2020–2024
ວັນ​ທີ່​ບໍ່​ສາ​ມາດ​ລືມ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸ​ລາ 2024


14:19

ວັນ​ທີ່​ບໍ່​ສາ​ມາດ​ລືມ

ໃນ​ຊ່ວງ​ເວ​ລາ​ຕໍ່​ໄປ​ນີ້​ຈະ​ເປັນ​ໂອ​ກາດ​ທີ່​ເພີ່ມ​ຫລາຍ​ຂຶ້ນ​ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ແຫ່ງ​ຫົນ ໃນ​ການ​ແບ່ງ​ປັນ​ຂ່າວ​ດີ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຄຳ​ນຳ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ປະ​ຫວັດ​ສາດ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ສະ​ໄໝ​ນີ້ ແມ່ນ​ເຕັມ​ໄປ​ດ້ວຍ​ປະ​ສົບ​ການ​ອັນ​ສັກ​ສິດ ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ນຳ​ພາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ. ເຖິງ​ແນວ​ໃດ​ກໍ​ຕາມ, ມີ​ໜຶ່ງ​ທົດ​ສະ​ວັດ​ໃນ​ປະ​ຫວັດ​ສາດ​ຂອງ​ພວກ​ເຮົາ​ທີ່​ໂດດ​ເດັ່ນ​ເໜືອ​ທົດ​ສະ​ວັດ​ອື່ນ​ໃດ—ທົດ​ສະ​ວັດ​ຈາກ​ປີ 1820 ເຖິງ​ປີ 1830. ເລີ່ມ​ຕົ້ນ​ດ້ວຍ​ປະ​ສົບ​ການ​ຂອງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ ຢູ່​ໃນ​ປ່າ​ສັກ​ສິດ ໃນ​ລະ​ດູ​ໃບ​ໄມ້​ປົ່ງ​ຂອງ​ປີ 1820, ເມື່ອ​ເພິ່ນ​ໄດ້​ເຫັນ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ດຳ​ເນີນ​ຕໍ່​ໄປ​ຈົນ​ເຖິງ​ວັນ​ທີ 6 ເດືອນ​ເມ​ສາ, 1830, ຊຶ່ງ​ທົດ​ສະ​ວັດ​ນັ້ນ​ບໍ່​ຄື​ກັບ​ທົດ​ສະ​ວັດ​ໃດໆ.

ໂມ​ໂຣ​ໄນ​ກຳ​ລັງ​ມອບ​ແຜ່ນ​ຈາ​ລຶກ​ຄຳ.
ການ​ຟື້ນ​ຟູ​ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ.
ອໍ​ລີ​ເວີ ຄາວ​ເດີ​ຣີ.

ລອງ​ພິ​ຈາ​ລະ​ນາ​ເຫດ​ການ​ທີ່​ໜ້າ​ອັດ​ສະ​ຈັນ​ເຫລົ່າ​ນີ້! ສາດ​ສະ​ດາ​ໜຸ່ມ​ໄດ້​ສົນ​ທະ​ນາ​ກັບ​ທູດ​ໂມ​ໂຣ​ໄນ, ໄດ້​ແປ​ແຜ່ນ​ຈາ​ລຶກ​ຄຳ, ແລະ ໄດ້​ຈັດ​ພິມ​ພຣະ​ຄຳ​ພີ​ມໍ​ມອນ! ເພິ່ນ​ໄດ້​ເປັນ​ເຄື່ອງ​ມື ຊຶ່ງ​ຜ່ານ​ທາງ​ເພິ່ນ ຖາ​ນະ​ປະ​ໂລ​ຫິດ​ແຫ່ງ​ອາ​ໂຣນ ແລະ ເມນ​ຄີ​ເສ​ເດັກ​ໄດ້​ຖືກ​ຟື້ນ​ຟູ, ແລະ ແລ້ວ​ເພິ່ນ​ໄດ້​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ​ຂຶ້ນ! ອໍ​ລີ​ເວີ ຄາວ​ເດີ​ຣີ ໄດ້​ບັນ​ຍາຍ​ເຖິງ​ຍຸກ​ນັ້ນ​ໄວ້​ຢ່າງ​ດີ: “ວັນ​ທີ່​ບໍ່​ສາ​ມາດ​ລືມ.” ເຫດ​ການ​ມະ​ຫັດ​ສະ​ຈັນ​ໄດ້​ສືບ​ຕໍ່​ມາ​ຈົນ​ເຖິງ​ທຸກ​ວັນ​ນີ້.

ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ຢ່າງ​ກ້າ​ຫານ​ວ່າ ປີ​ນີ້​ເຮົາ​ໄດ້​ເລີ່ມ​ຕົ້ນ​ທົດ​ສະ​ວັດ​ທີ່​ອາດ​ພິ​ສູດ​ໄດ້​ວ່າ ເປັນ​ທົດ​ສະ​ວັດ​ທີ່​ຍິ່ງ​ໃຫຍ່​ພໍໆ​ກັບ​ທົດ​ສະ​ວັດ​ແຫ່ງ​ການ​ກໍ່​ຕັ້ງ ເມື່ອ​ເກືອບ​ສອງ​ສັດ​ຕະ​ວັດ​ມາ​ແລ້ວ.

ທົດ​ສະ​ວັດ​ຂອງ​ເຮົາ

ຂ້າ​ພະ​ເຈົ້າ​ຈະ​ອະ​ທິ​ບາຍ​ໃຫ້​ຟັງ. ລະ​ຫວ່າງ​ປີ 2024 ນີ້, ແລະ ປີ 2034, ເຮົາ​ຈະ​ປະ​ສົບ​ກັບ​ເຫດ​ການ​ສຳ​ຄັນ​ທີ່​ຈະ​ສົ່ງ​ຜົນ​ໃຫ້​ເກີດມີ​ໂອ​ກາດ​ພິ​ເສດ​ໃນ​ການ​ຮັບ​ໃຊ້, ການ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ກັບ​ສະ​ມາ​ຊິກ ແລະ ໝູ່​ເພື່ອນ, ແລະ ເພື່ອ​ແນະ​ນຳ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃຫ້​ຜູ້​ຄົນ​ຮູ້​ຈັກ​ຫລາຍ​ກວ່າ​ທີ່​ເຄີຍ​ມີ​ມາ.

ການ​ສະ​ເຫລີມ​ສະ​ຫລອງ​ວັນ​ເກີດ​ຄົບ​ຮອບ 100 ປີ​ຂອງ​ປະ​ທານ​ແນວ​ສັນ.

