​Liahona
ເຮົາ​ຈະ​ອວຍ​ພອນ​ຊົນ​ຊາດ​ທັງ​ປວງ
ເດືອນ​ມີ​ນາ 2026 Liahona


“ເຮົາ​ຈະ​ອວຍ​ພອນ​ຊົນ​ຊາດ​ທັງ​ປວງ,” Liahona, ເດືອນ ມີ​ນາ. 2026.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມີ​ນາ 2026

ເຮົາ​ຈະອວຍ​ພອນ​ຊົນ​ຊາດ​ທັງ​ປວງ

ຖ້າ​ເຮົາ​ເຮັດ​ຕາມ ແລະ ແບ່ງ​ປັນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ຄອບ​ຄົວ​ແລ້ວ, ພຣະ​ອົງ​ຈະ​ຢູ່​ກັບ​ເຮົາ, ສະ​ໜັບ​ສະ​ໜູນ​ເຮົາ, ແລະ ຮ່ວມ​ກັບ​ເຮົາ​ໃນ​ການ​ເດີນ​ທາງ​ກັບ​ຄືນ​ໄປ​ຫາ​ພຣະ​ອົງ.

ພາບ​ປະ​ກອບ​ຂອງ​ຢາ​ໂຄບ​ກຳ​ລັງ​ເຫັນ​ພາບ​ນິ​ມິດ

Jacob’s Dream at Bethel [ຄວາມ​ຝັນ​ຂອງ​ຢາ​ໂຄບ​ຢູ່​ທີ່​ເບັດ​ເອນ], ໂດຍ ເຈ ເຄັນ ສະ​ເປັນ​ເຊີ

ເມື່ອ​ບໍ່​ດົນ​ມາ​ນີ້, ຊິດ​ສະ​ເຕີ ອຸກ​ດອບ ແລະ ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ພິ​ທີ​ບັບ​ຕິ​ສະ​ມາ​ຂອງ​ຫລານ​ທວດ​ຄົນ​ໜຶ່ງ​ຂອງ​ພວກ​ເຮົາ. ຂະ​ນະ​ທີ່​ພວກ​ເຮົາ​ໄດ້​ເຫັນ​ຫລາຍ​ລຸ້ນ​ຄົນ​ກຳ​ລັງ​ສະ​ເຫລີມ​ສະ​ຫລອງ​ເຫດ​ການ​ນີ້​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ, ພວກ​ເຮົາ​ຮູ້​ສຶກ​ກະ​ຕັນ​ຍູ​ຢ່າງ​ເລິກ​ເຊິ່ງ​ຕໍ່​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ສຳ​ລັບ​ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ອົງ​ທີ່​ມີ​ໃຫ້​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ. ເຮົາ​ສຳ​ຜັດ​ໄດ້​ວ່າ​ຄອບ​ຄົວ ແລະ ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ນັ້ນ​ມິ​ຄວາມ​ສຳ​ຄັນ​ຫລາຍ​ຕໍ່​ພຣະ​ອົງ​ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ.

ຄວາມ​ສຳ​ຄັນ​ນັ້ນ​ສາ​ມາດ​ເຫັນ​ໄດ້​ໃນ​ເລື່ອງ​ລາວ​ພຣະ​ຄຳ​ພີ​ເດີມ​ກ່ຽວ​ກັບ​ຢາ​ໂຄບ​ທີ່​ຊື່​ສັດ, ຜູ້​ທີ່​ໄດ້​ເດີນ​ທາງ​ອັນ​ຍາວ​ໄກ ແລະ ຍາກ​ລຳ​ບາກ​ເພື່ອ​ຊອກ​ຫາ​ພັນ​ລະ​ຍາ, ແຕ່ງ​ງານ​ໃນ​ພັນ​ທະ​ສັນ​ຍາ, ແລະ ສ້າງ​ຄອບ​ຄົວ. ຄືນ​ໜຶ່ງ, ຢາ​ໂຄບ​ໄດ້​ຢຸດ​ພັກ​ຜ່ອນ​ເພື່ອ​ນອນ​ຄ້າງ​ຄືນ ແຕ່​ວ່າ​ມີ​ພຽງ​ແຕ່​ກ້ອນ​ຫີນ​ເທົ່າ​ນັ້ນ​ທີ່​ໃຊ້​ເປັນ​ໝອນ​ສຳ​ລັບ​ເພິ່ນ. ເພິ່ນ​ຕ້ອງ​ເມື່ອຍ​ຫລາຍ​ເພາະ​ວ່າ​ເພິ່ນ​ຍັງ​ນອນ​ຫລັບ​ໄດ້—ແລະ ຍັງ​ຝັນ​ອີກ​ດ້ວຍ.

ດ້ວຍ​ເປົ້າ​ໝາຍ​ຂອງ​ການ​ມີ​ຄ່າ​ຄວນ​ໃນ​ການ​ແຕ່​ງານ​ແລະ ມີ​ຄອບ​ຄົວ​ໃນ​ພັນ​ທະ​ສັນ​ຍາ​ທີ່​ມີ​ຢູ່​ໃນ​ໃຈ​ຂອງ​ເພິ່ນ​ຢ່າງ​ແນ່​ນອນ, ຢາ​ໂຄບ​ໄດ້​ເຫັນ “ຂັ້ນ​ໄດ​ແຕ່​ດິນ​ຈົນ​ຈຸ​ສະ​ຫວັນ ແລະ ມີ​ບັນ​ດາ​ເຫລົ່າ​ທູດ​ສະ​ຫວັນ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ຍ່າງ​ຂຶ້ນ​ຍ່າງ​ລົງ​ຕາມ​ຂັ້ນ​ໄດ​ນັ້ນ.

