2025
ຊອກ​ຫາ​ຄວາມ​ຊື່ນ​ຊົມ​ໃນ​ການ​ເດີນ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ
ເດືອນ​ກໍ​ລະ​ກົດ 2025


“Find Joy in Your Gospel Journey,” Liahona, July 2025.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ກໍ​ລະ​ກົດ 2025

ຊອກ​ຫາ​ຄວາມ​ຊື່ນ​ຊົມ​ໃນ​ການ​ເດີນ​ທາງ​ແຫ່ງ​ພຣະ​ກິດ​ຕິ​ຄຸນ​ຂອງ​ທ່ານ

ຜົນ​ຮັບ​ຂັ້ນ​ສຸດ​ທ້າຍ​ຂອງ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ ແມ່ນ​ພອນ​ທີ່​ນຳ​ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ​ມາ​ໃຫ້.

ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ຍິ້ມ​ແຍ້ມ​ໃນ​ປະ​ເທດ​ໄທ

ຮູບ​ຖ່າຍ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄວາມ​ສຸກ​ໃນ​ປະ​ເທດ​ໄທ ໂດຍ ຄຣິສ​ຕິ​ນາ ສະ​ມິດ

ໃນ​ຂະ​ນະ​ທີ່​ຮັບ​ໃຊ້​ເປັນ​ຜູ້​ນຳ​ເຜີຍ​ແຜ່​ໃນ​ປະ​ເທດ​ຍີ່​ປຸ່ນ​ເມື່ອ​ຫລາຍ​ປີ​ກ່ອນ, ຂ້າ​ພະ​ເຈົ້າ​ໄດ້​ໄປ​ຮ່ວມ​ປະ​ຊຸມ​ໃນ​ທ້າຍ​ອາ​ທິດ ໃນ​ເມືອງ​ຊົນ​ນະ​ບົດ​ແຫ່ງ​ໜຶ່ງ ໃນ​ມຸມ​ທີ່​ໄກ​ຂອງ​ເຂດ​ເຜີຍ​ແຜ່​ຂອງ​ພວກ​ເຮົາ. ປະ​ທານ​ທ້ອງ​ຖິ່ນ​ໄດ້​ຈັດ​ໃຫ້​ຂ້າ​ພະ​ເຈົ້າ​ດຳ​ເນີນ​ການ​ສຳ​ພາດ​ຊາຍ​ຄົນ​ໜຶ່ງ​ທີ່​ໄດ້​ເຂົ້າ​ຮ່ວມ​ສາດ​ສະ​ໜາ​ຈັກ​ເມື່ອ​ໜຶ່ງ​ປີ​ກ່ອນ ແລະ ກຳ​ລັງ​ສະ​ແຫວງ​ຫາ​ທີ່​ຈະ​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ. ລາວ​ຫວັງ​ວ່າ​ຈະ​ໄດ້​ຮັບ​ຂອງ​ປະ​ທານ​ສັກ​ສິດ​ຂອງ​ລາວ​ເອງ​ໃນ​ວັນ​ຄົບ​ຮອບ ຫລື ໃກ້​ວັນ​ຄົບ​ຮອບ​ໜຶ່ງ​ປີ​ຂອງ​ການ​ຮັບ​ບັບ​ຕິ​ສະ​ມາ​ຂອງ​ລາວ.

