2020–2024
ການເປີດ​ສະ​ຫວັນ​ເພື່ອ​ຊ່ວຍ​ເຫລືອ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020


11:28

ການເປີດ​ສະ​ຫວັນ​ເພື່ອ​ຊ່ວຍ​ເຫລືອ

ຂໍ​ໃຫ້​ເຮົາ​ໃຊ້ສັດ​ທາ​ຂອງ​ເຮົາໃນອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເປັນ​ພາກ​ປະ​ຕິ​ບັດ!

ຊ່າງ​ເປັນ​ພາກກອງ​ປະ​ຊຸມທີ່​ພິ​ເສດ ແລະ ດີ​ເລີດ​ແທ້ໆ​ເນາະ! ຂອບ​ໃຈ​ຫລາຍໆ, ລາວ​ດີ ແລະ ແອນ​ໂຊ. ພວກ​ເຈົ້າເປັນ​ຕົວ​ແທນ​ທີ່​ດີ​ເລີດແທ້ໆ​ໃຫ້​ແກ່ກຸ່ມ​ຍິງໜຸ່ມ ແລະ ກຸ່ມ​ຊາຍ​ໜຸ່ມ​ຂອງສາດ​ສະ​ໜາ​ຈັກ.

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ຍິນ​ຫລາຍ​ຢ່າງ​ໃນ​ມື້ນີ້​ກ່ຽວ​ກັບ​ການ​ຟື້ນ​ຟູສາດ​ສະ​ໜາ​ຈັກ—ສາດ​ສະ​ໜາ​ຈັກນີ້​ເອງ​ທີ່ພຣະ​ຜູ້​ຊ່ວຍ​ໃຫ້​ລອດຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ໄດ້​ສະ​ຖາ​ປະ​ນາ​ຂຶ້ນ ລະ​ຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ຢູ່​ໃນ​ໂລກ. ການ​ຟື້ນ​ຟູນັ້ນ​ເລີ່ມ​ຕົ້ນ​ເມື່ອ 200 ປີ​ກ່ອນ ໃນ​ລະ​ດູ​ໃບ​ໄມ້​ປົ່ງ ເມື່ອ​ພຣະ​ເຈົ້າ​ອົງ​ເປັນ​ພຣະ​ບິ​ດາ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ໄດ້​ມາ​ປະ​ກົດ​ຕໍ່​ຊາຍ​ໜຸ່ມໂຈເຊັບ ສະມິດ.

ສິບ​ປີ​ຫລັງ​ຈາກ​ພາບ​ທີ່​ມາ​ໃຫ້​ເຫັນ​ທີ່​ເໜືອ​ທຳ​ມະ​ຊາດນັ້ນ, ສາດ​ສະ​ດາໂຈເຊັບ ສະມິດ ແລະ ອີກຫ້າ​ຄົນ ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ຜູ້​ສ້າງ​ຕັ້ງ​ສາດ​ສະ​ໜາ​ຈັກ​ທີ່​ຟື້ນ​ຟູ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

ຈາກ​ກຸ່ມ​ນ້ອຍນັ້ນ ທີ່​ຊຸມ​ນຸມ​ກັນ​ໃນ​ວັນ​ທີ 6 ເດືອນ​ເມ​ສາ, 1830, ບັດ​ນີ້ມີ​ສະ​ມາ​ຊິກ​ຫລາຍກວ່າ 16 ລ້ານ​ຄົນ​ຕະ​ຫລອດ​ທົ່ວ​ໂລກ. ຄວາມ​ດີ​ທີ່​ສາດ​ສະ​ໜາ​ຈັກ​ນີ້​ໄດ້ເຮັດຕະ​ຫລອດ​ທົ່ວ​ໂລກ ໃນ​ການບັນ​ເທົາ​ທຸກ ແລະ ຊ່ວຍ​ເຫລືອມວນ​ມະ​ນຸດ ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ໂດຍທົ່ວ​ໄປ. ແຕ່​ຈຸດ​ປະ​ສົງ​ຕົ້ນ​ຕໍ ແມ່ນ​ການ​ຊ່ວຍ​ເຫລືອ​ຊາຍ, ຍິງ, ແລະ ເດັກ​ນ້ອຍ​ໃຫ້​ຕິດ​ຕາມອົງພຣະ​ເຢ​ຊູ​ຄຣິດ​ເຈົ້າ, ຮັກ​ສາ​ພຣະ​ບັນ​ຍັດ​ຂອງພຣະ​ອົງ, ແລະ ມີ​ຄ່າ​ຄວນ​ສຳ​ລັບ​ພອນ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ທັງ​ໝົດ—ນັ້ນ​ຄື ການ​ມີຊີ​ວິດ​ນິ​ລັນ​ດອນ​ນຳ​ພຣະ​ເຈົ້າ ແລະ ນຳ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ.