“ແລະ​ຢູ່​ທີ່​ນັ້ນ ພຣະ​ເຈົ້າ​ຢາ​ເວ​ກຳ​ລັງ​ຢືນ​ຢູ່​ຂ້າງ​ລາວ, ພຣະ​ອົງ​ກ່າວ​ວ່າ, ເຮົາ​ແມ່ນ​ພຣະ​ເຈົ້າ​ຢາ​ເວ ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ​ປູ່​ຂອງ​ເຈົ້າ, ແລະ​ພຣະ​ເຈົ້າ​ຂອງ​ອີ​ຊາກ” (ປະ​ຖົມ​ມະ​ການ 28:12–13).

ຈາກ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ພັນ​ທະ​ສັນ​ຍາ​ແຫ່ງ​ຄຳ​ສັນ​ຍາ​ທີ່​ສຳ​ຄັນ​ບາງ​ປະ​ການ​ກັບ​ຢາ​ໂຄບ—ຊຶ່ງ​ເປັນ​ຄຳ​ສັນ​ຍາ​ທີ່​ພຣະ​ອົງ​ໄດ້​ເຮັດ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ຢາ​ໂຄບ, ອີ​ຊາກ, ແລະ ປູ່​ຂອງ​ເພິ່ນ, ອັບ​ຣາ​ຮາມ​ນຳ​ອີກ, ລວມ​ທັງ:

  • ຄຳ​ສັນ​ຍາ​ທີ່​ວ່າ​ຢາ​ໂຄບ​ຈະ​ກາຍ​ເປັນ​ບັນ​ພະ​ບຸ​ລຸດ​ຂອງ “ລູກ​ຫລານ​ຢ່າງ​ຫລວງ​ຫລາຍ” (ປະ​ຖົມ​ມະ​ການ 28:3; ເບິ່ງ ຂໍ້​ທີ 14ນຳ​ອີກ).

  • ຄຳ​ສັນ​ຍາ​ເລື່ອງ​ແຜ່ນ​ດິນ​ສຳ​ລັບ​ລູກ​ຫລານ​ຂອງ​ຢາ​ໂຄບ (ເບິ່ງ ປະ​ຖົມ​ມະ​ການ 28:4, 13).

  • ຄຳ​ສັນ​ຍາ​ທີ່​ວ່າ ຜ່ານ​ທາງ​ຢາ​ໂຄບ ແລະ “ເຊື້ອ​ສາຍ​ຂອງ​ເພິ່ນ ຄອບ​ຄົວ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ” (ປະ​ຖົມ​ມະ​ການ 28:14; ເນັ້ນ​ຄຳ​ເນີ້ງ).

ປະ​ສົບ​ການ​ຂອງ​ຢາ​ໂຄບ​ນັ້ນ​ສັກ​ສິດ​ຫລາຍ​ຈົນ​ເພິ່ນ​ໄດ້​ປະ​ກາດ​ວ່າ: “ພຣະ​ຜູ້​ເປັນ​ເຈົ້າ​ສະ​ຖິດ​ຢູ່​ບ່ອນ​ນີ້​ແທ້ໆ. … ຄົງ​ເປັນ​ວິ​ຫານ​ຂອງ​ພຣະ​ເຈົ້າ, ແລະ​ຄົງ​ເປັນ​ປະຕູ​ທີ່​ໄຂ​ໄປ​ສູ່​ສະ​ຫວັນ” (ປະ​ຖົມ​ມະ​ການ 28:16–17). ແລະ​ດັ່ງ​ນັ້ນ, ຢາ​ໂຄບ​ຈຶ່ງ​ເອີ້ນ​ເຂດ​ນີ້​ວ່າ ເບັດ​ເອນ, ຊຶ່ງ​ມີ​ຄວາມ​ໝາຍ​ວ່າ “ບ້ານ​ຂອງ​ພຣະ​ເຈົ້າ” (ປະ​ຖົມ​ມະ​ການ 28:19, ໝາຍ​ເຫດ​ຢູ່​ດ້ານ​ລຸ່ມ ).

ພອນ​ທີ່​ສັນ​ຍາ​ໄວ້​ໄດ້​ມອບ​ໃຫ້​ໃນ​ຄວາມ​ຝັນ​ຂອງ​ຢາ​ໂຄບ​ຮຽກ​ຮ້ອງ​ໃຫ້​ຢາ​ໂຄບ​ຕ້ອງ​ຜ່ານ​ຜ່າ​ອຸ​ປະ​ສັກ​ໃນ​ຊີ​ວິດ​ຕົວ​ຈິງ. ໃນ​ຖາ​ນະ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ມັນ​ບໍ່​ແມ່ນ​ເລື່ອງ​ຍາກ​ທີ່​ຈະ​ເຫັນ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ຄວາມ​ຝັນ​ຂອງ​ຢາ​ໂຄບ, ກັບ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ພຣະ​ວິ​ຫານ​ກໍ​ຄ້າຍ​ຄື​ກັນ​ກັບ​ຂັ້ນ​ໄດ​ທີ່​ຢາ​ໂຄບ​ໄດ້​ເຫັນ. ຄຳ​ສອນ, ພິ​ທີ​ການ, ແລະ ພັນ​ທະ​ສັນ​ຍາ​ຂອງ​ບ້ານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ເຊື່ອມ​ຕໍ່​ສະ​ຫວັນ ແລະ ແຜ່ນ​ດິນ​ໂລກ. ພັນ​ທະ​ສັນ​ຍາ​ຕ່າງໆ​ກໍ​ປຽບ​ເໝືອນ​ດັ່ງ​ລູກ​ຂັ້ນ​ໄດ ທີ່​ດຶງ​ດູດ​ເຮົາ​ໃຫ້​ເຂົ້າ​ໃກ້​ຊິດ​ກັບ​ພຣະ​ຜູ້​ເປັນ​ເຈົ້າ. ແລະ, ຜ່ານ​ການ​ຮັບ​ໃຊ້​ອັນ​ສັກ​ສິດ​ທີ່​ເຮົາ​ຖວາຍ​ໃນ​ພຣະ​ວິ​ຫານ​ອັນ​ສັກ​ສິດ, ເຮົາ​ຈະ​ອວຍ​ພອນ​“ຊົນ​ຊາດ​ທັງ​ປວງ”—ທັງ​ໃນ​ອະ​ດີດ, ປະ​ຈຸ​ບັນ, ແລະ ອະ​ນາ​ຄົດ.

