ້າ​ໜ້າ​ທີ່​ຊ່ວຍ​ຊີ​ວິດ​ບໍ່​ໄດ້ ຖ້າ​ພວກ​ເຈົ້າ​ເບິ່ງ​ຄື​ກັນ​ກັບ​ຄົນ​ລອຍ​ນໍ້າ​ຄົນ​ອື່ນໆ​ຢູ່​ຊາຍ​ຫາດ.”

ແລະ ກ່ອນ​ທີ່​ພວກ​ເຈົ້າ​ຈະ​ຮູ້​ສຶກ​ທໍ້​ໃຈ​ກັບ​ພາ​ລະ​ໜ້າ​ທີ່​ເພີ່ມ​ເຕີມ, ກະ​ລຸ​ນາ​ຈື່​ໄວ້​ວ່າ ສະ​ມາ​ຊິກ​ລູກ​ເຮືອ​ໄດ້​ຮັບ​ບາງ​ສິ່ງ​ທີ່​ຜູ້​ໂດຍ​ສານ​ຄົນ​ອື່ນໆ​ບໍ່​ໄດ້​ຮັບ ນັ້ນ​ກໍ​ຄື: ຄ່າ​ຕອບ​ແທນ. ແອວ​ເດີ ນຽວ ແອວ ແອນ​ເດີ​ເຊັນ ໄດ້​ກ່າວ​ວ່າ, “ມີ​ພະ​ລັງ​ທາງ​ວິນ​ຍານ​ທີ່​ຊົດ​ເຊີຍ​ໃຫ້​ສຳ​ລັບ​ຄວາມ​ຊອບ​ທຳ,” ລວມ​ທັງ “ການ​ຮັບ​ຮອງ​ທີ່​ຍິ່ງ​ໃຫຍ່​ກວ່າ, ການ​ຢືນ​ຢັນ​ທີ່​ຍິ່ງ​ໃຫຍ່​ກວ່າ, ແລະ ຄວາມ​ໝັ້ນ​ໃຈ​ທີ່​ຍິ່ງ​ໃຫຍ່​ກວ່າ.” ເຊັ່ນ​ດຽວ​ກັບ​ອັບ​ຣາ​ຮາມ​ໃນ​ສະ​ໄໝ​ບູ​ຮານ, ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ສຸກ ແລະ ຄວາມ​ສະ​ຫງົບ​ທີ່​ຍິ່ງ​ໃຫຍ່​ກວ່າ, ຄວາມ​ຊອບ​ທຳ​ທີ່​ຍິ່ງ​ໃຫຍ່​ກວ່າ, ແລະ ຄວາມ​ຮູ້​ທີ່​ຍິ່ງ​ໃຫຍ່​ກວ່າ. ຄ່່າ​ຕອບ​ແທນ​ຂອງ​ພວກ​ເຈົ້າ​ບໍ່​ແມ່ນ​ພຽງ​ແຕ່​ຜາ​ສາດ​ໃນ​ສະ​ຫວັນ ແລະ ຖະ​ໜົນ​ທີ່​ປູ​ດ້ວຍ​ຄຳ​ເທົ່າ​ນັ້ນ. ມັນ​ອາດ​ເປັນ​ເລື່ອງ​ງ່າຍ​ສຳ​ລັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ທີ່​ຈະ​ໃຫ້​ທຸກ​ຢ່າງ​ທີ່​ພຣະ​ອົງ​ມີ​ແກ່​ພວກ​ເຈົ້າ. ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ອົງ​ຄື​ການ​ຊ່ວຍ​ໃຫ້​ພວກ​ເຈົ້າ​ກາຍ​ເປັນ​ທຸກ​ສິ່ງ​ທີ່​ພຣະ​ອົງ​ເປັນ. ດັ່ງ​ນັ້ນ, ຂໍ້​ຜູກ​ມັດ​ຂອງ​ພວກ​ເຈົ້າ​ຈຶ່ງ​ຮຽກ​ຮ້ອງ​ຈາກ​ພວກ​ເຈົ້າ​ຫລາຍ​ຂຶ້ນ, ເພາະ​ວ່າ​ນັ້ນ​ແມ່ນ​ວິ​ທີ​ທີ່​ພຣະ​ເຈົ້າ​ຈະ​ຊ່ວຍ​ໃຫ້​ພວກ​ເຈົ້າ​ບັນ​ລຸ​ສັກ​ກະ​ຍະ​ພາບ​ສູງ​ສຸດ​ຂອງ​ພວກ​ເຈົ້າ.

