“Blessed by Priesthood Authority and Power,” Liahona, Sept. 2025.
ຂ່າວສານປະຈຳເດືອນ Liahona, ເດືອນກັນຍາ 2025
ໄດ້ຮັບພອນ ໂດຍສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດ
ສະມາຊິກຂອງສາດສະໜາຈັກໃຊ້ອຳນາດຂອງພຣະເຈົ້າໃນການຮັບໃຊ້ ແລະ ເປັນພອນໃຫ້ແກ່ຄົນອື່ນ ໃນສາດສະໜາຈັກ, ຢູ່ທີ່ບ້ານ, ແລະ ທົ່ວໂລກ.
ພະຍານຂອງເຮົາຕໍ່ໂລກແມ່ນວ່າ ຖານະປະໂລຫິດສັກສິດຂອງພຣະເຈົ້າເປັນສິ່ງຈຳເປັນໃນການບັນລຸວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະອົງ, ວ່າພຣະອົງໄດ້ຟື້ນຟູຖານະປະໂລຫິດຄືນສູ່ໂລກເພື່ອຈຸດປະສົງນັ້ນ, ແລະ ວ່າມັນໄດ້ຖືກບໍລິຫານໂດຍສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ.
ຄວາມຈຳເປັນຂອງສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດ
ພຣະເຢຊູຄຣິດເປັນປະມຸກຂອງສາດສະໜາຈັກ. ສາດສະໜາຈັກເປັນເຄື່ອງມືທີ່ພຣະອົງໄດ້ສ້າງຂຶ້ນ ເພື່ອບັນລຸວຽກງານແຫ່ງການໄຖ່ມວນມະນຸດ ໃນຍຸກສະໄໝພຣະກິດຕິຄຸນຄັ້ງສຸດທ້າຍ ເຊັ່ນດຽວກັບໃນຍຸກສະໄໝທີ່ພຣະອົງມີພຣະຊົນຊີບຢູ່ເທິງແຜ່ນດິນໂລກ. ຜ່ານທາງສາດສະໜາຈັກ:
-
ພຣະອົງສາມາດປະກາດພຣະກິດຕິຄຸນຂອງພຣະອົງທົ່ວໂລກ.
-
ພຣະອົງສາມາດສະເໜີການບັບຕິສະມາ ແລະ ພັນທະສັນຍາອື່ນໆທັງໝົດ—ແມ່ນແຕ່ເສັ້ນທາງແຫ່ງພັນທະສັນຍາໄປສູ່ອານາຈັກຊັ້ນສູງຂອງພຣະອົງ.
-
ພຣະອົງສາມາດເຕົ້າໂຮມຄອບຄົວໄດ້ຊົ່ວນິລັນດອນ.
-
ພຣະອົງສາມາດສະເໜີມອບຂອງປະທານແຫ່ງຄວາມລອດ, ແມ່ນແຕ່ໃຫ້ກັບຜູ້ທີ່ໄດ້ເສຍຊີວິດໂດຍບໍ່ໄດ້ຮັບຂອງປະທານເຫລົ່ານັ້ນ.
-
ພຣະອົງສາມາດປະຕິບັດສາດສະໜາກິດໃຫ້ກັບຄວາມຕ້ອງການທາງຮ່າງກາຍຂອງລູກໆຂອງພຣະເຈົ້າໃນປະຈຸບັນ.
ເພື່ອບັນລຸຈຸດປະສົງອັນຍິ່ງໃຫຍ່ເຫລົ່ານີ້, ແລະ ເພື່ອກຽມພ້ອມສຳລັບການສະເດັດກັບມາຂອງພຣະຜູ້ຊ່ວຍໃຫ້ລອດ, ສາດສະໜາຈັກຈຳເປັນຕ້ອງມີການຊີ້ນຳ, ສິດອຳນາດ, ແລະ ອຳນາດຂອງພຣະເຈົ້າຢ່າງຕໍ່ເນື່ອງ. ສາດສະໜາຈັກເປັນ “ສາດສະໜາຈັກທີ່ແທ້ຈິງ ແລະ ດຳລົງຢູ່” (ຄຳສອນ ແລະ ພັນທະສັນຍາ 1:30) ເພາະວ່າພຣະຄຣິດໄດ້ມອບຄວາມເປັນຜູ້ນຳ ແລະ ພະລັງອຳນາດຂອງພຣະອົງໃຫ້ແກ່ສາດສະໜາຈັກ ຜ່ານທາງຖານະປະໂລຫິດຂອງພຣະອົງ, “ຖານະປະໂລຫິດສັກສິດ, ຕາມລະບຽບຂອງພຣະບຸດຂອງພຣະເຈົ້າ” (ຄຳສອນ ແລະ ພັນທະສັນຍາ 107:3).