ລະ​ຫວ່າງ​ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ, ສະ​ມາ​ຊິກ​ໃໝ່​ຄົນ​ນີ້​ໄດ້​ບັນ​ຍາຍ​ເຖິງ​ຄວາມ​ກະ​ຕັນ​ຍູ​ຢ່າງ​ເລິກ​ເຊິ່ງ​ສຳ​ລັບ​ພອນ​ທີ່​ລາວ​ໄດ້​ຮັບ​ໃນ​ໜຶ່ງ​ປີ ນັບ​ຕັ້ງ​ແຕ່​ລາວ​ໄດ້​ຮັບ​ບັບ​ຕິ​ສະ​ມາ. ລາວ​ມັກ​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ສິນ​ລະ​ລຶກ​ປະ​ຈຳ​ອາ​ທິດ ແລະ ການ​ປະ​ຊຸມ​ອື່ນໆ. ລາວ​ມີ​ສ່ວນ​ຮ່ວມ​ຢ່າງ​ເລິກ​ເຊິ່ງ​ໃນ​ກິດ​ຈະ​ກຳ​ຂອງ​ສາ​ຂາ​ຂອງ​ລາວ. ສຳ​ລັບ​ຂ້າ​ພະ​ເຈົ້າ​ແລ້ວ, ລາວ​ໄດ້​ເປີດ​ເຜີຍ​ຄວາມ​ໝັ້ນ​ໃຈ​ໃນ​ພັນ​ທະ​ສັນ​ຍາ ທີ່​ເປັນ​ຜົນ​ມາ​ຈາກ​ການ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ລາວ, ຊຶ່ງ​ຕອນ​ນີ້​ເປັນ​ສ່ວນ​ສຳ​ຄັນ​ໃນ​ຕົວ​ລາວ. ລາວ​ເປັນ​ສາ​ນຸ​ສິດ​ທີ່​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ພຣະ​ຄຣິດ ຜູ້​ໄດ້​ປະ​ສົບ​ກັບ​ການ​ປ່ຽນ​ແປງ​ອັນ​ໃຫຍ່​ຫລວງ​ໃນ​ໃຈ (ເບິ່ງ ໂມ​ໄຊ​ຢາ 5:2).

ສ່ວນ​ທີ່​ເຫລືອ​ຂອງ​ການ​ສົນ​ທະ​ນາ​ຂອງ​ພວກ​ເຮົາ​ໄດ້​ດຳ​ເນີນ​ໄປ​ຕາມ​ແບບ​ແຜນ​ແຫ່ງ​ຄວາມ​ຫວັງ. ພວກ​ເຮົາ​ໄດ້​ສົນ​ທະ​ນາ​ກ່ຽວ​ກັບ​ພິ​ທີ​ການ ແລະ ພັນ​ທະ​ສັນ​ຍາ ທີ່​ຈະ​ເປັນ​ສ່ວນ​ໜຶ່ງ​ຂອງ​ປະ​ສົບ​ການ​ໃນ​ພຣະ​ວິ​ຫານ​ຂອງ​ລາວ. ລາວ​ໄດ້​ຕອບ​ຄຳ​ຖາມ​ຢ່າງ​ໝັ້ນ​ໃຈ​ຕໍ່​ແຕ່​ລະ​ຄຳ​ຖາມ​ມາດ​ຕະ​ຖານ ທີ່​ກ່ຽວ​ກັບ​ຂ້ອງ​ກັບ​ການ​ໄດ້​ຮັບ​ໃບ​ຮັບ​ຮອງ​ເຂົ້າ​ພຣະ​ວິ​ຫານ.

ຫລັງ​ຈາກ​ການ​ສຳ​ພາດ, ຂ້າ​ພະ​ເຈົ້າ​ຈື່​ໄດ້​ວ່າ ເຄີຍ​ໄດ້​ບອກ​ກັບ​ປະ​ທານ​ທ້ອງ​ຖິ່ນ​ວ່າ ຂ້າ​ພະ​ເຈົ້າ​ຮູ້​ສຶກ​ກະ​ຕັນ​ຍູ​ຫລາຍ​ພຽງ​ໃດ​ທີ່​ໄດ້​ພົບ​ກັບ​ຊາຍ​ທີ່​ດີ​ເດັ່ນ​ຄົນ​ນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ບອກ​ເພິ່ນ​ວ່າ ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​ຫລາຍ ທີ່​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ​ໄດ້​ພົບ​ເຫັນ, ແລະ ລ້ຽງ​ດູ​ທາງ​ວິນ​ຍານ, ຄົນ​ທີ່​ມີ​ຄຸນ​ສົມ​ບັດ ແລະ ອະ​ນາ​ຄົດ​ທີ່​ດີ​ເຊັ່ນ​ນັ້ນ.

