“Partakers of the Divine Nature,” Liahona, Jan. 2026.
ຂ່າວສານປະຈຳເດືອນ Liahona, ເດືອນມັງກອນ 2026
ຜູ້ຮັບເອົາທຳມະຊາດແຫ່ງສະຫວັນ
(2 ເປໂຕ 1:4)
ຄວາມຮູ້ກ່ຽວກັບແຜນແຫ່ງຄວາມລອດເຮັດໃຫ້ເຮົາມີມຸມມອງອັນລໍ້າຄ່າ, ເສີມສ້າງຄວາມສຸກຂອງເຮົາ, ແລະ ເຮັດໃຫ້ເຮົາເຂັ້ມແຂງຂຶ້ນເພື່ອທີ່ຈະເອົາຊະນະຄວາມທ້າທາຍ ແລະ ຄວາມທຸກຍາກຕ່າງໆຂອງເຮົາ.
Christ Calls Two Disciples [ພຣະຄຣິດເອີ້ນສານຸສິດສອງຄົນ], ໂດຍ ແກຣີ ອີ ສະມິດ
ອັກຄະສາວົກເປໂຕຢໍ້າເຕືອນເຮົາວ່າ ສຳລັບສານຸສິດຂອງພຣະເຢຊູຄຣິດແລ້ວ, “ລິດເດດຂອງພຣະເຈົ້າໄດ້ຊົງປະທານ ສິ່ງສາລະພັດ ແກ່ພວກເຮົາ ຊຶ່ງຈຳເປັນຕໍ່ ຊີວິດ ແລະ ຕໍ່ການດຳເນີນຕາມທາງຂອງພຣະເຈົ້າ, ໂດຍການຮູ້ຈັກພຣະອົງ ຜູ້ທີ່ຊົງເອີ້ນພວກເຈົ້າດ້ວຍສະຫງ່າລາສີ ແລະ ຄວາມລໍ້າເລີດຂອງພຣະອົງເອງ:
“ດ້ວຍສິ່ງເຫລົ່ານັ້ນ ພຣະອົງໄດ້ຊົງປະທານ ພຣະສັນຍາປະເສີດອັນໃຫຍ່ຫລວງ ແກ່ເຮົາທັງຫລາຍ ເພື່ອວ່າດ້ວຍສິ່ງເຫລົ່ານີ້ ພວກເຈົ້າຈຶ່ງໜີພົ້ນໄດ້ຈາກຄວາມເສື່ອມໂຊມທີ່ມີຢູ່ໃນໂລກນີ້ເພາະຕັນຫາ ແລະ ຈະໄດ້ຮັບສ່ວນໃນສະພາບຂອງພຣະອົງ” (2 ເປໂຕ 1:3–4; ເນັ້ນຄຳເນີ້ງ).
ແຜນຂອງພຣະບິດາເທິງສະຫວັນໄດ້ບັນຍາຍກ່ຽວກັບສັນຍາປະເສີດອັນໃຫຍ່ຫລວງ ທີ່ນິຍາມເອກະລັກ ແລະ ຈຸດປະສົງນິລັນດອນຂອງເຮົາ.
