“The Victory of Our Beloved Savior,” Liahona, Apr. 2026.
ຂ່າວສານປະຈຳເດືອນ Liahona, ເດືອນເມສາ 2026
ໄຊຊະນະຂອງ ພຣະຜູ້ຊ່ວຍໃຫ້ລອດອົງເປັນທີ່ຮັກຂອງເຮົາ
ບໍ່ມີຄຳໃດສາມາດພັນລະນາຄວາມຍິ່ງໃຫຍ່ຂອງ ຂອງປະທານອັນລໍ້າຄ່າຂອງພຣະເຢຊູຄຣິດ. ມັນຈະບໍ່ມີວັນຖືກຮຽກຮ້ອງໃຫ້ມີອີກ. ພຣະອົງໄດ້ທົນທຸກທໍລະມານ “ເທື່ອດຽວເທົ່ານັ້ນເປັນການສິ້ນສຸດ.”
ເມື່ອເວລາຫລາຍປີໄດ້ຜ່ານໄປ, ຂ້າພະເຈົ້າໄດ້ກາຍເປັນຄົນທີ່ຖ່ອມຕົວລົງເລື້ອຍໆ ເມື່ອຂ້າພະເຈົ້າໄດ້ຄິດກ່ຽວກັບ, ສຶກສາ, ແລະ ພົບການປອບໂຍນອັນຍິ່ງໃຫຍ່ໃນຂອງປະທານອັນຫາທີ່ປຽບບໍ່ໄດ້ຂອງພຣະຜູ້ຊ່ວຍໃຫ້ລອດຂອງເຮົາ, ການຊົດໃຊ້ຂອງພຣະເຢຊູຄຣິດ. ຈິດໃຈມະນຸດເກືອບຈະບໍ່ອາດເລີ່ມເຂົ້າໃຈໄດ້ວ່າ ຈຸດໝາຍປາຍທາງຂອງມະນຸດຊາດໄດ້ປ່ຽນໄປຢ່າງສິ້ນເຊີງ ເພາະສິ່ງທີ່ໄດ້ເກີດຂຶ້ນໃນເຄັດເຊມາເນ, ຢູ່ເທິງໄມ້ກາງແຂນ, ແລະ ຢູ່ທີ່ອຸບໂມງຝັງສົບ.
ເຮົາທຸກຄົນລ້ວນແຕ່ປະສົບກັບຄວາມຊອກຊໍ້າໃຈ ແລະ ຄວາມທຸກທໍລະມານ
ໃນການເອີ້ນຂອງຂ້າພະເຈົ້າໃນຖານະອັກຄະສາວົກ, ຂ້າພະເຈົ້າໄດ້ເດີນທາງຢ່າງກວ້າງຂວາງ ແລະ ໄດ້ຮັບກຽດໃນການພົບປະກັບເຫລົ່າເດັກນ້ອຍ, ຄົນໜຸ່ມ, ແລະ ຜູ້ໃຫຍ່ທັງຫລາຍທົ່ວໂລກ. ມີຊ່ວງເວລາແຫ່ງຄວາມຊື່ນຊົມອັນຍິ່ງໃຫຍ່ໃນຊີວິດ, ແຕ່ສິ່ງໜຶ່ງທີ່ຂ້າພະເຈົ້າເຄີຍໄດ້ເຫັນດ້ວຍຕາຂອງຂ້າພະເຈົ້າເອງ ແລະ ໄດ້ຮູ້ສຶກໃນສ່ວນເລິກຂອງຫົວໃຈຂອງຂ້າພະເຈົ້ານັ້ນກໍຄື ນອກຈາກຄວາມສຸກ ແລະ ຄວາມຊື່ນຊົມແລ້ວ, ຊີວິດກໍມີຊ່ວງເວລາແຫ່ງຄວາມຊອກຊໍ້າໃຈ ແລະ ຄວາມທຸກທໍລະມານ.
