“Covenants, Power, and Promises,” Liahona, Oct. 2025.
ຂ່າວສານປະຈຳເດືອນ Liahona, ເດືອນຕຸລາ 2025
ພັນທະສັນຍາ, ອຳນາດ, ແລະ ຄຳສັນຍາ
ພຣະວິຫານຄືສູນກາງຂອງອຳນາດ ແລະ ການປົກປ້ອງທີ່ສັນຍາໄວ້ກັບຜູ້ທີ່ຊື່ສັດ ກ່ອນການສະເດັດມາຄັ້ງທີສອງຂອງອົງພຣະເຢຊູຄຣິດເຈົ້າ.
ພາບປະກອບຂອງໂຈເຊັບ ສະມິດ ໂດຍ ແດນ ເບີ
ໃນເດືອນພຶດສະພາ 1833, ອາຊາເຮວ ແພຣີ ປູ່ທວດລຸ້ນທີສີ່ຂອງຂ້າພະເຈົ້າ ແລະ ໝູ່ເພື່ອນຈຳນວນໜຶ່ງໄດ້ເດີນທາງມາຈາກທາງເໜືອຂອງລັດນິວຢອກ ເພື່ອມາທີ່ເມືອງເຄີດແລນ, ລັດໂອໄຮໂອ. ພວກເພິ່ນບໍ່ໄດ້ເປັນສະມາຊິກຂອງສາດສະໜາຈັກທີ່ຫາກໍໄດ້ຮັບການຟື້ນຟູໃໝ່, ແຕ່ພວກເພິ່ນຕ້ອງການທີ່ຈະພົບກັບສາດສະດາ ໂຈເຊັບ ສະມິດ. ພວກເພິ່ນມາຮອດທັນເວລາພໍດີໃນການເຂົ້າຮ່ວມການປະຊຸມປຶກສາຄັ້ງທຳອິດເພື່ອສົນທະນາກ່ຽວກັບການສ້າງພຣະວິຫານເຄີດແລນ.
ຫລັງຈາກການເລີ່ມປະຊຸມປຶກສາ, ສາດສະດາໄດ້ນຳສະເໜີເລື່ອງການກໍ່ສ້າງພຣະວິຫານ. ຈາກນັ້ນເພິ່ນໄດ້ຂໍໃຫ້ຜູ້ທີ່ມີໜ້າຢູ່ທີ່ນັ້ນສະແດງຄວາມຮູ້ສຶກຂອງເຂົາເຈົ້າກ່ຽວກັບພາລະກິດອັນຍິ່ງໃຫຍ່ດັ່ງກ່າວ. ສຽງສ່ວນໃຫຍ່ໄດ້ເວົ້າວ່າສາດສະໜາຈັກແມ່ນຍາກຈົນເກີນໄປທີ່ຈະຮັບໜ້າທີ່ດັ່ງກ່າວ. ເຂົາເຈົ້າໄດ້ສະເໜີການກໍ່ສ້າງຂະໜາດນ້ອຍກວ່າ, ແລະ ລາຄາຖືກກວ່າ.
ໃນລະຫວ່າງການສົນທະນາກັນຢູ່ນັ້ນ, ປູ່ທວດແພຣີ ແລະ ໝູ່ເພື່ອນຂອງເພິ່ນກໍລວມກຸ່ມກັນ, ນຳເອົາເງິນຂອງພວກເພິ່ນອອກມາ, ແລະ ນັບເຂົ້າກັນ. ພວກເພິ່ນຈະມີເງິນພຽງພໍທີ່ຈະຈ່າຍຄ່າເດີນທາງກັບ ແລະ ຮ່ວມສົມທົບທຶນໃນການສ້າງພຣະວິຫານຫລືບໍ່? ສອງສາມນາທີຕໍ່ມາ, ປູ່ທວດຂອງຂ້າພະເຈົ້າໄດ້ເຂົ້າໄປຫາໂຈເຊັບ ສະມິດ, ດຶງເອົາຫລຽນທອງຄຳ ມູນຄ່າຫ້າໂດລາອອກມາ, ແລະ ຍື່ນໃຫ້ກັບສາດສະດາ. (ຫລຽນດັ່ງກ່າວອາດຈະມີມູນຄ່າຫລາຍຮ້ອຍໂດລາໃນຍຸກນີ້!)
