“ການໃຊ້ ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ພຣະຄຳພີເດີມ 2026 (2026)
ການໃຊ້ ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ
ແຫລ່ງຊ່ວຍເຫລືອເຫລັ້ມນີ້ແມ່ນສຳລັບໃຜ?
ປຶ້ມ ຈົ່ງຕາມເຮົາມາ ເຫລັ້ມນີ້ແມ່ນສຳລັບທຸກຄົນທີ່ຢາກຮຽນຮູ້ຈາກພຣະຄຳພີ—ເປັນສ່ວນບຸກຄົນ, ເປັນຄອບຄົວ, ແລະ ໃນຫ້ອງຮຽນໃນໂບດ. ຖ້າຫາກແຕ່ກ່ອນ ທ່ານຍັງບໍ່ໄດ້ສຶກສາພຣະຄຳພີເປັນປະຈຳເທື່ອ, ແຫລ່ງຊ່ວຍເຫລືອເຫລັ້ມນີ້ສາມາດຊ່ວຍທ່ານເລີ່ມຕົ້ນໄດ້. ຖ້າຫາກທ່ານມີນິໄສທີ່ດີໃນການສຶກສາພຣະຄຳພີຢູ່ແລ້ວ, ແຫລ່ງຊ່ວຍເຫລືອເຫລັ້ມນີ້ສາມາດຊ່ວຍໃຫ້ທ່ານມີປະສົບການທີ່ມີຄວາມໝາຍຫລາຍຂຶ້ນກວ່າເກົ່າໄດ້.
ບຸກຄົນ ແລະ ຄອບຄົວຢູ່ທີ່ບ້ານ
ສະຖານທີ່ໃນອຸດົມຄະຕິສຳລັບການຮຽນຮູ້ພຣະກິດຕິຄຸນ ກໍຄືບ້ານ. ຄູສອນຂອງທ່ານຢູ່ທີ່ໂບດສາມາດສະໜັບສະໜູນທ່ານໄດ້, ແລະ ທ່ານສາມາດຮັບການຊຸກຍູ້ຈາກສະມາຊິກຫວອດຄົນອື່ນໆໄດ້. ແຕ່ເພື່ອຄວາມຢູ່ລອດທາງຈິດວິນຍານ, ທ່ານ ແລະ ຄອບຄົວຂອງທ່ານຈຳເປັນຕ້ອງຮັບການບຳລຸງລ້ຽງຈາກ “ພຣະຄຳອັນປະເສີດຂອງພຣະເຈົ້າ” (ໂມໂຣໄນ 6:4; ເບິ່ງ Russell M. Nelson, “Opening Remarks,” Liahona, Nov. 2018, 6–8 ນຳອີກ).
ໃຫ້ໃຊ້ແຫລ່ງຊ່ວຍເຫລືອເຫລັ້ມນີ້ໃນວິທີໃດກໍໄດ້ ທີ່ຈະເປັນປະໂຫຍດຕໍ່ທ່ານ. ໂຄງຮ່າງເນັ້ນເຖິງຄວາມຈິງນິລັນດອນບາງຢ່າງທີ່ພົບເຫັນໃນພຣະຄຳພີເດີມ. ໂຄງຮ່າງກໍຍັງແນະນຳແນວຄິດ ແລະ ກິດຈະກຳຕ່າງໆ ເພື່ອຊ່ວຍໃຫ້ທ່ານສຶກສາພຣະຄຳພີເປັນສ່ວນຕົວ, ກັບຄອບຄົວຂອງທ່ານ, ຫລື ກັບໝູ່ເພື່ອນເຊັ່ນກັນ. ຂະນະທີ່ທ່ານສຶກສາ, ໃຫ້ເຮັດຕາມການນຳພາຂອງພຣະວິນຍານ ເພື່ອຊອກຫາຄວາມຈິງນິລັນດອນທີ່ມີຄວາມໝາຍຕໍ່ທ່ານ. ໃຫ້ຊອກຫາຂ່າວສານຂອງພຣະເຈົ້າສຳລັບທ່ານ, ແລະ ເຮັດຕາມການກະຕຸ້ນທີ່ທ່ານໄດ້ຮັບ.