ຂ້າ​ພະ​ເຈົ້າ​ຕົກ​ຕະ​ລຶງ ເມື່ອ​ປະ​ທານ​ທ້ອງ​ຖິ່ນ​ໄດ້​ແບ່ງ​ປັນ​ວ່າ ເມື່ອ​ຊາຍ​ຄົນ​ນີ້​ເລີ່ມ​ຮຽນ​ຮູ້​ຈາກ​ຜູ້​ສອນ​ສາດ​ສະ​ໜາ ແລະ ເຂົ້າ​ໂບດ​ເມື່ອ​ໜຶ່ງ​ປີ​ກ່ອນ, ລາວ​ບໍ່​ມີ​ບ່ອນ​ຢູ່​ອາ​ໄສ ແລະ ຢູ່​ໃນ—ສະ​ພາບ​ທີ່​ຍາກ​ລຳ​ບາກ​ຫລາຍ—ແທບ​ຈະ​ສິ້ນ​ຫວັງ. ຈາກ​ນັ້ນ​ປະ​ທານ​ທ້ອງ​ຖິ່ນ​ໄດ້​ບັນ​ຍາຍ​ວ່າ ການ​ສຶກ​ສາ​ພຣະ​ກິດ​ຕິ​ຄຸນ​ຂອງ​ອ້າຍ​ນ້ອງ​ຄົນ​ນີ້ ແລະ ການ​ປ່ຽນ​ໃຈ​ເຫລື້ອມ​ໃສ​ຂອງ​ລາວ​ເປັນ​ເວ​ລາ​ຫລາຍ​ເດືອນ ໄດ້​ນຳ​ໄປ​ສູ່​ການ​ປ່ຽນ​ແປງ​ທີ່​ໜ້າ​ອັດ​ສະ​ຈັນ, ເຮັດ​ໃຫ້​ລາວ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ການ​ກຸ້ມ​ຕົນ​ເອງ​ທາງ​ວິນ​ຍານ ແລະ ທາງ​ໂລກ ແລະ ເຮັດ​ໃຫ້​ລາວ​ມີ​ຈຸດ​ປະ​ສົງ ແລະ ຄວາມ​ຊື່ນ​ຊົມ.

ພຣະ​ກິດ​ຕິ​ຄຸນ​ໄດ້​ເຮັດ​ໃຫ້​ລາວ​ເຫັນ​ຢ່າງ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ​ຂອງ​ລາວ. ຄວາມ​ຈິງ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ແຈ່ມ​ແຈ້ງ ແລະ ລ້ຳ​ຄ່າ​ໄດ້​ຕອບ​ຄຳ​ຖາມ​ອັນ​ສຳ​ຄັນ​ຂອງ​ຄວາມ​ເປັນ​ມະ​ຕະ, ເລີ່ມ​ຈາກ​ຄວາມ​ຮູ້​ທີ່​ວ່າ “ພຣະ​ເຈົ້າ​ເປັນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ, ແລະ ເຮົາ​ເປັນ​ລູກ​ຂອງ​ພຣະ​ອົງ. … ພຣະ​ເຈົ້າ​ຮູ້​ຈັກ​ເຮົາ​ເປັນ​ສ່ວນ​ຕົວ ແລະ ຮັກ​ເຮົາ.” ໃນ​ແຜນ​ຂອງ​ພຣະ​ອົງ, “ພຣະ​ບິ​ດາ​ເທິງ​ສະ​ຫວັນ​ໄດ້ … ຈັດ​ຫາ​ຂອງ​ປະ​ທານ ແລະ ການ​ນຳ​ພາ​ຫລາຍ​ຢ່າງ ເພື່ອ​ຊ່ວຍ​ໃຫ້​ເຮົາ​ກັບ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ອົງ.”

ນັ້ນ​ຄື​ພອນ​ສຳ​ລັບ​ຊາຍ​ຜູ້​ນີ້, ຊຶ່ງ​ມີ​ໃຫ້​ສຳ​ລັບ​ລູກໆ​ຂອງ​ພຣະ​ເຈົ້າ​ທຸກ​ຄົນ​ຢ່າງ​ເທົ່າ​ທຽມ​ກັນ ຜ່ານ​ທາງ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ຈຸດ​ປະ​ສົງ​ຂອງ​ຊີ​ວິດ

