2025
ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄອບ​ຄົວ​ນິ​ລັນ​ດອນ
ເດືອນ​ທັນ​ວາ 2025 Liahona


“God’s Plan for a Forever Family,” Liahona, Dec. 2025.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ທັນ​ວາ 2025

ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄອບ​ຄົວ​ນິ​ລັນ​ດອນ

ຄອບ​ຄົວ​ທີ່​ຮັບ​ເອົາ​ແຜນ​ຂອງ​ພຣະ​ເຈົ້າ, ຮັກ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ, ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ຈະ​ໄດ້​ຮັບ​ມໍ​ລະ​ດົກ “ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ ແລະ ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ” ໃນ​ມື້​ໜຶ່ງ.

ຮູບ​ຖ່າຍ​ຂອງ​ພຣະ​ວິ​ຫານ​ເຊົາ​ປາ​ໂລ ບຣາ​ຊິນ

ເມື່ອ​ໃກ້​ຈະ​ສິ້ນ​ສຸດ​ການ​ເຜີຍ​ແຜ່​ເຕັມ​ເວ​ລາ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຮູ້​ສຶກ​ດີ​ໃຈ​ຫລາຍ​ທີ່​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ ແລະ ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໃນ​ພຣະ​ວິ​ຫານ​ເຊົາ​ປາ​ໂລ ບຣາ​ຊິນ.

ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ, ອັບ​ປາ​ເຣ​ຊິ​ໂດ ແລະ ເມີ​ເຊ​ເດສ, ມາ​ຈາກ​ພື້ນ​ຖານ​ທາງ​ສາດ​ສະ​ໜາ​ທີ່​ແຕກ​ຕ່າງ​ກັນ, ແຕ່​ປະ​ສົບ​ການ​ຊີ​ວິດ​ຂອງ​ພວກ​ເພິ່ນ​ໄດ້​ກຽມ​ພວກ​ເພິ່ນ​ໃຫ້​ຍອມ​ຮັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ.

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຕີບ​ໂຕ​ມາ​ໃນ​ຄອບ​ຄົວ​ທີ່​ດີ ແຕ່​ບໍ່​ເຊື່ອ​ຖື​ສາດ​ສະ​ໜາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ໄວ​ໜຸ່ມ​ເພິ່ນ​ໄດ້​ສົນ​ໃຈ​ສາດ​ສະ​ໜາ. ເພິ່ນ​ໄດ້​ອ່ານ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ເຂົ້າ​ຮ່ວມ​ຫ້ອງ​ຮຽນ​ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ແລະ ໄດ້​ສຶກ​ສາ​ພຣະ​ຊົນ​ຊີບ​ຂອງ​ພຣະ​ເຢ​ຊູ​ຄຣິດ. ການ​ສຶກ​ສາ​ຂອງ​ເພິ່ນ​ເຮັດ​ໃຫ້​ເພິ່ນ​ສົນ​ໃຈ​ທັງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ຄອບ​ຄົວ, ເຮັດ​ໃຫ້​ເພິ່ນ​ປາດ​ຖະ​ໜາ​ທີ່​ຈະ​ແຕ່ງ​ງານ​ກັບ​ຄົນ​ທີ່​ມີ​ຄວາມ​ຄິດ​ເໝືອນ​ກັນ.

ກົງ​ກັນ​ຂ້າມ, ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມາ​ຈາກ​ຄອບ​ຄົວ​ທີ່​ເຄັ່ງ​ຄັດ​ເລື່ອງ​ສາດ​ສະ​ໜາ. ເຂົາ​ເຈົ້າ​ຮັບ​ເອົາ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ, ໄດ້​ໄປ​ໂບດ, ແລະ ປະ​ຕິ​ບັດ​ຕາມ​ສາດ​ສະ​ໜາ​ຂອງ​ເຂົາ​ເຈົ້າ​ຢ່າງ​ຊື່​ສັດ. ເມື່ອ​ເຕີບ​ໂຕ​ໃນ​ສະ​ພາບ​ແວດ​ລ້ອມ​ແບບ​ນັ້ນ, ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ກາຍ​ເປັນ​ຄົນ​ທີ່​ໄປ​ໂບດ​ບໍ່​ເຄີຍ​ຂາດ.