ຄູສອນ ແລະ ຜູ້ຮຽນຢູ່ທີ່ໂບດ
ປຶ້ມຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ ເປັນຫລັກສູດສຳລັບຫ້ອງຮຽນປະຖົມໄວ, ໂຮງຮຽນວັນອາທິດສຳລັບຊາວໜຸ່ມ ແລະ ຜູ້ໃຫຍ່, ຫ້ອງຮຽນຍິງໜຸ່ມ, ແລະ ການປະຊຸມກຸ່ມຖານະປະໂລຫິດແຫ່ງອາໂຣນ. ຖ້າຫາກທ່ານສິດສອນໃນສະພາບແວດລ້ອມເຫລົ່ານີ້, ທ່ານຖືກຊຸກຍູ້ໃຫ້ໃຊ້ໂຄງຮ່າງໃນແຫລ່ງຊ່ວຍເຫລືອເຫລັ້ມນີ້ສຳລັບການສຶກສາສ່ວນຕົວ ແລະ ຂະນະທີ່ທ່ານກະກຽມທີ່ຈະສິດສອນ. ໃຫ້ເລີ່ມໂດຍການມີປະສົບການຂອງທ່ານເອງໃນພຣະຄຳພີ. ການກະກຽມທີ່ສຳຄັນທີ່ສຸດຂອງທ່ານຈະເກີດຂຶ້ນຂະນະທີ່ທ່ານຄົ້ນຫາພຣະຄຳພີ ແລະ ສະແຫວງຫາການດົນໃຈຈາກພຣະວິນຍານບໍລິສຸດ. ໃຫ້ຊອກຫາຄວາມຈິງນິລັນດອນທີ່ຊ່ວຍໃຫ້ທ່ານກາຍເປັນເໝືອນດັ່ງພຣະບິດາເທິງສະຫວັນ ແລະ ພຣະເຢຊູຄຣິດຫລາຍຂຶ້ນ. ປຶ້ມຈົ່ງຕາມເຮົາມາ ສາມາດຊ່ວຍໃຫ້ທ່ານລະບຸຄວາມຈິງບາງຢ່າງເຫລົ່ານີ້ ແລະ ເຂົ້າໃຈບໍລິບົດຂອງພຣະຄຳພີໄດ້.
ໃຫ້ຈຳໄວ້ວ່າ ການຮຽນຮູ້ພຣະກິດຕິຄຸນ, ໃນວິທີທີ່ດີທີ່ສຸດ, ແມ່ນໃຫ້ບ້ານເປັນສູນກາງ ແລະ ສະໜັບສະໜູນໂດຍສາດສະໜາຈັກ. ໃນອີກຄຳໜຶ່ງ, ໜ້າທີ່ຮັບຜິດຊອບຫລັກຂອງທ່ານແມ່ນການສະໜັບສະໜູນຄົນທີ່ທ່ານສິດສອນ ຂະນະທີ່ເຂົາເຈົ້າພະຍາຍາມທີ່ຈະຮຽນຮູ້ ແລະ ດຳລົງຊີວິດຕາມພຣະກິດຕິຄຸນຢູ່ທີ່ບ້ານ. ຢ່າກັງວົນກ່ຽວກັບການມີເນື້ອຫາທີ່ເປັນເອກະລັກເພື່ອມານຳສະເໜີໃຫ້ເຂົາເຈົ້າໃນຫ້ອງຮຽນ. ແຕ່ໃຫ້ໂອກາດເຂົາເຈົ້າແບ່ງປັນປະສົບການ, ຄວາມຄິດ, ແລະ ຄຳຖາມກ່ຽວກັບຂໍ້ພຣະຄຳພີທີ່ເຂົາເຈົ້າໄດ້ອ່ານຢູ່ທີ່ບ້ານ. ເຊື້ອເຊີນເຂົາເຈົ້າໃຫ້ແບ່ງປັນຄວາມຈິງນິລັນດອນທີ່ເຂົາເຈົ້າໄດ້ພົບເຫັນ. ນີ້ແມ່ນສຳຄັນກວ່າການກວມເອົາຈຳນວນບົດຮຽນໃຫ້ຫລາຍທີ່ສຸດ.
