“ວັນທີ 14–20 ເດືອນກໍລະກົດ: ‘ເຮົາຈະນຳພາເຈົ້າໄປ’: ຄຳສອນ ແລະ ພັນທະສັນຍາ 77–80,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: ຄຳສອນ ແລະ ພັນທະສັນຍາ 2025 (2025)
“ຄຳສອນ ແລະ ພັນທະສັນຍາ 77–80,” ຈົ່ງຕາມເຮົາມາ—ສຳລັບບ້ານ ແລະ ໂບດ: 2025
Going Home [ເດີນທາງກັບບ້ານ], ໂດຍ ຢອງຊຸງ ຄິມ
ວັນທີ 14–20 ເດືອນກໍລະກົດ: “ເຮົາຈະນຳພາເຈົ້າໄປ”
ຄຳສອນ ແລະ ພັນທະສັນຍາ 77–80
ຕ່ຳກວ່າສອງປີ ຫລັງຈາກສາດສະໜາຈັກຂອງພຣະເຢຊູຄຣິດໄດ້ຖືກຟື້ນຟູ, ມັນໄດ້ມີສະມາຊິກຫລາຍກວ່າ 2,000 ຄົນ ແລະ ໄດ້ເຕີບໂຕຢ່າງໄວ. ໃນເດືອນມີນາ ປີ 1832 ໂຈເຊັບ ສະມິດ ໄດ້ພົບກັບຜູ້ນຳຂອງສາດສະໜາຈັກຄົນອື່ນໆ “ເພື່ອສົນທະນາກ່ຽວກັບທຸລະກິດຂອງສາດສະໜາຈັກ”: ຄວາມຈຳເປັນທີ່ຕ້ອງຈັດພິມການເປີດເຜີຍ, ການຊື້ທີ່ດິນເພື່ອເຕົ້າໂຮມ, ແລະ ການດູແລຄົນຍາກຈົນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 78, ຫົວຂໍ້ພາກ). ເພື່ອສະໜອງຄວາມຕ້ອງການເຫລົ່ານີ້, ພຣະຜູ້ເປັນເຈົ້າຈຶ່ງໄດ້ເອີ້ນຜູ້ນຳຂອງສາດສະໜາຈັກຈຳນວນໜ້ອຍໜຶ່ງ ໃຫ້ຈັດຕັ້ງກຸ່ມທຸລະກິດເອກະພາບຂຶ້ນ, ເປັນກຸ່ມທີ່ຮ່ວມມືກັນເພື່ອໃຫ້ “ອຸດົມການ [ຂອງພຣະຜູ້ເປັນເຈົ້າ] ກ້າວໄປໜ້າ” (ຂໍ້ທີ 4) ຢູ່ໃນເຂດເຫລົ່ານີ້. ແຕ່ເຖິງແມ່ນໃນການບໍລິຫານງານເຊັ່ນນັ້ນ, ພຣະຜູ້ເປັນເຈົ້າຍັງສຸມໃຈໃສ່ຕໍ່ສິ່ງທີ່ເປັນນິລັນດອນ. ໃນທີ່ສຸດ, ຈຸດປະສົງຂອງການມີໂຮງພິມ ຫລື ມີຮ້ານຄ້າ—ຄືກັນກັບທຸກສິ່ງອື່ນໆໃນອານາຈັກຂອງພຣະເຈົ້າ—ແມ່ນເປັນການກະກຽມລູກໆຂອງພຣະອົງ ເພື່ອຮັບເອົາ “ສະຖານທີ່ໃນໂລກຊັ້ນສູງ” ແລະ “ຄວາມຮັ່ງມີແຫ່ງຊົ່ວນິລັນດອນ” (ຂໍ້ທີ 7, 18). ແລະ ຖ້າຫາກພອນເຫລົ່ານັ້ນເປັນເລື່ອງຍາກທີ່ຈະເຂົ້າໃຈໄດ້ໃນເວລານີ້, ໃນທ່າມກາງຄວາມຫຍຸ້ງເຫຍີງຂອງຊີວິດປະຈຳວັນ, ພຣະອົງຍັງຮັບຮອງວ່າ, “ຈົ່ງເບີກບານເຖີດ, ເພາະເຮົາຈະນຳພາເຈົ້າໄປ” (ຂໍ້ທີ 18).