ເຮົາ​ຫາ​ກໍ​ໄດ້​ເປັນ​ພະ​ຍານ​ເຖິງ​ອຳ​ນາດ​ຂອງ​ຊ່ວງ​ເວ​ລາ​ປະ​ຫວັດ​ສາດ ໃນ​ຂະ​ນະ​ທີ່​ເຮົາ​ໄດ້​ຮ່ວມ​ກັບ​ຜູ້​ຄົນ​ນັບ​ສິບ​ລ້ານ​ຄົນ ເພື່ອ​ສະ​ເຫລີມ​ສະ​ຫລອງ​ວັນ​ເກີດ​ຄົບ​ຮອບ 100 ປີ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ.

ເມື່ອ​ລາຍ​ງານ​ວັນ​ເກີດ​ຂອງ​ປະ​ທານ​ແນວ​ສັນ, Newsweek ໄດ້​ຂຽນ​ຫົວ​ຂໍ້​ຂ່າວ​ວ່າ, “ຜູ້​ນຳ​ສາດ​ສະ​ໜາ​ທີ່​ອາ​ຍຸ​ຫລາຍ​ທີ່​ສຸດ​ໃນ​ໂລກ ມີ​ອາ​ຍຸ​ຄົບ 100 ປີ.” ແລ້ວ​ເຂົາ​ເຈົ້າ​ໄດ້​ຈັດ​ລຽງ​ລຳ​ດັບ​ຜູ້​ນຳ​ສາດ​ສະ​ໜາ​ທີ່​ອາ​ວຸ​ໂສ​ທີ່​ສຸດ 10 ຄົນ—ໂດຍ​ມີ​ປະ​ທານ​ແນວ​ສັນ​ເປັນ​ອັນ​ດັບ​ແລກ​ໃນ​ລາຍ​ຊື່ ຊຶ່ງ​ລວມ​ທັງ​ສັນ​ຕະ​ປາ​ປາ ແຟຣນ​ຊິສ ແລະ ອົງ​ດາ​ໄລ​ລາ​ມະ.

ຄຳ​ຖະ​ແຫລງ​ສະ​ບັບ​ນີ້​ຈາກ​ບົດ​ຄວາມ​ໃນ New York Times ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ຄະ​ຕິ​ຂອງ​ການ​ລາຍ​ງານ​ຂ່າວ​ລະ​ດັບ​ນາໆ​ຊາດ​ຈຳ​ນວນ​ຫລາຍ: “ໃນ​ຮອບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ [ສະ​ຫະ​ລັດ] ທີ່​ໄດ້​ກະ​ຕຸ້ນ​ໃຫ້​ຄົ້ນ​ຫາ​ຈິດ​ວິນ​ຍານ​ກ່ຽວ​ກັບ​ການ​ແກ່​ຊະ​ລາ ແລະ ການ​ເປັນ​ຜູ້​ນຳ, ເຫດ​ການ​ສຳ​ຄັນ​ຂອງ​ທ່ານ ແນວ​ສັນ​ແນະ​ນຳ​ວ່າ, ຢ່າງ​ໜ້ອຍ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ເພິ່ນ, ອາ​ຍຸ​ທີ່​ມີ​ສາມ​ຕົວ​ເລກ​ບໍ່​ຄ່ອຍ​ຈະ​ໜ້າ​ຕຳ​ໜິ​ຫລາຍ​ປານ​ໃດ. ເພິ່ນ​ເປັນ​ບຸກ​ຄົນ​ທີ່​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ຜູ້​ບໍ່​ໄດ້​ເບິ່ງ​ປະ​ທານ​ຂອງ​ຕົນ​ເປັນ​ພຽງ​ຜູ້​ບໍ​ລິ​ຫານ​ເທົ່າ​ນັ້ນ ແຕ່​ໃນ​ຖາ​ນະ ‘ສາດ​ສະ​ດາ, ຜູ້​ພະ​ຍາ​ກອນ, ແລະ ຜູ້​ເປີດ​ເຜີຍ​ນຳ​ອີກ.’”

ພວກ​ເຮົາ​ມີ​ຄວາມ​ກະ​ຕັນ​ຍູ​ຫລາຍ​ທີ່​ວັນ​ສຳ​ຄັນ​ຂອງ​ປະ​ທານ​ແນວ​ສັນ ເຮັດ​ໃຫ້​ເຮົາ​ມີ​ໂອ​ກາດ​ແນະ​ນຳ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໃຫ້​ຜູ້​ຄົນ​ທົ່ວ​ໂລກ​ໃຫ້​ຮູ້​ຈັກ, ຊຶ່ງ​ເປັນ​ການ​ສະ​ເຫລີມ​ສະ​ຫລອງ ທີ່​ບໍ່​ສາ​ມາດ​ລືມ.

ລານ​ອາ​ຄານ​ສຳ​ນັກ​ງານ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ໄດ້​ຮັບ​ການ​ປັບ​ປຸງ​ໃໝ່.

ໃນ​ຕົ້ນ​ລະ​ດູ​ໄບ​ໃມ້​ປົ່ງ​ປີ​ນີ້, ລານ​ຕຶກ​ທີ່​ຖືກ​ສ້ອມ​ແປງ​ໃໝ່​ໃນ​ບໍ​ລິ​ເວນ​ພຣະ​ວິ​ຫານ—ທຸງ​ນາໆ​ຊາດ ທີ່​ເປັນ​ຕົວ​ແທນ​ຂອງ​ປະ​ເທດ​ຕ່າງໆ ບ່ອນ​ທີ່​ສາດ​ສະ​ໜາ​ຈັກ​ຖືກ​ຮັບ​ຮູ້—ໄດ້​ຖືກ​ເປີດ​ຕົວ. ທາງ​ເຂົ້າ​ລານ​ຕຶກ​ຖືກ​ໝາຍ​ໄວ້​ໂດຍ​ອາ​ນຸ​ສາ​ວະ​ລີ​ຫີນ​ປູນ​ດ້ວຍ​ຄຳ​ທຳ​ນາຍ​ເຫລົ່າ​ນີ້: “ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ຍຸກ​ສຸດ​ທ້າຍ, ເມື່ອ​ຈະ​ມີ​ພູ​ທີ່​ເປັນ​ບ່ອນ​ຕັ້ງ​ພຣະ​ວິ​ຫານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖືກ​ສະ​ຖາ​ປະ​ນາ​ຂຶ້ນ​ເທິງ​ຈອມ​ພູ​ທັງ​ຫລາຍ ຊຶ່ງ​ມັນ​ຈະ​ສູງ​ກວ່າ​ເນີນ​ພູ​ທຸກໆ​ໜ່ວຍ ແລະ ປະ​ຊາ​ຊາດ​ທັງ​ປວງ​ຈະ​ຫລັ່ງ​ໄຫລ​ໄປ​ບ່ອນ​ນັ້ນ.”