ແຕ່ສຳລັບຖານະປະໂລຫິດສັກສິດນີ້, ສາດສະໜາຈັກຈະເປັນອົງການທາງໂລກທີ່ຈຳເປັນ, ທີ່ເຮັດຄວາມດີຢູ່ໃນໂລກ ແຕ່ບໍ່ມີອຳນາດທີ່ຈະບັນລຸຈຸດປະສົງອັນສູງສົ່ງໃນການກຽມບຸດ ແລະ ທິດາຂອງພຣະເຈົ້າ ເພື່ອຄວາມສຸກຂອງຊີວິດນິລັນດອນ ໃນທີ່ປະທັບຂອງພຣະອົງ. ດ້ວຍຖານະປະໂລຫິດນີ້, ແລະ ຂໍກະແຈເພື່ອຊີ້ນຳວຽກງານຂອງຖານະປະໂລຫິດນີ້, ສາດສະໜາຈັກຈຶ່ງມີທັງສິດອຳນາດ ແລະ ຄວາມເປັນລະບຽບໃນສາດສະໜາຈັກ.
“ໃນສາດສະໜາຈັກ, ສິດອຳນາດທັງໝົດຂອງຖານະປະໂລຫິດຖືກນຳໃຊ້ພາຍໃຕ້ການຊີ້ນຳຂອງຜູ້ທີ່ດຳລົງຂໍກະແຈຂອງຖານະປະໂລຫິດ.
“ສະມາຊິກຜູ້ຊາຍທີ່ມີຄ່າຄວນຂອງສາດສະໜາຈັກຮັບສິດອຳນາດຖານະປະໂລຫິດຜ່ານທາງການມອບຖານະປະໂລຫິດ ແລະ ການແຕ່ງຕັ້ງສູ່ຕຳແໜ່ງຖານະປະໂລຫິດ. ສະມາຊິກຂອງສາດສະໜາຈັກທຸກຄົນສາມາດໃຊ້ສິດອຳນາດທີ່ໄດ້ຮັບມອບໝາຍ ເມື່ອເຂົາເຈົ້າຖືກແຕ່ງຕັ້ງເປັນທາງການ ຫລື ຖືກມອບໝາຍໃຫ້ຊ່ວຍບັນລຸວຽກງານຂອງພຣະເຈົ້າ.”
ຜ່ານທາງຂໍກະແຈຂອງຖານະປະໂລຫິດ, ລຳດັບຄວາມສຳຄັນຂອງພຣະຜູ້ເປັນເຈົ້າຈະເໜືອກວ່າສະເໝີ. ບໍ່ມີໃຜສາມາດຮັກສາວາລະສ່ວນຕົວທີ່ບໍ່ສອດຄ່ອງກັບການຊີ້ນຳຂອງພຣະອົງໄດ້. ບໍ່ມີໃຜສາມາດສຳເລັດໃນການຫລອກລວງຂອງປະໂລຫິດ, ການສະແຫວງຫາຜົນປະໂຫຍດສ່ວນຕົວ ແລະ ການຕິດຕາມສ່ວນບຸກຄົນໄດ້.
ຖານະປະໂລຫິດຍັງມີບົດບາດສຳຄັນໃນບ້ານຂອງສະມາຊິກຂອງສາດສະໜາຈັກນຳອີກ. ປະທານດາລິນ ເອັຈ ໂອກສ໌, ທີ່ປຶກສາທີໜຶ່ງໃນຝ່າຍປະທານສູງສຸດ, ໄດ້ສິດສອນວ່າ, “ຫລັກທຳທີ່ສິດອຳນາດຂອງຖານະປະໂລຫິດ ທີ່ພຽງແຕ່ສາມາດນຳໃຊ້ ພາຍໃຕ້ການຊີ້ນຳຂອງບຸກຄົນທີ່ດຳລົງຂໍກະແຈ ສຳລັບໜ້າທີ່ນັ້ນ ເປັນພື້ນຖານໃນສາດສະໜາຈັກ ແຕ່ບໍ່ກ່ຽວຂ້ອງໃນຄອບຄົວ.” ພໍ່ເປັນຜູ້ຄວບຄຸມ ແລະ ໃຊ້ຖານະປະໂລຫິດໃນບ້ານຂອງເຂົາເຈົ້າ—ໃຫ້ຄຳປຶກສາ, ຈັດການປະຊຸມຄອບຄົວ, ໃຫ້ພອນຂອງຖານະປະໂລຫິດ ຫລື ການປິ່ນປົວແກ່ສະມາຊິກໃນຄອບຄົວ ຫລື ຄົນອື່ນໆ, ເປັນຕົ້ນ—ໂດຍບໍ່ຕ້ອງໄດ້ຮັບການຊີ້ນຳ ຫລື ການອະນຸຍາດຈາກຜູ້ດຳລົງຂໍກະແຈຂອງຖານະປະໂລຫິດ.