ແນວຄິດສຳລັບການຮຽນຮູ້ຢູ່ທີ່ບ້ານ ແລະ ຢູ່ທີ່ໂບດ
ພຣະເຈົ້າປະທານຄວາມຮູ້ໃຫ້ແກ່ຜູ້ຄົນທີ່ສະແຫວງຫາມັນ.
ຂະນະທີ່ ໂຈເຊັບ ສະມິດ ແລະ ຊິດນີ ຣິກດອນ ໄດ້ທຳງານໃນການແປພຣະຄຣິສຕະທຳຄຳພີທີ່ດົນໃຈ, ພວກເພິ່ນໄດ້ມີຄຳຖາມກ່ຽວກັບພຣະທຳພຣະນິມິດ, ດັ່ງທີ່ຫລາຍໆຄົນມີ. ແລະ ດັ່ງທີ່ໂຈເຊັບຮູ້ດີ, ເມື່ອເພິ່ນຂາດສະຕິປັນຍາ, ເພິ່ນສາມາດທູນຂໍຈາກພຣະເຈົ້າ. ຄວາມຮູ້ແຈ້ງທີ່ເພິ່ນໄດ້ຮັບແມ່ນພົບເຫັນຢູ່ໃນ ຄຳສອນ ແລະ ພັນທະສັນຍາ 77. ຂະນະທີ່ທ່ານອ່ານພາກນີ້, ໃຫ້ຄິດທີ່ຈະບັນທຶກຄວາມຮູ້ແຈ້ງຂອງທ່ານ ຢູ່ໃນບົດທີ່ກ່ຽວຂ້ອງ ຢູ່ໃນພຣະທຳພຣະນິມິດ. ທ່ານຮຽນຮູ້ຫຍັງແດ່ຈາກການສຶກສາຂອງທ່ານກ່ຽວກັບການໄດ້ຮັບການເປີດເຜີຍ?
Translation of the Bible [ການແປພຣະຄຣິສຕະທຳຄຳພີ], ໂດຍ ລີສ໌ ລີມັນ ສະວິນໂດ
ກຸ່ມທຸລະກິດເອກະພາບຄືຫຍັງ?
ກຸ່ມທຸລະກິດເອກະພາບໄດ້ຖືກຈັດຕັ້ງຂຶ້ນເພື່ອຄວບຄຸມການຈັດພິມ ແລະ ທຸລະກິດຂອງສາດສະໜາຈັກ ຢູ່ໃນລັດໂອໄຮໂອ ແລະ ລັດມີເຊີຣີ. ກຸ່ມນີ້ຮ່ວມດ້ວຍ ໂຈເຊັບ ສະມິດ, ນິວເອັນ ເຄ ວິດນີ, ແລະ ຜູ້ນຳຂອງສາດສະໜາຈັກຄົນອື່ນໆ ທີ່ໄດ້ເອົາຊັບສິນຂອງພວກເພິ່ນມາລວມເຂົ້າກັນ ເພື່ອສະໜອງຄວາມຕ້ອງການທາງໂລກ ຂອງສາດສະໜາຈັກທີ່ກຳລັງເຕີບໂຕຂຶ້ນ. ໜ້າເສຍໃຈທີ່ກຸ່ມທຸລະກິດເອກະພາບໄດ້ຕົກຢູ່ໃນສະພາບທີ່ມີໜີ້ສິນ ແລະ ຍຸບໄປ ໃນປີ 1834 ເມື່ອບໍ່ສາມາດຄວບຄຸມໜີ້ສິນໄດ້.