“ຊ່າງ​ເປັນ​ການ​ຄົ້ນ​ພົບ​ທີ່​ປະ​ເສີດ​ແທ້ໆ!”

ແອວ​ເດີ ບລູສ໌ ຊີ ເຮ​ເຟັນ, ອະ​ດີດ​ສາ​ວົກ​ເຈັດ​ສິບ, ຄັ້ງ​ໜຶ່ງ​ໄດ້​ຮັບ​ໂທ​ລະ​ສັບ​ຈາກ​ບັນ​ນາ​ທິ​ການ​ສຳ​ນັກ​ງານ​ຂ່າວ​ວາ​ລະ​ສານ​ແຫ່ງ​ຊາດ. ບັນ​ນາ​ທິ​ການ​ຄົນ​ນັ້ນ​ຢາກ​ເວົ້າ​ກ່ຽວ​ກັບ​ໜັງ​ສື​ເຫລັ້ມ​ລ່າ​ສຸດ​ທີ່​ສຳ​ຫລວດ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ຄວາມ​ເຊື່ອ​ກ່ຽວ​ກັບ​ສະ​ຫວັນ​ໃນ​ສາດ​ສະ​ໜາ​ທີ່​ຫລາກ​ຫລາຍ.

“ບັນ​ດາ​ຜູ້​ຂຽນ​ທັງ​ຫລາຍ​ໄດ້​ພົບ​ວ່າ​ໃນ​ສາ​ທາ​ລະ​ນະ​ສ່ວນ​ຫລາຍ​ແມ່ນ​ຮູ້​ສຶກ​ມີ​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ທີ່​ຈະ​ໄປ​ສະ​ຫວັນ—ແລະ​ມີ​ຄອບ​ຄົວ​ໃນ​ສະ​ຫວັນ” ແອວ​ເດີ ເຮ​ເຟັນ​ໄດ້​ຂຽນ​ໄວ້. ແຕ່​ໃນ​ຂະ​ນະ​ທີ່​ຜູ້​ຄົນ​ຍັງ​ເຊື່ອ​ໃນ​ຊີ​ວິດ​ຫລັງ​ຄວາມ​ຕາຍ, ຄວາມ​ຮັກ​ນິ​ລັນ​ດອນ, ແລະ ການ​ລວມ​ຕົວ​ກັນ​ຂອງ​ຄອບ​ຄົວ​ໃນ​ສະ​ຫວັນ, “ສາດ​ສະ​ໜາ​ຄຣິດ​ສະ​ຕຽນ​ສ່ວນ​ຫລາຍ​ແມ່ນ​ໃຫ້​ການ​ຕອບ​ສະ​ໜອງ​ໜ້ອຍ​ຕໍ່​ຄວາມ​ປາດ​ຖະ​ໜາ​ອັນ​ແຮງ​ກ້າ​ນີ້”—ຍົກ​ເວັ້ນ​ແຫ່ງ​ດຽວ​ຄື: ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ.

ໃນ​ສາດ​ສະ​ໜາ​ຈັກ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ເຮົາ​ມີ​ພຣະ​ວິ​ຫານ​ສັກ​ສິດ. ເຮົາ​ມີ​ການ​ແຕ່ງ​ງານ​ນິ​ລັນ​ດອນ, ດ້ວຍ​ສິດ​ອຳ​ນາດ​ຂອງ​ການ​ຜະ​ນຶກ​ທີ່​ໃຫ້​ພອນ​ເໜືອ​ຄວາມ​ຕາຍ​ທາງ​ຮ່າງ​ກາຍ. ເຮົາ​ມີ​ຄຳ​ສັນ​ຍາ​ເຖິງ​ອະ​ນາ​ຄົດ​ນິ​ລັນ​ດອນ​ກັບ​ຄົນ​ທີ່​ເຮົາ​ຮັກ​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ບິ​ດາ ແລະ ພຣະ​ບຸດ. ຈາກ​ຂໍ້​ມູນ​ທັງ​ໝົດ​ນີ້, ບັນ​ດາ​ຜູ້​ຂຽນ​ທັງ​ຫລາຍ​ໄດ້​ສະ​ຫລຸບ​ວ່າ ແນວ​ຄິດ​ກ່ຽວ​ກັບ​ສະ​ຫວັນ​ຂອງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ແມ່ນ​ສົມ​ບູນ​ທີ່​ສຸດ—ແລະ, ຂ້າ​ພະ​ເຈົ້າ​ຂໍ​ເພີ່ມ, ຄຳ​ວ່າ​ມີ​ຄວາມ​ສຸກ​ທີ່​ສຸດ​ອີກ​ດ້ວຍ.

“ຊ່າງ​ເປັນ​ການ​ຄົ້ນ​ພົບ​ທີ່​ປະ​ເສີດ​ແທ້ໆ!” ແອວ​ເດີ ເຮ​ເຟັນ​ໄດ້​ສັງ​ເກດ. “ຄົນ​ສ່ວນ​ຫລາຍ​ໃນ​ປະ​ຈຸ​ບັນ​ຫວັງ​ທີ່​ຈະ​ມີ​ຄອບ​ຄົວ​ນິ​ລັນ​ດອນ, ແລະ [ພຣະ​ກິດ​ຕິ​ຄຸນ​ທີ່​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ] ຕອບ​ສະ​ໜອງ​ຄວາມ​ຫວັງ​ນັ້ນ​ໄດ້​ດີ​ກວ່າ​ແນວ​ຄິດ​[ຫລື ຄວາມ​ເຊື່ອ​ທາງ​ສາດ​ສະ​ໜາ]​ອື່ນໆ​ທີ່​ເປັນ​ທີ່​ຮູ້​ຈັກ. ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ທົ່ວ​ໂລກ​ໄດ້​ຍິນ​ລູກໆ [ຂອງ​ພວກ​ເຮົາ] ຮ້ອງ​ເພງ​ກ່ຽວ​ກັບ​ຂ່າວ​ດີ​ທີ່​ວ່າ: ‘ຄອບ​ຄົວ​ສາ​ມາດ​ຢູ່​ດ້ວຍ​ກັນ​ຊົ່ວ​ນິ​ລັນ.’”