ຫ້ອງຮຽນໂຮງຮຽນວັນອາທິດສຳລັບຊາວໜຸ່ມ ແລະ ຜູ້ໃຫຍ່
ເຫດຜົນຫລັກຢ່າງໜຶ່ງທີ່ພວກເຮົາເຕົ້າໂຮມກັນໃນຫ້ອງຮຽນໂຮງຮຽນວັນອາທິດ ແມ່ນເພື່ອສະໜັບສະໜູນ ແລະ ຊຸກຍູ້ກັນແລະກັນ ຂະນະທີ່ເຮົາພະຍາຍາມທີ່ຈະຕິດຕາມພຣະເຢຊູຄຣິດ. ວິທີທີ່ລຽບງ່າຍໃນການເຮັດສິ່ງນີ້ ແມ່ນການຖາມຄຳຖາມເຊັ່ນ “ພຣະວິນຍານບໍລິສຸດໄດ້ສິດສອນທ່ານຫຍັງແດ່ໃນອາທິດນີ້ຂະນະທີ່ທ່ານສຶກສາພຣະຄຳພີ?” ຄຳຕອບຕໍ່ຄຳຖາມນີ້ ສາມາດນຳໄປສູ່ການສົນທະນາທີ່ມີຄວາມໝາຍ ທີ່ສ້າງສັດທາໃນພຣະເຢຊູຄຣິດ ແລະ ພຣະກິດຕິຄຸນຂອງພຣະອົງ.
ແລ້ວທ່ານກໍສາມາດເຊື້ອເຊີນໃຫ້ມີການສົນທະນາ ອີງຕາມຄຳແນະນຳການສຶກສາໃນປຶ້ມ ຈົ່ງຕາມເຮົາມາ. ຍົກຕົວຢ່າງ, ແນວຄິດການສຶກສາອາດແນະນຳໃຫ້ຄົ້ນຄວ້າ ເອຊາຢາ 53, ຊອກຫາຖ້ອຍຄຳທີ່ບັນຍາຍເຖິງພາລະກິດຂອງພຣະຜູ້ຊ່ວຍໃຫ້ລອດ. ທ່ານອາດຂໍໃຫ້ສະມາຊິກໃນຫ້ອງຮຽນແບ່ງປັນຄວາມຄິດ ຫລື ຄວາມຮູ້ສຶກໃດໆທີ່ຖ້ອຍຄຳເຫລົ່ານີ້ໄດ້ດົນໃຈເຂົາເຈົ້າ. ຫລື ທ່ານສາມາດໃຊ້ເວລາເພື່ອຊອກຫາຖ້ອຍຄຳເຫລົ່ານີ້ນຳກັນຢູ່ໃນຫ້ອງຮຽນ.
ກຸ່ມຖານະປະໂລຫິດແຫ່ງອາໂຣນ ແລະ ຫ້ອງຮຽນຍິງໜຸ່ມ
ເມື່ອກຸ່ມຖານະປະໂລຫິດແຫ່ງອາໂຣນ ແລະ ຫ້ອງຮຽນຍິງໜຸ່ມຊຸມນຸມໃນວັນອາທິດ, ຈຸດປະສົງຂອງພວກເຂົາແມ່ນຂ້ອນຂ້າງແຕກຕ່າງຈາກຫ້ອງຮຽນໂຮງຮຽນວັນອາທິດ. ນອກເໜືອຈາກການຊ່ວຍເຫລືອກັນໃຫ້ຮຽນຮູ້ພຣະກິດຕິຄຸນຂອງພຣະເຢຊູຄຣິດແລ້ວ, ກຸ່ມເຫລົ່ານີ້ຍັງຊຸມນຸມກັນເພື່ອປຶກສາຫາລືນຳກັນກ່ຽວກັບການບັນລຸວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງນຳອີກ (ເບິ່ງ ຄູ່ມືທົ່ວໄປ, 1.2). ພວກເຂົາເຮັດເຊັ່ນນີ້ດ້ວຍການຊີ້ນຳຂອງຝ່າຍປະທານຫ້ອງ ແລະ ຝ່າຍປະທານກຸ່ມ.