ຂະ​ນະ​ທີ່​ເຮົາ​ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ປີ 1820, ມັນ​ສຳ​ຄັນ​ທີ່​ຈະ​ຈື່​ຈຳ​ວ່າ ຂະ​ນະ​ທີ່​ເຮົາ​ນັບ​ຖື ໂຈເຊັບ ສະມິດ ເປັນ​ສາດ​ສະ​ດາ​ຂອງ​ພຣະ​ເຈົ້າ, ແຕ່​ມັນ​ບໍ່​ໄດ້​ເປັນສາດ​ສະ​ໜາ​ຈັກຂອງໂຈເຊັບ ສະມິດ, ຫລື ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ມໍ​ມອນ. ນີ້ແມ່ນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ. ໃນ​ເລື່ອງ​ທີ່ສາດ​ສະໜາ​ຈັກ​ຂອງ​ພຣະ​ອົງ​ຄວນ​ຖືກເອີ້ນ​ແບບ​ໃດນັ້ນ ພຣະ​ອົງ​ໄດ້​ສັ່ງວ່າ: “ສາດ​ສະ​ໜາ​ຈັກ​ຂອງ​ເຮົາ​ຈະ​ຖືກ​ເອີ້ນ​ດັ່ງ​ນັ້ນ​ໃນ​ຍຸກ​ສຸດ​ທ້າຍ, ວ່າ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.”

ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ກ່າວ​ມາ​ແລ້ວ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເອີ້ນ​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ. ນັບ​ແຕ່​ເວ​ລານັ້ນ​ມາ, ຫລາຍ​ສິ່ງ​ກໍຖືກ​ປ່ຽນ​ແປງ​ເພື່ອ​ໃຫ້​ຖືກ​ຕ້ອງ. ຂ້າ​ພະ​ເຈົ້າຮູ້​ບຸນ​ຄຸນ​ຕໍ່​ປະທານ​ເອັມ ຣະໂຊ ບາເລີດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ຜູ້​ໄດ້ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ກ່ຽວ​ກັບເລື່ອງນີ້ ຕະ​ຫລອດ​ທັງ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ຈະ​ປະ​ກາດ​ໃນ​ຄ່ຳ​ຄືນນີ້.

ຜູ້​ນຳ​ຂອງສາດ​ສະ​ໜາ​ຈັກ ແລະ ພະ​ແນກ​ຕ່າງໆ, ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ, ແລະ ສະ​ມາ​ຊິກ​ຫລາຍ​ລ້ານ​ຄົນ—ແລະ ຄົນ​ອື່ນໆ—ບັດ​ນີ້​ໄດ້​ໃຊ້​ຊື່​ແທ້​ຂອງສາດ​ສະ​ໜາ​ຈັກ. ​ຄູ່​ມືແບບ​ແຜນ​ຂອງສາດ​ສະ​ໜາ​ຈັກ ກໍ​ໄດ້​ຖືກ​ປ່ຽນ​ແປງ. ເວບ​ໄຊ້​ຫລັກ​ຂອງສາດ​ສະ​ໜາ​ຈັກ ປະ​ຈຸ​ບັນນີ້​ແມ່ນ ChurchofJesusChrist.org. ທີ່​ຢູ່​ຂອງ​ອີ​ເມວ, ຊື່​ຂອງ​ເວບ​ໄຊ້, ແລະ ຊ້ອງ​ສື່​ສານມວນ​ຊົນ ກໍ​ໄດ້​ຖືກດັດ​ແປງ​ໃໝ່. ກຸ່ມ​ນັກ​ຮ້ອງ​ທີ່​ຮັກ​ແພງ​ຂອງ​ພວກ​ເຮົາ ປະ​ຈຸ​ບັນ​ນີ້​ຖືກເອີ້ນ​ວ່າ ກຸ່ມ​ນັກ​ຮ້ອງແທ​ໂບ​ແນ​ໂກທີ່​ບໍ​ລິ​ເວນ​ພຣະ​ວິ​ຫານ.