ແນ່​ນອນ​ທີ່​ເຫດ​ການ​ສຳ​ຄັນ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ຊ່ວງ 10 ປີ​ຂ້າງ​ໜ້າ ອາດ​ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ໜຶ່ງ​ທີ່​ຄຳ​ທຳ​ນາຍ​ຂອງ​ເອ​ຊາ​ຢາ​ກຳ​ລັງ​ຈະ​ເກີດ​ເປັນ​ຈິງ.

ພຣະ​ວິ​ຫານ​ເຊົາ​ເລັກ.

ລອງ​ໄຕ່​ຕອງ​ເຖິງ​ຈຳ​ນວນ​ພຣະ​ວິ​ຫານ​ຫລວງ​ຫລາຍ​ທີ່​ເປີດ​ໃຫ້​ເຂົ້າ​ຊົມ ແລະ ອຸ​ທິດ ທີ່​ວາງ​ແຜນ​ໃຫ້​ເກີດ​ຂຶ້ນ​ໃນ​ທົດ​ສະ​ວັດ​ຕໍ່​ໄປ, ຊຶ່ງ​ອາດ​ຈະ​ມີ​ເຖິງ 164 ແຫ່ງ ແລະ ຈະ​ເພີ່ມ​ຂຶ້ນ​ເລື້ອຍໆ. ລອງ​ນຶກ​ພາບ​ວ່າ​ທ່ານ ແລະ ໝູ່​ເພື່ອນ​ຂອງ​ທ່ານ​ຫລາຍ​ສິບ​ລ້ານ​ຄົນ​ຍ່າງ​ຜ່ານ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ຈຸດ​ສູນ​ກາງ​ສັນ​ຍາ​ລັກ​ຂອງ​ເຫດ​ການ​ເຫລົ່າ​ນີ້​ຈະ​ເປັນ​ການ​ອຸ​ທິດ​ພຣະ​ວິ​ຫານ​ເຊົາ​ເລັກ ແລະ ກິດ​ຈະ​ກຳ​ຕ່າງໆ​ທີ່​ກ່ຽວ​ຂ້ອງ. ນີ້​ຈະ​ເປັນ​ວັນ​ທີ່​ບໍ່​ສາ​ມາດ​ລືມ​ຢ່າງ​ແນ່​ນອນ.

ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ.

ປີ 2030 ຈະ​ມີ​ໂອ​ກາດ​ທົ່ວ​ໂລກ​ໃນ​ການ​ຮ່ວມ​ສະ​ເຫລີມ​ສະ​ຫລອງ​ວາ​ລະ​ຄົບ​ຮອບ​ສອງ​ຮ້ອຍ​ປີ ຂອງ​ການ​ຈັດ​ຕັ້ງ​ສາດ​ສະ​ໜາ​ຈັກ. ເຖິງ​ແມ່ນ​ມັນ​ໄວ​ເກີນ​ໄປ​ທີ່​ຈະ​ເວົ້າ​ເຖິງ​ວິ​ທີ​ທີ່​ສາດ​ສະ​ໜາ​ຈັກ​ຈະ​ຮັບ​ຮູ້​ເຫດ​ການ​ສຳ​ຄັນ​ນີ້​ແນວ​ໃດ, ແຕ່​ແນ່​ນອນ​ມັນ​ຈະ​ເຮັດ​ໃຫ້​ເຮົາ​ສາ​ມາດ​ເຊື້ອ​ເຊີນ​ຄອບ​ຄົວ, ໝູ່​ເພື່ອນ, ເພື່ອນ​ຮ່ວມ​ງານ, ແລະ ແຂກ​ຜູ້​ມີ​ກຽດ ໃຫ້ “ມາ​ເບິ່ງ” ແລະ ເພື່ອ​ຈະ​ເຂົ້າ​ໃຈ​ໄດ້​ດີ​ຂຶ້ນ ເຖິງ​ຜົນ​ກະ​ທົບ​ອັນ​ມີ​ພະ​ລັງ ທີ່​ພຣະ​ວິ​ຫານ​ມີ​ຢູ່​ໃນ​ຊີ​ວິດ​ຂອງ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ.

ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ປີ​2002 ໃນ​ເມືອງ​ເຊົາ​ເລັກ.

ໃນ​ປີ 2034, ບຸກ​ຄົນ​ສຳ​ຄັນ, ນັກ​ທ່ອງ​ທ່ຽວ, ນັກ​ກິ​ລາ​ທົ່ວ​ໂລກ ນັບ​ຫລາຍ​ພັນ​ຄົນ​ຈະ​ຫລັ່ງ​ໄຫລ​ໄປ​ຕາມ​ຖະ​ໜົນ​ຫົນ​ທາງ​ຂອງ​ເມືອງ​ເຊົາ​ເລັກ, ຊຶ່ງ​ເປັນ​ເວ​ທີ​ສຳ​ລັບ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ. ບາງ​ທີ​ອາດ​ບໍ່​ມີ​ການ​ສາ​ທິດ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ທົ່ວ​ໂລກ ທີ່​ຍິ່ງ​ໃຫຍ່​ກວ່າ​ການ​ສະ​ແດງ​ອອກ​ໃນ​ກິ​ລາ​ໂອ​ລິມ​ປິກ. ສາຍ​ຕາ​ຂອງ​ຄົນ​ທົ່ວ​ໂລກ​ຈະ​ຈ້ອງມອງ​ຢູ່​ທີ່​ສາດ​ສະ​ໜາ​ຈັກ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ເຮັດ​ໃຫ້​ມີ​ໂອ​ກາດ​ຢ່າງ​ຫລວງ​ຫລາຍ​ໃນ​ການ​ເປັນ​ອາ​ສາ​ສະ​ໝັກ, ຮັບ​ໃຊ້, ແລະ ແບ່ງ​ປັນ​ຂ່າວ​ດີ, ຜ່ານ​ທາງ​ການ​ກະ​ທຳ​ຄວາມ​ດີ—ຊຶ່ງ​ເປັນ​ເຫດ​ການ​ທີ່​ບໍ່​ສາ​ມາດ​ລືມ.

