Doctrine and Covenants 2025
ວັນ​ທີ 26 ເດືອນ​ພຶດ​ສະ​ພາ–ວັນ​ທີ 1 ເດືອນ​ມິ​ຖຸ​ນາ: “ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ”: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57


“ວັນ​ທີ 26 ເດືອນ​ພຶດ​ສະ​ພາ–ວັນ​ທີ 1 ເດືອນ​ມິ​ຖຸ​ນາ: ‘ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ’: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 2025 (2025)

“ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57,” ຈົ່ງ​ຕາມ​ເຮົາ​ມາ—ສຳ​ລັບ​ບ້ານ ແລະ ໂບດ: 2025

ຜູ້​ຊາຍ​ກຳ​ລັງ​ໄຖ​ນາ

First Furrow [ຮ່ອງ​ທຳ​ອິດ], ໂດຍ ເຈມສ໌ ເທ​ເລີ ຮາ​ວູດ

ວັນ​ທີ 26 ເດືອນ​ພຶດ​ສະ​ພາ–ວັນ​ທີ 1 ເດືອນ​ມິ​ຖຸ​ນາ: “ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ”

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57

ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ຊ່ວງ​ຊຸມ​ປີ 1830, ການ​ເຕົ້າ​ໂຮມ​ໄພ່​ພົນ ແລະ ການ​ສ້າງ​ເມືອງ​ຊີ​ໂອນ ຖື​ເປັນ​ວຽກ​ງານ​ທາງ​ວິນ​ຍານ ແລະ ທາງ​ໂລກ, ໂດຍ​ມີ​ຫລາຍ​ເລື່ອງ​ທີ່​ຕ້ອງ​ຈັດ​ການ​ໃຫ້​ຮຽບ​ຮ້ອຍ: ບາງ​ຄົນ​ຕ້ອງ​ໄດ້​ຊື້​ທີ່​ດິນ​ບ່ອນ​ທີ່​ໄພ່​ພົນ​ສາ​ມາດ​ຕັ້ງ​ຖິ່ນ​ຖານ​ໄດ້. ບາງ​ຄົນ​ຕ້ອງ​ໄດ້​ພິມ​ໜັງ​ສື ແລະ ການ​ຈັດ​ພິມ​ອື່ນໆ. ແລະ ບາງ​ຄົນ​ຕ້ອງ​ດູ​ແລ​ຮ້ານ​ຄ້າ ເພື່ອ​ຈັດ​ຫາ​ສິ່ງ​ຂອງ​ໃຫ້​ຜູ້​ຄົນ​ໃນ​ຊີ​ໂອນ. ໃນ​ການ​ເປີດ​ເຜີຍ​ທີ່​ມີ​ບັນ​ທຶກ​ໄວ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກຳ​ນົດ ແລະ ແນະ​ນຳ​ຜູ້​ຄົນ​ໃຫ້​ຈັດ​ການ​ກັບ​ໜ້າ​ທີ່​ວຽກ​ງານ​ເຫລົ່າ​ນີ້.

ແຕ່​ຂະ​ນະ​ທີ່​ທັກ​ສະ​ດັ່ງ​ກ່າວ​ເປັນ​ທີ່​ຕ້ອງ​ການ​ໃນ​ຊີ​ໂອນ, ການ​ເປີດ​ເຜີຍ​ເຫລົ່າ​ນີ້​ຍັງ​ສິດ​ສອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ໄພ່​ພົນ​ຂອງ​ພຣະ​ອົງ​ມີ​ຄ່າ​ຄວນ​ທາງ​ວິນ​ຍານ ເພື່ອ​ທີ່​ຈະ​ຖືກ​ເອີ້ນ​ວ່າ ຜູ້​ຄົນ​ແຫ່ງ​ຊີ​ໂອນ—ຜູ້​ຄົນ​ຂອງ​ພຣະ​ອົງ. ພຣະ​ອົງ​ເອີ້ນ​ເຮົາ​ແຕ່​ລະ​ຄົນ​ໃຫ້ “ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ,” ໂດຍ​ການ​ມີ​ວິນ​ຍານ​ທີ່​ສຳ​ນຶກ​ຜິດ, “ຍຶດ​ໝັ້ນ” ໃນ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ເຮົາ​ໄດ້​ຖືກ​ກຳ​ນົດ​ໃຫ້​ເຮັດ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51:19; 52:15; 54:2). ຖ້າ​ຫາກ​ເຮົາ​ສາ​ມາດ​ເຮັດ​ສິ່ງ​ນັ້ນ​ໄດ້—ບໍ່​ວ່າ​ທັກ​ສະ​ທາງ​ໂລກ​ຂອງ​ເຮົາ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ—ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ໃຊ້​ເຮົາ​ໃຫ້​ສ້າງ​ສາ​ຊີ​ໂອນ​ໄດ້.

