“ຄຳນຳ,” ປຶ້ມບົດຝຶກຫັດ EnglishConnect (2023)
“ຄຳນຳ,” ປຶ້ມບົດຝຶກຫັດ EnglishConnect
ຄຳນຳ
ປຶ້ມບົດຝຶກຫັດ EnglishConnect ໄດ້ຖືກອອກແບບມາເພື່ອໃຊ້ເປັນແຫລ່ງຂໍ້ມູນທີ່ຄຽງຄູ່ໄປກັບ ປຶ້ມຄູ່ມືນັກຮຽນ EnglishConnect 1 for Learners. ຈຸດປະສົງຂອງປຶ້ມບົດຝຶກຫັດນີ້ ແມ່ນເພື່ອຊ່ວຍພັດທະນາທັກສະພາສາອັງກິດຂອງທ່ານ ແລະ ເພີ່ມພູນສັດທາຂອງທ່ານ ຜ່ານທາງກິດຈະກຳ ແລະ ເລື່ອງລາວຕ່າງໆ. ມັນຍັງຈະຊ່ວຍທ່ານໃຫ້ຝຶກຄຳສັບ ແລະ ໂຄງສ້າງສຳລັບແຕ່ລະບົດຮຽນຂອງ EnglishConnect ໃນທັກສະທັງສີ່ດ້ານທັງໝົດ: ການຟັງ, ການເວົ້າ, ການອ່ານ, ແລະ ການຂຽນ. ບົດຮຽນແຕ່ລະບົດໃນປຶ້ມບົດຝຶກຫັດ ໄດ້ຖືກແບ່ງອອກເປັນພາກສ່ວນຕ່າງໆ ດັ່ງທີ່ລະບຸໄວ້ຂ້າງລຸ່ມ.
Conversation(s) (ການສົນທະນາ)
ບົດຮຽນແຕ່ລະບົດເລີ່ມຕົ້ນດ້ວຍໜຶ່ງບົດສົນທະນາ ຫລື ຫລາຍກວ່ານັ້ນ. ຈຸດປະສົງແມ່ນເພື່ອແນະນຳຄຳສັບ, ຫົວຂໍ້, ແລະ ໂຄງສ້າງໃນບົດຮຽນ ແລະ ເພື່ອສົ່ງເສີມຄວາມເຂົ້າໃຈໃນການຟັງ ແລະ ການອ່ານ. ແຕ່ລະພາກສ່ວນ “Conversation” ຈະເປັນໄປຕາມຮູບແບບດຽວກັນນີ້:
-
Listen. ຟັງບົດສົນທະນາທັງໝົດ.
-
Listen and repeat. ຟັງບົດສົນທະນາເທື່ອລະແຖວ, ແລະ ເວົ້າອອກສຽງຕາມສິ່ງທີ່ທ່ານໄດ້ຍິນ.
-
Write the missing word. ຂຽນຄຳທີ່ຫາຍໄປຈາກບົດສົນທະນາ. ເລືອກເອົາຄຳທີ່ມີໄວ້ໃຫ້ຢູ່ໃນຫ້ອງຕາຕະລາງ.
-
Read aloud. ອ່ານບົດສົນທະນາອອກສຽງເພື່ອຝຶກການເວົ້າ.
-
Answer the questions (ບໍ່ມີຢູ່ໃນທຸກໆບົດຮຽນ). ພາກສ່ວນນີ້ທົດສອບຄວາມເຂົ້າໃຈຂອງທ່ານກ່ຽວກັບບົດສົນທະນາ.
Activities 2–8 (ກິດຈະກຳ 2–8)
ຈຳນວນກິດຈະກຳຈະແຕກຕ່າງກັນໄປຕາມແຕ່ລະບົດຮຽນ. ກິດຈະກຳເຫລົ່ານີ້ແມ່ນລວມທັງ ຕາຕະລາງຫລັກໄວຍະກອນ, ການອ່ານ, ການຂຽນ, ການຟັງ, ແລະ ກິດຈະກຳການເວົ້າ; ແລະ ເລື່ອງລາວຕ່າງໆ. ເຮັດຕາມຄຳແນະນຳສຳລັບແຕ່ລະພາກສ່ວນຂອງກິດຈະກຳ. ສຳລັບກິດຈະກຳການຟັງ, ໃຫ້ອ້າງອີງເຖິງຕົວເລກກິດຈະກຳ ແລະ ຕົວອັກສອນທີ່ກົງກັບແຟມສຽງ—ຍົກຕົວຢ່າງ, “Activity 2B”. ສຳລັບກິດຈະກຳການເວົ້າ, ໃຫ້ຈື່ໄວ້ວ່າ ຕ້ອງເວົ້າອອກສຽງ. ທ່ານສາມາດກວດຄຳຕອບຂອງທ່ານໄດ້ໃນ “Answer Key” ໃນທ້າຍຂອງປຶ້ມນີ້.