ຂ້າພະເຈົ້າຈະບໍ່ມີວັນລືມຕອນທີ່ກຳລັງນັ່ງກັບເດັກນ້ອຍໆສີ່ຄົນ ຜູ້ທີ່ຊີວິດຂອງພໍ່ແມ່ຂອງພວກເຂົາໄດ້ຖືກຈົບລົງຢ່າງໂຫດຫ້ຽມໂດຍໂຈນຜູ້ບຸກຮຸກເຂົ້າມາໃນບ້ານຂອງພວກເຂົາ ຂະນະທີ່ພວກເດັກນ້ອຍກຳລັງນອນຫລັບຢູ່, ຫລື ຕອນທີ່ກຳລັງພົບປະກັບຜູ້ຍິງຄົນໜຶ່ງທີ່ໄດ້ຖືກລ່ວງລະເມີດຕອນຍັງນ້ອຍໂດຍຍາດພີ່ນ້ອງທີ່ເຄີຍໄວ້ໃຈ, ຫລື ຕອນທີ່ກຳລັງນັ່ງຢູ່ຂ້າງຕຽງຂອງເດັກຍິງຄົນໜຶ່ງທີ່ໄດ້ຮັບບາດເຈັບທາງສະໝອງຫລັງຈາກທີ່ຕົກຈາກລົດຖີບ ແລະ ໄດ້ເສຍຊີວິດບໍ່ດົນຕໍ່ມາ, ຫລື ຕອນທີ່ກຳລັງຟັງສຽງສະອຶ້ນຂອງຍິງຄົນໜຶ່ງຜູ້ທີ່ສາມີຂອງນາງໄດ້ທໍລະຍົດນາງ ແລະ ພັນທະສັນຍາພຣະວິຫານຂອງຕົນຢ່າງມະຫັນເປັນເວລາຫລາຍປີ.
ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມເຈັບປວດຂອງຄູ່ສົມຣົດທີ່ລູກທີ່ເປັນຜູ້ໃຫຍ່ແລ້ວບໍ່ເຊື່ອຄວາມຈິງຂອງພຣະກິດຕິຄຸນອີກຕໍ່ໄປ ແລະ ສະແຫວງຫາທີ່ຈະບັ່ນທອນສັດທາຂອງຄົນອື່ນໆໃນຄອບຄົວ. ຂ້າພະເຈົ້າໄດ້ໄປຢ້ຽມຢາມພໍ່ແມ່ ແລະ ໝູ່ເພື່ອນທີ່ເສົ້າໂສກຫລາຍຂອງຊາຍຄົນໜຶ່ງທີ່ມີອະນາຄົດໄກ ຜູ້ທີ່ຈົບຊີວິດຂອງຕົວເອງລົງ. ຂ້າພະເຈົ້າໄດ້ຮູ້ສຶກເຖິງຄວາມໂສກເສົ້າຂອງພຣະເຈົ້າຕໍ່ຜູ້ທີ່ໄດ້ເຮັດບາບ ແລະ ຢາກທີ່ຈະກັບໃຈຢ່າງແທ້ຈິງ ແລະ ຄວາມເສົ້າສະຫລົດໃຈຂອງຜູ້ທີ່ໄດ້ຮັບຜົນກະທົບຈາກບາບນັ້ນ.
ຂ້າພະເຈົ້າໄດ້ເຫັນຄວາມຊອກຊໍ້າໃຈຂອງການປ່ວຍທາງຈິດສຳລັບທັງຜູ້ທີ່ເຈັບປ່ວຍ ແລະ ຜູ້ທີ່ທົນທຸກຢູ່ຢ່າງງຽບໆ ຂະນະທີ່ພວກເຂົາເບິ່ງດ້ວຍຄວາມສາມາດພຽງເລັກນ້ອຍທີ່ຈະຊ່ວຍເຫລືອ. ຂ້າພະເຈົ້າໄດ້ເຫັນການສູນເສຍສ່ວນຕົວຄັ້ງຍິ່ງໃຫຍ່ທີ່ເກີດຈາກໄພພິບັດທາງທຳມະຊາດ, ອຸທົກກະໄພ, ພະຍຸ, ອັກຄີໄພ, ແລະ ແຜ່ນດິນໄຫວ. ຂ້າພະເຈົ້າໄດ້ເຫັນຄວາມປັ່ນປ່ວນໃນປະເທດຕ່າງໆຈາກພະຍຸທາງການເມືອງ, ສົງຄາມ, ການທຳລາຍລ້າງ, ແລະ ຄວາມເຈັບປວດທີ່ມີມາ ເມື່ອສິ່ງທີ່ບໍ່ຄາດຝັນໄດ້ກະທົບຜູ້ທີ່ບໍລິສຸດ ແລະ ຜູ້ທີ່ກຳລັງສະແຫວງຫາທີ່ຈະເຮັດສິ່ງທີ່ຖືກຕ້ອງ.
