“ວັນທີ 6–12 ເດືອນພະຈິກ. ເຮັບເຣີ 7–13: ‘ເປັນມະຫາປະໂລຫິດສຳລັບສິ່ງປະເສີດ ຊຶ່ງມາເຖິງແລ້ວ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີໃໝ່ 2023 (2022)
“ວັນທີ 6–12 ເດືອນພະຈິກ. ເຮັບເຣີ 7–13,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2023
Melchizedek Blesses Abram [ເມນຄີເສເດັກໃຫ້ພອນແກ່ອັບຣາຮາມ], ໂດຍ ວາວເຕີ ເຣນ. ຂອງຂວັນນັກແຕ້ມ
ວັນທີ 6–12 ເດືອນພະຈິກ
ເຮັບເຣີ 7–13
“ເປັນມະຫາປະໂລຫິດສຳລັບສິ່ງປະເສີດ ຊຶ່ງມາເຖິງແລ້ວ”
ຂະນະທີ່ທ່ານອ່ານ ເຮັບເຣີ 7–13, ທ່ານອາດຢາກໄດ້ຮັບຄວາມປະທັບໃຈຜ່ານທາງພຣະວິນຍານບໍລິສຸດ. ໃຫ້ພິຈາລະນາວິທີທີ່ທ່ານສາມາດບັນທຶກມັນໄວ້; ຍົກຕົວຢ່າງ, ທ່ານສາມາດບັນທຶກມັນໄວ້ຢູ່ໃນໂຄງຮ່າງນີ້, ຢູ່ໃນຂອບໜ້າປຶ້ມພຣະຄຳພີຂອງທ່ານ, ຫລື ຢູ່ໃນປຶ້ມບັນທຶກ ຫລື ປຶ້ມບັນທຶກສ່ວນຕົວ.
ບັນທຶກຄວາມປະທັບໃຈຂອງທ່ານ
ເຖິງແມ່ນໄພ່ພົນທີ່ຊື່ສັດ ບາງຄັ້ງກໍຖືກ “ຂົ່ມເຫັງ [ແລະ ທຸກທໍລະມານ]” ທີ່ສາມາດສັ່ນສະເທືອນຄວາມໝັ້ນໃຈຂອງພວກເຂົາໄດ້ (ເບິ່ງ ເຮັບເຣີ 10:32–38). ໂປໂລຮູ້ວ່າ ຊາວຢິວທີ່ປ່ຽນໃຈເຫລື້ອມໃສເປັນຊາວຄຣິດກຳລັງປະເຊີນກັບການຂົ່ມເຫັງຢ່າງໜັກ ຍ້ອນຄວາມເຊື່ອໃໝ່ຂອງພວກເຂົາ. ເພື່ອຊຸກຍູ້ພວກເຂົາໃຫ້ຍຶດໝັ້ນຕໍ່ປະຈັກພະຍານຂອງພວກເຂົາ, ເພິ່ນໄດ້ເຕືອນພວກເຂົາເຖິງປະເພນີອັນຍາວນານຂອງຜູ້ເຊື່ອຈາກປະຫວັດສາດຂອງພວກເຂົາເອງ: ອາເບັນ, ເອນົກ, ໂນອາ, ອັບຣາຮາມ, ຊາຣາ, ໂຢເຊັບ, ໂມເຊ—“ພະຍານຫລວງຫລາຍຢູ່ອ້ອມຂ້າງ” ວ່າຄຳສັນຍາຂອງພຣະເຈົ້າມີຈິງ ແລະ ກຸ້ມຄ່າທີ່ຈະຄອຍຖ້າ (ເບິ່ງ ເຮັບເຣີ 11; 12:1). ປະເພນີນີ້ກໍເປັນຂອງທ່ານຄືກັນ. ມັນເປັນມໍລະດົກແຫ່ງສັດທາທີ່ແບ່ງປັນໂດຍທຸກຄົນທີ່ “ປັກຕາເບິ່ງພຣະເຢຊູ ຄືຜູ້ບຸກເບີກ [ສັດທາ] ຂອງພວກເຮົາເຖິງທີ່ສຳເລັດ” (ເຮັບເຣີ 12:2). ເພາະພຣະອົງ, ເມື່ອໃດກໍຕາມຄວາມຍາກລຳບາກເຮັດໃຫ້ເຮົາຢາກ “ຫລົບຖອຍຫລັງ,” ແຕ່ເຮົາສາມາດ “ເຂົ້າມາໃກ້ດ້ວຍຄວາມຈິງໃຈ ແລະ ດ້ວຍ [ສັດທາ] ອັນເຕັມບໍລິບູນ” (ເຮັບເຣີ 10:22, 38). ສຳລັບເຮົາ, ເໝືອນດັ່ງໄພ່ພົນໃນສະໄໝບູຮານ, ພຣະເຢຊູຄຣິດແມ່ນ “ມະຫາປະໂລຫິດສຳລັບສິ່ງປະເສີດ ຊຶ່ງມາເຖິງແລ້ວ” (ເຮັບເຣີ 9:11).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ເຮັບເຣີ 7
ຖານະປະໂລຫິດແຫ່ງເມນຄີເສເດັກຊີ້ບອກເຮົາໃຫ້ໄປຫາພຣະເຢຊູຄຣິດ.