ພວກ​ເຮົາ​ໄດ້​ທຳ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ ເພາະ​ຖ້າ​ຫາກ​ວ່າເຮົາ​ເອົາ​ພຣະ​ນາມ​ຂອງພຣະ​ຜູ້​ເປັນ​ເຈົ້າ ອອກ​ໄປ​ຈາກ​ຊື່​ຂອງສາດ​ສະ​ໜາ​ຈັກ ຂອງ​ພຣະ​ອົງ, ແລ້ວ​ກໍ​ຊ່ຳ​ກັບວ່າ ເຮົາ​ບໍ່​ໃຫ້ ພຣະ​ອົງ ມີ​ຄວາມ​ສຳ​ຄັນ ໃນການ​ນະ​ມັດ​ສະ​ການ ແລະ ໃນຊີ​ວິດ​ຂອງ​ເຮົາ. ເມື່ອ​ເຮົາ​ຮັບ​ເອົາ​ພຣະ​ນາມ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຕອນ​ເຮົາ​ຮັບ​ບັບ​ຕິ​ສະ​ມາ, ເຮົາ​ໄດ້​ເຮັດ​ສັນ​ຍາ​ທີ່​ຈະ​ເປັນ​ພະ​ຍານ, ທັງ​ໃນ​​ວາ​ຈາ, ຄວາມ​ຄິດ, ແລະ ການ​ກະ​ທຳ​ຂອງ​ເຮົາ, ວ່າ​ພຣະ​ເຢ​ຊູ​ຄື ພຣະ​ຄຣິດ.

ທີ່​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ສັນ​ຍາ​ວ່າ ຖ້າ​ຫາກ​ເຮົາ “ເຮັດ​ໃຫ້​ດີ​ທີ່​ສຸດ ໃນ​ການ​ເອີ້ນ​ຊື່​ແທ້​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລ້ວ​ພຣະ​ອົງ ຜູ້​ເປັນ​ເຈົ້າ​ຂອງ​ສາດ​ສະ​ໜາ​ຈັກ ຈະ​ຖອກ​ເທ​ອຳ​ນາດ ແລະ ພອນ​ຂອງ​ພຣະ​ອົງ​ລົງ​ມາ​ເທິງ​ຫົວ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໃນ​ວິ​ທີ​ທີ່​ເຮົາ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.” ຂ້າ​ພະ​ເຈົ້າຂໍ​ກ່າວ​ຄຳ​ສັນ​ຍານັ້ນ​ອີກ ໃນ​ມື້ນີ້.

ໃນ​ການຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ພຣະ​ອົງ ແລະ ເພື່ອຊີ້ບອກ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນຍຸກ​ສຸດ​ທ້າຍ ວ່າເປັນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ພວກ​ເຮົາ​ຍິນ​ດີທີ່​ຈະ​ແນະ​ນຳ​ສັນ​ຍາ​ລັກ ທີ່​ຊີ້ບອກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ພຣະ​ເຢ​ຊູ​ຄຣິດ ຢູ່ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ສັນ​ຍາ​ລັກນີ້​ແມ່ນ​ລວມ​ທັງ​ຊື່​ຂອງ​ສາດ​ສະ​ໜາ​ຈັກ ຢູ່​ໃນ​ຫີນ​ເສົາ​ເອກ. ພຣະ​ເຢ​ຊູ​ຄຣິດ​ຄື​ ຫີນ​ເສົາ​ເອກ​ຫລັກ​ຂອງ​ເຮົາ.

