“26. ໃບຮັບຮອງເຂົ້າພຣະວິຫານ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ (2023).
“26. ໃບຮັບຮອງເຂົ້າພຣະວິຫານ,” ພາກສ່ວນທີ່ຄັດເລືອກມາຈາກຄູ່ມືທົ່ວໄປ
26.
ໃບຮັບຮອງເຂົ້າພຣະວິຫານ
26.0
ຄຳນຳ
ການເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າ ແມ່ນສິດທິພິເສດທີ່ສັກສິດ. ຜູ້ນຳຫວອດ ແລະ ສະເຕກຊຸກຍູ້ສະມາຊິກທຸກຄົນໃຫ້ມີຄ່າຄວນສຳລັບພຣະວິຫານ ແລະ ມີໃບຮັບຮອງເຂົ້າພຣະວິຫານ ເຖິງແມ່ນເຂົາເຈົ້າບໍ່ໄດ້ອາໄສຢູ່ໃກ້ພຣະວິຫານກໍຕາມ.
ຜູ້ນຳໃນສາດສະໜາຈັກຄວນໃຊ້ຄວາມພະຍາຍາມໃນທຸກວິທີທາງ ເພື່ອເບິ່ງວ່າ ສະມາຊິກທີ່ເຂົ້າໄປໃນບ້ານຂອງພຣະຜູ້ເປັນເຈົ້າທຸກຄົນມີຄ່າຄວນພໍທີ່ຈະເຂົ້າໄປຫລືບໍ່ (ເບິ່ງ ເພງສັນລະເສີນ 24:3–5).
ສະມາຊິກຕ້ອງມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ ກ່ອນຈະເຂົ້າໄປໃນພຣະວິຫານໄດ້.
ອະທິການຈະປຶກສາກັບປະທານສະເຕກຂອງເພິ່ນ ຖ້າຫາກເພິ່ນມີຄຳຖາມກ່ຽວກັບໃບຮັບຮອງເຂົ້າພຣະວິຫານ ທີ່ບໍ່ໄດ້ຕອບຢູ່ໃນບົດນີ້. ປະທານສະເຕກສາມາດຕິດຕໍ່ຫາຫ້ອງການຂອງຝ່າຍປະທານສູງສຸດຖ້າມີຄຳຖາມ.
26.1
ຊະນິດໃບຮັບຮອງເຂົ້າພຣະວິຫານ
ໃບຮັບຮອງມີສາມຊະນິດດ້ວຍກັນ:
-
ໃບຮັບຮອງເຂົ້າພຣະວິຫານສຳລັບສະມາຊິກທີ່ຍັງບໍ່ໄດ້ຮັບຂອງປະທານສັກສິດເທື່ອ. ໃບຮັບຮອງເຫລົ່ານີ້ແມ່ນສຳລັບສະມາຊິກທີ່ຍັງບໍ່ໄດ້ຮັບຂອງປະທານສັກສິດເທື່ອ ຜູ້ທີ່ຈະຜະນຶກເຂົ້າກັບພໍ່ແມ່ຂອງເຂົາເຈົ້າ ຫລື ປະຕິບັດການບັບຕິສະມາ ແລະ ການຢືນຢັນແທນ. ໃບຮັບຮອງຖືກອອກໃຫ້ຜ່ານທາງ ແຫລ່ງຊ່ວຍຜູ້ນຳ ແລະ ສະໝຽນ (LCR). ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງ 26.4.
-
ໃບຮັບຮອງເຂົ້າພຣະວິຫານສຳລັບພິທີການຂອງຜູ້ທີ່ມີຊີວິດຢູ່. ໃບຮັບຮອງເຫລົ່ານີ້ແມ່ນສຳລັບສະມາຊິກທີ່ຈະໄປຮັບເອົາຂອງປະທານສັກສິດສຳລັບຕົວເອງ ຫລື ຈະຜະນຶກເຂົ້າກັບຄູ່ຄອງ. ໃບຮັບຮອງພິທີການສຳລັບຜູ້ທີ່ມີຊີວິດຢູ່ຈະຕິດແນບຢູ່ກັບໃບຮັບຮອງເຂົ້າພຣະວິຫານປົກກະຕິສຳລັບສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວ (ມີອະທິບາຍໄວ້ຢູ່ຂ້າງລຸ່ມ).