Practice Partner Instructions (ຄຳແນະນຳການຝຶກຊ້ອມກັບຄູ່)
ພາກສ່ວນນີ້ໄດ້ຖືກອອກແບບມາເພື່ອຊ່ວຍໃຫ້ທ່ານຝຶກເວົ້າພາສາອັງກິດໂດຍໃຊ້ສິ່ງທີ່ທ່ານໄດ້ຮຽນຢູ່ໃນບົດຮຽນ. ໂດຍທີ່ຝຶກຊ້ອມກັບຄູ່, ໃຫ້ທວນຄືນ “Vocabulary” ຢູ່ໃນທ້າຍຂອງປຶ້ມນີ້ ແລະ ເຮັດກິດຈະກຳໃນພາກສ່ວນນີ້. ໃຫ້ເວົ້າຫລາຍທີ່ສຸດເທົ່າທີ່ທ່ານຈະເຮັດໄດ້ ສຳລັບແຕ່ລະກິດຈະກຳ. ໃຊ້ເວລານີ້ເພື່ອຝຶກເວົ້າພາສາອັງກິດແທ້ໆ.
Expansion Activities (ກິດຈະກຳຂະຫຍາຍ)
ເລື່ອງລາວ ແລະ ກິດຈະກຳເຫລົ່ານີ້ໄດ້ຖືກອອກແບບມາເພື່ອຂະຫຍາຍຄວາມສາມາດຂອງທ່ານໃນການອ່ານ, ການຟັງ, ການເວົ້າ, ແລະ ການຂຽນພາສາອັງກິດ ແລະ ເພື່ອຊ່ວຍເພີ່ມພູນສັດທາຂອງທ່ານໃນພຣະເຢຊູຄຣິດ. ແຕ່ລະພາກສ່ວນຂອງ “Expansion Activities” ແມ່ນຖືກສ້າງຂຶ້ນຈາກເລື່ອງລາວທີ່ສ້າງແຮງບັນດານໃຈ. ສຳລັບພາກສ່ວນນີ້, ໃຫ້ເຮັດດັ່ງຕໍ່ໄປນີ້:
-
Learn the vocabulary. ຮຽນຄວາມໝາຍຂອງຄຳສັບ ແລະ ວະລີທີ່ມີໃຫ້ໃນພາກສ່ວນນີ້ ກ່ອນທີ່ທ່ານຈະອ່ານບົດເລື່ອງ. ນີ້ຈະຊ່ວຍໃຫ້ທ່ານກຽມພ້ອມທີ່ຈະອ່ານບົດເລື່ອງ ພ້ອມທັງຊ່ວຍໃຫ້ທ່ານເຂົ້າໃຈຄຳສັບ ແລະ ວະລີສຳຄັນໃນບົດເລື່ອງນັ້ນ.
-
Listen. ຟັງແຕ່ລະພາກສ່ວນຂອງບົດເລື່ອງ. ທ່ານສາມາດເຮັດໄດ້ຫລາຍເທື່ອຕາມທີ່ທ່ານຕ້ອງການ.
-
Read aloud. ອ່ານບົດເລື່ອງອອກສຽງເພື່ອຝຶກການອ່ານ ແລະ ການອອກສຽງ ແລະ ເພື່ອຊ່ວຍໃຫ້ທ່ານເຂົ້າໃຈບົດເລື່ອງ. ທ່ານອາດຢາກຟັງບົດເລື່ອງອີກຄັ້ງ ແລະ ອ່ານຕາມ.
