“ວັນທີ 31 ເດືອນມັງກອນ–ວັນທີ 6 ເດືອນກຸມພາ ປະຖົມມະການ 6–11; ໂມເຊ 8: ‘ໂນອາໄດ້ພົບເຫັນພຣະຄຸນໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີເດີມ 2022 (2021)
“ວັນທີ 31 ເດືອນມັງກອນ–ວັນທີ 6 ເດືອນກຸມພາ ປະຖົມມະການ 6–11,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2022
ຮູບພາບໂນອາອອກຈາກເຮືອ, ໂດຍ ແຊມ ລໍເລີ
ວັນທີ 31 ເດືອນມັງກອນ–ວັນທີ 6 ເດືອນກຸມພາ
ປະຖົມມະການ 6–11; ໂມເຊ 8
“ໂນອາໄດ້ພົບເຫັນພຣະຄຸນໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ”
ສ່ວນຫລາຍແລ້ວ ເລື່ອງລາວໃນພຣະຄຳພີສາມາດສິດສອນເຮົາກ່ຽວກັບບົດຮຽນທາງວິນຍານຫລາຍໆເລື່ອງ. ຂະນະທີ່ທ່ານອ່ານກ່ຽວກັບເລື່ອງນ້ຳຖ້ວມທີ່ຍິ່ງໃຫຍ່ ແລະ ຫໍຄອຍເມືອງບາເບນ, ໃຫ້ສະແຫວງຫາການດົນໃຈກ່ຽວກັບວິທີທີ່ເລື່ອງລາວເຫລົ່ານີ້ກ່ຽວຂ້ອງກັບທ່ານແນວໃດ.
ບັນທຶກຄວາມປະທັບໃຈຂອງທ່ານ
ຜູ້ອ່ານພຣະຄຣິສຕະທຳຄຳພີຫລາຍລຸ້ນຄົນໄດ້ຮັບການດົນໃຈໂດຍເລື່ອງລາວຂອງໂນອາ ແລະ ນ້ຳຖ້ວມ. ແຕ່ເຮົາຜູ້ມີຊີວິດຢູ່ໃນຍຸກສຸດທ້າຍ ມີເຫດຜົນທີ່ຈະເອົາໃຈໃສ່ຕໍ່ມັນເປັນພິເສດ. ເມື່ອພຣະເຢຊູຄຣິດໄດ້ສິດສອນວິທີທີ່ເຮົາຄວນເຝົ້າເບິ່ງການສະເດັດມາຄັ້ງທີສອງຂອງພຣະອົງ, ພຣະອົງໄດ້ກ່າວວ່າ, “ດັ່ງທີ່ວັນເວລາຂອງໂນອາເປັນສັນໃດ, ມັນກໍຈະເປັນສັນນັ້ນໃນຕອນບຸດມະນຸດສະເດັດມາ” (ໂຈເຊັບ ສະມິດ—ມັດທາຍ 1:41). ນອກເໜືອຈາກນີ້, ວະລີທີ່ບັນຍາຍເຖິງວັນເວລາຂອງໂນອາ, ເຊັ່ນ “ເສື່ອມໂຊມ” ແລະ “ເຕັມໄປດ້ວຍຄວາມຮຸນແຮງ,” ກໍສາມາດເອົາມາໃຊ້ເພື່ອບັນຍາຍເຖິງວັນເວລາຂອງເຮົາໄດ້ຄືກັນ (ປະຖົມມະການ 6:12–13; ໂມເຊ 8:28). ເລື່ອງລາວກ່ຽວກັບຫໍຄອຍເມືອງບາເບນກໍສາມາດເອົາມາປຽບທຽບໃສ່ກັບວັນເວລາຂອງເຮົາຄືກັນ, ພ້ອມດ້ວຍການບັນຍາຍຂອງມັນກ່ຽວກັບຄວາມທະນົງຕົວ ຕິດຕາມດ້ວຍຄວາມສັບສົນ ແລະ ຄວາມແຕກແຍກໃນບັນດາລູກໆຂອງພຣະເຈົ້າ.