ດັ່ງທີ່ອະທິບາຍຢູ່ໃນ “ຄອບຄົວ: ການປະກາດຕໍ່ໂລກ”:
“ມະນຸດທຸກຄົນ—ຊາຍ ແລະ ຍິງ—ໄດ້ຖືກສ້າງຂຶ້ນຕາມຮູບຮ່າງລັກສະນະຂອງພຣະເຈົ້າ. ແຕ່ລະຄົນກໍເປັນບຸດ ຫລື ທິດາທາງວິນຍານ ທີ່ຮັກຫອມຂອງພຣະບິດາມານດາເທິງສະຫວັນ ແລະ ເມື່ອເປັນເຊັ່ນນັ້ນ, ເຮົາແຕ່ລະຄົນຈຶ່ງມີທຳມະຊາດແຫ່ງສະຫວັນ ແລະ ມີຈຸດໝາຍປາຍທາງ. …
“ໃນພົມມະຈັກກ່ອນເກີດ, ບຸດ ແລະ ທິດາທາງວິນຍານຮູ້ຈັກ ແລະ ນະມັດສະການພຣະເຈົ້າ ວ່າເປັນພຣະບິດານິລັນດອນຂອງເຂົາ ແລະ ຍອມຮັບເອົາແຜນຂອງພຣະອົງ ຊຶ່ງໃນແຜນນັ້ນ ລູກໆຂອງພຣະອົງຈະໄດ້ຮັບຮ່າງກາຍທີ່ມີເນື້ອໜັງ ແລະ ມີປະສົບການຕ່າງໆຢູ່ໃນໂລກ ເພື່ອຈະໄດ້ພັດທະນາຕົນ ຈົນເຖິງຂັ້ນດີພ້ອມທຸກຢ່າງ ແລະ ໃນທີ່ສຸດບັນລຸຈຸດໝາຍປາຍທາງແຫ່ງສະຫວັນຂອງເຂົາ ໃນຖານະຜູ້ຮັບມໍລະດົກແຫ່ງຊີວິດນິລັນດອນ.”
ພຣະບິດາເທິງສະຫວັນສັນຍາກັບລູກໆຂອງພຣະອົງວ່າ ຖ້າຫາກພວກເຂົາເຮັດຕາມກົດເກນຂອງແຜນຂອງພຣະອົງ ແລະ ຕົວຢ່າງຂອງພຣະບຸດທີ່ຮັກຂອງພຣະອົງ, ຮັກສາພຣະບັນຍັດ, ແລະ ອົດທົນໃນສັດທາຈົນເຖິງທີ່ສຸດ, ພວກເຂົາ “ຈະມີຊີວິດນິລັນດອນ, ຊຶ່ງເປັນຂອງປະທານອັນຍິ່ງໃຫຍ່ທີ່ສຸດໃນຂອງປະທານທັງໝົດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 14:7).
ວຽກງານຂອງພຣະເຈົ້າແມ່ນສຸມໃຈໃສ່ຄວາມກ້າວໜ້າ ແລະ ຄວາມສູງສົ່ງຂອງລູກໆຂອງພຣະອົງ. ທຸກໆແງ່ມຸມໃນແຜນຂອງພຣະອົງແມ່ນຖືກອອກແບບມາເພື່ອເປັນພອນໃຫ້ແກ່ບຸດ ແລະ ທິດາຂອງພຣະອົງເພາະວ່າ “ຄຸນຄ່າຂອງຈິດວິນຍານ ແມ່ນຍິ່ງໃຫຍ່ໃນສາຍພຣະເນດຂອງ [ພຣະອົງ]” (ຄຳສອນ ແລະ ພັນທະສັນຍາ 18:10).
ແຜນຂອງພຣະບິດາ
ໃນສະພາກ່ອນເກີດ, ພຣະບິດາເທິງສະຫວັນໄດ້ນຳສະເໜີແຜນຂອງພຣະອົງໃຫ້ກັບລູກໆທາງວິນຍານຂອງພຣະອົງເພື່ອຄວາມກ້າວໜ້າ ແລະ ຄວາມສຸກນິລັນດອນຂອງພວກເຂົາ.