ມັນ “ເປັນ​ການ​ຂໍ​ຫລາຍ​ເກີນ​ໄປ​ສຳ​ລັບ​ໃຜ​ຄົນ​ໜຶ່ງ, ແຕ່​ພວກ​ເຈົ້າ​ບໍ່​ແມ່ນ​ແຕ່​ໃຜ​ຄົນ​ໜຶ່ງ​ເທົ່າ​ນັ້ນ”! ພວກ​ເຈົ້າ​ເປັນ​ຊາວ​ໜຸ່ມ​ແຫ່ງ​ສິດ​ກຳ​ເນີດ​ອັນ​ສູງ​ສົ່ງ. ຄວາມ​ສຳ​ພັນ​ຂອງ​ພວກ​ເຈົ້າ​ກັບ​ພຣະ​ເຈົ້າ ແລະ ພຣະ​ເຢ​ຊູ​ຄຣິດ ເປັນ​ຄວາມ​ສຳ​ພັນ​ແຫ່ງ​ຄວາມ​ໄວ້​ວາງ​ໃຈ ຊຶ່ງ​ພວກ​ເຈົ້າ​ສາ​ມາດ​ເຂົ້າ​ເຖິງ​ພຣະ​ຄຸນ​ຂອງ​ພວກ​ພຣະ​ອົງ​ທີ່​ຍິ່ງ​ໃຫຍ່​ກວ່າ—ຄວາມ​ຊ່ວຍ​ເຫລືອ​ແຫ່ງ​ສະ​ຫວັນ, ກຳ​ລັງ​ແຫ່ງ​ຂອງ​ປະ​ທານ​ສັກ​ສິດ, ແລະ ອຳ​ນາດ​ທີ່​ມີ​ລິດ​ທາ​ນຸ​ພາບ. ອຳ​ນາດ​ນັ້ນ​ບໍ່​ແມ່ນ​ພຽງ​ແຕ່​ຄວາມ​ເຊື່ອ​ທີ່​ຢູ່​ເໜືອ​ເຫດ​ຜົນ, ເຄື່ອງ​ລາງ​ນຳ​ໂຊກ, ຫລື ປະ​ກົດ​ການ​ຄວາມ​ຄາດ​ຫວັງ​ສ້າງ​ຄວາມ​ຈິງ​ເທົ່າ​ນັ້ນ. ມັນ​ມີ ຈິງ.

ເມື່ອ​ພວກ​ເຈົ້າ​ບັນ​ລຸ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ສິດ​ກຳ​ເນີດ​ຂອງ​ພວກ​ເຈົ້າ, ພວກ​ເຈົ້າ​ຈະ​ບໍ່​ມີ​ວັນ​ໂດດ​ດ່ຽວ. ເຈົ້າ​ນາຍ​ຂອງ​ສວນ​ອະ​ງຸ່ນ​ຈະ​ເຮັດ​ວຽກ​ກັບ​ພວກ​ເຈົ້າ. ພວກ​ເຈົ້າ​ກຳ​ລັງ​ເຮັດ​ວຽກ​ຄຽງ​ຄູ່​ກັບ​ພຣະ​ເຢ​ຊູ​ຄຣິດ. ດ້ວຍ​ແຕ່​ລະ​ພັນ​ທະ​ສັນ​ຍາ​ໃໝ່—ແລະ ຂະ​ນະ​ທີ່​ຄວາມ​ສຳ​ພັນ​ຂອງ​ພວກ​ເຈົ້າ​ກັບ​ພຣະ​ອົງ​ເລິກ​ເຊິ່ງ​ຍິ່ງ​ຂຶ້ນ—ພວກ​ເຈົ້າ​ກັບ​ພຣະ​ອົງ​ກໍ​ຈະ​ຈັບ​ມື​ກັນ​ແໜ້ນ​ຂຶ້ນ​ເລື້ອຍໆ​ຈົນ​ກວ່າ​ຈະ​ກຳ​ມື​ກັນ​ຢ່າງ​ແໜ້ນ​ແຟ້ນ. ໃນ​ສັນ​ຍາ​ລັກ​ອັນ​ສັກ​ສິດ​ຂອງ​ພຣະ​ຄຸນ​ຂອງ​ພຣະ​ອົງ, ພວກ​ເຈົ້າ​ຈະ​ພົບ​ທັງ​ຄວາມ​ປາດ​ຖະ​ໜາ ແລະ ກຳ​ລັງ ທີ່​ຈະ​ດຳ​ລົງ​ຊີ​ວິດ​ເໝືອນ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ດຳ​ລົງ​ຊີ​ວິດ—ຕ່າງ​ຈາກ​ໂລກ. ພວກ​ເຈົ້າ​ສາ​ມາດ​ເຮັດ​ໄດ້​ເພາະ​ພຣະ​ເຢ​ຊູ​ຄຣິດ​ໜຸນ​ຫລັງ​ພວກ​ເຈົ້າ​ຢູ່!