ເລື່ອງລາວບູຮານເຫລົ່ານີ້ມີຄວາມສຳຄັນບໍ່ພຽງແຕ່ມັນສະແດງໃຫ້ເຮົາເຫັນວ່າ ຄວາມຊົ່ວຮ້າຍໄດ້ເກີດຂຶ້ນເທື່ອແລ້ວເທື່ອອີກຕະຫລອດທົ່ວປະຫວັດສາດເທົ່ານັ້ນ. ສຳຄັນກວ່ານັ້ນ, ມັນສິດສອນເຮົາເຖິງວິທີທີ່ຈະຈັດການກັບມັນນຳອີກ. ໂນອາ “ໄດ້ພົບເຫັນພຣະຄຸນໃນສາຍພຣະເນດຂອງພຣະຜູ້ເປັນເຈົ້າ” (ໂມເຊ 8:27) ເຖິງແມ່ນໄດ້ມີຄວາມຊົ່ວຮ້າຍຢູ່ອ້ອມຮອບເພິ່ນກໍຕາມ. ແລະ ຄອບຄົວຂອງຢາເຣັດ ແລະ ນ້ອງຊາຍຂອງລາວ ໄດ້ຫັນໄປຫາພຣະຜູ້ເປັນເຈົ້າ ແລະ ໄດ້ຖືກພາໜີຈາກຄວາມຊົ່ວຮ້າຍຢູ່ໃນເມືອງບາເບນ (ເບິ່ງ ອີເທີ 1:33–43). ຖ້າຫາກເຮົາຢາກຮູ້ຈັກວິທີທີ່ຈະຮັກສາຕົວເອງ ແລະ ຄອບຄົວຂອງເຮົາໃຫ້ປອດໄພ ຈາກຄວາມເສື່ອມໂຊມ ແລະ ຄວາມຮຸນແຮງໃນວັນເວລາຂອງເຮົາ, ເລື່ອງລາວທີ່ຮູ້ຈັກກັນດີຢູ່ໃນບົດເຫລົ່ານີ້ ມີຫລາຍສິ່ງທີ່ຈະສິດສອນເຮົາ.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ປະຖົມມະການ 6; ໂມເຊ 8
ມັນມີຄວາມປອດໄພທາງວິນຍານ ໃນການເຮັດຕາມສາດສະດາຂອງພຣະຜູ້ເປັນເຈົ້າ.
ເປັນເພາະພຣະກິດຕິຄຸນທີ່ຖືກຟື້ນຟູ, ເຮົາຈຶ່ງຮູ້ກ່ຽວກັບໂນອາຫລາຍກວ່າທີ່ພົບເຫັນຢູ່ໃນພຣະຄຳພີເດີມ. ການແປທີ່ດົນໃຈຂອງໂຈເຊັບ ສະມິດ ກ່ຽວກັບ ປະຖົມມະການ 6, ມີຢູ່ໃນ ໂມເຊ 8, ເປີດເຜີຍວ່າໂນອາໄດ້ເປັນໜຶ່ງໃນບັນດາສາດສະດາທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ. ເພິ່ນໄດ້ຖືກແຕ່ງຕັ້ງ ແລະ ໄດ້ຖືກສົ່ງອອກໄປສັ່ງສອນພຣະກິດຕິຄຸນຂອງພຣະເຢຊູຄຣິດ, ເພິ່ນໄດ້ເດີນ ແລະ ເວົ້າລົມກັບພຣະເຈົ້າ, ແລະ ເພິ່ນໄດ້ຖືກເລືອກໃຫ້ສ້າງລູກໆຂອງພຣະເຈົ້າຄືນສູ່ໂລກຫລັງຈາກນ້ຳຖ້ວມ (ເບິ່ງ Teachings of Presidents of the Church: Joseph Smith [2007], 104, 201) ນຳອີກ). ທ່ານຮຽນຮູ້ຫຍັງແດ່ກ່ຽວກັບສາດສະດາຈາກປະສົບການຂອງໂນອາ?