ຄອບ​ຄົວ​ບໍ່​ໄດ້​ເປັນ​ພຽງ​ແຕ່​ການ​ຈັດ​ລະ​ບຽບ​ເພື່ອ​ຄວາມ​ສະ​ດວກ​ທາງ​ສັງ​ຄົມ​ເທົ່າ​ນັ້ນ. ພວກ​ມັນ​ຄື​ແບບ​ແຜນ​ນິ​ລັນ​ດອນ​ຂອງ​ສະ​ຫວັນ. ພວກ​ມັນ​ຄື “ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ແຜນ​ຂອງ​ພຣະ​ຜູ້​ສ້າງ ສຳ​ລັບ​ວິ​ຖີ​ຊີ​ວິດ​ອັນ​ນິ​ລັນ​ດອນ​ຂອງ​ລູກໆ​ຂອງ​ພຣະ​ອົງ.” ດັ່ງ​ທີ່ ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ (1924–2025) ໄດ້​ສິດ​ສອນ​ເຮົາ​ວ່າ: “[ພຣະ​ຜູ້​ເປັນ​ເຈົ້າ] ໄດ້​ສ້າງ​ໂລກ​ນີ້​ຂຶ້ນ​ມາ [ເພື່ອ] ວ່າ​ເຮົາ​ຈະ​ໄດ້​ຮັບ​ຮ່າງ​ກາຍ ແລະ ສ້າງ​ຄອບ​ຄົວ. ພຣະ​ອົງ​ໄດ້​ສະ​ຖາ​ປະ​ນາ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ອົງ​ຂຶ້ນ​ມາ​ເພື່ອ​ເຮັດ​ໃຫ້​ຄອບ​ຄົວ​ສູງ​ສົ່ງ. ພຣະ​ອົງ​ສ້າງ​ພຣະ​ວິ​ຫານ​ໄວ້​ເພື່ອ​ໃຫ້​ຄອບ​ຄົວ​ສາ​ມາດ​ຢູ່​ດ້ວຍ​ກັນ​ຊົ່ວ​ນິ​ລັນ​ດອນ.”

ແຕ່​ຄວາມ​ສົນ​ໃຈ​ຂອງ​ເຮົາ​ໃນ​ຄອບ​ຄົວ​ທີ່​ເຂັ້ມ​ແຂງ​ນັ້ນ​ບໍ່​ໄດ້​ແມ່ນ​ແຕ່​ກ່ຽວ​ກັບ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ເທົ່າ​ນັ້ນ. ຄອບ​ຄົວ​ມີ​ບົດ​ບາດ​ສຳ​ຄັນ​ຕໍ່​ຄວາມ​ສຸກ​ໃນ​ຊີ​ວິດ​ມະ​ຕະ​ຂອງ​ເຮົາ​ເຊັ່ນ​ກັນ. ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ຜູ້​ຮູ້​ຢ່າງ​ທ່ຽງ​ແທ້​ວ່າ​ສິ່ງ​ໃດ​ທີ່​ຈະ​ນຳ​ຄວາມ​ສຸກ​ມາ​ໃຫ້​ເຮົາ​ໃນ​ປະ​ຈຸ​ບັນ ແລະ ນິ​ລັນ​ດອນ, ຈຶ່ງ​ສົ່ງ​ລູກໆ​ຂອງ​ພຣະ​ອົງ​ມາ​ສູ່​ຄອບ​ຄົວ—ເຖິງ​ແມ່ນ​ວ່າ​ຄອບ​ຄົວ​ນັ້ນ​ຈະ​ບໍ່​ສົມ​ບູນ​ແບບ​ກໍ​ຕາມ—ແລະ ເຊື້ອ​ເຊີນ​ເຮົາ​ໃຫ້​ສ້າງ ແລະ ບຳ​ລຸງ​ລ້ຽງ​ຄອບ​ຄົວ​ໃຫ້​ເຂັ້ມ​ແຂງ. ແນ່​ນອນ, “ການ​ເປັນ​ພິ​ການ, ການ​ຕາຍ, ຫລື ໃນ​ກໍ​ລະ​ນີ​ອື່ນໆ ອາດ​ເຮັດ​ໃຫ້​ໜ້າ​ທີ່​ຂອງ​ພໍ່ ຫລື ແມ່​ປ່ຽນ​ໄປ.” ແຕ່​ບໍ່​ມີ​ສິ່ງ​ໃດ​ທີ່​ສາ​ມາດ​ທົດ​ແທນ​ໜ້າ​ຮັບ​ຜິດ​ຊອບ​ທີ່​ສຳ​ຄັນ, ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ສະ​ຫວັນ​ຂອງ​ສາ​ມີ ແລະ ພັນ​ລະ​ຍາ, ພໍ່ ແລະ ແມ່​ໄດ້.

