“ພາກຫ້ອຍທ້າຍ ຄ: ສຳລັບປະຖົມໄວ—ຄຳແນະນຳສຳລັບຊ່ວງເວລາຮ້ອງເພງ ແລະ ການນຳສະເໜີຂອງເດັກນ້ອຍທີ່ກອງປະຊຸມສິນລະລຶກ” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
“ພາກຫ້ອຍທ້າຍ ຄ,” ຈົ່ງຕາມເຮົາມາ: ພຣະຄຳພີເດີມ 2026
ພາກຫ້ອຍທ້າຍ ຄ
ສຳລັບປະຖົມໄວ—ຄຳແນະນຳສຳລັບຊ່ວງເວລາຮ້ອງເພງ ແລະ ການນຳສະເໜີຂອງເດັກນ້ອຍທີ່ກອງປະຊຸມສິນລະລຶກ
ເພງສັກສິດແມ່ນເຄື່ອງມືທີ່ມີພະລັງໃນການຊ່ວຍໃຫ້ເດັກນ້ອຍຮຽນຮູ້ກ່ຽວກັບແຜນແຫ່ງຄວາມສຸກຂອງພຣະບິດາເທິງສະຫວັນ ແລະ ຄວາມຈິງຂັ້ນພື້ນຖານກ່ຽວກັບພຣະກິດຕິຄຸນຂອງພຣະເຢຊູຄຣິດ. ຂະນະທີ່ເດັກນ້ອຍຮ້ອງເພງກ່ຽວກັບຫລັກທຳພຣະກິດຕິຄຸນ, ພຣະວິນຍານບໍລິສຸດຈະເປັນພະຍານເຖິງຄວາມຈິງຂອງມັນ. ເນື້ອເພງ ແລະ ດົນຕີຈະຝັງຢູ່ໃນຈິດໃຈ ແລະ ຫົວໃຈຂອງເດັກນ້ອຍຕະຫລອດຊີວິດຂອງພວກເຂົາ.
ໃຫ້ສະແຫວງຫາຄວາມຊ່ວຍເຫລືອຈາກພຣະວິນຍານ ຂະນະທີ່ທ່ານກະກຽມທີ່ຈະສິດສອນພຣະກິດຕິຄຸນຜ່ານທາງດົນຕີ. ແບ່ງປັນປະຈັກພະຍານຂອງທ່ານເຖິງຄວາມຈິງທີ່ທ່ານຮ້ອງກ່ຽວກັບ. ຊ່ວຍໃຫ້ເດັກນ້ອຍເຫັນວ່າ ດົນຕີກ່ຽວຂ້ອງກັບສິ່ງທີ່ພວກເຂົາກຳລັງຮຽນຮູ້ ແລະ ປະສົບການຢູ່ທີ່ບ້ານ ແລະ ໃນຫ້ອງຮຽນປະຖົມໄວແນວໃດ.
ແນວທາງຊີ້ນຳສຳລັບການນຳສະເໜີທີ່ກອງປະຊຸມສິນລະລຶກ
ພາຍໃຕ້ການຊີ້ນຳຂອງອະທິການ, ຕາມປົກກະຕິແລ້ວ ການນຳສະເໜີຂອງເດັກນ້ອຍທີ່ກອງປະຊຸມສິນລະລຶກຈະຖືກຈັດຂຶ້ນໃນລະຫວ່າງໄຕມາດທີສີ່ຂອງປີ. ໃນຖານະຝ່າຍປະທານອົງການປະຖົມໄວ ແລະ ຜູ້ນຳດົນຕີ, ໃຫ້ເຮັດວຽກງານກັບທີ່ປຶກສາໃນຝ່າຍອະທິການ ຜູ້ດູແລປະຖົມໄວ ເພື່ອວາງແຜນການນຳສະເໜີ.