ແລະ ສະ​ນັ້ນ, ຫລັງ​ຈາກ​ທີ່​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ງານ​ກັນ, ແລະ ອ້າຍ​ນ້ອງ​ສາມ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າ​ໄດ້​ເກີດ​ມາ, ພວກ​ເພິ່ນ​ຈຶ່ງ​ພະ​ຍາ​ຍາມ​ຢ່າງ​ສຸດ​ຄວາມ​ສາ​ມາດ ເພື່ອ​ລ້ຽງ​ດູ​ພວກ​ເຮົາ​ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຮູ້​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ. ມື້​ໜຶ່ງ​ປ້າ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ເປັນ​ສະ​ມາ​ຊິກ​ທີ່​ບໍ່​ເຂັ້ມ​ແຂງ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ໄດ້​ເວົ້າ​ກັບ​ພໍ່​ຂອງ​ຂ້າ​ພະ​ເຈົ້າ​ວ່າ, “ເຈົ້າ​ມີ​ລູກ​ຊາຍ​ສີ່​ຄົນ. ຖ້າ​ເຈົ້າ​ຢາກ​ສ້າງ​ຄອບ​ຄົວ​ທີ່​ມີ​ພຣະ​ຄຣິດ​ເປັນ​ສູນ​ກາງ ແລະ ມີ​ພຣະ​ເຈົ້າ​ໃນ​ຄອບ​ຄົວ​ຂອງ​ເຈົ້າ, ເຈົ້າ​ຕ້ອງ​ໄປ​ໂບດ​ຂອງ​ຂ້ອຍ.”

ພໍ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສິ່ງ​ທີ່​ເພິ່ນ​ເວົ້າ, ແຕ່​ພໍ່​ບໍ່​ໄດ້​ເຮັດ​ຫຍັງ​ເລີຍ ຈົນ​ກວ່າ​ມື້​ໜຶ່ງ​ທີ່​ມີ​ຜູ້​ສອນ​ສາດ​ສະ​ໜາ​ເຕັມ​ເວ​ລາ​ໄດ້​ມາ​ເລາະ​ສອນ​ຢູ່​ຄຸ້ມ​ບ້ານ​ຂອງ​ພວກ​ເຮົາ, ໄດ້​ເຄາະ​ປະ​ຕູ​ຂອງ​ພວກ​ເຮົາ, ແລະ ເລີ່ມ​ຕົ້ນ​ສິດ​ສອນ​ພວກ​ເຮົາ. ເພິ່ນ​ຮູ້​ໄດ້​ໄວ​ວ່າ ເຂົາ​ເຈົ້າ​ເປັນ​ຕົວ​ແທນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ປ້າ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຊຸກ​ຍູ້​ໃຫ້​ເພິ່ນ​ໄປ​ສຳ​ຫລວດ​ເບິ່ງ.

ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ

ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ສົນ​ໃຈ​ໃນ​ຕອນ​ທຳ​ອິດ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື ຄວາມ​ສຳ​ຄັນ​ທີ່​ສາດ​ສະ​ໜາ​ຈັກ​ໃຫ້​ໄວ້​ກັບ​ຄອບ​ຄົວ ແລະ ການ​ສິດ​ສອນ​ທີ່​ວ່າ “ວຽກ​ງານ​ແຫ່ງ​ຄວາມ​ລອດ ແລະ ຄວາມ​ສູງ​ສົ່ງ​ສ່ວນ​ໃຫຍ່​ບັນ​ລຸ​ຄວາມ​ສຳ​ເລັດ​ຜ່ານ​ທາງ​ຄອບ​ຄົວ.” ກ່ອນ​ພວກ​ເພິ່ນ​ຈະ​ຮັບ​ບັບ​ຕິ​ສະ​ມາ, ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ​ກັບ​ສິ່ງ​ທີ່​ພວກ​ເພິ່ນ​ໄດ້​ຮຽນ​ຮູ້ ຈົນ​ວ່າ​ພວກ​ເພິ່ນ​ໄດ້​ເຊື້ອ​ເຊີນ​ເພື່ອນ​ບ້ານ​ໃຫ້​ມາ​ຮ່ວມ​ຮຽນ​ບົດ​ຮຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ​ກັບ​ພວກ​ເພິ່ນ.

ຮູບ​ຖ່າຍ​ຂອງ​ພໍ່​ແມ່​ຂອງ​ແອວ​ເດີ ໂຊ​ອາ​ເຣສ໌

ສິ່ງ​ໜຶ່ງ​ທີ່​ເຮັດ​ໃຫ້​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ສົນ​ໃຈ​ໃນ​ຕອນ​ທຳ​ອິດ​ກ່ຽວ​ກັບ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ​ຄື ຄວາມ​ສຳ​ຄັນ​ທີ່​ສາດ​ສະ​ໜາ​ຈັກ​ໃຫ້​ໄວ້​ກັບ​ຄອບ​ຄົວ.

ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ໄດ້​ພົບ​ກັບ​ຜູ້​ສອນ​ສາດ​ສະ​ໜາ, ແລະ ສືບ​ຕໍ່​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຫລັງ​ຈາກ​ການ​ບັບ​ຕິ​ສະ​ມາ​ຂອງ​ພວກ​ເພິ່ນ, ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮຽນ​ຮູ້​ວິ​ທີ​ທີ່ “ຈະ​ລ້ຽງ​ດູ​ລູກໆ [ຂອງ​ພວກ​ເພິ່ນ] ໃນ​ຄວາມ​ສະ​ຫວ່າງ ແລະ ຄວາມ​ຈິງ” ແລະ ວິ​ທີ​ທີ່​ຈະ “ຈັດ​ບ້ານ​ເຮືອນ [ຂອງ​ພວກ​ເພິ່ນ] ເອງ​ທາງ​ວິນ​ຍານ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 93:40, 43).