“ພວກເຮົາຈະສ້າງແຜ່ນດິນໂລກໜ່ວຍໜຶ່ງທີ່ວິນຍານເຫລົ່ານີ້ຈະໄດ້ອາໄສຢູ່;
“ແລະ ພວກເຮົາຈະພິສູດພວກເຂົາໂດຍວິທີນີ້, ເພື່ອເບິ່ງວ່າພວກເຂົາຈະເຮັດທຸກສິ່ງທັງປວງສິ່ງໃດກໍຕາມທີ່ພຣະຜູ້ເປັນເຈົ້າອົງເປັນພຣະເຈົ້າຂອງພວກເຂົາຈະບັນຊາພວກເຂົາຫລືບໍ່;
“ແລະ ຜູ້ທີ່ຮັກສາສະພາວະທຳອິດຂອງພວກເຂົາຈະໄດ້ຮັບເພີ່ມເຕີມ; ແລະ ຜູ້ທີ່ບໍ່ຮັກສາສະພາວະທຳອິດຂອງພວກເຂົາຈະບໍ່ມີລັດສະໝີພາບໃນອານາຈັກດຽວກັບຜູ້ທີ່ຮັກສາສະພາວະທຳອິດຂອງພວກເຂົາ; ແລະ ຜູ້ທີ່ຮັກສາສະພາວະທີສອງຂອງພວກເຂົາຈະມີລັດສະໝີພາບເພີ່ມເຕີມໃສ່ເທິງຫົວຂອງພວກເຂົາຕະຫລອດການ ແລະ ຕະຫລອດໄປ.
“ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຮົາຈະສົ່ງຜູ້ໃດໄປ? ແລະ ຜູ້ໜຶ່ງຊຶ່ງເໝືອນດັ່ງບຸດມະນຸດໄດ້ຕອບວ່າ: ຂ້າພຣະອົງຢູ່ນີ້ເດ, ຂໍຈົ່ງສົ່ງຂ້າພຣະອົງໄປເຖີດ. ແລະ ຜູ້ໜຶ່ງອີກໄດ້ຕອບ ແລະ ກ່າວວ່າ: ຂ້າພຣະອົງຢູ່ນີ້ເດ, ຂໍຈົ່ງສົ່ງຂ້າພຣະອົງໄປເຖີດ. ແລະ ພຣະຜູ້ເປັນເຈົ້າໄດ້ກ່າວວ່າ: ເຮົາຈະສົ່ງຜູ້ທຳອິດໄປ.
“ແລະ ຜູ້ທີສອງໄດ້ໃຈຮ້າຍ, ແລະ ບໍ່ໄດ້ຮັກສາສະພາວະທຳອິດຂອງລາວ; ແລະ, ໃນວັນນັ້ນ, ວິນຍານຢ່າງຫລວງຫລາຍໄດ້ຕິດຕາມລາວໄປ” (ອັບຣາຮາມ 3:24–28).
ຈົ່ງຮູ້ໄວ້ວ່າມີພຽງແຕ່ແຜນດຽວເທົ່ານັ້ນທີ່ໄດ້ຖືກນຳສະເໜີໃນສະພາກ່ອນເກີດ—ຄືແຜນຂອງພຣະບິດາ. ພຣະບິດາເທິງສະຫວັນຂອງເຮົາບໍ່ໄດ້ຖາມຄຳຖາມວ່າ, “ເຮົາຈະເຮັດແນວໃດ?” ພຣະອົງບໍ່ໄດ້ສະແຫວງຫາຄວາມຄິດເຫັນ, ຂໍຄຳແນະນຳ, ຫລື ຮຽກຮ້ອງຂໍ້ສະເໜີໃດໆ. ແທນທີ່, ພຣະອົງໄດ້ນຳສະເໜີອົງປະກອບຂັ້ນພື້ນຖານຂອງແຜນຂອງພຣະອົງ ແລະ ໄດ້ຖາມວ່າ, “ເຮົາຈະສົ່ງຜູ້ໃດໄປ?” ແກ່ນແທ້ຂອງຄຳຖາມຂອງພຣະອົງນັ້ນໄດ້ມຸ່ງເນັ້ນໄປທີ່ວ່າ ໃຜຄວນຈະຖືກສົ່ງໄປ ເພື່ອປະຕິບັດຕາມຂໍ້ກຳນົດ ແລະ ເງື່ອນໄຂຂອງແຜນຂອງພຣະອົງ.