ເບິ່ງ “Newel K. Whitney and the United Firm,” ໃນ Revelations in Context, 142–47; Church History Topics, “United Firm (‘United Order’),” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ຄຳສອນ ແລະ ພັນທະສັນຍາ 78:1–7
ເຮົາສາມາດຊ່ວຍໃຫ້ “ອຸດົມການ [ຂອງພຣະຄຣິດ ແລະ ສາດສະໜາຈັກຂອງພຣະອົງ] ກ້າວໄປໜ້າ”.
ພຣະຜູ້ເປັນເຈົ້າໄດ້ບອກໂຈເຊັບ ສະມິດ ແລະ ຜູ້ນຳຂອງສາດສະໜາຈັກຄົນອື່ນໆວ່າ ການຄວບຄຸມຮ້ານຄ້າ ແລະ ໂຮງພິມຈະຊ່ວຍ “ໃຫ້ອຸດົມການກ້າວໄປໜ້າ, ຊຶ່ງເຈົ້າໄດ້ສະໜັບສະໜູນ” (ຄຳສອນ ແລະ ພັນທະສັນຍາ 78:4). ທ່ານວ່າ ແມ່ນຫຍັງຄື “ອຸດົມການ” ຂອງສາດສະໜາຈັກຂອງພຣະຜູ້ຊ່ວຍໃຫ້ລອດ? ໃຫ້ໄຕ່ຕອງເລື່ອງນີ້ ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 78:1–7. ມີວິທີທາງທີ່ຫລາກຫລາຍໃດແດ່ທີ່ທ່ານຈະສາມາດຊ່ວຍໃຫ້ອຸດົມການນັ້ນກ້າວໄປໜ້າ—ລວມທັງໃນຄອບຄົວຂອງທ່ານ?
ເບິ່ງ ຄູ່ມືທົ່ວໄປ, 1.2 ນຳອີກ.
ຄຳສອນ ແລະ ພັນທະສັນຍ 78:17–18
ພຣະຜູ້ເປັນເຈົ້າຈະນຳພາເຮົາໄປ.
ທ່ານຄິດວ່າເປັນຫຍັງບາງເທື່ອພຣະຜູ້ເປັນເຈົ້າຈຶ່ງເອີ້ນຜູ້ຕິດຕາມຂອງພຣະອົງວ່າ “ເດັກນ້ອຍໆ”? ຄຳສອນ ແລະ ພັນທະສັນຍາ 78:17). ມີເມື່ອໃດທີ່ທ່ານໄດ້ຮູ້ສຶກຄືກັນກັບເດັກນ້ອຍໆ, ບາງທີເປັນເພາະບາງສິ່ງທີ່ທ່ານ “ຍັງບໍ່ເຂົ້າໃຈ” ຫລື “ບໍ່ສາມາດທົນ”? (ຂໍ້ທີ 17–18). ທ່ານພົບເຫັນຫຍັງແດ່ຢູ່ໃນຂໍ້ເຫລົ່ານີ້ ທີ່ສາມາດຊ່ວຍທ່ານໃຫ້ “ເບີກບານ” (ຂໍ້ທີ 18) ໃນເວລາເຊັ່ນນັ້ນ? ໃຫ້ຄິດທີ່ຈະຊອກຫາຮູບຂອງທ່ານເອງຕອນທ່ານເປັນເດັກນ້ອຍ, ແລະ ໃຫ້ໄຕ່ຕອງວ່າ ທ່ານໄດ້ເຕີບໂຕທາງວິນຍານແນວໃດນັບຕັ້ງແຕ່ເວລານັ້ນ. ຫລື ໃຫ້ຄິດເຖິງບາງສິ່ງທີ່ຍາກສຳລັບທ່ານຕອນທ່ານຍັງນ້ອຍ ແຕ່ວ່າດຽວນີ້ມັນງ່າຍຂຶ້ນ. ໃນວິທີທາງໃດແດ່ທີ່ພຣະບິດາເທິງສະຫວັນຍັງຕ້ອງການໃຫ້ທ່ານເປັນຄືກັນກັບເດັກນ້ອຍ? (ເບິ່ງ ໂມໄຊຢາ 3:19). ພຣະອົງ “[ກຳລັງນຳພາ] ທ່ານໄປ” ແນວໃດ?
