ຄູ່​ມື ແລະ ການ​ເອີ້ນ
35. ການ​ດູ​ແລ ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ


“35. ການ​ດູ​ແລ ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ (2023).

“35. ການ​ດູ​ແລ ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ,” ພາກ​ສ່ວນ​ທີ່​ຄັດ​ເລືອກ​ມາ​ຈາກ​ຄູ່​ມື​ທົ່ວ​ໄປ

ຜູ້​ຄົນ​ກຳ​ລັງ​ທຳ​ຄວາມ​ສະ​ອາດ​ປ່ອງ​ຢ້ຽມ ແລະ ດູດ​ພົມ

35.

ການ​ດູ​ແລ ແລະ ການ​ໃຊ້​ອາ​ຄານ​ປະ​ຊຸມ

35.1

ຈຸດ​ປະ​ສົງ

ສາດ​ສະ​ໜາ​ຈັກ​ຈັດ​ຫາ​ອາ​ຄານ​ປະ​ຊຸມ​ໃຫ້​ເພື່ອ​ວ່າ​ທຸກ​ຄົນ​ທີ່​ເຂົ້າ​ໄປ​ໃນ​ນັ້ນ​ຈະ​ສາ​ມາດ:

35.2

ບົດ​ບາດ ແລະ ໜ້າ​ທີ່​ຮັບ​ຜິດ​ຊອບ

35.2.2

ຜູ້​ຈັດ​ການ​ສະ​ຖານ​ທີ່​ຂອງ​ສາດ​ສະ​ໜາ​ຈັກ

ຜູ້​ຈັດ​ການ​ສະ​ຖານ​ທີ່ ທີ່​ສາດ​ສະ​ໜາ​ຈັກ​ວ່າ​ຈ້າງ ຊ່ວຍ​ເຫລືອ​ແຕ່​ລະ​ສະ​ເຕກ​ດຳ​ເນີນ​ການ​ເລື່ອງ​ອາ​ຄານ​ປະ​ຊຸມ. ລາວ​ຈັດ​ການ​ເລື່ອງ​ການ​ສ້ອມ​ແປງ​ຄັ້ງ​ໃຫຍ່, ການ​ທຳ​ຄວາມ​ສະ​ອາດ, ແລະ ການ​ບຳ​ລຸງ​ຮັກ​ສາ​ອາ​ຄານ​ຕາມ​ປົກ​ກະ​ຕິ.

ເມື່ອ​ຈຳ​ເປັນ, ຜູ້​ຈັດ​ການ​ສະ​ຖານ​ທີ່​ຊ່ວຍ​ແນະ​ນຳ​ຕົວ​ແທນ​ອາ​ຄານ​ສະ​ເຕກ ແລະ ຫວອດ​ໃຫ້​ຮູ້​ວິ​ທີ​ທຳ​ຄວາມ​ສະ​ອາດ​ອາ​ຄານ ແລະ ເຮັດ​ວຽກ​ງານ​ອື່ນ​ໃນ​ທ້ອງ​ຖິ່ນ. ລາວ​ໃຫ້​ຄຳ​ແນະ​ນຳ, ຈັດ​ຫາ​ວັດ​ສະ​ດຸ, ແລະ ອຸ​ປະ​ກອນ.

ລາວ​ອາດ​ທົບ​ທວນ​ຄ່າ​ໃຊ້​ຈ່າຍ​ຂອງ​ອາ​ຄານ​ກັບ​ຝ່າຍ​ອະ​ທິ​ການ.

35.2.7

ຝ່າຍ​ອະ​ທິ​ການ

ຝ່າຍ​ອະ​ທິ​ການ (ຫລື ຕົວ​ແທນ​ອາ​ຄານ​ຫວອດ) ສິດ​ສອນ​ສະ​ມາ​ຊິກ​ໃຫ້​ຮູ້​ວິ​ທີ​ໃຊ້, ດູ​ແລ, ແລະ ເຮັດ​ໃຫ້​ອາ​ຄານ​ປອດ​ໄພ. ຝ່າຍ​ອະ​ທິ​ການ​ກໍ​ຍັງ​ແຈກ​ຢາຍ​ກະ​ແຈ​ອາ​ຄານ​ໃຫ້​ຜູ້​ນຳ​ຫວອດ​ນຳ​ອີກ.