-
ໃບຮັບຮອງເຂົ້າພຣະວິຫານສຳລັບສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວ. ໃບຮັບຮອງເຫລົ່ານີ້ແມ່ນສຳລັບສະມາຊິກທີ່ໄດ້ຮັບຂອງປະທານສັກສິດກ່ອນແລ້ວ. ໃບຮັບຮອງຖືກອອກໃຫ້ຜ່ານທາງ LCR. ໃບຮັບຮອງອະນຸຍາດໃຫ້ສະມາຊິກເຂົ້າຮ່ວມພິທີການພຣະວິຫານທັງໝົດສຳລັບຄົນທີ່ເສຍຊີວິດແລ້ວ. ໃບຮັບຮອງກໍຍັງຖືກໃຊ້ເມື່ອສະມາຊິກທີ່ໄດ້ຮັບຂອງປະທານສັກສິດແລ້ວຖືກຜະນຶກເຂົ້າກັບພໍ່ແມ່ ຫລື ລູກທີ່ມີຊີວິດຢູ່ ຫລື ເສຍຊີວິດແລ້ວ. ສຳລັບຂໍ້ມູນເພີ່ມເຕີມ, ໃຫ້ເບິ່ງ 26.3.
26.2
ການເກັບຮັກສາໃບຮັບຮອງເຂົ້າພຣະວິຫານ
26.2.1
ການເກັບຮັກສາໃບຮັບຮອງເຂົ້າພຣະວິຫານໂດຍຜູ້ນຳຖານະປະໂລຫິດ
ຜູ້ນຳຖານະປະໂລຫິດຜູ້ທີ່ຖືກອະນຸຍາດໃຫ້ມີປຶ້ມໃບຮັບຮອງເຂົ້າພຣະວິຫານ ຄວນເກັບຮັກສາມັນໄວ້ໃຫ້ດີ.
ຜູ້ນຳຖານະປະໂລຫິດກໍຍັງຕ້ອງແນ່ໃຈວ່າ ບຸກຄົນທີ່ບໍ່ໄດ້ຮັບອະນຸຍາດ ຈະບໍ່ສາມາດເຂົ້າເຖິງຂໍ້ມູນຂອງໃບຮັບຮອງເຂົ້າພຣະວິຫານໃນ LCR.
26.2.2
ໃບຮັບຮອງທີ່ເສຍ ຫລື ຖືກລັກໄປ
ອະທິການຂໍໃຫ້ສະມາຊິກແຈ້ງໃຫ້ເພິ່ນຊາບໃຫ້ໄວເທົ່າທີ່ຈະເປັນໄປໄດ້ ຖ້າຫາກເຂົາເຈົ້າເຮັດໃບຮັບຮອງເສຍ ຫລື ຖືກລັກໄປ. ເພິ່ນ ຫລື ທີ່ປຶກສາ ຫລື ສະໝຽນທີ່ຖືກມອບໝາຍຈະໃຊ້ LCR ເພື່ອຍົກເລີກໃບຮັບຮອງໃຫ້ໄວເທົ່າທີ່ຈະເປັນໄປໄດ້. ຖ້າຫາກລະບົບນີ້ບໍ່ມີໃຫ້ໃຊ້, ອະທິການຈະຕິດຕໍ່ຫາຫ້ອງການພຣະວິຫານ ເພື່ອຍົກເລີກໃບຮັບຮອງ.
26.2.3
ຜູ້ຖືໃບຮັບຮອງທີ່ບໍ່ດຳລົງຊີວິດຕາມມາດຕະຖານຄວາມມີຄ່າຄວນ
ຖ້າຫາກອະທິການພິຈາລະນາວ່າສະມາຊິກຜູ້ມີໃບຮັບຮອງ ບໍ່ໄດ້ດຳລົງຊີວິດຕາມມາດຕະຖານຄວາມມີຄ່າຄວນ (ເບິ່ງ 26.3), ເພິ່ນຈະຂໍເອົາໃບຮັບຮອງຈາກສະມາຊິກ. ເພິ່ນໃຊ້ LCR ເພື່ອຍົກເລີກໃບຮັບຮອງ. ຖ້າຫາກລະບົບນີ້ບໍ່ມີໃຫ້ໃຊ້, ອະທິການຈະຕິດຕໍ່ຫາຫ້ອງການພຣະວິຫານ ເພື່ອຍົກເລີກໃບຮັບຮອງ.