ເນື່ອງ​ຈາກ​ພຣະ​ເຢ​ຊູ​ຄຣິດ​ໄດ້​ຟື້ນ​ຟູ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ອົງ​ຜ່ານ​ທາງ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, “ເຮົາ​ຈຶ່ງ​ເຂົ້າ​ໃຈ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ, ວ່າ​ເຮົາ​ເປັນ​ໃຜ,” ປະ​ທານ​ເອັມ ຣະ​ໂຊ ບາ​ເລີດ ໄດ້​ປະ​ກາດ (1928–2023). ໃນ​ປະ​ຈັກ​ພະ​ຍານ​ຄັ້ງ​ສຸດ​ທ້າຍ​ຂອງ​ເພິ່ນ​ຕໍ່​ສາດ​ສະ​ໜາ​ຈັກ, ປະ​ທານ​ບາ​ເລີດ, ຊຶ່ງ​ຕອນ​ນັ້ນ​ໄດ້​ເປັນ​ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ​ແທນ​ຊົ່ວ​ຄາວ, ໄດ້​ກ່າວ​ວ່າ:

“ເຮົາ​ຮູ້​ວ່າ ພຣະ​ເຈົ້າ​ຄື​ໃຜ; ເຮົາ​ຮູ້​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຄື​ໃຜ, ເພາະ​ເຮົາ​ມີ​ໂຈ​ເຊັບ, ຜູ້​ຊຶ່ງ​ໄດ້​ເຂົ້າ​ໄປ​ໃນ​ປ່າ​ຕອນ​ຍັງ​ນ້ອຍ, ສະ​ແຫວງ​ຫາ​ການ​ໃຫ້​ອະ​ໄພ​ບາບ​ຂອງ​ເພິ່ນ. …

“ຂ້າ​ພະ​ເຈົ້າ​ປະ​ຫລາດ​ໃຈ, ແລະ ແນ່​ໃຈ​ວ່າ ພວກ​ທ່ານ​ຫລາຍ​ຄົນ​ກໍ​ຮູ້​ສຶກ​ແນວ​ນັ້ນ​ເຊັ່ນ​ກັນ, ດ້ວຍ​ຄວາມ​ຍິນ​ດີ​ຢ່າງ​ຍິ່ງ​ທີ່​ໄດ້​ຮູ້​ວ່າ ເຮົາ​ຮູ້​ຫຍັງ​ກ່ຽວ​ກັບ​ຈຸດ​ປະ​ສົງ​ໃນ​ຊີ​ວິດ​ຂອງ​ເຮົາ, ເປັນ​ຫຍັງ​ເຮົາ​ຈຶ່ງ​ຢູ່​ທີ່​ນີ້, ເຮົາ​ຄວນ​ພະ​ຍາ​ຍາມ​ເຮັດ​ຫຍັງ ແລະ ບັນ​ລຸ​ຫຍັງ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ເຮົາ.”

ສຳ​ລັບ​ສະ​ມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ, ຄວາມ​ຮູ້​ນັ້ນ​ແມ່ນ​ລວມ​ທັງ​ຄວາມ​ເຂົ້າ​ໃຈ​ເຖິງ “ແຜນ​ແຫ່ງ​ຄວາມ​ລອດ” ທີ່​ສົມ​ບູນ​ແບບ​ຂອງ​ພຣະ​ເຈົ້າ. ຊຶ່ງ​ຮູ້​ອີກ​ວ່າ​ເປັນ “ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່,” “ແຜນ​ແຫ່ງ​ການ​ໄຖ່,” ແລະ “ແຜນ​ແຫ່ງ​ຄວາມ​ເມດ​ຕາ” (ແອວ​ມາ 42:8, 11, 15), ມັນ “​ເອົາ​ຄວາມ​ລຶກ​ລັບ​ອອກ​ຈາກ​ຊີ​ວິດ ແລະ ຄວາມ​ບໍ່​ແນ່​ນອນ​ອອກ​ຈາກ​ອະ​ນາ​ຄົດ​ຂອງ​ເຮົາ.” ສິ່ງ​ສຳ​ຄັນ​ຕໍ່​ແຜນ​ນັ້ນ​ຄື “ຄຳ​ສອນ​ຂອງ​ພຣະ​ຄຣິດ,” ຊຶ່ງ​ເປັນ​ຈຸດ​ໃຈ​ກາງ​ຂອງ​ຈຸດ​ປະ​ສົງ​ຂອງ​ຊີ​ວິດ.