ຜົນທີ່ໄດ້ຮັບຂອງການກໍ່ກະບົດຂອງຜູ້ປໍລະປັກຍັງໄດ້ຖືກອະທິບາຍໄວ້ໃນພຣະຄຳພີນຳອີກ.
“ດັ່ງນັ້ນ, ເພາະວ່າຊາຕານໄດ້ກະບົດຕໍ່ເຮົາ, ແລະ ໄດ້ສະແຫວງຫາທີ່ຈະທຳລາຍ ອຳເພີໃຈຂອງມະນຸດ, ຊຶ່ງເຮົາ … ໄດ້ມອບໃຫ້ມັນ, ແລະ ວ່າຈະໃຫ້ເຮົາມອບອຳນາດຂອງເຮົາເອງໃຫ້ມັນນຳອີກ … , ເຮົາຈຶ່ງໄດ້ເຮັດໃຫ້ມັນຖືກໂຍນລົງໄປ;
“ແລະ ມັນໄດ້ກາຍເປັນຊາຕານ, … ແມ່ນແຕ່ເປັນມານ, ບິດາຂອງຄວາມຕົວະທັງປວງ, ທີ່ຈະຫລອກລວງ ແລະ ເຮັດໃຫ້ມະນຸດຕາບອດ, ແລະ ທີ່ຈະນຳພາພວກເຂົາໄປເປັນທາດຕາມຄວາມປະສົງຂອງມັນ, ແມ່ນແຕ່ຫລາຍຕໍ່ຫລາຍຄົນທີ່ບໍ່ເຊື່ອຟັງສຽງຂອງເຮົາ” (ໂມເຊ 4:3–4; ເນັ້ນຄຳເນີ້ງ).
ລູຊິເຟີບໍ່ໄດ້ນຳສະເໜີແຜນທີ່ບໍ່ໄດ້ຖືກເລືອກຈາກຄະແນນສຽງສ່ວນໃຫຍ່ຂອງຜູ້ເຂົ້າຮ່ວມໃນສະພາກ່ອນເກີດ. ມັນບໍ່ແມ່ນບຸກຄົນທີ່ໜ້າເຫັນໃຈຈາກການແພ້ການເລືອກຕັ້ງ. ມັນໄດ້ກໍ່ກະບົດ! ຄວາມຈອງຫອງ, ຄວາມທະນົງໃຈ, ແລະ ຄວາມເຫັນແກ່ຕົວໄດ້ກະຕຸ້ນໃຫ້ມັນກໍ່ກະບົດຕໍ່ຕ້ານແຜນຂອງພຣະບິດາ.
ແຜນຂອງພຣະບິດາ ແລະ ພຣະກິດຕິຄຸນຂອງພຣະຜູ້ຊ່ວຍໃຫ້ລອດ
ແຜນດັ່ງກ່າວແມ່ນອະທິບາຍເຖິງວຽກງານຂອງພຣະບິດາ ແລະ ພຣະບຸດທີ່ເຮັດໃຫ້ມະນຸດທັງປວງໄດ້ຮັບພອນແຫ່ງຊີວິດນິລັນດອນ.
ພຣະກິດຕິຄຸນຂອງພຣະເຢຊູຄຣິດ ປະກອບເປັນວິທີຊຶ່ງໂດຍທາງນັ້ນ ເຮົາຈະສາມາດຮັບພອນທີ່ໄດ້ສັນຍາໄວ້ໃນແຜນຂອງພຣະເຈົ້າ, ແມ່ນແຕ່ຄຳສອນ, ຫລັກທຳ, ພິທີການ, ແລະ ພັນທະສັນຍາທີ່ຊາຍ ແລະ ຍິງຈຳຕ້ອງເຊື່ອ ແລະ ປະຕິບັດຕາມ. “ຈະບໍ່ມີນາມອື່ນໃດປະທານໃຫ້ພາຍໃຕ້ສະຫວັນສັນນັ້ນ ນອກຈາກຈະເປັນພຣະເຢຊູຄຣິດອົງນີ້ … ຊຶ່ງໂດຍພຣະນາມນີ້ມະນຸດຈະລອດໄດ້” (2 ນີໄຟ 25:20). ແທ້ຈິງແລ້ວ, ອົງພຣະເຢຊູຄຣິດເຈົ້າເປັນ“ທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາເຈົ້າໄດ້ ນອກຈາກມາທາງ [ພຣະອົງ]” (ໂຢຮັນ 14:6; ເນັ້ນຄຳເນີ້ງ).