ພວກ​ເພິ່ນ​ຕ້ອງ​ແນ່​ໃຈ​ວ່າ​ກິດ​ຈະ​ກຳ​ໃນ​ອາ​ຄານ ແລະ ໃນ​ບໍ​ລິ​ເວນ​ດຳ​ເນີນ​ຢ່າງ​ປອດ​ໄພ (ເບິ່ງ 20.7).

ພວກ​ເພິ່ນ​ສື່​ສານ​ກັບ​ຜູ້​ຈັດ​ການ​ສະ​ຖານ​ທີ່​ຂອງ​ສາດ​ສະ​ໜາ​ຈັກ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຕ້ອງ​ບຳ​ລຸງ​ຮັກ​ສາ ແລະ ການ​ດຳ​ເນີນ​ການ. ພວກ​ເພິ່ນ​ອາດ​ຍັງ​ຕ້ອງ​ທົບ​ທວນ​ຄ່າ​ໃຊ້​ຈ່າຍ​ທີ່​ກ່ຽວ​ຂ້ອງ​ກັບ​ຜູ້​ຈັດ​ການ​ສະ​ຖານ​ທີ່​ນຳ​ອີກ.

35.2.9

ຕົວ​ແທນ​ອາ​ຄານ​ຫວອດ

ຝ່າຍ​ອະ​ທິ​ການ​ພິ​ຈາ​ລະ​ນາ​ວ່າ​ຈະ​ເອີ້ນ​ໃຜ​ຜູ້​ໜຶ່ງ​ໃຫ້​ເປັນ​ຕົວ​ແທນ​ອາ​ຄານ​ຫວອດ​ຫລື​ບໍ່. ຖ້າ​ຫາກ​ພວກ​ເພິ່ນ​ຕັດ​ສິນ​ໃຈ​ມອບ​ການ​ເອີ້ນ​ນີ້, ຝ່າຍ​ອະ​ທິ​ການ​ອາດ​ເອີ້ນ​ສະ​ມາ​ຊິກ​ຜູ້​ຊາຍ ຫລື ຜູ້​ຍິງ​ທີ່​ເປັນ​ຜູ້​ໃຫຍ່​ຄົນ​ໜຶ່ງ. ຖ້າ​ຫາກ​ຕົວ​ແທນ​ອາ​ຄານ​ບໍ່​ໄດ້​ຖືກ​ເອີ້ນ, ອະ​ທິ​ການ​ອາດ​ມອບ​ໝາຍ​ໜ້າ​ທີ່​ຮັບ​ຜິດ​ຊອບ​ນີ້​ໃຫ້​ທີ່​ປຶກ​ສາ​ຄົນ​ໜຶ່ງ​ຂອງ​ເພິ່ນ, ໃຫ້​ສະ​ໝຽນ​ຫວອດ ຫລື ຜູ້​ຊ່ວຍ​ສະ​ໝຽນ​ຫວອດ, ຫລື ເລ​ຂາ​ນຸ​ການ​ສູງ​ສຸດ.

ຕົວ​ແທນ​ອາ​ຄານ​ຫວອດ​ຈັດ​ກຸ່ມ​ສະ​ມາ​ຊິກ ແລະ ຜູ້​ອາ​ສາ​ສະ​ໝັກ ເພື່ອ​ທຳ​ຄວາມ​ສະ​ອາດ ແລະ ບຳ​ລຸງ​ຮັກ​ສາ​ອາ​ຄານ.

35.3

ການ​ຈັດ​ຫາ​ອາ​ຄານ​ປະ​ຊຸມ

ອາ​ຄານ​ປະ​ຊຸມ​ຕ່າງໆ​ມີ​ຫລາຍ​ຂະ​ໜາດ ແລະ ຫລາຍ​ແບບ​ອີງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ທ້ອງ​ຖິ່ນ ແລະ ສະ​ພາບ​ການ. ອາ​ຄານ​ປະ​ຊຸມ​ອາດ​ເປັນ​ຕຶກ​ທີ່​ສາດ​ສະ​ໜາ​ຈັກ​ສ້າງ​ຂຶ້ນ ຫລື ຊື້​ເອົາ, ເປັນ​ເຮືອນ​ຂອງ​ສະ​ມາ​ຊິກ, ເປັນ​ໂຮງ​ຮຽນ​ໃນ​ທ້ອງ​ຖິ່ນ ຫລື ເປັນ​ສູນ​ຊຸມ​ຊົນ, ເປັນ​ພື້ນ​ທີ່​ເຊົ່າ, ຫລື ທາງ​ເລືອກ​ອື່ນ​ທີ່​ຖືກ​ອະ​ນຸ​ມັດ.