ໃນ 2 ນີ​ໄຟ 2:6 ເຮົາ​ອ່ານ​ວ່າ, “ດັ່ງ​ນັ້ນ, ການ​ໄຖ່​ຈຶ່ງ​ມາ​ເຖິງ​ໂດຍ​ຜ່ານ​ທາງ​ພຣະ​ເມ​ຊີ​ອາ​ຜູ້​ບໍ​ລິ​ສຸດ; ເພາະ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ພຣະ​ຄຸນ ແລະ ຄວາມ​ຈິງ.” ເພາະ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ຄວາມ​ຈິງ, ພຣະ​ອົງ​ຈຶ່ງ​ເຫັນ​ພວກ​ເຈົ້າ​ໃນ​ແບບ​ທີ່​ພວກ​ເຈົ້າ​ເປັນ​ແທ້ໆ—ຂໍ້​ບົກ​ພ່ອງ, ຄວາມ​ອ່ອນ​ແອ, ຄວາມ​ກິນ​ແໜງ, ແລະ ທຸກ​ຢ່າງ. ເພາະ​ພຣະ​ອົງ​ເຕັມ​ໄປ​ດ້ວຍ​ພຣະ​ຄຸນ, ພຣະ​ອົງ​ຈຶ່ງ​ເຫັນ​ພວກ​ເຈົ້າ​ໃນ​ແບບ​ທີ່​ພວກ​ເຈົ້າ​ສາ​ມາດ​ເປັນ​ໄດ້​ແທ້ໆ. ພຣະ​ອົງ​ພົບ​ພວກ​ເຈົ້າ​ໃນ​ບ່ອນ​ທີ່​ພວກ​ເຈົ້າ​ຢູ່ ແລະ ຊ່ວຍ​ພວກ​ເຈົ້າ​ກັບ​ໃຈ ແລະ ປັບ​ປຸງ, ເອົາ​ຊະ​ນະ ແລະ ກາຍ​ເປັນ.

“ໂອ ຊາວ​ໜຸ່ມ​ແຫ່ງ​ສິດ​ກຳ​ເນີດ​ອັນ​ສູງ​ສົ່ງ, ເດີນ​ຕໍ່​ໄປ, ເດີນ​ຕໍ່​ໄປ, ເດີນ​ຕໍ່​ໄປ!” ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ຮັກ—ແລະ ພວກ​ເຈົ້າ​ໄດ້​ຮັບ​ຄວາມ​ໄວ້​ວາງ​ໃຈ—ໃນ​ມື້​ນີ້, ໃນ​ອີກ 20 ປີ, ແລະ ຕະ​ຫລອດ​ໄປ. ຢ່າ​ຂາຍ​ສິດ​ກຳ​ເນີດ​ຂອງ​ພວກ​ເຈົ້າ​ເພື່ອ​ແລກ​ກັບ​ແກງ​ໝາກ​ຖົ່ວ. ຢ່າ​ແລກ​ທຸກ​ສິ່ງ​ກັບ​ສິ່ງ​ທີ່​ເປົ່າ​ວ່າງ. ຢ່າ​ປ່ອຍ​ໃຫ້​ໂລກ​ປ່ຽນ​ພວກ​ເຈົ້າ ເມື່ອ​ພວກ​ເຈົ້າ​ໄດ້​ເກີດ​ມາ​ເພື່ອ​ປ່ຽນ​ໂລກ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ໃນ Stuart Hample and Eric Marshall, Children’s Letters to God (1991).

  2. ເບິ່ງ Russell M. Nelson, “Thanks for the Covenant” (Brigham Young University devotional, Nov. 22, 1988), speeches.byu.edu.

