“ວັນທີ 1–7 ເດືອນມີນາ. ຄຳສອນ ແລະ ພັນທະສັນຍາ 20–22: ‘ການຈັດຕັ້ງສາດສະໜາຈັກຂອງພຣະຄຣິດ,’” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: ຄຳສອນ ແລະ ພັນທະສັນຍາ 2021 (2020)
“ວັນທີ 1–7 ເດືອນມີນາ. ຄຳສອນ ແລະ ພັນທະສັນຍາ 20–22,” ຈົ່ງຕາມເຮົາມາ—ສຳລັບບຸກຄົນ ແລະ ຄອບຄົວ: 2021
ບ້ານຂອງພີເຕີ ວິດເມີ, ໂດຍ ອາລ໌ ຣາວສ໌
ວັນທີ 1–7 ເດືອນມີນາ
ຄຳສອນ ແລະ ພັນທະສັນຍາ 20–22
“ການຈັດຕັ້ງສາດສະໜາຈັກຂອງພຣະຄຣິດ”
ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 20–22, ໃຫ້ເປີດໃຈຮັບຄວາມປະທັບໃຈຈາກພຣະວິນຍານບໍລິສຸດ. ໃຫ້ຄິດບັນທຶກມັນໄວ້ ເພື່ອວ່າທ່ານຈະສາມາດກັບໄປອ່ານມັນທີຫລັງ.
ບັນທຶກຄວາມປະທັບໃຈຂອງທ່ານ
ວຽກງານຂອງສາດສະດາໂຈເຊັບ ສະມິດ ກ່ຽວກັບການແປພຣະຄຳພີມໍມອນ ບັດນີ້ໄດ້ສຳເລັດແລ້ວ. ແຕ່ວຽກງານຂອງການຟື້ນຟູພຽງແຕ່ເລີ່ມຕົ້ນ. ເຫັນໄດ້ຢ່າງແຈ້ງຊັດວ່າ ຈາກການເປີດເຜີຍທີ່ຜ່ານມາ ຊຶ່ງນອກເໜືອໄປຈາກການຟື້ນຟູຄຳສອນ ແລະ ສິດອຳນາດຂອງຖານະປະໂລຫິດແລ້ວ, ພຣະຜູ້ເປັນເຈົ້າຍັງປະສົງໃຫ້ຟື້ນຟູການຈັດຕັ້ງຢ່າງເປັນທາງການ—ສາດສະໜາຈັກຂອງພຣະອົງ ນຳອີກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 10:53; 18:5). ສະນັ້ນ ໃນວັນທີ 6 ເດືອນເມສາ, 1830, ຜູ້ທີ່ເຊື່ອຫລາຍກວ່າ 40 ຄົນ ໄດ້ບຽດກັນຢູ່ໃນເຮືອນໄມ້ທ່ອນຂອງຄອບຄົວວິດເມີ ຢູ່ໃນເມືອງເຟແອດ, ລັດນິວຢອກ, ເພື່ອເປັນພະຍານເລື່ອງການຈັດຕັ້ງສາດສະໜາຈັກຂອງພຣະເຢຊູຄຣິດ.
ແຕ່ຍັງມີບາງຄົນສົງໄສວ່າ ເປັນຫຍັງຈຶ່ງຈຳເປັນຕ້ອງຈັດຕັ້ງສາດສະໜາຈັກ? ຄຳຕອບອາດມີຢູ່ໃນພາກສ່ວນໜຶ່ງຂອງການເປີດເຜີຍ ທີ່ກ່ຽວພັນກັບການປະຊຸມຂອງສາດສະໜາຈັກເທື່ອທຳອິດນັ້ນ ໃນປີ 1830. ຢູ່ໃນນັ້ນ ມີຄຳບັນຍາຍກ່ຽວກັບພອນທີ່ຄົງເປັນໄປບໍ່ໄດ້ ຖ້າຫາກສາດສະໜາຈັກທີ່ແທ້ຈິງຂອງພຣະເຢຊູຄຣິດ ບໍ່ໄດ້ “ຖືກຈັດຕັ້ງ ແລະ ຖືກສະຖາປະນາຂຶ້ນຢ່າງຖືກຕ້ອງຕາມກົດໝາຍ” ໃນຍຸກສຸດທ້າຍ (ຄຳສອນ ແລະ ພັນທະສັນຍາ 20:1).