ເປັນເວລາຫລາຍສັດຕະວັດ, ຊາວຢິວໄດ້ໃຊ້ຖານະປະໂລຫິດເຜົ່າຊາວເລວີ, ຊຶ່ງຮູ້ຈັກກັນອີກວ່າເປັນຖານະປະໂລຫິດແຫ່ງອາໂຣນ. ແຕ່ດ້ວຍຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ ການຟື້ນຟູຖານະປະໂລຫິດແຫ່ງເມນຄີເສເດັກທີ່ຍິ່ງໃຫຍ່ກວ່າໄດ້ເກີດຂຶ້ນ, ຊຶ່ງສະເໜີມອບພອນທີ່ຍິ່ງໃຫຍ່ກວ່າໃຫ້. ທ່ານຮຽນຮູ້ຫຍັງແດ່ກ່ຽວກັບຖານະປະໂລຫິດແຫ່ງເມນຄີເສເດັກຈາກ ເຮັບເຣີ 7? ໂດຍການຈື່ຈຳວ່າ ຈຸດປະສົງຂອງສານສະບັບນີ້—ເໝືອນດັ່ງພຣະຄຳພີທັງໝົດ—ແມ່ນເພື່ອສ້າງສັດທາໃນພຣະເຢຊູຄຣິດ, ທ່ານອາດສັງເກດເຫັນຂໍ້ພຣະຄຳພີທີ່ເປັນພະຍານເຖິງພຣະອົງ.
ຕໍ່ໄປນີ້ແມ່ນບາງຕົວຢ່າງເຖິງຄວາມຈິງອື່ນໆທີ່ທ່ານອາດພົບເຫັນ:
-
ການແປຂອງໂຈເຊັບ ສະມິດ, ເຮັບເຣີ 7:3, 21: ຜູ້ທີ່ໄດ້ຮັບການແຕ່ງຕັ້ງສູ່ຖານະປະໂລຫິດແຫ່ງເມນຄີເສເດັກ “ຈະເປັນເໝືອນພຣະບຸດຂອງພຣະເຈົ້າ” ແລະ ເປັນ “[ປະໂລຫິດ] ສືບໄປ.”
-
ເຮັບເຣີ 7:11: ຖານະປະໂລຫິດເຜົ່າເລວີ ບໍ່ໄດ້ສະເໜີມອບ “ຄວາມບໍລິບູນ” ໃຫ້ ແລະ ສະນັ້ນ ຈຶ່ງຖືກທົດແທນໂດຍເມນຄີເສເດັກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:18–22).
-
ເຮັບເຣີ 7:20–21: ຖານະປະໂລຫິດແຫ່ງເມນຄີເສເດັກ ຈະໄດ້ຮັບຜ່ານທາງ “ຄຳສາບານ ແລະ ພັນທະສັນຍາ” (ເບິ່ງ ຄຳສອນ ແລະ ພັນທະສັນຍາ 84:33–44).
