ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ
ການ​ປະ​ຊຸມ​ສະ​ພາ​ຄູ​ສອນ—ສຳ​ລັບ​ພໍ່​ແມ່ ແລະ ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ


“ການ​ປະ​ຊຸມ​ສະ​ພາ​ຄູ​ສອນ—ສຳ​ລັບ​ພໍ່​ແມ່ ແລະ ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ: ສຳ​ລັບ​ທຸກ​ຄົນ​ທີ່​ສິດ​ສອນ​ຢູ່​ໃນ​ບ້ານ ແລະ ໃນ​ສາດ​ສະ​ໜາ​ຈັກ (2022)

“ການ​ປະ​ຊຸມ​ສະ​ພາ​ຄູ​ສອນ,” ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ຫ້ອງ​ຮຽນ​ຂອງ​ໂຮງ​ຮຽນ​ວັນ​ອາ​ທິດ

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ—ສຳ​ລັບ​ພໍ່​ແມ່ ແລະ ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ

ແຕ່​ລະ​ຫວອດ​ຄວນ​ຈັດ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ເປັນ​ໄຕ​ມາດ, ສຳ​ລັບ​ພໍ່​ແມ່ ແລະ ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ​ໃນ​ຫວອດ​ນັ້ນ. ໃນ​ການ​ປະ​ຊຸມ​ເຫລົ່າ​ນີ້, ພໍ່​ແມ່ ແລະ ຄຸ​ສອນ​ຄົນ​ອື່ນ​ສາ​ມາດ​ປຶກ​ສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ຫລັກ​ທຳ​ຂອງ​ການ​ສິດ​ສອນ​ເໝືອນ​ດັ່ງ​ພຣະ​ຄຣິດ (ເບິ່ງ ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 13.4, 13.5, 17.4, 17.5, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ).

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ທັງ​ສອງ​ແບບ​ຖືກ​ຈັດ​ຂຶ້ນ​ທຸກ​ໄຕ​ມາດ​ລະ​ຫວ່າງ​ຫ້ອງ​ຮຽນ 50 ນາ​ທີ ໃນ​ວັນ​ອາ​ທິດ.

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ພໍ່​ແມ່

ໃຜ​ເປັນ​ຜູ້​ນຳ​ພາ​ການ​ປະ​ຊຸມ​ເຫລົ່າ​ນີ້? ຕາມ​ປົກ​ກະ​ຕິ​ແລ້ວ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ຈະ​ເປັນ​ຜູ້​ນຳ​ພາ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ພໍ່​ແມ່. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຝ່າຍ​ອະ​ທິ​ການ​ກໍ​ສາ​ມາດ​ມອບ​ໝາຍ​ສະ​ມາ​ຊິກ​ຫວອດ​ຄົນ​ອື່ນ​ໃຫ້​ນຳ​ພາ​ການ​ປະ​ຊຸມ​ເປັນ​ບາງ​ຄັ້ງ.

ສະ​ພາ​ຫວອດ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ, ຈະ​ດູ​ແລ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ພໍ່​ແມ່. ພວກ​ເພິ່ນ​ປຶກ​ສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ພໍ່​ແມ່ ແລະ ຄອບ​ຄົວ, ແລະ ພວກ​ເພິ່ນ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ກຳ​ນົດ​ວ່າ​ຫລັກ​ທຳ​ໃດ​ຈາກ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນັ້ນ​ໄດ້​ດີ​ທີ່​ສຸດ.

ໃຜ​ຄວນ​ໄປ​ຮ່ວມ? ສະ​ພາ​ຫວອດ​ຈະ​ກຳ​ນົດ​ວ່າ​ຈະ​ເຊື້ອ​ເຊີນ​ພໍ່​ແມ່​ບາງ​ຄົນ​ໂດຍ​ສະ​ເພາະ ຫລື ເປີດ​ການ​ໄປ​ຮ່ວມ​ໃຫ້​ແກ່​ທຸກ​ຄົນ​ທີ່​ຢາກ​ເຂົ້າ​ຮ່ວມ.

ການ​ປະ​ຊຸມ​ເຫລົ່າ​ນີ້​ຄວນ​ຖືກ​ຈັດ​ຂຶ້ນ​ເມື່ອ​ໃດ? ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ພໍ່​ແມ່​ສາ​ມາດ​ຈັດ​ຂຶ້ນ​ໃນ​ວັນ​ອາ​ທິດ​ໃດ​ກໍ​ໄດ້, ຕາມ​ທີ່​ສະ​ພາ​ຫວອດ​ກຳ​ນົດ.