ການ​ຄົ້ນ​ຄວ້າ​ກ່ຽວ​ກັບ “ຄອບ​ຄົວ​ທາງ​ຊີ​ວະ​ພາບ, ທີ່​ມີ​ຄວາມ​ຜູກ​ພັນ​ກັນ, ປະ​ກອບ​ດ້ວຍ​ພໍ່​ແມ່​ທັງ​ສອງ​ຄົນ” ຍັງ​ສະ​ແດງ​ໃຫ້​ເຫັນ​ຕໍ່​ໄປ​ອີກ​ວ່າ​ຄອບ​ຄົວ​ມີ​ຄວາມ​ຈຳ​ເປັນ​ຕໍ່​ການ​ຮັກ​ສາ “ຄວາມ​ຜູກ​ພັນ​ອັນ​ເລິກ​ເຊິງ​ໃນ​ຄວາມ​ຮັກ ແລະ ຄວາມ​ໃກ້​ຊິດ.” ມັນ​ຄື “ບ່ອນ​ເພາະ​ບົ່ມ​ຫລັກ​ສຳ​ລັບ​ບຸກ​ຄົນ​ທີ່​ມີ​ຄວາມ​ໝັ້ນ​ຄົງ, ປັບ​ຕົວ​ໄດ້​ດີ, ແລະ ມີ​ຈິດ​ສຳ​ນຶກ​ທາງ​ສັງ​ຄົມ.”

ຜູ້​ປົກ​ປ້ອງ​ຄອບ​ຄົວ​ຢ່າງ​ພາກ​ພຽນ

ແນ່​ນອນ​ວ່າ, ມັນ​ບໍ່​ແມ່ນ​ເລື່ອງ​ທີ່​ເຮັດ​ໃຫ້​ເຮົາ​ປະ​ຫລາດ​ໃຈ​ສຳ​ລັບ​ບາງ​ສິ່ງ​ບາງ​ຢ່າງ​ທີ່​ສຳ​ຄັນ​ໃນ​ແຜນ​ຂອງ​ພຣະ​ເຈົ້າ​ຍ່ອມ​ຈະ​ຕ້ອງ​ປະ​ເຊີນ​ກັບ​ການ​ຕໍ່​ຕ້ານ. ຊາ​ຕານ​ບໍ່​ເຄີຍ​ເປັນ​ມິດ​ກັບ​ຄອບ​ຄົວ​ເລີຍ, ແລະ ຄວາມ​ພະ​ຍາ​ຍາມ​ຂອງ​ມັນ​ກໍ​ຍິ່ງ​ຮີບ​ດ່ວນ​ຂຶ້ນ​ເລື່ອຍໆ “ເພາະ​ມັນ​ຮູ້​ວ່າ​ເວ​ລາ​ຂອງ​ມັນ​ມີ​ໜ້ອຍ” (ພຣະ​ນິ​ມິດ 12:12). ດັ່ງ​ທີ່​ປະ​ທານ ເອັມ ຣະ​ໂຊ ບາ​ເລີດ (1928–2023), ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແທນ​ຊົ່ວ​ຄາວ, ໄດ້​ກ່າວ​ວ່າ, “ຊາ​ຕານ​ຮູ້​ຈັກ​ວິ​ທີ​ທີ່​ແນ່​ນອນ ແລະ ມີ​ປະ​ສິດ​ທິ​ພາບ​ທີ່​ສຸດ​ໃນ​ການ​ຂັດ​ຂວາງ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ນັ້ນ​ກໍ​ຄື ການ​ຫລຸດ​ປະ​ສິດ​ທິ​ພາບ​ຂອງ​ຄອບ​ຄົວ ແລະ ຄວາມ​ສັກ​ສິດ​ຂອງ​ບ້ານ.”

ໂດຍ​ການ​ຮູ້​ຈັກ​ສິ່ງ​ທີ່​ເຮົາ​ຮູ້​ກ່ຽວ​ກັບ​ແຜນ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ພຣະ​ເຈົ້າ, ແຜນ​ຂອງ​ພຣະ​ອົງ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ, ແລະ ຄວາມ​ສຳ​ຄັນ​ນິ​ລັນ​ດອນ​ຂອງ​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ, ເຮົາ​ຈຶ່ງ​ຄວນ​ເປັນ​ໜຶ່ງ​ໃນ​ຜູ້​ປົກ​ປ້ອງ​ຄອບ​ຄົວ​ທີ່​ພາກ​ພຽນ​ທີ່​ສຸດ​ໃນ​ໂລກ.

ເຮົາ​ຈະ​ເຮັດ​ສິ່ງ​ນີ້​ໄດ້​ແນວ​ໃດ?

ປະ​ທານ​ດາ​ລິນ ເອັຈ ໂອກສ໌ ໄດ້​ສະ​ເໜີ​ຄຳ​ແນະ​ນຳ​ນີ້​ວ່າ: “ໃບ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ … ເປັນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເນັ້ນ​ຄືນ​ອີກ ເຖິງ​ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ ທີ່​ເຮົາ​ຕ້ອງ​ການ ເພື່ອ​ຄ້ຳ​ຈູນ​ເຮົາ ຕ້ານ​ກັບ​ການ​ທ້າ​ທາຍ​ໃນ​ປະ​ຈຸ​ບັນ​ກ່ຽວ​ກັບ​ຄອບ​ຄົວ.”