-
Learn the vocabulary. ຄຳສັບນີ້ ແມ່ນເພື່ອຊ່ວຍໃຫ້ທ່ານເຂົ້າໃຈພຣະຄຳພີ ແລະ ຄຳອ້າງອີງທີ່ມາກັບບົດເລື່ອງນັ້ນ. ຮຽນຄວາມໝາຍຂອງຄຳສັບ ແລະ ວະລີທີ່ມີໃຫ້ ກ່ອນທີ່ທ່ານຈະສຶກສາພຣະຄຳພີ ແລະ ຄຳອ້າງອີງດັ່ງກ່າວ.
-
Read aloud. ເພື່ອທີ່ຈະຝຶກຊ້ອມການອ່ານ ແລະ ການອອກສຽງ, ໃຫ້ແນ່ໃຈວ່າ ທ່ານໄດ້ອ່ານຂໍ້ພຣະຄຳພີ ແລະ ຄຳອ້າງອີງອອກສຽງຫລາຍເທື່ອແລ້ວ.
-
Ponder. ຄຳຖາມເຫລົ່ານີ້ໄດ້ຖືກອອກແບບມາເພື່ອຊ່ວຍໃຫ້ທ່ານຄິດກ່ຽວກັບຫລັກທຳທີ່ຖືກສິດສອນໃນບົດເລື່ອງນັ້ນ. ໃຊ້ເວລາເພື່ອໄຕ່ຕອງມັນ. ທ່ານອາດຢາກຂຽນຄຳຕອບຂອງທ່ານສຳລັບຄຳຖາມຂໍ້ນັ້ນ ຫລື ສຳລັບຄຳຖາມຫລາຍໆຂໍ້ລົງໄວ້.
-
Write. ສຳລັບພາກສ່ວນນີ້ ທ່ານຈະເຮັດກິດຈະກຳການຂຽນ ທີ່ຖືກອອກແບບມາເພື່ອຊ່ວຍທ່ານໃນການນຳໃຊ້ຫລັກທຳຂອງບົດເລື່ອງນັ້ນ.
-
Speak. ສຳລັບພາກສ່ວນນີ້ ທ່ານຈະເຮັດກິດຈະກຳການເວົ້າ ທີ່ຖືກອອກແບບມາເພື່ອຊ່ວຍໃຫ້ທ່ານອະທິບາຍເລື່ອງລາວທີ່ທ່ານໄດ້ອ່ານ ແລະ ຫລັກທຳທີ່ທ່ານໄດ້ຮຽນຮູ້. ກິດຈະກຳດັ່ງກ່າວແມ່ນລວມທັງ ການເລົ່າເລື່ອງຄືນ, ການເລົ່າປະສົບການສ່ວນຕົວທີ່ກ່ຽວຂ້ອງ, ຫລື ການແບ່ງປັນຂໍ້ມູນທີ່ໃຫ້ຄວາມຮູ້ ແລະ ເປົ້າໝາຍທີ່ກ່ຽວຂ້ອງໃຫ້ກັບຄົນອື່ນໆ.
ຂໍ້ສຳຄັນຕໍ່ຄຳແນະນຳໃນປຶ້ມບົດຝຶກຫັດນີ້
ຕາຕະລາງດັ່ງຕໍ່ໄປນີ້ສະແດງໃຫ້ເຫັນເຖິງຄຳແນະນຳທີ່ຖືກໃຊ້ໂດຍທົ່ວໄປໃນປຶ້ມບົດຝຶກຫັດນີ້. ເຄື່ອງໝາຍໄອຄອນ ຊີ້ບອກເຖິງທັກສະທີ່ຈະຖືກໃຊ້ໃນກິດຈະກຳຕ່າງໆ. ໃຫ້ເບິ່ງຄຳແປສຳລັບຄຳແນະນຳຖ້າຫາກທ່ານບໍ່ເຂົ້າໃຈມັນເປັນພາສາອັງກິດ.
Listening
ການຟັງ
|
Listen. |
ຟັງ. |
|
Listen and repeat. |
ຟັງ ແລະ ເວົ້າຕາມ. |
|
Listen to the question / example. |
ຟັງຄຳຖາມ / ຕົວຢ່າງ. |
|
Listen and read. |
ຟັງ ແລະ ອ່ານ. |
|
Listen, and then answer the question. |
ຟັງ, ແລະ ແລ້ວຕອບຄຳຖາມ. |
|
You may listen more than once. |
ທ່ານສາມາດຟັງໄດ້ຫລາຍກວ່າໜຶ່ງເທື່ອ. |
*ສາມາດເຂົ້າເຖິງແຟມສຽງສຳລັບປຶ້ມນີ້ໄດ້ໃນຫ້ອງສະໝຸດພຣະກິດຕິຄຸນ ຫລື ທີ່ englishconnect.org/audio.