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ

ໃຜ​ເປັນ​ຜູ້​ນຳ​ພາ​ການ​ປະ​ຊຸມ​ເຫລົ່າ​ນີ້? ຕາມ​ປົກ​ກະ​ຕິ​ແລ້ວ, ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ຈະ​ເປັນ​ຜູ້​ນຳ​ພາ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຝ່າຍ​ອະ​ທິ​ການ​ກໍ​ສາ​ມາດ​ມອບ​ໝາຍ​ສະ​ມາ​ຊິກ​ຫວອດ​ຄົນ​ອື່ນ​ໃຫ້​ນຳ​ພາ​ການ​ປະ​ຊຸມ​ເປັນ​ບາງ​ຄັ້ງ.

ສະ​ພາ​ຫວອດ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ, ຈະ​ດູ​ແລ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສຳ​ລັບ​ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ. ພວກ​ເພິ່ນ​ປຶກ​ສາ​ຫາ​ລື​ນຳ​ກັນ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຄູ​ສອນ ແລະ ຜູ້​ຮຽນ, ແລະ ພວກ​ເພິ່ນ​ເຮັດ​ວຽກ​ຮ່ວມ​ກັນ​ເພື່ອ​ກຳ​ນົດ​ວ່າ​ຫລັກ​ທຳ​ໃດ​ຈາກ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ເຫລົ່າ​ນັ້ນ​ໄດ້​ດີ​ທີ່​ສຸດ.

ໃຜ​ຄວນ​ໄປ​ຮ່ວມ? ທຸກ​ຄົນ​ທີ່​ສິດ​ສອນ​ກຸ່ມ ຫລື ຫ້ອງ​ຮຽນ​ໃນ​ຫວອດ​ຄວນ​ໄປ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ. ສະ​ມາ​ຊິກ​ໃນ​ຝ່າຍ​ປະ​ທານ​ກຸ່ມ ແລະ ອົງ​ການ​ກໍ​ໄດ້​ຮັບ​ການ​ເຊື້ອ​ເຊີນ​ນຳ​ອີກ.

ການ​ປະ​ຊຸມ​ເຫລົ່າ​ນີ້​ຄວນ​ຖືກ​ຈັດ​ຂຶ້ນ​ເມື່ອ​ໃດ? ຄູ​ສອນ​ຈະ​ໄປ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ໃນ​ວັນ​ອາ​ທິດ​ທີ່​ເຂົາ​ເຈົ້າ​ບໍ່​ໄດ້​ສິດ​ສອນ​ຫ້ອງ​ຮຽນ​ປົກ​ກະ​ຕິ​ຂອງ​ເຂົາ​ເຈົ້າ.

  • ຄູ​ສອນ​ກຸ່ມ​ຖາ​ນະ​ປະ​ໂລ​ຫິດ, ຄູ​ສອນ​ຫ້ອງ​ສະ​ມາ​ຄົມ​ສະ​ຕີ​ສົງ​ເຄາະ, ແລະ ຄູ​ສອນ​ຫ້ອງ​ກຸ່ມ​ຍິງ​ໜຸ່ມ ສາ​ມາດ​ໄປ​ຮ່ວມ ໃນ​ວັນ​ອາ​ທິດ​ທຳ​ອິດ ຫລື ທີ​ສາມ, ຕາມ​ທີ່​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ກຳ​ນົດ.

  • ຄູ​ສອນ​ໂຮງ​ຮຽນ​ວັນ​ອາ​ທິດ ສາ​ມາດ​ໄປ​ຮ່ວມ​ໃນ​ວັນ​ອາ​ທິດ​ທີ​ສອງ ຫລື ທີ​ສີ່, ຕາມ​ທີ່​ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ກຳ​ນົດ.

  • ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ສາ​ມາດ​ໄປ​ຮ່ວມ​ໃນ​ວັນ​ອາ​ທິດ​ໃດ​ກໍ​ໄດ້, ຕາມ​ທີ່​ຝ່າຍ​ປະ​ທານ​ຊັ້ນ​ປະ​ຖົມ​ໄວ ແລະ ຝ່າຍ​ປະ​ທານ​ໂຮງ​ຮຽນ​ວັນ​ອາ​ທິດ​ຂອງ​ຫວອດ​ກຳ​ນົດ. ຖ້າ​ປາດ​ຖະ​ໜາ, ບັນ​ດາ​ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ສາ​ມາດ​ຊຸມ​ນຸມ​ກັນ​ຕ່າງ​ຫາກ ຈາກ​ຄູ​ສອນ​ຄົນ​ອື່ນໆ ເພື່ອ​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ແງ່​ມຸມ​ສະ​ເພາະ​ເລື່ອງ​ການ​ສິດ​ສອນ​ເດັກ​ນ້ອຍ. ສິ່ງ​ນີ້​ສາ​ມາດ​ເກີດ​ຂຶ້ນ​ລະ​ຫວ່າງ​ຊ່ວງ​ເວ​ລາ​ຮ້ອງ​ເພງ 20 ນາ​ທີ, ກ່ອນ ຫລື ຫລັງ​ຈາກ​ການ​ປະ​ຊຸມ​ວັນ​ອາ​ທິດ​ຕາມ​ປົກ​ກະ​ຕິ, ຫລື ໃນ​ວັນ​ອື່ນ​ຂອງ​ອາ​ທິດ. ການ​ປະ​ຊຸມ​ສະ​ພາ​ຄູ​ສອນ​ສາ​ມາດ​ຈັດ​ຂຶ້ນ​ຫລາຍ​ກວ່າ​ໜຶ່ງ​ເທື່ອ​ໃນ​ແຕ່​ລະ​ໄຕ​ມາດ​ສຳ​ລັບ​ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ ເພື່ອ​ວ່າ​ເຂົາ​ເຈົ້າ​ທຸກ​ຄົນ​ຈະ​ບໍ່​ໄດ້​ປະ​ຫ້ອງ​ຮຽນ​ໄປ ໃນ​ອາ​ທິດ​ດຽວ​ກັນ. (ໝາຍ​ເຫດ: ຕາມ​ຄວາມ​ຕ້ອງ​ການ, ຝ່າຍ​ປະ​ທານ​ຊັ້ນ​ປະ​ຖົມ​ໄວ​ຈະ​ມອບ​ໝາຍ​ຄູ​ສອນ​ແທນ, ສົມ​ທົບ​ຫ້ອງ​ຮຽນ, ຫລື ຈັດ​ການ​ໃນ​ແບບ​ອື່ນ ເພື່ອ​ໃຫ້​ຄູ​ສອນ​ຊັ້ນ​ປະ​ຖົມ​ໄວ​ໄດ້​ໄປ​ຮ່ວມ​ການ​ປະ​ຊຸມ​ສະ​ພາ​ຄູ​ສອນ.)

ຮູບ​ແບບ​ຂອງ​ການ​ປະ​ຊຸມ

ການ​ປະ​ຊຸມ​ສະ​ພາ​ຄູ​ສອນ—ທັງ​ສຳ​ລັບ​ພໍ່​ແມ່ ແລະ ຄູ​ສອນ​ທີ່​ໄດ້​ຮັບ​ການ​ເອີ້ນ—ຈະ​ຕິດ​ຕາມ​ຮູບ​ແບບ​ນີ້:

  1. ແບ່ງ​ປັນ ແລະ ປຶກ​ສາ​ຫາ​ລື​ນຳ​ກັນ (ປະ​ມານ 20 ນາ​ທີ). ເຊື້ອ​ເຊີນ​ພໍ່​ແມ່ ຫລື ຄູ​ສອນ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ດຳ​ເນີນ​ໄປ​ດ້ວຍ​ດີ​ຂະ​ນະ​ທີ່​ເຂົາ​ເຈົ້າ​ສິດ​ສອນ​ພຣະ​ກິດ​ຕິ​ຄຸນ​ຢູ່​ທີ່​ບ້ານ ຫລື ໃນ​ຫ້ອງ​ຮຽນ​ຂອງ​ເຂົາ​ເຈົ້າ. ເຂົາ​ເຈົ້າ​ຍັງ​ສາ​ມາດ​ແບ່ງ​ປັນ​ຄວາມ​ທ້າ​ທາຍ​ທີ່​ເຂົາ​ເຈົ້າ​ປະ​ເຊີນ ຫລື ສິ່ງ​ທີ່​ເຂົາ​ເຈົ້າ​ຢາກ​ຈະ​ປັບ​ປຸງ​ນຳ​ອີກ.

  2. ຮຽນ​ຮູ້​ນຳ​ກັນ (ປະ​ມານ 15 ນາ​ທີ). ສົນ​ທະ​ນາ​ກັບ​ພໍ່​ແມ່ ຫລື ຄູ​ສອນ​ຫລັກ​ໜຶ່ງ​ຂໍ້​ໃນ ການ​ສິດ​ສອນ​ໃນ​ວິ​ທີ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຈົ່ງ​ຕາມ​ເຮົາ​ມາ ຍັງ​ສາ​ມາດ​ຖືກ​ໃຊ້​ເປັນ​ແຫລ່ງ​ຊ່ວຍ​ເຫລືອ​ສຳ​ລັບ​ການ​ສົນ​ທະ​ນາ​ເຫລົ່າ​ນີ້​ໄດ້.

  3. ວາງ​ແຜນ ແລະ ເຊື້ອ​ເຊີນ (ປະ​ມານ 10 ນາ​ທີ). ເຊື້ອ​ເຊີນ​ພໍ່​ແມ່ ຫລື ຄູ​ສອນ​ໃຫ້​ແບ່ງ​ປັນ​ສິ່ງ​ທີ່​ເຂົາ​ເຈົ້າ​ໄດ້​ຮຽນ​ຮູ້​ລະ​ຫວ່າງ​ການ​ປະ​ຊຸມ ແລະ ວ່າ​ເຂົາ​ເຈົ້າ​ວາງ​ແຜນ​ຈະ​ນຳ​ໃຊ້​ມັນ​ແນວ​ໃດ.

6:15