ຄຳສອນ ແລະ ພັນທະສັນຍາ 78:19
ເຮົາສາມາດຮັບເອົາທຸກສິ່ງທັງປວງດ້ວຍຄວາມຂອບຄຸນ.
ເພື່ອກະກຽມຈະສຶກສາ ຄຳສອນ ແລະ ພັນທະສັນຍາ 78:19, ທ່ານສາມາດຂຽນລາຍຊື່ສິ່ງທີ່ດີທີ່ໄດ້ເກີດຂຶ້ນກັບທ່ານໃນມື້ນີ້. ແລ້ວໃຫ້ຂຽນລາຍຊື່ສິ່ງທີ່ເບິ່ງຄືວ່າບໍ່ໄດ້ເປັນພອນແທ້ໆຕໍ່ທ່ານ. ໃຫ້ໄຕ່ຕອງລາຍຊື່ສິ່ງເຫລົ່ານີ້ ຂະນະທີ່ທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 78:19. ຈະມີຄວາມແຕກຕ່າງແນວໃດໃນຊີວິດຂອງທ່ານຖ້າຫາກທ່ານຮັບເອົາ “ທຸກສິ່ງທັງປວງ” ດ້ວຍຄວາມຂອບຄຸນ—ແມ່ນແຕ່ສິ່ງທີ່ອາດເບິ່ງຄືວ່າບໍ່ເປັນພອນ?
ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບວ່າ ຄວາມກະຕັນຍູຕໍ່ພຣະເຈົ້າສາມາດມີອິດທິພົນຕໍ່ຊີວິດຂອງທ່ານແນວໃດ, ໃຫ້ຄົ້ນຄວ້າຂໍ້ພຣະຄຳພີເຫລົ່ານີ້ ແລະ ຂຽນລາຍການກ່ຽວກັບຄວາມຈິງທີ່ທ່ານພົບເຫັນ: ເພງສັນລະເສີນ 107:8–9; ລູກາ 17:11–19; ຟີລິບປອຍ 4:6–7; ໂມໄຊຢາ 2:19–24; ແອວມາ 34:38; 37:37; ຄຳສອນ ແລະ ພັນທະສັນຍາ 46:32; 59:7, 15–21.
ໃຫ້ພິຈາລະນາທີ່ຈະຄົ້ນຄວ້າຂ່າວສານຂອງປະທານ ດີເດີ ແອັຟ ອຸກດອບ “Grateful in Any Circumstances” (Liahona, May 2014, 70–77) ສຳລັບຄຳແນະນຳກ່ຽວກັບວິທີທີ່ຈະເປັນຄົນກະຕັນຍູແນວໃດ. ທ່ານສາມາດຊອກຫາຄຳແນະນຳທີ່ຄ້າຍຄືກັນຢູ່ໃນວິດີໂອ “President Russell M. Nelson on the Healing Power of Gratitude” (ຫ້ອງສະໝຸດພຣະກິດຕິຄຸນ). ຄວາມກະຕັນຍູມີຜົນກະທົບຕໍ່ຄວາມສຳພັນຂອງທ່ານກັບພຣະເຢຊູຄຣິດແນວໃດ?
