“ວັນທີ 16–22 ເດືອນຕຸລາ. 1 ແລະ 2 ເທສະໂລນິກ: ‘ເພື່ອຈະເສີມສ້າງ [ສັດທາ] ຂອງພວກເຈົ້າທີ່ບົກພ່ອງ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ພຣະຄຳພີໃໝ່ 2023 (2022)
“ວັນທີ 16–22 ເດືອນຕຸລາ. 1 ແລະ 2 ເທສະໂລນິກ,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2023
ວັນທີ 16–22 ເດືອນຕຸລາ
1 ແລະ 2 ເທສະໂລນິກ
“ເພື່ອຈະເສີມສ້າງ [ສັດທາ] ຂອງພວກເຈົ້າທີ່ບົກພ່ອງ”
ຖ້າຫາກເຮົາບໍ່ບັນທຶກຄວາມປະທັບໃຈທີ່ເຮົາໄດ້ຮັບຈາກພຣະວິນຍານ, ເຮົາຈະລືມມັນ. ພຣະວິນຍານໄດ້ກະຕຸ້ນທ່ານໃຫ້ບັນທຶກສິ່ງໃດ ຂະນະທີ່ທ່ານອ່ານ 1 ແລະ 2 ເທສະໂລນິກ?
ບັນທຶກຄວາມປະທັບໃຈຂອງທ່ານ
ໃນເມືອງເທສະໂລນິກ, ໂປໂລ ແລະ ຊີລາ ໄດ້ຖືກກ່າວຫາວ່າ “ຂວ້ຳໂລກມະນຸດ” (ກິດຈະການ 17:6). ຄຳສັ່ງສອນຂອງພວກເພິ່ນເຮັດໃຫ້ຜູ້ນຳບາງຄົນໃນບັນດາຊາວຢິວໃຈຮ້າຍ, ແລະ ຜູ້ນຳເຫລົ່ານີ້ໄດ້ຍຸຍົງຜູ້ຄົນໃຫ້ວຸ້ນວາຍ (ເບິ່ງ ກິດຈະການ 17:1–10). ຜົນກໍຄື, ໂປໂລ ແລະ ຊີລາໄດ້ຖືກແນະນຳໃຫ້ໜີຈາກເມືອງເທສະໂລນິກ. ໂປໂລເປັນຫ່ວງນຳຜູ້ປ່ຽນໃຈເຫລື້ອມໃສໃໝ່ຊາວເທສະໂລນິກ ແລະ ການຂົ່ມເຫັງທີ່ພວກເຂົາກຳລັງປະເຊີນ, ແຕ່ເພິ່ນກໍບໍ່ສາມາດກັບຄືນໄປຢ້ຽມຢາມພວກເຂົາ. “ເມື່ອເຮົາທົນຕໍ່ການຄອຍຖ້າບໍ່ໄດ້ອີກແລ້ວ,” ເພິ່ນຂຽນ, “ຈຶ່ງໃຊ້ຄົນໄປ ເພື່ອຈະໄດ້ຮູ້ເຖິງ [ສັດທາ] ຂອງພວກເຈົ້າ.” ໃນຄຳຕອບ, ຕີໂມທຽວຜູ້ຊ່ວຍໂປໂລ, ທີ່ເຄີຍໄດ້ຮັບໃຊ້ຢູ່ໃນເມືອງເທສະໂລນິກ, “ໄດ້ນຳຂ່າວດີກ່ຽວກັບ [ສັດທາ] ແລະ ຄວາມຮັກຂອງພວກເຈົ້າມາຍັງພວກເຮົາ” (1 ເທສະໂລນິກ 3:5–6). ຕາມຈິງແລ້ວ, ໄພ່ພົນເມືອງເທສະໂລນິກຮູ້ກັນວ່າເປັນຕົວຢ່າງ “ແກ່ຄົນທີ່ເຊື່ອທັງໝົດ” (1 ເທສະໂລນິກ 1:7), ແລະ ຂ່າວເລື່ອງສັດທາຂອງພວກເຂົາໄດ້ຖືກເລົ່າລືໄປເຖິງຫົວເມືອງຕ່າງແດນ. ໃຫ້ວາດພາບເຫັນຄວາມຊື່ນຊົມຂອງໂປໂລ ແລະ ຄວາມໂລ່ງໃຈທີ່ໄດ້ຍິນວ່າ ວຽກງານຂອງເພິ່ນໃນບັນດາພວກເຂົາ “ບໍ່ໄດ້ເສຍປະໂຫຍດ” (1 ເທສະໂລນິກ 2:1). ແຕ່ໂປໂລຮູ້ວ່າ ຄວາມຊື່ສັດໃນອະດີດ ບໍ່ພຽງພໍສຳລັບຄວາມລອດທາງວິນຍານໃນອະນາຄົດ, ແລະ ເພິ່ນກໍລະມັດລະວັງກັບອິດທິພົນຂອງຄູສອນປອມໃນບັນດາໄພ່ພົນ (ເບິ່ງ 2 ເທສະໂລນິກ 2:2–3). ຂ່າວສານຂອງເພິ່ນຕໍ່ພວກເຂົາ, ແລະ ຕໍ່ເຮົາ, ແມ່ນໃຫ້ສືບຕໍ່ “ເສີມສ້າງ [ສັດທາຂອງເຮົາ] ທີ່ບົກພ່ອງ” ແລະ ໃຫ້ມີຄວາມຮັກ “ຫລາຍກວ່າເກົ່າ” (ເບິ່ງ 1 ເທສະໂລນິກ 3:10; 4:10).
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
1 ເທສະໂລນິກ 1–2
ສານຸສິດຂອງພຣະຄຣິດຈະຮັບໃຊ້ກັນແລະກັນ ດ້ວຍໃຈຈິງ ແລະ ດ້ວຍຄວາມຮັກ.
ໃນ 1 ເທສະໂລນິກ, ຖ້ອຍຄຳຂອງໂປໂລເປີດເຜີຍທັງຄວາມເປັນຫ່ວງ ແລະ ຄວາມຊື່ນຊົມກັບບາງຄົນທີ່ໄດ້ມອບຕົວເອງທັງໝົດໃຫ້ກັບການຮັບໃຊ້ລູກໆຂອງພຣະເຈົ້າ. ໂດຍສະເພາະໃນສອງບົດທຳອິດຂອງ 1 ເທສະໂລນິກ, ທ່ານຈະພົບເຫັນຖ້ອຍຄຳ ແລະ ວະລີທີ່ບັນຍາຍເຖິງທັດສະນະຄະຕິ ແລະ ການກະທຳຂອງສານຸສິດຂອງພຣະຜູ້ເປັນເຈົ້າ. ຍົກຕົວຢ່າງ, ທ່ານຮຽນຮູ້ຫຍັງແດ່ຈາກ 1 ເທສະໂລນິກ 1:5–8; 2:1–13 ກ່ຽວກັບການຮັບໃຊ້ພຣະຜູ້ເປັນເຈົ້າ?
ໃຫ້ຄິດກ່ຽວກັບໂອກາດຂອງທ່ານເອງ ທີ່ຈະຮັບໃຊ້ພຣະເຈົ້າ ແລະ ລູກໆຂອງພຣະອົງ. ທ່ານພົບເຫັນຫຍັງແດ່ໃນບົດເຫລົ່ານີ້ ທີ່ດົນໃຈທ່ານໃຫ້ປັບປຸງການຮັບໃຊ້ຂອງທ່ານ? ໃຫ້ຄິດທີ່ຈະຖາມຕົວເອງໃນຄຳຖາມອີງຕາມສິ່ງທີ່ທ່ານພົບເຫັນ, ດັ່ງເຊັ່ນ “ເຮົາເປັນຕົວຢ່າງເຖິງສິ່ງທີ່ເຮົາຮູ້ບໍ?” (ເບິ່ງ 1 ເທສະໂລນິກ 1:7).
1 ເທສະໂລນິກ 3:7–13; 4:1–12
“ຈະເລີນຂຶ້ນ ແລະ ລົ້ນເຫລືອໄປດ້ວຍຄວາມຮັກ.”