ທ່ານໄດ້ຮັບພອນຢ່າງໃດແດ່ຈາກຖານະປະໂລຫິດແຫ່ງເມນຄີເສເດັກ ແລະ “ພິທີການດັ່ງກ່າວ”? (ຄຳສອນ ແລະ ພັນທະສັນຍາ 84:20). ຖານະປະໂລຫິດແຫ່ງເມນຄີເສເດັກຊ່ວຍທ່ານໃຫ້ມາຫາພຣະຄຣິດແນວໃດ?
ເບິ່ງ ແອວມາ 13:1–13; ຄຳສອນ ແລະ ພັນທະສັນຍາ 121:36–46; Gospel Topics, “Melchizedek Priesthood,” topics.ChurchofJesusChrist.org; ຄູ່ມືພຣະຄຳພີ, “ເມນຄີເສເດັກ,” scriptures.ChurchofJesusChrist.org; Russell M. Nelson, “Spiritual Treasures,” Liahona, Nov. 2019, 76–79; Dallin H. Oaks, “The Melchizedek Priesthood and the Keys,” Liahona, May 2020, 69–72 ນຳອີກ.
ເຮັບເຣີ 9; 10:1–22
ພິທີການໃນສະໄໝບູຮານ ແລະ ໃນສະໄໝໃໝ່ຊີ້ໄປຫາພຣະເຢຊູຄຣິດ.
ຊາວເຮັບເຣີດັ້ງເດີມຜູ້ໄດ້ອ່ານສານສະບັບນີ້ ຄົງຄຸ້ນເຄີຍຫລາຍກັບຫໍເຕັນສັກສິດໃນສະໄໝບູຮານ ແລະ ພິທີການທີ່ໂປໂລໄດ້ບັນຍາຍ. ແຕ່ບາງຄົນບໍ່ຮັບຮູ້ຢ່າງເຕັມປ່ຽມວ່າ ຈຸດປະສົງຂອງພິທີການເຫລົ່ານີ້ ແມ່ນຊີ້ໄປຫາການເສຍສະລະຊົດໃຊ້ຂອງພຣະເຢຊູຄຣິດ.
ໃນສະໄໝພຣະຄຣິສຕະທຳຄຳພີ, ໃນເທດສະການປະຈຳປີທີ່ເອີ້ນວ່າ ວັນແຫ່ງການຊົດໃຊ້, ມະຫາປະໂລຫິດຄົນໜຶ່ງຈະເຂົ້າໄປໃນສະຖານທີ່ ທີ່ສັກສິດທີ່ສຸດ (ບ່ອນສັກສິດທີ່ສຸດ) ໃນພຣະວິຫານເຢຣູຊາເລັມ ແລະ ຖວາຍໂຕແບ້ ຫລື ໂຕແກະ ເພື່ອຊົດໃຊ້ແທນບາບຂອງຊາວອິດສະຣາເອນ.
ຂະນະທີ່ທ່ານອ່ານຄຳບັນຍາຍຂອງໂປໂລກ່ຽວກັບພິທີການເຫລົ່ານີ້, ໃຫ້ຊອກຫາສັນຍາລັກ ແລະ ຄຳສອນທີ່ຊ່ວຍທ່ານໃຫ້ເຂົ້າໃຈຫລາຍຂຶ້ນເຖິງພາລະກິດຊົດໃຊ້ຂອງພຣະຜູ້ຊ່ວຍໃຫ້ລອດ.
ພິທີການທີ່ເຮົາມີສ່ວນຮ່ວມໃນປະຈຸບັນ ແມ່ນແຕກຕ່າງຈາກພິທີການໃນສະໄໝຂອງໂປໂລ, ແຕ່ຈຸດປະສົງຂອງມັນແມ່ນຄືກັນ. ພິທີການໃນປະຈຸບັນເປັນພະຍານຕໍ່ທ່ານເຖິງພຣະເຢຊູຄຣິດແນວໃດ?
ເພື່ອຮຽນຮູ້ຕື່ມອີກກ່ຽວກັບພິທີການຂອງຊາວຢິວໃນສະໄໝບູຮານ ແລະ ສັນຍາລັກຂອງມັນ, ໃຫ້ເບິ່ງວິດີໂອ “The Tabernacle” ແລະ “Sacrifice and Sacrament” (ChurchofJesusChrist.org).