ເບິ່ງ Saints, 1:84–86, ແລະ “Build Up My Church,” Revelations in Context, 29–32 ນຳອີກ.
ແນວຄິດສຳລັບການສຶກສາພຣະຄຳພີເປັນສ່ວນຕົວ
ຄຳສອນ ແລະ ພັນທະສັນຍາ 20:1–36
ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ໄດ້ຖືກຈັດຕັ້ງຂຶ້ນເທິງຄຳສອນທີ່ແທ້ຈິງ.
ພາກທີ 20 ຖືກແນະນຳວ່າເປັນ “ການເປີດເຜີຍກ່ຽວກັບການຈັດຕັ້ງ ແລະ ການປົກຄອງ” (ຫົວຂໍ້ພາກ). ແຕ່ ກ່ອນຈະບັນຍາຍເຖິງນະໂຍບາຍຂອງສາດສະໜາຈັກ, ຕຳແໜ່ງຂອງຖານະປະໂລຫິດ, ແລະ ຂັ້ນຕອນຂອງການປະຕິບັດພິທີການ, ການເປີດເຜີຍນີ້ເລີ່ມຕົ້ນ ໂດຍການສິດສອນຄຳສອນຂັ້ນພື້ນຖານ. ຂະນະທີ່ທ່ານອ່ານ 36 ຂໍ້ທຳອິດຂອງການເປີດເຜີຍນີ້, ໃຫ້ຖາມຕົວເອງວ່າ ເປັນຫຍັງຈຶ່ງເປັນແນວນັ້ນ. ທ່ານຄວນຂຽນຄວາມຈິງຂອງພຣະກິດຕິຄຸນທີ່ທ່ານພົບເຫັນໄວ້ນຳອີກ. ຕໍ່ໄປນີ້ ຄືຕົວຢ່າງຈຳນວນໜຶ່ງ:
-
ພຣະຄຳພີມໍມອນ ແລະ ບົດບາດຂອງມັນ ຢູ່ໃນການຟື້ນຟູ (ຂໍ້ທີ 8–12)
-
ທຳມະຊາດຂອງພຣະເຈົ້າ (ຂໍ້ທີ 17–19)
-
ການຊົດໃຊ້ຂອງພຣະເຢຊູຄຣິດ (ຂໍ້ທີ 20–27)
ເປັນຫຍັງຄວາມຈິງເຫລົ່ານີ້ຈຶ່ງສຳຄັນ ທີ່ຈະເນັ້ນໜັກຂະນະທີ່ສາດສະໜາຈັກກຳລັງຖືກຈັດຕັ້ງ?
ຄຳສອນ ແລະ ພັນທະສັນຍາ 20:37, 75–79
ພິທີການທີ່ສັກສິດ ເປັນພາກສ່ວນທີ່ຈຳເປັນ ຂອງສາດສະໜາຈັກທີ່ຖືກຟື້ນຟູ.
ເມື່ອສາດສະໜາຈັກໄດ້ຖືກຈັດຕັ້ງ, ພຣະຜູ້ເປັນເຈົ້າໄດ້ສອນໄພ່ພົນຂອງພຣະອົງກ່ຽວກັບພິທີການທີ່ສັກສິດ, ຮ່ວມທັງການບັບຕິສະມາ ແລະ ສິນລະລຶກ. ຂະນະທີ່ທ່ານອ່ານຄຳແນະນຳ “ກ່ຽວກັບວິທີບັບຕິສະມາ” ຢູ່ໃນ ຂໍ້ທີ 37, ໃຫ້ຄິດກ່ຽວກັບການບັບຕິສະມາຂອງທ່ານເອງ. ທ່ານຮູ້ສຶກຫຍັງບໍ ດັ່ງທີ່ບັນຍາຍຢູ່ໃນຂໍ້ນີ້? ທ່ານຮູ້ສຶກດັ່ງນັ້ນໃນເວລານີ້ບໍ? ໃຫ້ໄຕ່ຕອງສິ່ງທີ່ທ່ານສາມາດເຮັດ ເພື່ອຮັກສາ “ຄວາມຕັ້ງໃຈທີ່ຈະຮັບໃຊ້ [ພຣະເຢຊູຄຣິດ] ຈົນເຖິງທີ່ສຸດ” ຂອງທ່ານ ໃຫ້ມີຊີວິດຊີວາຢູ່ຕໍ່ໄປ.