ຜູ້​ນຳ​ເຂດ ແລະ ຜູ້​ນຳ​ໃນ​ທ້ອງ​ຖິ່ນ​ໃຊ້​ອາ​ຄານ​ປະ​ຊຸມ​ທຸກ​ບ່ອນ​ທີ່​ມີ​ຢູ່ ແລະ ຮອບ​ຄອບ​ໃນ​ການ​ສະ​ເໜີ​ຂໍ​ພື້ນ​ທີ່​ເພີ່ມ​ເຕີມ.

35.4

ການ​ບຳ​ລຸງ​ຮັກ​ສາ​ອາ​ຄານ​ປະ​ຊຸມ

35.4.1

ການ​ທຳ​ຄວາມ​ສະ​ອາດ ແລະ ການ​ບຳ​ລຸງ​ຮັກ​ສາ​ອາ​ຄານ​ປະ​ຊຸມ

ຜູ້​ນຳ​ໃນ​ທ້ອງ​ຖິ່ນ ແລະ ສະ​ມາ​ຊິກ, ລວມ​ທັງ​ຊາວ​ໜຸ່ມ, ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຊ່ວຍ​ຮັກ​ສາ​ອາ​ຄານ​ແຕ່​ລະ​ແຫ່ງ​ໃຫ້​ສະ​ອາດ ແລະ ຢູ່​ໃນ​ສະ​ພາບ​ດີ.

ຕາ​ຕະ​ລາງ​ທຳ​ຄວາມ​ສະ​ອາດ​ບໍ່​ຄວນ​ເປັນ​ພາ​ລະ​ໃຫ້​ແກ່​ສະ​ມາ​ຊິກ. ຍົກ​ຕົວ​ຢ່າງ, ຖ້າ​ຫາກ​ການ​ເດີນ​ທາງ​ໄປ​ຫາ​ອາ​ຄານ​ເປັນ​ການ​ທ້າ​ທາຍ, ສະ​ມາ​ຊິກ​ອາດ​ທຳ​ຄວາມ​ສະ​ອາດ​ທຸກ​ອາ​ທິດ​ເມື່ອ​ເຂົາ​ເຈົ້າ​ຢູ່​ທີ່​ອາ​ຄານ​ນັ້ນ​ຢູ່​ແລ້ວ.

35.4.2

ການ​ຮຽກ​ຮ້ອງ​ໃຫ້​ສ້ອມ​ແປງ

ສະ​ມາ​ຊິກ​ສະ​ພາ​ຫວອດ ຫລື ສະ​ມາ​ຊິກ​ສະ​ພາ​ສະ​ເຕກ​ສາ​ມາດ​ລາຍ​ງານ​ຄວາມ​ຈຳ​ເປັນ​ຕ້ອງ​ສ້ອມ​ແປງ. ສິ່ງ​ນີ້​ສາ​ມາດ​ເຮັດ​ໄດ້​ໂດຍ​ການ​ໃຊ້​ເຄື່ອງ​ມື Facility Issue Reporting (FIR).

35.4.5

ຄວາມ​ປອດ​ໄພ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ

ຜູ້​ນຳ ແລະ ສະ​ມາ​ຊິກ​ຄວນ:

  • ຮັກ​ສາ​ຫ້ອງ​ໂຖງ​ທາງ​ຍ່າງ, ຂັ້ນ​ໄດ, ທາງ​ອອກ, ແລະ ຫ້ອງ​ເຄື່ອງ​ໃຊ້​ໃຫ້​ຮຽບ​ຮ້ອຍ​ສຳ​ລັບ​ຄວາມ​ປອດ​ໄພ​ຂອງ​ການ​ເຂົ້າ​ອອກ.

  • ບໍ່​ໃຊ້ ຫລື ເກັບ​ວັດ​ຖຸ​ອັນ​ຕະ​ລາຍ ຫລື ໄວ​ໄຟ​ໄວ້​ໃນ​ອາ​ຄານ.