ຊ່ວງ​ເວ​ລາ​ທີ່​ຈະ​ມາ​ເຖິງ​ເຫລົ່າ​ນີ້​ຈະ​ໃຫ້​ໂອ​ກາດ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ທຸກ​ແຫ່ງ​ໄດ້​ແບ່ງ​ປັນ​ຂ່າວ​ດີ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຜ່ານ​ທາງ​ວາ​ຈາ ແລະ ການ​ກະ​ທຳ, ເປັນ​ທົດ​ສະ​ວັດ​ທີ່​ບໍ່​ສາ​ມາດ​ລືມ.

ຂ່າວ​ດີ

ໃນ​ການ​ປະ​ຊຸມ​ໜຶ່ງ​ອາ​ທິດ​ກ່ອນ​ວັນ​ເກີດ​ຂອງ​ເພິ່ນ, ປະ​ທານ​ແນວ​ສັນ​ໄດ້​ແບ່ງ​ປັນ​ເຫດ​ຜົນ​ທີ່​ເພິ່ນ​ທະ​ນຸ​ຖະ​ໜອມ​ວະ​ລີ​ທີ່​ວ່າ “ຂ່າວ​ດີ.” ໃນ​ທາງ​ຜິວ​ເຜີນ, ເພິ່ນ​ໄດ້​ສັງ​ເກດ​ເຫັນ​ວ່າ, ວະ​ລີ​ນີ້​ຟັງ​ແລ້ວ​ໜ້າ​ຊື່ນ​ຊົມ ແລະ ມີ​ຄວາມ​ສຸກ. ແຕ່ “ຂ່າວ​ດີ” ບົ່ງ​ບອກ​ຫລາຍ​ກວ່າ​ນັ້ນ. ເພິ່ນ​ໄດ້​ອະ​ທິ​ບາຍ​ວ່າ ວະ​ລີ​ນີ້​ມາ​ຈາກ​ພາ​ສາ​ກຣີກ​ເດີມ​ວ່າ euangelion, ຊຶ່ງ​ແປ​ວ່າ “ຂ່າວ​ປະ​ເສີດ” ​ຫລື “ພຣະ​ກິດ​ຕິ​ຄຸນ.” ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ​ໃນ​ຊີ​ວິດ​ນີ້ ແລະ ຊີ​ວິດ​ໜ້າ​ມັກ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ດັ່ງ​ນັ້ນ ວະ​ລີ​ທີ່​ວ່າ “ຂ່າວ​ດີ” ຈຶ່ງ​ສາ​ມາດ​ຈັບ​ຄວາມ​ໝາຍ​ສອງ​ຢ່າງ​ນີ້​ໃນ​ທາງ​ທີ່​ປະ​ເສີດ.

“ຊາຍ [ແລະ ຍິງ] ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີ​ຄວາມ​ສຸກ.” ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້​ຈັດ​ຕຽມ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ຊື່ນ​ຊົມ​ຜ່ານ​ທາງ​ພອນ​ຂອງ​ພຣະ​ອົງ. ສິ່ງ​ເຫລົ່າ​ນີ້​ແມ່ນ​ລວມ​ທັງ​ການ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ອົງ​ຊົ່ວ​ນິ​ລັນ​ດອນ​ເປັນ​ຄອບ​ຄົວ. ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ​ເປັນ​ສູນ​ກາງ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ໃນ​ການ​ໄຖ່​ເຮົາ. ເພື່ອ​ຈະ​ໄດ້​ຮັບ​ຊີ​ວິດ​ນິ​ລັນ​ດອນ, ເຮົາ​ຕ້ອງ​ມາ​ຫາ​ພຣະ​ຄຣິດ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ “ແລະ ຊ່ວຍ​ຄົນ​ອື່ນ​ໃຫ້​ເຮັດ​ຄື​ກັນ, ເຮົາ​ໄດ້​ມີ​ພາກ​ສ່ວນ​ໃນ​ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ຂອງ​ພຣະ​ເຈົ້າ.”

ຂ່າວ​ສານ​ຂອງ​ຂ່າວ​ດີ​ນີ້​ເຖິງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ ແມ່ນ​ຂ່າວ​ສານ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ໂລກ. ແລະ ນັ້ນ​ຄື​ທີ່​ມາ​ຂອງ​ຊາວ​ໜຸ່ມ ແລະ ຜູ້​ໃຫຍ່​ໜຸ່ມ​ຂອງ​ສາດ​ສະ​ໜາ​ຈັກ.

ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ

ບັດ​ນີ້, ໃນ​ຂະ​ນະ​ທີ່​ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ ອາດ​ເຕັມ​ໄປ​ດ້ວຍ​ວັນ ທີ່​ບໍ່​ສາ​ມາດ​ລືມ ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທຸກ​ຄົນ, ສິ່ງ​ນີ້​ສາ​ມາດ​ເປັນ​ຈິງ​ສຳ​ລັບ​ພວກ​ເຈົ້າ​ທີ່​ເປັນ​ຄົນ​ລຸ້ນ​ໃໝ່​ໂດຍ​ສະ​ເພາະ. ພວກ​ເຈົ້າ​ໄດ້​ມາ​ສູ່​ໂລກ​ໃນ​ຕອນ​ນີ້ ເພາະ​ພວກ​ເຈົ້າ​ໄດ້​ຖືກ​ເລືອກ​ໃຫ້​ຢູ່​ນີ້​ໃນ​ເວ​ລາ​ນີ້. ພວກ​ເຈົ້າ​ມີ​ພະ​ລັງ ແລະ ຄວາມ​ສາ​ມາດ​ພຽງ​ພໍ​ທີ່​ຈະ​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ຄິດ ໃນ​ວິ​ທີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ປະ​ທານ​ຈອດ ຄິວ ແຄນ​ນັນ ໄດ້​ສິດ​ສອນ​ວ່າ: “ພຣະ​ເຈົ້າ​ໄດ້​ສະ​ຫງວນ​ດວງ​ວິນ​ຍານ​ພິ​ເສດ​ໄວ້​ສຳ​ລັບ​ຍຸກ​ສະ​ໄໝ​ນີ້ ຜູ້​ທີ່​ກ້າ​ຫານ ແລະ ຕັ້ງ​ໃຈ​ທີ່​ຈະ​ປະ​ເຊີນ​ໂລກ, ແລະ ອຳ​ນາດ​ທັງ​ໝົດ​ຂອງ​ມານ​ຮ້າຍ [ແລະ ເພື່ອ] … ສ້າງ​ສາ​ຊີ​ໂອນ​ຂອງ​ພຣະ​ເຈົ້າ​ຂອງ​ເຮົາ​ຢ່າງ​ບໍ່​ມີ​ຄວາມ​ຢ້ານ​ກົວ​ຕໍ່​ຜົນ​ສະ​ທ້ອນ​ໃດໆ.”