ໂຈເຊັບທີ່ຢືນຢູ່ຕໍ່ໜ້າສະພາ ແລະ ໄດ້ຈັບຫລຽນນັ້ນຂຶ້ນມາ. ຈາກນັ້ນ, ໄດ້ກ່າວຢ່າງມີພະລັງ, ເພິ່ນໄດ້ເວົ້າວ່າ “ວຽກງານໄດ້ເລີ່ມແລ້ວ ແລະ ບ້ານ [ຂອງພຣະຜູ້ເປັນເຈົ້າ] ຈະຖືກສ້າງຂຶ້ນຕາມແບບແຜນທີ່ວາງໄວ້” ໂດຍອົງພຣະເຢຊູຄຣິດເຈົ້າ.
ບໍ່ດົນຄອບຄົວແພຣີໄດ້ເຂົ້າຮ່ວມກັບສາດສະໜາຈັກໃນເມືອງເຄີດແລນ, ໄດ້ຮັບພອນຂອງພຣະວິຫານຂອງພວກເພິ່ນໃນສອງສາມປີຕໍ່ມາທີ່ພຣະວິຫານນາວູ, ແລະ ຕໍ່ມາໄດ້ຂ້າມທົ່ງພຽງມາທີ່ລັດຢູທາ.
ໃນຕອນທີ່ພຣະວິຫານເຄີດແລນໄດ້ຖືກອຸທິດໃນປີ 1836, ພຣະວິຫານນັ້ນນ້ອຍເກີນໄປທີ່ຈະຮອງຮັບໄພ່ພົນຍຸກສຸດທ້າຍ ຜູ້ທີ່ຕ້ອງການເຂົ້າຮ່ວມການອຸທິດນັ້ນ. ໃນຂະນະທີ່ສາດສະໜາຈັກເຕີບໂຕຂຶ້ນ, ຈຳນວນໄພ່ພົນຜູ້ເຂົ້າຮ່ວມການປະຊຸມຢູ່ດ້ານນອກກໍເພີ່ມຂຶ້ນ. ປະທານເຈມສ໌ ອີ ຟາວ (1920–2007), ຜູ້ທີ່ໄດ້ຮັບໃຊ້ເປັນປະທານສະເຕກຂອງຂ້າພະເຈົ້າ ໃນຕອນທີ່ຂ້າພະເຈົ້າຍັງເປັນຊາຍໜຸ່ມ ແລະ ເປັນຜູ້ຊ່ວຍເຫລືອຂ້າພະເຈົ້າໃນຕອນທີ່ຂ້າພະເຈົ້າໄດ້ຮັບການເອີ້ນໃນຖານະເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ໃນປີ 2007, ໄດ້ໃຫ້ຂໍ້ສັງເກດກ່ຽວກັບພຣະວິຫານແຫ່ງທີສອງຂອງສາດສະໜາຈັກດັ່ງນີ້:
“ກ່ອນທີ່ພຣະວິຫານນາວູຈະສຳເລັດການສ້າງໃນປີ 1846 ໄພ່ພົນຈຳຕ້ອງພົບກັນທີ່ດ້ານນອກອາຄານ, ມັກຈະຢູ່ໃກ້ໆກັບພຣະວິຫານ, ເພື່ອໃຫ້ໄດ້ຍິນໂຈເຊັບ ແລະ ຜູ້ນຳຄົນອື່ນໆຂອງສາດສະໜາຈັກກ່າວ. ໃນບາງຄັ້ງກໍມີເປັນພັນໆຄົນທີ່ເຂົ້າຮ່ວມການປະຊຸມເຫລົ່ານັ້ນ”–ບາງຄັ້ງແມ່ນແຕ່ໃນສະພາບອາກາດອັນໂຫດຮ້າຍ.
