“ວັນທີ 14–20 ເດືອນມີນາ. ປະຖົມມະການ 42–50: ‘ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ວັນທີ 14–20 ເດືອນມີນາ. ປະຖົມມະການ 42–50,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ຮູບພາບໂຢເຊັບແຫ່ງເອຢິບ, ໂດຍ ຣໍເບີດ ທີ ແບແຣັດ
ວັນທີ 14–20 ເດືອນມີນາ
ປະຖົມມະການ 42–50
“ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ”
ການອ່ານພຣະຄຳພີເຊື້ອເຊີນພຣະວິນຍານ. ໃຫ້ຟັງການກະຕຸ້ນຂອງພຣະອົງ ຂະນະທີ່ທ່ານອ່ານ, ເຖິງແມ່ນເບິ່ງຄືວ່າມັນບໍ່ກ່ຽວຂ້ອງກັບສິ່ງທີ່ທ່ານກຳລັງອ່ານກໍຕາມ.
ບັນທຶກຄວາມປະທັບໃຈຂອງທ່ານ
ມັນເປັນເວລາປະມານ 22 ປີ ນັບຕັ້ງແຕ່ໂຢເຊັບໄດ້ຖືກຂາຍໄປປະເທດເອຢິບ ໂດຍພວກອ້າຍຂອງລາວ. ລາວໄດ້ຮັບທຸກທໍລະມານກັບການທົດລອງຫລາຍຢ່າງ, ລວມທັງການຖືກກ່າວຫາຜິດໆ ແລະ ຖືກເອົາເຂົ້າຄຸກ. ເມື່ອໃນທີ່ສຸດ ລາວໄດ້ເຫັນພວກອ້າຍຂອງລາວອີກ, ໂຢເຊັບໄດ້ເປັນຜູ້ປົກຄອງ, ລອງຟາຣາໂອທົ່ວປະເທດເອຢິບ. ລາວສາມາດແກ້ແຄ້ນພວກເຂົາຢ່າງງ່າຍດາຍ, ແລະ ເມື່ອຄິດເຖິງສິ່ງທີ່ພວກເຂົາໄດ້ເຮັດກັບໂຢເຊັບແລ້ວ, ກໍເບິ່ງຄືວ່າ ມັນເປັນເລື່ອງທີ່ສົມຄວນ. ແຕ່ໂຢເຊັບໄດ້ໃຫ້ອະໄພແກ່ພວກອ້າຍຂອງລາວ. ບໍ່ພຽງແຕ່ເທົ່ານັ້ນ, ລາວຍັງໄດ້ຊ່ວຍເຫລືອພວກເຂົາໃຫ້ເຫັນຈຸດປະສົງແຫ່ງສະຫວັນ ຢູ່ໃນຄວາມທຸກທໍລະມານຂອງລາວນຳອີກ. “ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ” (ປະຖົມມະການ 50:20), ລາວໄດ້ບອກພວກເຂົາ, ເພາະມັນໄດ້ຊ່ວຍໃຫ້ລາວຢູ່ໃນຖານະທີ່ສາມາດຊ່ວຍຊີວິດ “ຄອບຄົວຂອງພວກເຂົາທຸກໆຄົນ” (ປະຖົມມະການ 47:12) ຈາກຄວາມອຶດຢາກ.
ໃນຫລາຍວິທີທາງ, ຊີວິດຂອງໂຢເຊັບ ກໍຄ້າຍຄືກັນກັບຂອງພຣະເຢຊູຄຣິດ. ເຖິງແມ່ນວ່າບາບຂອງເຮົາໄດ້ເຮັດໃຫ້ພຣະອົງຕ້ອງຮັບທຸກທໍລະມານຫລາຍທີ່ສຸດ, ແຕ່ພຣະຜູ້ຊ່ວຍໃຫ້ລອດຍັງສະເໜີໃຫ້ອະໄພ, ປົດປ່ອຍເຮົາທຸກຄົນຈາກຊະຕາກຳທີ່ຮ້າຍແຮງກວ່າຄວາມອຶດຢາກ. ບໍ່ວ່າເຮົາຕ້ອງຮັບເອົາການໃຫ້ອະໄພ ຫລື ຕ້ອງໃຫ້ອະໄພຄົນອື່ນ—ໃນຈຸດໃດຈຸດໜຶ່ງ ເຮົາທຸກຄົນຕ້ອງເຮັດທັງສອງ—ຕົວຢ່າງຂອງໂຢເຊັບຊີ້ໃຫ້ເຮົາໄປຫາພຣະຜູ້ຊ່ວຍໃຫ້ລອດ, ຊຶ່ງເປັນແຫລ່ງທີ່ແທ້ຈິງຂອງການປິ່ນປົວ ແລະ ການຄືນດີ.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ປະຖົມມະການ 45:1–8; 50:20
“ພຣະເຈົ້າໄດ້ສົ່ງຂ້ອຍມາກ່ອນ ເພື່ອຊ່ວຍຊີວິດຂອງພວກເຈົ້າໄວ້.”