ຂໍ້​ຄວາມ​ຢູ່​ທີ່​ຫີນ​ເສົາ​ເອກ

ຢູ່​ທາງ​ກາງ​ຂອງສັນ​ຍາ​ລັກ ມີ​ຮູບ ທີ່​ທ່ານທໍ​ວາເຊັນ ໄດ້​ແກະສະ​ຫລັກ​ຈາກ​ຫີນ​ອ່ອນ​ເພື່ອເຮັດ​ເປັນ​ຮູບປັ້ນ ພຣະ​ຄຣິດ. ມັນ​ເປັນ​ພາບ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຜູ້ຟື້ນ​ຊີບ, ທີ່​ຊົງ​ພຣະ​ຊົນ ເດ່​ພຣະ​ຫັດ ອອກ​ໄປ​ຫາ​ທຸກ​ຄົນ ຜູ້​ທີ່​ຈະ​ມາ​ຫາ​ພຣະ​ອົງ.

ຕາມສັນ​ຍາ​ລັກ, ພຣະ​ເຢ​ຊູ​ຄຣິດ​ຢືນ​ຢູ່​ກ້ອງ​ປະ​ຕູ​ໂຂງ. ປະ​ຕູ​ໂຂງເຕືອນ​ເຮົາ​ເຖິງ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ອອກ​ມາ​ຈາກ​ອຸບ​ໂມງ ໃນ​ມື້​ທີ​ສາມ ຫລັງ​ຈາກ​ການ​ຄຶງ​ຂອງ​ພຣະ​ອົງ.

ສັນ​ຍາ​ລັກ​ໃໝ່​ຂອງ​ສາດ​ສະ​ໜາ​ຈັກ

ຫລາຍ​ຄົນ​ອາດ​ຮູ້​ສຶກ​ຄຸ້ນ​ເຄີຍ​ກັບ​ສັນ​ຍາ​ລັກນີ້​ຢູ່​ແລ້ວ ເພາະ​ເຮົາ​ໄດ້​ຮູ້​ດົນ​ນານ​ມາ​ແລ້ວ ເຖິງ​ການ​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ ທີ່ກ່ຽວ​ພັນ​ກັບ​ພຣະ​ຄຣິດ​ຜູ້​ຟື້ນ​ຊີບ ທີ່​ຊົງ​ພຣະ​ຊົນ.

ບັດ​ນີ້​ສັນ​ຍາ​ລັກນີ້​ຈະ​ຖືກ​ໃຊ້ເປັນ​ເຄື່ອງ​ໝາຍແບບ​ໃໝ່ ສຳ​ລັບ​ອຸ​ປະ​ກອນ, ຂ່າວ​ຄາວ, ແລະ ໂຄງ​ການ​ເປັນ​ທາງ​ການຂອງ​ສາດ​ສະ​ໜາ​ຈັກ. ມັນ​ຈະ​ເຕືອນ​ທຸກ​ຄົນ​ວ່າ ນີ້​ຄື​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ວ່າ​ເຮົາ​ທຸກ​ຄົນ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ, ໃຫ້​ຄວາມ​ສຳ​ຄັນ​ຕໍ່​ພຣະ​ເຢ​ຊູ​ຄຣິດ ແລະ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ.