ດ້ວຍເຫດຜົນນີ້, ແຕ່ລະການປະຊຸມກຸ່ມ ຫລື ຫ້ອງຮຽນ ຄວນເລີ່ມຕົ້ນໂດຍການໃຫ້ສະມາຊິກຂອງຝ່າຍປະທານກຸ່ມ ຫລື ຝ່າຍປະທານຫ້ອງ ນຳພາການສົນທະນາກ່ຽວກັບຄວາມພະຍາຍາມ, ຍົກຕົວຢ່າງ, ໃນການດຳລົງຊີວິດຕາມພຣະກິດຕິຄຸນ, ການປະຕິບັດສາດສະໜາກິດຕໍ່ຄົນຂັດສົນ, ການແບ່ງປັນພຣະກິດຕິຄຸນ, ຫລື ການມີສ່ວນຮ່ວມໃນວຽກງານພຣະວິຫານ ແລະ ປະຫວັດຄອບຄົວ.
ຫລັງຈາກເວລາສຳລັບການປຶກສາຫາລືກັນນີ້ແລ້ວ, ຜູ້ສອນຈະນຳພາຫ້ອງຮຽນ ຫລື ກຸ່ມ ໃນການຮຽນຮູ້ພຣະກິດຕິຄຸນນຳກັນ. ຜູ້ນຳທີ່ເປັນຜູ້ໃຫຍ່ ຫລື ສະມາຊິກຂອງຫ້ອງຮຽນ ຫລື ກຸ່ມ ສາມາດຮັບການມອບໝາຍໃຫ້ສິດສອນໄດ້. ຝ່າຍປະທານຫ້ອງ ຫລື ຝ່າຍປະທານກຸ່ມ, ໂດຍທີ່ປຶກສາຫາລືກັບຜູ້ນຳທີ່ເປັນຜູ້ໃຫຍ່, ເປັນຜູ້ເຮັດການມອບໝາຍເຫລົ່ານີ້.
ຄົນທີ່ຮັບການມອບໝາຍໃຫ້ສິດສອນ ຄວນກະກຽມໂດຍການໃຊ້ຄຳແນະນຳການຮຽນຮູ້ໃນໂຄງຮ່າງປະຈຳອາທິດຂອງປຶ້ມ ຈົ່ງຕາມເຮົາມາ. ໃນແຕ່ລະໂຄງຮ່າງ, ໄອຄອນນີ້ ລະບຸກິດຈະກຳໃດໜຶ່ງທີ່ກ່ຽວຂ້ອງກັບຊາວໜຸ່ມໂດຍສະເພາະ. ເຖິງຢ່າງໃດກໍຕາມ, ຄຳແນະນຳໃດກໍໄດ້ໃນໂຄງຮ່າງນີ້ ສາມາດຖືກໃຊ້ເປັນກິດຈະກຳການຮຽນຮູ້ສຳລັບຊາວໜຸ່ມໄດ້.
ສຳລັບຕົວຢ່າງວາລະການປະຊຸມກຸ່ມ ແລະ ຫ້ອງຮຽນ, ໃຫ້ເບິ່ງ ພາກຫ້ອຍທ້າຍ ງ.
ປະຖົມໄວ
ການກະກຽມທີ່ຈະສິດສອນປະຖົມໄວ ເລີ່ມຈາກການທີ່ທ່ານສຶກສາພຣະຄຳພີເປັນການສ່ວນຕົວ ແລະ ກັບຄອບຄົວຂອງທ່ານ. ເມື່ອທ່ານເຮັດເຊັ່ນນັ້ນ, ໃຫ້ເປີດຮັບເອົາຄວາມປະທັບໃຈ ແລະ ຄວາມເຂົ້າໃຈທາງວິນຍານຈາກພຣະວິນຍານບໍລິສຸດກ່ຽວກັບເດັກນ້ອຍໃນຫ້ອງຮຽນປະຖົມໄວຂອງທ່ານ. ໃຫ້ອ້ອນວອນອະທິຖານ, ແລະ ພຣະວິນຍານຈະສາມາດດົນໃຈທ່ານດ້ວຍແນວຄິດຕ່າງໆທີ່ຈະຊ່ວຍໃຫ້ພວກເຂົາຮຽນຮູ້ພຣະກິດຕິຄຸນຂອງພຣະເຢຊູຄຣິດ.