ພວກ​ເພິ່ນ​ໄດ້​ຮຽນ​ຮູ້​ວ່າ “ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ຕໍ່​ແຜນ​ຂອງ​ພຣະ​ຜູ້​ສ້າງ ສຳ​ລັບ​ຈຸດ​ໝາຍ​ປາຍ​ທາງ​ນິ​ລັນ​ດອນ​ຂອງ​ລູກໆ​ຂອງ​ພຣະ​ອົງ” ແລະ ວ່າ “ຄອບ​ຄົວ​ຈະ​ມີ​ຄວາມ​ສຸກ​ກໍ​ຕໍ່​ເມື່ອ​ເຂົາ​ເຈົ້າ​ດຳ​ເນີນ​ຊີ​ວິດ​ຕາມ​ຄຳ​ສອນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ.”

ພວກ​ເພິ່ນ​ໄດ້​ຮຽນ​ຮູ້​ວ່າ “ການ​ແຕ່ງ​ງານ ແລະ ຄອບ​ຄົວ​ຈະ​ມີ​ຄວາມ​ສຳ​ເລັດ​ໄດ້​ໃນ​ຊີ​ວິດ​ກໍ​ຕໍ່​ເມື່ອ​ເຂົາ​ເຈົ້າ​ໝັ້ນ​ຄົງ​ຢູ່​ໃນ​ຫລັກ​ທຳ​ແຫ່ງ​ສັດ​ທາ, ການ​ອະ​ທິ​ຖານ, ການ​ກັບ​ໃຈ, ການ​ໃຫ້​ອະ​ໄພ, ການ​ນັບ​ຖື, ຄວາມ​ຮັກ, ຄວາມ​ເມດ​ຕາ, ວຽກ​ງານ, ແລະ ກິດ​ຈະ​ກຳ​ທີ່​ໃຫ້​ການ​ພັກ​ຜ່ອນ​ຢ່ອນ​ອາ​ລົມ​ທີ່​ເປັນ​ປະ​ໂຫຍດ​ຕ່າງໆ.”

ພວກ​ເພິ່ນ​ໄດ້​ຮຽນ​ຮູ້​ວ່າ ຄອບ​ຄົວ​ສາ​ມາດ​ເປັນ​ນິ​ລັນ​ດອນ ແລະ ວ່າ “ສັງ​ຄົມ​ດຽວ​ກັນ​ທີ່​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຮົາ​ຢູ່​ທີ່​ນີ້ ຈະ​ມີ​ຢູ່​ໃນ​ບັນ​ດາ​ພວກ​ເຮົາ​ຢູ່​ທີ່​ນັ້ນ, ພຽງ​ແຕ່​ມັນ​ຈະ​ຖືກ​ຄຽງ​ຄູ່​ໄປ​ກັບ​ລັດ​ສະ​ໝີ​ພາບ​ນິ​ລັນ​ດອນ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:2).

ແລະ ພວກ​ເພິ່ນ​ໄດ້​ຮຽນ​ຮູ້​ວ່າ “ຈຸດ​ປະ​ສົງ​ສູງ​ສຸດ​ຂອງ​ທຸກໆ​ຄຳ​ສອນ, ທຸກໆ​ກິດ​ຈະ​ກຳ​ໃນ​ສາດ​ສະ​ໜາ​ຈັກ​ຄື ພໍ່​ແມ່ ແລະ ລູກໆ​ຂອງ​ເຂົາ​ເຈົ້າ​ມີ​ຄວາມ​ສຸກ​ຢູ່​ທີ່​ບ້ານ, ໄດ້​ຖືກ​ຜະ​ນຶກ​ເຂົ້າ​ກັນ​ໃນ​ການ​ແຕ່ງ​ງານ​ນິ​ລັນ​ດອນ, ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ຫລາຍໆ​ລຸ້ນ​ຄົນ​ຂອງ​ເຂົາ​ເຈົ້າ.”

ດ້ວຍ​ຄວາມ​ຮູ້​ນັ້ນ, ພວກ​ເພິ່ນ​ໄດ້​ປາດ​ຖະ​ໜາ​ທີ່​ຈະ​ຜະ​ນຶກ​ເຂົ້າ​ກັນ​ເປັນ​ຄອບ​ຄົວ​ນິ​ລັນ​ດອນ.