President Russell M. Nelson on the Healing Power of Gratitude
ຄົ້ນຄວ້າ ແລະ ແບ່ງປັນ. ຖ້າຫາກທ່ານຖືກມອບໝາຍໃຫ້ສິດສອນ, ໃຫ້ຊອກຫາວິທີທີ່ຈະຊ່ວຍຜູ້ຄົນໃຫ້ຄົ້ນຄວ້າພຣະຄຳພີ ຫລື ຖ້ອຍຄຳຂອງສາດສະດາ—ດ້ວຍຕົວເອງ ຫລື ໃນກຸ່ມນ້ອຍ—ແລະ ແບ່ງປັນສິ່ງທີ່ພວກເຂົາຮຽນຮູ້. ຍົກຕົວຢ່າງ, ໃນກິດຈະກຳນີ້ ທ່ານສາມາດເອົາຂ່າວສານພາກໜຶ່ງຂອງປະທານອຸກດອບ ໃຫ້ແຕ່ລະບຸກຄົນ ຫລື ກຸ່ມ ແລະ ຂໍໃຫ້ເຂົາເຈົ້າແບ່ງປັນວະລີ ຫລື ປະໂຫຍກໜຶ່ງທີ່ເຂົາເຈົ້າຮູ້ສຶກວ່າສະຫລຸບສິ່ງທີ່ເພິ່ນໄດ້ສິດສອນ.
ເບິ່ງ “ນັບພຣະພອນຂອງທ່ານ,” ເພງສວດ ແລະ ເພງຂອງເດັກນ້ອຍ, 8; Topics and Questions, “Gratitude,” ຫ້ອງສະໝຸດພຣະກິດຕິຄຸນ ນຳອີກ.
ຄຳສອນ ແລະ ພັນທະສັນຍາ 79–80
ການເອີ້ນໃຫ້ຮັບໃຊ້ພຣະເຈົ້າ ມີຄວາມສຳຄັນຫລາຍກວ່າບ່ອນທີ່ເຮົາຮັບໃຊ້.
ກ່ຽວກັບ ຄຳສອນ ແລະ ພັນທະສັນຍາ 80, ແອວເດີ ເດວິດ ເອ ແບ໊ດນາ ໄດ້ສິດສອນວ່າ, “ບາງເທື່ອ ບົດຮຽນຢ່າງໜຶ່ງທີ່ພຣະຜູ້ຊ່ວຍໃຫ້ລອດກຳລັງສິດສອນເຮົາຢູ່ໃນການເປີດເຜີຍນີ້ ຄືການມອບໝາຍໃຫ້ອອກແຮງງານໃນເຂດໃດເຂດໜຶ່ງໂດຍສະເພາະ ນັ້ນກໍຈຳເປັນ ແລະ ສຳຄັນ ແຕ່ເປັນສິ່ງສຳຄັນອັນດັບສອງຮອງການເອີ້ນສູ່ວຽກງານ” (“Called to the Work,” Liahona, May 2017, 68). ມີປະສົບການໃດແດ່ທີ່ໄດ້ຊ່ວຍທ່ານໃຫ້ຮຽນຮູ້ວ່າ ຖ້ອຍຄຳຂອງແອວເດີ ແບ໊ດນາ ເປັນຄວາມຈິງ? ມີບົດຮຽນເພີ່ມເຕີມຢ່າງໃດແດ່ ທີ່ທ່ານສາມາດພົບເຫັນຢູ່ໃນ ຄຳສອນ ແລະ ພັນທະສັນຍາ 79–80 ທີ່ສາມາດຊ່ວຍບາງຄົນຜູ້ທີ່ຫາກໍໄດ້ຮັບການເອີ້ນ?
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Liahona ແລະ For the Strength of Youth ສະບັບຂອງເດືອນນີ້.
ແນວຄິດສຳລັບການສິດສອນເດັກນ້ອຍ
ພຣະເຈົ້າໄດ້ສ້າງສັດສາວາສິ່ງທັງປວງຢູ່ເທິງແຜ່ນດິນໂລກ.
-
ຂະນະທີ່ທ່ານ ແລະ ລູກໆຂອງທ່ານອ່ານ ຄຳສອນ ແລະ ພັນທະສັນຍາ 77:2 ນຳກັນ, ທ່ານອາດເບິ່ງຮູບພາບຂອງສັດ, ລວມທັງແມງໄມ້ ແລະ ນົກ. ລູກໆຂອງທ່ານສາມາດຊີ້ໄປຫາຮູບພາບເມື່ອທ່ານອ່ານຄຳທີ່ວ່າ “ສັດ,” “ສິ່ງທີ່ເລືອຄານ,” ແລະ “ຝູງນົກໃນອາກາດ.” ແບ່ງປັນນຳກັນວ່າ ການສ້າງຂອງພຣະເຈົ້າຊ່ວຍໃຫ້ທ່ານຮູ້ສຶກເຖິງຄວາມຮັກຂອງພຣະອົງແນວໃດ.