ຂະນະທີ່ທ່ານກະກຽມທີ່ຈະສິດສອນ, ທ່ານອາດໄດ້ຮັບການດົນໃຈເພີ່ມເຕີມ ໂດຍການສຳຫລວດແນວຄິດການສິດສອນຕ່າງໆຢູ່ໃນປຶ້ມ ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ. ແຕ່ລະໂຄງຮ່າງໃນແຫລ່ງຊ່ວຍເຫລືອເຫລັ້ມນີ້ ມີພາກທີ່ຊື່ວ່່າ “ແນວຄິດສຳລັບການສິດສອນເດັກນ້ອຍ.” ໃຫ້ຄິດວ່າແນວຄິດເຫລົ່ານີ້ເປັນຄຳແນະນຳເພື່ອຈຸດປະກາຍການດົນໃຈຂອງທ່ານ. ທ່ານຮູ້ຈັກເດັກນ້ອຍຢູ່ໃນຫ້ອງຮຽນປະຖົມໄວຂອງທ່ານ—ແລະ ທ່ານຈະຮູ້ຈັກພວກເຂົາດີຂຶ້ນກວ່າເກົ່າ ຂະນະທີ່ທ່ານປະຕິສຳພັນກັບພວກເຂົາໃນຫ້ອງຮຽນ. ພຣະເຈົ້າຮູ້ຈັກພວກເຂົາເຊັ່ນກັນ, ແລະ ພຣະອົງຈະດົນໃຈທ່ານດ້ວຍວິທີທີ່ດີທີ່ສຸດໃນການສິດສອນ ແລະ ໃນການເປັນພອນແກ່ພວກເຂົາ.
ມັນເປັນໄປໄດ້ທີ່ເດັກນ້ອຍໃນຫ້ອງຮຽນຂອງທ່ານໄດ້ເຮັດບາງກິດຈະກຳໃນປຶ້ມ ຈົ່ງຕາມເຮົາມາ ກັບຄອບຄົວຂອງພວກເຂົາແລ້ວ. ນັ້ນກໍບໍ່ເປັນຫຍັງ. ການເຮັດຊໍ້າເປັນສິ່ງທີ່ດີ. ໃຫ້ພິຈາລະນາເຊື້ອເຊີນເດັກນ້ອຍໃຫ້ແບ່ງປັນສິ່ງທີ່ພວກເຂົາໄດ້ຮຽນຢູ່ບ້ານໃຫ້ກັນ—ເຖິງຢ່າງໃດກໍຕາມ ທ່ານຄວນວາງແຜນໃຫ້ເດັກນ້ອຍມີສ່ວນຮ່ວມ ເຖິງແມ່ນວ່າພວກເຂົາບໍ່ໄດ້ຮຽນຮູ້ຢູ່ບ້ານກໍຕາມ. ເດັກນ້ອຍຮຽນຮູ້ຄວາມຈິງຂອງພຣະກິດຕິຄຸນຢ່າງມີປະສິດທິພາບກວ່າເກົ່າ ເມື່ອຄວາມຈິງເຫລົ່ານີ້ຖືກສິດສອນຢ່າງຊໍ້າໆຜ່ານທາງກິດຈະກຳຕ່່າງໆທີ່ຫລາກຫລາຍ. ຖ້າຫາກທ່ານພົບວ່າ ກິດຈະກຳການຮຽນຮູ້ມີປະສິດທິພາບຕໍ່ເດັກນ້ອຍ, ໃຫ້ພິຈາລະນາເຮັດຊ້ຳໆ, ໂດຍສະເພາະ ຖ້າຫາກທ່ານສິດສອນເດັກນ້ອຍໆ. ທ່ານອາດທົບທວນກິດຈະກຳຈາກບົດຮຽນທີ່ຜ່ານມາໄດ້ເຊັ່ນກັນ.
ໃນເດືອນທີ່ມີຫ້າອາທິດ, ຄູສອນປະຖົມໄວຖືກຊຸກຍູ້ໃຫ້ປ່ຽນບົດຮຽນຂອງວັນອາທິດທີຫ້າ ຕາມທີ່ກຳນົດໄວ້ໃນປຶ້ມ ຈົ່ງຕາມເຮົາມາ ດ້ວຍກິດຈະກຳການຮຽນຮູ້ຢ່າງໜຶ່ງ ຫລື ຫລາຍກວ່ານັ້ນ ໃນ “ພາກຫ້ອຍທ້າຍ ຂ: ສຳລັບປະຖົມໄວ—ການກະກຽມເດັກນ້ອຍໃຫ້ຢູ່ໃນເສັ້ນທາງແຫ່ງພັນທະສັນຍາຂອງພຣະເຈົ້າໄປຕະຫລອດຊີວິດ.”