26.3
ແນວທາງຊີ້ນຳທົ່ວໄປສຳລັບການອອກໃບຮັບຮອງເຂົ້າພຣະວິຫານ
ຜູ້ນຳຖານະປະໂລຫິດຄວນອອກໃບຮັບຮອງໃຫ້ ພຽງແຕ່ເມື່ອຖ້າຫາກສະມາຊິກຕອບຄຳຖາມສຳລັບໃບຮັບຮອງເຂົ້າພຣະວິຫານຢ່າງເໝາະສົມເທົ່ານັ້ນ.
ໃນສະເຕກ, ສະມາຊິກຄົນໜຶ່ງໃນຝ່າຍປະທານສະເຕກ ຫລື ສະໝຽນສະເຕກຈະເປີດໃຊ້ງານໃບຮັບຮອງເຂົ້າພຣະວິຫານໃນ LCR ຫລັງຈາກມັນຖືກອອກໃຫ້ແລ້ວ. ໃນທ້ອງຖິ່ນ, ສະມາຊິກຄົນໜຶ່ງໃນຝ່າຍປະທານເຜີຍແຜ່ ຫລື ສະໝຽນເຂດເຜີຍແຜ່ຈະເປີດໃຊ້ງານໃບຮັບຮອງ. ໃບຮັບຮອງສຳລັບການກະທຳການບັບຕິສະມາ ແລະ ການຢືນຢັນແທນ ຈະຖືກເປີດໃຊ້ງານເມື່ອໃບຮັບຮອງຖືກພິມໂດຍສະມາຊິກຄົນໜຶ່ງໃນຝ່າຍອະທິການ ຫລື ໂດຍປະທານສາຂາ.
26.3.1
ການສຳພາດໃບຮັບຮອງເຂົ້າພຣະວິຫານສຳລັບສະມາຊິກຫວອດ ແລະ ສາຂາ
ໃນຫວອດ, ອະທິການ ຫລື ທີ່ປຶກສາທີ່ຖືກມອບໝາຍ ຈະດຳເນີນການສຳພາດໃບຮັບຮອງເຂົ້າພຣະວິຫານ ແລະ ອອກໃບຮັບຮອງໃຫ້ຜູ້ທີ່ມີຄ່າຄວນ. ໃນສາຂາ, ພຽງແຕ່ປະທານສາຂາເທົ່ານັ້ນທີ່ດຳເນີນການສຳພາດ ແລະ ອອກໃບຮັບຮອງເຂົ້າພຣະວິຫານໃຫ້.
ໃນຫວອດ, ອະທິການຈະສຳພາດສະມາຊິກດ້ວຍຕົວເອງ ຜູ້ທີ່:
-
ຈະໄປຮັບເອົາຂອງປະທານສັກສິດສຳລັບຕົວເອງ (ເບິ່ງ 27.1 ແລະ 27.2).
-
ຈະຜະນຶກເຂົ້າກັບຄູ່ຄອງ (ເບິ່ງ 27.3).
ໃນກໍລະນີສຸກເສີນ ເມື່ອອະທິການບໍ່ສະດວກ, ເພິ່ນອາດອະນຸຍາດໃຫ້ທີ່ປຶກສາຄົນໜຶ່ງຂອງເພິ່ນເປັນຜູ້ດຳເນີນການສຳພາດເຫລົ່ານີ້.