“ດັ່ງທີ່ [ແອວເດີ] ຈອດເອ ສະມິດ ໄດ້ກ່າວແບບຫລິ້ນໆຕະຫລົກວ່າ, ‘ໃນວັນເວລາຂອງສາດສະດາໂຈເຊັບ … [ສາດສະໜາຈັກ] ຈະເລີນຮຸ່ງເຮືອງທີ່ສຸດຢູ່ທາງນອກອາຄານ.’”
ເຮົາຮູ້ສຶກກະຕັນຍູທີ່ໃນວັນເວລາຂອງເຮົາ, ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ ກຳລັງຈະເລີນຮຸ່ງເຮືອງທັງດ້ານນອກອາຄານ, ດ້ານໃນອາຄານ, ແລະ ຕະຫລອດທົ່ວໂລກ. ຄວາມຈະເລີນຮຸ່ງເຮືອງນັ້ນແມ່ນລວມທັງການກໍ່ສ້າງພຣະວິຫານດ້ວຍຄວາມໄວໃນແບບທີ່ບໍ່ເຄີຍມີມາກ່ອນ “ຕາມແບບແຜນທີ່ວາງໄວ້”–ແບບແຜນທີ່ລວມພອນ, ການອຸທິດຖວາຍ, ສັດທາ, ແລະ ການເສຍສະລະ ຢູ່ສະເໝີ.
A Glorious Light—Kirtland Temple [ຄວາມສະຫວ່າງທີ່ຮຸ່ງເຫລື້ອມ—ພຣະວິຫານເຄີດແລນ], ໂດຍ ກະເລັນ ແອັສ ຮອບຄິນສັນ, ຫ້າມຄັດລອກ
ເປັນຫຍັງຈຶ່ງມີພຣະວິຫານຫລາຍແຫ່ງ?
“ຜູ້ມີຊີວິດກ່ອນເຮົາໄດ້ທຳນາຍໄວ້ວ່າ ພຣະວິຫານຫລາຍແຫ່ງຈະຢາຍຢູ່ທົ່ວທຸກພື້ນທີ່ຂອງອາເມຣິກາເໜືອ ແລະ ໄຕ້, ໝູ່ເກາະປາຊີຟິກ, ເອີຣົບ, ແລະ ສະຖານທີ່ອື່ນໆ,” ປະທານເອຊະຣາ ແທັບ ເບັນສັນ (1899-1994) ໄດ້ກ່າວໄວ້ເມື່ອຫລາຍທົດສະວັດກ່ອນ. “ຖ້າວ່າວຽກງານແຫ່ງການໄຖ່ນີ້ຈະຕ້ອງເຮັດໃນລະດັບທີ່ຕ້ອງເຮັດແລ້ວ, ຈຳເປັນຕ້ອງມີພຣະວິຫານຫລາຍຮ້ອຍແຫ່ງ.”
ປະທານຣະໂຊເອັມ ແນວສັນ ໄດ້ກ່າວວ່າ ພວກເຮົາສ້າງພຣະວິຫານດ້ວຍຄວາມໄວທີ່ບໍ່ເຄີຍມີມາກ່ອນໃນຍຸກນີ້ “ຍ້ອນພຣະຜູ້ເປັນເຈົ້າໄດ້ສັ່ງເຮົາໃຫ້ເຮັດເຊັ່ນນັ້ນ. ພອນຂອງພຣະວິຫານຊ່ວຍເຕົ້າໂຮມອິດສະຣາເອນຢູ່ທັງສອງຟາກມ່ານ. ພອນເຫລົ່ານີ້ກໍຊ່ວຍກຽມຜູ້ຄົນທີ່ຈະຊ່ວຍກຽມໂລກສຳລັບການສະເດັດມາຄັ້ງທີອງຂອງພຣະຜູ້ເປັນເຈົ້າ!”