ປະທານຣະໂຊ ເອັມ ແນວສັນ ໄດ້ອະທິບາຍວ່າ:
“ແຜນດັ່ງກ່າວແມ່ນຮຽກຮ້ອງໃຫ້ມີການນິລະມິດສ້າງ, ແລະ ດ້ວຍເຫດນັ້ນ ຈຶ່ງຈຳເປັນຕ້ອງມີທັງການຕົກ ແລະ ການຊົດໃຊ້. ສິ່ງເຫລົ່ານີ້ແມ່ນອົງປະກອບພື້ນຖານສາມປະການຂອງແຜນ. ການສ້າງດາວເຄາະແຫ່ງສຸຂະເສີມແມ່ນມາຈາກພຣະເຈົ້າ. ຄວາມເປັນມະຕະ ແລະ ຄວາມຕາຍມາສູ່ໂລກນີ້ຜ່ານການຕົກຂອງອາດາມ ແລະ ເອວາ [ເບິ່ງ 2 ນີໄຟ 2:25; ໂມເຊ 6:48]. ຄວາມເປັນອະມະຕະ ແລະ ຄວາມເປັນໄປໄດ້ຂອງຊີວິດນິລັນດອນໄດ້ຖືກຈັດກຽມໄວ້ໂດຍການຊົດໃຊ້ຂອງພຣະເຢຊູຄຣິດ [ເບິ່ງ 2 ນີໄຟ 2:21–28]. …
“… ເຮົາມາຍັງໂລກນີ້ພຽງແຕ່ຊ່ວງເວລາສັ້ນໆ, ອົດທົນຕໍ່ກັບການທົດສອບ ແລະ ການທົດລອງຕ່າງໆຂອງເຮົາ, ແລະ ກຽມພ້ອມທີ່ຈະກ້າວໄປຂ້າງໜ້າ ແລະ ຂຶ້ນສູງສູ່ການກັບບ້ານອັນມີລັດສະໝີພາບ [ເບິ່ງ ເພງສັນລະເສີນ 116:15; ແອວມາ 42:8]. ຄວາມຄິດ ແລະ ການກະທຳຂອງເຮົາໃນລະຫວ່າງທີ່ [ຢູ່ໃນຄວາມເປັນມະຕະ] ຈະມີຈຸດປະສົງຫລາຍຂຶ້ນຢ່າງແນ່ນອນ ຖ້າວ່າເຮົາເຂົ້າໃຈ ແລະ ຂອບຄຸນຕໍ່ແຜນຂອງພຣະເຈົ້າ ແລະ ເຊື່ອຟັງຕໍ່ພຣະບັນຍັດຂອງພຣະອົງ [ເບິ່ງ ຄຳສອນ ແລະ ພັນທະສັນຍາ 59:20–21].”
ຊື່ຕ່າງໆຂອງແຜນໃນພຣະຄຳພີມໍມອນ
ເຮົາຮຽນຮູ້ຄວາມຈິງທີ່ສຳຄັນໂດຍການລະບຸ ແລະ ສຶກສາຊື່ທີ່ແຕກຕ່າງກັນສຳລັບແຜນຂອງພຣະບິດາໃນພຣະຄຳພີມໍມອນ: ປະຈັກພະຍານອີກຢ່າງໜຶ່ງເຖິງພຣະເຢຊູຄຣິດ. ຍົກຕົວຢ່າງ, ຈົ່ງພິຈາລະນາຕົວຢ່າງຊື່ທີ່ໄດ້ເລືອກໄວ້ດັ່ງຕໍ່ໄປນີ້:
“ແຜນທີ່ເຕັມໄປດ້ວຍຄວາມເມດຕາຂອງພຣະຜູ້ສ້າງ” (2 ນີໄຟ 9:6).