  • ກຳ​ນົດ ແລະ ເຮັດ​ຕາມ​ຂັ້ນ​ຕອນ​ການ​ປິດ​ອາ​ຄານ.

  • ເກັບ​ອຸ​ປະ​ກອນ​ທີ່​ສາດ​ສະ​ໜາ​ຈັກ​ເປັນ​ເຈົ້າ​ຂອງ​ໄວ້​ໃຫ້​ປອດ​ໄພ​ຈາກ​ການ​ຖືກ​ລັກ.

  • ຮູ້​ຈັກ​ວິ​ທີ​ປິດ​ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ດັ່ງ​ເຊັ່ນ ນ້ຳ, ໄຟ​ຟ້າ, ແລະ ແກັສ ຫລື ນ້ຳ​ມັນ​ເຊື້ອ​ໄຟ.

ຖ້າ​ຈຳ​ເປັນ, ຜູ້​ຈັດ​ການ​ສະ​ຖານ​ທີ່​ສາ​ມາດ​ຈັດ​ຫາ​ແຜນ​ທີ່​ສະ​ແດງ​ຈຸດ​ອຸ​ປະ​ກອນ​ດັບ​ເພີງ, ເຄື່ອງ​ປະ​ຖົມ​ພະ​ຍາ​ບານ, ແລະ ສະ​ຖານ​ທີ່​ປິດ​ເຄື່ອງ​ໃຊ້​ຕ່າງໆ. ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ມີ​ຢູ່​ໃນ “Security and Lockup Procedures” ໃນ “Maintaining Meetinghouses” (Meetinghouse Facilities Guide). ເບິ່ງ 20.7 ນຳ​ອີກ.

35.5

ນະ​ໂຍ​ບາຍ​ເລື່ອງ​ການ​ໃຊ້​ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ

35.5.1

ຫລັກ​ທຳ​ພື້ນ​ຖານ ແລະ ຂໍ້​ກຳ​ນົດ​ສຳ​ລັບ​ການ​ໃຊ້​ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ

ການ​ໃຊ້​ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ທັງ​ໝົດ ຕ້ອງ​ເປັນ​ໄປ​ຕາມ​ຂໍ້​ກຳ​ນົດ​ພື້ນ​ຖານ​ດັ່ງ​ຕໍ່ໍ່​ໄປ​ນີ້:

  • ສອດ​ຄ່ອງ​ກັບ​ຄຳ​ສອນ, ນະ​ໂຍ​ບາຍ, ແລະ ການ​ປະ​ຕິ​ບັດ​ຂອງ​ສາດ​ສະ​ໜາ​ຈັກ, ລວມ​ທັງ​ລັກ​ສະ​ນະ​ອັນ​ສັກ​ສິດ ແລະ ຈຸດ​ປະ​ສົງ​ຂອງ​ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ.

  • ຢູ່​ໃນ​ຂອບ​ເຂດ​ຂອງ​ກົດ​ໝາຍ.

  • ສອດ​ຄ່ອງ​ກັບ​ສະ​ຖາ​ນະ​ໄດ້​ຮັບ​ການ​ຍົກ​ເວັ້ນ​ພາ​ສີ​ເມື່ອ​ເໝາະ​ສົມ.

  • ດຳ​ເນີນ​ຂັ້ນ​ຕອນ​ທີ່​ເໝາະ​ສົມ ເພື່ອ​ຫລີກ​ລ້ຽງ, ຫລຸດ​ຜ່ອນ, ແລະ ຈັດ​ການ​ກັບ​ຄວາມ​ສ່ຽງ​ດ້ານ​ຄວາມ​ປອດ​ໄພ, ລວມ​ທັງ​ແນວ​ທາງ​ຊີ້​ນຳ ແລະ ນະ​ໂຍ​ບາຍ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ການ​ປົກ​ປ້ອງ​ເດັກ ແລະ ຊາວ​ໜຸ່ມ (ເບິ່ງ 12.5.1 ແລະ 20.7.1)

  • ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ ແລະ ຂໍ້​ຈຳ​ກັດ​ອື່ນໆ ທີ່​ປະ​ທານ​ສະ​ເຕກ ຫລື ອະ​ທິ​ການ​ກຳ​ນົດ.