ໃນຄຳອະທິຖານອຸທິດພຣະວິຫານເຄີດແລນຂອງເພິ່ນ, ໂຈເຊັບ ສະມິດ ໄດ້ອະທິຖານວ່າ “ຜູ້ຄົນທັງປວງທີ່ຈະເຂົ້າສູ່ທາງເຂົ້າບ້ານຂອງພຣະຜູ້ເປັນເຈົ້າຈະຮູ້ສຶກເຖິງອຳນາດຂອງພຣະອົງ.…
“ແລະ ພວກຂ້າພຣະອົງທູນຂໍພຣະອົງ, ພຣະບິດາຜູ້ບໍລິສຸດ, ໃຫ້ຜູ້ຮັບໃຊ້ຂອງພຣະອົງອອກໄປຈາກບ້ານແຫ່ງນີ້ ໂດຍມີອຳນາດຂອງພຣະອົງເປັນອາວຸດ, ແລະ ໃຫ້ພຣະນາມຂອງພຣະອົງຢູ່ກັບເຂົາເຈົ້າ, ແລະ ໃຫ້ລັດສະໝີພາບຂອງພຣະອົງຢູ່ອ້ອມຮອບເຂົາເຈົ້າ, ແລະ ເຫລົ່າທູດຂອງພຣະອົງຮັບຜິດຊອບດູແລເຂົາເຈົ້າ” (ຄຳສອນ ແລະ ພັນທະສັນຍາ 109:13, 22; ເນັ້ນຄຳເນີ້ງ; ເບິ່ງຂໍ້ທີ 23 ນຳອີກ).
ເມື່ອຂ້າພະເຈົ້າອ່ານຂໍພຣະຄຳພີເຫລົ່ານັ້ນ, ຂ້າພະເຈົ້າຄິດເຖິງພາບນິມິດຂອງນີໄຟກ່ຽວກັບຍຸກສຸດທ້າຍ. ສັງເກດຖ້ອຍຄຳທີ່ຄ້າຍກັນນີ້: “ແລະ ເຫດການໄດ້ບັງເກີດຂື້ນຄື ຂ້າພະເຈົ້າ, ນີໄຟ, ໄດ້ເຫັນອຳນາດຂອງພຣະເມສານ້ອຍຂອງພຣະເຈົ້າ, ລົງມາເທິງໄພ່ພົນຂອງສາດສະໜາຈັກຂອງພຣະເມສານ້ອຍ, ແລະ ຜູ້ຄົນແຫ່ງພັນທະສັນຍາຂອງພຣະຜູ້ເປັນເຈົ້າ, ຊຶ່ງກະຈັດກະຈາຍໄປຕາມແຜ່ນດິນໂລກ; ແລະ ພວກເຂົາມີອາວຸດຄືຄວາມຊອບທຳ ພ້ອມກັບອຳນາດຂອງພຣະເຈົ້າໃນລັດສະໝີພາບອັນຍິ່ງໃຫຍ່” (1 ນີໄຟ 14:14; ເນັ້ນຄຳເນີ້ງ).
ຂ້າພະເຈົ້າເຊື່ອວ່າພຣະວິຫານໃນຍຸກສຸດທ້າຍມີບົດບາດສຳຄັນໃນການບັນລຸຕາມຄຳທຳນາຍຂອງນີໄຟ ແລະ ເປັນສູນກາງຂອງການປົກປ້ອງ ແລະ ອຳນາດທີ່ສັນຍາໄວ້ໃຫ້ກັບຜູ້ທີ່ມີສັດທາກ່ອນການສະເດັດມາຄັ້ງທີສອງ.
ຫລາຍປີຜ່ານມາ, ໃນຂະນະທີ່ຂ້າພະເຈົ້າຮັບໃຊ້ເປັນອະທິການຂອງຫວອດໃນມະຫາວິທະຍາໄລ, ຂ້າພະເຈົ້າຮູ້ສຶກປະທັບໃຈເປັນພິເສດກັບຍິງໜຸ່ມຄົນໜຶ່ງໃນຫວອດຂອງຂ້າພະເຈົ້າ. ລາວກໍຍັງເປັນທີ່ປະທັບໃຈຂອງຂ້າພະເຈົ້າຢູ່ຕອນນີ້. ພວກທ່ານຮູ້ຈັກລາວໃນຖານະປະທານເອັມມະລີ ແບວ ຟຣີແມນ, ປະທານອົງການຍິງໜຸ່ມສາມັນ. ໃນການກ່າວຄຳປາໄສທີ່ກອງປະຊຸມໃຫຍ່ບໍ່ດົນມານີ້, ລາວໄດ້ສິດສອນວ່າ ຜ່ານທາງພຣະວິຫານ, ພຣະເຢຊູຄຣິດຍົກເຮົາຂຶ້ນໄປສູ່ລະດັບຈິດວິນຍານທີ່ສູງກວ່າ.