ບັດ​ນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ມື້​ອື່ນ​ຈະ​ເປັນ​ວັນ​ອາ​ທິດ​ບຸນ​ກ້ານ​ຕານ, ດັ່ງ​ທີ່​ແອວເດີ ກອງ ໄດ້​ສິດ​ສອນ​ຢ່າງ​ໂວ​ຫານ. ແລ້ວເຮົາ​ຈະເຂົ້າ​ສູ່​ອາ​ທິດ​ພິ​ເສດ ທີ່​ສຳ​ຄັນ​ທີ່​ສຸດ​ກັບ​ບຸນ​ອີດ​ສະ​ເຕີ. ໂດຍ​ທີ່​ເປັນ​ຜູ້​ຕິດ​ຕາມ​ພຣະ​ເຢ​ຊູ​ຄຣິດ, ມີ​ຊີ​ວິດ​ຢູ່​ໃນວັນ​ເວ​ລາ​ທີ່ ການ​ລະ​ບາດຂອງ​ພະ​ຍາດ​ໂຄວິດ-19 ໄດ້ເຮັດ​ໃຫ້​ທຸກ​ບ່ອນ​ໃນ​ໂລກວຸ້ນ​ວາຍ, ເຮັດ​ໃຫ້​ເຮົາ​ບໍ່​ພຽງ​ແຕ່​ກ່າວ​ເຖິງ​ພຣະ​ຄຣິດ ຫລື ສັ່ງ​ສອນເລື່ອງ​ພຣະ​ຄຣິດ ຫລື ໃຊ້​ສັນ​ຍາ​ລັກ​ທີ່​ເປັນ​ຕົວ​ແທນ​ໃຫ້​ແກ່​ພຣະ​ຄຣິດ​ເທົ່າ​ນັ້ນ.

ຂໍ​ໃຫ້​ເຮົາ​​ໃຊ້ສັດ​ທາ​ຂອງ​ເຮົາໃນອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ເປັນ​ພາກ​ປະ​ຕິ​ບັດ!

ດັ່ງ​ທີ່​ທ່ານ​ຮູ້​ຈັກ, ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ຖື​ສິນ​ອົດ​ເຂົ້າ​ເດືອນ​ລະ​ເທື່ອ.

ຄຳ​ສອນ​ເລື່ອງ​ການຖື​ສິນ​ອົດ​ເຂົ້າ ມີ​ມາ​ແຕ່​ສະ​ໄໝບູ​ຮານ. ມັນ​ໄດ້​ຖືກ​ປະ​ຕິ​ບັດ​ໂດຍ​ບຸກ​ຄົນ​ສຳ​ຄັນ​ຢູ່​ໃນ​ພຣະ​ຄຳ​ພີ ດົນ​ນານ​ມາ​ແລ້ວ. ໂມເຊ, ດາວິດ, ເອຊະຣາ, ເນ​ເຫມີ​ຢາ, ເອສະເທີ, ເອຊາຢາ, ດານີເອນ, ໂຢເອນ, ແລະ ຄົນ​ອື່ນໆ​ຫລາຍ​ຄົນ ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ສັ່ງ​ສອນ​ເລື່ອງ​ການ​ຖືສິນ​ອົດ​ເຂົ້າ. ຜ່ານ​ທາງ​ການ​ຂຽນ​ຂອງ​ເອຊາຢາ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ: “ການ​ຖື​ສິນ​ອົດ​ເຂົ້າ​ທີ່ເຮົາ​ຕ້ອງການ ບໍ່ແມ່ນ ດັ່ງນີ້ບໍ? ຄື​ແກ້ໂສ້​ແຫ່ງການ​ກົດຂີ່ ແລະ ປົດ​ແອກແຫ່ງ​ຄວາມ​ບໍ່ຍຸດ​ຕິທຳ ແລະ ປົດປ່ອຍ​ຄົນທີ່​ຖືກກົດ​ຂີ່ໃຫ້ເປັນ​ອິດສະລະ?”

ອັກ​ຄະ​ສາ​ວົກ​ໂປ​ໂລ ໄດ້​ແນະ​ນຳ​ໄພ່​ພົນ​ຊາວ​ໂກ​ຣິນ​ໂທ​ໃຫ້ “ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ” ພຣະ​ຜູ້​ຊ່ວຍ​ໃຫ້​ລອດເອງ​ກໍ​ໄດ້​ປະ​ກາດວ່າ ບາງ​ຢ່າງ​ຖືກ “ຂັບໄລ່​ອອກ ໂດຍ ການ​ອະ​ທິ​ຖານ ແລະ ການ​ຖື​ສິນ​ອົດ​ເຂົ້າ.”