“ຫລັກທຳອັນດຽວກັນນີ້ກໍກ່ຽວຂ້ອງກັບເວລາທີ່ບ້ານບໍ່ມີພໍ່ ແລະ ແມ່ເປັນຜູ້ນຳຄອບຄົວ. ນາງຈະເປັນຜູ້ນຳພາໃນບ້ານເຮືອນຂອງນາງ ແລະ ເປັນເຄື່ອງມືທີ່ຈະນຳເອົາອຳນາດ ແລະ ພອນຂອງຖານະປະໂລຫິດ ເຂົ້າມາໃນຄອບຄົວຂອງນາງ ຜ່ານທາງຂອງປະທານສັກສິດ ແລະ ການຜະນຶກຂອງນາງໃນພຣະວິຫານ.”
ການຟື້ນຟູຖານະປະໂລຫິດໃນວັນເວລາຂອງເຮົາ
ວັນທີ 15 ເດືອນພຶດສະພາ, 1829
ການຟື້ນຟູສິດອຳນາດຂອງຖານະປະໂລຫິດໃນຍຸກສະໄໝສຸດທ້າຍນີ້ດຳເນີນໄປຢ່າງເປັນລະບຽບ, ເທື່ອລະຂັ້ນຕອນ. ໃນຖານະເປັນພຣະຄຳພີພື້ນຖານສຳລັບຍຸກສະໄໝຂອງເຮົາ, ພຣະຄຳພີມໍມອນ, ທີ່ຖືກແປໃນປີ 1829, ພຣະຜູ້ເປັນເຈົ້າໄດ້ເລີ່ມຈັດວາງໂຄງສ້າງຖານະປະໂລຫິດຂອງພຣະອົງ. ໃນການຕອບສະໜອງຄຳອະທິຖານຂອງໂຈເຊັບ ສະມິດ ແລະ ອໍລີເວີ ຄາວເດີຣີກ່ຽວກັບການບັບຕິສະມາ, ໂຢຮັນບັບຕິສະໂຕທີ່ຟື້ນຄືນຊີວິດແລ້ວໄດ້ມາປະກົດຕົວ ແລະ ໄດ້ມອບຖານະປະໂລຫິດແຫ່ງອາໂຣນໃຫ້ພວກເພິ່ນ, ຊຶ່ງຖານະປະໂລຫິດດັ່ງກ່າວ “ດຳລົງຂໍກະແຈແຫ່ງການປະຕິບັດຂອງເຫລົ່າທູດ, ແລະ ຂອງພຣະກິດຕິຄຸນແຫ່ງການກັບໃຈ, ແລະ ຂອງການບັບຕິສະມາໂດຍການລົງໄປໃນນ້ຳໝົດທັງຕົວເພື່ອການປົດບາບ” (ຄຳສອນ ແລະ ພັນທະສັນຍາ 13:1). ດ້ວຍສິດອຳນາດນັ້ນ, ໂຈເຊັບ ແລະ ອໍລີເວີຈຶ່ງໄດ້ບັບຕິສະມາໃຫ້ກັນແລະກັນ ແລະຕໍ່ມາໃຫ້ກັບຄົນອື່ນໆ ເມື່ອສາດສະໜາຈັກໄດ້ຖືກຈັດຕັ້ງຂຶ້ນຢ່າງເປັນທາງການ.