ຂະນະທີ່ທ່ານອ່ານກ່ຽວກັບສິນລະລຶກ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 20:75–79, ໃຫ້ພະຍາຍາມອ່ານຄຳອະທິຖານທີ່ສັກສິດເຫລົ່ານີ້ ຈາກມຸມມອງຂອງບາງຄົນທີ່ໄດ້ຍິນມັນເປັນເທື່ອທຳອິດ. ທ່ານໄດ້ຮັບຄວາມຮູ້ໃດແດ່ກ່ຽວກັບສິນລະລຶກ? ກ່ຽວກັບຕົວເອງ? ຄວາມຮູ້ເຫລົ່ານີ້ມີຜົນກະທົບຕໍ່ວິທີທີ່ທ່ານກະກຽມທີ່ຈະຮັບສິນລະລຶກໃນອາທິດນີ້ແນວໃດ?
ສິນລະລຶກເປັນພິທີການທີ່ສັກສິດ.
ຄຳສອນ ແລະ ພັນທະສັນຍາ 20:38–60
ການຮັບໃຊ້ຂອງຖານະປະໂລຫິດເປັນພອນໃຫ້ແກ່ສະມາຊິກຂອງສາດສະໜາຈັກ ແລະ ຄອບຄົວຂອງເຂົາເຈົ້າ.
ຖ້າຫາກມີຄົນຂໍໃຫ້ທ່ານບອກຊື່ຂອງໜ້າທີ່ຂອງຜູ້ດຳລົງຖານະປະໂລຫິດ, ທ່ານຈະວ່າແນວໃດ? ໃຫ້ອ່ານ ຄຳສອນ ແລະ ພັນທະສັນຍາ 20:38–60, ຊຶ່ງລະບຸເຖິງໜ້າທີ່ຂອງຕຳແໜ່ງຕ່າງໆຂອງຖານະປະໂລຫິດ. ມີສິ່ງໃດແດ່ຢູ່ໃນຂໍ້ເຫລົ່ານີ້ ທີ່ປ່ຽນວິທີທີ່ທ່ານຄິດກ່ຽວກັບໜ້າທີ່ຂອງຖານະປະໂລຫິດ ແລະ ວິທີທີ່ພຣະຜູ້ຊ່ວຍໃຫ້ລອດປະຕິບັດວຽກງານຂອງພຣະອົງ? ທ່ານໄດ້ຮັບພອນແນວໃດ ໂດຍວຽກງານທີ່ບັນຍາຍຢູ່ໃນຂໍ້ເຫລົ່ານີ້?
ເພື່ອຮຽນຮູ້ກ່ຽວກັບວິທີທີ່ຜູ້ຍິງໃຊ້ສິດອຳນາດຂອງຖານະປະໂລຫິດ ໃນວຽກງານຂອງສາດສະໜາຈັກ, ເບິ່ງ Dallin H. Oaks, “The Keys and Authority of the Priesthood,” Ensign ຫລື Liahona, May 2014, 49–52.
ສາດສະໜາຈັກຂອງພຣະເຢຊູຄຣິດ ຖືກນຳພາໂດຍສາດສະດາທີ່ມີຊີວິດຢູ່.
ທ່ານຮຽນຮູ້ຫຍັງແດ່ຈາກ ຄຳສອນ ແລະ ພັນທະສັນຍາ 21:4–9 ກ່ຽວກັບຖ້ອຍຄຳຂອງສາດສະດາຂອງພຣະຜູ້ເປັນເຈົ້າ? ໃຫ້ພິຈາລະນາຄຳສັນຍາທີ່ບັນຍາຍຢູ່ໃນ ຂໍ້ທີ 6 ສຳລັບຜູ້ທີ່ໄດ້ຮັບພຣະຄຳຂອງພຣະຜູ້ເປັນເຈົ້າ ຜ່ານທາງສາດສະດາຂອງພຣະອົງ. ຄຳສັນຍາເຫລົ່ານີ້ ມີຄວາມໝາຍແນວໃດຕໍ່ທ່ານ?