ກ່ອນອອກໃບຮັບຮອງໃນສະຖານະການທີ່ລະບຸໄວ້ຂ້າງເທິງ, ອະທິການຈະກວດກາເບິ່ງບັນທຶກຂອງສະມາຊິກເພື່ອຢືນຢັນວ່າ ມັນບໍ່ມີໝາຍເຫດປະກອບກ່ຽວກັບການຈຳກັດສະມາຊິກກະພາບໃນສາດສະໜາຈັກ. ສະເພາະສະມາຊິກທີ່ຈະຮັບເອົາຂອງປະທານສັກສິດສຳລັບຕົວເອງ ຫລື ຈະຜະນຶກເຂົ້າກັບຄູ່ຄອງ, ເພິ່ນກໍຕ້ອງແນ່ໃຈວ່າ:
-
ການບັບຕິສະມາ ແລະ ການຢືນຢັນຂອງບຸກຄົນຖືກບັນທຶກໄວ້ໃນບັນທຶກສະມາຊິກກະພາບ.
-
ອ້າຍນ້ອງໄດ້ຮັບຖານະປະໂລຫິດແຫ່ງເມນຄີເສເດັກແລ້ວ.
ຫລັງຈາກໄດ້ຮັບການສຳພາດຈາກສະມາຊິກຄົນໜຶ່ງໃນຝ່າຍອະທິການ ຫລື ຈາກປະທານສາຂາແລ້ວ, ສະມາຊິກຄົນໜຶ່ງໃນຝ່າຍປະທານສະເຕກຈະສຳພາດສະມາຊິກຜູ້ອາໄສຢູ່ໃນສະເຕກ. ສະມາຊິກຄົນໜຶ່ງໃນຝ່າຍປະທານເຜີຍແຜ່ດຳເນີນການສຳພາດເທື່ອທີສອງສຳລັບສະມາຊິກຜູ້ອາໄສຢູ່ໃນທ້ອງຖິ່ນ. ປະທານທ້ອງຖິ່ນບໍ່ດຳເນີນການສຳພາດໃບຮັບຮອງເຂົ້າພຣະວິຫານ ຍົກເວັ້ນແຕ່ໄດ້ຮັບອະນຸຍາດຈາກຝ່າຍປະທານສູງສຸດກ່ອນ.
26.3.2
ການສຳພາດໃບຮັບຮອງເຂົ້າພຣະວິຫານສຳລັບສະມາຊິກໃນພື້ນທີ່ຫ່າງໄກ
ສະມາຊິກບາງຄົນອາໄສຢູ່ໃນພື້ນທີ່ຫ່າງໄກ ຊຶ່ງຕ້ອງເສຍຄ່າເດີນທາງແພງ ຫລື ຫຍຸ້ງຍາກ ເພື່ອມາພົບກັບສະມາຊິກຄົນໜຶ່ງໃນຝ່າຍປະທານສະເຕກ ຫລື ຝ່າຍປະທານເຜີຍແຜ່. ໃນສະຖານະການເຫລົ່ານີ້, ປະທານພຣະວິຫານອາດສຳພາດບຸກຄົນດັ່ງກ່າວ ແລະ ເຊັນໃບຮັບຮອງ. ກ່ອນດຳເນີນການສຳພາດ, ເພິ່ນຈະລົມກັບປະທານສະເຕກ ຫລື ປະທານເຜີຍແຜ່. ອະທິການ, ທີ່ປຶກສາຄົນໜຶ່ງທີ່ໄດ້ຮັບອະນຸຍາດ, ຫລື ປະທານສາຂາ ຄວນໄດ້ສຳພາດສະມາຊິກ ແລະ ໄດ້ເຊັນໃບຮັບຮອງແລ້ວ.
26.3.3
ການດຳເນີນການສຳພາດສຳລັບໃບຮັບຮອງເຂົ້າພຣະວິຫານ
ຜູ້ນຳບໍ່ຄວນເພີ່ມ ຫລື ຕັດຂໍ້ກຳນົດໃດໆອອກ.
ການສຳພາດເອົາໃບຮັບຮອງເຂົ້າພຣະວິຫານບໍ່ຄວນກະທັດລັດ. ການສຳພາດຄວນເປັນສ່ວນຕົວ. ເຖິງຢ່າງໃດກໍຕາມ, ບຸກຄົນທີ່ຖືກສຳພາດອາດເຊື້ອເຊີນໃຫ້ຄູ່ຄອງ, ພໍ່ແມ່, ຫລື ຜູ້ໃຫຍ່ຄົນອື່ນມີໜ້າຢູ່ນຳ.
