“ເສັ້ນທາງແຫ່ງພັນທະສັນຍາທີ່ມີຄວາມສຸກ,” Liahona, Feb. 2026.
ຂ່າວສານປະຈຳເດືອນ Liahona, ເດືອນກຸມພາ 2026
ເສັ້ນທາງແຫ່ງພັນທະສັນຍາ ທີ່ມີຄວາມສຸກ
ຄວາມມະຫັດສະຈັນ ແລະ ຄວາມຍິ່ງໃຫຍ່ຂອງສະມາຊິກຄອບຄົວທີ່ຜູກມັດເຂົ້າກັນຢູ່ຕໍ່ພຣະພັກຂອງພຣະບິດາ ແລະ ພຣະບຸດ ນຳຄວາມປະຫລາດໃຈ ແລະ ຄວາມຊື່ນຊົມອັນລົ້ນເຫລືອມາສູ່ຈິດວິນຍານຂອງຂ້າພະເຈົ້າ ແລະ ເຕີມເຕັມຂ້າພະເຈົ້າດ້ວຍວິນຍານແຫ່ງຄວາມກະຕັນຍູ.
ແອວເດີ ແພທຣິກ ເຄຍຣັນ ແລະ ພັນລະຍາຂອງເພິ່ນ, ເຈນນິເຟີ
ເມື່ອອິດສະຣາເອນ ແລະ ເອລີຊາເບັດ ເຮເວັນ ບາໂລ ໄດ້ອອກຈາກເມືອງນາວູ, ລັດອິລິນອຍ, ເພື່ອໄປຍັງຮ່ອມພູເຊົາເລັກ ໃນປີ 1848, ເຂົາເຈົ້າໄດ້ປະລູກຊາຍນ້ອຍທີ່ຝັງຢູ່ໃນປ່າຊ້ານ້ອຍແຫ່ງໜຶ່ງ ໃນເມືອງນາວູໄວ້ຂ້າງຫລັງ. ທ້າວເຈມສ໌ ນາຕານໂຍ ບາໂລ, ລູກຄົນທຳອິດຂອງເຂົາເຈົ້າ, ໄດ້ເສຍຊີວິດບໍ່ດົນຫລັງຈາກເກີດມາ ໃນເດືອນພຶດສະພາ ປີ 1841.
ດ້ວຍການອອກເດີນທາງໄປຍັງຮ່ອມພູເຊົາເລັກ, ອິດສະຣາເອນ ແລະ ເອລີຊາເບັດບໍ່ຄາດຄິດວ່າຈະໄດ້ເຫັນຫລຸມສົບຂອງລູກຊາຍຂອງເຂົາເຈົ້າອີກຄັ້ງ. ແຕ່ເມື່ອອິດສະຣາເອນໄດ້ຖືກເອີ້ນໃຫ້ໄປເຜີຍແຜ່ທີ່ປະເທດອັງກິດ ໃນສອງສາມປີຕໍ່ມາ, ລາວໄດ້ເດີນທາງຜ່ານເມືອງນາວູ ໃນຂະນະທີ່ລາວເດີນທາງໄປທາງຕະເວັນອອກ. ຕາມຄຳຮ້ອງຂໍຂອງເອລີຊາເບັດ, ລາວໄດ້ຢຸດເພື່ອຊອກຫາຫລຸມສົບຂອງລູກຊາຍຂອງເຂົາເຈົ້າ ແລະ ຍ້າຍສົບຂອງລາວໄປຍັງປ່າຊ້າໃຫຍ່, ທາງທິດຕາເວັນອອກຂອງເມືອງ.
ຫລັງຈາກທີ່ໄດ້ຊອກຫາໝົດມື້ແຕ່ບໍ່ປະສົບຜົນສຳເລັດ, ອິດສະຣາເອນໄດ້ຂໍຄວາມຊ່ວຍເຫລືອຈາກຜູ້ດູແລປ່າຊ້າໃນທ້ອງຖິ່ນ. ມື້ຕໍ່ມາ, ເຂົາເຈົ້າໄດ້ພົບຫລຸມສົບ, ຊຶ່ງຢູ່ຕິດກັບນາງແມຣີ ທີ່ເປັນພີ່ນ້ອງຂອງທ້າວເຈມສ໌. ໜ້າເສົ້າໃຈທີ່, ໂລງສົບເຫລົ່ານັ້ນໄດ້ຜຸພັງ ແລະ ແຕກຫັກ. ໃນຈົດໝາຍເຖິງພັນລະຍາຂອງລາວ, ອິດສະຣາເອນໄດ້ຂຽນວ່າ, “ອ້າຍຈຶ່ງຫັນຫລັງກັບ ແລະ ຕັດສິນໃຈວ່າຈະປ່ອຍພວກເຂົາໄວ້ບ່ອນນັ້ນຈົນກວ່າຈະເຖິງອະນາຄົດ.”