ຂະນະທີ່ທ່ານອ່ານກ່ຽວກັບວັນເວລາຂອງໂນອາ, ທ່ານອາດສັງເກດເຫັນຄວາມຄ້າຍຄືກັນກັບວັນເວລາຂອງເຮົາ. ຍົກຕົວຢ່າງ:
-
ໂມເຊ 8:18, 20–21, 23–24 (ການປະຕິເສດຜູ້ຮັບໃຊ້ຂອງພຣະເຈົ້າ)
-
ໂມເຊ 8:21 (ຄວາມເພິ່ງພໍໃຈ ແລະ ສິ່ງທີ່ເປັນທາງໂລກ)
-
ໂມເຊ 8:22 (ຄວາມຄິດຝັນ ແລະ ຄວາມນຶກຄິດໃນທາງຊົ່ວ)
-
ໂມເຊ 8:28 (ຄວາມເສື່ອມໂຊມ ແລະ ຄວາມຮຸນແຮງ)
ມີຄຳສອນຢ່າງໃດແດ່ຂອງສາດສະດາໃນທຸກວັນນີ້ ກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ ທີ່ສາມາດຮັກສາທ່ານໃຫ້ປອດໄພຢູ່ໃນໂລກທຸກວັນນີ້? ຂະນະທີ່ທ່ານອ່ານກ່ຽວກັບປະສົບການຂອງໂນອາ, ແມ່ນຫຍັງທີ່ດົນໃຈທ່ານໃຫ້ເຮັດຕາມສາດສະດາຂອງພຣະຜູ້ເປັນເຈົ້າໃນທຸກວັນນີ້?
ເບິ່ງ ໂມໄຊຢາ 13:33; ຄຳສອນ ແລະ ພັນທະສັນຍາ 21:4–7 ນຳອີກ.
ປະຖົມມະການ 9:8–17
ໝາຍສຳຄັນ ຫລື ສັນຍາລັກຊ່ວຍເຮົາຈື່ຈຳພັນທະສັນຍາຂອງເຮົາກັບພຣະຜູ້ເປັນເຈົ້າ.
ພັນທະສັນຍາຂອງພຣະກິດຕິຄຸນສາມາດເປັນຕົວແທນໂດຍເຄື່ອງໝາຍ, ສັນຍາລັກ, ຫລື “ໝາຍສຳຄັນ” (ປະຖົມມະການ 9:12). ຍົກຕົວຢ່າງ, ໃຫ້ຄິດກ່ຽວກັບວິທີທີ່ເຂົ້າຈີ່ ແລະ ນ້ຳຂອງສິນລະລຶກ ຫລື ນ້ຳຂອງການບັບຕິສະມາສາມາດເຕືອນໃຈເຖິງຄວາມຈິງທີ່ສັກສິດ ຊຶ່ງກ່ຽວພັນກັບພັນທະສັນຍາຂອງທ່ານ. ອີງຕາມ ປະຖົມມະການ 9:8–17, ຮຸ້ງກິນນ້ຳຊ່ວຍໃຫ້ເຮົາຄິດເຖິງສິ່ງໃດ? ການແປຂອງໂຈເຊັບ ສະມິດ, ປະຖົມມະການ 9:21–25 (ຢູ່ໃນ ພຣະຄຣິສຕະທຳຄຳພີ ພາກຫ້ອຍທ້າຍ) ຊ່ວຍທ່ານໃຫ້ເຂົ້າໃຈຫລາຍກວ່າເກົ່າແນວໃດ? ເປັນຫຍັງພຣະຜູ້ເປັນເຈົ້າປະສົງໃຫ້ທ່ານຈື່ຈຳພຣະອົງ ແລະ ພັນທະສັນຍາທີ່ທ່ານໄດ້ເຮັດ?
ເບິ່ງ Gerrit W. Gong, “Always Remember Him,” Liahona, May 2016, 108–11 ນຳອີກ.
ປະຖົມມະການ 11:1–9
ທາງດຽວທີ່ຈະຂຶ້ນເຖິງສະຫວັນໄດ້ ແມ່ນການຕິດຕາມພຣະເຢຊູຄຣິດ.