26.4
ການອອກໃບຮັບຮອງເຂົ້າພຣະວິຫານໃຫ້ສະມາຊິກທີ່ບໍ່ໄດ້ຮັບຂອງປະທານສັກສິດ
26.4.1
ແນວທາງຊີ້ນຳທົ່ວໄປ
ໃບຮັບຮອງເຂົ້າພຣະວິຫານຖືກອອກໃຫ້ສະມາຊິກທີ່ບໍ່ໄດ້ຮັບຂອງປະທານສັກສິດ ດັ່ງຕໍ່ໄປນີ້:
-
ສຳລັບສະມາຊິກອາຍຸ 11 ປີຂຶ້ນໄປ ທີ່ຈະຮັບການບັບຕິສະມາ ແລະ ການຢືນຢັນແທນຄົນຕາຍ. (ຍິງໜຸ່ມ ແລະ ຊາຍໜຸ່ມທີ່ໄດ້ຮັບການແຕ່ງຕັ້ງແລ້ວ ສາມາດຮັບໃບຮັບຮອງເຂົ້າພຣະວິຫານ ເລີ່ມຕົ້ນໃນເດືອນມັງກອນຂອງປີ ທີ່ພວກເຂົາອາຍຸຄົບ 12 ປີ.)
-
ສຳລັບສະມາຊິກອາຍຸ 8 ປີຫາ 20 ປີ ທີ່ຈະຜະນຶກເຂົ້າກັບພໍ່ແມ່ຂອງເຂົາເຈົ້າ. ເດັກນ້ອຍທີ່ອາຍຸນ້ອຍກວ່າ 8 ປີ ບໍ່ຕ້ອງມີໃບຮັບຮອງເພື່ອຜະນຶກເຂົ້າກັບພໍ່ແມ່ຂອງພວກເຂົາ (ເບິ່ງ 26.4.4).
-
ສຳລັບສະມາຊິກອາຍຸ 8 ປີຫາ 20 ປີ ທີ່ຈະໄປເບິ່ງການຜະນຶກອ້າຍເອື້ອຍນ້ອງຄີງ, ອ້າຍເອື້ອຍນ້ອງລູກນ້າ, ຫລື ອ້າຍເອື້ອຍນ້ອງຕ່າງພໍ່ ຫລື ຕ່າງແມ່ຂອງເຂົາເຈົ້າ.
ສະມາຊິກຜູ້ໄດ້ຮັບຂອງປະທານສັກສິດແລ້ວ ບໍ່ຈຳເປັນຕ້ອງອອກໃບຮັບຮອງໃດໆໃຫ້ ທີ່ອະທິບາຍໄວ້ໃນພາກສ່ວນນີ້.
ສະມາຊິກຜູ້ຊາຍຂອງສາດສະໜາຈັກທີ່ມີອາຍຸສູງພໍ ທີ່ຈະດຳລົງຖານະປະໂລຫິດ ຕ້ອງຖືກແຕ່ງຕັ້ງສູ່ຕຳແໜ່ງໃນຖານະປະໂລຫິດ ກ່ອນລາວຈະໄດ້ຮັບໃບຮັບຮອງເຂົ້າພຣະວິຫານ.
26.4.2
ໃບຮັບຮອງເຂົ້າພຣະວິຫານສຳລັບສະມາຊິກທີ່ຫາກໍໄດ້ຮັບບັບຕິສະມາ
ອະທິການສຳພາດສະມາຊິກໃໝ່ຜູ້ມີອາຍຸເໝາະສົມ ສຳລັບໃບຮັບຮອງເຂົ້າພຣະວິຫານ ເພື່ອການບັບຕິສະມາ ແລະ ການຢືນຢັນແທນ. ເພິ່ນດຳເນີນການສຳພາດນີ້ບໍ່ດົນຫລັງຈາກສະມາຊິກໄດ້ຮັບການຢືນຢັນ, ຕາມປົກກະຕິແລ້ວ ພາຍໃນອາທິດ (ເບິ່ງ 26.4.1). ສຳລັບອ້າຍນ້ອງ, ການສຳພາດອາດຖືກຈັດຂຶ້ນເປັນພາກສ່ວນໜຶ່ງຂອງການສຳພາດຮັບເອົາຖານະປະໂລຫິດແຫ່ງອາໂຣນ.