ໃນ​ຊີ​ວິດ​ສ່ວນ​ຕົວ​ຂອງ​ເຮົາ, ເຮົາ​ສາ​ມາ​ເຮັດ “ເລື່ອງ​ເລັກ​ນ້ອຍ ແລະ ງ່າຍໆ” (ແອວ​ມາ 37:6) ທີ່​ເສີມ​ສ້າງ​ຄວາມ​ສຳ​ພັນ​ໃນ​ຄອບ​ຄົວ. ນີ້​ລວມ​ທັງ​ການ​ປະ​ຕິ​ບັດ​ຕາມ​ຫລັກ​ທຳ​ຂອງ​ຄອບ​ຄົວ ແລະ ການ​ແຕ່ງ​ງານ​ທີ່​ປະ​ສົບ​ຄວາມ​ສຳ​ເລັດ​ຕາມ​ທີ່​ໄດ້​ລະ​ບຸ​ໄວ້​ໃນ​ການ​ປະ​ກາດ​ກ່ຽວ​ກັບ​ຄອບ​ຄົວ: “ສັດ​ທາ, ການ​ອະ​ທິ​ຖານ, ການ​ກັບ​ໃຈ, ການ​ໃຫ້​ອະ​ໄພ, ການ​ນັບ​ຖື, ຄວາມ​ຮັກ, ຄວາມ​ເມດ​ຕາ, ວຽກ​ງານ, ແລະ ກິດ​ຈະ​ກຳ​ທີ່​ໃຫ້​ການ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ທີ່​ເປັນ​ປະ​ໂຫຍດ​ຕ່າງໆ.” ບໍ່​ວ່າ​ສະ​ຖາ​ນະ​ການ​ຂອງ​ຄອບ​ຄົວ​ເຮົາ​ຈະ​ເປັນ​ຢ່າງ​ໃດ​ໃນ​ປະ​ຈຸ​ບັນ, ເຮົາ​ກໍ​ສາ​ມາດ​ສະ​ແດງ​ອອກ​ໃຫ້​ເຫັນ​ໄດ້​ດ້ວຍ​ການ​ກະ​ທຳ​ທີ່​ວ່າ​ຄວາມ​ສຳ​ພັນ​ຂອງ​ຄອບ​ຄົວ​ແມ່ນ​ສິ່ງ​ທີ່​ສຳ​ຄັນ​ທີ່​ສຸດ​ຊົ່ວ​ນິ​ລັນ​ດອນ​ສຳ​ລັບ​ເຮົາ.

ໃນ​ຖາ​ນະ​ທີ່​ເປັນ “ພົນ​ລະ​ເມືອງ” ໃນ​ຊຸມ​ຊົນ​ຂອງ​ເຮົາ, ເຮົາ​ສາ​ມາດ “ຊ່ວຍ​ກັນ​ຊຸກ​ຍູ້​ຜູ້​ຄົນ​ໃຫ້​ເຮັດ​ຕາມ​ນີ້ ເພື່ອ​ຈະ​ໄດ້​ຮັກ​ສາ ແລະ ເສີມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄອບ​ຄົວ ໃນ​ຖາ​ນະ​ໜ່ວຍ​ທີ່​ສຳ​ຄັນ​ຍິ່ງ​ຂອງ​ສັງ​ຄົມ.”

ເຮົາ​ຄື​ໄພ່​ພົນ​ຍຸກ​ສຸດ​ທ້າຍ​ໃນ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ຄື​ຜູ້​ສືບ​ທອດ​ຄຳ​ສັນ​ຍາ​ທີ່​ໄດ້​ເຮັດ​ໄວ້​ກັບ​ອັບ​ຣາ​ຮາມ, ອີ​ຊາກ, ແລະ ຢາ​ໂຄບ—ຄຳ​ສັນ​ຍາ​ທຸກ​ຢ່າງ​ທີ່​ກ່ຽວ​ຂ້ອງ​ກັບ​ຄອບ​ຄົວ​ໂດຍ​ກົງ. ຄຳ​ສັນ​ຍາ​ເຫລົ່າ​ນີ້​ມາ​ພ້ອມ​ກັບ​ຄຳ​ຮຽກ​ຮ້ອງ​ອັນ​ສັກ​ສິດ​ເພື່ອ​ອວຍ​ພອນ “ບັນ​ດາ​ຊົນ​ຊາດ​ທັງ​ປວງ.” ແລະ ວິ​ທີ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ເຮັດ​ເຊັ່ນ​ນັ້ນ​ກໍ​ຄື​ການ​ດຳ​ລົງ​ຊີ​ວິດ, ການ​ປົກ​ປ້ອງ, ແລະ ການ​ແບ່ງ​ປັນ​ຄວາມ​ຈິງ​ນິ​ລັນ​ດອນ​ທີ່​ວ່າ “ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຕໍ່​ແຜນ​ຂອງ​ພຣະ​ຜູ້​ສ້າງ” ແລະ​ດ້ວຍ​ວ່າ “ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ສັກ​ສິດ​ຕ່າງໆ​ທີ່​ມີ​ໄວ້​ໃນ​ພຣະ​ວິ​ຫານ​ສັກ​ສິດ ເຮັດ​ໃຫ້​ເປັນ​ໄປ​ໄດ້​ສຳ​ລັບ​ຜູ້​ຄົນ​ທີ່​ຈະ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ ແລະ ໃຫ້​ຄອບ​ຄົວ​ຢູ່​ນຳ​ກັນ​ຊົ່ວ​ນິ​ລັນ​ດອນ​ໄດ້.”

“ເຮົາ​ຈະ​ຢູ່​ນຳ​ເຈົ້າ”