ລາວບໍ່ໄດ້ຍ່າງໄປໄກຈາກຫລຸມສົບ ໃນຕອນທີ່ລາວໄດ້ຍິນສຽງ. ເມື່ອນຶກເຖິງປະສົບການນັ້ນ, ລາວໄດ້ຂຽນວ່າ, “ມັນບໍ່ແມ່ນສຽງທີ່ໄດ້ຍິນໃນຫູ, ແຕ່ຊັດເຈນໃນຈິດໃຈຂອງຂ້າພະເຈົ້າ ຈົນຂ້າພະເຈົ້າບໍ່ອາດປະຕິເສດໄດ້: ‘ພໍ່ເອີຍ, ຢ່າປະເຮົາໄວ້ບ່ອນນີ້.’” ອິດສະຣາເອນໄດ້ກັບຄືນໄປຫາຫລຸມສົບ, ໂດຍຕັດສິນໃຈທີ່ຈະຍ້າຍລູກຊາຍນ້ອຍຂອງລາວໃນທີ່ສຸດ. “ຂ້າພະເຈົ້າຮູ້ສຶກງຽບ ແລະ ສະຫງົບໃນຈິດໃຈຢ່າງແປກປະຫລາດ ຊຶ່ງບໍ່ເຄີຍຮູ້ສຶກມາກ່ອນ. … ຂ້າພະເຈົ້າບອກໄດ້ພຽງເທົ່ານີ້ວ່າ: ຂ້າພະເຈົ້າບໍ່ເຄີຍຮູ້ສຶກວ່າໄດ້ເຮັດໜ້າທີ່ໃດໆໃນຊີວິດຂອງຂ້າພະເຈົ້າຢ່າງມີສະຕິຫລາຍກວ່ານີ້.”
ໃນວັນທີ 2 ເດືອນກັນຍາ, 1853, ອິດສະຣາເອນ ບາໂລ ແລະ ຜູ້ດູແລປ່າຊ້າໄດ້ຍ້າຍສົບຂອງທ້າວເຈມສ໌ ແລະ ນາງມາຣີໄປຍັງປ່າຊ້າໃຫຍ່ຂອງເມືອງນາວູ, ໂດຍເຮັດເຄື່ອງໝາຍໄວ້ດ້ວຍຫີນຢູ່ທີ່ຫົວ ແລະ ຕີນຂອງຫລຸມສົບ.”
ອິດສະຣາເອນໄດ້ບອກເອລີຊາເບັດວ່າ ຂະນະທີ່ລາວຢູ່ຂ້າງຫລຸມສົບ, “ອ້າຍຮູ້ສຶກປາດຖະໜາທີ່ຈະອຸທິດຕົນ ແລະ ທຸກສິ່ງທີ່ອ້າຍມີຢູ່ ໄວ້ໃນພຣະຫັດຂອງພຣະຜູ້ເປັນເຈົ້າ, ເພື່ອວ່າອ້າຍຈະຖືກນັບວ່າມີຄ່າຄວນທີ່ຈະອອກມາກັບ [ທ້າວເຈມສ໌] ໃນຕອນເຊົ້າຂອງການຟື້ນຄືນຊີວິດຄັ້ງທຳອິດ.”
ການອຸທິດຕົນຂອງອິດສະຣາເອນຕໍ່ພຣະກິດຕິຄຸນຂອງພຣະເຢຊູຄຣິດ, ບວກກັບການໃຫ້ກຽດແກ່ພັນທະສັນຍາອັນສັກສິດ, ຊ່ວຍໃຫ້ພຣະຄຣິດສາມາດເຮັດໃຫ້ຊີວິດເປັນນິລັນດອນໄດ້—ຊຶ່ງເປັນພອນທີ່ຍິ່ງໃຫຍ່ທີ່ສຸດ—ເປັນໄປໄດ້ສຳລັບລາວ, ແລະ ລູກຫລານຂອງລາວ.
ສິ່ງດຽວກັນນີ້ກໍເປັນຄວາມຈິງສຳລັບເຮົາທຸກຄົນ.