ຂະນະທີ່ທ່ານອ່ານກ່ຽວກັບໂຢເຊັບ, ທ່ານໄດ້ສັງເກດເຫັນສິ່ງໃດທີ່ຄ້າຍຄືກັນລະຫວ່າງປະຫວັດຂອງລາວ ແລະ ພາລະກິດຊົດໃຊ້ຂອງພຣະເຢຊູຄຣິດ? ທ່ານອາດໄຕ່ຕອງວິທີທີ່ບົດບາດຂອງໂຢເຊັບໃນຄອບຄົວຂອງລາວ ຄ້າຍຄືກັນກັບບົດບາດຂອງພຣະຜູ້ຊ່ວຍໃຫ້ລອດໃນຄອບຄົວຂອງພຣະເຈົ້າແນວໃດ. ທ່ານເຫັນຫຍັງແດ່ທີ່ຄ້າຍຄືກັນລະຫວ່າງປະສົບການຂອງໂຢເຊັບ ແລະ ພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດ, ຜູ້ທີ່ໄດ້ຖືກສົ່ງມາ “ເພື່ອຊ່ວຍຊີວິດ [ເຮົາ] ໄວ້ແບບອັດສະຈັນ”? (ປະຖົມມະການ 45:7).
ປະຖົມມະການ 45; 50:15–21
ການໃຫ້ອະໄພນຳການປິ່ນປົວມາໃຫ້.
ການອ່ານກ່ຽວກັບໂຢເຊັບໃຫ້ອະໄພແກ່ພວກອ້າຍຂອງລາວສຳລັບສິ່ງໂຫດຮ້າຍທີ່ພວກເຂົາໄດ້ເຮັດກັບລາວ ອາດກະຕຸ້ນທ່ານໃຫ້ຄິດກ່ຽວກັບບາງຄົນທີ່ທ່ານຄິດຢາກໃຫ້ອະໄພໃນເວລານີ້. ຫລື ບາງທີການທົດສອບອັນຫຍຸ້ງຍາກເລື່ອງການໃຫ້ອະໄພ ຍັງບໍ່ມາເຖິງເທື່ອ. ບໍ່ວ່າຈະເປັນທາງໃດກໍຕາມ, ມັນອາດເປັນປະໂຫຍດທີ່ຈະໄຕ່ຕອງເຫດຜົນທີ່ໂຢເຊັບສາມາດໃຫ້ອະໄພ. ມີຮ່ອງຮອຍຢ່າງໃດແດ່ກ່ຽວກັບລັກສະນະ ແລະ ປະຕິກິລິຍາຂອງໂຢເຊັບ ທີ່ທ່ານພົບເຫັນຢູ່ໃນ ປະຖົມມະການ 45; 50:15–21? ປະສົບການຂອງລາວອາດເປັນອິດທິພົນໃຫ້ລາວສາມາດໃຫ້ອະໄພໄດ້ຫລາຍກວ່າເກົ່າແນວໃດ? ຕົວຢ່າງຂອງໂຢເຊັບແນະນຳຫຍັງແດ່ ເຖິງວິທີທີ່ເຮົາສາມາດໃຫ້ອະໄພຫລາຍກວ່າເກົ່າ ດ້ວຍຄວາມຊ່ວຍເຫລືອຈາກພຣະຜູ້ຊ່ວຍໃຫ້ລອດ?