“ທຸກເທື່ອທີ່ຂ້າພະເຈົ້າຍ່າງຜ່ານເຂົ້າໄປໃນບ້ານຂອງພຣະອົງ, ຂ້າພະເຈົ້າປະສົບກັບຄວາມສຳພັນແຫ່ງພັນທະສັນຍາທີ່ເລິກເຊິ່ງຫລາຍຂື້ນກັບພຣະອົງ,” ປະທານຟຣີແມນໄດ້ກ່າວໄວ້. “ຂ້າພະເຈົ້າຖືກເຮັດໃຫ້ ບໍລິສຸດ ດ້ວຍພຣະວິນຍານຂອງພຣະອົງ, ໄດ້ຮັບຂອງປະທານສັກສິດ ດ້ວຍອຳນາດຂອງພຣະອົງ, ແລະ ຖືກແຕ່ງຕັ້ງ ເປັນທາງການ ເພື່ອສ້າງອານາຈັກຂອງພຣະອົງ.”
ອຳນາດທີ່ສັນຍາໄວ້
ປະທານແນວສັນໄດ້ກ່າວຫລາຍຄັ້ງກ່ຽວກັບອຳນາດຂອງພຣະເຢຊູຄຣິດທີ່ມີໃຫ້ຜ່ານທາງພັນທະສັນຍາພຣະວິຫານ. “ການທຽມແອກຂອງທ່ານກັບພຣະຜູ້ຊ່ວຍໃຫ້ລອດໝາຍຄວາມວ່າທ່ານໄດ້ເຂົ້າເຖິງຄວາມເຂັ້ມແຂງ ແລະ ອຳນາດແຫ່ງການໄຖ່ ຂອງພຣະອົງ,” ເພິ່ນໄດ້ກ່າວ. ປະທານແນວສັນຍັງສິດສອນຕຶ່ມອີກວ່າ:
“ເມື່ອເຮົາຮັກສາພັນທະສັນຍາພຣະວິຫານຂອງເຮົາ, ເຮົາຈະສາມາດເຂົ້າເຖິງອຳນາດແຫ່ງການເສີມຄວາມເຂັ້ມແຂງຂອງພຣະຜູ້ເປັນເຈົ້າໄດ້ຫລາຍຂື້ນ. ໃນພຣະວິຫານ, ເຮົາໄດ້ຮັບການປົກປ້ອງຈາກການໂຈມຕີຂອງໂລກ.”
“ພິທີການທີ່ຈຳເປັນຂອງ [ພຣະຜູ້ຊ່ວຍໃຫ້ລອດ] ຈະຜູກມັດເຮົາໄວ້ກັບພຣະອົງ ຜ່ານທາງພັນທະສັນຍາຂອງຖານະປະໂລຫິດທີ່ສັກສິດ. ແລ້ວ, ເມື່ອເຮົາຮັກສາພັນທະສັນຍາຂອງເຮົາ, ພຣະອົງຈະມອບອຳນາດທີ່ປິ່ນປົວ, ແລະ ເສີມສ້າງ ຂອງພຣະອົງໃຫ້ກັບເຮົາ. ແລະ ໂອ້, ເຮົາຈະຕ້ອງການອຳນາດຂອງພຣະອົງຫລາຍເທົ່າໃດ ໃນວັນຂ້າງໜ້າ.”