Speaking
ການເວົ້າ
|
Repeat. |
ເວົ້າຕາມ. |
|
Answer aloud. |
ຕອບອອກສຽງ. |
|
Introduce __________. |
ແນະນຳ __________. |
|
Retell the story. |
ເລົ່າເລື່ອງຄືນ. |
|
Tell the story / scripture to _________. |
ເລົ່າເລື່ອງ/ຂໍ້ພຣະຄຳພີໃຫ້ _________. |
|
Practice saying the questions aloud. |
ຝຶກເວົ້າຄຳຖາມອອກສຽງ. |
|
Say __________. |
ເວົ້າ __________. |
|
Practice saying __________. |
ຝຶກເວົ້າ __________. |
Reading
ການອ່ານ
|
Read aloud. |
ອ່ານອອກສຽງ. |
|
Read aloud, then listen. |
ອ່ານອອກສຽງ, ແລ້ວຟັງ. |
|
Read the question. |
ອ່ານຄຳຖາມ. |
|
Study the chart. |
ສຶກສາຕາຕະລາງ. |
|
Choose the correct response. |
ເລືອກຄຳຕອບທີ່ຖືກຕ້ອງ. |
|
Choose all that are correct. |
ເລືອກຄຳຕອບທັງໝົດທີ່ຖືກຕ້ອງ. |
|
Say Answer the questions. |
ເວົ້າ Answer the questions. |
|
Number the pictures. |
ຈັດລຽງຮູບ. |
|
Learn the vocabulary. |
ຮຽນຄຳສັບ. |
|
Read the scriptures aloud. |
ອ່ານພຣະຄຳພີອອກສຽງ. |
|
Ponder. |
ໄຕ່ຕອງ. |
Writing
ການຂຽນ
|
Write the missing / correct word. |
ຂຽນຄຳທີ່ຫາຍໄປ / ຄຳທີ່ຖືກຕ້ອງ. |
|
Rewrite the complete sentence. |
ຂຽນປະໂຫຍກທີ່ສົມບູນຄືນອີກ. |
|
Write what you hear. |
ຂຽນຕາມສິ່ງທີ່ທ່ານໄດ້ຍິນ. |
|
Fill in the blanks / missing words. |
ຕື່ມໃສ່ບ່ອນວ່າງ / ຄຳທີ່ຫາຍໄປ. |
|
Write an / the answer (in a complete sentence). |
ຂຽນຄຳຕອບ (ເປັນປະໂຫຍກທີ່ສົມບູນ). |
|
Finish the sentence. |
ຂຽນໃຫ້ຈົບປະໂຫຍກ. |
|
Be creative. |
ມີຄວາມຄິດສ້າງສັນ. |
ການຮຽນພາສາໃໝ່ເປັນຂະບວນການທີ່ຕ້ອງໃຊ້ເວລາ, ຄວາມອົດທົນ, ແລະ ຕໍ່ເນື່ອງ. ພຣະເຈົ້າສາມາດຊ່ວຍໃຫ້ທ່ານບັນລຸເປົ້າໝາຍຂອງທ່ານໄດ້. ອະທິຖານຂໍຄວາມຊ່ວຍເຫລືອ. ສຳເລັດກິດຈະກຳຕ່າງໆໃນປຶ້ມບົດຝຶກຫັດນີ້ດ້ວຍຄວາມພາກພຽນ. ນຳໃຊ້ໃນສິ່ງທີ່ທ່ານຮຽນຮູ້. ເມື່ອທ່ານກະທຳດ້ວຍສັດທາ ເພື່ອສະແຫວງຫາຄວາມຊ່ວຍເຫລືອຈາກພຣະເຈົ້າ ແລະ ເຮັດໃຫ້ດີທີ່ສຸດ, ຄວາມສາມາດຂອງທ່ານໃນການເວົ້າ, ຟັງ, ອ່ານ, ແລະ ຂຽນພາສາອັງກິດ ກໍຈະດີຂຶ້ນ.
ຂໍໃຫ້ທ່ານໂຊກດີໃນເສັ້ນທາງການຮຽນພາສາອັງກິດຂອງທ່ານ!