ໃຫ້ສັງເກດເບິ່ງພອນທີ່ມາເຖິງຄອບຄົວຂອງໂຢເຊັບນຳອີກ ເພາະການໃຫ້ອະໄພຂອງລາວ. ພອນຢ່າງໃດແດ່ທີ່ທ່ານໄດ້ເຫັນຈາກການໃຫ້ອະໄພ? ທ່ານຮູ້ສຶກໄດ້ຮັບການດົນໃຈ ເພື່ອໃຫ້ເອື້ອມອອກໄປຫາບາງຄົນຜູ້ໄດ້ເຮັດຜິດຕໍ່ທ່ານແນວໃດ?
ເບິ່ງ ປະຖົມມະການ 33:1–4; ຄຳສອນ ແລະ ພັນທະສັນຍາ 64:9–11; Larry J. Echo Hawk, “Even as Christ Forgives You, So Also Do Ye,” Liahona, May 2018, 15–16 ນຳອີກ.
ປະຖົມມະການ 49
ສັນຍາລັກໃນພອນຂອງຢາໂຄບໝາຍຄວາມວ່າແນວໃດ?
ພອນຂອງຢາໂຄບທີ່ມອບໃຫ້ເຊື້ອສາຍຂອງເພິ່ນ ບັນຈຸພາບທີ່ແຈ່ມແຈ້ງ, ແຕ່ຜູ້ອ່ານບາງຄົນພົບເຫັນວ່າ ມັນຍາກທີ່ຈະເຂົ້າໃຈໄດ້. ໂຊກດີທີ່ພຣະກິດຕິຄຸນທີ່ຖືກຟື້ນຟູ ໄດ້ຊ່ວຍເຮົາໃຫ້ເຂົ້າໃຈຫລາຍຂຶ້ນ. ເມື່ອທ່ານອ່ານພອນທີ່ມອບໃຫ້ໂຢເຊັບ ໃນ ປະຖົມມະການ 49:22–26, ໃຫ້ອ່ານຂໍ້ດັ່ງຕໍ່ໄປນີ້ນຳອີກ, ແລະ ເບິ່ງວ່າມັນໃຫ້ຄວາມຮູ້ແນວໃດແດ່: 1 ນີໄຟ 15:12; 2 ນີໄຟ 3:4–5; ຢາໂຄບ 2:25; ຄຳສອນ ແລະ ພັນທະສັນຍາ 50:44.
ຂະນະທີ່ທ່ານອ່ານກ່ຽວກັບພອນຂອງຢູດາ ໃນ ປະຖົມມະການ 49:8–12, ໃຫ້ຈື່ຈຳວ່າ ທັງກະສັດດາວິດ ແລະ ພຣະເຢຊູຄຣິດ ເປັນເຊື້ອສາຍຂອງຢູດາ. ມີຄຳໃດ ແລະ ວະລີໃດຢູ່ໃນຂໍ້ເຫລົ່ານີ້ ທີ່ເຕືອນທ່ານເຖິງພຣະຜູ້ຊ່ວຍໃຫ້ລອດ? ເມື່ອທ່ານສຶກສາພອນຂອງຢູດາ, ມັນອາດເປັນປະໂຫຍດທີ່ຈະອ່ານ ພຣະນິມິດ 5:5–6, 9; 1 ນີໄຟ 15:14–15; ຄຳສອນ ແລະ ພັນທະສັນຍາ 45:59; 133:46–50 ນຳອີກ.
ຖ້າຫາກທ່ານມັກທີ່ຈະຮຽນຮູ້ຕື່ມອີກກ່ຽວກັບພວກລູກຊາຍຂອງຢາໂຄບ ແລະ ເຜົ່າອິດສະຣາເອນ ຜູ້ເປັນເຊື້ອສາຍຈາກພວກເຂົາ, ມັນມີລາຍລະອຽດກ່ຽວກັບແຕ່ລະຄົນຢູ່ໃນ ຄູ່ມືພຣະຄຳພີ (scriptures.ChurchofJesusChrist.org).