Healing Hands [ມືທີ່ປິ່ນປົວ], ໂດຍ ໂຄລ໌ບີ ລາເຊັນ, ບໍ່ອະນຸຍາດໃຫ້ຄັດລອກ
ພຣະຜູ້ຊ່ວຍໃຫ້ລອດຊົງຊ່ວຍເຫລືອເຮົາ
ເມື່ອເວົ້າເຖິງການຊົດໃຊ້ຂອງພຣະເຢຊູຄຣິດ, ປະທານ ເຈມສ໌ ອີ ຟາວ (1920–2007), ທີ່ປຶກສາທີສອງໃນຝ່າຍປະທານສູງສຸດ, ໄດ້ກ່າວວ່າ: “ຜູ້ທີ່ໄດ້ຮັບບາດເຈັບຄວນເຮັດສິ່ງທີ່ພວກເຂົາສາມາດເຮັດໄດ້ ເພື່ອຜ່ານຜ່າການທົດລອງຂອງຕົນ, ແລະ ພຣະຜູ້ຊ່ວຍໃຫ້ລອດຈະ ‘ຊ່ວຍເຫລືອຜູ້ຄົນຂອງພຣະອົງຕາມຄວາມບົກພ່ອງຂອງພວກເຂົາ’ [ແອວມາ 7:12]. ພຣະອົງຈະຊ່ວຍແບກພາລະຂອງເຮົາ. ການບາດເຈັບບາງຢ່າງກໍເຈັບປວດ ແລະ ເລິກເຊິ່ງຫລາຍຈົນວ່າພວກເຂົາບໍ່ສາມາດໄດ້ຮັບການປິ່ນປົວໄດ້ໂດຍປາດສະຈາກຄວາມຊ່ວຍເຫລືອຈາກອຳນາດທີ່ສູງກວ່າ ແລະ ຄວາມຫວັງເພື່ອຄວາມຍຸຕິທຳ ແລະ ການຊົດເຊີຍໃນຊີວິດໜ້າ. … ພຣະອົງເຂົ້າໃຈຄວາມເຈັບປວດຂອງເຮົາ ແລະ ຈະຍ່າງໄປກັບເຮົາ ແມ່ນແຕ່ໃນຊົ່ວໂມງທີ່ມືດທີ່ສຸດຂອງເຮົາ.”
ຂ້າພະເຈົ້າຮູ້ສຶກຖືກດຶງດູດຂຶ້ນເລື້ອຍໆໃຫ້ເຂົ້າໄປຫາຄວາມຮັກຂອງພຣະຜູ້ຊ່ວຍໃຫ້ລອດ ແລະ ພອນທີ່ບໍ່ມີວັນສິ້ນສຸດທີ່ໄດ້ສັນຍາກັບເຮົາໄວ້ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ. ພຣະອົງບໍ່ໄດ້ປົກປ້ອງເຮົາຈາກປະສົບການທີ່ຍາກລຳບາກຂອງຊີວິດທີ່ນຳຄວາມເຈັບປວດອັນຫາທີ່ປຽບບໍ່ໄດ້ມາໃຫ້, ແຕ່ພຣະອົງໄດ້ປົກປ້ອງເຮົາຈາກຄວາມທໍລະມານອັນເປັນນິດ ແລະ ຄວາມບາດໝາງຈາກພຣະບິດາເທິງສະຫວັນ ແລະ ໄດ້ອະນຸຍາດໃຫ້ເຮົາ, ຜ່ານຄວາມທໍລະມານອັນຄອບຄຸມຂອງພຣະອົງ, ໃຫ້ມີຄວາມເປັນໄປໄດ້ທີ່ຈະໄດ້ຮັບຄວາມຊື່ນຊົມທີ່ສົມບູນແບບ ແລະ ຄວາມສຸກນິລັນດອນໃນພຣະພັກຂອງພຣະເຈົ້າ.