ບໍ່ດົນຫລັງຈາກວັນທີ 15 ເດືອນພຶດສະພາ, 1829
ບໍ່ດົນຫລັງຈາກທີ່ໂຢຮັນບັບຕິສະໂຕໄດ້ມາປະກົດຕົວ, ອັກຄະສາວົກ ເປໂຕ, ຢາໂກໂບ, ແລະ ໂຢຮັນ ໃນສະໄໝບູຮານໄດ້ມາປະກົດຕົວ ແລະ ໄດ້ມອບຖານະປະໂລຫິດທີ່ສູງກວ່າ, ຫລື ເມນຄີເສເດັກ, ລວມທັງ “ຂໍກະແຈຂອງອານາຈັກຂອງເຮົາ, ແລະ ຂອງຍຸກສະໄໝແຫ່ງພຣະກິດຕິຄຸນ … ຄວາມສົມບູນແຫ່ງເວລາ” (ຄຳສອນ ແລະ ພັນທະສັນຍາ 27:13; ເບິ່ງ 128:20 ນຳອີກ).
ວັນທີ 3 ເດືອນເມສາ, 1836
ສິດອຳນາດຂອງຖານະປະໂລຫິດທີ່ຈຳເປັນເພີ່ມເຕີມໄດ້ມາເຖິງເມື່ອ, ໃນພຣະວິຫານເຄີດແລນ, ສາດສະດາໃນສະໄໝບູຮານສາມທ່ານ, ໂມເຊ, ອີລາຍ, ແລະ ເອລີຢາ, ໄດ້ມາປະກົດຕົວຕໍ່ໂຈເຊັບ ແລະ ອໍລີເວີ ແລະ ໄດ້ມອບຂໍກະແຈແຫ່ງການເຕົ້າໂຮມອິດສະຣາເອນ ແລະ ວຽກງານທີ່ກ່ຽວຂ້ອງກັບພຣະວິຫານຂອງພຣະຜູ້ເປັນເຈົ້າໃຫ້ກັບພວກເພິ່ນ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 110:11–16).
ລະດູຮ້ອນ 1829–ເດືອນເມສາ 1835
ການເປີດເຜີຍຊຶ່ງປະຈຸບັນມີຢູ່ໃນ ຄຳສອນ ແລະ ພັນທະສັນຍາ ໄດ້ແນະນຳສາດສະດາໂຈເຊັບ ສະມິດ ກ່ຽວກັບການແຕ່ງຕັ້ງຜູ້ຊາຍສູ່ຕຳແໜ່ງທີ່ສູງກວ່າ (ເມນຄີເສເດັກ) ແລະ ຖານະປະໂລຫິດຂັ້ນກຽມ (ອາໂຣນ); ການແຕ່ງຕັ້ງເຈົ້າໜ້າທີ່ຂອງຖານະປະໂລຫິດ, ເຊັ່ນອະທິການ; ແລະ ອົງການຂອງກຸ່ມຖານະປະໂລຫິດ ແລະ ສະພາ.
1835–1973
ການຊີ້ນຳຂອງສາດສະດາສືບຕໍ່ນຳພາອົງການຂອງຖານະປະໂລຫິດ ແລະ ການເຮັດວຽກໃນສາດສະໜາຈັກ. ຍົກຕົວຢ່າງ, ກຸ່ມສາວົກເຈັດສິບໄດ້ຖືກຈັດຕັ້ງໃນສະໄໝເມືອງເຄີດແລນ ເພື່ອຊ່ວຍເຫລືອກຸ່ມອັກຄະສາວົກສິບສອງ. ຫລັງຈາກການອົບພະຍົບຄັ້ງໃຫຍ່ໄປສູ່ພາກຕາເວັນຕົກ ແລະ ການກະແຈກກະຈາຍຂອງສະມາຊິກຂອງສາດສະໜາຈັກໄປທົ່ວພູມີພາກທີ່ກວ້າງຂວາງ, ກຸ່ມເຫລົ່ານີ້ໄດ້ຖືກມອບໝາຍໃຫ້ເຮັດວຽກຢູ່ໃນສະເຕກຂອງສາດສະໜາຈັກ.