“ແຜນຂອງພຣະເຈົ້າຂອງພວກເຮົາ” (2 ນີໄຟ 9:13).
“ແຜນແຫ່ງຄວາມລອດ” (ເຈຣອມ 1:2; ແອວມາ 24:14).
“ແຜນແຫ່ງການໄຖ່” (ແອວມາ 12:25, 26, 30, 32, 33; 42:11, 13).
“ແຜນການນຳກັບຄືນມາ” (ແອວມາ 41:2).
“ແຜນແຫ່ງຄວາມສຸກ” (ແອວມາ 42:16).
“ແຜນແຫ່ງຄວາມເມດຕາ” (ແອວມາ 42:31).
ຊື່ແຕ່ລະຊື່ເຫລົ່ານີ້ຊ່ວຍເຮົາໃຫ້ເຂົ້າໃຈຢ່າງແຈ່ມແຈ້ງຫລາຍຂຶ້ນເຖິງຄຳສັນຍາອັນລໍ້າຄ່າຂອງແຜນຂອງພຣະບິດາ ແລະ ເສີມສ້າງທັດສະນະຄະຕິຂອງເຮົາກ່ຽວກັບຈຸດປະສົງ ແລະ ຄວາມໝາຍຂອງຊີວິດມະຕະຂອງເຮົາ.
ທີ່ສຳຄັນ, ຊື່ແຜນຂອງພຣະເຈົ້າທີ່ຖືກນຳໃຊ້ດຸທີ່ສຸດໃນພຣະຄຳພີມໍມອນແມ່ນສຸມໃສ່ການໄຖ່ທີ່ເຮັດໃຫ້ເປັນໄປໄດ້ຜ່ານທາງການຊົດໃຊ້ຂອງພຣະເຢຊູຄຣິດ.
ແອວມາໄດ້ປະກາດວ່າ, “ຖ້າຫາກບໍ່ມີ ແຜນແຫ່ງການໄຖ່ ຊຶ່ງວາງໄວ້ນັບຕັ້ງແຕ່ການວາງຮາກຖານຂອງໂລກແລ້ວ, ມັນຈະມີການຟື້ນຄືນຊີວິດຂອງຄົນຕາຍບໍ່ໄດ້; ແຕ່ມີແຜນແຫ່ງການໄຖ່ວາງໄວ້ ຊຶ່ງຈະເຮັດໃຫ້ເກີດການຟື້ນຄືນຊີວິດຂອງຄົນຕາຍ” (ແອວມາ 12:25).
ເພິ່ນຍັງໄດ້ຕັກເຕືອນອີກວ່າ, “ເລີ່ມເຊື່ອຖືໃນພຣະບຸດຂອງພຣະເຈົ້າ, ວ່າພຣະອົງຈະສະເດັດມາໄຖ່ຜູ້ຄົນຂອງພຣະອົງ, ແລະ ວ່າພຣະອົງຈະຮັບເອົາຄວາມເຈັບປວດ ແລະ ສິ້ນພຣະຊົນເພື່ອຊົດໃຊ້ແທນບາບຂອງພວກເຂົາ; ແລະ ວ່າພຣະອົງຈະລຸກຂຶ້ນຈາກຄວາມຕາຍອີກ, ຊຶ່ງຈະເຮັດໃຫ້ເກີດການຟື້ນຄືນຊີວິດ, ເພື່ອຄົນທັງປວງຈະໄດ້ຢືນຢູ່ຕໍ່ພຣະພັກຂອງພຣະອົງ, ເພື່ອຮັບການພິພາກສາໃນມື້ສຸດທ້າຍ ແລະ ເປັນມື້ພິພາກສາ, ຕາມວຽກງານຂອງພວກເຂົາ” (ແອວມາ 33:22).