ດ້ວຍ​ຕາ​ເບິ່ງ​ໄປ​ທີ່​ຄວາມ​ເປັນ​ນິ​ລັນ​ດອນ

ຫລັງ​ຈາກ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ພວກ​ເພິ່ນ​ໄດ້​ປະ​ຕິ​ບັດ​ຕາມ​ສິ່ງ​ທີ່​ພວກ​ເພິ່ນ​ກຳ​ລັງ​ຮຽນ​ຮູ້, ຍ້າຍ​ຈາກ​ໂລກ​ໄປ​ສູ່​ອາ​ນາ​ຈັກ​ແຫ່ງ​ພຣະ​ກິດ​ຕິ​ຄຸນ. ພວກ​ເພິ່ນ​ໄດ້​ພະ​ຍາ​ຍາມ​ເຮັດ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຮົາ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໂດຍ​ການ​ຈັດ​ການ​ສັງ​ສັນ​ໃນ​ຄອບ​ຄົວ ແລະ ການ​ສຶກ​ສາ​ພຣະ​ຄຳ​ພີ​ເປັນ​ຄອບ​ຄົວ, ການ​ໄປ​ຮ່ວມ​ປະ​ຊຸມ​ໂບດ​ຢ່າງ​ຊື່​ສັດ, ແລະ ການ​ເຮັດ​ວຽກ​ງານ​ສືບ​ປະ​ຫວັດ​ຄອບ​ຄົວ. ດ້ວຍ​ຄວາມ​ພະ​ຍາ​ຍາມ​ເຫລົ່າ​ນັ້ນ ເພື່ອ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ, ພວກ​ເພິ່ນ​ຫວັງ​ທີ່​ຈະ​ສ້າງ​ຄອບ​ຄົວ​ທີ່​ມີ​ຈຸດ​ສູນ​ກາງ​ຢູ່​ທີ່​ແຜນ​ແຫ່ງ​ຄວາມ​ລອດ ດ້ວຍ​ຕາ​ເບິ່ງ​ໄປ​ທີ່​ຄວາມ​ເປັນ​ນິ​ລັນ​ດອນ.

ໃນ​ປີ 1965, ປີ​ທີ່​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ບັບ​ຕິ​ສະ​ມາ, ພຣະ​ວິ​ຫານ​ທີ່​ໃກ້​ທີ່​ສຸດ​ກັບ​ເມືອງ​ເຊົາ​ປາ​ໂລ, ປະ​ເທດ​ບຣາ​ຊິນ, ແມ່ນ​ຢູ່​ໃນ​ເມືອງ​ເມ​ສາ, ລັດ​ອາ​ຣິ​ໂຊ​ນາ, ຫ່າງ​ໄກ​ເກືອບ​ເຖິງ 6,000 ໄມ (9,650 ກມ). ການ​ເດີນ​ທາງ​ຕ້ອງ​ມີ​ຄ່າ​ໃຊ້​ຈ່າຍ​ຫລາຍ​ສຳ​ລັບ​ຄອບ​ຄົວ​ຂອງ​ພວກ​ເຮົາ, ສະ​ນັ້ນ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ລໍ​ຖ້າ​ຈົນ​ກວ່າ​ຈະ​ເຖິງ​ການ​ອຸ​ທິດ​ພຣະ​ວິ​ຫານ​ເຊົາ​ປາ​ໂລ ບຣາ​ຊິນ ໃນ​ປີ 1978 ກ່ອນ​ທີ່​ພວກ​ເພິ່ນ​ຈະ​ສາ​ມາດ​ໄດ້​ຮັບ​ພິ​ທີ​ການ​ພຣະ​ວິ​ຫານ ແລະ ຮັບ​ການ​ຜະ​ນຶກ. ໃນ​ເວ​ລາ​ນັ້ນ, ຂ້າ​ພະ​ເຈົ້າ​ກຳ​ລັງ​ຮັບ​ໃຊ້​ເຜີຍ​ແຜ່​ຢູ່​ເມືອງ​ຣຽວ ເດ ຈາ​ເນ​ໂຣ.

ປະ​ມານ​ສອງ​ເດືອນ​ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ຈະ​ສິ້ນ​ສຸດ​ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ໃນ​ເດືອນ​ກຸມ​ພາ ປີ 1980, ປະ​ທານ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອະ​ນຸ​ຍາດ​ໃຫ້​ຄູ່​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ເດີນ​ທາງ​ໄປ​ກັບ​ສະ​ມາ​ຊິກ​ສະ​ເຕກ ຈາກ​ເມືອງ​ຣຽວ ເດ ຈາ​ເນ​ໂຣ ໄປ​ພຣະ​ວິ​ຫານ​ຢູ່​ເມືອງ​ເຊົາ​ປາ​ໂລ ເພື່ອ​ວ່າ​ຂ້າ​ພະ​ເຈົ້າ​ຈະ​ສາ​ມາດ​ຮັບ​ຂອງ​ປະ​ທານ​ສັກ​ສິດ ແລະ ຜະ​ນຶກ​ເຂົ້າ​ກັບ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ. ເຊັ່ນ​ດຽວ​ກັບ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ໄດ້​ລໍ​ຖ້າ​ຫລາຍ​ປີ​ສຳ​ລັບ​ພອນ​ທີ່​ສັນ​ຍາ​ໄວ້​ຂອງ​ພິ​ທີ​ການ ແລະ​ພັນ​ທະ​ສັນ​ຍາ​ໃນ​ພຣະ​ວິ​ຫານ.