ເຮັບເຣີ 11
ສັດທາຮຽກຮ້ອງຄວາມໄວ້ວາງໃຈໃນຄຳສັນຍາຂອງພຣະເຈົ້າ.
ຖ້າຫາກບາງຄົນຂໍໃຫ້ທ່ານອະທິບາຍຄຳວ່າສັດທາ, ທ່ານຈະວ່າແນວໃດ? ຊິດສະເຕີ ແອນ ຊີ ພິງກຣີ ໄດ້ໃຊ້ຂໍ້ຄວາມຈາກ ເຮັບເຣີ 11 ເພື່ອບັນຍາຍຄວາມໝາຍຂອງສັດທາວ່າເປັນ: “ຄວາມສາມາດທາງວິນຍານທີ່ຍອມຮັບເອົາຄຳສັນຍາທີ່ເຫັນ ‘ຕັ້ງແຕ່ໄກ’ ແຕ່ອາດບໍ່ໄດ້ຮັບໃນຊີວິດນີ້” (“Seeing the Promises Afar Off,” Liahona, Nov. 2003, 14).
ໃຫ້ຄິດທີ່ຈະໃຊ້ຄຳເວົ້າຂອງຕົວເອງເພື່ອອະທິບາຍຄວາມໝາຍຂອງສັດທາ ຂະນະທີ່ທ່ານໄຕ່ຕອງແນວຄິດຢູ່ໃນ ເຮັບເຣີ 11. ຕົວຢ່າງຂອງຜູ້ຄົນທີ່ກ່າວເຖິງຢູ່ໃນບົດນີ້ ສິດສອນທ່ານກ່ຽວກັບສັດທາແນວໃດແດ່? (ເບິ່ງ ອີເທີ 12:6–22 ນຳອີກ.)
ຄຳສັນຍາຢ່າງໃດແດ່ທີ່ທ່ານເຫັນ “ຕັ້ງແຕ່ໄກ”? ທ່ານຈະສາມາດສະແດງໃຫ້ພຣະຜູ້ເປັນເຈົ້າເຫັນວ່າທ່ານ “ຍອມຮັບເອົາຄຳສັນຍາ, [ແລະ ຕ້ອນຮັບມັນ]” ແນວໃດ? (ເຮັບເຣີ 11:13).
ເບິ່ງ ແອວມາ 32:21, 26–43; Jeffrey R. Holland, “An High Priest of Good Things to Come,” Ensign, Nov. 1999, 36–38; Gospel Topics, “Faith in Jesus Christ,” topics.ChurchofJesusChrist.org ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ເຮັບເຣີ 10:32–36.ທ່ານອາດເຊື້ອເຊີນສະມາຊິກໃນຄອບຄົວໃຫ້ແບ່ງປັນປະສົບການທາງວິນຍານ ເມື່ອເຂົາເຈົ້າຮູ້ສຶກ “ໄດ້ຮັບແສງສະຫວ່າງ” ດ້ວຍຄວາມຈິງ. ປະສົບການເຫລົ່ານີ້ຊ່ວຍເຮົາບໍ່ໃຫ້ “ປະຖິ້ມຄວາມໝັ້ນໃຈ [ຂອງເຮົາ]” ໃນເວລາທີ່ຖືກທົດລອງ ຫລື ມີຄວາມສົງໄສແນວໃດ?