ການນຳສະເໜີຄວນອະນຸຍາດໃຫ້ເດັກນ້ອຍສະເໜີສິ່ງທີ່ພວກເຂົາ ແລະ ຄອບຄົວຂອງພວກເຂົາໄດ້ຮຽນຮູ້ຈາກພຣະຄຳພີເດີມຢູ່ທີ່ບ້ານ ແລະ ໃນປະຖົມໄວ, ລວມທັງເພງປະຖົມໄວ ທີ່ພວກເຂົາໄດ້ຮ້ອງລະຫວ່າງປີ. ຂະນະທີ່ທ່ານວາງແຜນການນຳສະເໜີ, ໃຫ້ຄິດຫາວິທີທີ່ຈະຊ່ວຍຜູ້ຢູ່ໃນກອງປະຊຸມສຸມໃຈໃສ່ພຣະຜູ້ຊ່ວຍໃຫ້ລອດ ແລະ ຄຳສອນຂອງພຣະອົງ.
ໜ່ວຍທີ່ມີເດັກນ້ອຍບໍ່ຫລາຍ ໃຫ້ຄິດຫາທາງ ຊຶ່ງໃນນັ້ນໃຫ້ສະມາຊິກໃນຄອບຄົວສາມາດມີສ່ວນຮ່ວມກັບເດັກນ້ອຍຂອງເຂົາເຈົ້າ. ຄົນໜຶ່ງໃນຝ່າຍອະທິການອາດສະຫລຸບກອງປະຊຸມດ້ວຍຄຳປາໄສສັ້ນໆ.
ຂະນະທີ່ທ່ານກະກຽມການນຳສະເໜີ, ໃຫ້ຈື່ຈຳແນວທາງຊີ້ນຳດັ່ງຕໍ່ໄປນີ້:
-
ການຝຶກຊ້ອມບໍ່ຄວນໃຊ້ເວລາຂອງຫ້ອງຮຽນປະຖົມໄວ ຫລື ເວລາຂອງຄອບຄົວໂດຍບໍ່ຈຳເປັນ.
-
ພາບ, ເຄື່ອງແຕ່ງກາຍ, ແລະ ສື່ ແມ່ນບໍ່ເໝາະສົມທີ່ຈະນຳສະເໜີສຳລັບກອງປະຊຸມສິນລະລຶກ.
ເບິ່ງ ຄູ່ມືທົ່ວໄປ: ການຮັບໃຊ້ໃນສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, 12.2.1.2, ຫ້ອງສະໝຸດພຣະກິດຕິຄຸນ.
ຄຳແນະນຳສຳລັບຊ່ວງເວລາຮ້ອງເພງ
5 ນາທີ (ຝ່າຍປະທານອົງການປະຖົມໄວ): ການອະທິຖານເປີດ, ຂໍ້ພຣະຄຳພີ ຫລື ຫລັກແຫ່ງຄວາມເຊື່ອ, ແລະ ໜຶ່ງຄຳປາໄສ
20 ນາທີ (ຜູ້ນຳດົນຕີ): ຊ່ວງເວລາຮ້ອງເພງ
ຝ່າຍປະທານອົງການປະຖົມໄວ ແລະ ຜູ້ນຳດົນຕີເລືອກເພງສຳລັບແຕ່ລະເດືອນ ເພື່ອສົ່ງເສີມຫລັກທຳທີ່ເດັກນ້ອຍກຳລັງຮຽນຮູ້ຢູ່ໃນຫ້ອງຮຽນຂອງພວກເຂົາ ແລະ ຢູ່ທີ່ບ້ານ. ລາຍການເພງທີ່ສົ່ງເສີມຫລັກທຳເຫລົ່ານີ້ ແມ່ນລວມຢູ່ໃນຄູ່ມືນີ້.