ປະທານ ດາລິນ ເອັຈ ໂອກສ໌ ໄດ້ເຕືອນເຮົາວ່າ: “ຄວາມຊ່ວຍເຫລືອທາງມະຕະທີ່ເຂັ້ມແຂງທີ່ສຸດເທົ່າທີ່ເຄີຍມີມາ ແມ່ນການປະທານພຣະຜູ້ຊ່ວຍໃຫ້ລອດ, ພຣະເຢຊູຄຣິດ, ຜູ້ທີ່ຈະທົນທຸກເພື່ອຈ່າຍຄ່າ ແລະ ໃຫ້ອະໄພບາບທີ່ກັບໃຈແລ້ວ. ການຊົດໃຊ້ທີ່ເມດຕາ ແລະ ມີລັດສະໝີພາບນັ້ນອະທິບາຍວ່າ ເປັນຫຍັງສັດທາໃນພຣະເຢຊູຄຣິດເຈົ້າຈຶ່ງເປັນຫລັກທຳຂໍ້ທຳອິດຂອງພຣະກິດຕິຄຸນ. ການຊົດໃຊ້ຂອງພຣະອົງ ‘ການຊົດໃຊ້ເຮັດໃຫ້ເກີດການຟື້ນຄືນຊີວິດຂອງຄົນຕາຍ;’ (ແອວມາ 42:23), ແລະ ມັນ ‘ຊົດໃຊ້ແທນບາບຂອງໂລກ’ (ແອວມາ 34:8), ໂດຍລຶບບາບທີ່ກັບໃຈແລ້ວທັງໝົດຂອງເຮົາ ແລະ ມອບອຳນາດໃຫ້ພຣະຜູ້ຊ່ວຍໃຫ້ລອດຂອງເຮົາເພື່ອຊ່ວຍເຫລືອເຮົາໃນຄວາມບົກພ່ອງທາງມະຕະຂອງເຮົາ.”
ລາຍລະອຽດຈາກ Prayer at Gethsemane [ຄຳອະທິຖານທີ່ເຄັດເຊມາເນ], ໂດຍ ເດວ ພາຊັນ, ອະນຸຍາດໃຫ້ຄັດລອກສຳລັບການໃຊ້ໃນສາດສະໜາຈັກເທົ່ານັ້ນ
ເຫດການທີ່ເປັນຈຸດປ່ຽນຂອງນິລັນດອນ
ເມື່ອຂ້າພະເຈົ້າຄິດເຖິງຄວາມທຸກທໍລະມານທີ່ຂ້າພະເຈົ້າໄດ້ເຫັນດ້ວຍຕົວເອງ, ຊຶ່ງຖືວ່າເລັກນ້ອຍຫລາຍເມື່ອປຽບທຽບກັບທຸກຄົນທີ່ເຄີຍ ຫລື ຈະຍ່າງຢູ່ເທິງແຜ່ນດິນໂລກ, ຂ້າພະເຈົ້າບໍ່ສາມາດພັນລະນາຄວາມຮູ້ສຶກຢູ່ໃນຫົວໃຈຂອງຂ້າພະເຈົ້າດ້ວຍຖ້ອຍຄຳໃດໆທີ່ຂ້າພະເຈົ້າຮູ້ ເຖິງສິ່ງທີ່ໜ້າຈະເກີດຢູ່ໃນພຣະໄທ ແລະ ຈິດໃຈ ແລະ ພຣະກາຍ ແລະ ຈິດວິນຍານຂອງພຣະຜູ້ຊ່ວຍໃຫ້ລອດ ໃນຊ່ວງເວລາອັນສັກສິດຂອງຄວາມທຸກທໍລະມານທີ່ຄອບຄຸມເພື່ອບາບ ແລະ ຄວາມເຈັບປວດຂອງມະນຸດຊາດທຸກຄົນ.