ທ່ານສາມາດຮັບຖ້ອຍຄຳຂອງສາດສະດາທີ່ມີຊີວິດຢູ່ແນວໃດ “ຄືກັບວ່າຈາກພຣະໂອດ [ຂອງພຣະເຈົ້າ]”? (ຂໍ້ທີ 5). ຄຳແນະນຳໃດແດ່ທີ່ສາດສະດາໃນປະຈຸບັນມອບໃຫ້ ທີ່ສາມາດນຳໄປສູ່ພອນແຫ່ງຄຳສັນຍາ ຢູ່ໃນ ຂໍ້ທີ 6?
ແນວຄິດສຳລັບການສຶກສາພຣະຄຳພີເປັນຄອບຄົວ ແລະ ການສັງສັນໃນຕອນແລງ
-
ຄຳສອນ ແລະ ພັນທະສັນຍາ 20.ເຮົາຈະວ່າແນວໃດຖ້າຫາກມີຄົນຖາມເຮົາວ່າ ເປັນຫຍັງເຮົາຈຶ່ງຕ້ອງການສາດສະໜາຈັກ? ຄຳຕອບໃດແດ່ທີ່ເຮົາພົບເຫັນ ຢູ່ໃນ ຄຳສອນ ແລະ ພັນທະສັນຍາ 20? ເບິ່ງ D. Todd Christofferson, “Why the Church,” Ensign ຫລື Liahona, Nov. 2015, 108–11 ນຳອີກ.
-
ຄຳສອນ ແລະ ພັນທະສັນຍາ 20:69.ຄຳວ່າ “[ເດີນ] ໄປໃນຄວາມບໍລິສຸດຢູ່ຕໍ່ພຣະພັກຂອງພຣະຜູ້ເປັນເຈົ້າ” ໝາຍຄວາມວ່າແນວໃດ? ອາດເປັນສິ່ງມ່ວນຊື່ນສຳລັບສະມາຊິກໃນຄອບຄົວ ທີ່ຈະແຕ້ມຮູບ ຫລື ຂຽນບາງສິ່ງໃສ່ເຈ້ຍ ທີ່ສາມາດຊ່ວຍເຂົາເຈົ້າເດີນໄປໃນຄວາມບໍລິສຸດ ຫລື ບາງສິ່ງທີ່ສາມາດກີດກັນເຂົາເຈົ້າຈາກການເຮັດສິ່ງນັ້ນ. ແລ້ວເຂົາເຈົ້າສາມາດເຮັດເສັ້ນທາງ ໂດຍການໃຊ້ເຈ້ຍ ແລະ ພະຍາຍາມເດີນໄປຕາມເສັ້ນທາງ, ພຽງແຕ່ຢຽບຮູບແຕ້ມໃບທີ່ຈະນຳພາເຂົາເຈົ້າໄປຫາພຣະຄຣິດເທົ່ານັ້ນ.
-
ຄຳສອນ ແລະ ພັນທະສັນຍາ 20:37, 71–74.ຖ້າຫາກບາງຄົນຢູ່ໃນຄອບຄົວຂອງທ່ານ ຍັງບໍ່ໄດ້ຮັບບັບຕິສະມາເທື່ອ, ຂໍ້ເຫລົ່ານີ້ສາມາດນຳພາໄປສູ່ການສົນທະນາກ່ຽວກັບວິທີທີ່ຈະກະກຽມສຳລັບການບັບຕິສະມາ (ເບິ່ງ ຂໍ້ທີ 37) ແລະ ກ່ຽວກັບວິທີດຳເນີນການບັບຕິສະມາ (ເບິ່ງ ຂໍ້ທີ 71–74). ສະມາຊິກໃນຄອບຄົວສາມາດສະແດງຮູບພາບ ຫລື ເລົ່າຄວາມຊົງຈຳ ຈາກວັນທີ່ເຂົາເຈົ້າຮັບບັບຕິສະມາ.