1973–ປະຈຸບັນ
ພາຍໃຕ້ການບໍລິຫານຂອງປະທານສະເປັນເຊີ ດັບເບິນຢູ ຄິມໂບ (1895–1985), ເອສະຣາ ແທັບ ເບັນສັນ (1899–1994), ແລະ ກໍດອນ ບີ ຮິງລີ (1910–2008), ສາວົກເຈັດສິບ ແລະ ກຸ່ມຂອງພວກເພິ່ນ ໄດ້ເລີ່ມເຮັດວຽກພາຍໃຕ້ການຊີ້ນຳໂດຍກົງຂອງກຸ່ມອັກຄະສາວົກສິບສອງ ໃນລະດັບສາມັນຂອງສາດສະໜາຈັກ ແລະ ໃນລະດັບເຂດຂອງສາດສະໜາຈັກ. ຈາກນັ້ນກຸ່ມໃນລະດັບສະເຕກກໍຖືກຍົກເລີກ. ປະຈຸບັນ, ສິບສອງກຸ່ມຂອງເຈົ້າໜ້າທີ່ຊັ້ນຜູ້ໃຫຍ່ ແລະ ສາວົກເຈັດສິບປະຈຳເຂດຊ່ວຍເຫລືອອັກຄະສາວົກ “ໃນການເສີມສ້າງສາດສະໜາຈັກ ແລະ ຄວບຄຸມທຸລະກິດທັງໝົດຂອງສາດສະໜາຈັກ ໃນປະຊາຊາດທັງປວງ” (ຄຳສອນ ແລະ ພັນທະສັນຍາ 107:34). ກຸ່ມເພີ່ມເຕີມຂອງສາວົກເຈັດສິບສາມາດຖືກຈັດຕັ້ງຂຶ້ນໄດ້ ເມື່ອສາດສະໜາຈັກຂະຫຍາຍຕົວ.
ແອວເດີ ຄຣິສໂຕເຟີສັນ ທັກທາຍບຣາເດີ ແຊມສັນ ແລະ ແດນໂຍ ອາມາໂກ ໃນປະເທດກຳບີ, ເຂດອາຟຣິກາຕາເວັນຕົກ, ໃນເດືອນກຸມພາ 2022.
ຖານະປະໂລຫິດ: ອຳນາດເພື່ອໃຫ້ພອນ
ກ່າວໂດຍສະຫລຸບ, ຈຸດປະສົງຂອງສິດອຳນາດ ແລະ ອຳນາດຂອງຖານະປະໂລຫິດທີ່ພຣະເຢຊູຄຣິດໄດ້ຖືກຟື້ນຟູເພື່ອໃຫ້ເປັນພອນ. ມັນຊ່ວຍໃຫ້ສະມາຊິກຂອງສາດສະໜາຈັກນຳໃຊ້ອຳນາດຂອງພຣະເຈົ້າໃນການຮັບໃຊ້ ແລະ ໃຫ້ພອນແກ່ຄົນອື່ນໃນສາດສະໜາຈັກ, ຢູ່ທີ່ບ້ານ, ແລະ ທົ່ວໂລກ. ສະມາຊິກເຂົ້າຮ່ວມກັບພຣະຜູ້ຊ່ວຍໃຫ້ລອດໃນການບັນລຸວຽກງານແຫ່ງຄວາມລອດ ແລະ ຄວາມສູງສົ່ງຂອງພຣະອົງ, ການມອບຂອງປະທານ ແລະ ອຳນາດອັນສູງສົ່ງທີ່ເກີນກວ່າຂອງຕົນເອງ ເພື່ອຊ່ວຍໃຫ້ອານາຈັກຂອງພຣະເຈົ້າເຕີບໃຫຍ່ຂຶ້ນຈົນເຕັມແຜ່ນດິນໂລກ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 65:2, 5–6).
ພຣະຜູ້ເປັນເຈົ້າໄດ້ອະທິບາຍວ່າ “ຖານະປະໂລຫິດແຫ່ງ [ເມນຄີເສເດັກ] ທີ່ສູງກວ່ານີ້ປະຕິບັດພຣະກິດຕິຄຸນ ແລະ ຖືຂໍກະແຈແຫ່ງຄວາມລຶກລັບຂອງອານາຈັກ, ແມ່ນແຕ່ຂໍກະແຈແຫ່ງຄວາມຮູ້ຂອງພຣະເຈົ້າ.
“ສະນັ້ນ, ໃນພິທີການດັ່ງກ່າວ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າຈະສະແດງໃຫ້ປະຈັກ.
“ແລະ ຖ້າຫາກປາດສະຈາກພິທີການດັ່ງກ່າວ, ແລະ ສິດອຳນາດຂອງຖານະປະໂລຫິດ, ອຳນາດຂອງຄວາມເປັນເໝືອນພຣະເຈົ້າ ຈະບໍ່ສະແດງໃຫ້ປະຈັກແກ່ມະນຸດໃນເນື້ອໜັງ” (ຄຳສອນ ແລະ ພັນທະສັນຍາ 84:19–21).