ເຫດການທີ່ເປັນຈຸດປ່ຽນຂອງຊົ່ວນິລັນດອນໄດ້ເລີ່ມຕົ້ນຂຶ້ນ ເມື່ອພຣະເຢຊູຄຣິດໄດ້ໄປ “ບ່ອນໜຶ່ງທີ່ຊື່ວ່າເຄັດເຊມາເນ” (ມັດທາຍ 26:36) ໃນພູເຂົາໝາກກອກເທດທາງນອກກຳແພງເມືອງຂອງນະຄອນເຢຣູຊາເລັມ. ພຣະອົງໄດ້ກ່າວຕໍ່ສານຸສິດຂອງພຣະອົງວ່າ, “ຈິດໃຈຂອງເຮົາເປັນທຸກໜັກແທບຈະຕາຍຢູ່ແລ້ວ” (ມັດທາຍ 26:38).
ພຣະອົງໄດ້ອະທິຖານ, ໂດຍກ່າວວ່າ, “ພຣະບິດາເຈົ້າຂອງລູກເອີຍ ຖ້າເປັນໄປໄດ້ ຂໍໃຫ້ຈອກແຫ່ງຄວາມທົນທຸກທໍລະມານນີ້ ເລື່ອນພົ້ນໄປຈາກລູກທ້ອນ ແຕ່ເຖິງຢ່າງໃດກໍດີ ຂໍຢ່າໃຫ້ເປັນໄປຕາມໃຈປາຖະໜາຂອງລູກ ແຕ່ໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງ.” (ມັດທາຍ 26:39). ພຣະອົງໄດ້ກັບໄປຫາສານຸສິດຂອງພຣະອົງ, ໄດ້ພົບວ່າພວກເຂົານອນຫລັບຢູ່, ກັບໄປອີກຄັ້ງ, ແລະ ໄດ້ອະທິຖານເປັນເທື່ອທີສອງ. “ພຣະບິດາເຈົ້າຂອງລູກເອີຍ ຖ້າລູກຈຳເປັນຕ້ອງດື່ມຈອກແຫ່ງຄວາມທົນທຸກທໍລະມານນີ້ ກໍໃຫ້ເປັນໄປຕາມຄວາມປະສົງຂອງພຣະອົງເທີ້ນ. … ແລະ [ພຣະອົງ] ພາວັນນາອະທິຖານເປັນເທື່ອທີສາມ ໂດຍກ່າວຖ້ອຍຄຳຢ່າງດຽວກັນ” (ມັດທາຍ 26:42, 44).
ພຣະເຢຊູຄຣິດໄດ້ດື່ມຈາກຈອກທີ່ຂົມຂື່ນ ແລະ ໄດ້ທົນທຸກທໍລະມານເໜືອຄວາມເຂົ້າໃຈທາງມະຕະຂອງເຮົາທັງຢູ່ໃນສວນເຄັດເຊມາເນ ແລະ ຢູ່ເທິງໄມ້ກາງແຂນ. ໂດຍປາດສະຈາກບາບ, ພຣະອົງໄດ້ຮັບເອົາບາບຂອງເຮົາທັງໝົດ, ເພື່ອວ່າເມື່ອເຮົາເຂົ້າມາຫາພຣະອົງ ແລະ ກັບໃຈ, ບາບ ແລະ ພາລະຂອງເຮົາກໍຈະຖືກຍົກອອກຈາກເຮົາ (ເບິ່ງ 2 ໂກຣິນໂທ 5:21).