ປະ​ສົບ​ການ​ນັ້ນ​ໄດ້​ປ່ຽນ​ວິ​ໄສ​ທັດ​ຂອງ​ຂ້າ​ພະ​ເຈົ້າ​ກ່ຽວ​ກັບ​ອະ​ນາ​ຄົດ ແລະ ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ຄັ້ງ​ທຳ​ອິດ​ເຖິງ​ຄວາມ​ຈິງ​ຂອງ​ຄຳ​ເວົ້າ​ລ່າ​ສຸດ​ຂອງ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ທີ່​ວ່າ: “ເວ​ລາ​ໃນ​ພຣະ​ວິ​ຫານ ຈະ​ຊ່ວຍ​ໃຫ້​ທ່ານ ຄິດ​ກ່ຽວ​ກັບ​ຊັ້ນ​ສູງ ແລະ ໃຫ້​ທ່ານ​ມີ​ວິ​ໄສ​ທັດ​ກ່ຽວ​ກັບ​ວ່າ ແທ້​ຈິງ​ແລ້ວ​ທ່ານ​ແມ່ນ​ໃຜ, ທ່ານ​ສາ​ມາດ​ກາຍ​ເປັນ​ໃຜ​ໄດ້, ແລະ ຊີ​ວິດ​ແບບ​ໃດ​ທີ່​ທ່ານ​ສາ​ມາດ​ມີ​ຕະ​ຫລອດ​ໄປ.”

ຊ່ວງ​ເວ​ລາ​ອັນ​ສັ້ນໆ​ໃນ​ພຣະ​ວິ​ຫານ​ໃນ​ຄັ້ງ​ນັ້ນ ມີ​ອິດ​ທິ​ພົນ​ຢ່າງ​ເລິກ​ເຊິ່ງ​ຕໍ່​ການ​ຮັບ​ໃຊ້​ເຜີຍ​ແຜ່​ທີ່​ເຫລືອ​ຢູ່​ຂອງ​ຂ້າ​ພະ​ເຈົ້າ. ດ້ວຍ​ວິ​ໄສ​ທັດ​ໃໝ່​ນັ້ນ, ການ​ເປັນ​ພະ​ຍານ​ເຖິງ​ພຣະ​ວິ​ຫານ ແລະ ຄວາມ​ສຳ​ຄັນ​ຂອງ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄອບ​ຄົວ ກໍ​ມີ​ຜົນ​ກະ​ທົບ​ທີ່​ຍາວ​ນານ​ຕໍ່​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ​ເຊັ່ນ​ກັນ.

ເມື່ອ​ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ, ໂຣ​ຊາ​ນາ, ແລະ ຂ້າ​ພະ​ເຈົ້າ​ໄດ້​ແຕ່ງ​ງານ​ກັນ​ສອງ​ປີ​ຫລັງ​ຈາກ​ການ​ເຜີຍ​ແຜ່​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເຮົາ​ໄດ້​ຜະ​ນຶກ​ເຂົ້າ​ກັນ​ໃນ​ພຣະ​ວິ​ຫານ​ດ້ວຍ​ວິ​ໄສ​ທັດ​ທີ່​ຈະ​ລ້ຽງ​ດູ​ຄອບ​ຄົວ​ນິ​ລັນ​ດອນ​ຂອງ​ຕົວ​ເອງ. ເພື່ອ​ເຮັດ​ແນວ​ນັ້ນ, ພວກ​ເຮົາ​ໄດ້​ເຮັດ​ວຽກ​ນຳ​ກັນ​ເພື່ອ​ສ້າງ​ປະ​ເພ​ນີ​ຄອບ​ຄົວ​ຄື​ກັບ​ທີ່​ພໍ່​ແມ່​ຂອງ​ພວກ​ເຮົາ​ໄດ້​ສິດ​ສອນ​ພວກ​ເຮົາ, ທັງ​ໝົດ​ສຸມ​ໃສ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ຄຳ​ສອນ​ຂອງ​ພຣະ​ອົງ, ແລະ ຄຳ​ສອນ​ຂອງ​ສາດ​ສະ​ດາ​ໃນ​ຍຸກ​ປະ​ຈຸ​ບັນ​ຂອງ​ພຣະ​ອົງ.

