“ວັນທີ 14–20 ເດືອນພະຈິກ. ອາໂມດ; ໂອບາດີຢາ: ‘ຈົ່ງສະແຫວງຫາພຣະຜູ້ເປັນເຈົ້າ, ແລະ ເຈົ້າຈະມີຊີວິດຢູ່,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ວັນທີ 14–20 ເດືອນພະຈິກ. ອາໂມດ; ໂອບາດີຢາ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
Bread of Life [ອາຫານແຫ່ງຊີວິດ], ໂດຍ ຄຣິສ ຢັງ
ວັນທີ 14–20 ເດືອນພະຈິກ
ອາໂມດ; ໂອບາດີຢາ
“ຈົ່ງສະແຫວງຫາພຣະຜູ້ເປັນເຈົ້າ, ແລະ ເຈົ້າຈະມີຊີວິດຢູ່”
ພຣະວິນຍານບໍລິສຸດສາມາດເປີດຈິດໃຈ ແລະ ຫົວໃຈຂອງທ່ານຕໍ່ຂ່າວສານຢູ່ໃນພຣະຄຳຂອງພຣະຜູ້ເປັນເຈົ້າທີ່ມີຄວາມໝາຍພຽງແຕ່ສຳລັບທ່ານ. ທ່ານຮູ້ສຶກວ່າພຣະຜູ້ເປັນເຈົ້າປະສົງໃຫ້ທ່ານຮຽນຮູ້ສິ່ງໃດໃນອາທິດນີ້?
ບັນທຶກຄວາມປະທັບໃຈຂອງທ່ານ
ພຣະເຈົ້າໄດ້ເລືອກເອົາລູກຫລານຂອງອັບຣາຮາມໃຫ້ເປັນຜູ້ຄົນແຫ່ງພັນທະສັນຍາຂອງພຣະອົງ ເພື່ອວ່າພວກເຂົາຈະໄດ້ “ເປັນພອນ” ໃຫ້ແກ່ຜູ້ຄົນທັງປວງ (ເບິ່ງ ປະຖົມມະການ 12:2–3). ແຕ່, ເມື່ອເຖິງເວລາທີ່ອາໂມດປະຕິບັດສາດສະໜາກິດ, ຜູ້ຄົນແຫ່ງພັນທະສັນຍາຢ່າງຫລວງຫລາຍໄດ້ຂົ່ມເຫັງຄົນຍາກຈົນ ແລະ ບໍ່ສົນໃຈກັບບັນດາສາດສະດາ, ເຮັດໃຫ້ການນະມັດສະການຂອງພວກເຂົາວ່າງເປົ່າ ແລະ ບໍ່ມີຄວາມໝາຍ (ເບິ່ງ ອາໂມດ 2:6–16). ເປັນຄວາມຈິງທີ່ວ່າ, ປະຊາຊາດທີ່ຢູ່ອ້ອມຂ້າງພວກເຂົາກໍເຮັດບາບຄືກັນ (ເບິ່ງ ອາໂມດ 1; 2:1–5), ແຕ່ນັ້ນບໍ່ຄວນເປັນຄຳແກ້ຕົວສຳລັບຜູ້ຄົນຂອງພຣະເຈົ້າ (ເບິ່ງ ອາໂມດ 3:2). ສະນັ້ນພຣະເຈົ້າຈຶ່ງໄດ້ສົ່ງຄົນລ້ຽງແກະຈາກຢູດາຍຊື່ອາໂມດມາ ເພື່ອສັ່ງສອນການກັບໃຈໃຫ້ກັບຜູ້ຄົນໃນອານາຈັກອິດສະຣາເອນ. ຕໍ່ມາ, ພຣະເຈົ້າກໍໄດ້ປະກາດຜ່ານທາງສາດສະດາໂອບາດີຢາວ່າ ເຖິງແມ່ນວ່າອານາຈັກຢູດາຍໄດ້ຖືກທຳລາຍ, ແຕ່ພຣະຜູ້ເປັນເຈົ້າຈະເຕົ້າໂຮມ ແລະ ອວຍພອນຜູ້ຄົນຂອງພຣະອົງອີກ. ຜູ້ຄົນແຫ່ງພັນທະສັນຍາໄດ້ໜີໄປຈາກພຣະຜູ້ເປັນເຈົ້າ, ສາດສະດາທັງສອງທ່ານໄດ້ເປັນພະຍານ, ແຕ່ພວກເຂົາຈະບໍ່ຖືກປະຖິ້ມຕະຫລອດໄປ. ເມື່ອພຣະເຈົ້າເປີດເຜີຍຄວາມລຶກລັບຂອງພຣະອົງຕໍ່ບັນດາສາດສະດາຜູ້ຮັບໃຊ້ຂອງພຣະອົງ (ເບິ່ງ ອາໂມດ 3:7), ເຮົາສາມາດຮັບເອົາມັນເປັນໝາຍສຳຄັນວ່າ ພຣະອົງຍັງຢາກຊ່ວຍເຮົາໃຫ້ດຳລົງຊີວິດຕາມພັນທະສັນຍາທີ່ເຮົາໄດ້ເຮັດໄວ້ກັບພຣະອົງຢູ່.
ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບພຣະທຳອາໂມດ ແລະ ໂອບາດີຢາ, ໃຫ້ເບິ່ງ “Amos” ແລະ “Obadiah” ໃນ Bible Dictionary.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ອາໂມດ 3:1–8; 7:10–15
ພຣະຜູ້ເປັນເຈົ້າເປີດເຜີຍຄວາມຈິງຜ່ານທາງບັນດາສາດສະດາຂອງພຣະອົງ.
ໃນ ອາໂມດ 3:3–6, ສາດສະດາອາໂມດໄດ້ໃຫ້ຫລາຍຕົວຢ່າງເຖິງສາເຫດ ແລະ ຜົນກະທົບ: ເພາະສິງຄຸບເຫຍື່ອໄດ້, ມັນຈຶ່ງຮ້ອງຄຳຣາມ; ເພາະມີເຫຍື່ອລໍ້, ນົກຈຶ່ງຖືກກັບດັກໄດ້. (ໃຫ້ສັງເກດເບິ່ງໃນການແປຂອງໂຈເຊັບ ສະມິດ ກ່ຽວກັບ ຂໍ້ທີ 6, ຄຳວ່າ “ເກີດຂຶ້ນ” ຖືກປ່ຽນເປັນ “ຮູ້ຈັກ” [ໃນ ອາໂມດ 3:6, ໝາຍເຫດຢູ່ທາງລຸ່ມໜ້າປຶ້ມຂ].) ໃນ ຂໍ້ທີ 7–8, ອາໂມດໄດ້ນຳໃຊ້ຄວາມຄິດນີ້ກັບບັນດາສາດສະດາ. ແມ່ນຫຍັງທີ່ເຮັດໃຫ້ສາດສະດາທຳນາຍ? ທ່ານຮຽນຮູ້ຫຍັງແດ່ກ່ຽວກັບບັນດາສາດສະດາຂະນະທີ່ທ່ານອ່ານ ອາໂມດ 7:10–15? ໃຫ້ໄຕ່ຕອງວ່າເປັນຫຍັງທ່ານຈຶ່ງມີຄວາມກະຕັນຍູທີ່ພຣະຜູ້ເປັນເຈົ້າຍັງ “ບອກແຈ້ງໃຫ້ຮູ້ລ່ວງໜ້າ ເຖິງແຜນການຂອງພຣະອົງແກ່ບັນດາສາດສະດາ ແລະ ຜູ້ຮັບໃຊ້ຂອງພຣະອົງ” (ອາໂມດ 3:7). ຄວາມຈິງນີ້ແນະນຳທ່ານຫຍັງແດ່ກ່ຽວກັບພຣະເຈົ້າ?
ເບິ່ງ ຄຳສອນ ແລະ ພັນທະສັນຍາ 1:38; 21:4–8; 35:13–14 ນຳອີກ.