ເພາະ​ສິ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຢາກ​ເວົ້າ​ກັບ​ພວກ​ເຈົ້າ​ຄົນ​ລຸ້ນ​ໃໝ່, ເພື່ອ​ເຊື້ອ​ເຊີນ​ໃຫ້​ພວກ​ເຈົ້າ​ລອງ​ນຶກ​ເບິ່ງ​ວ່າ ທົດ​ສະ​ວັດ​ໜ້າ, ຊຶ່ງ​ບໍ່​ສາ​ມາດ​ລືມ, ສາ​ມາດ​ເປັນ ສຳ​ລັບ​ພວກ​ເຈົ້າ ແນວ​ໃດ. ພ້ອມ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ສະ​ເໜີ​ຄຳ​ແນະ​ນຳ ແລະ ກຳ​ລັງ​ໃຈ​ທີ່​ລຽບ​ງ່າຍ​ສອງ​ສາມ​ຂໍ້ ທີ່​ອາດ​ຊ່ວຍ​ເສີມ​ກຳ​ລັງ​ພວກ​ເຈົ້າ​ລະ​ຫວ່າງ​ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ​ນີ້.

ເຊັ່ນ​ດຽວ​ກັບ​ພວກ​ເຈົ້າ​ຫລາຍໆ​ຄົນ, ຂ້າ​ພະ​ເຈົ້າ​ມີ​ສະ​ມາດ​ໂຟນ ທີ່, ບາງ​ຄັ້ງ​ມັນ​ດຶງ​ຮູບ​ພາບ​ມາ​ສະ​ແດງ ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃນ​ມື້​ໃດ​ມື້​ໜຶ່ງ​ໂດຍ​ສະ​ເພາະ. ມັນ​ເປັນ​ເລື່ອງ​ແປກ​ສະ​ເໝີ​ທີ່​ເຫັນ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ມີ​ການ​ປ່ຽນ​ແປງ​ສຳ​ລັບ​ຂ້າ​ພະ​ເຈົ້າ ແລະ ຄອບ​ຄົວ​ຂອງ​ຂ້າ​ພະ​ເຈົ້າ ໃນ​ເວ​ລາ​ພຽງ​ບໍ່​ເທົ່າ​ໃດ​ປີ.

ລອງ​ນຶກ​ພາບ​ວ່າ ໂທ​ລະ​ສັບ ຂອງ​ພວກ​ເຈົ້າ ຈະ​ສະ​ແດງ​ຮູບ​ພາບ​ຫຍັງ​ແດ່​ໃນ 10 ປີ​ຂ້າງ​ໜ້າ! ພວກ​ເຈົ້າ​ອາດ​ເຫັນ​ຕົວ​ເອງ​ຮຽນ​ຈົບ​ມັດ​ທະ​ຍົມ ຫລື ວິ​ທະ​ຍາ​ໄລ, ຮັບ​ຂອງ​ປະ​ທານ​ສັກ​ສິດ, ໄປ​ເຜີຍ​ແຜ່, ແຕ່ງ​ງານ, ແລະ ມີ​ລູກ​ຄົນ​ທຳ​ອິດ​ຂອງ​ພວກ​ເຈົ້າ. ສຳ​ລັບ​ພວກ​ເຈົ້າ​ໂດຍ​ສະ​ເພາະ, ສິ່ງ​ນີ້​ຈະ​ເປັນ​ທົດ​ສະ​ວັດ ທີ່​ບໍ່​ສາ​ມາດ​ລືມ. ແຕ່​ມັນ​ຈະ​ເປັນ ສອງ​ເທົ່າ ຖ້າ​ຫາກ​ພວກ​ເຈົ້າ​ພະ​ຍາ​ຍາມ​ຢ່າງ​ຫ້າວ​ຫັນ​ທີ່​ຈະ​ກາຍ​ເປັນ​ແສງ​ສະ​ຫວ່າງ​ໃຫ້​ແກ່​ໂລກ ເຖິງວິ​ທີ​ທີ່​ຂ່າວ​ດີ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ສາ​ມາດ​ເສີມ​ສ້າງ ແລະ ຍົກ​ລະ​ດັບ ບໍ່​ພຽງ​ແຕ່​ຊີ​ວິດ​ຂອງ​ພວກ​ເຈົ້າ​ເທົ່າ​ນັ້ນ, ແຕ່​ຄົນ​ໃນ​ຄອບ​ຄົວ​ຂອງ​ພວກ​ເຈົ້າ, ໝູ່​ເພື່ອນ, ແລະ ຜູ້​ຕິດ​ຕາມ​ສື່​ສັງ​ຄົມ​ຂອງ​ພວກ​ເຈົ້າ​ນຳ​ອີກ.

ພວກ​ເຈົ້າ​ອາດ​ສົງ​ໄສ​ວ່າ​ຈະ​ເຮັດ​ສິ່ງ​ນີ້​ໄດ້​ແນວ​ໃດ.

ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ​ໄດ້​ສິດ​ສອນ​ເຮົາ​ວ່າ​ສິ່ງ​ນີ້​ເຮັດ​ໄດ້​ໂດຍ​ຜ່ານ​ທາງ​ການ​ເຮັດ​ກິດ​ຈະ​ກຳ​ທີ່​ລຽບ​ງ່າຍ​ສີ່​ຢ່າງ, ຊຶ່ງ​ເອີ້ນ​ວ່າ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ສະ​ຫວັນ: ທຳ​ອິດ ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ; ສອງ, ການ​ດູ​ແລ​ຜູ້​ທີ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ; ສາມ, ການ​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ; ແລະ ສີ່, ການ​ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ. ຢ່າງ​ໜ້າ​ອັດ​ສະ​ຈັນ, ແຕ່​ລະ​ຢ່າງ​ສາ​ມາດ​ເຮັດ​ໄດ້​ດ້ວຍ​ວິ​ທີ​ປົກ​ກະ​ຕິ ແລະ ທຳ​ມະ​ຊາດ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ສະ​ຫວັນ

ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ພວກ​ເຈົ້າ​ວ່າ ນີ້​ຈະ​ເປັນ​ທົດ​ສະ​ວັດ​ທີ່​ບໍ່​ສາ​ມາດ​ລືມ ສຳ​ລັບ​ພວກ​ເຈົ້າ ຖ້າ​ຫາກ​ພວກ​ເຈົ້າ​ຍອມ​ຮັບ​ເອົາ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ສະ​ຫວັນ​ສີ່​ຢ່າງ​ເຫລົ່າ​ນີ້. ໃຫ້​ເຮົາ​ມາ​ພິ​ຈາ​ລະ​ນາ​ສິ່ງ​ນີ້​ອາດ​ໝາຍ​ເຖິງ​ຫຍັງ.