ຮູບຖ່າຍ ໂດຍ ແຈຣີ ການສ໌, ສາມາດກ໊ອບປີ້ໄດ້ ເພື່ອໃຊ້ໃນສາດສະໜາຈັກເທົ່ານັ້ນ
ຄຳສັນຍາອັນສັກສິດ
ພຣະບິດາເທິງສະຫວັນ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ, ຮັກເຮົາແຕ່ລະຄົນຫລາຍເກີນກວ່າທີ່ເຮົາຈະຈິນຕະນາການໄດ້. ບໍ່ມີບ່ອນໃດທີ່ຄວາມຮັກຂອງພວກພຣະອົງຈະສະແດງໃຫ້ປະຈັກຫລາຍກວ່າຜ່ານທາງພອນທີ່ສັນຍາໄວ້ ຊຶ່ງກ່ຽວຂ້ອງກັບພັນທະສັນຍາທີ່ມອບໃຫ້ແກ່ເຮົາ ໃນການບັບຕິສະມາ ແລະ ໃນບ້ານຂອງພຣະຜູ້ເປັນເຈົ້າ.
“ໜຶ່ງໃນແນວຄິດທີ່ສຳຄັນທີ່ສຸດຂອງສາດສະໜາທີ່ໄດ້ຮັບການເປີດເຜີຍຄື ແນວຄິດເລື່ອງພັນທະສັນຍາອັນສັກສິດ,” ປະທານຣະໂຊ ເອັມ ແນວສັນ (1924–2025) ໄດ້ສິດສອນ. “ໃນພາສາທາງກົດໝາຍ, ໂດຍທົ່ວໄປແລ້ວ ພັນທະສັນຍາໝາຍເຖິງຂໍ້ຕົກລົງລະຫວ່າງສອງຝ່າຍ ຫລື ຫລາຍກວ່ານັ້ນ. ແຕ່ໃນບໍລິບົດທາງສາດສະໜາ, ພັນທະສັນຍາມີຄວາມສຳຄັນຫລາຍກວ່ານັ້ນ. ມັນເປັນຄຳສັນຍາອັນສັກສິດກັບພຣະເຈົ້າ.”
ທຸກຄຳສັນຍາອັນສັກສິດທີ່ເຮົາເຮັດ ແລະ ຮັກສາ ຈະໃຫ້ພອນແກ່ເຮົາ. ພຣະບິດາເທິງສະຫວັນ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ ພຣະເຢຊູຄຣິດປາດຖະໜາທີ່ຈະດຶງເຮົາໃຫ້ເຂົ້າໃກ້ພວກພຣະອົງຫລາຍຂຶ້ນ. ພວກພຣະອົງຢາກຊ່ວຍເຮົາໃຫ້ຮຽນຮູ້ ແລະ ເຕີບໂຕໃນສັດທາ ແລະ ຄວາມເຂົ້າໃຈ. ພວກພຣະອົງຢາກປະທານອຳນາດຈາກສະຫວັນໃຫ້ແກ່ເຮົາ. ພວກພຣະອົງຢາກໃຫ້ເຮົາພົບການປິ່ນປົວ ແລະ ສັນຕິສຸກໃນໂລກທີ່ພອນເຊັ່ນນັ້ນຍັງຄົງຫາຍາກ. ພວກພຣະອົງຢາກໃຫ້ເຮົາປະສົບກັບຄວາມຊື່ນຊົມໃນຊີວິດນີ້ ແລະ ໃນຊີວິດທີ່ຈະມາເຖິງ. ດ້ວຍຄວາມຮັກອັນສົມບູນແບບນີ້, ພວກພຣະອົງຈຶ່ງສະເໜີມອບໂອກາດໃຫ້ເຮົາເພື່ອເຂົ້າສູ່ພັນທະສັນຍາຜູກມັດກັບພວກພຣະອົງ. ເຮົາໄດ້ຮັບພອນຈາກການໃຫ້ຄຳໝັ້ນສັນຍາຄືນໃໝ່ ຕໍ່ພັນທະສັນຍາເຫລົ່ານັ້ນທຸກອາທິດ ລະຫວ່າງກອງປະຊຸມສິນລະລຶກ.