ເມື່ອ​ຊິດ​ສະ​ເຕີ ອຸກ​ດອບ ແລະ ຂ້າ​ພະ​ເຈົ້າ​ແນມ​ເບິ່ງ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ເຮົາ​ເຮັດ​ພັນ​ທະ​ສັນ​ຍາ​ອັນ​ສັກ​ສິດ​ກັບ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ນິ​ລັນ​ດອນ, ຜູ້​ຊົງ​ຮັກ​ຂອງ​ເຮົາ, ຫົວ​ໃຈ​ຂອງ​ພວກ​ເຮົາ​ກໍ​ເຕີມ​ເຕັມ​ດ້ວຍ​ຄວາມ​ຊື່ນ​ຊົມ ແລະ ກະ​ຕັນ​ຍູ. ພວກ​ເຮົາ​ບໍ່​ພຽງ​ແຕ່​ປິ​ຕິ​ຍິນ​ດີ​ໃນ​ລູກໆ​ຂອງ​ພວກ​ເຮົາ ແລະ ໃນ​ລູກໆ​ຂອງ​ພວກ​ເຂົາ​ເທົ່າ​ນັ້ນ, ແຕ່​ຍັງ​ປິ​ຕິ​ຍິນ​ດີ​ໃນ​ພໍ່​ແມ່​ຂອງ​ພວກ​ເຮົາ ແລະ ພໍ່​ແມ່​ຂອງ​ພວກ​ເພິ່ນ​ນຳ​ອີກ. ພວກ​ເຮົາ​ໄຕ່​ຕອງ​ດ້ວຍ​ຄວາມ​ຮັກ​ທີ່​ເລິກ​ເຊິ່ງ​ກ່ຽວ​ກັບ​ວິ​ທີ​ທີ່​ພັນ​ທະ​ສັນ​ຍາ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ເຮັດ​ໃຫ້​ພວກ​ເຮົາ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຫລາຍ​ລຸ້ນ​ຄົນ. ມັນ​ເປັນ​ປະ​ສົບ​ການ​ທີ່​ບໍ່​ແຕກ​ຕ່າງ​ຫຍັງ​ໄປ​ຈາກ​ການ​ໄດ້​ເຫັນ “ຂັ້ນ​ໄດ​ແຕ່​ດິນ​ຈົນ​ຈຸ​ສະ​ຫວັນ, … ມີ​ບັນ​ດາ​ເຫລົ່າ​ທູດ​ສະ​ຫວັນ​ຂອງ​ພຣະ​ເຈົ້າ​ກຳ​ລັງ​ຍ່າງ​ຂຶ້ນ​ຍ່າງ​ລົງ​ຕາມ​ຂັ້ນ​ໄດ​ນັ້ນ” (ປະ​ຖົມ​ມະ​ການ 28:12).

ພອນ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສັນ​ຍາ​ໄວ້​ກັບ​ຢາ​ໂຄບ​ໃນ​ຄວາມ​ຝັນ​ຂອງ​ເພິ່ນ​ຂະ​ຫຍາຍ​ໄປ​ສູ່​ລູກ​ຫລານ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ​ທຸກ​ຄົນ—ລວມ​ທັງ​ທ່ານ ແລະ ຂ້າ​ພະ​ເຈົ້າ. ດັ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໄວ້​ກັບ​ຢາ​ໂຄບ, ພຣະ​ອົງ​ຈະ​ຊ່ວຍ​ເຫລືອ​ເຮົາ “ໃນ​ຍາມ​[ເຮົາ]​ເດືອດ​ຮ້ອນ” (ປະ​ຖົມ​ມະ​ການ 35:3) ຖ້າ​ເຮົາ​ເລືອກ​ພຣະ​ອົງ.

“ຈົ່ງ​ຈົດ​ຈຳ​ຢູ່​ສະ​ເໝີ,” ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ, “ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ປົກ​ປັກ​ຮັກ​ສາ​ເຈົ້າ ທຸກ​ທີ່​ທຸກ​ບ່ອນ​ທີ່​ເຈົ້າ​ໄປ, … ເຮົາ​ຈະ​ບໍ່​ໜີ​ໄປ​ຈາກ​ເຈົ້າ” (ປະ​ຖົມ​ມະ​ການ 28:15).

ເຊັ່ນ​ດຽວ​ກັບ​ຢາ​ໂຄບ, ເຮົາ​ທຸກ​ຄົນ​ກໍ​ມີ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທີ່​ຕ້ອງ​ຂ້າມ​ຜ່ານ. ບາງ​ຄັ້ງ​ພອນ​ທີ່​ສັນ​ຍາ​ໄວ້​ກໍ​ເບິ່ງ​ຄື​ກັນ​ກັບ​ວ່າ​ຢູ່​ໄກ​ອອກ​ໄປ. ເມື່ອ​ມີ​ບັນ​ຫາ ຫລື ຄວາມ​ທ້າ​ທາຍ​ຮ້າຍ​ແຮງ​ເຂົ້າ​ມາ, ເຮົາ​ອາດ​ຈະ​ສົງ​ໄສ​ໃນ​ຄວາມ​ຮັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ອາດ​ຮູ້​ສຶກ​ແມ່ນ​ແຕ່​ວ່າ ພຣະ​ເຈົ້າ​ໄດ້​ປະ​ຖິ້ມ​ເຮົາ​ໄປ​ແລ້ວ. ເຖິງ​ແມ່ນ​ໄດ້​ໃຊ້​ຄວາມ​ພະ​ຍາ​ຍາມ​ໃຫ້​ດີ​ທີ່​ສຸດ​ໃນ​ການ​ເປັນ​ສາ​ນຸ​ສິດ​ແລ້ວ​ກໍ​ຕາມ, ແຕ່​ເຮົາ​ອາດ​ຮູ້​ສຶກ​ວ່າ​ເຮົາ​ບໍ່​ໄດ້​ຮັບ​ພອນ​ທີ່​ເຮົາ​ຫວັງ​ໄວ້.

ອ້າຍ​ເອື້ອຍ​ນ້ອງ, ແລະ ໝູ່​ເພື່ອນ​ທີ່​ຮັກ​ແພງ​ທັງ​ຫລາຍ, ເສັ້ນ​ທາງ​ແຫ່ງ​ພັນ​ທະ​ສັນ​ຍາ​ຄື​ເສັ້ນ​ທາງ​ແຫ່ງ​ຄວາມ​ສຸກ, ເຖິງ​ແມ່ນ​ວ່າ​ບາງ​ຄັ້ງ​ມັນ​ກໍ​ອາດ​ຈະ​ເປື້ອນ​ດ້ວຍ​ນ້ຳ​ຕາ. ຖ້າ​ຫາກ​ທ່ານ​ຮູ້​ສຶກ​ວ່າ​ບາງ​ສ່ວນ​ຂອງ​ແຜນ​ແຫ່ງ​ຄວາມ​ສຸກ​ບໍ່​ໄດ້​ເຕີມ​ເຕັມ​ຊີ​ວິດ​ຂອງ​ທ່ານ​ໃນ​ຕອນ​ນີ້, ຈົ່ງ​ໄວ້​ວາງ​ໃຈ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ລະ​ນຶກ​ເຖິງ​ທ່ານ ແລະ ຈະ​ອວຍ​ພອນ​ທ່ານ​ໃນ​ເວ​ລາ​ທີ່​ເໝາະ​ສົມ, ຕາມ​ພຣະ​ປັນ​ຍາ​ຂອງ​ພຣະ​ອົງ.