ຂະນະທີ່ທ່ານສິດສອນເພງໃຫ້ເດັກນ້ອຍ, ເຊື້ອເຊີນພວກເຂົາໃຫ້ແບ່ງປັນສິ່ງທີ່ພວກເຂົາໄດ້ຮຽນຮູ້ກ່ຽວກັບເລື່ອງລາວ ແລະ ຫລັກທຳຄຳສອນທີ່ເພງສິດສອນ. ເຊື້ອເຊີນເດັກນ້ອຍໃຫ້ແບ່ງປັນຄວາມນຶກຄິດ ແລະ ຄວາມຮູ້ສຶກຂອງພວກເຂົາກ່ຽວກັບຄວາມຈິງທີ່ພົບເຫັນຢູ່ໃນເພງ.
The Children’s Songbook ແມ່ນແຫລ່ງຊ່ວຍເຫລືອຂັ້ນພື້ນຖານສຳລັບເພງໃນປະຖົມໄວ. ເພງສວດຈາກປຶ້ມເພງສວດ ແລະ ເພງຈາກວາລະສານ Friend ກໍເໝາະສົມເຊັ່ນກັນ. ທ່ານກໍສາມາດໃຊ້ເພງຈາກ ເພງສວດ—ສຳລັບບ້ານ ແລະ ໂບດ ນຳອີກ. ການໃຊ້ເພງອື່ນໆໃນປະຖົມໄວ ຈະຕ້ອງໄດ້ຮັບການອະນຸມັດຈາກຝ່າຍອະທິການເສຍກ່ອນ (ເບິ່ງ ຄູ່ມືທົ່ວໄປ, 12.3.4).
ເພງສຳລັບຊ່ວງເວລາຮ້ອງເພງ
ເດືອນມັງກອນ
-
“ໂອ້ພຣະບິດາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 46
-
“ພຣະບິດາ ໂປດຟັງເຮົາວອນ,” ເພງສວດ ແລະ ເພງຂອງເດັກນ້ອຍ, 23
ເດືອນກຸມພາ
-
“ເຮົາຂອບພຣະໄທສຳລັບສາດສະດາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 40
-
“ເຮົາເປັນລູກຂອງພຣະເຈົ້າ,” ເພງສວດ ແລະ ເພງຂອງເດັກນ້ອຍ, 64
ເດືອນມີນາ
-
“ຄວາມເມດຕາເລີ່ມຈາກເຮົາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 69
-
“ຂໍເພິ່ງພຣະທຸກຊົ່ວໂມງ,” ເພງສວດ ແລະ ເພງຂອງເດັກນ້ອຍ, 12.
ເດືອນເມສາ
-
“Gethsemane,” ຫ້ອງສະໝຸດພຣະກິດຕິຄຸນ
-
“ເຮົາຈະໄປທີ່ພຣະອົງບັນຊາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 50
ເດືອນພຶດສະພາ
-
“Holy Places,” ຫ້ອງສະໝຸດພຣະກິດຕິຄຸນ
-
“ຈາລຶກທອງຄຳ,” ເພງສວດ ແລະ ເພງຂອງເດັກນ້ອຍ, 71
ເດືອນມິຖຸນາ
-
“ເຮົາຈະໄປທີ່ພຣະອົງບັນຊາ,” ເພງສວດ ແລະ ເພງຂອງເດັກນ້ອຍ, 50
-
“ເຮັດແຕ່ຄວາມດີ,” ເພງສວດ ແລະ ເພງຂອງເດັກນ້ອຍ, 38
ເດືອນກໍລະກົດ
-
“ອະທິຖານຄອບຄົວ,” ເພງສວດ ແລະ ເພງຂອງເດັກນ້ອຍ, 73
-
“ບອກມາ ສັດຈະຄືຫຍັງ?,” ເພງສວດ ແລະ ເພງຂອງເດັກນ້ອຍ, 34