ທຸກ​ວັນ​ນີ້​ລູກໆ​ຂອງ​ພວກ​ເຮົາ​ກໍ​ກຳ​ລັງ​ລ້ຽງ​ດູ​ລູກໆ​ຂອງ​ເຂົາ​ເຈົ້າ​ດ້ວຍ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ແຫ່ງ​ຄວາມ​ສຸກ​ແບບ​ດຽວ​ກັນ. ສຳ​ລັບ​ພວກ​ເຮົາ, ຄອບ​ຄົວ​ແມ່ນ​ທຸກ​ສິ່ງ​ທຸກ​ຢ່າງ ເພາະ​ວ່າ​ພວກ​ເຮົາ​ເຂົ້າ​ໃຈ​ເຖິງ​ຈຸດ​ໃຫຍ່​ໃຈ​ກາງ​ຂອງ​ຄອບ​ຄົວ​ໃນ​ແຜນ​ຂອງ​ພຣະ​ເຈົ້າ.

ໃນ​ຖາ​ນະ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ທີ່​ໄດ້​ຜະ​ນຶກ​ລູກ​ທັງ​ສາມ​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ເຂົ້າ​ກັບ​ຄູ່​ຄອງ​ຂອງ​ເຂົາ​ເຈົ້າ​ໃນ​ພຣະ​ວິ​ຫານ. ເມື່ອ​ຫລຽວ​ເບິ່ງ​ຕາ​ຂອງ​ເຂົາ​ເຈົ້າ​ໃນ​ຂະ​ນະ​ທີ່​ເຂົາ​ເຈົ້າ​ຄຸ​ເຂົ່າ​ລົງ​ຢູ່​ທີ່​ແທ່ນ​ບູ​ຊາ​ໃນ​ພຣະ​ວິ​ຫານ​ນັ້ນ ເປັນ​ປະ​ສົບ​ການ​ທີ່​ສວຍ​ງາມ. ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຈາກ​ຫລັກ​ທຳ​ພຣະ​ກິດ​ຕິ​ຄຸນ​ທີ່​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ຂ້າ​ພະ​ເຈົ້າ ແລະ ສິ່ງ​ທີ່​ໂຣ​ຊາ​ນາ ແລະ ຂ້າ​ພະ​ເຈົ້າ​ໄດ້​ສິດ​ສອນ​ເຂົາ​ເຈົ້າ. ຂ້າ​ພະ​ເຈົ້າ​ສາ​ມາດ​ເຫັນ​ພອນ​ເຫລົ່າ​ນັ້ນ​ສືບ​ຕໍ່​ໄປ​ໃນ​ຄົນ​ລຸ້ນ​ຕໍ່ໆ​ໄປ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຖືກ​ເຕືອນ​ໃຈ​ວ່າ​ໃຜ​ເປັນ​ຜູ້​ທີ່​ເຮັດ​ໃຫ້​ທຸກ​ສິ່ງ​ເປັນ​ໄປ​ໄດ້.

ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ທີ່​ຫລາກ​ຫລາຍ​ຢູ່​ເທິງ​ຊັ້ນ​ວາງ

ຄຳ​ເຕືອນ​ໃຈ​ກ່ຽວ​ກັບ​ວັນ​ຄຣິດ​ສະ​ມາດ

ຄອບ​ຄົວ​ເປັນ​ຈຸດ​ໃຫຍ່​ໃຈ​ກາງ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ເຈົ້າ, ແຕ່​ຖ້າ​ບໍ່​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ພຣະ​ເຢ​ຊູ​ຄຣິດ, ແຜນ​ນັ້ນ​ຈະ​ເປັນ​ໄປ​ບໍ່​ໄດ້. ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ແລະ ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ​ທີ່​ພົບ​ໃນ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ ເຮັດ​ໃຫ້​ຄຳ​ສັນ​ຍາ​ແຫ່ງ​ຄວາມ​ສູງ​ສົ່ງ​ເປັນ​ໄປ​ໄດ້.

ປະ​ທານ​ແນວ​ສັນ​ໄດ້​ປະ​ກາດ​ວ່າ: “ຄວາມ​ສູງ​ສົ່ງ​ເປັນ​ວຽກ​ງານ​ຂອງ​ຄອບ​ຄົວ. ໂດຍ​ຜ່ານ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ເທົ່າ​ນັ້ນ ຄອບ​ຄົວ​ຈຶ່ງ​ຈະ​ສາ​ມາດ​ຮັບ​ຄວາມ​ສູງ​ສົ່ງ​ໄດ້. ຈຸດ​ໝາຍ​ສູງ​ສຸດ​ທີ່​ເຮົາ​ພະ​ຍາ​ຍາມ​ແມ່ນ​ເພື່ອ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ໃນ​ຖາ​ນະ​ຄອບ​ຄົວ—ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ, ຮັບ​ການ​ຜະ​ນຶກ, ແລະ ກຽມ​ສຳ​ລັບ​ຊີ​ວິດ​ນິ​ລັນ​ດອນ ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ.”