ເຮົາຮັບສ່ວນສິນລະລຶກດ້ວຍວິນຍານແຫ່ງຄວາມກະຕັນຍູ ເພາະເຮົາໄດ້ຮັບພອນແຫ່ງຄວາມສຸກໃນການຮັບເອົາພຣະນາມຂອງພຣະເຢຊູຄຣິດ, ລະນຶກເຖິງພຣະອົງ ແລະ ຄວາມຮັກຂອງພຣະອົງທີ່ມີຕໍ່ເຮົາ ຊຶ່ງສະແດງອອກຜ່ານທາງຂອງປະທານແຫ່ງການຊົດໃຊ້ຂອງພຣະອົງ—ທີ່ພຣະອົງໄດ້ຮັບທຸກທໍລະມານ, ຫລັ່ງໂລຫິດ, ແລະ ສິ້ນພຣະຊົນເພື່ອເຮົາ. ສິນລະລຶກຍັງໃຫ້ພອນແກ່ເຮົາດ້ວຍໂອກາດທຸກອາທິດ ເພື່ອສະແດງຄວາມເຕັມໃຈຂອງເຮົາທີ່ຈະຮັກສາພຣະບັນຍັດຂອງພຣະອົງ, ຕໍ່ພັນທະສັນຍາຂອງເຮົາ, ແລະ ເຮັດພັນທະສັນຍາໃໝ່ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:77, 79).
“ສ່ວນຫລາຍ, ຂ້າພະເຈົ້າໄດ້ຍິນວ່າ ເຮົາຮັບສ່ວນສິນລະລຶກ ເພື່ອຕໍ່ພັນທະສັນຍາ ທີ່ເຮົາໄດ້ເຮັດຕອນຮັບບັບຕິສະມາ. ເຖິງແມ່ນສິ່ງນັ້ນກໍຈິງຢູ່, ແຕ່ມັນມີຄວາມໝາຍຫລາຍກວ່ານັ້ນ,” ປະທານແນວສັນໄດ້ກ່າວ. “ຂ້າພະເຈົ້າໄດ້ເຮັດພັນທະສັນຍາໃໝ່. ພວກທ່ານໄດ້ເຮັດພັນທະສັນຍາໃໝ່. … ບັດນີ້ ເພື່ອເປັນການຕອບແທນ [ພຣະຜູ້ເປັນເຈົ້າ] ໄດ້ກ່າວວ່າ ເຮົາຈະມີພຣະວິນຍານຂອງພຣະອົງຢູ່ກັບເຮົາຕະຫລອດເວລາ. ຊ່າງເປັນພອນທີ່ປະເສີດແທ້ໆ!”
ເມື່ອເຮົາກັບໃຈ ແລະ ຮັບສ່ວນສິນລະລຶກດ້ວຍໃຈບໍລິສຸດ, ເຮົາຈະໄດ້ຮັບພຣະວິນຍານບໍລິສຸດ ແລະ “ຖືກຊຳລະລ້າງໃຫ້ສະອາດຈາກບາບຄືດັ່ງດຽວກັນກັບເຮົາໄດ້ຮັບບັບຕິສະມາອີກຄັ້ງ. ນີ້ແມ່ນຄວາມຫວັງ ແລະ ຄວາມເມດຕາ ທີ່ພຣະເຢຊູໄດ້ສະເໜີມອບໃຫ້ເຮົາແຕ່ລະຄົນ.”
ຊ່າງເປັນຄວາມຊື່ນຊົມແທ້ໆທີ່ຈະກັບໃຈ ແລະ ໄດ້ຮັບການໃຫ້ອະໄພຜ່ານທາງຄວາມຮັກແຫ່ງການໄຖ່ຂອງພຣະຄຣິດ!
ຮູບພາບຂອງພຣະວິຫານນາວູ ອິລິນອຍ ໂດຍ ເຈນນິເຟີ ໂຣສ ແມດດີ
ບ້ານແຫ່ງຄວາມຊື່ນຊົມຂອງພຣະອົງ
ຫລັງຈາກທີ່ໄດ້ກາຍເປັນປະທານຂອງສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ປະທານແນວສັນໄດ້ກ່າວເລື້ອຍໆກ່ຽວກັບເສັ້ນທາງແຫ່ງພັນທະສັນຍາ, ໂດຍເລີ່ມຈາກຂ່າວສານສາທາລະນະຄັ້ງທຳອິດຂອງເພິ່ນ ໃນຖານະປະທານຂອງສາດສະໜາຈັກ. ເຮົາເຂົ້າສູ່ເສັ້ນທາງນັ້ນຜ່ານທາງ “ການກັບໃຈ ແລະ ຮັບການບັບຕິສະມາດ້ວຍນ້ຳ” (2 ນີໄຟ 31:17), ເພິ່ນໄດ້ກ່າວໃນໂອກາດຕໍ່ມາ, ແລະ “ຈາກນັ້ນເຮົາຈະເຂົ້າສູ່ເສັ້ນທາງນັ້ນຢ່າງສົມບູນຍິ່ງຂຶ້ນໃນພຣະວິຫານ.”