ເມື່ອບໍ່​ດົນ​ມານີ້ ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ໃນ​ວິ​ດີ​ໂອ​ສື່​ສານມວນ​ຊົນ​ວ່າ “ໃນ​ຖາ​ນະ​ທີ່​ເປັນ​ໝໍ​ຝ່າຍ​ສຸ​ຂະ​ພາບ ແລະ ໝໍ​ຜ່າ​ຕັດ, ຂ້າ​ພະ​ເຈົ້າ​ຂໍ​ຊົມ​ເຊີຍ​ຜູ້​ຊ່ຽວ​ຊານ​ດ້ານ​ການ​ແພດ, ດ້ານ​ວິ​ທະ​ຍາ​ສາດ, ແລະ ທຸກ​ຄົນ ຜູ້​ໄດ້​ທຳ​ງານ​ຕະ​ຫລອດຊາວ​ສີ່​ຊົ່ວ​ໂມງ​ ເພື່ອ​ປ້ອງ​ກັນ​ການ​ແຜ່​ລາມ​ຂອງ​ພະ​ຍາດໂຄວິດ-19.”

ບັດ​ນີ້, ໃນ​ຖາ​ນະ​ປະ​ທານ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ແລະ ເປັນ​ອັກ​ຄະ​ສາ​ວົກ​ຂອງ​ພຣະ​ເຢ​ຊູ​ຄຣິດ, ຂ້າ​ພະ​ເຈົ້າ ຮູ້ ວ່າ​ພຣະ​ເຈົ້າ “ມີ​ອຳ​ນາດ​ທຸກ​ຢ່າງ, ມີ​ຄວາມ​ສະ​ຫລຽວ​ສະ​ຫລາດ​ທຸກ​ຢ່າງ, ແລະ ມີ​ຄວາມ​ເຂົ້າ​ໃຈ​ທຸກ​ຢ່າງ, ແລະ ພຣະ​ອົງ​ຮອບ​ຮູ້​ທຸກ​ຢ່າງ ແລະ ມີ​ຄວາມ​ເມດ​ຕາ​ຈົນ​ເຖິງ​ຂັ້ນ​ທີ່ມອບ​ຄວາມ​ລອດ​ໃຫ້​ແກ່​ຜູ້​ທີ່​ກັບ​ໃຈ ແລະ ເຊື່ອ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.”

ສະ​ນັ້ນ, ໃນ​ຊ່ວງ​ໄລ​ຍະ​ທີ່​ມີ​ຄວາມ​ຫຍຸ້ງ​ຍາກ​ຫລາຍນີ້, ຂະ​ນະ​ທີ່​ການ​ລະ​ບາດ​ແຜ່​ລາມອອກ​ໄປຢ່າງກວ້າງ​ໄກ, ປົກ​ກະ​ຕິ​ແລ້ວ ເຮົາ​ຈະ​ເອີ້ນ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ—ພຣະ​ອາ​ຈານຜູ້​ປິ່ນ​ປົວ—ເພື່ອ​ໃຫ້​ສະ​ແດງ​ລິດ​ເດດທີ່​ມະ​ຫັດ​ສະ​ຈັນ ເພື່ອ​ເປັນ​ພອນ​ໃຫ້​ແກ່​ຜູ້​ຄົນ​ຢູ່​ໃນ​ໂລກ.

ຢູ່​ໃນ​ວິ​ດີ​ໂອ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ເຊື້ອ​ເຊີນ​ທຸກ​ຄົນ​ໃຫ້​ຮ່ວມກັບ​ຂ້າ​ພະ​ເຈົ້າ ໃນ​ການ​ຖືສິນ​ອົດ​ເຂົ້າ ໃນ​ວັນ​ອາ​ທິດ, ວັນ​ທີ 29 ເດືອນ​ມີນາ, 2020. ພວກ​ທ່ານ​ຫລາຍ​ຄົນ​ອາດ​ໄດ້​ເຫັນວິ​ດີ​ໂອ ແລະ ໄດ້​​ມີ​ພາກ​ສ່ວນ​ໃນ​ການ​ຖື​ສິນ​ອົດ​ເຂົ້າ. ບາງ​ຄົນ​ອາດບໍ່​ໄດ້​ເຮັດ. ບັດ​ນີ້ ເຮົາ​ຍັງ​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ຈາກ​ສະ​ຫວັນ​ຢູ່.