ເມືອງບາເບນບູຮານ, ຫລື ບາບີໂລນ, ໄດ້ຖືກໃຊ້ເປັນສັນຍາລັກຂອງຄວາມຊົ່ວຮ້າຍ ແລະ ສິ່ງທີ່ເປັນທາງໂລກ ເປັນເວລາດົນນານມາແລ້ວ (ເບິ່ງ ພຣະນິມິດ 18:1–10; ຄຳສອນ ແລະ ພັນທະສັນຍາ 133:14). ຂະນະທີ່ທ່ານສຶກສາ ປະຖົມມະການ 11:1–9, ໃຫ້ໄຕ່ຕອງກ່ຽວກັບຄວາມຮູ້ທີ່ມອບໃຫ້ໂດຍສາດສະດາມໍມອນ, ຜູ້ໄດ້ຂຽນວ່າ ມັນແມ່ນຊາຕານ “ທີ່ໃສ່ມັນໄວ້ໃນໃຈຂອງຜູ້ຄົນໃຫ້ສ້າງຫໍຄອຍທີ່ສູງທີ່ສຸດເພື່ອພວກເຂົາຈະໄດ້ຂຶ້ນໄປເຖິງສະຫວັນ” (ຮີລາມັນ 6:28; ເບິ່ງ ຂໍ້ທີ 26–27 ນຳອີກ). ມີຄຳເຕືອນຢ່າງໃດແດ່ທີ່ເລື່ອງລາວຂອງຫໍຄອຍເມືອງບາເບນມີໃຫ້ທ່ານ?
ເບິ່ງ ເພງສັນລະເສີນ 127:1 ນຳອີກ.
ຮູບພາບຫໍຄອຍເມືອງບາເບນ, ໂດຍ ເດວິດ ກຣີນ
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ປະຖົມມະການ 6–8.ທ່ານຈະໃຊ້ເລື່ອງລາວກ່ຽວກັບເຮືອຂອງໂນອາ ເພື່ອສິດສອນຄອບຄົວຂອງທ່ານເຖິງການເຮັດຕາມສາດສະດາສາມາດຮັກສາເຮົາໃຫ້ປອດໄພທາງວິນຍານແນວໃດ? (ເບິ່ງ “ໂນອາ ແລະ ຄອບຄົວຂອງເພິ່ນ,” ໃນ ນິທານພຣະສັນຍາເດີມ). ບາງທີຄອບຄົວຂອງທ່ານສາມາດຊ່ວຍກັນສ້າງເຮືອນ້ອຍດ້ວຍເຈ້ຍ ຫລື ດ້ວຍຂອງຫລິ້ນຂອງເດັກນ້ອຍ. ຂະນະທີ່ທ່ານອ່ານ ປະຖົມມະການ 6–7, ທ່ານສາມາດປຽບທຽບຄວາມປອດໄພຢູ່ໃນເຮືອໃສ່ກັບຄວາມປອດໄພທີ່ທ່ານພົບເຫັນໃນການເຮັດຕາມສາດສະດາແນວໃດ. ພວກທ່ານອາດຢາກສົນທະນາກັນກ່ຽວກັບຄຳແນະນຳເມື່ອບໍ່ດົນມານີ້ຈາກສາດສະດາ ແລະ ຂຽນຄຳແນະນຳໃສ່ເທິງເຮືອຂອງພວກທ່ານ.
ພຣະເຈົ້າໄດ້ມອບສິ່ງອື່ນໃດອີກແດ່ໃຫ້ເຮົາ ທີ່ອາດປຽບທຽບໃສ່ກັບເຮືອທີ່ຮັກສາຊີວິດຄອບຄົວຂອງໂນອາໄວ້? ແຫລ່ງເຫລົ່ານີ້ແນະນຳຄຳຕອບບາງຈຳນວນ, ແຕ່ກໍຍັງມີແຫລ່ງອື່ນອີກ: 2 ນີໄຟ 9:7–13; ຄຳສອນ ແລະ ພັນທະສັນຍາ 115:5–6; ແລະ ຂ່າວສານຂອງປະທານຣະໂຊ ເອັມ ແນວສັນ “Becoming Exemplary Latter-day Saints” (Liahona, Nov. 2018, 113–14).
-
ໂມເຊ 8:17.ຄຳວ່າ ພຣະວິນຍານຂອງພຣະຜູ້ເປັນເຈົ້າຈະ “ພະຍາຍາມ” ກັບເຮົາ ໝາຍຄວາມວ່າແນວໃດ? (ເບິ່ງ 1 ນີໄຟ 7:14; ຄຳສອນ ແລະ ພັນທະສັນຍາ 1:33). ເຮົາເຄີຍມີປະສົບການຕອນທີ່ພຣະວິນຍານພະຍາຍາມກັບເຮົາເມື່ອໃດ?