ອາໂມດ 4–5
“ຈົ່ງສະແຫວງຫາພຣະຜູ້ເປັນເຈົ້າ, ແລະ ເຈົ້າຈະມີຊີວິດຢູ່.”
ຂະນະທີ່ທ່ານອ່ານ ອາໂມດ 4:6–13, ໃຫ້ສັງເກດເບິ່ງການພິພາກສາທີ່ພຣະຜູ້ເປັນເຈົ້າໄດ້ສົ່ງມາຫາປະຊາຊົນອິດສະຣາເອນ. ຂໍ້ເຫລົ່ານີ້ແນະນຳຫຍັງແດ່ກ່ຽວກັບສິ່ງທີ່ພຣະຜູ້ເປັນເຈົ້າຫວັງໃຫ້ເກີດຂຶ້ນຫລັງຈາກປະສົບການເຫລົ່ານີ້ໄດ້ເກີດຂຶ້ນແຕ່ລະຄັ້ງ? (ເບິ່ງ ຮີລາມັນ 12:3 ນຳອີກ). ໃຫ້ຄິດກ່ຽວກັບການທົດລອງເມື່ອບໍ່ດົນມານີ້ທີ່ທ່ານໄດ້ປະເຊີນ. ເຖິງແມ່ນວ່າການທົດລອງຂອງທ່ານອາດບໍ່ໄດ້ຖືກສົ່ງມາຈາກພຣະເຈົ້າ, ແຕ່ໃຫ້ໄຕ່ຕອງວິທີທີ່ມັນອາດໃຫ້ໂອກາດທ່ານເພື່ອສະແຫວງຫາພຣະອົງ.
ອ່ານ ອາໂມດ 5:4, 14–15, ແລະ ໄຕ່ຕອງວິທີທີ່ພຣະຜູ້ເປັນເຈົ້າມີ “ເມດຕາ” (ຂໍ້ທີ 15) ຕໍ່ທ່ານແນວໃດ ຂະນະທີ່ທ່ານສະແຫວງຫາພຣະອົງ, ແມ່ນແຕ່ໃນເວລາທີ່ທ່ານຖືກທົດລອງ.
ເບິ່ງ Donald L. Hallstrom, “Turn to the Lord,” Liahona, May 2010, 78–80 ນຳອີກ.
ອາໂມດ 8:11–12
ພຣະຄຳຂອງພຣະຜູ້ເປັນເຈົ້າສາມາດຊ່ວຍສະໜອງຄວາມຫິວໂຫຍ ແລະ ກະຫາຍທາງວິນຍານໄດ້.
ເຮົາທຸກຄົນຈະມີເວລາທີ່ປະເຊີນກັບຄວາມຫິວໂຫຍ ແລະ ກະຫາຍທາງວິນຍານ, ແຕ່ເຮົາບໍ່ຈຳເປັນຕ້ອງ “ທ່ອງທ່ຽວໄປມາຈາກທະເລນັ້ນເຖິງທະເລນີ້” (ອາໂມດ 8:12) ຊອກຫາບາງສິ່ງເພື່ອສະໜອງຄວາມເພິ່ງພໍໃຈຂອງເຮົາ. ເຮົາຮູ້ວ່າສິ່ງໃດຈະສະໜອງຄວາມຫິວໂຫຍທາງວິນຍານນັ້ນໄດ້, ແລະ ເຮົາກໍມີພຣະຄຳຂອງພຣະຜູ້ເປັນເຈົ້າຢ່າງຫລວງຫລາຍ. ຂະນະທີ່ທ່ານອ່ານ ອາໂມດ 8:11–12, ໃຫ້ຄິດກ່ຽວກັບວ່າ ເປັນຫຍັງຄວາມອຶດຢາກຈຶ່ງເປັນສິ່ງດີທີ່ຈະເອົາມາປຽບທຽບໃສ່ກັບການດຳລົງຊີວິດທີ່ປາດສະຈາກພຣະຄຳຂອງພຣະເຈົ້າ. ຄວາມຮູ້ເພີ່ມເຕີມຢ່າງໃດແດ່ທີ່ທ່ານພົບເຫັນຢູ່ໃນ ມັດທາຍ 5:6; ໂຢຮັນ 6:26–35; 2 ນີໄຟ 9:50–51; 32:3; ເອໂນດ 1:4–8?