ພຣະເຈົ້າໄດ້ສ້າງສັດສາວາສິ່ງທັງປວງຢູ່ເທິງແຜ່ນດິນໂລກ.
ເຮົາສາມາດຊ່ວຍເຮັດໃຫ້ “ອຸດົມການ [ຂອງພຣະເຢຊູຄຣິດ] ກ້າວໄປໜ້າ.”
-
ເພື່ອຊ່ວຍລູກໆຂອງທ່ານໃຫ້ຄິດກ່ຽວກັບບົດບາດຂອງພວກເຂົາໃນວຽກງານຂອງພຣະຜູ້ເປັນເຈົ້າ, ໃຫ້ຄິດທີ່ຈະອ່ານ ຄຳສອນ ແລະ ພັນທະສັນຍາ 78:4 ກັບພວກເຂົາ ເພື່ອລະບຸ “ອຸດົມການ” ທີ່ເຮົາ “ໄດ້ສະໜັບສະໜູນ” (ໄດ້ຍອມຮັບ ຫລື ເລືອກທີ່ຈະສົ່ງເສີມ) ເມື່ອເຮົາໄດ້ຮັບບັບຕິສະມາ. ຊ່ວຍພວກເຂົາເບິ່ງໃນຂໍ້ພຣະຄຳພີທີ່ຄືກັບຕໍ່ໄປນີ້ສຳລັບຄຳຕອບທີ່ເປັນໄປໄດ້: ໂມໄຊຢາ 18:8–10; ຄຳສອນ ແລະ ພັນທະສັນຍາ 20:37; ໂມເຊ 1:39. ລູກໆຂອງທ່ານອາດມັກຫລິ້ນລະຄອນກ້ອມເຖິງວິທີທີ່ພວກເຂົາສາມາດຊ່ວຍກັບວຽກງານຂອງພຣະຜູ້ເປັນເຈົ້າແນວໃດ. ຍົກຕົວຢ່າງ, ການ “ເຕັມໃຈຈະແບກຫາບພາລະຂອງກັນແລະກັນ” ຫລື “ການຮັບເອົາພຣະນາມຂອງພຣະເຢຊູຄຣິດ [ໄວ້ກັບຕົວເຮົາເອງ]” ເບິ່ງຄືວ່າແນວໃດ? ສິ່ງນີ້ເຮັດໃຫ້ “ອຸດົມການຂອງພຣະຄຣິດກ້າວໄປໜ້າ” ແນວໃດ?
ເຮົາສາມາດແບ່ງປັນສິ່ງທີ່ເຮົາມີກັບຄົນອື່ນໄດ້.
-
ເພື່ອຈະສິດສອນຄວາມໝາຍຂອງຄວາມ “ເທົ່າທຽມກັນໃນເລື່ອງແຫ່ງແຜ່ນດິນໂລກ” (ຂໍ້ທີ 6), ທ່ານສາມາດເອົາຮູບຂອງຄົນຂັດສົນໃຫ້ລູກໆຂອງທ່ານເບິ່ງ (ຫິວເຂົ້າ, ຖືກບາດເຈັບ, ຫລື ໜາວເຢັນ) ແລະ ສິ່ງຂອງທີ່ຈະຊ່ວຍໄດ້ (ເຊັ່ນ ອາຫານ, ຜ້າພັນແຜ, ຫລື ຜ້າຫົ່ມ). ແລ້ວລູກໆຂອງທ່ານສາມາດຈັບຄູ່ຮູບ ແລະ ສິ່ງຂອງເຂົ້າກັນ. ເຮົາສາມາດແບ່ງປັນຫຍັງແດ່ເພື່ອຊ່ວຍຄົນຂັດສົນ?