-
ປະຖົມມະການ 9:8–17.ເດັກນ້ອຍອາດມັກແຕ້ມຮູບ ແລະ ລະບາຍສີຮຸ້ງກິນນ້ຳ ຂະນະທີ່ພວກທ່ານເວົ້າລົມກັນກ່ຽວກັບຄວາມໝາຍຂອງມັນ (ເບິ່ງ ການແປຂອງໂຈເຊັບ ສະມິດ, ປະຖົມມະການ 9:21–25 [ຢູ່ໃນ ພຣະຄຣິສຕະທຳຄຳພີ ພາກຫ້ອຍທ້າຍ]). ພວກທ່ານອາດສົນທະນາກ່ຽວກັບສິ່ງທີ່ຊ່ວຍເຫລືອພວກທ່ານໃຫ້ຈື່ຈຳພັນທະສັນຍາຂອງພວກທ່ານນຳອີກ, ດັ່ງເຊັ່ນ ສິນລະລຶກ, ຊຶ່ງຊ່ວຍເຮົາໃຫ້ລະນຶກເຖິງການບັບຕິສະມາຂອງເຮົາ ທີ່ຈະຕິດຕາມພຣະເຢຊູຄຣິດ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:75–79).
-
ປະຖົມມະການ 11:1–9.ມັນອາດເປັນປະໂຫຍດທີ່ຈະອ່ານ ອີເທີ 1:33–43 ຂະນະທີ່ຄອບຄົວຂອງທ່ານສຶກສາ ປະຖົມມະການ 11 ແລະ ຮຽນຮູ້ກ່ຽວກັບຫໍຄອຍເມືອງບາເບນ. ເຮົາຮຽນຮູ້ຫຍັງແດ່ຈາກຄອບຄົວຂອງຢາເຣັດ ແລະ ນ້ອງຊາຍຂອງລາວ ທີ່ສາມາດຊ່ວຍຄອບຄົວຂອງເຮົາໃຫ້ພົບເຫັນຄວາມປອດໄພທາງວິນຍານ ເຖິງແມ່ນໂລກນີ້ຈະເຕັມໄປດ້ວຍຄວາມຊົ່ວຮ້າຍກໍຕາມ? ມີບົດຮຽນໃດແດ່ຕື່ມອີກທີ່ເຮົາຮຽນຮູ້ຈາກໂນອາ ແລະ ຄອບຄົວຂອງເພິ່ນ ຂະນະທີ່ເຂົາເຈົ້າປະເຊີນກັບການທ້າທາຍທີ່ຄ້າຍຄືກັນ? (ເບິ່ງ ໂມເຊ 8:13, 16–30).
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “ເຮົາຂອບພຣະໄທສຳລັບສາດສະດາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 40 (ບາດທີ 3).
ການປັບປຸງການສຶກສາສ່ວນຕົວ
ແບ່ງປັນຄວາມຮູ້ຂອງທ່ານ. ເມື່ອທ່ານແບ່ງປັນສິ່ງທີ່ທ່ານຮຽນຮູ້ຈາກພຣະຄຳພີ, ທ່ານບໍ່ພຽງແຕ່ເປັນພອນໃຫ້ແກ່ຄົນອື່ນເທົ່ານັ້ນ ແຕ່ທ່ານຈະເຂົ້າໃຈຢ່າງເລິກຊຶ້ງຫລາຍກວ່າເກົ່ານຳອີກ. ທ່ານຮູ້ສຶກໄດ້ຮັບການດົນໃຈໃຫ້ແບ່ງປັນສິ່ງໃດຈາກພຣະຄຳພີ ກັບຄອບຄົວ, ໝູ່ເພື່ອນ, ຫລື ເພື່ອນສະມາຊິກຫວອດຂອງທ່ານ?
ຮູບພາບເຮືອຂອງໂນອາ, ໂດຍ ອາດາມ ຄລິ້ນ ເດ