ໂປໂລໄດ້ປິຕິຍິນດີໃນຄວາມຊື່ສັດຂອງໄພ່ພົນຊາວເທສະໂລນິກ (ເບິ່ງ 1 ເທສະໂລນິກ 3:7–9). ແຕ່ເພິ່ນກໍຢາກໃຫ້ພວກເຂົາມີສັດທານັ້ນ “ຫລາຍກວ່າເກົ່າ” (1 ເທສະໂລນິກ 4:1). ຂະນະທີ່ທ່ານອ່ານ 1 ເທສະໂລນິກ 3:7–13; 4:1–12, ໃຫ້ໄຕ່ຕອງວິທີທີ່ທ່ານສາມາດເຮັດດັ່ງນັ້ນ “ຫລາຍກວ່າເກົ່າ” ທາງວິນຍານແນວໃດ (1 ເທສະໂລນິກ 4:10). ຍົກຕົວຢ່າງ, ໃຫ້ສັງເກດເບິ່ງວ່າໂປໂລໄດ້ໃຊ້ຖ້ອຍຄຳເຊັ່ນ “ບໍລິສຸດ” ແລະ “ໃນທາງບໍລິສຸດ.” ທ່ານຮຽນຮູ້ຫຍັງແດ່ຈາກການຂຽນຂອງໂປໂລກ່ຽວກັບຄວາມໝາຍຂອງຖ້ອຍຄຳເຫລົ່ານີ້? ພຣະຜູ້ຊ່ວຍໃຫ້ລອດສາມາດຊ່ວຍທ່ານໃຫ້ກາຍເປັນຜູ້ບໍລິສຸດ ແລະ ສະອາດຫລາຍຂຶ້ນແນວໃດ?
ເບິ່ງ ຄູ່ມືພຣະຄຳພີ, “ບໍລິສຸດ,” “ການຊຳລະໃຫ້ບໍລິສຸດ,” scriptures.ChurchofJesusChrist.org ນຳອີກ.
1 ເທສະໂລນິກ 4:16–18; 5:1–10; 2 ເທສະໂລນິກ 1:4–10
ຖ້າຫາກເຮົາຊື່ສັດ ແລະ ລະມັດລະວັງ, ເຮົາຈະກຽມພ້ອມສຳລັບການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ.
ໃນ 1 ເທສະໂລນິກ 5:1–10, ໂປໂລໄດ້ໃຊ້ຄຳປຽບທຽບຫລາຍຢ່າງເພື່ອສິດສອນກ່ຽວກັບເວລາຕອນທີ່ພຣະເຢຊູຈະສະເດັດກັບຄືນມາສູ່ໂລກ. ຂະນະທີ່ທ່ານສຶກສາຄຳປຽບທຽບເຫລົ່ານີ້, ໃຫ້ຄິດທີ່ຈະຂຽນຄວາມປະທັບໃຈໄວ້ ອັນທີ່ມາສູ່ທ່ານກ່ຽວກັບການສະເດັດມາຄັ້ງທີສອງຂອງພຣະເຢຊູຄຣິດ:
-
“ຂະໂມຍມາໃນເວລາກາງຄືນ”:
-
“ເໝືອນດັ່ງຄວາມເຈັບປວດມາເຖິງຍິງທີ່ມີທ້ອງ”:
-
ຄຳປຽບທຽບອື່ນໆທີ່ທ່ານພົບເຫັນ:
ຄວາມຈິງເພີ່ມເຕີມຢ່າງໃດແດ່ທີ່ທ່ານຮຽນຮູ້ຈາກ 1 ເທສະໂລນິກ 4:16–18; 5:1–10; 2 ເທສະໂລນິກ 1:4–10? ທ່ານໄດ້ຮັບການກະຕຸ້ນໃຫ້ເຮັດສິ່ງໃດ ເພື່ອເຝົ້າລະວັງ ແລະ ກຽມພ້ອມສຳລັບການສະເດັດມາຂອງພຣະຜູ້ຊ່ວຍໃຫ້ລອດ?
ເບິ່ງ D. Todd Christofferson, “Preparing for the Lord’s Return,” Liahona, May 2019, 81–84 ນຳອີກ.