ເດືອນສິງຫາ
-
“ກ້າເຮັດສິ່ງຖືກ,” ເພງສວດ ແລະ ເພງຂອງເດັກນ້ອຍ, 70
-
“ເຮົາຮ້ອງສັນເສີນນາມເຢຊູເຈົ້າ,” ເພງສວດ ແລະ ເພງຂອງເດັກນ້ອຍ, 27
ເດືອນກັນຍາ
-
“ສອນເຮົາຍ່າງໃນແສງ,” ເພງສວດ ແລະ ເພງຂອງເດັກນ້ອຍ, 72
-
“ປັນຍາ ແລະ ຄວາມຮັກຍິ່ງໃຫຍ່,” ເພງສວດ ແລະ ເພງຂອງເດັກນ້ອຍ, 20
ເດືອນຕຸລາ
-
“ຂໍເພິ່ງພຣະທຸກຊົ່ວໂມງ,” ເພງສວດ ແລະ ເພງຂອງເດັກນ້ອຍ, 12
-
“ເຮົາເປັນລູກຂອງພຣະເຈົ້າ,” ເພງສວດ ແລະ ເພງຂອງເດັກນ້ອຍ, 64
ເດືອນພະຈິກ
-
“ອະທິຖານຄອບຄົວ,” ເພງສວດ ແລະ ເພງຂອງເດັກນ້ອຍ, 73
-
“ກ້າເຮັດສິ່ງຖືກ,” ເພງສວດ ແລະ ເພງຂອງເດັກນ້ອຍ, 70
ເດືອນທັນວາ
-
“ປັນຍາ ແລະ ຄວາມຮັກຍິ່ງໃຫຍ່,” ເພງສວດ ແລະ ເພງຂອງເດັກນ້ອຍ, 20
-
“ສອນເຮົາຍ່າງໃນແສງ,” ເພງສວດ ແລະ ເພງຂອງເດັກນ້ອຍ, 72
ການໃຊ້ເພງເພື່ອສິດສອນຄຳສອນ
ຊ່ວງເວລາຮ້ອງເພງມີຈຸດປະສົງເພື່ອຊ່ວຍໃຫ້ເດັກນ້ອຍຮຽນຮູ້ຄວາມຈິງຂອງພຣະກິດຕິຄຸນ. ແນວຄິດດັ່ງຕໍ່ໄປນີ້ສາມາດດົນໃຈທ່ານ ຂະນະທີ່ທ່ານວາງແຜນວິທີທີ່ຈະສິດສອນຫລັກທຳພຣະກິດຕິຄຸນ ທີ່ພົບເຫັນຢູ່ໃນເພງສວດ ແລະ ເພງປະຖົມໄວ.
ອ່ານຂໍ້ພຣະຄຳພີທີ່ກ່ຽວຂ້ອງ. ສຳລັບຫລາຍໆເພງຢູ່ໃນ Children’s Songbook ແລະ ປຶ້ມເພງສວດ, ການອ້າງອີງທີ່ກ່ຽວຂ້ອງກັບພຣະຄຳພີມີລະບຸໄວ້. ຊ່ວຍເດັກນ້ອຍອ່ານຂໍ້ພຣະຄຳພີບາງຂໍ້ເຫລົ່ານີ້, ແລະ ເວົ້າລົມກ່ຽວກັບວ່າ ພຣະຄຳພີກ່ຽວຂ້ອງກັບເພງແນວໃດ. ທ່ານກໍສາມາດຂຽນພຣະຄຳພີອ້າງອີງສອງສາມຂໍ້ໃສ່ເທິງກະດານ ແລະ ເຊື້ອເຊີນເດັກນ້ອຍໃຫ້ຈັບຄູ່ຂໍ້ອ້າງອີງໃສ່ກັບເພງ ຫລື ໃສ່ກັບວັກໜຶ່ງຈາກເພງ.
ຕື່ມໃສ່ບ່ອນວ່າງ. ຂຽນວັກໜຶ່ງຂອງເພງໃສ່ເທິງກະດານ ໂດຍທີ່ມີຄຳສຳຄັນຫລາຍຄຳຂາດຫາຍ. ແລ້ວຂໍໃຫ້ເດັກນ້ອຍຮ້ອງເພງນັ້ນ, ຕັ້ງໃຈຟັງຄຳທີ່ຈະເອົາມາຕື່ມໃສ່ບ່ອນວ່າງ. ຂະນະທີ່ພວກເຂົາຕື່ມໃສ່ບ່ອນວ່າງແຕ່ລະບ່ອນ, ໃຫ້ສົນທະນາຫລັກທຳພຣະກິດຕິຄຸນທີ່ພວກທ່ານຮຽນຮູ້ຈາກຄຳທີ່ຂາດຫາຍ.