-
ຄຳສອນ ແລະ ພັນທະສັນຍາ 20:75–79.ຄອບຄົວຂອງທ່ານສາມາດໃຊ້ຂໍ້ເຫລົ່ານີ້ເພື່ອກະກຽມສຳລັບປະສົບການ ກັບສິນລະລຶກທີ່ມີຄວາມໝາຍ ແລະ ມີຄວາມຄາລະວະແນວໃດ? ຂໍ້ເຫລົ່ານີ້ອາດແນະນຳສິ່ງທີ່ທ່ານສາມາດໄຕ່ຕອງລະຫວ່າງສິນລະລຶກ, ແລະ ສະມາຊິກໃນຄອບຄົວສາມາດຊອກຫາຮູບ ຫລື ແຕ້ມຮູບກ່ຽວກັບສິ່ງເຫລົ່ານັ້ນໄດ້. ເມື່ອເໝາະສົມ, ທ່ານຄວນເອົາຮູບພາບເຫລົ່ານັ້ນໄປກອງປະຊຸມສິນລະລຶກນຳ ເພື່ອເຕືອນເຖິງສິ່ງທີ່ຄວນຄິດລະຫວ່າງສິນລະລຶກ.
-
ຄຳສອນ ແລະ ພັນທະສັນຍາ 21:4–7.ໃຫ້ຄິດຊັກຊວນສະມາຊິກໃນຄອບຄົວ ໃຫ້ຊອກຫາຖ້ອຍຄຳ ແລະ ສຳນວນ ຢູ່ໃນ ຂໍ້ທີ 4–5 ທີ່ສິດສອນເຮົາກ່ຽວກັບການເຮັດຕາມສາດສະດາຂອງພຣະຜູ້ເປັນເຈົ້າ. ການໄດ້ຮັບຖ້ອຍຄຳຂອງສາດສະດາດ້ວຍຄວາມອົດທົນ, ດ້ວຍສັດທາ ໝາຍຄວາມວ່າແນວໃດ? ເມື່ອໃດທີ່ເຮົາໄດ້ຮັບພອນທີ່ສັນຍາ ຢູ່ໃນ ຂໍ້ທີ 6?
ສຳລັບແນວຄິດເພີ່ມເຕີມກ່ຽວກັບການສິດສອນເດັກນ້ອຍ, ໃຫ້ເບິ່ງ ໂຄງຮ່າງຂອງອາທິດນີ້ ຢູ່ໃນ ຈົ່ງຕາມເຮົາມາ—ສຳລັບຊັ້ນປະຖົມໄວ.
ເພງແນະນຳ: “The Church of Jesus Christ,” Children’s Songbook, 77.
ການປັບປຸງການສິດສອນຂອງເຮົາ
ເອົາແບບຢ່າງຊີວິດຂອງພຣະຜູ້ຊ່ວຍໃຫ້ລອດ. “ອຳນາດຂອງພຣະຜູ້ຊ່ວຍໃຫ້ລອດ ທີ່ຈະສິດສອນ ແລະ ເຊີດຊູຄົນອື່ນ ແມ່ນມາຈາກວິທີທີ່ພຣະອົງດຳລົງຊີວິດ ແລະ ບຸກຄົນທີ່ພຣະອົງເປັນ. ເມື່ອທ່ານພາກພຽນພະຍາຍາມທີ່ຈະ ດຳລົງຊີວິດ ເໝືອນຢ່າງພຣະເຢຊູຄຣິດຫລາຍເທົ່າໃດ, ທ່ານຍິ່ງຈະສາມາດ ສິດສອນ ເໝືອນຢ່າງພຣະອົງຫລາຍຂຶ້ນເທົ່ານັ້ນ” (Teaching in the Savior’s Way, 13).
ອໍລີເວີ ຄາວເດີຣີ ແຕ່ງຕັ້ງໂຈເຊັບ ສະມິດ, ໂດຍ ວາວເຕີ ເຣນ