ໜ້າ​ທີ່​ຮັບ​ຜິດ​ຊອບ​ສີ່​ຢ່າງ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ສະ​ຫວັນ.
ຍິງ​ໜຸ່ມ​ກຳ​ລັງ​ອະ​ທິ​ຖານ.

ໜຶ່ງ, ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ. ສຶກ​ສາ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ, ແລະ ຮຽນ​ຮູ້​ທີ່​ຈະ​ຮັກ​ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ພວກ​ເຈົ້າ. ໂນ້ມ​ໃຈ​ຂອງ​ພວກ​ເຈົ້າ​ໄປ​ຫາ​ພຣະ​ອົງ, ແລະ ພະ​ຍາ​ຍາມ​ເດີນ​ຕາມ​ທາງ​ຂອງ​ພຣະ​ອົງ. ຖືກ​ຍົກ​ຂຶ້ນ​ໂດຍ “ຄວາມ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ” ທີ່​ແອວ​ເດີ ຢູ​ລິດ​ຊິສ໌ ໂຊ​ອາ​ເຣສ໌ ໄດ້​ບັນ​ຍາຍ. ຄວາມ​ໝັ້ນ​ໃຈ​ນີ້​ແມ່ນ​ມາ​ຈາກ​ການ​ເຮັດ​ພັນ​ທະ​ສັນ​ຍາ​ທີ່​ຈະ​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ໂດຍ​ຮູ້​ວ່າ ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ ແລະ ສະ​ໜັບ​ສະ​ໜູນ​ພວກ​ເຈົ້າ.

ໃຫ້​ໝູ່​ເພື່ອນ​ຂອງ​ພວກ​ເຈົ້າ​ເຫັນ​ຄວາມ​ຊື່ນ​ຊົມ​ທີ່​ພວກ​ເຈົ້າ​ຮູ້​ສຶກ​ໃນ​ການ​ດຳ​ລົງ​ຊີ​ວິດ​ຕາມ​ພຣະ​ກິດ​ຕິ​ຄຸນ, ແລະ ພວກ​ເຈົ້າ​ຈະ​ເປັນ​ຂ່າວ​ສານ​ພຣະ​ກິດ​ຕິ​ຄຸນ​ທີ່​ດີ​ທີ່​ສຸດ ທີ່​ພວກ​ເຂົາ​ເຄີຍ​ໄດ້​ຮັບ.

ສອງ, ເອື້ອມ​ອອກ​ໄປ​ດ້ວຍ​ຄວາມ​ເຫັນ​ອົກ​ເຫັນ​ໃຈ ເພື່ອ​ດູ​ແລ​ຄົນ​ຂັດ​ສົນ. ຕາມ​ປົກ​ກະ​ຕິ​ແລ້ວ ຄົນ​ລຸ້ນ​ຂອງ​ພວກ​ເຈົ້າ​ມັກ​ຈະ​ໃສ່​ໃຈ​ກັບ​ຄົນ​ທີ່​ໂຊກ​ຮ້າຍ. ເມື່ອ​ໃດ​ກໍ​ຕາມ​ທີ່​ເກີດ​ໄພ​ພິ​ບັດ ແລະ ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຟ້າວ​ໄປ​ຊ່ວຍ​ທຳ​ຄວາມ​ສະ​ອາດ ແລະ ປອບ​ໂຍນ​ຜູ້​ປະ​ສົບ​ໄພ, ເບິ່ງ​ຄື​ວ່າ​ຄົນ​ສ່ວນ​ໃຫຍ່​ທີ່​ໃສ່​ເສື້ອ​ຍືດ “Helping Hands” ເປັນ​ໄວ​ລຸ້ນ ແລະ ໄວ​ຊາວ​ກວ່າໆ. ມັນ​ເປັນ​ທຳ​ມະ​ຊາດ​ຂອງ​ພວກ​ເຈົ້າ “ທີ່​ຈະ​ແບກ​ຫາບ​ພາ​ລະ​ຂອງ​ກັນ​ແລະ​ກັນ” ແລະ “ປອບ​ໃຈ​ຄົນ​ທີ່​ຕ້ອງ​ການ​ຄວາມ​ປອບ​ໃຈ.” ໂດຍ​ການ​ເຮັດ​ສິ່ງ​ນີ້ ເຮົາ “ປະ​ຕິ​ບັດ​ຕາມ​ກົດ​ບັນ​ຍັດ​ຂອງ​ພຣະ​ຄຣິດ.”

ພວກ​ເດັກ​ນ້ອຍ​ກຳ​ລັງ​ຮວບ​ຮວມ​ໝາກ​ໄມ້​ກວນ​ເພື່ອ​ເອົາ​ໄປ​ຊ່ວຍ​ຄົນ​ຂັດ​ສົນ.