ທາງໄດ້ຖືກຕຽມໄວ້ແລ້ວ
ຈິດວິນຍານຂອງເຮົາຄວນເຕັມໄປດ້ວຍຄວາມກະຕັນຍູເມື່ອເຮົາພິຈາລະແຜນແຫ່ງຄວາມລອດ, ແຫ່ງການໄຖ່, ແຫ່ງການນຳກັບຄືນມາ, ແຫ່ງຄວາມເມດຕາ, ແລະ ແຫ່ງຄວາມສຸກ ອັນຍິ່ງໃຫຍ່ຂອງພຣະຜູ້ເປັນເຈົ້າ. ຄວາມຮູ້ກ່ຽວກັບແຜນຂອງພຣະອົງເຮັດໃຫ້ເຮົາມີມຸມມອງອັນລໍ້າຄ່າ, ເສີມສ້າງຄວາມສຸກຂອງເຮົາ, ແລະ ເຮັດໃຫ້ເຮົາເຂັ້ມແຂງຂຶ້ນໃນການເອົາຊະນະຄວາມທ້າທາຍ ແລະ ຄວາມທຸກຍາກຕ່າງໆຂອງເຮົາ.
ພຣະບິດາເທິງສະຫວັນໂຫຍຫາໃຫ້ເຮົາກັບຄືນບ້ານມາຫາພຣະອົງ. ພຣະອົງເຊື້ອເຊີນ ແລະ ສັນຍາເຖິງພອນຕ່າງໆ, ແຕ່ພຣະອົງຈະບໍ່ມີວັນຝືນໃຈ, ບັງຄັບ, ຫລື ຈຳກັດການໃຊ້ອຳເພີໃຈທາງສິນທຳທີ່ພຣະອົງໄດ້ມອບໃຫ້ກັບເຮົາ. ເຮົາຈະຕ້ອງກະທຳ ແລະ ເລືອກທີ່ຈະກັບຄືນມາຫາພຣະອົງໂດຍການເຮັດຕາມຕົວຢ່າງຂອງພຣະບຸດທີ່ຮັກຂອງພຣະອົງ.
His Hand Is Stretched Out Still [ພຣະຫັດຂອງພຣະອົງຍັງຍື່ນອອກມາ], ໂດຍ ເອລີຊາເບັດ ເທເຢີ
“ທາງ ໄດ້ຖືກຕຽມໄວ້ແລ້ວ, ແລະ ຖ້າຫາກເຮົາຈະຫລຽວເບິ່ງ ພວກເຮົາຈະມີຊີວິດຕະຫລອດການ” (ແອວມາ 37:46; ເນັ້ນຄຳເນີ້ງ).
ຂ້າພະເຈົ້າເປັນພະຍານຢ່າງຊື່ນຊົມຍິນດີວ່າ ພຣະບິດາເທິງສະຫວັນເປັນພຣະຜູ້ສ້າງແຜນອັນສູງສົ່ງນີ້ໄວ້ໃຫ້ກັບລູກໆຂອງພຣະອົງ. ພຣະເຢຊູຄຣິດຄື ພຣະຜູ້ໄຖ່ ແລະ ພຣະຜູ້ຊ່ວຍໃຫ້ລອດຂອງເຮົາ. ແລະ ໃນຖານະທີ່ເປັນອັກຄະສາວົກຂອງພຣະຜູ້ເປັນເຈົ້າໃນຍຸກສຸດທ້າຍຄົນໜຶ່ງ, ຂ້າພະເຈົ້າເປັນພະຍານວ່າພຣະອົງເປັນ “ທາງນັ້ນ, ເປັນຄວາມຈິງ, ແລະ ເປັນຊີວິດ” ແທ້ໆ (ໂຢຮັນ 14:6; ເນັ້ນຄຳເນີ້ງ).
© 2026 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, January 2026. Laotian. 19932 331