ໄອ​ຄອນ​ການ​ສຶກ​ສາ

ແນວ​ຄິດ​ສຳ​ລັບ​ການ​ຮຽນ​ຮູ້​ຢູ່​ທີ່​ບ້ານ ແລະ ຢູ່​ທີ່​ໂບດ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51

ພຣະ​ຜູ້​ເປັນ​ເຈົ້າ​ປະ​ສົງ​ໃຫ້​ເຮົາ​ເປັນ​ຄົນ​ຊື່​ສັດ, ທ່ຽງ​ທຳ, ແລະ ເປັນ​ຜູ້​ພິ​ທັກ​ຮັກ​ສາ​ທີ່​ສະ​ຫລາດ.

ຖ້າ​ຫາກ​ທ່ານ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ໃນ​ປີ 1831, ທ່ານ​ອາດ​ຖືກ​ເຊື້ອ​ເຊີນ​ໃຫ້​ໃຊ້​ຊີ​ວິດ​ຕາມ​ກົດ​ແຫ່ງ​ການ​ອຸ​ທິດ​ຖວາຍ ໂດຍ​ການ​ເຊັນ​ມອບ​ຊັບ​ສິນ​ຂອງ​ທ່ານ ໃຫ້​ສາດ​ສະ​ໜາ​ຈັກ ຜ່ານ​ທາງ​ອະ​ທິ​ການ. ໃນ​ກໍ​ລະ​ນີ​ສ່ວນ​ຫລາຍ​ແລ້ວ, ເພິ່ນ​ຈະ​ມອບ​ສິ່ງ​ທີ່​ທ່ານ​ບໍ​ລິ​ຈາກ​ຄືນ​ໃຫ້​ທ່ານ, ບາງ​ເທື່ອ​ກໍ​ຄືນ​ໃຫ້​ພ້ອມ​ກັບ​ສ່ວນ​ເກີນ. ແຕ່​ມັນ​ຈະ​ບໍ່​ເປັນ​ພຽງ​ແຕ່​ຊັບ​ສິນ​ຂອງ​ທ່ານ​ອີກ​ຕໍ່​ໄປ—ມັນ​ເປັນ​ສິ່ງ​ທີ່​ທ່ານ​ພິ​ທັກ​ຮັກ​ສາ.

ທຸກ​ມື້​ນີ້ ຂັ້ນ​ຕອນ​ປະ​ຕິ​ບັດ​ແມ່ນ​ແຕກ​ຕ່າງ, ແຕ່​ຫລັກ​ທຳ​ຍັງ​ສຳ​ຄັນ​ຫລາຍ​ຕໍ່​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ຄື​ເກົ່າ. ຂະ​ນະ​ທີ່​ທ່ານ​ອ່ານ ພາກ​ທີ 51, ໃຫ້​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ພຣະ​ເຈົ້າ​ໄດ້​ຝາກ​ຝັງ​ໄວ້​ກັບ​ທ່ານ. ຄຳ​ວ່າ “ພິ​ທັກ​ຮັກ​ສາ” (ຂໍ້​ທີ 19) ແລະ “ອຸ​ທິດ​ຖວາຍ” (ຂໍ້​ທີ 5) ໝາຍ​ເຖິງ​ສິ່ງ​ໃດ ກ່ຽວ​ກັບ​ຄວາມ​ຄາດ​ຫວັງ​ຂອງ​ພຣະ​ເຈົ້າ​ໃນ​ຕົວ​ທ່ານ?