ເອ​ເວັນ, ເດັກ​ນ້ອຍ​ປະ​ຖົມ​ໄວ, ໄດ້​ຕັດ​ສິນ​ໃຈ​ໃຊ້​ເວ​ລາ​ລະ​ຫວ່າງ​ປິດ​ເທີມ​ລະ​ດູ​ຮ້ອນ​ຈາກ​ໂຮງ​ຮຽນ​ຂອງ​ລາວ ເພື່ອ​ຮວບ​ຮວມ​ສິ່ງ​ຂອງ​ສຳ​ລັບ​ການ​ເຮັດ​ແຊນ​ວິດ​ໃສ່​ຖົ່ວ​ກັບ​ໝາກ​ໄມ້​ກວນ ເພື່ອ​ບໍ​ລິ​ຈາກ​ໃຫ້​ທະ​ນາ​ຄານ​ອາ​ຫານ​ໃນ​ທ້ອງ​ຖິ່ນ​ຂອງ​ລາວ. ລາວ​ພົບ​ເຫັນ​ໂຄງ​ການ​ນີ້​ໃນ​ເວັບ​ໄຊ JustServe. ທ້າວ​ເອ​ເວັນ ໄດ້​ເກນ​ໝູ່​ນັກ​ຮຽນ​ທັງ​ໝົດ​ໃນ​ຫ້ອງ​ຂອງ​ລາວ​ໃຫ້​ຊ່ວຍ​ຮວບ​ຮວມ​ໝາກ​ໄມ້​ກວນ​ຫລາຍ​ກວ່າ 700 ຂວດ! ໃຫ້​ຜູ້​ຄົນ​ທີ່​ພວກ​ເຈົ້າ​ຮັບ​ໃຊ້​ຮູ້​ວ່າ ຄວາມ​ຫ່ວງ​ໃຍ​ທີ່​ພວກ​ເຈົ້າ​ມີ​ຕໍ່​ເຂົາ​ເຈົ້າ ມີ​ຮາກ​ຖານ​ມາ​ຈາກ​ຄວາມ​ຮັກ​ທີ່​ພວກ​ເຈົ້າ​ມີ​ຕໍ່​ພຣະ​ເຈົ້າ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ພວກ​ເຈົ້າ​ທີ່​ຈະ​ປະ​ຕິ​ບັດ​ຕໍ່​ເພື່ອນ​ບ້ານ​ເໝືອນ​ດັ່ງ​ຕົນ​ເອງ.

ຜູ້​ສອນ​ສາດ​ສະ​ໜາ​ໃນ​ປະ​ເທດ​ບຣາ​ຊິນ.

ສາມ, ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮັບ​ເອົາ​ພຣະ​ກິດ​ຕິ​ຄຸນ. ປີ​ນີ້​ພວກ​ເຮົາ​ໄດ້​ເປີດ​ເຂດ​ເຜີຍ​ແຜ່​ໃໝ່ 36 ແຫ່ງ​ທົ່ວ​ໂລກ ເພື່ອ​ຮັບ​ຮອງ​ທຸກ​ຄົນ​ທີ່​ມີ​ຄວາມ​ປາດ​ຖະ​ໜາ​ຈະ​ຮັບ​ໃຊ້​ເຜີຍ​ແຜ່​ເຕັມ​ເວ​ລາ. ໃນ​ຍຸກ​ທີ່​ຊາວ​ໜຸ່ມ​ຫລາຍ​ຄົນ​ເລືອກ​ທີ່​ຈະ​ບໍ່​ເຂົ້າ​ຮ່ວມ​ກິດ​ຈະ​ກຳ​ທາງ​ສາດ​ສະ​ໜາ​ຢ່າງ​ເປັນ​ທາງ​ການ, ນີ້​ຖື​ວ່າ​ເປັນ​ໜ້າ​ອັດ​ສະ​ຈັນ ແລະ ສະ​ແດງ​ໃຫ້​ເຫັນ​ເຖິງ​ທຳ​ມະ​ຊາດ​ອັນ​ຍອດ​ຍ້ຽມ​ຂອງ​ປະ​ຈັກ​ພະ​ຍານ​ຂອງ​ພວກ​ເຈົ້າ. ບໍ່​ວ່າ​ຈະ​ເປັນ​ການ​ຮັບ​ໃຊ້​ເຕັມ​ເວ​ລາ​ຫລື​ບໍ່​ກໍ​ຕາມ, ກະ​ລຸ​ນາ​ຮັບ​ຮູ້​ຄວາມ​ສາ​ມາດ​ອັນ​ມະ​ຫາ​ສານ​ຂອງ​ພວກ​ເຈົ້າ ທີ່​ຈະ​ມີ​ອິດ​ທິ​ພົນ​ຕໍ່​ໝູ່​ເພື່ອນ ຂະ​ນະ​ທີ່​ພວກ​ເຈົ້າ​ຮັກ, ແບ່ງ​ປັນ, ແລະ ເຊື້ອ​ເຊີນ​ເຂົາ​ເຈົ້າ​ໃຫ້​ສຳ​ຫລວດ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຊາວ​ໜຸ່ມ​ຢູ່​ທີ່​ພຣະ​ວິ​ຫານ​ເພຣສ໌​ຕັນ ອັງ​ກິດ.

ສີ່, ເຕົ້າ​ໂຮມ​ຄອບ​ຄົວ​ເຂົ້າ​ກັນ​ຊົ່ວ​ນິ​ລັນ​ດອນ. ຂະ​ນະ​ທີ່​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ​ພຣະ​ວິ​ຫານ​ໃນ​ທົ່ວ​ໂລກ, ຂ້າ​ພະ​ເຈົ້າ​ອັດ​ສະ​ຈັນ​ກັບ​ກຸ່ມ​ຊາວ​ໜຸ່ມ​ທີ່​ລໍ​ຖ້າ​ຢູ່​ຫ້ອງ​ບັບ​ຕິ​ສະ​ມາ ແລະ ຈຳ​ນວນ​ຜູ້​ໃຫຍ່​ໜຸ່ມ​ທີ່​ມີ​ເພີ່ມ​ຫລາຍ​ຂຶ້ນ ທີ່​ຮັບ​ໃຊ້​ເປັນ​ພະ​ນັກ​ງານ​ພິ​ທີ​ການ. ເມື່ອ​ບໍ່​ດົນ​ມາ​ນີ້ ກຸ່ມ​ຜູ້​ຄົນ​ຫລາຍ​ກວ່າ 600 ຄົນ ຈາກ​ປະ​ເທດ​ສະ​ກັອດ​ແລນ ແລະ ອຽກ​ລັງ ໄດ້​ເດີນ​ທາງ​ໄປ​ພຣະ​ວິ​ຫານ​ເພຣສ໌​ຕັນ ອັງ​ກິດ, ເພື່ອ​ປະ​ຕິ​ບັດ​ພິ​ທີ​ການ​ຫລາຍ​ກວ່າ 4,000 ພິ​ທີ, ຊຶ່ງ​ສ່ວນ​ຫລາຍ​ແມ່ນ​ສຳ​ລັບ​ບັນ​ພະ​ບຸ​ລຸດ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ຂອງ​ເຂົາ​ເຈົ້າ! ຂ້າ​ພະ​ເຈົ້າ​ຂໍ​ຊຸກ​ຍູ້​ພວກ​ເຈົ້າ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ປະ​ຫວັດ​ຄອບ​ຄົວ, ໃຊ້​ເວ​ລາ​ຢູ່​ໃນ​ພຣະ​ວິ​ຫານ, ແລະ ກະ​ກຽມ​ຕົວ​ເອງ​ໃຫ້​ເປັນ​ຊາຍ ຫລື ຍິງ​ທີ່​ພ້ອມ​ຈະ​ແຕ່ງ​ງານ​ກັບ​ຄູ່​ທີ່​ມີ​ຄ່າ​ຄວນ​ເທົ່າ​ທຽມ​ກັນ​ຢູ່​ໃນ​ພຣະ​ວິ​ຫານ. ພັດ​ທະ​ນາ​ແບບ​ແຜນ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ ຕັ້ງ​ແຕ່​ຕອນ​ນີ້ ເພື່ອ​ເຮັດ​ໃຫ້​ພຣະ​ວິ​ຫານ​ເປັນ​ພາກ​ສ່ວນ​ປົກ​ກະ​ຕິ​ໃນ​ຊີ​ວິດ​ຂອງ​ພວກ​ເຈົ້າ.