-
ເຮັບເຣີ 11.ທ່ານຈະສາມາດຊ່ວຍສະມາຊິກໃນຄອບຄົວຂອງທ່ານໃຫ້ຮຽນຮູ້ຈາກຕົວຢ່າງທີ່ຊອບທຳ ຊຶ່ງກ່າວຢູ່ໃນ ເຮັບເຣີ 11 ແນວໃດ? ມັນອາດເປັນສິ່ງມ່ວນຊື່ນທີ່ຈະສະແດງຕາມເລື່ອງຈາກບາງຕົວຢ່າງເຫລົ່ານີ້. ທ່ານສາມາດທົບທວນບາງເລື່ອງເຫລົ່ານີ້ຢູ່ໃນ ເລື່ອງພຣະຄຳພີເດີມ. ຫລື ບາງທີຄອບຄົວຂອງທ່ານສາມາດສົນທະນາຕົວຢ່າງຂອງຄົນທີ່ຊື່ສັດ ທີ່ທ່ານຮູ້ຈັກ—ລວມທັງບັນພະບຸລຸດ, ຜູ້ນຳຂອງສາດສະໜາຈັກ, ແລະ ຜູ້ຄົນໃນຊຸມຊົນຂອງທ່ານ. ພວກທ່ານກໍສາມາດຮ້ອງເພງກ່ຽວກັບສັດທານຳອີກ, ດັ່ງເຊັ່ນ “ບອກມາ ສັດຈະຄືຫຍັງ?” (ເພງສວດ ແລະ ເພງຂອງເດັກນ້ອຍ, 34).
-
ເຮັບເຣີ 12:2.ອີກຕາມຂໍ້ນີ້, ເປັນຫຍັງພຣະເຢຊູຈຶ່ງເຕັມພຣະໄທທີ່ຈະອົດທົນກັບຄວາມເຈັບປວດ ແລະ ທົນທຸກທໍລະມານຢູ່ເທິງໄມ້ກາງແຂນ? ສິ່ງນີ້ສິດສອນເຮົາຫຍັງແດ່ກ່ຽວກັບວິທີທີ່ເຮົາສາມາດທົນກັບການທົດລອງຂອງເຮົາ? ປະທານຣະໂຊ ເອັມ ແນວສັນ ໄດ້ໃຫ້ຄວາມຮູ້ທີ່ເປັນປະໂຫຍດກ່ຽວກັບຂໍ້ນີ້ໃນຂ່າວສານຂອງເພິ່ນ “Joy and Spiritual Survival” (Liahona, Nov. 2016, 81–84).
-
ເຮັບເຣີ 12:5–11.ເປັນຫຍັງພຣະຜູ້ເປັນເຈົ້າຈຶ່ງຕີສອນ ແລະ ດັດແປງເຮົາ? ເຮົາສັງເກດເຫັນສິ່ງໃດແດ່ຢູ່ໃນຂໍ້ເຫລົ່ານີ້ກ່ຽວກັບວິທີທີ່ພຣະຜູ້ເປັນເຈົ້າເບິ່ງການຕີສອນ? ຂໍ້ເຫລົ່ານີ້ມີຜົນກະທົບຕໍ່ວິທີທີ່ເຮົາຕີສອນຄົນອື່ນ ຫລື ຮັບເອົາມັນແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ this week’s outline ໃນ Come, Follow Me—For Primary.
ເພງແນະນຳ: “ບອກມາ ສັດຈະຄືຫຍັງ?,” ເພງສວດ ແລະ ເພງຂອງເດັກນ້ອຍ, 34.
ການປັບປຸງການສິດສອນຂອງເຮົາ
ໃຊ້ເພງເພື່ອເຊື້ອເຊີນພຣະວິນຍານ ແລະ ຮຽນຮູ້ຄຳສອນ. ຝ່າຍປະທານສູງສຸດໄດ້ກ່າວວ່າ, “ດົນຕີມີອໍານາດທີ່ບໍ່ມີຂອບເຂດສໍາລັບການເຄື່ອນຍ້າຍ [ພວກເຮົາ] ໄປສູ່ທາງວິນຍານທີ່ຍິ່ງໃຫຍ່ກວ່າ” (“First Presidency Preface,” Hymns, x). ບາງທີເພງກ່ຽວກັບສັດທາ, ດັ່ງເຊັ່ນ “ຂໍໃຫ້ເຮົາເດີນໄປ” (ເພງສວດ ແລະ ເພງຂອງເດັກນ້ອຍ, 10), ຈະເສີມການສົນທະນາຂອງຄອບຄົວຈາກ ເຮັບເຣີ 11.
ສັນຍາລັກ ແລະ ພິທີການຂອງພຣະວິຫານໃນສະໄໝບູຮານ ສິດສອນກ່ຽວກັບບົດບາດຂອງພຣະເຢຊູຄຣິດ.