-
ເພື່ອຈະຮັບຮູ້ສະພາບການບາງຢ່າງສຳລັບ ພາກທີ 78, ໃຫ້ອ່ານປະໂຫຍກຢູ່ຂ້າງລຸ່ມຮູບສອງແຜ່ນທຳອິດຂອງ “ບົດທີ 28: ສາດສະດາໂຈເຊັບໄປຫາລັດມີເຊີຣີອີກ” ກັບລູກໆຂອງທ່ານ ໃນ ເລື່ອງຄຳສອນ ແລະ ພັນທະສັນຍາ, 108, ຫລື ວິດີໂອທີ່ກ່ຽວຂ້ອງ ໃນຫ້ອງສະໝຸດພຣະກິດຕິຄຸນ). ແລ້ວລູກໆຂອງທ່ານສາມາດທຳທ່າວ່າພວກເຂົາກຳລັງຊ່ວຍຄົນໃດຄົນໜຶ່ງ ສ້າງເຮືອນ, ແບ່ງປັນອາຫານ, ຫລື ຮັບໃຊ້ໃນວິທີທາງອື່ນ.
2:39Chapter 28: The Prophet Joseph Goes to Missouri Again: March–May 1832
ຄຳສອນ ແລະ ພັນທະສັນຍາ 78:18
ພຣະເຢຊູຄຣິດຈະນຳພາເຮົາໄປ.
-
ມັນອາດເປັນເລື່ອງທີ່ມ່ວນຊື່ນສຳລັບລູກໆຂອງທ່ານທີ່ຈະເວົ້າລົມກັນກ່ຽວກັບຄວາມໝາຍຂອງການເປັນຜູ້ນຳ ແລະ ແລ້ວນຳພາພວກເຂົາໃນກິດຈະກຳຢ່າງໜຶ່ງ. ຫລັງຈາກທີ່ອ່ານ ຄຳສອນ ແລະ ພັນທະສັນຍາ 78:18 ນຳກັນ, ທ່ານສາມາດສົນທະນາເຖິງຊ່ວງເວລາເມື່ອເຮົາຕ້ອງການໃຫ້ພຣະເຢຊູນຳພາເຮົາ. ໃຫ້ຄິດທີ່ຈະຮ້ອງເພງເຊັ່ນ “ພຣະເຈົ້າມອບພຣະວິຫານແກ່ເຮົາ” (ຫ້ອງສະໝຸດພຣະກິດຕິຄຸນ).
ຄຳສອນ ແລະ ພັນທະສັນຍາ 78:19
ເຮົາສາມາດຮັບເອົາ “ທຸກສິ່ງທັງປວງດ້ວຍຄວາມຂອບຄຸນ.”
-
ອ່ານ ຄຳສອນ ແລະ ພັນທະສັນຍາ 78:19 ກັບລູກໆຂອງທ່ານ ເພື່ອຄົ້ນພົບສິ່ງທີ່ພຣະຜູ້ເປັນເຈົ້າສັນຍາກັບຜູ້ຄົນທີ່ຮູ້ສຶກຂອບຄຸນ. ຊ່ວຍລູກໆຂອງທ່ານໃຫ້ເຂົ້າໃຈວ່າ “ຮ້ອຍເທົ່າ” ໝາຍຄວາມວ່າແນວໃດ, ບາງທີໂດຍການສະແດງສິ່ງຂອງນ້ອຍໆ ແລະ ແລ້ວສະແດງສິ່ງຂອງອັນດຽວກັນເປັນຈຳນວນ 100 ອັນ. ບາງທີພວກເຂົາສາມາດແຕ້ມຮູບຂອງສິ່ງທີ່ພວກເຂົາໄດ້ຮັບຈາກພຣະເຈົ້າ “ດ້ວຍຄວາມຂອບຄຸນ.”
ສຳລັບແນວຄິດເພີ່ມເຕີມ, ໃຫ້ເບິ່ງວາລະສານ Friend ສະບັບຂອງເດືອນນີ້.