ປະ​ທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ໄດ້​ອະ​ທິ​ບາຍ​ວ່າ: “ໃນ​ສາດ​ສະ​ໜາ​ຈັກ ການ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ເປັນ​ຄວາມ​ໄວ້​ວາງ​ໃຈ​ທີ່​ສັກ​ສິດ​ທາງ​ວິນ​ຍານ ແລະ ທາງ​ຮ່າງ​ກາຍ ຊຶ່ງ​ມີ​ຄວາມ​ຮູ້​ຈັກ​ຮັບ​ຜິດ​ຊອບ. ຍ້ອນ​ວ່າ​ທຸກ​ສິ່ງ​ເປັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຮົາ​ຈຶ່ງ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ຮ່າງ​ກາຍ, ຈິດ​ໃຈ, ຄອບ​ຄົວ, ແລະ ຊັບ​ສິນ​ຂອງ​ເຮົາ. (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 104:11–15.) ຜູ້​ພິ​ທັກ​ຮັກ​ສາ​ທີ່​ຊື່​ສັດ ຄື​ຜູ້​ທີ່​ໃຊ້​ອຳ​ນາດ​ປົກ​ຄອງ​ທີ່​ຊອບ​ທຳ, ດູ​ແລ​ຜູ້​ຄົນ​ຂອງ​ຕົນ, ແລະ ເບິ່ງ​ແຍງ​ຄົນ​ຍາກ​ຈົນ ແລະ ຄົນ​ຂັດ​ສົນ” (“Welfare Services: The Gospel in Action,” Ensign, Nov. 1977, 78).

ເບິ່ງ “The Law of Consecration” (ວິ​ດີ​ໂອ), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

5:1

The Law of Consecration

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:9–11, 22–27

ເຮົາ​ສາ​ມາດ​ເຊື້ອ​ເຊີນ​ໃຫ້​ຄົນ​ອື່ນ​ໃຫ້​ມາ​ຫາ​ພຣະ​ຄຣິດ​ໃນ​ທຸກ​ບ່ອນ​ທີ່​ເຮົາ​ໄປ.

ເມື່ອ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສົ່ງ​ຜູ້​ນຳ​ສາດ​ສະ​ໜາ​ຈັກ​ຫລາຍ​ຄົນ​ໄປ​ຍັງ​ລັດ​ມີ​ເຊີ​ຣີ, ພຣະ​ອົງ​ໄດ້​ບອກ​ພວກ​ເພິ່ນ​ໃຫ້​ໃຊ້​ເວ​ລາ​ໃນ​ການ​ເດີນ​ທາງ​ໃຫ້​ເປັນ​ປະ​ໂຫຍດ ແລະ “ສັ່ງ​ສອນ​ໄປ​ລະ​ຫວ່າງ​ທາງ” (ຂໍ້​ທີ 25–27). ທ່ານ​ຈະ​ສາ​ມາດ​ແບ່ງ​ປັນ​ພຣະ​ກິດ​ຕິ​ຄຸນ “ໄປ​ລະ​ຫວ່າງ​ທາງ,” ຫລື ໃນ​ລະ​ຫວ່າງ​ເຫດ​ການ​ປົກ​ກະ​ຕິ​ໃນ​ຊີ​ວິດ​ຂອງ​ທ່ານ​ໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14–19

ໄອ​ຄອນ​ຫ້ອງ​ຮຽນ​ສາດ​ສະ​ໜາ
ພຣະ​ຜູ້​ເປັນ​ເຈົ້າ​ຊ່ວຍ​ເຮົາ​ໃຫ້​ຫລີກ​ລ້ຽງ​ຈາກ​ການ​ຫລອກ​ລວງ.

ໂດຍ​ທີ່​ມີ​ຫລາຍ​ຄົນ​ອ້າງ​ວ່າ​ໄດ້​ເຫັນ​ການ​ສະ​ແດງ​ໃຫ້​ປະ​ຈັກ​ທາງ​ວິນ​ຍານ, ໄພ່​ພົນ​ລຸ້ນ​ທຳ​ອິດ​ຈຶ່ງ​ກັງ​ວົນ​ວ່າ​ຈະ​ຖືກ​ຫລອກ​ລວງ. ຄຳ​ເຕືອນ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມອບ​ໃຫ້​ພວກ​ເຂົາ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14? ທາງ​ອອກ​ຂອງ​ພຣະ​ອົງ​ແມ່ນ​ຫຍັງ? (ເບິ່ງ ຂໍ້​ທີ 14–19).