  3. 3 ນີ​ໄຟ 20:26; ເບິ່ງ Russell M. Nelson, “Choices for Eternity” (ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຜູ້​ໃຫຍ່​ໜຸ່ມ​ທົ່ວ​ໂລກ, ວັນທີ 15 ເດືອນ​ພຶດ​ສະ​ພາ, 2022), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; Russell M. Nelson, “Children of the Covenant,” Ensign, May 1995, 32–35 ນຳ​ອີກ.

  4. ເບິ່ງ 3 ນີ​ໄຟ 20:25; ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ພັນ​ທະ​ສັນ​ຍາ​ຂອງ​ອັບ​ຣາ​ຮາມ” ນຳ​ອີກ; ເບິ່ງ ອັບ​ຣາ​ຮາມ 2:6 (ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ: ລັດ​ສະ​ໝີ​ພາບ​ຊັ້ນ​ສູງ, ຄອບ​ຄົວ​ນິ​ລັນ​ດອນ), ປະ​ຖົມ​ມະ​ການ 13:16; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 132:30–31 (ລູກ​ຫລານ: ການ​ເພີ່ມ​ຂຶ້ນ​ນິ​ລັນ​ດອນ), ແລະ ອັບ​ຣາ​ຮາມ 1:18; 2:11 (ຖາ​ນະ​ປະ​ໂລ​ຫິດ: ສິດ​ອຳ​ນາດ, ຂໍ​ກະ​ແຈ, ພິ​ທີ​ການ, ພັນ​ທະ​ສັນ​ຍາ, ແລະ ອຳ​ນາດ​ແຫ່ງ​ສະ​ຫວັນ; Russell M. Nelson, “Rejoice in the Gift of Priesthood Keys,” Liahona, May 2024, 119–23 ນຳ​ອີກ.

  5. “Carry On,” Hymns, no. 255.

  6. ເບິ່ງ Russell M. Nelson, “Youth of the Noble Birthright: What Will You Choose?” (ລາຍ​ການ​ໃຫ້​ຄຳ​ດົນ​ໃຈ​ລະ​ບົບ​ການ​ສຶກ​ສາ​ຂອງ​ສາດ​ສະ​ໜາ​ຈັກ​ສຳ​ລັບ​ຄົນ​ໜຸ່ມ​ໂສດ, ວັນ​ທີ 6 ເດືອນ​ກັນ​ຍາ, 2013), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ; ເບິ່ງ Russell M. Nelson, “Thanks for the Covenant,” speeches.byu.edu; ຄູ່​ມື​ພຣະ​ຄຳ​ພີ, “ລູກ​ກົກ” ນຳ​ອີກ.

  7. ເບິ່ງ ລູ​ກາ 12:42; 17:7–10.

  8. ເບິ່ງ ໂຣມ 8:17; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:54–55; 88:107 ນຳ​ອີກ.

  9. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ມັນ​ເປັນ​ການ​ເລັກ​ໜ້ອຍ” (1 ນີ​ໄຟ 21:6).

  10. ເບິ່ງ 1 ເປ​ໂຕ 2:9.

  11. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ, “ເຈົ້າ​ຄື​ຜູ້​ຮັບ​ໃຊ້​ຂອງ​ເຮົາ, ໂອ້ ອິດ​ສະ​ຣາ​ເອນ​ເອີຍ” (1 ນີ​ໄຟ 21:3).

  12. ເບິ່ງ ອົບ​ພະ​ຍົບ 2:25.

  13. ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ (2022), 4; ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 84:18–25; 107:18–21; Russell M. Nelson, “Youth of the Noble Birthright: What Will You Choose?” ນຳ​ອີກ.

  14. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77.

  15. ເບິ່ງ 1 ເປ​ໂຕ 2:9.

  16. ເບິ່ງ ໂມ​ເຊ 1:6; ເບິ່ງ “ຄຳ​ຂວັນ​ຂອງ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

  17. Teachings of Presidents of the Church: Brigham Young (1997), 309.

  18. Ardeth Greene Kapp, I Walk by Faith (1987), 97.

  19. ເບິ່ງ ໂມ​ໄຊ​ຢາ 2:22, 41; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:23.

  20. Neil L. Andersen, “A Compensatory Spiritual Power for the Righteous” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 18 ເດືອນ​ສິງ​ຫາ, 2015), 3, speeches.byu.edu.