ຄວາມທຸກທໍລະມານ, ຄວາມຕາຍ, ແລະ ການເສຍສະລະທີ່ຊົດໃຊ້ຂອງພຣະເຢຊູໄດ້ມີການຄາດໝາຍໄວ້ແລ້ວ. ໂດຍກ່າວໄວ້ 700 ປີກ່ອນການປະສູດຂອງພຣະເຢຊູ, ເອຊາຢາໄດ້ທຳນາຍໄວ້ວ່າ “ພຣະເຈົ້າຢາເວໄດ້ໃຫ້ທ່ານຮັບໂທດທັນຄືໂທດກຳທີ່ເຮົາທຸກຄົນສົມຄວນໄດ້ຮັບ” (ເອຊາຢາ 53:6). ພຣະເຢຊູໄດ້ກ່າວເຖິງການມອບພຣະຊົນຊີບຂອງພຣະອົງໃຫ້ເປັນ “ຄ່າໄຖ່” (ມັດທາຍ 20:28; ເບິ່ງ 1 ຕີໂມທຽວ 2:6 ນຳອີກ) “ເພື່ອ [ການປົດ] ບາບ” (ມັດທາຍ 26:28) ເພື່ອທຸກຄົນທີ່ເຊື່ອໃນພຣະອົງ ແລະ ກັບໃຈຈາກບາບຂອງຕົນ. ເປໂຕໄດ້ອະທິບາຍວ່າ ພຣະອົງໄດ້ “[ທໍລະມານເພື່ອບາບ]” (1 ເປໂຕ 3:18) ຢ່າງໃດ, ວ່າຜ່ານທາງບາດແຜຂອງພຣະອົງ ເຮົາກໍໄດ້ຮັບການປິ່ນປົວໃຫ້ຫາຍດີ (ເບິ່ງ 1 ເປໂຕ 2:24). ພຣະອົງໄດ້ເຮັດໃນສິ່ງທີ່ບໍ່ມີຜູ້ໃດສາມາດເຮັດໄດ້ ເພື່ອໃຫ້ເຮົາໄດ້ກັບຄືນສູ່ທີ່ປະທັບຂອງພຣະບິດາຂອງເຮົາ. ພຣະອົງໄດ້ “[ຮັບບາດເຈັບຍ້ອນການບາບຂອງພວກເຮົາ]” (ເອຊາຢາ 53:5).
ຫລັງຈາກຄວາມທຸກທໍລະມານຂອງພຣະອົງໃນເຄັດເຊມາເນ, ຄວາມທໍລະມານຂອງພຣະອົງໄດ້ດຳເນີນຕໍ່ໄປ—ການທໍລະຍົດຈາກຜູ້ທີ່ເຄີຍຍ່າງໄປກັບພຣະອົງ, ການຖືກເຍາະເຍີ້ຍຕໍ່ໜ້າຜູ້ປົກຄອງທີ່ບໍ່ຍຸຕິທຳ, ຄວາມເຈັບປວດຂອງພຣະກາຍຂອງພຣະອົງທີ່ກຳລັງຖືກຂ້ຽນຕີ, ມົງກຸດໜາມທີ່ໄດ້ຖືກກົດລົງໃສ່ພຣະສຽນຂອງພຣະອົງໂດຍພວກທະຫານທີ່ໂຫດຫ້ຽມ ແລະ ໄຮ້ຄວາມເມດຕາ (ເບິ່ງ ໂຢຮັນ 18:2–3, 12–14; ມາຣະໂກ 15:15–20), ແລະ ທ່ອນໄມ້ໜັກກໍກົດລົງໃສ່ເນື້ອກາຍຂອງຫລັງທີ່ຈີກຂາດຂອງພຣະອົງ ຂະນະທີ່ພຣະອົງເດີນໜ້າໄປທີ່ໂຄລະໂຄທາ (ເບິ່ງ ໂຢຮັນ 19:16–17).