35.5.2

ການ​ໃຊ້​ອາ​ຄານ​ປະ​ຊຸມ​ໂດຍ​ສາດ​ສະ​ໜາ​ຈັກ

ການ​ປະ​ຊຸມ, ໂຄງ​ການ, ແລະ ກິດ​ຈະ​ກຳ​ຂອງ​ສາດ​ສະ​ໜາ​ຈັກ ມີ​ຄວາມ​ສຳ​ຄັນ​ຫລາຍ​ກວ່າ​ການ​ໃຊ້​ອາ​ຄານ​ປະ​ຊຸມ​ສຳ​ລັບ​ກິດ​ຈະ​ກຳ​ອື່ນໆ ຖ້າ​ຫາກ​ມີ​ຂໍ້​ຂັດ​ແຍ້ງ.

ຫວອດ ແລະ ສະ​ເຕກ​ອາດ​ສະ​ເໜີ​ໂຄງ​ການ​ອື່ນໆ​ຂອງ​ສາດ​ສະ​ໜາ​ຈັກ ທີ່​ເປັນ​ປະ​ໂຫຍດ​ຕໍ່​ສະ​ມາ​ຊິກ ແລະ ຊຸມ​ຊົນ​ນຳ​ອີກ. ບັນ​ທຶກ​ເຫລົ່າ​ນີ້​ລວມ​ທັງ:

35.5.3

ການ​ໃຊ້​ອາ​ຄານ​ປະ​ຊຸມ​ໂດຍ​ສະ​ມາ​ຊິກ—ສ່ວນ​ຕົວ ແລະ ຄອບ​ຄົວ

ສະ​ມາ​ຊິກ​ອາດ​ຂໍ​ໃຊ້​ອາ​ຄານ​ປະ​ຊຸມ​ພາຍ​ໃນ​ສະ​ເຕກ​ສຳ​ລັບ​ກິດ​ຈະ​ກຳ​ສ່ວນ​ຕົວ ຫລື ກັບ​ຄອບ​ຄົວ. ເພື່ອ​ຂໍ​ອະ​ນຸ​ມັດ, ເຂົາ​ເຈົ້າ​ຕິດ​ຕໍ່​ສະ​ມາ​ຊິກ​ຄົນ​ໜຶ່ງ​ໃນ​ຝ່າຍ​ອະ​ທິ​ການ​ຂອງ​ຫວອດ ທີ່​ປະ​ຊຸມ​ໃນ​ອາ​ຄານ​ປະ​ຊຸມ​ນັ້ນ (ຫລື ບຸກ​ຄົນ​ທີ່​ເພິ່ນ​ກຳ​ນົດ​ໄວ້). ເງື່ອນ​ໄຂ​ດັ່ງ​ຕໍ່​ໄປ​ນີ້​ກ່ຽວ​ຂ້ອງ:

  • ການ​ໃຊ້​ຕ້ອງ​ຖືກ​ດູ​ແລ​ດ້ວຍ​ຕົວ​ເອງ​ໂດຍ​ສະ​ມາ​ຊິກ​ຜູ້​ໃຫຍ່​ທີ່​ຮັບ​ຜິດ​ຊອບ​ຂອງ​ຫວອດ​ທີ່​ປະ​ຊຸມ​ໃນ​ອາ​ຄານ​ປະ​ຊຸມ​ນັ້ນ.

  • ຜູ້​ໃຊ້​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທັງ​ໝົດ​ຕໍ່​ຄວາມ​ເສຍ​ຫາຍ​ໃດໆ​ຂອງ​ອາ​ຄານ ຫລື ການ​ບາດ​ເຈັບ ຫລື ມີ​ຄວາມ​ຮັບ​ຜິດ​ຊອບ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ດັ່ງ​ກ່າວ.

  • ຜູ້​ໃຊ້​ຕ້ອງ​ທຳ​ຄວາມ​ສະ​ອາດ ແລະ ຈັດ​ສະ​ຖານ​ທີ່​ໃຫ້​ຄືນ​ສູ່​ສະ​ພາບ​ເດີມ.