ສັດ​ທາ​ໃນ​ພຣະ​ເຢ​ຊູ​ຄຣິດ ແລະ ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ດົນ​ໃຈ​ເຮົາ​ໃຫ້​ເບິ່ງ​ໄປ​ຂ້າງ​ໜ້າ, ບໍ່​ແມ່ນ​ຖອຍ​ຫລັງ. ຍ້ອນ​ພຣະ​ອົງ, ອະ​ນາ​ຄົດ​ຂອງ​ເຮົາ​ຈຶ່ງ​ບໍ່​ຈຳ​ເປັນ​ຕ້ອງ​ຖືກ​ກັກ​ຂັງ​ໂດຍ​ສິ່ງ​ໃດ​ກໍ່​ຕາມ​ທີ່​ເກີດ​ຂຶ້ນ​ໃນ​ອະ​ດີດ ຫລື ກີດ​ຂວາງ​ວິ​ໄສ​ທັດ​ຂອງ​ເຮົາ​ໃນ​ຕອນ​ນີ້. ແມ່ນ​ແລ້ວ, ທຸກ​ຄົນ​ອາດ​ເປັນ, ຫລື ຈະ​ເປັນ​ແນວ​ນັ້ນ, ຄື​ໄດ້​ຮັບ​ບາດ​ເຈັບ ໃນ​ທາງ​ໃດ ຫລື ທາງ​ໜຶ່ງ. ແຕ່​ເຮົາ​ເຊື່ອ​ໃນ​ພຣະ​ຜູ້​ປິ່ນ​ປົວ​ທີ່​ຍິ່ງ​ໃຫຍ່. ເຮົາ​ໄວ້​ວາງ​ໃຈ​ພຣະ​ອົງ—ຢ່າງ​ເຕັມ​ທີ່, ແທ້​ຈິງ​ແລ້ວ, ຍອມ​ຮັບ​ໃນ​ຄຳ​ສັນ​ຍາ​ຂອງ​ພຣະ​ອົງ​ຈົນ​ເຮົາ “ກໍ​ໄດ້​ເຫັນ” ເຊື່ອ​ໝັ້ນ, ເຖິງ​ແມ່ນ​ວ່າ​ຄຳ​ສັນ​ຍາ​ນັ້ນ​ຈະ​ຍັງ “ຢູ່​ໄກ” ກໍ​ຕາມ (ເຮັບ​ເຣີ 11:13).

“ຂໍ​ໃຫ້​ເຮົາ​ຈື່​ຈຳ​ໄວ້​ວ່າ, ໃນ​ວິ​ທີ ແລະ ເວ​ລາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ບໍ່​ມີ​ພອນ​ໃດ​ທີ່​ຈະ​ຖືກ​ກີດ​ກັນ​ຈາກ​ໄພ່​ພົນ​ທີ່​ຊື່​ສັດ​ຂອງ​ພຣະ​ອົງ,” ປະ​ທານ​ແນວ​ສັນ​ໄດ້​ກ່າວ​ໄວ້. “ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພິ​ພາກ​ສາ ແລະ ໃຫ້​ລາງ​ວັນ​ແຕ່​ລະ​ຄົນ​ຕາມ​ຄວາມ​ປາດ​ຖະ​ໜາ​ຂອງ​ໃຈ​ເຂົາ ຕະ​ຫລອດ​ທັງ​ການ​ກະ​ທຳ​ຂອງ​ເຂົາ.”

ຂ້າ​ພະ​ເຈົ້າ​ສັນ​ຍາ​ວ່າ​ເມື່ອ​ເຮົາ​ເຮັດ​ຕາມ ແລະ ແບ່ງ​ປັນ​ແຜນ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ສຳ​ລັບ​ຄອບ​ຄົວ​ແລ້ວ, ພຣະ​ອົງ​ຈະ​ຢູ່​ກັບ​ເຮົາ, ສະ​ໜັບ​ສະ​ໜູນ​ເຮົາ, ແລະ ຮ່ວມ​ກັບ​ເຮົາ​ໃນ​ການ​ເດີນ​ທາງ​ຂອງ​ເຮົາ. ພຣະ​ອົງ​ຈະ​ບໍ່​ມີ​ວັນ​ປະ​ຖິ້ມ​ເຮົາ​ໄວ້​ໂດດ​ດຽວ, ໂດຍ​ສະ​ເພາະ​ເມື່ອ​ມີ​ການ​ທົດ​ລອງ​ມາ​ສູ່​ເຮົາ ຫລື ຄົນ​ທີ່​ເຮົາ​ຮັກ. ພຣະ​ອົງ​ຈະ​ຊ່ວຍ​ເຮົາ, ຍົກ​ເຮົາ​ຂຶ້ນ, ແລະ ນຳ​ເຮົາ​ໄປ​ສູ່​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ທີ່​ມີ​ຄວາມ​ສຸກ​ຫລາຍ​ແທ້ໆ​ກັບ​ພຣະ​ອົງ, ກັບ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ, ແລະ ກັບ​ຄອບ​ຄົວ​ຂອງ​ເຮົາ—ຊົ່ວ​ນິ​ລັນ​ດອນ.