ແບບ​ແຜນ ແມ່ນ​ບາງ​ຢ່າງ​ທີ່​ຊໍ້າ​ກັນ​ໃນ​ວິ​ທີ​ທີ່​ສະ​ໝໍ່າ​ສະ​ເໝີ ແລະ ສາ​ມາດ​ຄາດ​ເດົາ​ໄດ້. ຕົວ​ຢ່າງ​ແມ່ນ​ລວມ​ທັງ​ການ​ນັບ​ເປັນ​ເລກ​ຄູ່ ຫລື ຕາ​ເວັນ​ທີ່​ຂຶ້ນ ແລະ ຕົກ​ໃນ​ແຕ່​ລະ​ມື້. ມີ​ຕົວ​ຢ່າງ​ອື່ນ​ໃດ​ອີກ​ແດ່​ທີ່​ທ່ານ​ຄິດ​ອອກ? ຂະ​ນະ​ທີ່​ທ່ານ​ຄົ້ນ​ຄວ້າ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14–19, ໃຫ້​ລະ​ບຸ​ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ສຳ​ລັບ​ການ​ຫລີກ​ລ້ຽງ​ຈາກ​ການ​ຫລອກ​ລວງ. ນີ້​ອາດ​ຊ່ວຍ​ໃຫ້​ສັງ​ເກດ​ເຫັນ​ວ່າ “ສຳ​ນຶກ​ຜິດ” ໝາຍ​ເຖິງ​ຄວາມ​ຮູ້​ສຶກ​ຖ່ອມ​ຕົວ ແລະ ການ​ກັບ​ໃຈ; “ອ່ອນ​ໂຍນ” ໝາຍ​ເຖິງ​ຄວາມ​ອ່ອນ​ໂຍນ ແລະ ການ​ຄວບ​ຄຸມ​ຕົວ​ເອງ; ແລະ ການ “ເສີມ​ສ້າງ” ໝາຍ​ເຖິງ​ການ​ຊີ້​ນຳ, ປັບ​ປຸງ, ຫລື ການ​ສ້າງ​ຂຶ້ນ. ເປັນ​ຫຍັງ​ທ່ານ​ຈຶ່ງ​ຮູ້​ສຶກ​ວ່າ ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແມ່ນ​ລວມ​ທັງ​ຄຸນ​ສົມ​ບັດ​ເຫລົ່າ​ນີ້, ພ້ອມ​ທັງ​ການ​ເຊື່ອ​ຟັງ? ທ່ານ​ຈະ​ສາ​ມາດ​ນຳ​ໃຊ້​ແບບ​ແຜນ​ນີ້​ເພື່ອ​ຫລີກ​ລ້ຽງ​ຈາກ​ການ​ຫລອກ​ລວງ​ໄດ້​ແນວ​ໃດ?

ນິ​ຍາມ​ຄຳ​ຍາກໆ. ໃນ​ແອັບ​ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ, ທ່ານ​ສາ​ມາດ​ແຕະ ແລະ ຈຶ້ງ​ຄຳ ແລ້ວ​ເລືອກ “ນິ​ຍາມ.” ແລ້ວ​ທ່ານ​ຈະ​ຖືກ​ນຳ​ໄປ​ສູ່​ນິ​ຍາມ​ຂອງ​ຄຳ​ນັ້ນ. ໃຫ້​ລອງ​ສິ່ງ​ນີ້ ເມື່ອ​ທ່ານ​ພົບ​ຄຳ​ທີ່​ບໍ່​ຄຸ້ນ—ຫລື ຄຳ​ທີ່​ເບິ່ງ​ຄື​ວ່າ​ຄຸ້ນ​ທີ່​ທ່ານ​ຢາກ​ເຂົ້າ​ໃຈ​ຫລາຍ​ຂຶ້ນ​ກວ່າ​ເກົ່າ.

ມີ​ຕົວ​ຢ່າງ​ຂອງ​ການ​ຫລອກ​ລວງ​ໃດ​ແດ່​ໃນ​ສະ​ໄໝ​ຂອງ​ເຮົາ? ເຮົາ​ຈະ​ສາ​ມາດ​ຮູ້​ໄດ້​ແນວ​ໃດ​ວ່າ ເຮົາ​ກຳ​ລັງ​ຖືກ​ຫລອກ​ລວງ?