ສະ​ນັ້ນ, ມື້​ແລງນີ້, ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ໃນ​ວິນ​ຍານ​ຂອງ​ພວກ​ລູກ​ຊາຍ​ຂອງ​ໂມ​ໄຊ​ຢາ, ຜູ້​ໄດ້ ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ຢ່າງ​ຫລວງ​ຫລາຍ, ແລະ ໃນ​ພາກ​ສ່ວນ​ໜຶ່ງ​ຂອງກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ເມສາ 2020, ຂ້າ​ພະ​ເຈົ້າ​ຂໍ​ໃຫ້​ທ່ານ​ຈົ່ງ​ຖື​ສິນ​ອົດ​ເຂົ້າ​ອີກ​ເທື່ອ​ໜຶ່ງ​ຕະ​ຫລອດ​ທົ່ວ​ໂລກ. ສຳ​ລັບ​ຜູ້​ທີ່​ສາ​ມາດ​ເຮັດ​ໄດ້, ຂໍ​ໃຫ້​ເຮົາ​ຈົ່ງ​ຖື​ສິນ​ອົດ​ເຂົ້າ, ອະ​ທິ​ຖານ, ແລະ ເປັນ​ໜຶ່ງ​ໃນ​ສັດ​ທາ​ຂອງ​ເຮົາອີກ​​ຄັ້ງ. ຂໍ​ໃຫ້​ເຮົາ​ຈົ່ງອ້ອນວອນ​ດ້ວຍ​ຄຳ​ອະ​ທິ​ຖານ​ຂໍ​ຄວາມ​ບັນ​ເທົາ​ຈາກ​ການ​ລະ​ບາດນີ້ຕະ​ຫລອດ​ທົ່ວ​ໂລກ.

ຂ້າ​ພະ​ເຈົ້າຂໍ​ເຊື້ອ​ເຊີນ ທຸກ​ຄົນ, ລວມ​ທັງ​ຜູ້​ທີ່ບໍ່​ໄດ້​ນັບ​ຖື​ສາດ​ສະ​ໜາ​ດຽວ​​ກັນກັບ​​ພວກເຮົາ, ໃຫ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ໃນ​ວັນ​ສຸກ​ທີ່​ດີ, ວັນ​ທີ 10 ເດືອນ​ເມສາ, ເພື່ອ​ວ່າ​ການ​ລະ​ບາດ​ຈະຢຸດ​ຕິ, ຜູ້​ດູ​ແລ​ຈະ​ໄດ້​ຮັບ​ການ​ປົກ​ປ້ອງ, ເສດ​ຖະ​ກິດ​ຈະ ຈະ​ເລີນ​ກ້າວ​ໜ້າ, ແລະ ຊີ​ວິດ​ຈະກັບ​ຄືນ​ສູ່​ສະ​ພາບ​ເດີມ.

ເຮົາຖື​ສິນ​ອົດ​ເຂົ້າແນວ​ໃດ? ປົກ​ກະ​ຕິ​ແລ້ວ ອົດສອງ​ຄາບ ຫລື ອົດ 24 ຊົ່ວ​ໂມງ. ແຕ່​ໃຫ້​ທ່ານ​ຕັດ​ສິນ​ໃຈ​ເອງ ວ່າ​ທ່ານ​ສາ​ມາດ​ເສຍ​ສະ​ລະ​ໄດ້​ຊ່ຳ​ໃດ, ຂະ​ນະ​ທີ່​ທ່ານ​ຈື່​ຈຳ​ການ​ເສຍ​ສະ​ລະ​ອັນ​ສູງສຸດ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເຮັດ​ເພື່ອ​ທ່ານ. ຂໍ​ໃຫ້​ເຮົາ​ຈົ່ງ​ເປັນ​ໜຶ່ງ​ໃນ​ການ​ອ້ອນ​ວອນ ຂໍ​ການ​ປິ່ນ​ປົວ​ຕະ​ຫລອດ​ທົ່ວ​ໂລກ.