ປະຖົມມະການ 50:24–25; ການແປຂອງໂຈເຊັບ ສະມິດ, ປະຖົມມະການ 50:24–38 (ໃນພຣະຄຣິສຕະທຳຄຳພີ ພາກຫ້ອຍທ້າຍ)
“ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງຂ້າພະເຈົ້າ ຈະຍົກຜູ້ພະຍາກອນຜູ້ໜຶ່ງຂຶ້ນມາ.”
ຜ່ານທາງຄວາມຝັນຂອງໂຢເຊັບ (ເບິ່ງ ປະຖົມມະການ 37:5–11) ແລະ ການແປຄວາມຝັນຂອງຄົນອື່ນໆ (ເບິ່ງ ປະຖົມມະການ 40–41), ພຣະຜູ້ເປັນເຈົ້າໄດ້ເປີດເຜີຍສິ່ງທີ່ຈະເກີດຂຶ້ນໃນຫລາຍວັນ ຫລື ໃນຫລາຍປີຂ້າງໜ້າ. ແຕ່ພຣະຜູ້ເປັນເຈົ້າກໍໄດ້ເປີດເຜີຍສິ່ງທີ່ຈະເກີດຂຶ້ນໃນຫລາຍສັດຕະວັດຂ້າງໜ້າຕໍ່ໂຢເຊັບນຳອີກ. ໂດຍສະເພາະແລ້ວ, ລາວໄດ້ຮຽນຮູ້ກ່ຽວກັບພາລະກິດຂອງສາດສະດາໂມເຊ ແລະ ໂຈເຊັບ ສະມິດ. ຂະນະທີ່ທ່ານອ່ານຖ້ອຍຄຳຂອງໂຢເຊັບ ຢູ່ໃນ ປະຖົມມະການ 50:24–25 ແລະ ໃນ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 50:24–38 (ໃນພຣະຄຣິສຕະທຳຄຳພີ ພາກຫ້ອຍທ້າຍ), ໃຫ້ຖາມຕົວເອງວ່າ ການຮູ້ຈັກສິ່ງເຫລົ່ານີ້ອາດເປັນພອນໃຫ້ແກ່ໂຢເຊັບ ແລະ ລູກຫລານຂອງອິດສະຣາເອນແນວໃດ. ທ່ານຄິດວ່າເປັນຫຍັງມັນຈຶ່ງສຳຄັນສຳລັບພຣະຜູ້ເປັນເຈົ້າທີ່ຈະຟື້ນຟູການທຳນາຍນີ້ຜ່ານທາງໂຈເຊັບ ສະມິດ? (ເບິ່ງ 2 ນີໄຟ 3 ນຳອີກ).
ໂຈເຊັບ ສະມິດ ໄດ້ບັນລຸການທຳນາຍ ໃນການແປຂອງໂຈເຊັບ ສະມິດ, ປະຖົມມະການ 50: 27–28, 30–33 ແນວໃດ? (ເບິ່ງ ຄຳສອນ ແລະ ພັນທະສັນຍາ 1:17–23; 20:7–12; 39:11; 135:3).
ຮູບພາບໂຢເຊັບແຫ່ງເອຢິບ, ໂດຍ ພອລ໌ ແມນ
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ປະຖົມມະການ 42–46.ຄອບຄົວຂອງທ່ານອາດມັກທີ່ຈະສະແດງຕາມເລື່ອງ ຕອນໂຢເຊັບໄດ້ພົບເຫັນພວກອ້າຍຂອງລາວ. (“ໂຢເຊັບ ແລະ ຄວາມອຶດຢາກ,” ໃນ ນິທານພຣະສັນຍາເດີມ ອາດເປັນປະໂຫຍດ.) ໃຫ້ຫລິ້ນມ່ວນກັບເລື່ອງນີ້—ໃຊ້ເຄື່ອງແຕ່ງຕົວ ແລະ ສິ່ງຂອງສະແດງຕາມໃຈຊອບ. ຊຸກຍູ້ສະມາຊິກໃນຄອບຄົວໃຫ້ພະຍາຍາມເຂົ້າໃຈຄວາມຮູ້ສຶກ ແລະ ທັດສະນະຂອງຕົວລະຄອນ. ທ່ານອາດເອົາໃຈໃສ່ຕໍ່ຄວາມຮູ້ສຶກຂອງໂຢເຊັບໂດຍສະເພາະ ກັບພວກອ້າຍຂອງລາວ ແລະ ວິທີທີ່ພວກເຂົາອາດຮູ້ສຶກ ເມື່ອລາວໄດ້ໃຫ້ອະໄພແກ່ພວກເຂົາ. ສິ່ງນີ້ອາດນຳໄປສູ່ການສົນທະນາກ່ຽວກັບວິທີທີ່ການໃຫ້ອະໄພສາມາດເປັນພອນໃຫ້ແກ່ຄອບຄົວຂອງທ່ານໄດ້.