  21. ເບິ່ງ ອັບ​ຣາ​ຮາມ 1:2.

  22. ເບິ່ງ Dallin H. Oaks, With Full Purpose of Heart (2002), 38.

  23. Kenneth Cope, “The Best for Last,” Voices (album, 1991).

  24. ເບິ່ງ ແອວ​ມາ 53:20; 57:27.

  25. ເບິ່ງ Dieter F. Uchtdorf, “The Gift of Grace,” Liahona, May 2015, 107; ເບິ່ງ ຄູ່​ມື​ພຣະ​ຄຳ​ພີ, “ພຣະ​ຄຸນ” ນຳ​ອີກ. ຂ້າ​ພະ​ເຈົ້າ​ເຄີຍ​ສັບ​ສົນ​ກັບ​ຫລາຍໆ​ຄຳ​ອະ​ທິ​ບາຍ​ກ່ຽວ​ກັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ​ທີ່​ພົບ​ຢູ່​ທົ່ວ​ພຣະ​ຄຳ​ພີ. ມັນ​ເວົ້າ​ເຖິງ​ພຣະ​ຄຸນ​ວ່າ​ເປັນ​ອຳ​ນາດ​ທີ່​ມີ​ລິດ​ທາ​ນຸ​ພາບ (ເບິ່ງ ຟີ​ລິບ​ປອຍ 4:13) ແຕ່​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ຄຣິດ​ກໍ​ເປັນ​ອຳ​ນາດ​ເຊັ່ນ​ກັນ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 88:13). ເຮົາ​ອ່ານ​ກ່ຽວ​ກັບ​ອຳ​ນາດ​ແຫ່ງ​ສັດ​ທາ (ເບິ່ງ ແອວ​ມາ 18:35), ອຳ​ນາດ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ (ເບິ່ງ ໂມ​ໂຣ​ໄນ 10:7), ແລະ ອຳ​ນາດ​ຈາກ​ເບື້ອງ​ບົນ​ໃນ​ພຣະ​ວິ​ຫານ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 38:32; 105:11). ພຣະ​ຄຳ​ພີ​ຍັງ​ສິດ​ສອນ​ກ່ຽວ​ກັບ​ອຳ​ນາດ​ແຫ່ງ​ຖາ​ນະ​ປະ​ໂລ​ຫິດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 113:8). ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ເຂົ້າ​ໃຈ​ໄດ້​ວ່າ ບ່ອນ​ໃດ​ອັນ​ໜຶ່ງ​ຈົບ ແລະ ບ່ອນ​ໃດ​ອັນ​ອື່ນ​ເລີ່ມ. ໃນ​ທີ່​ສຸດ, ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ “ບໍ່​ມີ​ອຳ​ນາດ​ອື່ນ​ອີກ, ນອກ​ຈາກ​ອຳ​ນາດ​ຂອງ​ພຣະ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:7; ເບິ່ງ ໂຣມ 13:1 ນຳ​ອີກ.) ການ​ຈຳ​ແນກ​ທີ່​ແຕກ​ຕ່າງ​ກັນ​ສຳ​ລັບ​ອຳ​ນາດ​ຂອງ​ພຣະ​ເຈົ້າ ບໍ່​ໄດ້​ອະ​ທິ​ບາຍ​ເຖິງ​ອຳ​ນາດ​ທີ່​ແຕກ​ຕ່າງ​ກັນ ແຕ່​ຫາກ​ມີ​ຈຳ​ນວນ, ການ​ນຳ​ໃຊ້, ແລະ ແງ່​ທີ່​ແຕກ​ຕ່າງ​ກັນ​ຂອງ​ອຳ​ນາດ​ດຽວ​ກັນ​ນັ້ນ.

  26. ເບິ່ງ ຢາ​ໂຄບ 5:72.

  27. ເບິ່ງ ຢາ​ໂຄບ 6:5.

  28. ເບິ່ງ 3 ນີ​ໄຟ 22:17.

  29. Hymns, no. 255.

  30. ເບິ່ງ ປະ​ຖົມ​ມະ​ການ 25:29–34.

  31. ເບິ່ງ 3 ນີ​ໄຟ 20:38; ເບິ່ງ ເອ​ຊາ​ຢາ 55:2 ນຳ​ອີກ.