ຍົກ​ຕົວ​ຢ່າງ, ທ່ານ​ອາດ​ພິ​ຈາ​ລະ​ນາ​ທີ່​ຈະ​ປະ​ເມີນ​ການ​ເລືອກ​ຂອງ​ທ່ານ​ກ່ຽວ​ກັບ​ໜັງ, ເພງ, ແລະ ສື່​ສັງ​ຄົມ ອີງ​ຕາມ​ມາດ​ຕະ​ຖານ​ໃນ “ເດີນ​ໄປ​ໃນ​ຄວາມ​ສະ​ຫວ່າງ​ຂອງ​ພຣະ​ເຈົ້າ” ໃນ ສຳ​ລັບ​ຄວາມ​ເຂັ້ມ​ແຂງ​ຂອງ​ຊາວ​ໜຸ່ມ: ຄູ່​ມື​ສຳ​ລັບ​ການ​ເລືອກ, 16–21.

ເບິ່ງ ແກ​ຣີ ອີ ສະ​ຕີບ​ເວັນ​ສັນ, “Deceive Me Not,” Liahona, Nov. 2019, 93–96; “Guide Me to Thee,” Hymns, no. 101; Topics and Questions, “Seeking Truth and Avoiding Deception,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ ນຳ​ອີກ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 54

ເຮົາ​ສາ​ມາດ​ຫັນ​ໄປ​ຫາ​ພຣະ​ຜູ້​ເປັນ​ເຈົ້າ ເມື່ອ​ເຮົາ​ເຈັບ​ປວດ​ໂດຍ​ການ​ເລືອກ​ຂອງ​ຄົນ​ອື່ນ.

ທ່ານ​ເຄີຍ​ທົນ​ທຸກ​ກັບ​ຄວາມ​ຜິດ​ຫວັງ​ເມື່ອ​ຄົນ​ບາງ​ຄົນ​ທີ່​ທ່ານ​ເພິ່ງ​ພາ​ອາ​ໄສ​ບໍ່​ຮັກ​ສາ​ຄຳ​ໝັ້ນ​ສັນ​ຍາ​ບໍ່? ນີ້​ໄດ້​ເກີດ​ຂຶ້ນ​ກັບ​ໄພ່​ພົນ​ຈາກ​ເມືອງ​ໂຄນ​ສະ​ວຽວ, ລັດ​ນິວ​ຢອກ, ຜູ້​ທີ່​ຄາດ​ວ່າ​ຈະ​ຕັ້ງ​ຖິ່ນ​ຖານ​ຢູ່​ດິນ​ຂອງ ລີ​ມັນ ຄອບ​ລີ ໃນ​ລັດ​ໂອ​ໄຮ​ໂອ. ເພື່ອ​ຮຽນ​ຮູ້​ຈາກ​ປະ​ສົບ​ການ​ນີ້, ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ທົບ​ທວນ​ຫົວ​ຂໍ້​ຂອງ ພາກ​ທີ 54 (ເບິ່ງ Saints, 1:125–28; “A Bishop unto the Church,” ໃນ Revelations in Context, 78–79) ນຳ​ອີກ. ຖ້າ​ຫາກ​ທ່ານ​ມີ​ໝູ່​ເພື່ອນ​ທ່າມ​ກາງ​ໄພ່​ພົນ​ໂຄນ​ສະ​ວຽວ​ແລ້ວ, ຄຳ​ແນະ​ນຳ​ໃດ​ທີ່​ທ່ານ​ສາ​ມາດ​ພົບ​ເຫັນ​ໃນ ພາກ​ທີ 54 ເພື່ອ​ແບ່ງ​ປັນ​ກັບ​ພວກ​ເຂົາ?

ຟາມ​ຂອງ​ລີ​ມັນ ຄອບ​ລີ

ຟາມ​ຂອງ​ລີ​ມັນ ຄອບ​ລີ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 56:14–20

ຄົນ​ທີ່​ມີ​ໃຈ​ບໍ​ລິ​ສຸດ​ຍ່ອມ​ເປັນ​ສຸກ.