ເພາະ​ວ່າ​ເຮົາ​ມີ​ພຣະ​ກິດ​ຕິ​ຄຸນ, ເຮົາ​ຈຶ່ງ​ຮູ້​ວ່າ ເຮົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ, ຖືກ​ສົ່ງ​ມາ​ສູ່​ໂລກ​ເພື່ອ​ຈະ​ໄດ້​ຮັບ​ການ​ທົດ​ລອງ, ຂັດ​ເກົາ, ແລະ ກຽມ​ພ້ອມ​ທີ່​ຈະ “ຖືກ​ນຳ​ອອກ​ມາ​ໂດຍ​ການ​ຟື້ນ​ຄືນ​ຊີ​ວິດ​ຈາກ​ຄວາມ​ຕາຍ, ຜ່ານ​ໄຊ​ຊະ​ນະ ແລະ ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເມ​ສາ​ນ້ອຍ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 76:39). ເຮົາ​ຮູ້​ຈັກ​ພຣະ​ບັນ​ຍັດ ​ແລະ ໄດ້​ຮັບ​ການ​ແນະ​ນຳ “ຢ່າງ​ພຽງ​ພໍ​ຈົນ [ເຮົາ] ຮູ້​ຈັກ​ຄວາມ​ດີ​ຈາກ​ຄວາມ​ຊົ່ວ” (2 ນີ​ໄຟ 2:5). ເຮົາ​ຮູ້​ວ່າ​ເຮົາ​ຢູ່​ເທິງ​ໂລກ​ເພື່ອ​ຮັກ ແລະ ຮັບ​ໃຊ້. ແລະ ເຮົາ​ຮູ້​ວ່າ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ເອີ້ນ​ເຮົາ​ໃຫ້​ເອົາ​ຊະ​ນະ​ໂລກ ແລະ ຊ່ວຍ​ເຫລືອ​ຄົນ​ອື່ນ​ໃຫ້​ເຮັດ​ເຊັ່ນ​ດຽວ​ກັນ (ເບິ່ງ ໂຢ​ຮັນ 16:33; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 64:2) ໃນ​ການ​ກຽມ​ພ້ອມ​ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ອົງ.

ເມື່ອ​ເຮົາ​ສຸມ​ໃຈ​ໃສ່​ທີ່​ພຣະ​ອົງ, ສິ່ງ​ທີ່​ໂຈ​ເຊັບ ສະ​ມິດ ໄດ້​ເອີ້ນ​ວ່າ “ສຽງ​ໂຫ່​ຮ້ອງ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ຂອງ​ເຮົາ” ຈະ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ເຮົາ​ໃນ​ຊ່ວງວັນ​ທີ່​ຫຍຸ້ງ​ຍາກ ແລະ ນຳ​ຄວາມ​ໝາຍ ແລະ ຈຸດ​ປະ​ສົງ​ມາ​ສູ່​ຊີ​ວິດ​ຂອງ​ເຮົາ ແລະ ຊີ​ວິດ​ຂອງ​ຄົນ​ອື່ນ.

ພຣະ​ເຢ​ຊູ​ຄຣິດ

Every Knee Shall Bow [ທຸກ​ຫົວ​ເຂົ່າ​ຈະ​ຄຸ​ລົງ], ໂດຍ ແດນ ວິວ​ສັນ, ຫ້າມ​ລອກ​ແບບ

ການ​ເຊື່ອ​ຟັງ, ພອນ, ຄວາມ​ຊື່ນ​ຊົມ

ພຣະ​ເຈົ້າ​ໄດ້​ປະ​ທານ​ອຳ​ເພີ​ໃຈ​ທາງ​ສິນ​ທຳ​ໃຫ້​ເຮົາ ເພື່ອ​ວ່າ​ເຮົາ​ຈະ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ເລືອກ​ຂອງ​ເຮົາ (ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 101:78; 2 ນີ​ໄຟ 2:16). ໃນ​ສ່ວນ​ໜຶ່ງ​ຂອງ “ການ​ກົງ​ກັນ​ຂ້າມ​ໃນ​ທຸກ​ຢ່າງ” (2 ນີ​ໄຟ 2:11), ຊາ​ຕານ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ລໍ້​ລວງ​ເຮົາ ເພື່ອ​ໃຫ້​ໃຊ້​ອຳ​ເພີ​ໃຈ​ຂອງ​ເຮົາ​ໃນ​ທາງ​ທີ່​ຜິດ.