ເຊັ່ນດຽວກັນກັບການຮັບສ່ວນສິນລະລຶກ ທີ່ເຕືອນເຮົາເຖິງພັນທະສັນຍາຂອງເຮົາ ແລະ ພອນທີ່ມາພ້ອມກັບພັນທະສັນຍາເຫລົ່ານັ້ນ, ວຽກງານການກະທຳແທນໃນພຣະວິຫານກໍເຊັ່ນກັນ. ຂະນະທີ່ເຮົາປະຕິບັດພິທີການແທນຜູ້ທີ່ລ່ວງລັບໄປແລ້ວ, ເຮົາຈະລະນຶກເຖິງຄຳສັນຍາອັນສັກສິດທີ່ເຮົາໄດ້ເຮັດ ແລະ ພອນທີ່ສັນຍາໄວ້ ທີ່ເຮົາຈະໄດ້ຮັບ.
ຜ່ານເສັ້ນທາງແຫ່ງພັນທະສັນຍາ, ເຮົາກາຍເປັນຜູ້ສືບທອດພອນທີ່ສັນຍາໄວ້ກັບອັບຣາຮາມ, ອີຊາກ, ຢາໂຄບ, ແລະ ລູກຫລານຂອງພວກເພິ່ນ. ເຖິງແມ່ນຈະມີພອນທີ່ສັນຍາໄວ້ເຫລົ່ານັ້ນ, ແຕ່ອັບຣາຮາມ, ອີຊາກ, ແລະ ຢາໂຄບກໍບໍ່ໄດ້ມີຊີວິດທີ່ງ່າຍດາຍ, ແລະ ເຮົາກໍເຊັ່ນກັນ. ເຊັ່ນດຽວກັນກັບພວກເພິ່ນ, ເຮົາປະເຊີນກັບຄວາມຍາກລຳບາກ, ການລົງໂທດ, ແລະ ຄວາມສູນເສຍ ຂະນະທີ່ເຮົາຖືກ “ທົດລອງໃນທຸກສິ່ງທັງປວງ” (ຄຳສອນ ແລະ ພັນທະສັນຍາ 136:31; ເບິ່ງ 101:4–5 ນຳອີກ). ແຕ່ເຊັ່ນດຽວກັບສາດສະດາ ແລະ ໄພ່ພົນທີ່ຊອບທຳໃນສະໄໝບູຮານ, ເຮົາຮູ້ວ່າເຮົາສາມາດໄວ້ວາງໃຈຜູ້ໃດ (ເບິ່ງ 2 ນີໄຟ 4:19).
ຊີວິດມະຕະຂອງເຮົາເປັນພຽງຊ່ວງເວລາສັ້ນໆ ໃນການດຳລົງຢູ່ຂອງເຮົາ—ບາງຄັ້ງກໍຍາກຫລາຍ—ມີຄວາມສຳຄັນນິລັນດອນ. ແມ່ນແລ້ວ, ພຣະບິດາເທິງສະຫວັນຂອງເຮົາຢາກໃຫ້ເຮົາຮຽນຮູ້ ແລະ ເຕີບໂຕ. ແລະ, ແມ່ນແລ້ວ, ການເຕີບໂຕນັ້ນໃນບາງຄັ້ງກໍກ່ຽວຂ້ອງກັບຄວາມຜິດຫວັງ ແລະ ຄວາມທຸກທໍລະມານ. ແຕ່ພຣະອົງຢາກໃຫ້ຊີວິດຂອງເຮົາງົດງາມ ແລະ ເຕັມໄປດ້ວຍຄວາມຫວັງ. ເພື່ອຈຸດປະສົງນັ້ນ, ແລະ ເພື່ອຄວາມສະດວກໃນການເດີນທາງກັບໄປຫາພຣະອົງ, ພຣະອົງຈຶ່ງໄດ້ຈັດຕຽມພຣະຜູ້ຊ່ວຍໃຫ້ລອດ, ຜູ້ທີ່ເປັນ “ຜູ້ຮັບປະກັນ” ພັນທະສັນຍາຂອງເຮົາກັບພຣະບິດາຂອງພຣະອົງ. ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ, ພຣະບິດາໄດ້ເຮັດໃຫ້ຄຳສັນຍາທີ່ໃຫ້ໄວ້ກັບລູກໆຂອງພຣະອົງໃນພຣະວິຫານສຳເລັດຄົບຖ້ວນ.