ເມື່ອ​ຂ້າ​ພະ​ເຈົ້າ​ໄປ​ຢ້ຽມ​ຢາມ​ສະ​ຖານ​ທີ່​ຕ່າງໆ​ທີ່​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ​ມາ​ກ່ອນ, ຂ້າ​ພະ​ເຈົ້າ​ພະ​ຍາ​ຍາມ​ຊອກ​ຫາ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ຊຸດ​ນ້ອຍໆ ທີ່​ເຕືອນ​ໃຈ​ໂຣ​ຊາ​ນາ ແລະ ຂ້າ​ພະ​ເຈົ້າ​ເຖິງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ຂ້າ​ພະ​ເຈົ້າ​ໄດ້​ສະ​ສົມ​ຫລາຍ​ສົມ​ຄວນ.

ຂະ​ນະ​ທີ່​ຄຸ້ນ​ຄິດ​ເຖິງ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ທີ່​ຖ່ອມ​ຕົວ​ເຫລົ່າ​ນັ້ນ, ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ເຄີຍ​ໄດ້​ໄຕ່​ຕອງ​ວ່າ, “ແມ່ນ​ຫຍັງ​ທີ່​ສຳ​ຄັນ​ທີ່​ສຸດ​ໃນ​ຊີ​ວິດ​ຂອງ​ພວກ​ເຮົາ​ແທ້ໆ?” ຄຳ​ຕອບ, ແນ່​ນອນ, ແມ່ນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ, ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ, ແລະ ຄອບ​ຄົວ​ຂອງ​ພວກ​ເຮົາ. ເພື່ອ​ເຕືອນ​ໃຈ​ພວກ​ເຮົາ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ພວກ​ເຮົາ​ທີ່​ມີ​ຕໍ່​ພວກ​ເຮົາ ແລະ ວ່າ​ຜ່ານ​ທາງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ທີ່​ຄຳ​ສັນ​ຍາ​ຂອງ​ຄອບ​ຄົວ​ນິ​ລັນ​ດອນ​ເປັນ​ໄປ​ໄດ້, ກ່ອນ​ວັນ​ຄຣິດ​ສະ​ມາດ ​ສອງ​ສາມ​ປີ​ກ່ອນ ພວກ​ເຮົາ​ໄດ້​ວາງ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ທັງ​ໝົດ​ຂອງ​ພວກ​ເຮົາ​ໄວ້​ເທິງ​ຊັ້ນ​ວາງ​ຂະ​ໜາດ​ໃຫຍ່​ສອງ​ຊັ້ນ ໃນ​ບ້ານ​ຂອງ​ພວກ​ເຮົາ—ແລະ ປະ​ໄວ້​ແບບ​ນັ້ນ ແທນ​ທີ່​ຈະ​ເກັບ​ມ້ຽນ​ຫລັງ​ຈາກ​ເທດ​ສະ​ການ​ຄຣິດ​ສະ​ມາດ. ປະ​ເພ​ນີ​ນັ້ນ​ຊ່ວຍ​ໃຫ້​ພວກ​ເຮົາ​ຮັກ​ສາ​ວິນ​ຍານ​ແຫ່ງ​ຄຣິດ​ສະ​ມາດ​ໄວ້​ໃນ​ບ້ານ​ຂອງ​ພວກ​ເຮົາ​ຕະ​ຫລອດ​ທັງ​ປີ.

ທຸກ​ມື້​ທີ່​ພວກ​ເຮົາ​ຫລຽວ​ເບິ່ງ​ສາກ​ເລື່ອງ​ລາວ​ການ​ກຳ​ເນີດ​ເຫລົ່າ​ນັ້ນ, ມັນ​ຊ່ວຍ​ເຕືອນ​ໃຈ​ພວກ​ເຮົາ​ຢ່າງ​ອ່ອນ​ໂຍນ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໃນ​ຊີ​ວິດ​ຂອງ​ພວກ​ເຮົາ. ມັນ​ເຕືອນ​ໃຈ​ພວກ​ເຮົາ​ວ່າ ສັນ​ຕິ​ສຸກ​ຢູ່​ເທິງ​ໂລກ​ໃນ​ເວ​ລາ​ນີ້ (ເບິ່ງ ລູ​ກາ 2:14) ແລະ ຄວາມ​ສຸກ​ນິ​ລັນ​ດອນ​ໃນ​ໂລກ​ທີ່​ຈະ​ມາ​ເຖິງ ຂຶ້ນ​ຢູ່​ກັບ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ແລະ ການ​ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ທີ່​ພວກ​ເຮົາ​ໄດ້​ເຮັດ​ກັບ​ພຣະ​ອົງ. ແລະ ມັນ​ເຕືອນ​ໃຈ​ພວກ​ເຮົາ “ວ່າ​ພຣະ​ອົງ​ໄດ້​ມາ​ສູ່​ໂລກ, ແມ່ນ​ແຕ່​ພຣະ​ເຢ​ຊູ, ເພື່ອ​ຖືກ​ຄຶງ​ເພື່ອ​ໂລກ, ແລະ ເພື່ອ​ຮັບ​ເອົາ​ບາບ​ຂອງ​ໂລກ, ແລະ ເພື່ອ​ເຮັດ​ໃຫ້​ໂລກ​ບໍ​ລິ​ສຸດ, ແລະ ເພື່ອ​ຊຳ​ລະ​ລ້າງ​ມັນ​ຈາກ​ຄວາມ​ບໍ່​ຊອບ​ທຳ​ທັງ​ໝົດ;