ແຕ່​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ, “ໂດຍ​ທີ່​ຮູ້​ເຖິງ​ຄວາມ​ເສຍ​ຫາຍ​ທີ່​ຈະ​ມາ​ສູ່​ຜູ້​ອາ​ໄສ​ຂອງ​ແຜ່ນ​ດິນ​ໂລກ” ໃນ​ສະ​ໄໝ​ຂອງ​ເຮົາ, ໄດ້​ເອີ້ນ​ສາດ​ສະ​ດາ​ໂຈ​ເຊັບ ສະ​ມິດ, “ໄດ້​ກ່າວ​ກັບ​ລາວ​ຈາກ​ສະ​ຫວັນ, ແລະ ມອບ​ບັນ​ຍັດ​ໃຫ້​ລາວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 1:17). ແບບ​ແຜນ​ນັ້ນ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ພຣະ​ບັນ​ຍັດ ແລະ ພຣະ​ປະ​ສົງ​ຂອງ​ພຣະ​ອົງ​ຕໍ່​ສາດ​ສະ​ດາ​ຂອງ​ພຣະ​ອົງ ຍັງ​ຄົງ​ດຳ​ເນີນ​ຕໍ່​ໄປ​ໃນ​ສະ​ໄໝ​ຂອງ​ເຮົາ ກັບ​ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ—ແລະ ດ້ວຍ​ເຫດ​ຜົນ​ອັນ​ດຽວ​ກັນ. ພຣະ​ເຈົ້າ​ປາດ​ຖະ​ໜາ​ທີ່​ຈະ​ນຳ​ພາ​ເຮົາ​ໄປ​ສູ່​ຄວາມ​ສຸກ​ໃນ​ຊີ​ວິດ​ນີ້ ແລະ ໄປ​ສູ່​ລັດ​ສະ​ໝີ​ພາບ​ຊັ້ນ​ສູງ​ໃນ​ຊີ​ວິດ​ໜ້າ.

ການ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ​ຄວນ​ມາ​ຈາກ​ຄວາມ​ອຸ​ທິດ​ຕົນ ແລະ ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ອົງ. ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ​ເອງ​ໄດ້​ປະ​ກາດ​ວ່າ ການ​ຮັກ​ພຣະ​ເຈົ້າ “ແມ່ນ​ກົດ​ບັນ​ຍັດ​ຂໍ້​ໃຫຍ່ ແລະ ຂໍ້​ຕົ້ນ” (ເບິ່ງ ມັດ​ທາຍ 22:37–38). ພຣະ​ອົງ​ໄດ້​ໃຫ້​ຄວາມ​ຮູ້​ແຈ້ງ​ຕື່ມ​ອີກ ເມື່ອ​ພຣະ​ອົງ​ໄດ້​ປະ​ກາດ​ວ່າ, “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນ​ຍັດ​ຂອງ​ເຮົາ” (ໂຢ​ຮັນ 14:15).

ມີ​ລາງ​ວັນ​ສຳ​ລັບ​ການ​ຮັກ​ພຣະ​ຜູ້​ເປັນ​ເຈົ້າ ແລະ ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ໃນ​ຍຸກ​ສະ​ໄໝ​ນີ້ ພຣະ​ອົງ​ໄດ້​ບັນ​ຍາຍ​ວ່າ “ມີ​ກົດ, ອອກ​ຄຳ​ສັ່ງ​ໄວ້​ໃນ​ສະ​ຫວັນ​ຢ່າງ​ປ່ຽນ​ແປງ​ບໍ່​ໄດ້ … , ຊຶ່ງ​ໃນ​ນັ້ນ ພອນ​ທັງ​ປວງ​ໄດ້​ຖືກ​ກຳ​ນົດ​ໄວ້​ແລ້ວ—

“ແລະ ເມື່ອ​ພວກ​ເຮົາ​ໄດ້​ຮັບ​ພອນ​ປະ​ການ​ໃດ​ຈາກ​ພຣະ​ເຈົ້າ, ຍ່ອມ​ເປັນ​ໄປ​ເພາະ​ການ​ເຊື່ອ​ຟັງ​ຕໍ່​ກົດ​ນັ້ນ ຊຶ່ງ​ມັນ​ໄດ້​ຖືກ​ກຳ​ນົດ​ໄວ້​ແລ້ວ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 130:20–21).