ເບິ່ງ Jeffrey R. Holland, “He Hath Filled the Hungry with Good Things,” Ensign, Nov. 1997, 64–66; Gospel Topics, “Apostasy,” topics.ChurchofJesusChrist.org ນຳອີກ.
ເຮົາກາຍເປັນຜູ້ຊ່ວຍໃຫ້ລອດຢູ່ເທິງພູຊີໂອນໄດ້ ໂດຍການເຮັດວຽກງານພຣະວິຫານ ແລະ ປະຫວັດຄອບຄົວ.
ໂອບາດີຢາ 1:21
ໃຜຄື “ຜູ້ຊ່ວຍໃຫ້ລອດ … ຢູ່ເທິງພູຊີໂອນ”?
ປະທານກໍດອນ ບີ ຮິງລີ ໄດ້ໃຫ້ຄວາມໝາຍທີ່ເປັນໄປໄດ້ຢ່າງໜຶ່ງກ່ຽວກັບວະລີຂໍ້ນີ້ “ຜູ້ຊ່ວຍໃຫ້ລອດຢູ່ເທິງພູຊີໂອນ,” ເຊື່ອມໂຍງວະລີເຂົ້າກັບວຽກງານພຣະວິຫານ ແລະ ປະຫວັດຄອບຄົວ: “[ໃນພຣະວິຫານ] ເຮົາໄດ້ກາຍເປັນຜູ້ຊ່ວຍໃຫ້ລອດຢູ່ເທິງພູຊີໂອນແທ້ໆ. ສິ່ງນີ້ໝາຍຄວາມວ່າແນວໃດ? ດັ່ງທີ່ພຣະຜູ້ໄຖ່ຂອງເຮົາໄດ້ມອບພຣະຊົນຊີບຂອງພຣະອົງແທນມະນຸດທັງປວງ, ພຣະອົງຈຶ່ງກາຍເປັນພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ສະນັ້ນ, ໃນການເຮັດສິ່ງເລັກນ້ອຍນີ້, ໃນການເປັນຕົວແທນຢູ່ໃນພຣະວິຫານ, ເຮົາໄດ້ກາຍເປັນຜູ້ຊ່ວຍໃຫ້ລອດຂອງຜູ້ທີ່ຕາຍໄປແລ້ວ ທີ່ບໍ່ສາມາດກ້າວໄປໜ້າປາດສະຈາກວຽກງານທີ່ຄົນອື່ນເຮັດແທນເຂົາເຈົ້າຢູ່ໃນໂລກນີ້” (“Closing Remarks,” Liahona, Nov. 2004, 105).
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ອາໂມດ 3:7.ທ່ານສາມາດທົບທວນຂ່າວສານລ່າສຸດຈາກປະທານຂອງສາດສະໜາຈັກ ແລະ ສົນທະນາສິ່ງທີ່ພຣະຜູ້ເປັນເຈົ້າກຳລັງເປີດເຜີຍຕໍ່ຄອບຄົວຂອງທ່ານຜ່ານທາງເພິ່ນ. ເປັນຫຍັງຈຶ່ງສຳຄັນທີ່ມີສາດສະດານຳພາສາດສະໜາຈັກ? ເຮົາຈະຮູ້ວ່າເພິ່ນເປັນສາດສະດາທີ່ແທ້ຈິງໄດ້ແນວໃດ? ເຮົາກຳລັງເຮັດຫຍັງເພື່ອເຮັດຕາມຄຳແນະນຳຂອງເພິ່ນ?