“ພະລັງທາງສິນລະທຳ ແລະ ທາງຈິດວິນຍານທີ່ຜູ້ຄົນຂອງເຮົາຕ້ອງການໃນປະຈຸບັນນີ້ ແລະ ໃນວັນຂ້າງໜ້າຄືພະລັງຂອງພຣະເຈົ້າອົງເປັນພຣະບິດາ ແລະ ພຣະບຸດຂອງພຣະອົງ, ພຣະເຢຊູຄຣິດ. ເຮົາເຂົ້າເຖິງອຳນາດຂອງພວກພຣະອົງໄດ້ໂດຍການເຮັດ ແລະ ການຮັກສາພັນທະສັນຍາກັບພວກພຣະອົງ.”
ພະລັງຈາກສະຫວັນແມ່ນສິ່ງທີ່ສຳຄັນ, ອ້າຍເອື້ອຍນ້ອງທັງຫລາຍ, ຍ້ອນວ່າເຮົາດຳລົງຊີວິດຢູ່ໃນໂລກອັນຊົ່ວຮ້າຍ. ຖ້າປາດສະຈາກອຳນາດນັ້ນ, ເຮົາຈະບໍ່ສາມາດ “ຢູ່ໃນວັນທີ່ພຣະອົງສະເດັດມາ” ຫລື “ມີຊີວິດລອດຢູ່ໄດ້ເມື່ອພຣະອົງມາປະກົດ” (ມາລາກີ 3:2). ເຮົາບໍ່ຮູ້ຈັກໄດ້ວ່າວັນນັ້ນຈະມາເຖິງເມື່ອໃດ, ແຕ່ຜູ້ແຈ້ງຂ່າວຂອງພຣະອົງໄດ້ຖືກສົ່ງມາເພື່ອ “ຕຽມທາງ” ໄວ້ສຳລັບການສະເດັດມາຂອງພຣະອົງ (ມາລາກີ 3:1). ໃນຂະນະດຽວກັນ, ໂລກກໍບໍ່ໄດ້ຂັບເຄື່ອນໄປຢ່າງສະຫງົບເມື່ອມຸ້ງໜ້າສູ່ວັນນັ້ນ.
ເຮົາຕ້ອງການອຳນາດທີ່ສັນຍາໄວ້ກັບຜູ້ທີ່ຊື່ສັດເພື່ອຊ່ວຍເຮົາ:
-
ໃຫ້ພຣະເຈົ້າໄຊຊະນະໃນຊີິວິດຂອງເຮົາ.
-
ກັບໃຈ ແລະ ຫຍັບເຂົ້າໃກ້ພຣະຜູ້ເປັນເຈົ້າຫລາຍຂື້ນ.
-
ໃຫ້ພອນ, ປອບໂຍນ, ນຳພາ, ແລະ ປະຕິບັດສາດສະໜາກິດ.
-
“ຕ້ານທານກັບການທົດລອງ, ການລໍ້ລວງ, ແລະ ຄວມເຈັບປວດຂອງເຮົາໄດ້ດີກວ່າເກົ່າ” (ເບິ່ງ ໂມໄຊຢາ 3:19).
-
ພົບສັນຕິສຸກ ແລະ ຄວາມຊື່ນຊົນໃນພຣະຄຣິດໃນຂະນະທີ່ເຮົາເດີນໄປໃນສັ້ນທາງແຫ່ງພັນທະສັນຍາ.
-
ກຽມພ້ອມ “ທີ່ຈະຕ້ານທານກັບວັນແຫ່ງການເຜົາໄໝ້” ແລະ “ຄວາມເສຍຫາຍຂອງຄົນຊົ່ວ” (ຄຳສອນ ແລະ ພັນທະສັນຍາ 109:46).
-
ສຳເລັດວຽກງານຂອງພຣະຜູ້ເປັນເຈົ້າກ່ອນການສະເດັດມາຄັ້ງທີສອງຂອງພຣະອົງ.