ດັ່ງ​ນັ້ນ, ຜົນ​ຮັບ​ຂັ້ນ​ສຸດ​ທ້າຍ​ຂອງ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ ໂດຍ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ເປັນ​ພອນ​ທີ່​ນຳ​ຄວາມ​ສຸກ ແລະ ຄວາມ​ຊື່ນ​ຊົມ​ມາ​ໃຫ້.

ການ​ເບິ່ງ​ຊີ​ວິດ​ຜ່ານ​ທັດ​ສະ​ນະ​ຂອງ​ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ ແລະ ການ​ເປີດ​ເຜີຍ​ສະ​ໄໝ​ໃໝ່ ເຮັດ​ໃຫ້​ເຮົາ​ມີ​ຄວາມ​ຊັດ​ເຈນ. ດ້ວຍ​ມຸມ​ມອງ​ທີ່​ຊັດ​ເຈນ​ກ່ຽວ​ກັບ​ທີ່​ມາ ແລະ ຈຸດ​ໝາຍ​ປາຍ​ທາງ​ອັນ​ສູງ​ສົ່ງ​ຂອງ​ເຮົາ, ເຮົາ​ຮູ້​ວ່າ “ສິ່ງ​ທີ່​ຈະ​ເຮັດ​ໃຫ້​ຄວາມ​ເປັນ ມະ​ຕະ [ຂອງ​ເຮົາ] ດີ​ທີ່​ສຸດ​ເທົ່າ​ທີ່ ມັນ ຈະ​ສາ​ມາດ​ເປັນ​ໄປ​ໄດ້ ຄື​ສິ່ງ ດຽວ​ກັນ​ກັບ ທີ່​ຈະ​ເຮັດ​ໃຫ້​ຊີ​ວິດ [ຂອງ​ເຮົາ] ຊົ່ວ​ນິ​ລັນ​ດອນ ດີ​ທີ່​ສຸດ​ເທົ່າ​ທີ່ ມັນ ຈະ​ສາ​ມາດ​ເປັນ​ໄປ​ໄດ້!”

ສະ​ຫລຸບ

ຂ້າ​ພະ​ເຈົ້າ​ຈົບ​ໃນ​ບ່ອນ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເລີ່ມ​ຕົ້ນ, ຈື່​ຈຳ​ປະ​ສົບ​ການ​ຂອງ​ຂ້າ​ພະ​ເຈົ້າ​ເມື່ອ​ຫລາຍ​ປີ​ກ່ອນ ກັບ​ຜູ້​ປ່ຽນ​ໃຈ​ເຫລື້ອມ​ໃສ​ໃໝ່​ໃນ​ປະ​ເທດ​ຍີ່​ປຸ່ນ. ຜ່ານ​ທາງ​ຄວາມ​ພາກ​ພຽນ​ຂອງ​ລາວ ແລະ ຄວາມ​ພາກ​ພຽນ​ຂອງ​ຜູ້​ສອນ​ສາດ​ສະ​ໜາ ແລະ ສະ​ມາ​ຊິກ, ລາວ​ໄດ້​ພົບ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເຢ​ຊູ​ຄຣິດ​ທີ່​ຖືກ​ຟື້ນ​ຟູ. ໃນ​ການ​ຊອກ​ຫາ​ພຣະ​ກິດ​ຕິ​ຄຸນ, ລາວ​ຍັງ​ໄດ້​ຄົ້ນ​ພົບ​ຈຸດ​ປະ​ສົງ​ຂອງ​ລາວ​ນຳ​ອີກ, ຊຶ່ງ​ໄດ້​ຂະ​ຫຍາຍ​ວິ​ໄສ​ທັດ​ຂອງ​ລາວ. ລາວ​ຍັງ​ໄດ້​ພົບ​ເຫັນ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່​ນຳ​ອີກ. ການ​ເຊື່ອ​ຟັງ​ຕໍ່​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ກິດ​ຕິ​ຄຸນ​ຂອງ​ແຜນ​ນັ້ນ​ໄດ້​ນຳ​ພອນ ແລະ ຄວາມ​ຊື່ນ​ຊົມ​ມາ​ໃຫ້​ລາວ, ຍົກ​ລາວ​ຂຶ້ນ​ທັງ​ທາງ​ໂລກ ແລະ ທາງ​ວິນ​ຍານ.