ສະ​ຫລຸບ

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ, ເພື່ອນ​ໜຸ່ມ​ຂອງ​ຂ້າ​ພະ​ເຈົ້າ, ອາດ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ເຮົາ​ແຕ່​ລະ​ຄົນ​ໃນ​ມື້​ຂ້າງ​ໜ້າ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອ​ເຮົາ​ເຂົ້າ​ສູ່​ທົດ​ສະ​ວັດ​ທີ່​ຈະ​ມາ​ເຖິງ​ຂອງ​ຊ່ວງ​ເວ​ລາ​ທີ່​ບໍ່​ເຄີຍ​ເປັນ​ມາ​ກ່ອນ, ຂໍ​ໃຫ້​ເຮົາ​ຈົ່ງ​ແບ່ງ​ປັນ​ຂ່າວ​ດີ ຜ່ານ​ທາງ​ກິດ​ຈະ​ກຳ​ທີ່​ລຽບ​ງ່າຍ​ຂອງ​ການ​ດຳ​ລົງ​ຊີ​ວິດ, ການ​ດູ​ແລ, ການ​ເຕົ້າ​ໂຮມ​ກັນ. ເມື່ອ​ເຮົາ​ເຮັດ​ເຊັ່ນ​ນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ອວຍ​ພອນ​ເຮົາ​ດ້ວຍ​ປະ​ສົບ​ການ​ທີ່​ບໍ່​ສາ​ມາດ​ລືມ.

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຜູ້​ທີ່​ເຂົ້າ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ດ້ວຍ​ໃຈ​ຈິງ ແລະ ດ້ວຍ​ເຈດ​ຕະ​ນາ​ອັນ​ແທ້​ຈິງ, ຜູ້​ທີ່​ມີ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຢູ່​ເທິງ​ປາກ​ຂອງ​ເຂົາ​ເຈົ້າ ແລະ ພຣະ​ວິນ​ຍານ​ສັກ​ສິດ​ຢູ່​ໃນ​ຈິດ​ວິນ​ຍານ​ຂອງ​ເຂົາ​ເຈົ້າ, ຜູ້​ທີ່​ຮ່ວມ​ເດີນ​ທາງ​ອັນ​ຍິ່ງ​ໃຫຍ່ ແລະ ຮຸ່ງ​ໂລດ​ນີ້, ຈະ​ຄົ້ນ​ພົບ ແລະ ປະ​ສົບ​ກັບ​ພອນ​ແຫ່ງ​ຊັ້ນ​ສູງ ແລະ ໄດ້​ຮັບ​ພະ​ຍານ​ວ່າ ພຣະ​ເຈົ້າ​ໄດ້​ຍິນ​ທ່ານ, ຮູ້​ຈັກ​ທ່ານ, ແລະ ຮັກ​ທ່ານ. ທ່ານ​ຈະ​ປະ​ສົບ​ກັບ​ວັນ​ທີ່​ບໍ່​ສາ​ມາດ​ລືມ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາ​ແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 27:8, 12–13.

  2. ໂຈ​ເຊັບ ສະ​ມິດ—ປະ​ຫວັດ 1:71, ໝາຍ​ເຫດ.

  3. ເບິ່ງ Theo Burman, “World’s Oldest Religious Leader Turns 100,” Newsweek, Sept. 9, 2024, newsweek.com.

  4. Ruth Graham, “The Leader of the Mormon Church Turns 100,” New York Times, Sept. 9, 2024, nytimes.com. ບົດ​ຄວາມ​ຂອງ Associated Press ອ້າງ​ຄຳ​ເວົ້າ​ຂອງ​ຜູ້​ນຳ​ຈາກ​ໂຮງ​ຮຽນ​ສາດ​ສະ​ໜາ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ Duke ທີ່​ວ່າ, “ອາ​ຍຸ, ປັນ​ຍາ ແລະ ສິດ​ອຳ​ນາດ​ທາງ​ວິນ​ຍານ​ຈະ​ຄຽງ​ຄູ່​ກັນ​ໄປ” (Angie Hong, in Hannah Schoenbaum and Deepa Bharath, “The Mormon Church’s Oldest-Ever President Has Turned 100,” Sept. 9, 2024, apnews.com).

  5. ເອ​ຊາ​ຢາ 2:2.

  6. ໂຢຮັນ 1:46.

  7. ເບິ່ງ James Strong, The New Strong’s Exhaustive Concordance of the Bible (1984), Greek dictionary section, entry 2098.

  8. 2 ນີ​ໄຟ 2:25.

  9. ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 1.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  10. Gospel Truth: Discourses and Writings of President George Q. Cannon, sel. Jerreld L. Newquist (1957), 1:21.

  11. ເບິ່ງ ຄູ່​ມື​ທົ່ວ​ໄປ, 1.2, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  12. ເບິ່ງ Ulisses Soares, “Covenant Confidence through Jesus Christ,” Liahona, May 2024, 17–21.

  13. ໂມ​ໄຊ​ຢາ 18:8, 9.

  14. ຄາ​ລາ​ເຕຍ 6:2.

  15. ເບິ່ງ Jessica Lawrence, “Finding Joy in Donating Jelly,” Church News, June 18, 2023, thechurchnews.com.

  16. ເບິ່ງ ມັດ​ທາຍ 22:37–40.

  17. ເບິ່ງ Melina Myers, “Scottish and Irish Youth Perform over 4,000 Ordinances in the Preston England Temple,” Church News, June 13, 2024, thechurchnews.com.