ເມື່ອໂຢເຊັບໄດ້ພົບກັບພວກອ້າຍຂອງລາວອີກ ຫລັງຈາກຫລາຍປີ, ພວກເຂົາໄດ້ສະແດງໃຫ້ເຫັນແນວໃດວ່າ ພວກເຂົາໄດ້ປ່ຽນແປງນັບແຕ່ເທື່ອສຸດທ້າຍທີ່ລາວໄດ້ເຫັນພວກເຂົາ? ເຮົາຮຽນຮູ້ຫຍັງແດ່ກ່ຽວກັບການກັບໃຈຈາກປະສົບການຂອງພວກເຂົາ?
-
ປະຖົມມະການ 45:3–11; 50:19–21.ໂຢເຊັບໄດ້ຮັບຮູ້ວ່າ ເຖິງແມ່ນປະສົບການຂອງລາວຢູ່ໃນປະເທດເອຢິບແມ່ນລຳບາກຫລາຍ, ແຕ່ “ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ” (ປະຖົມມະການ 50:20). ຄອບຄົວຂອງທ່ານເຄີຍປະເຊີນກັບການທົດລອງຢ່າງໃດບໍ່ ທີ່ພຣະເຈົ້າໄດ້ຫັນປ່ຽນໃຫ້ເປັນເລື່ອງດີ?
ເພງສວດກ່ຽວກັບພຣະກະລຸນາທິຄຸນຂອງພຣະເຈົ້າລະຫວ່າງເວລາຂອງການທົດລອງ (ດັ່ງເຊັ່ນ “ພື້ນໝັ້ນຄົງໜັກໜາ” [ເພງສວດ ແລະ ເພງຂອງເດັກນ້ອຍ, 6]) ສາມາດປັບປຸງການສົນທະນານີ້. ມີລາຍລະອຽດຢ່າງໃດແດ່ຈາກປະສົບການຂອງໂຢເຊັບ ຂະຫຍາຍຄວາມທີ່ເພງສວດສິດສອນ?
-
ປະຖົມມະການ 49:9–11, 24–25.ເຮົາພົບເຫັນຫຍັງແດ່ຢູ່ໃນຂໍ້ເຫລົ່ານີ້ ທີ່ສິດສອນເຮົາກ່ຽວກັບບົດບາດ ແລະ ພາລະກິດຂອງພຣະເຢຊູຄຣິດ? (ເພື່ອຊ່ວຍໃຫ້ເຂົ້າໃຈວະລີຢູ່ໃນຂໍ້ເຫລົ່ານີ້, ໃຫ້ເບິ່ງອຸປະກອນກ່ຽວກັບ ປະຖົມມະການ 49 ໃນ “ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ.”)
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ພື້ນໝັ້ນຄົງໜັກໜາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 6.
ການປັບປຸງການສິດສອນຂອງເຮົາ
ໃຊ້ເພງ. ຊ່ວຍສະມາຊິກໃນຄອບຄົວໃຫ້ພົບເຫັນຄວາມຈິງຂອງພຣະກິດຕິຄຸນ ຢູ່ໃນເນື້ອເພງສວດ ແລະ ເພງຂອງເດັກນ້ອຍ. ໃຫ້ຊອກຫາວິທີທີ່ຈະເຮັດໃຫ້ເພງທີ່ສັກສິດເປັນພາກສ່ວນປະຈຳຂອງການສຶກສາພຣະກິດຕິຄຸນຂອງທ່ານ.
Jacob Blessing His Sons [ຢາໂຄບອວຍພອນພວກລູກຊາຍຂອງເພິ່ນ], ໂດຍ ແຮຣີ ແອນເດີສັນ