ຢູ່​ໃນ​ຂໍ້​ເຫລົ່າ​ນີ້, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ທັງ​ຄົນ​ຮັ່ງ​ມີ ແລະ ຄົນ​ຍາກ​ຈົນ; ມັນ​ອາດ​ເປັນ​ສິ່ງ​ໜ້າ​ສົນ​ໃຈ​ທີ່​ຈະ​ປຽບ​ທຽບ​ຄຳ​ແນະ​ນຳ​ຂອງ​ພຣະ​ອົງ​ກັບ​ຜູ້​ຄົນ​ສອງ​ກຸ່ມ​ເຫລົ່າ​ນີ້. ສິ່ງ​ໃດ​ຢູ່​ໃນ​ຂໍ້​ເຫລົ່າ​ນີ້​ທີ່​ກ່ຽວ​ຂ້ອງ​ກັບ​ທ່ານ​ເປັນ​ສ່ວນ​ຕົວ?

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Liahona ແລະ For the Strength of Youth ສະ​ບັບ​ຂອງ​ເດືອນ​ນີ້.

ໄອ​ຄອນ 01 ພາກ​ຂອງ​ເດັກ​ນ້ອຍ

ແນວ​ຄິດ​ສຳ​ລັບ​ການ​ສິດ​ສອນ​ເດັກ​ນ້ອຍ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51:9

ເຮົາ​ສາ​ມາດ​ເປັນ​ຄົນ​ຊື່​ສັດ.

  • ເພື່ອ​ຊ່ວຍ​ໃຫ້​ລູກໆ​ຂອງ​ທ່ານ​ຮຽນ​ຮູ້​ວ່າ ການ​ເປັນ​ຄົນ​ຊື່​ສັດ​ນັ້ນ​ໝາຍ​ຄວາມ​ວ່າ​ຫຍັງ, ພວກ​ທ່ານ​ສາ​ມາດ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51:9 ນຳ​ກັນ ແລະ ແບ່ງ​ປັນ​ເລື່ອງ​ລາວ​ຂອງ​ເດັກ​ນ້ອຍ​ທີ່​ປະ​ເຊີນ​ກັບ​ການ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ການ​ເປັນ​ຄົນ​ຊື່​ສັດ. ທ່ານ​ສາ​ມາດ​ໃຊ້​ຮູບ​ພາບ, ຕຸກ​ກະ​ຕາ​ຖົງ​ຕີນ, ຫລື ຕຸກ​ກະ​ຕາ​ເຈ້ຍ ເພື່ອ​ເຮັດ​ໃຫ້​ເລື່ອງ​ລາວ​ໜ້າ​ສົນ​ໃຈ​ຍິ່ງ​ຂຶ້ນ. ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ພອນ​ໃຫ້​ແກ່​ເຮົາ​ແນວ​ໃດ ຂະ​ນະ​ທີ່​ເຮົາ​ພະ​ຍາ​ຍາມ​ເປັນ​ຄົນ​ຊື່​ສັດ?

  • ໃຫ້​ພິ​ຈາ​ລະ​ນາ​ທີ່​ຈະ​ຫລິ້ນ​ເກມ​ກັບ​ລູກໆ​ຂອງ​ທ່ານ. ຫລັງ​ຈາກ​ນັ້ນ, ໃຫ້​ສົນ​ທະ​ນາ​ວ່າ ເກມ​ນັ້ນ​ຈະ​ແຕກ​ຕ່າງ​ໄປ​ຈາກ​ນີ້​ແນວ​ໃດ ຖ້າ​ຫາກ​ມີ​ຄົນ​ຂີ້​ຫລັກ. ເປັນ​ຫຍັງ​ມັນ​ຈຶ່ງ​ສຳ​ຄັນ​ທີ່​ຈະ “ປະ​ຕິ​ບັດ​ຢ່າງ​ຊື່​ສັດ” ຕໍ່​ກັນ​ແລະ​ກັນ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:10; 53:3; 55:1

ເຮົາ​ຮັບ​ຂອງ​ປະ​ທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ ໂດຍ​ການ​ວາງ​ມື.