ຜ່ານທາງຄວາມຮັກ ແລະ ການເສຍສະລະຊົດໃຊ້ຂອງພຣະອົງ, ພຣະຜູ້ຊ່ວຍໃຫ້ລອດຂອງເຮົາໄດ້ຈັດການ ແລະ ປິ່ນປົວທຸກສິ່ງທີ່ເຮົາຈະປະເຊີນໃນຊີວິດ. ແລະ ເພາະບ້ານສັກສິດຂອງພຣະອົງ—ບ້ານແຫ່ງຄວາມຊື່ນຊົມຂອງພຣະອົງ—ທຸກສິ່ງຈະດີຂຶ້ນເຖິງແມ່ນຈະມີອຸປະສັກກໍຕາມ. ຫວ້ານຢາແຫ່ງພັນທະສັນຍາຈະປັດປ່າຍຄວາມໂສກເສົ້າ, ຄວາມເຈັບປວດ, ຄວາມທຸກຮ້ອນ, ແລະ ຄວາມຜິດຫວັງ. ເຮົາບໍ່ຈຳເປັນຕ້ອງກັງວົນ ຫລື ຢ້ານກົວ. ແຕ່, ເຮົາສາມາດປິຕິຍິນດີວ່າ ລາຄາແຫ່ງການໄຖ່ບາບຂອງເຮົາໄດ້ຮັບການຊຳລະແລ້ວ (ເບິ່ງ 1 ໂກຣິນໂທ 6:20) ແລະ ວ່າເສັ້ນທາງແຫ່ງພັນທະສັນຍາໄປສູ່ຊີວິດນິລັນດອນໄດ້ຖືກປູໄວ້ແລ້ວ.
ເສັ້ນທາງແຫ່ງພັນທະສັນຍາເປັນເສັ້ນທາງແຫ່ງຄວາມຮັກທີ່ໄຖ່ຢ່າງແທ້ຈິງ. ເມື່ອເຮົາໃຫ້ກຽດແກ່ພັນທະສັນຍາທີ່ເຮົາເຮັດໃນພຣະວິຫານ, ເຮົາຈະໄດ້ຮັບພອນແຫ່ງພະລັງທີ່ຍິ່ງໃຫຍ່ກວ່າ, ຄວາມຮັກທີ່ຍິ່ງໃຫຍ່ກວ່າ, ຄວາມເມດຕາທີ່ຍິ່ງໃຫຍ່ກວ່າ, ຄວາມເຂົ້າໃຈທີ່ຍິ່ງໃຫຍ່ກວ່າ, ແລະ ຄວາມຫວັງທີ່ຍິ່ງໃຫຍ່ກວ່າ. ຄວາມມະຫັດສະຈັນ ແລະ ຍິ່ງໃຫຍ່ຂອງການຜະນຶກໃນພຣະວິຫານ—ຂອງສະມາຊິກຄອບຄົວທີ່ໄດ້ຜູກມັດເຂົ້າກັນໃນຄວາມຮັກສຳລັບຊົ່ວນິລັນດອນ—ນຳຄວາມປະຫລາດໃຈ ແລະ ຄວາມຊື່ນຊົມອັນລົ້ນເຫລືອມາສູ່ຈິດວິນຍານຂອງຂ້າພະເຈົ້າ ແລະ ເຕີມເຕັມຂ້າພະເຈົ້າດ້ວຍວິນຍານແຫ່ງຄວາມກະຕັນຍູ.
“ເມື່ອໃດກໍຕາມທີ່ມີຄວາມວຸ້ນວາຍໃດໆເກີດຂຶ້ນໃນຊີວິດຂອງທ່ານ, ບ່ອນທີ່ປອດໄພທີ່ສຸດ ຝ່າຍວິນຍານ ແມ່ນການດຳລົງຊີວິດ ຢູ່ໃນ ພັນທະສັນຍາພຣະວິຫານຂອງທ່ານ!” ປະທານແນວສັນໄດ້ແນະນຳ. ຂ້າພະເຈົ້າຮູ້ຈາກປະສົບການທີ່ຫວານຊື່ນຂອງຂ້າພະເຈົ້າເອງ ແລະ ບາງຄັ້ງກໍຂົມຂື່ນ ເຖິງຄວາມຈິງຂອງຖ້ອຍຄຳເຫລົ່ານັ້ນ.
ເຈມສ໌ ນາຕານໂຍ ບາໂລ, ລູກຊາຍກົກຂອງອິດສະຣາເອນ ແລະ ເອລີຊາເບັດ ບາໂລ, ເສຍຊີວິດບໍ່ດົນຫລັງຈາກທີ່ໄດ້ເກີດມາ ໃນເດືອນພຶດສະພາ ປີ 1841. ຫລາຍປີຕໍ່ມາ, ລາວໄດ້ຖືກຜະນຶກໂດຍຕົວແທນເຂົ້າກັບພໍ່ແມ່ຂອງລາວຢູ່ໃນພຣະວິຫານໂລແກນ ຢູທາ.