“ວ່າ​ໂດຍ​ຜ່ານ​ພຣະ​ອົງ ທຸກ​ຄົນ​ຈະ​ໄດ້​ຮັບ​ການ​ຊ່ວຍ​ໃຫ້​ລອດ ຜູ້​ຊຶ່ງ​ພຣະ​ບິ​ດາ​ໄດ້​ໃຫ້​ຢູ່​ໃນ​ອຳ​ນາດ​ຂອງ​ພຣະ​ອົງ ແລະ ຖືກ​ສ້າງ​ໂດຍ​ພຣະ​ອົງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:41–42).

ເຊັ່ນ​ດຽວ​ກັບ​ທີ່​ພວກ​ເຮົາ​ໄດ້​ຮຽນ​ຮູ້​ຄວາມ​ຈິງ​ເຫລົ່າ​ນີ້​ຈາກ​ພໍ່​ແມ່​ຂອງ​ພວກ​ເຮົາ, ໂຣ​ຊາ​ນາ ແລະ ຂ້າ​ພະ​ເຈົ້າ​ກໍ​ໄດ້​ພະ​ຍາ​ຍາມ​ເພື່ອ​ສົ່ງ​ມັນ​ຕໍ່​ໃຫ້​ລູກໆ​ຂອງ​ພວກ​ເຮົາ. ບັດ​ນີ້​ລູກໆ​ຂອງ​ພວກ​ເຮົາ​ກຳ​ລັງ​ສິດ​ສອນ​ຄວາມ​ຈິງ​ດຽວ​ກັນ​ນີ້​ໃຫ້​ກັບ​ລູກໆ​ຂອງ​ເຂົາ​ເຈົ້າ. ເມັດ​ພືດ​ທີ່​ປູກ​ໄວ້​ໃນ​ໃຈ​ຂອງ​ພໍ່​ແມ່​ຂອງ​ຂ້າ​ພະ​ເຈົ້າ ເມື່ອ 60 ປີ​ກ່ອນ ໃນ​ເຮືອນ​ຫລັງ​ນ້ອຍ​ຂອງ​ພວກ​ເຮົາ​ໃນ​ປະ​ເທດ​ບຣາ​ຊິນ ໄດ້​ເບັ່ງ​ບານ ແລະ ອອກ​ຜົນ “ຊຶ່ງ​ຫວານ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ຫວານ, ແລະ ຂາວ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ຂາວ, ແທ້​ຈິງ​ແລ້ວ, ແລະ ບໍ​ລິ​ສຸດ​ເໜືອ​ກວ່າ​ທຸກ​ສິ່ງ​ທີ່​ບໍ​ລິ​ສຸດ” (ແອວ​ມາ 32:42).

ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ຜູ້​ທີ່​ຮັບ​ເອົາ​ແຜນ​ຂອງ​ພຣະ​ເຈົ້າ​ສຳ​ລັບ​ຄອບ​ຄົວ, ຮັກ​ດັ່ງ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຮັກ, ແລະ ໃຫ້​ກຽດ​ແກ່​ພັນ​ທະ​ສັນ​ຍາ​ຂອງ​ເຂົາ​ເຈົ້າ ຈະ​ໄດ້​ຮັບ​ມໍ​ລະ​ດົກ “ພອນ​ແຫ່ງ​ຊີ​ວິດ​ນິ​ລັນ​ດອນ ແລະ ຄວາມ​ສົມ​ບູນ​ແຫ່ງ​ຄວາມ​ຊື່ນ​ຊົມ” ໃນ​ມື້​ໜຶ່ງ” ກັບ​ຄົນ​ທີ່​ເຂົາ​ເຈົ້າ​ຮັກ ແລະ ກັບ​ພຣະ​ບິ​ດາ ແລະ ພຣະ​ບຸດ.

ແຫລ່ງ​ອ້າງ​ອີງ

  1. ຄູ່​ມື​ທົ່ວ​ໄປ: ການ​ຮັບ​ໃຊ້​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, 2.0, ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  2. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  3. ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.”

  4. Boyd K. Packer, “The Father and the Family,” Ensign, May 1994, 19.

  5. Russell M. Nelson, “Rejoice in the Gift of Priesthood Keys,” Liahona, May 2024, 121.

  6. Russell M. Nelson, “Open the Heavens through Temple and Family History Work,” Liahona, Oct. 2017, 18.

  7. ຄູ່​ມື​ທົ່ວ​ໄປ, 2.0.