  • ການ​ຮັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໂດຍ​ການ​ວາງ​ມື ໄດ້​ມີ​ກ່າວ​ໄວ້​ຫລາຍ​ຄັ້ງ​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 51–57. ນີ້​ອາດ​ເປັນ​ໂອ​ກາດ​ທີ່​ດີ​ທີ່​ຈະ​ສິດ​ສອນ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ພິ​ທີ​ການ​ນີ້. ຍົກ​ຕົວ​ຢ່າງ, ທ່ານ​ສາ​ມາດ​ເບິ່ງ​ຮູບ​ພາບ​ຂອງ​ເດັກ​ນ້ອຍ​ກຳ​ລັງ​ຮັບ​ການ​ຢືນ​ຢັນ ແລະ ອະ​ທິ​ບາຍ​ສິ່ງ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ຮູບ​ພາບ​ນັ້ນ. ຂໍ​ໃຫ້​ພວກ​ເຂົາ​ຕົບ​ມື​ເມື່ອ​ພວກ​ເຂົາ​ໄດ້​ຍິນ “ການ​ວາງ​ມື” ຂະ​ນະ​ທີ່​ທ່ານ​ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:10; 53:3; 55:1.

  • ພວກ​ທ່ານ​ກໍ​ສາ​ມາດ​ຮ້ອງ​ເພງ “ພຣະ​ວິນ​ຍານ​ພຣະ​ເຈົ້າ” (ເພງ​ສວດ ແລະ ເພງ​ຂອງ​ເດັກ​ນ້ອຍ, 30) ຫລື ເພງ​ທີ່​ຄ້າຍ​ຄື​ກັນ​ນຳ​ອີກ. ຊ່ວຍ​ລູກໆ​ຂອງ​ທ່ານ​ຊອກ​ຫາ​ຄຳ ແລະ ວະ​ລີ​ໃນ​ເພງ​ທີ່​ສິດ​ສອນ​ກ່ຽວ​ກັບ​ຂອງ​ປະທານ​ແຫ່ງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

    ຊາຍ​ໜຸ່ມ​ກຳ​ລັງ​ຮັບ​ການ​ຢືນ​ຢັນ

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14–19

ພຣະ​ເຈົ້າ​ມີ​ແບບ​ແຜນ​ເພື່ອ​ຊ່ວຍ​ບໍ່​ໃຫ້​ເຮົາ​ຖືກ​ຫລອກ​ລວງ.

  • ເພື່ອ​ສິດ​ສອນ​ກ່ຽວ​ກັບ​ແບບ​ແຜນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ຫລີກ​ລ້ຽງ​ຈາກ​ການ​ຫລອກ​ລວງ, ທ່ານ​ອາດ​ເລີ່ມ​ຕົ້ນ​ໂດຍ​ການ​ຊ່ວຍ​ລູກໆ​ຊອກ​ຫາ​ຕົວ​ຢ່າງ​ຂອງ​ແບບ​ແຜນ—ໃນ​ທຳ​ມະ​ຊາດ, ໃນ​ຜ້າ​ຫົ່ມ ຫລື ເສື້ອ​ຜ້າ​ທີ່​ມີ​ສີ​ສັນ, ຫລື ໃນ​ຊີ​ວິດ​ປະ​ຈຳ​ວັນ. ຊ່ວຍ​ພວກ​ເຂົາ​ຊອກ​ຫາ​ແບບ​ແຜນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທານ​ໃຫ້​ໃນ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 52:14–15. ໃຫ້​ແນ່​ໃຈ​ວ່າ ພວກ​ເຂົາ​ເຂົ້າ​ໃຈ​ຄຳ​ໃດໆ​ທີ່​ບໍ່​ຄຸ້ນ​ໃນ​ຂໍ້​ເຫລົ່າ​ນີ້. ເຮົາ​ຈະ​ສາ​ມາດ​ໃຊ້​ແບບ​ແຜນ​ນີ້​ເພື່ອ​ທີ່​ຈະ​ຮູ້​ຈັກ​ຄວາມ​ຈິງ​ໄດ້​ແນວ​ໃດ?

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 54:4–6

ເຮົາ​ຄວນ​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ເຮົາ​ສະ​ເໝີ.