-
ອາໂມດ 5:4.ຄອບຄົວຂອງທ່ານສາມາດເຮັດໂປສເຕີ້ເພື່ອຫ້ອຍໄວ້ຢູ່ໃນເຮືອນຂອງທ່ານ ພ້ອມດ້ວຍຂໍ້ນີ້ໃນນັ້ນ. ການສະແຫວງຫາພຣະຜູ້ເປັນເຈົ້າໝາຍຄວາມວ່າແນວໃດ? ເຮົາຈະສະແຫວງຫາພຣະອົງໄດ້ແນວໃດ? ເຮົາຈະໄດ້ຮັບພອນຢ່າງໃດແດ່ເມື່ອເຮົາເຮັດແນວນັ້ນ? ທ່ານສາມາດເຊື້ອເຊີນສະມາຊິກໃນຄອບຄົວໃຫ້ແບ່ງປັນ ແລະ ສົນທະນາພຣະຄຳພີຂໍ້ອື່ນໆທີ່ສິດສອນກ່ຽວກັບການສະແຫວງຫາພຣະຜູ້ເປັນເຈົ້າ, ດັ່ງເຊັ່ນ ມັດທາຍ 7:7–8; ອີເທີ 12:41; ແລະ ຄຳສອນ ແລະ ພັນທະສັນຍາ 88:63.
-
ອາໂມດ 8:11–12.ເດັກນ້ອຍອາດມັກຫລິ້ນສະແດງທີ່ເຂົ້າກັບວະລີຢູ່ໃນຂໍ້ເຫລົ່ານີ້. ເມື່ອຮ່າງກາຍຂອງເຮົາຫິວໂຫຍ ຫລື ກະຫາຍ, ເຮົາຈະເຮັດຫຍັງ? ເມື່ອວິນຍານຂອງເຮົາຫິວໂຫຍ ຫລື ກະຫາຍ, ເຮົາຈະເຮັດຫຍັງ? ພວກທ່ານອາດຢາກເບິ່ງວິດີໂອ “The Great Apostasy” (ChurchofJesusChrist.org) ນຳອີກ ແລະ ເວົ້າລົມກັນກ່ຽວກັບວິທີທີ່ການຟື້ນຟູພຣະກິດຕິຄຸນສະໜອງຄວາມຫິວໂຫຍທາງວິນຍານຂອງເຮົາແນວໃດ.
-
ໂອບາດີຢາ 1:21.ຄຳວ່າ “ຜູ້ຊ່ວຍໃຫ້ລອດ … ຢູ່ເທິງພູຊີໂອນ” ໝາຍຄວາມວ່າແນວໃດ? (ສຳລັບຄຳອະທິບາຍໜຶ່ງທີ່ເປັນໄປໄດ້, ໃຫ້ເບິ່ງບົດຄວາມຂອງປະທານກໍດອນ ບີ ຮິງລີ ຢູ່ໃນ “ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ.”) ບັນພະບຸລຸດຄົນໃດຂອງເຮົາທີ່ຕ້ອງການພິທີການຊ່ວຍໃຫ້ລອດ? ເຮົາຈະເຮັດຫຍັງເພື່ອຊ່ວຍເຫລືອເຂົາເຈົ້າ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ເຮົາຂອບພຣະໄທສຳລັບສາດສະດາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 40.
ການປັບປຸງການສຶກສາສ່ວນຕົວ
ໃຊ້ເພງເພື່ອເຊື້ອເຊີນພຣະວິນຍານ ແລະ ຮຽນຮູ້ຄຳສອນ. ການຟັງ ຫລື ການອ່ານເນື້ອເພງສວດສາມາດຊ່ວຍທ່ານໃຫ້ຮຽນຮູ້ຫລັກທຳພຣະກິດຕິຄຸນໄດ້. ຍົກຕົວຢ່າງ, ທ່ານສາມາດຟັງ ຫລື ອ່ານ “ເຮົາຂອບພຣະໄທສຳລັບສາດສະດາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 40) ເພື່ອດົນໃຈສັດທາຫລາຍຂຶ້ນໃນບັນດາສາດສະດາທີ່ມີຊີວິດຢູ່. (ເບິ່ງ Teaching in the Savior’s Way, 22.)
ພຣະວິຫານຊານໂຕ ໂດມິງໂກ ໂດມິນິກັນ