  • ຜູ້​ໃຊ້​ຕ້ອງ​ປະ​ຕິ​ບັດ​ຕາມ​ການ​ຊີ້​ນຳ ແລະ ຂໍ້​ຮຽກ​ຮ້ອງ​ຈາກ​ຜູ້​ນຳ​ທ້ອງ​ຖິ່ນ, ລວມ​ທັງ​ຂໍ້​ຮຽກ​ຮ້ອງ​ໂດຍ​ຜູ້​ໃຫ້​ຕິດ​ຕາມ​ກວດ​ກາ​ເບິ່ງ​ການ​ໃຊ້.

  • ຜູ້​ນຳ​ໃນ​ສາດ​ສະ​ໜາ​ຈັກ​ອາດ​ຂໍ​ໃຫ້​ບຸກ​ຄົນ ຫລື ກຸ່ມ​ໃດໆ​ຢຸດ​ໃຊ້​ຊັບ​ສິນ​ນັ້ນ ຖ້າ​ຫາກ​ເຂົາ​ເຈົ້າ​ບໍ່​ປະ​ຕິ​ບັດ​ຕາມ​ແນວ​ທາງ​ຊີ້​ນຳ.

  • ສຳ​ລັບ​ກິດ​ຈະ​ກຳ​ທີ່​ຖືກ​ອະ​ນຸ​ມັດ, ຜູ້​ນຳ​ຫວອດ ແລະ ສະ​ເຕກ​ຄວນ​ຈັດ​ກຽມ​ການ​ເຂົ້າ​ໃຊ້​ອາ​ຄານ​ປະ​ຊຸມ. ກະ​ແຈ​ອາ​ຄານ​ຄວນ​ຖືກ​ມອບ​ໃຫ້​ສະ​ເພາະ​ສະ​ມາ​ຊິກ​ຫວອດ ຫລື ສະ​ເຕກ​ທີ່​ຖືກ​ມອບ​ໝາຍ​ເທົ່າ​ນັ້ນ.

ເບິ່ງ 38.3.4 ສຳ​ລັບ​ການ​ໃຊ້​ອາ​ຄານ​ປະ​ຊຸມ​ສຳ​ລັບ​ພິ​ທີ​ແຕ່ງ​ງານ ແລະ ງານ​ດອງ.

ເບິ່ງ 29.5 ສຳ​ລັບ​ການ​ໃຊ້​ອາ​ຄານ​ປະ​ຊຸມ​ສຳ​ລັບ​ພິ​ທີ​ສົ່ງ​ສະ​ການ ແລະ ພິ​ທີ​ອື່ນໆ​ສຳ​ລັບ​ຜູ້​ເສຍ​ຊີ​ວິດ.

35.5.4

ການ​ໃຊ້​ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ໂດຍ​ອົງ​ການ​ທີ່​ບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ ຫລື ໂດຍ​ກຸ່ມ ຫລື ບຸກ​ຄົນ​ອື່ນໆ

ຜູ້​ນຳ​ເຂດ​ອາດ​ອະ​ນຸ​ຍາດ​ໃຫ້​ອົງ​ການ​ທີ່​ບໍ່​ສະ​ແຫວງ​ຫາ​ຜົນ​ກຳ​ໄລ, ຊຸມ​ຊົນ ແລະ ກຸ່ມ​ອື່ນໆ (ດັ່ງ​ເຊັ່ນ ທີມ​ກິ​ລາ), ຫລື ບຸກ​ຄົນ​ທີ່​ບໍ່​ໄດ້​ອະ​ທິ​ບາຍ​ໄວ້​ໃນ 35.5.3 ໃຊ້​ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ ເພື່ອ​ກິດ​ຈະ​ກຳ ຫລື ການ​ຮັບ​ໃຊ້​ທີ່​ເປັນ​ປະ​ໂຫຍດ. ເງື່ອນ​ໄຂ​ທີ່​ລະ​ບຸ​ໄວ້​ໃນ 35.5.3 ມີ​ຜົນ​ບັງ​ຄັບ​ໃຊ້.

ເພື່ອ​ຂໍ​ອະ​ນຸ​ມັດ​ການ​ໃຊ້​ສຳ​ລັບ​ການ​ໃຊ້​ດັ່ງ​ກ່າວ​ຈາກ​ຜູ້​ນຳ​ເຂດ, ປະ​ທານ​ສະ​ເຕກ​ຈະ​ຕິດ​ຕໍ່​ຜູ້​ຈັດ​ການ​ສະ​ຖານ​ທີ່.