ພາບປະກອບ ໂດຍ ອາເລັນ ການສ໌
ເຕົ້າໂຮມພວກເຂົາກັບບ້ານ
ຫລັງຈາກທີ່ອິດສະຣາເອນ ບາໂລ ໄດ້ກ່າວສັ່ງລາລູກຊາຍນ້ອຍຂອງລາວເປັນຄັ້ງສຸດທ້າຍ, ລາວໄດ້ຂຽນເຖິງພັນລະຍາຂອງລາວວ່າ, “ຄວາມຄິດທີ່ຈະຈາກໄປໄກ, ຈະບໍ່ມີວັນກັບມາທີ່ຫລຸມສົບ [ຂອງທ້າວເຈມສ໌] ອີກເລີຍໃນຊີວິດນີ້, ເຮັດໃຫ້ອ້າຍໂສກເສົ້າແທບໃຈສະຫລາຍ ດ້ວຍນ້ຳຕາທີ່ຫລັ່ງລົງຫລຸມສົບຂອງລາວ.”
ຂ້າພະເຈົ້າຄິດວ່ານ້ຳຕາອີກຢ່າງຫລວງຫລາຍ—ນ້ຳຕາແຫ່ງຄວາມຊື່ນຊົມໃນຄັ້ງນີ້—ໄດ້ຫລັ່ງໄຫລໃນວັນທີ 4 ເດືອນທັນວາ, 1889. ໃນມື້ນັ້ນ, ທ້າວເຈມສ໌ ນາຕານໂຍ ບາໂລ ຕົວນ້ອຍໄດ້ຖືກຜະນຶກເຂົ້າກັບພໍ່ແມ່ຂອງລາວ ໃນພຣະວິຫານໂລແກນ ຢູທາ. ໃນເວລານັ້ນ, ອິດສະຣາເອນໄດ້ເສຍຊີວິດໄປແລ້ວ, ສະນັ້ນ ຄົນອື່ນຈຶ່ງເປັນຕົວແທນໃຫ້ລາວ ແລະ ທ້າວເຈມສ໌.
ຊິດສະເຕີ ເຄຍຣັນ ແລະ ຂ້າພະເຈົ້າມີຄວາມຮູ້ສຶກອ່ອນໄຫວ ແລະ ເຫັນອົກເຫັນໃຈອິດສະຣາເອນ ແລະ ເອລີຊາເບັດເປັນພິເສດ. ລູກຄົນທຳອິດຂອງພວກເຮົາ, ເປັນຜູ້ຊາຍຊື່ ຊອນ, ໄດ້ເສຍຊີວິດໄປລະຫວ່າງການຜ່າຕັດຫົວໃຈ ຕອນລາວອາຍຸໄດ້ພຽງສາມອາທິດ. ນີ້ເປັນການສູນເສຍທີ່ເຮັດໃຫ້ໂລກຂອງພວກເຮົາພັງທະລາຍ. ໃນເວລານັ້ນ, ພວກເຮົາສົງໄສວ່າ ພວກເຮົາຈະຢູ່ລອດໄດ້ຫລືບໍ່. ພວກເຮົາໄດ້ຝັງລາວໄວ້ໃນຫລຸມສົບນ້ອຍໆໃນປະເທດອັງກິດ. ສິບຫ້າປີຕໍ່ມາ, ຄອບຄົວຂອງພວກເຮົາໄດ້ຖືກຂໍໃຫ້ຍ້າຍຈາກບ້ານເກີດເມືອງນອນຂອງພວກເຮົາໃນສະຫະຣາຊະອານາຈັກ ເພື່ອຮັບໃຊ້ເຕັມເວລາໃນສາດສະໜາຈັກ, ແລະ ພວກເຮົາກໍໄດ້ປະຫລຸມສົບນ້ອຍໆນັ້ນໄວ້ຂ້າງຫລັງ.