ເປັນພະຍານ. ສະແດງປະຈັກພະຍານສັ້ນໆຕໍ່ເດັກນ້ອຍເຖິງຄວາມຈິງຂອງພຣະກິດຕິຄຸນ ທີ່ພົບເຫັນຢູ່ໃນເພງປະຖົມໄວ. ຊ່ວຍໃຫ້ເດັກນ້ອຍເຂົ້າໃຈວ່າ ການຮ້ອງເພງແມ່ນວິທີໜຶ່ງທີ່ພວກເຂົາສາມາດສະແດງປະຈັກພະຍານ ແລະ ຮູ້ສຶກເຖິງພຣະວິນຍານ.
ຢືນເປັນພະຍານ. ເຊື້ອເຊີນເດັກນ້ອຍໃຫ້ປ່ຽນຜຽນກັນຢືນຂຶ້ນ ແລະ ແບ່ງປັນສິ່ງທີ່ພວກເຂົາຮຽນຮູ້ຈາກເພງທີ່ພວກເຂົາຮ້ອງ ຫລື ພວກເຂົາຮູ້ສຶກແນວໃດກ່ຽວກັບຄວາມຈິງທີ່ສິດສອນຢູ່ໃນເພງ. ຖາມພວກເຂົາວ່າ ພວກເຂົາຮູ້ສຶກແນວໃດຂະນະທີ່ພວກເຂົາຮ້ອງເພງ, ແລະ ຊ່ວຍພວກເຂົາໃຫ້ລະບຸອິດທິພົນຂອງພຣະວິນຍານບໍລິສຸດ.
ໃຊ້ຮູບພາບ. ຂໍໃຫ້ເດັກນ້ອຍຊ່ວຍທ່ານຊອກຫາ ຫລື ສ້າງຮູບທີ່ເຂົ້າກັບຄຳ ຫລື ວະລີຢູ່ໃນເພງ. ເຊື້ອເຊີນພວກເຂົາໃຫ້ແບ່ງປັນວ່າ ຮູບພາບກ່ຽວຂ້ອງກັບເພງ ແລະ ສິ່ງທີ່ເພງສິດສອນແນວໃດ. ຍົກຕົວຢ່າງ, ຖ້າຫາກທ່ານກຳລັງສິດສອນເພງ “When He Comes Again” (Children’s Songbook, 82–83), ທ່ານສາມາດວາງຮູບພາບໄວ້ທົ່ວຫ້ອງ ທີ່ສະແດງຄຳສຳຄັນຈາກເພງ (ເຊັ່ນ ເຫລົ່າທູດ, ຫິມະ, ແລະ ດວງດາວ). ຂໍໃຫ້ເດັກນ້ອຍຈັບເອົາຮູບພາບ ແລະ ເຍິງມັນຂຶ້ນໃນລຳດັບທີ່ຖືກຕ້ອງ ຂະນະທີ່ພວກທ່ານຮ້ອງເພງນຳກັນ.
ແບ່ງປັນບົດຮຽນທີ່ໃຊ້ສິ່ງຂອງ. ທ່ານສາມາດໃຊ້ສິ່ງຂອງເພື່ອດົນໃຈການສົນທະນາກ່ຽວກັບເພງ. ຍົກຕົວຢ່າງ, ເມື່ອຮ້ອງເພງ “My Heavenly Father Loves Me” (Children’s Songbook, 228–29), ທ່ານສາມາດສະແດງຮູບຕ່າງໆໃຫ້ເດັກນ້ອຍເບິ່ງ ເຊັ່ນ ນົກ, ຝົນ, ຫລື ດອກໄມ້. ສິ່ງນີ້ສາມາດນຳໄປສູ່ການສົນທະນາກ່ຽວກັບວິທີທີ່ເຮົາສາມາດພົບເຄື່ອງໝາຍຂອງຄວາມຮັກຂອງພຣະບິດາເທິງສະຫວັນທີ່ຢູ່ອ້ອມຮອບເຮົາ.