2 ເທສະໂລນິກ 2
ການປະຖິ້ມຄວາມເຊື່ອ, ຫລື ການໜີຈາກຄວາມຈິງ, ໄດ້ຖືກທຳນາຍໄວ້ວ່າ ຈະເກີດຂຶ້ນກ່ອນການສະເດັດມາຄັ້ງທີສອງ.
ທ່າມກາງການຂົ່ມເຫັງທີ່ມີຫລາຍຂຶ້ນ, ໄພ່ພົນຊາວເທສະໂລນິກໄດ້ເຊື່ອວ່າ ການສະເດັດມາຄັ້ງທີສອງຂອງພຣະຜູ້ຊ່ວຍໃຫ້ລອດ ຄົງໃກ້ຈະມາເຖິງໄວໆນັ້ນ. ແຕ່ໂປໂລຮູ້ວ່າ ກ່ອນພຣະເຢຊູສະເດັດກັບຄືນມາສູ່ໂລກ ຈະມີການປະຖິ້ມຄວາມເຊື່ອ—ການກະບົດ ຫລື “[ການໜີໄປ]” ຈາກຄວາມຈິງເສຍກ່ອນ (ເບິ່ງ 2 ເທສະໂລນິກ 2:1–4). ທ່ານສາມາດເຮັດໃຫ້ຄວາມເຂົ້າໃຈຂອງທ່ານເລິກເຊິ່ງເລື່ອງການປະຖິ້ມຄວາມເຊື່ອຄັ້ງຍິ່ງໃຫຍ່—ແລະ ຄວາມຂອບໃຈຂອງທ່ານສຳລັບການຟື້ນຟູ—ໂດຍການໄຕ່ຕອງບາງຢ່າງດັ່ງຕໍ່ໄປນີ້:
-
ຂໍ້ພຣະຄຳພີທີ່ບອກລ່ວງໜ້າເຖິງການປະຖິ້ມຄວາມເຊື່ອ: ເອຊາຢາ 24:5; ອາໂມດ 8:11–12; ມັດທາຍ 24:4–14; 2 ຕີໂມທຽວ 4:3–4
-
ຂໍ້ພຣະຄຳພີທີ່ສະແດງໃຫ້ເຫັນວ່າ ການປະຖິ້ມຄວາມເຊື່ອໄດ້ເລີ່ມຕົ້ນແລ້ວໃນສະໄໝຂອງໂປໂລ: ກິດຈະການ 20:28–30; ຄາລາເຕຍ 1:6–7; 1 ຕີໂມທຽວ 1:5–7
-
ການສັງເກດເບິ່ງການປະຖິ້ມຄວາມເຊື່ອຄັ້ງຍິ່ງໃຫຍ່ໂດຍນັກປະຕິຮູບຊາວຄຣິດສະຕຽນ:
ມາຕິນ ລູເຕີ: “ຂ້າພະເຈົ້າບໍ່ໄດ້ສະແຫວງຫາສິ່ງໃດທີ່ເກີນໄປກວ່າການປະຕິຮູບສາດສະໜາຈັກ ຕາມພຣະຄຳພີສັກສິດ. … ຂ້າພະເຈົ້າເວົ້າງ່າຍໆວ່າ ສາດສະໜາພຣະຄຣິດບໍ່ມີຢູ່ໃນທ່າມກາງຜູ້ທີ່ຄວນຮັກສາມັນໄວ້” (ໃນ E. G. Schweibert, Luther and His Times: The Reformation from a New Perspective [1950], 590).
ຣໍເຈີ ວິວລຽມສ໌ ໄດ້ກ່າວວ່າ: “ການປະຖິ້ມຄວາມເຊື່ອ … ໄດ້ເຮັດໃຫ້ທຸກສິ່ງເສື່ອມໂຊມຈົນວ່າບໍ່ສາມາດຟື້ນຈາກການປະຖິ້ມຄວາມເຊື່ອນັ້ນໄດ້ ຈົນກວ່າພຣະຄຣິດຈະສົ່ງອັກຄະສາວົກໃໝ່ອອກໄປ ເພື່ອສ້າງຕັ້ງສາດສະໜາຈັກໃໝ່” (ໃນ Philip Schaff, The Creeds of Christendom [1877], 851).