  • ໃນ​ຄຳ​ເວົ້າ​ຂອງ​ທ່ານ​ເອງ, ໃຫ້​ແບ່ງ​ປັນ​ກັບ​ລູກໆ​ຂອງ​ທ່ານ​ກ່ຽວ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ໄພ່​ພົນ​ທີ່​ມາ​ຢູ່​ໃນ​ດິນ​ຂອງ ລີ​ມັນ ຄອບ​ລີ (ເບິ່ງ​ຫົວ​ຂໍ້​ຂອງ ພາກ​ທີ 54). ລູກໆ​ຂອງ​ທ່ານ​ສາ​ມາດ​ທຳ​ທ່າ​ເປັນ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຫາ​ກໍ​ມາ​ຮອດ​ລັດ​ໂອ​ໄຮ​ໂອ. ພວກ​ເຂົາ​ຈະ​ຮູ້​ສຶກ​ແນວ​ໃດ​ຫລັງ​ຈາກ​ລີ​ມັນ​ເຮັດ​ຜິດ​ພັນ​ທະ​ສັນ​ຍາ​ຂອງ​ລາວ? ສິ່ງ​ນີ້​ສິດ​ສອນ​ເຮົາ​ຫຍັງ​ແດ່​ກ່ຽວ​ກັບ​ການ​ຮັກ​ສາ​ພັນ​ທະ​ສັນ​ຍາ ແລະ ຄຳ​ສັນ​ຍາ​ຂອງ​ເຮົາ? ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 54:6 ນຳ​ກັນ ເພື່ອ​ຄົ້ນ​ພົບ​ພອນ​ສຳ​ລັບ​ຜູ້​ທີ່​ຮັກ​ສາ​ພັນ​ທະ​ສັນ​ຍາ​ຂອງ​ພວກ​ເຂົາ.

ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 55:1–4

ເຮົາ​ສາ​ມາດ​ໃຊ້​ພອນ​ທີ່​ພຣະ​ເຈົ້າ​ໄດ້​ປະ​ທານ​ໃຫ້​ເຮົາ​ເພື່ອ​ເປັນ​ພອນ​ໃຫ້​ກັບ​ຄົນ​ອື່ນ.

  • ເພື່ອ​ແນະ​ນຳ ພາກ​ທີ 55, ທ່ານ​ອາດ​ຢາກ​ອະ​ທິ​ບາຍ​ວ່າ ວິວ​ລຽມ ດັບ​ເບິນ​ຢູ ແຟ້ວສ໌ ເປັນ​ນັກ​ພິມ​ໜັງ​ສື​ພິມ ຜູ້​ທີ່​ໄດ້​ຮຽນ​ຮູ້​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ ແລະ ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ. ອ່ານ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 55:1–4 ກັບ​ລູກໆ​ຂອງ​ທ່ານ, ແລະ ຊ່ວຍ​ໃຫ້​ພວກ​ເຂົາ​ຄົ້ນ​ພົບ​ສິ່ງ​ທີ່​ພຣະ​ເຈົ້າ​​ຕ້ອງ​ການ​ໃຫ້​ວິວ​ລຽມ​ເຮັດ. ພຣະ​ອົງ​ໄດ້​ວາງ​ແຜນ​ທີ່​ຈະ​ໃຊ້​ພອນ​ສະ​ຫວັນ​ຂອງ​ວິວ​ລຽມ​ແນວ​ໃດ? ສິ່ງ​ນີ້​ສາ​ມາດ​ນຳ​ໄປ​ສູ່​ການ​ສົນ​ທະ​ນາ​ກ່ຽວ​ກັບ​ວິ​ທີ​ທີ່​ພຣະ​ເຈົ້າ​ອາດ​ເຊື້ອ​ເຊີນ​ເຮົາ​ໃຫ້​ໃຊ້​ພອນ​ສະ​ຫວັນ​ຂອງ​ເຮົາ ເພື່ອ​ເປັນ​ພອນ​ໃຫ້​ລູກໆ​ຂອງ​ພຣະ​ອົງ.

ສຳ​ລັບ​ແນວ​ຄິດ​ເພີ່ມ​ເຕີມ, ໃຫ້​ເບິ່ງ​ວາ​ລະ​ສານ Friend ສະ​ບັບ​ຂອງ​ເດືອນ​ນີ້.

ໄພ່​ພົນ​ອຸ​ທິດ​ຖວາຍ​ສິ່ງ​ຂອງ​ຂອງ​ພວກ​ເຂົາ

Bishop Partridge Receives Consecration [ອະ​ທິ​ການ ພາດ​ທຣິດ ຮັບ​ສິ່ງ​ອຸ​ທິດ​ຖວາຍ], ໂດຍ ອາ​ບິນ ເວ​ແຊວ​ກາ

ໜ້າ​ກິດ​ຈະ​ກຳ​ສຳ​ລັບ​ເດັກ​ນ້ອຍ