ຢູ່ເທິງໄມ້ກາງແຂນ, ຄວາມທໍລະມານເຖິງຂີດສຸດທີ່ໄດ້ຮູ້ສຶກໃນເຄັດເຊມາເນໄດ້ກັບຄືນມາພ້ອມກັບຄວາມສາຫັດທີ່ບໍ່ມີມະນຸດຄົນໃດສາມາດທົນໄດ້. ພຣະເຢຊູຄຣິດ, ພຣະບຸດຂອງພຣະເຈົ້າ, ໄດ້ແບກຮັບພຣະບັນຊາແຫ່ງສະຫວັນຈາກພຣະບິດາຂອງພຣະອົງໄວ້ແຕ່ພຽງຜູ້ດຽວ ເພື່ອສະລະພຣະຊົນຂອງພຣະອົງເອງ. ພວກທະຫານ ແລະ ພວກຜູ້ປົກຄອງບໍ່ສາມາດເອົາມັນໄປຈາກພຣະອົງໄດ້ (ເບິ່ງ ໂຢຮັນ 10:18). ໃນຄວາມຄາລະວະ ແລະ ຄວາມຖ່ອມຕົວ, ພຣະເຢຊູໄດ້ກົ້ມພຣະສຽນຂອງພຣະອົງລົງ ແລະ ກ່າວວ່າ, “ສຳເລັດແລ້ວ” (ໂຢຮັນ 19:30).
ຊ່ວງເວລາສຸດທ້າຍຂອງຊີວິດມະຕະຂອງພຣະອົງໄດ້ສຳເລັດແລ້ວ. ບໍ່ມີຄຳໃດສາມາດພັນລະນາຄວາມຍິ່ງໃຫຍ່ຂອງ ຂອງປະທານອັນລໍ້າຄ່າຂອງພຣະເຢຊູຄຣິດ. ມັນຈະບໍ່ມີວັນຖືກຮຽກຮ້ອງໃຫ້ມີອີກ. ພຣະອົງໄດ້ທົນທຸກທໍລະມານ “ເທື່ອດຽວເທົ່ານັ້ນເປັນການສິ້ນສຸດ.” (ເຮັບເຣີ 10:10).
ພຣະອົງຟື້ນຄືນພຣະຊົນແລ້ວ!
ໂດຍທີ່ພາລະກິດແຫ່ງສະຫວັນຂອງພຣະອົງທີ່ໄດ້ສຳເລັດລຸລ່ວງແລ້ວນັ້ນ, ບັດນີ້ ພຣະອົງກໍເປັນຜູ້ທຳອິດໃນປະຫວັດສາດມະນຸດທັງໝົດທີ່ຟື້ນຄືນມາຈາກຫລຸມຝັງສົບສູ່ຄວາມເປັນອະມະຕະ (ເບິ່ງ 1 ໂກຣິນໂທ 15:21–23).
ເຫລົ່າທູດສະຫວັນໄດ້ກ່າວຕໍ່ພວກຜູ້ຍິງທີ່ຢູ່ອຸບໂມງວ່າ:
“ເປັນຫຍັງພວກເຈົ້າຈຶ່ງຊອກຫາຄົນເປັນຢູ່ໃນໝູ່ຄົນຕາຍ?
“ພຣະອົງບໍ່ໄດ້ຢູ່ທີ່ນີ້ ພຣະອົງເປັນຄືນມາສູ່ຊີວິດແລ້ວ” (ລູກາ 24:5–6).
ພຣະອົງໄດ້ກ່າວຕໍ່ເຫລົ່າອັກຄະສາວົກຂອງພຣະອົງວ່າ, “ຈົ່ງເບິ່ງມືແລະຕີນຂອງເຮົາດູ ນີ້ແມ່ນເຮົາເອງແທ້” (ລູກາ 24:39). ຕໍ່ມາ, “ພຣະອົງກໍໄດ້ປະກົດແກ່ … ຫລາຍກວ່າຫ້າຮ້ອຍຄົນໃນຄັ້ງດຽວ” (1 ໂກຣິນໂທ 15:6). ພະຍານຜູ້ເຫັນເຫດການໄດ້ເຫັນພຣະຜູ້ຊ່ວຍໃຫ້ລອດທີ່ຟື້ນຄືນພຣະຊົນ. ພຣະອົງບໍ່ໄດ້ສິ້ນພຣະຊົນ. ພຣະອົງຊົງພຣະຊົນຢູ່.