ແນ່ນອນ, ພິທີການຕ່າງໆ, ແມ່ນພິທີກຳ ຫລື ສິນລະລຶກທີ່ມອບໃຫ້ໂດຍຖານະປະໂລຫິດ ຊຶ່ງໂດຍການນັ້ນເຮົາໄດ້ເຮັດພັນທະສັນຍາກັບພຣະເຈົ້າ, ເລີ່ມຕົ້ນດ້ວຍການຮັບບັບຕິສະມາ ແລະ ສືບຕໍ່ຜ່ານທາງພັນທະສັນຍາທີ່ໄດ້ຮັບໃນບ້ານຂອງພຣະຜູ້ເປັນເຈົ້າ. ມັນແມ່ນໃນການຮັກສາພັນທະສັນຍາເຫລົ່ານີ້ທີ່ເຮົາໄດ້ປ່ຽນແປງຈາກຊາຍ ແລະ ຍິງ “ທີ່ມີຈິດໃຈທຳມະດາ” ໄປສູ່ໄພ່ພົນ (ເບິ່ງ ໂມໄຊຢາ 3:19) ໂດຍພຣະຄຸນແຫ່ງການຊົດໃຊ້ຂອງພຣະຄຣິດ ແລະ ກາຍເປັນທັງຜູ້ຊອບທຳ ແລະ ຜູ້ບໍລິສຸດ—ປາດສະຈາກຄວາມຜິດ ແລະ ມົນທິນ—ຢູ່ຕໍ່ພຣະພັກຂອງພຣະເຈົ້າ (ເບິ່ງ ຄຳສອນ ແລະ ພັນທະສັນຍາ 20:29–31; 3 ນີໄຟ 27:16–20).
ຂໍ້ອ້າງອີງນີ້ມາຈາກ “ການຟື້ນຟູຄວາມສົມບູນແຫ່ງພຣະກິດຕິຄຸນຂອງພຣະເຢຊູຄຣິດ: ການປະກາດຕໍ່ໂລກເນື່ອງໃນວາລະຄົບຮອບສອງຮ້ອຍປີ,” ໂດຍຝ່າຍປະທານສູງສຸດ ແລະ ສະພາອັກຄະສາວົກສິບສອງ, ສະຫລຸບໄດ້ຢ່າງເໝາະສົມວ່າ:
“ພວກເຮົາປະກາດວ່າ ສາດສະໜາຈັກຂອງພຣະເຢຊູຄຣິດແຫ່ງໄພ່ພົນຍຸກສຸດທ້າຍ, ຊຶ່ງໄດ້ຖືກຈັດຕັ້ງຂຶ້ນໃນວັນທີ 6 ເດືອນເມສາ, 1830, ຄືສາດສະໜາຈັກຂອງພຣະຄຣິດໃນພຣະຄຳພີໃໝ່ທີ່ຖືກຟື້ນຟູ. ສາດສະໜາຈັກນີ້ຍຶດໝັ້ນຢູ່ທີ່ພຣະຊົນຊີບທີ່ດີພ້ອມຂອງຫີນເສົາເອກອັນສຳຄັນ, ພຣະເຢຊູຄຣິດ, ແລະ ໃນການຊົດໃຊ້ອັນບໍ່ມີຂອບເຂດຂອງພຣະອົງ ແລະ ໃນການຟື້ນຄືນພຣະຊົນທີ່ຈິງແທ້ຂອງພຣະອົງ. ອີກເທື່ອໜຶ່ງ ພຣະເຢຊູຄຣິດໄດ້ເອີ້ນອັກຄະສາວົກ ແລະ ໄດ້ມອບສິດອຳນາດຖານະປະໂລຫິດໃຫ້ພວກເພິ່ນ. ພຣະອົງເຊື້ອເຊີນເຮົາທຸກຄົນໃຫ້ມາຫາພຣະອົງ ແລະ ມາຫາສາດສະໜາຈັກຂອງພຣະອົງ, ເພື່ອຮັບເອົາພຣະວິນຍານບໍລິສຸດ, ພິທີການແຫ່ງຄວາມລອດ, ແລະ ຄວາມສຸກທີ່ຍືນຍາວ.”
© 2025 by Intellectual Reserve, Inc. All rights reserved. ຈັດພິມໃນສະຫະລັດອາເມຣິກາ. ສະບັບເປັນພາສາອັງກິດໄດ້ຮັບອະນຸຍາດ: 6/19. ການແປໄດ້ຮັບອະນຸຍາດ: 6/19. ແປຈາກ Monthly Liahona Message, September 2025. Laotian. 19604 331