26.4.3
ໃບຮັບຮອງເຂົ້າພຣະວິຫານສຳລັບການບັບຕິສະມາ ແລະ ການຢືນຢັນແທນ
ໃບຮັບຮອງເຂົ້າພຣະວິຫານທີ່ອອກໃຫ້ສຳລັບການບັບຕິສະມາ ແລະ ການຢືນຢັນແທນ ສາມາດຖືກໃຊ້ພຽງແຕ່ກັບຈຸດປະສົງນັ້ນເທົ່ານັ້ນ.
26.4.4
ໃບຮັບຮອງເຂົ້າພຣະວິຫານສຳລັບການຜະນຶກລູກທີ່ມີຊີວິດຢູ່ເຂົ້າກັບພໍ່ແມ່
ສະມາຊິກອາຍຸ 21 ປີຂຶ້ນໄປ ສາມາດຜະນຶກເຂົ້າກັບພໍ່ແມ່ຂອງຕົນ ຫລື ເບິ່ງການຜະນຶກພຽງແຕ່ຖ້າຫາກເຂົາເຈົ້າ (1) ໄດ້ຮັບຂອງປະທານສັກສິດແລ້ວ ແລະ (2) ມີໃບຮັບຮອງເຂົ້າພຣະວິຫານໃນປະຈຸບັນ.
26.5
ການອອກໃບຮັບຮອງເຂົ້າພຣະວິຫານກໍລະນີພິເສດ
26.5.1
ສະມາຊິກຮັບເອົາຂອງປະທານສັກສິດສຳລັບຕົວເອງ
ສະມາຊິກທີ່ມີຄ່າຄວນ ຜູ້ປາດຖະໜາທີ່ຈະຮັບເອົາຂອງປະທານສັກສິດສຳລັບຕົວເອງສາມາດເຮັດໄດ້ ເມື່ອເຂົາເຈົ້າປະຕິບັດຕາມຂໍ້ກຳນົດທັງໝົດດັ່ງຕໍ່ໄປນີ້:
-
ເຂົາເຈົ້າມີອາຍຸຢ່າງໜ້ອຍ 18 ປີຂຶ້ນໄປ.
-
ເຂົາເຈົ້າໄດ້ຮຽນຈົບ ຫລື ບໍ່ໄດ້ຮຽນຢູ່ມັດທະຍົມປາຍ, ມັດທະຍົມຕົ້ນ, ຫລື ລະດັບເທົ່າທຽມກັນນັ້ນ ອີກແລ້ວ.
-
ໄດ້ໜຶ່ງປີແລ້ວນັບຕັ້ງແຕ່ເຂົາເຈົ້າໄດ້ຮັບການຢືນຢັນ.
-
ເຂົາເຈົ້າຮູ້ສຶກປາດຖະໜາທີ່ຈະຮັບເອົາ ແລະ ໃຫ້ກຽດແກ່ພັນທະສັນຍາພຣະວິຫານຕະຫລອດຊີວິດຂອງເຂົາເຈົ້າ.
ນອກເໜືອຈາກນັ້ນ, ຜູ້ຊາຍຄວນດຳລົງຖານະປະໂລຫິດແຫ່ງເມນຄີເສເດັກ ກ່ອນຮັບເອົາຂອງປະທານສັກສິດ. ສຳລັບຂໍ້ມູນກ່ຽວກັບສະມາຊິກກຽມພ້ອມທີ່ຈະຮັບເອົາຂອງປະທານສັກສິດສຳລັບຕົວເອງ, ໃຫ້ເບິ່ງ 25.2.8. ສຳລັບຂໍ້ມູນກ່ຽວກັບຜູ້ທີ່ສາມາດຮັບເອົາຂອງປະທານສັກສິດ, ໃຫ້ເບິ່ງ 27.2.1.