ພຣະເຢຊູຄຣິດໄດ້ທຳລາຍໂສ້ ແລະ ກຸນແຈມືແຫ່ງຄວາມເປັນທາດອັນເປັນນິດແຫ່ງຄວາມຕາຍ ເພື່ອທຸກໆຄົນທີ່ເຄີຍມີຊີວິດຢູ່ ຫລື ຜູ້ທີ່ຈະມີຊີວິດຢູ່ເທິງແຜ່ນດິນໂລກ (ເບິ່ງ 1 ໂກຣິນໂທ 15:22). ພຣະອົງໄດ້ພິຊິດສັດຕູທີ່ຄອບຄຸມຂອງເຮົາ; ສັດຕູແຫ່ງຄວາມຕາຍໄດ້ຖືກປາບປາມຕະຫລອດໄປແລ້ວ.
ປະທານ ຣະໂຊ ເອັມ ແນວສັນ (1924–2025) ໄດ້ກ່າວວ່າ: “ພຣະເຢຊູຄຣິດໄດ້ຮັບເອົາບາບ ຂອງທ່ານ, ຄວາມເຈັບປວດ ຂອງທ່ານ, ຄວາມເຈັບປວດໃຈ ຂອງທ່ານ, ແລະ ຄວາມອ່ອນແອ ຂອງທ່ານ. ທ່ານບໍ່ຈຳເປັນຕ້ອງແບກຮັບສິ່ງເຫລົ່ານີ້ພຽງລຳພັງ! ພຣະອົງຈະໃຫ້ອະໄພທ່ານເມື່ອທ່ານກັບໃຈ. ພຣະອົງຈະອວຍພອນທ່ານດ້ວຍສິ່ງທີ່ທ່ານຕ້ອງການ. ພຣະອົງຈະປິ່ນປົວຈິດວິນຍານທີ່ບາດເຈັບຂອງທ່ານ. ເມື່ອທ່ານທຽມແອກກັບພຣະອົງ, ພາລະຂອງທ່ານຈະເບົາບາງລົງ. ຖ້າຫາກທ່ານຈະເຮັດ ແລະ ຮັກສາພັນທະສັນຍາທີ່ຈະຕິດຕາມພຣະເຢຊູຄຣິດ, ທ່ານຈະພົບວ່າຊ່ວງເວລາທີ່ເຈັບປວດໃນຊີວິດຂອງທ່ານ ເປັນພຽງຊົ່ວຄາວ. ຄວາມທຸກຂອງທ່ານຈະ ‘ຖືກກືນເຂົ້າໄປໃນຄວາມສຸກຂອງພຣະຄຣິດ’ [ແອວມາ 31:38]”
ໃນຖານະໜຶ່ງໃນອັກຄະສາວົກທີ່ໄດ້ຮັບການແຕ່ງຕັ້ງ, ຂ້າພະເຈົ້າເຄີຍປະສົບກັບຊ່ວງເວລາທາງວິນຍານ ແລະ ເປັນສ່ວນຕົວທີ່ໄດ້ນຳຄຳພະຍານທີ່ແນ່ນອນ ແລະ ແນ່ຊັດມາສູ່ຂ້າພະເຈົ້າວ່າ ພຣະອົງຊົງພຣະຊົນ. ໃນລະດູອີດສະເຕີນີ້, ຂໍໃຫ້ຖ້ອຍຄຳເຫລົ່ານີ້ດຳລົງຢູ່ໃນຈິດໃຈ ແລະ ຫົວໃຈຂອງທ່ານຢ່າງອ່ອນໂຍນວ່າ: “ໃຫ້ຂ້າຈົດຈຳວ່າ ເພື່ອຂ້າ ໂອ ພຣະຫລັ່ງໂລຫິດສິ້ນຊີວີ,” ຂະນະທີ່ເຮົາປິຕິຍິນດີໃນການຮ້ອງເພງ:
© 2023 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, April 2026. Laotian. 20038 000