ພວກເຮົາບໍ່ໄດ້ສູນເສຍລູກນ້ອຍຂອງພວກເຮົາໃນການເດີນທາງໄປພາກຕາເວັນຕົກ, ແລະ ພວກເຮົາບໍ່ໄດ້ປະສົບກັບຄວາມລຳບາກ ຊຶ່ງຍາກທີ່ຈະເຂົ້າໃຈຂອງຄອບຄົວບາໂລ, ແຕ່ພວກເຮົາກໍເລີ່ມເຂົ້າໃຈສິ່ງທີ່ເຂົາເຈົ້າໄດ້ຜ່ານຜ່າ. ຫລຸມສົບຂອງລູກຊາຍນ້ອຍຂອງພວກເຮົາຢູ່ໄກຫລາຍ, ແຕ່ເຊັ່ນດຽວກັບຄອບຄົວບາໂລ, ພວກເຮົາມີສັດທາທີ່ໝັ້ນຄົງໃນການຟື້ນຄືນພຣະຊົນຂອງພຣະເຢຊູຄຣິດ ແລະ ລັກສະນະນິລັນດອນຂອງຄອບຄົວ ຜ່ານທາງພັນທະສັນຍາແຫ່ງການຜະນຶກອັນສັກສິດ.
ເຮົາທຸກຄົນມີບັນພະບຸລຸດ ແລະ ຄົນທີ່ເຮົາຮັກຄົນອື່ນໆ ທີ່ຢູ່ເໜືອຫລຸມສົບ ຊຶ່ງກຳລັງບອກເຮົາວ່າ, “ຢ່າປະຂ້ອຍໄວ້ບ່ອນນີ້.” ເພາະພັນທະສັນຍາພຣະວິຫານ, ບໍ່ມີໃຜຕ້ອງຖືກປະໄວ້ຂ້າງຫລັງ. ໜ້າທີ່ຂອງເຮົາຄືຮັກເຂົາເຈົ້າ, ຮັບໃຊ້ເຂົາເຈົ້າ, ແລະ ຊ່ວຍເຕົ້າໂຮມເຂົາເຈົ້າກັບບ້ານ.
ພຣະບິດາເທິງສະຫວັນຂອງເຮົາຮັກເຮົາ, ທ່ານ ແລະ ຂ້າພະເຈົ້າ. ພຣະອົງໄດ້ປະທານພຣະວິຫານໃຫ້ເຮົາ ເພື່ອວ່າ “ສິ່ງໃດກໍຕາມທີ່ [ເຮົາ] ຈະຜູກມັດເທິງແຜ່ນດິນໂລກ ສິ່ງນັ້ນຈະຖືກຜູກມັດໃນສະຫວັນ” (ຄຳສອນ ແລະ ພັນທະສັນຍາ 128:8; ເບິ່ງ ມັດທາຍ 18:18 ນຳອີກ). ພຣະອົງໄດ້ສົ່ງພຣະບຸດຂອງພຣະອົງມາ ເພື່ອເຮັດໃຫ້ສາຍຮັດແຫ່ງຄວາມຕາຍຂາດອອກ, ປູທາງໃຫ້ແກ່ສາຍພົວພັນອັນເປັນນິດ ແລະ ການເຕົ້າໂຮມຄອບຄົວນິລັນດອນ.
ດ້ວຍເຫດນີ້ ພວກເຮົາຈຶ່ງມີພິທີການ. ດ້ວຍເຫດນີ້ ພວກເຮົາຈຶ່ງເຮັດພັນທະສັນຍາ. ດ້ວຍເຫດນີ້ ພວກເຮົາຈຶ່ງສ້າງພຣະວິຫານ. ດ້ວຍເຫດນີ້ ພວກເຮົາຈຶ່ງອຸທິດຕົນຕໍ່ວຽກງານ ແລະ ລັດສະໝີພາບຂອງພຣະເຈົ້າ (ເບິ່ງ ໂມເຊ 1:39). ແລະ ດ້ວຍເຫດນີ້ ພວກເຮົາຈຶ່ງຫລັ່ງນ້ຳຕາແຫ່ງຄວາມຊື່ນຊົມ, ໂດຍທີ່ຮູ້ວ່າ ການເຕົ້າໂຮມນິລັນດອນລໍຖ້າເຮົາຢູ່ ແລະ ຄົນທີ່ເຮົາຮັກ ໃນທີ່ປະທັບຂອງພຣະບິດາ ແລະ ພຣະບຸດ.
ຂໍໃຫ້ເຮົາຈົ່ງພົບຄວາມຊື່ນຊົມ ແລະ ສັນຕິສຸກ ຂະນະທີ່ເຮົາຮັກສາພັນທະສັນຍາ ແລະ ຮ່ວມກັບພຣະຜູ້ເປັນເຈົ້າໃນວຽກງານແຫ່ງການຊ່ວຍໃຫ້ລອດທີ່ຮຸ່ງໂລດຂອງພຣະອົງ.
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, February 2026. Laotian. 19933 331