ເບິ່ງ 2 ນີໄຟ 28; Gospel Topics, “Apostasy,” topics.ChurchofJesusChrist.org ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
1 ເທສະໂລນິກ 3:9–13.ແມ່ນຫຍັງທີ່ປະທັບໃຈທ່ານກ່ຽວກັບຄວາມຮູ້ສຶກທີ່ໂປໂລມີຕໍ່ໝູ່ເພື່ອນຂອງເພິ່ນ? ເຮົາຈະສາມາດ “ໃຫ້ພວກເຈົ້າຈະເລີນຂຶ້ນ ແລະ ລົ້ນເຫລືອໄປດ້ວຍຄວາມຮັກ ທີ່ມີຕໍ່ກັນແລະກັນ” ແນວໃດ? (ຂໍ້ທີ 12).
-
1 ເທສະໂລນິກ 4:13–18.ວະລີໃດແດ່ໃນຂໍ້ເຫລົ່ານີ້ກ່ຽວກັບການຟື້ນຄືນພຣະຊົນທີ່ປອບໂຍນທ່ານ?
-
1 ເທສະໂລນິກ 5:14–25.ຂະນະທີ່ທ່ານທົບທວນຄຳແນະນຳຂອງໂປໂລໃນ 1 ເທສະໂລນິກ 5:14–25, ໃຫ້ເຊື້ອເຊີນສະມາຊິກໃນຄອບຄົວແຕ່ລະຄົນ ໃຫ້ຊອກຫາວະລີທີ່ຄອບຄົວສາມາດສຸມໃຈໃສ່. ໃຫ້ຊອກຫາວິທີທີ່ສ້າງສັນ ເພື່ອສະແດງວະລີເຫລົ່ານີ້ຢູ່ໃນເຮືອນຂອງທ່ານ ເພື່ອເປັນຄຳເຕືອນ. ຍົກຕົວຢ່າງ, ແຕ່ລະຄົນສາມາດຊອກຫາ ຫລື ແຕ້ມຮູບທີ່ສະແດງ ຫລື ສົ່ງເສີມວະລີທີ່ເຂົາເຈົ້າເລືອກ.
-
2 ເທສະໂລນິກ 3:13.ເຮົາເຄີຍຮູ້ສຶກວ່າ “ອິດເມື່ອຍທີ່ຈະເຮັດຄວາມດີ” ບໍ—ບາງທີ, ຖືກກົດດັນກັບການເປັນສານຸສິດ? ແມ່ນຫຍັງທີ່ຊ່ວຍເຮົາ ເວລາເຮົາຮູ້ສຶກໃນທາງນີ້? (ເບິ່ງ ຄາລາເຕຍ 6:9; ຄຳສອນ ແລະ ພັນທະສັນຍາ 64:33.) ເຮົາຈະສະໜັບສະໜູນກັນແລະກັນເມື່ອສິ່ງນີ້ເກີດຂຶ້ນໄດ້ແນວໃດ?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ this week’s outline ໃນ Come, Follow Me—For Primary.
ເພງແນະນຳ: “ເຮົາຮ້ອງສັນເສີນນາມເຢຊູເຈົ້າ,” ເພງສວດ ແລະ ເພງຂອງເດັກນ້ອຍ, 27.
ການປັບປຸງການສຶກສາສ່ວນຕົວ
ສະແຫວງຫາການເປີດເຜີຍທຸກວັນ. “ການເປີດເຜີຍຈະມີມາເທື່ອລະ ‘ບັນທັດ’ (2 ນີໄຟ 28:30), ບໍ່ແມ່ນພ້ອມກັນບາດດຽວ. … ຢ່າຄິດວ່າ [ການສຶກສາພຣະກິດຕິຄຸນ] ເປັນສິ່ງທີ່ທ່ານຕ້ອງຫາເວລາໃຫ້ກັບມັນ ແຕ່ໃຫ້ເປັນບາງສິ່ງທີ່ທ່ານເຮັດຢູ່ສະເໝີ” (Teaching in the Savior’s Way, 12).
Resurrected Christ [ພຣະຄຣິດທີ່ຟື້ນຄືນພຣະຊົນແລ້ວ], ໂດຍ ຣໍເບີດ ທີ ແບແຣັດ