ວັນ​ສຸກ​ທີ່​ດີ ຈະ​ເປັນ ວັນ ທີ່​ເໝາະ​ສົມ ທີ່​ຈະ​ໃຫ້​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ຂອງ​ພຣະ​ອົງ​ຮັບ​ຟັງ ເຮົາ!

ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ສະ​ແດງ​ຄວາມ​ຮັກ​ຕໍ່​ທ່ານ, ພ້ອມ​ທັງ​ປະ​ຈັກ​ພະ​ຍານ​ຂອງ​ຂ້າ​ພະ​ເຈົ້າ ເຖິງວຽກ​ງານ​ແຫ່ງ​ສະຫວັນ ຊຶ່ງ​ເຮົາມີ​ສ່ວນ​ຮ່ວມ. ນີ້ ແມ່ນ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ. ພຣະ​ອົງ​ຢືນ​ປະ​ທັບ​ຢູ່​ເປັນ​ປະ​ມຸກ ແລະ ຊີ້​ນຳ​ທຸກ​ສິ່ງ​ທີ່​ເຮົາ​ເຮັດ. ຂ້າ​ພະ​ເຈົ້າ​ຮູ້​ວ່າ ພຣະ​ອົງ​ຈະ​ຕອບ​ຄຳ​ອ້ອນ​ວອນ​ຂອງ​ຜູ້​ຄົນ​ຂອງ​ພຣະ​ອົງ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານໃນ​ພຣະ​ນາມ​ອັນ​ສັກ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 14:7.

  2. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 115:4.

  3. ເບິ່ງ Russell M. Nelson, “The Correct Name of the Church,” Liahona, Nov. 2018, 87–89.

  4. ເບິ່ງ Russell M. Nelson, “The Correct Name of the Church,” 88.

  5. Russell M. Nelson, “The Correct Name of the Church,” 89.

  6. ເບິ່ງ ເອເຟໂຊ 2:20.

  7. ເພື່ອ​ນັບ​ຖື​ຄວາມ​ສັກ​ສິດ​ຂອງ​ສັນ​ຍາ​ລັກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ເພື່ອ​ການ​ປົກ​ປ້ອງ​ທາງ​ກົດ​ໝາຍ, ສັນ​ຍາ​ລັກ​ທີ່​ເປັນ​ທາງ​ການ​ຂອງ​ສາດ​ສະ​ໜາ​ຈັກ ຈຶ່ງ​ຄວນ​ຖືກ​ນຳໃຊ້​ພຽງ​ແຕ່​ເມື່ອ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ຝ່າຍ​ປະ​ທານ​ສູງ​ສຸດ ແລະ ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ເທົ່າ​ນັ້ນ. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ, ກະ​ລຸ​ນາ​ຕິດ​ຕໍ່​ຫາ​ຫ້ອງ​ການ​ຊັບສິນ​ທາງ​ປັນຍາ ທີ່ cor-intellectualproperty@ChurchofJesusChrist.org.

  8. ເບິ່ງ ອົບພະຍົບ 34:28; 2 ຊາມູເອນ 12:16; ເອຊະຣາ 10:6; ​ເນ​ເຫມີ​ຢາ 1:4; ເອສະເທີ 4:16; ເອຊາຢາ 58:3; ດານີເອນ 9:3; ໂຢເອນ 2:12.

  9. ເອຊາຢາ 58:6; ເນັ້ນ​ຄຳ​ເນີ້ງ.

  10. 1 ໂກຣິນໂທ 7:5.

  11. ມັດທາຍ 17:21; ເນັ້ນ​ຄຳ​ເນີ້ງ.

  12. Russell M. Nelson, ໃນ “Prophet Invites All to Fast and Pray for Relief from COVID-19,” Mar. 26, 2020, newsroom.ChurchofJesusChrist.org.

  13. ແອວມາ 26:35.

  14. ເບິ່ງ ແອວມາ 17:3.