ເຊື້ອເຊີນການແບ່ງປັນປະສົບການສ່ວນຕົວ. ຊ່ວຍໃຫ້ເດັກນ້ອຍເຊື່ອມໂຍງຫລັກທຳທີ່ສິດສອນຢູ່ໃນເພງໃສ່ກັບປະສົບການທີ່ພວກເຂົາໄດ້ມີ ກັບຫລັກທຳເຫລົ່ານີ້. ຍົກຕົວຢ່າງ, ກ່ອນຮ້ອງເພງ “ພຣະເຈົ້າມອບພຣະວິຫານແກ່ເຮົາ” (ເພງສວດ ແລະ ເພງຂອງເດັກນ້ອຍ, 68), ທ່ານສາມາດຂໍໃຫ້ເດັກນ້ອຍຍົກມືຂຶ້ນ ຖ້າຫາກພວກເຂົາເຄີຍໄດ້ເຫັນພຣະວິຫານ. ເຊື້ອເຊີນພວກເຂົາ, ຂະນະທີ່ພວກເຂົາຮ້ອງເພງ, ໃຫ້ຄິດກ່ຽວກັບວ່າ ພວກເຂົາຮູ້ສຶກແນວໃດເມື່ອພວກເຂົາເຫັນພຣະວິຫານ.
ຖາມຄຳຖາມ. ມີຫລາຍຄຳຖາມທີ່ທ່ານສາມາດຖາມ ຂະນະທີ່ພວກທ່ານຮ້ອງເພງ. ຍົກຕົວຢ່າງ, ທ່ານສາມາດຖາມເດັກນ້ອຍວ່າ ພວກເຂົາຮຽນຮູ້ຫຍັງແດ່ຈາກແຕ່ລະວັກຢູ່ໃນເພງ. ທ່ານກໍສາມາດຂໍໃຫ້ພວກເຂົາຄິດກ່ຽວກັບຄຳຖາມທີ່ເພງນີ້ໄດ້ຕອບ. ສິ່ງນີ້ສາມາດນຳໄປສູ່ການສົນທະນາກ່ຽວກັບຄວາມຈິງທີ່ສິດສອນຢູ່ໃນເພງນີ້.
ໃຊ້ການສະແດງທ່າທີທີ່ງ່າຍໆດ້ວຍມື. ເຊື້ອເຊີນເດັກນ້ອຍໃຫ້ຄິດກ່ຽວກັບການສະແດງທ່າທີທີ່ງ່າຍໆດ້ວຍມື ເພື່ອຊ່ວຍໃຫ້ພວກເຂົາຈື່ຈຳຄຳ ແລະ ຂ່າວສານຂອງເພງ. ຍົກຕົວຢ່າງ, ເມື່ອພວກທ່ານຮ້ອງເພງ “Search, Ponder, and Pray” (Children’s Songbook, 109), ທ່ານສາມາດເຊື້ອເຊີນເດັກນ້ອຍໃຫ້ຊີ້ໃສ່ຕາ ຂະນະທີ່ພວກເຂົາຮ້ອງເພງກ່ຽວກັບການຄົ້ນຄວ້າພຣະຄຳພີ, ຊີ້ໃສ່ຫົວຂອງພວກເຂົາ ຂະນະທີ່ພວກເຂົາຮ້ອງເພງກ່ຽວກັບການໄຕ່ຕອງ, ແລະ ກອດແຂນຂະນະທີ່ພວກເຂົາຮ້ອງກ່ຽວກັບການອະທິຖານ.