ຮູບຖ່າຍຈອມພຣະວິຫານທູສານ ອາຣິໂຊນາ ໂດຍ ເຈມສ໌ ວິດນີ ຢັງ
ຜູ້ພິທັກຮັກສາແຫ່ງຄວາມລອດ
ວຽກງານ ແລະ ລັດສະໝີພາບຂອງພຣະບິດາເທິງສະຫວັນຄື “ການທີ່ຈະເຮັດໃຫ້ເກີດຄວາມເປັນອະມະຕະ ແລະ ຊີວິດນິລັນດອນຂອງມະນຸດ” (ໂມເຊ 1:39). ພຣະວິຫານແຕ່ລະແຫ່ງຢືນເປັນເໝືອນດັ່ງຜູ້ພິທັກຮັກສາທາງໂລກຂອງແຜນແຫ່ງຄວາມລອດຂອງພຣະເຈົ້າ, ໂດຍຊີ້ໃຫ້ເຫັນເຖິງບົດບາດສຳຄັນຂອງພຣະຜູ້ຊ່ວຍໃຫ້ລອດໃນວຽກງານ ແລະ ລັດສະໝີພາບນັ້ນ.
ໂດຍທີ່ມີອຳນາດຂອງພຣະອົງເປັນອາວຸດ, ຜູ້ທີ່ຮັກສາພັນທະສັນຍາ ທັງຊາຍ ແລະ ຍິງ—ແຕ່ງງານແລ້ວ ຫລື ບໍ່ທັນໄດ້ແຕ່ງງານ—ຜູ້ທີ່ຮັກສາພັນທະສັນຍາພຣະວິຫານຢ່າງຊື່ສັດຈະໄດ້ຮັບພອນໃນຊີວິດນີ້ ແລະ ຊີວີດທີ່ຈະມາເຖິງ.
ປະທານແນວສັນໄດ້ສັນຍາວ່າ: “ທີ່ສຸດດັ່ງກ່າວ ທີ່ເຮົາແຕ່ລະຄົນພະຍາຍາມໄປເຖິງ ແມ່ນການຮັບເອົາຂອງປະທານສັກສິດ ພ້ອມດ້ວຍພະລັງ ຢູ່ໃນບ້ານຂອງພຣະຜູ້ເປັນເຈົ້າ, ໄດ້ຜະນຶກເຂົ້າກັບຄອບຄົວ, ຊື່ສັດຕໍ່ພັນທະສັນຍາທີ່ໄດ້ເຮັດຢູ່ໃນພຣະວິຫານ ຊຶ່ງຊ່ວຍເຮົາໃຫ້ເໝາະສົມກັບຂອງປະທານທີ່ຍິ່ງໃຫຍ່ທີ່ສຸດຂອງພຣະເຈົ້າ—ຄືຊີວິດນິລັນດອນ. ພິທີການຂອງພຣະວິຫານ ແລະ ພັນທະສັນຍາທີ່ທ່ານເຮັດຢູ່ໃນນັ້ນ ຄືສິ່ງສຳຄັນທີ່ຈະເພີ່ມຄວາມເຂັ້ມແຂງໃຫ້ແກ່ຊີວິດ, ການແຕ່ງງານ ແລະ ຄອບຄົວ, ແລະ ຄວາມສາມາດຂອງທ່ານ ໃນການຕໍ່ຕ້ານກັບການໂຈມຕີຂອງຜູ້ປໍລະປັກ. ການນະມັດສະການຂອງທ່ານໃນພຣະວິຫານ ແລະ ການຮັບໃຊ້ຂອງທ່ານຢູ່ທີ່ນັ້ນເພື່ອບັນພະບຸລຸດຂອງທ່ານ ຈະເພີ່ມການເປີດເຜີຍສ່ວນຕົວ ແລະ ຄວາມສະຫງົບໃຫ້ທ່ານ ແລະ ຈະປົກປ້ອງຄວາມຕັ້ງໃຈຂອງທ່ານ ທີ່ຈະຍຶດໝັ້ນຢູ່ໃນເສັ້ນທາງແຫ່ງພັນທະສັນຍາຂອງທ່ານ.”
ໃນຖານະອັກຄະສາວົກຂອງອົງພຣະເຢຊູຄຣິດເຈົ້າ, ຂ້າພະເຈົ້າເປັນພະຍານວ່າສິ່ງເຫລົ່ານີ້ເປັນຄວາມຈິງ.
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, October 2025. Laotian. 19611 331