ການ​ເດີນ​ທາງ​ຂອງ​ລາວ​ໄດ້​ນຳ​ພາ​ລາວ​ມາ​ສູ່​ການ​ເປັນ​ສະ​ມາ​ຊິກ​ໃນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ ເຮັດ​ໃຫ້​ລາວ​ກາຍ​ເປັນ​ພະ​ຍານ​ຂອງ​ພຣະ​ເຢ​ຊູ​ຄຣິດ. ແອວ​ເດີ ແພ​ທຣິກ ເຄຍ​ຣັນ ແຫ່ງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ ໄດ້​ບັນ​ຍາຍ​ຄວາມ​ຊື່ນ​ຊົມ​ດັ່ງ​ນີ້:

“ເປັນ​ເພາະ​ແຜນ​ແຫ່ງ​ຄວາມ​ຮັກ​ຂອງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ​ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ແຕ່​ລະ​ຄົນ, ແລະ ເປັນ​ເພາະ​ພຣະ​ຊົນ​ຊີບ​ທີ່​ໄຖ່ ແລະ ພາ​ລະ​ກິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ເຮົາ​ສາ​ມາດ​ເປັນ—ແລະ ຄວນ—ເປັນ​ຜູ້​ຄົນ​ທີ່​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ທີ່​ສຸດ​ໃນ​ໂລກ! ແມ່ນ​ແຕ່​ຂະ​ນະ​ທີ່​ມໍ​ລະ​ສຸມ​ຊີ​ວິດ​ຢູ່​ໃນ​ໂລກ​ທີ່​ວຸ້ນ​ວາຍ​ກະ​ທົບ​ກະ​ເທືອນ​ເຮົາ​ຢ່າງ​ໜັກ, ແຕ່​ເຮົາ​ສາ​ມາດ​ປູກ​ຝັງ​ຄວາມ​ຮູ້​ສຶກ​ແຫ່ງ​ຄວາມ​ຊື່ນ​ຊົມ​ທີ່​ເຕີບ​ໂຕ ແລະ ຄົງ​ຢູ່ ແລະ ຄວາມ​ສະ​ຫງົບ​ສຸກ​ພາຍ​ໃນ ເພາະ​ຄວາມ​ຫວັງ​ຂອງ​ເຮົາ​ໃນ​ພຣະ​ຄຣິດ ແລະ ຄວາມ​ເຂົ້າ​ໃຈ​ຂອງ​ເຮົາ​ເຖິງ​ພື້ນ​ທີ່​ຂອງ​ເຮົາ​ເອງ​ໃນ​ແຜນ​ແຫ່ງ​ຄວາມ​ສຸກ​ທີ່​ສວຍ​ງາມ​ໄດ້.”

ຂ້າ​ພະ​ເຈົ້າ​ຂໍສະ​ແດງ​ຄວາມ​ກະ​ຕັນ​ຍູ​ຂອງ​ຂ້າ​ພະ​ເຈົ້າ​ສຳ​ລັບ, ແລະ ປະ​ຈັກ​ພະ​ຍານ​ເຖິງ, ພຣະ​ກິດ​ຕິ​ຄຸນ​ທີ່​ຖືກ​ຟື້ນ​ຟູ​ຂອງ​ພຣະ​ເຢ​ຊູ​ຄຣິດ, ລວມ​ທັງ​ແຜນ​ແຫ່ງ​ຄວາມ​ສຸກ​ອັນ​ຍິ່ງ​ໃຫຍ່ ທີ່​ຝັງ​ຢູ່​ໃນ​ນັ້ນ​ຢ່າງ​ເລິກ​ເຊິ່ງ. ຂ້າ​ພະ​ເຈົ້າ​ເຊື້ອ​ເຊີນ​ທ່ານ​ໃຫ້​ຮັບ​ສ່ວນ​ໝາກ​ຜົນ​ຂອງ​ພຣະ​ກິດ​ຕິ​ຄຸນ ແລະ ຮູ້​ສຶກ​ມີ​ຄວາມ​ຊື່ນ​ຊົມ​ຫລາຍ​ຂຶ້ນ​ໃນ​ຊີ​ວິດ​ນີ້ ໃນ​ການ​ເດີນ​ທາງ​ໄປ​ສູ່​ຊີ​ວິດ​ນິ​ລັນ​ດອນ​ຂອງ​ທ່ານ.