26.5.3
ຜູ້ສອນສາດສະໜາໜຸ່ມທີ່ກັບບ້ານຈາກການຮັບໃຊ້ໄກບ້ານ
ປະທານເຜີຍແຜ່ລົງວັນທີ ແລະ ເປີດໃຊ້ງານໃບຮັບຮອງ ເພື່ອມັນຈະໝົດກຳນົດໃນສາມເດືອນ ຈາກວັນທີທີ່ຜູ້ສອນສາດສະໜາກັບຄືນບ້ານ.
ອະທິການສຳພາດຜູ້ສອນສາດສະໜາທີ່ກັບບ້ານ ເພື່ອອອກໃບຮັບຮອງເຂົ້າພຣະວິຫານໃຫ້ ເມື່ອໃກ້ເຖິງວັນໝົດກຳນົດໃນໄລຍະສາມເດືອນ.
26.5.4
ສະມາຊິກທີ່ຍັງບໍ່ໄດ້ອາໄສຢູ່ໃນຫວອດຢ່າງໜ້ອຍໜຶ່ງປີ
ອະທິການ ຫລື ທີ່ປຶກສາຄົນໜຶ່ງທີ່ຖືກມອບໝາຍຈະຕິດຕໍ່ຫາອະທິການເກົ່າ ກ່ອນດຳເນີນການສຳພາດໃບຮັບຮອງເຂົ້າພຣະວິຫານ.
26.5.7
ສະມາຊິກທີ່ລະບຸຕົນເປັນຄົນຂ້າມເພດ
ປະທານສະເຕກຄວນປຶກສາກັບຝ່າຍປະທານເຂດເພື່ອແກ້ໄຂສະພາບການຂອງບຸກຄົນ ດ້ວຍຄວາມລະມັດລະວັງ ແລະ ດ້ວຍຄວາມຮັກເໝືອນດັ່ງພຣະຄຣິດ (ເບິ່ງ 38.6.23).
26.5.8
ສະມາຊິກທີ່ກະທຳບາບອັນຮ້າຍແຮງ
ສະມາຊິກທີ່ໄດ້ກະທຳບາບອັນຮ້າຍແຮງບໍ່ຄວນໄດ້ຮັບໃບຮັບຮອງເຂົ້າພຣະວິຫານ ຈົນກວ່າເຂົາເຈົ້າຈະກັບໃຈເສຍກ່ອນ (ເບິ່ງ 32.6).
26.5.9
ສະມາຊິກທີ່ໄດ້ຖືກຮັບເຂົ້າເປັນສະມາຊິກຄືນຫລັງຈາກສະມາຊິກກະພາບໃນສາດສະໜາຈັກຖືກຖອນ ຫລື ລາອອກ
26.5.9.1
ສະມາຊິກທີ່ບໍ່ເຄີຍໄດ້ຮັບຂອງປະທານສັກສິດ
ສະມາຊິກເຫລົ່ານີ້ຈະບໍ່ຖືກອອກໃບຮັບຮອງໃຫ້ ເພື່ອຮັບຂອງປະທານສັກສິດສຳລັບຕົວເຂົາເຈົ້າເອງ ຈົນກວ່າຫລັງຈາກໜຶ່ງປີນັບແຕ່ໄດ້ຖືກຮັບເຂົ້າເປັນສະມາຊິກຂອງສາດສະໜາຈັກຄືນອີກ ໂດຍການບັບຕິສະມາ ແລະ ການຢືນຢັນ.
26.5.9.2
ສະມາຊິກທີ່ເຄີຍໄດ້ຮັບຂອງປະທານສັກສິດ
ສະມາຊິກທີ່ເຄີຍໄດ້ຮັບຂອງປະທານສັກສິດຈະບໍ່ຖືກອອກໃບຮັບຮອງເຂົ້າພຣະວິຫານຊະນິດໃດໃຫ້ ຈົນກວ່າຫລັງຈາກພອນພຣະວິຫານຂອງເຂົາເຈົ້າໄດ້ຖືກຟື້ນຟູຄືນໃຫ້ກ່ອນ ຜ່ານທາງພິທີການຂອງການຟື້ນຟູພອນ.