35.5.5

ພາ​ວະ​ສຸກ​ເສີນ

ອາ​ຄານ​ປະ​ຊຸມ​ຂອງ​ສາດ​ສະ​ໜາ​ຈັກ​ອາດ​ຖືກ​ໃຊ້​ສຳ​ລັບ​ການ​ຮັບ​ໃຊ້​ຊຸມ​ຊົນ​ລະ​ຫວ່າງ​ພາ​ວະ​ສຸກ​ເສີນ. ຍົກ​ຕົວ​ຢ່າງ, ປະ​ທານ​ສະ​ເຕກ​ອາດ​ອະ​ນຸ​ຍາດ​ໃຫ້​ອົງ​ການ​ບັນ​ເທົາ​ທຸກ​ໄພ​ພິ​ບັດ ແລະ ໜ່ວຍ​ງານ​ອື່ນໆ​ທີ່​ກ່ຽວ​ຂ້ອງ ໃຊ້​ອາ​ຄານ​ປະ​ຊຸມ​ໃນ​ສະ​ເຕກ​ຂອງ​ເພິ່ນ (ເບິ່ງ 35.5.4).

35.5.6

ການ​ໃຊ້​ອາ​ຄານ​ປະ​ຊຸມ​ທີ່​ບໍ່​ອະ​ນຸ​ຍາດ​ໃຫ້​ໃຊ້

35.5.6.1

ການ​ໃຊ້​ທາງ​ການ​ຄ້າ

ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ໃຊ້​ສຳ​ລັບ​ຈຸດ​ປະ​ສົງ​ການ​ຄ້າ. ການ​ໃຊ້​ເຊັ່ນ​ນັ້ນ​ບໍ່​ສອດ​ຄ່ອງ​ກັບ​ຈຸດ​ປະ​ສົງ​ຂອງ​ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ. ມັນ​ກໍ​ຍັງ​ຂັດ​ກັບ​ກົດ​ໝາຍ​ບ້ານ​ເມືອງ ແລະ ກົດ​ໝາຍ​ປະ​ເທດ​ນຳ​ອີກ ທີ່​ໄດ້​ຍົກ​ເວັ້ນ​ພາ​ສີ​ຊັບ​ສິນ​ໃຫ້​ສາດ​ສະ​ໜາ​ຈັກ.

35.5.6.3

ຈຸດ​ປະ​ສົງ​ທາງ​ການ​ເມືອງ

ສາດ​ສະ​ໜາ​ຈັກ​ເປັນ​ກາງ​ທາງ​ການ​ເມືອງ. ຊັບ​ສິນ​ຂອງ​ສາດ​ສະ​ໜາ​ຈັກ​ບໍ່​ຖືກ​ອະ​ນຸ​ຍາດ​ໃຫ້​ໃຊ້​ສຳ​ລັບ​ຈຸດ​ປະ​ສົງ​ທາງ​ການ​ເມືອງ ຫລື ການ​ສະ​ໜັບ​ສະ​ໜູນ. ກິດ​ຈະ​ກໍາ​ທີ່​ຖືກ​ຫ້າມ​ແມ່ນ​ລວມ​ທັງ​ການ​ປະ​ຊຸມ​ທາງ​ການ​ເມືອງ ແລະ ການ​ນໍາ​ໃຊ້​ໂດຍ​ກຸ່ມ​ໂຄ​ສະ​ນາ​ທາງ​ການ​ເມືອງ ແລະ ກຸ່ມ​ສະ​ໜັບ​ສະ​ໜູນ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ໃຊ້​ຊັບ​ສິນ​ນັ້ນ​ສຳ​ລັບ​ການ​ລົງ​ທະ​ບຽນ ຫລື ການ​ລົງ​ຄະ​ແນນ​ສຽງ​ອາດ​ຖືກ​ອະ​ນຸ​ຍາດ​ເປັນ​ຂໍ້​ຍົກ​ເວັ້ນ (ເບິ່ງ 38.8.30). ປະ​ທານ​ສະ​ເຕກ​ອາດ​ໄດ້​ຮັບ​ຂໍ້​ຍົກ​ເວັ້ນ​ດັ່ງ​ກ່າວ​ຜ່ານ​ທາງ​ຜູ້​ຈັດ​ການ​ສະ​ຖານ​ທີ່ (ເບິ່ງ 35.5.4).