2025
ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ​ກ່າວ​ກັບ​ທ່ານ
ເດືອນ​ມີ​ນາ 2025


“Heavenly Father Wants to Speak to You,” Liahona, March 2025.

ຂ່າວ​ສານ​ປະ​ຈຳ​ເດືອນ Liahona, ເດືອນ​ມີ​ນາ 2025

ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢາກ ກ່າວ​ກັບ​ທ່ານ

ຈົ່ງ​ໃຫ້​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ບິ​ດາ​ເທິງ​ສະ​ຫວັນ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ​ຊ່ວຍ​ທ່ານ​ເປີດ​ມ່ານ ແລະ ຮັບ​ເອົາ​ສຸ​ລະ​ສຽງ​ຂອງ​ພຣະ​ບິ​ດາ.

ຍິງ​ໜຸ່ມ​ກຳ​ລັງ​ອະ​ທິ​ຖານ

ເຮົາ​ເປັນ​ບຸດ ແລະ ທິ​ດາ​ຂອງ​ພຣະ​ເຈົ້າ, ອາ​ໄສ​ຢູ່​ໃນ​ໂລກ​ນຳ​ກັນ ໄກ​ຈາກ​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ. ນີ້​ຄື​ຊ່ວງ​ມະ​ຕະ​ຂອງ​ເຮົາ, ເປັນ​ເວ​ລາ​ຮັບ​ຮ່າງ​ກາຍ​ຂອງ​ເຮົາ, ເລືອກ​ຄວາມ​ດີ​ເໜືອ​ຄວາມ​ຊົ່ວ​ຮ້າຍ, “ຊີມ​ລົດ​ຊາດ​ອັນ​ຂົມ​ຂື່ນ, ເພື່ອ​ວ່າ [ເຮົາ] ຈະ​ຮູ້​ຈັກ​ໃຫ້​ຄຸນ​ຄ່າ​ແກ່​ຄວາມ​ດີ” (ໂມ​ເຊ 6:55), ເຕີບ​ໂຕ​ໃນ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ພຣະ​ເຢ​ຊູ​ຄຣິດ ແລະ ການ​ຊົດ​ໃຊ້​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ແລະ ນ້ອມ​ຮັບ​ແຜນ​ແຫ່ງ​ຄວາມ​ສຸກ​ຂອງ​ພຣະ​ບິ​ດາ​ຂອງ​ເຮົາ. ເຮົາ​ຢູ່​ທີ່​ນີ້​ເພື່ອ​ກາຍ​ເປັນ​ເໝືອນ​ດັ່ງ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ.

ໂດຍ​ບໍ່​ມີ​ຄວາມ​ຊົງ​ຈຳ​ກ່ຽວ​ກັບ​ຊີ​ວິດ​ກ່ອນ​ມະ​ຕະ​ຂອງ​ເຮົາ, ບາງ​ຄັ້ງ, ເຮົາ​ກໍ​ຮູ້​ສຶກ​ໂດດ​ດ່ຽວ​ສຳ​ລັບ​ໂລກ​ທີ່​ເຮົາ​ໄດ້​ປະ​ໄວ້​ຂ້າງ​ຫລັງ. ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ປະ​ທານ​ຂອງ​ປະ​ທານ​ທາງ​ວິນ​ຍານ​ໃຫ້​ແກ່​ເຮົາ ເພື່ອ​ໃຫ້​ເຮົາ​ຍັງ​ຄົງ​ສາ​ມາດ​ຕິດ​ຕໍ່​ກັບ​ພຣະ​ອົງ​ໄດ້ ແລະ ຮັບ​ການ​ນຳ​ພາ, ການ​ຊີ້​ນຳ, ແລະ ການ​ປອບ​ໂຍນ​ຈາກ​ພຣະ​ອົງ. ເຮົາ​ຮູ້​ຈັກ​ຂອງ​ປະ​ທານ​ນີ້​ເປັນ​ຢ່າງ​ດີ; ເຮົາ​ເອີ້ນ​ມັນ​ວ່າ ການ​ອະ​ທິ​ຖານ.

ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ

ຕໍ່​ອາ​ດາມ ແລະ ເອ​ວາ ແລະ ທຸກ​ຄົນ​ທີ່​ຈະ​ຕາມ​ພວກ​ເພິ່ນ, ທູດ​ສະ​ຫວັນ​ໄດ້​ແນະ​ນຳ​ວ່າ, “ເຈົ້າ​ຈົ່ງ​ກັບ​ໃຈ ແລະ ຮ້ອງ​ຫາ​ພຣະ​ເຈົ້າ​ໃນ​ພຣະ​ນາມ​ຂອງ​ພຣະ​ບຸດ​ຕະ​ຫລອດ​ໄປ” (ໂມ​ເຊ 5:8).

ພຣະ​ເຢ​ຊູ​ໄດ້​ສິດ​ສອນ​ວ່າ, “ຈົ່ງ​ໝັ່ນ​ຂໍ​ແລ້ວ​ເຈົ້າ​ຈະ​ໄດ້​ຮັບ, ຈົ່ງ​ໝັ່ນ​ຊອກ​ຫາ​ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ພົບ; ຈົ່ງ​ໝັ່ນ​ເຄາະ​ແລ້ວ​ຈະ​ມີ​ຜູ້​ໄຂ​ໃຫ້​ເຈົ້າ” (ມັດ​ທາຍ 7:7). “ແຕ່​ສຳ​ລັບ​ເຈົ້າ​ເມື່ອ​ອະ​ທິ​ຖານ, … ຈົ່ງ​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ຂອງ​ເຈົ້າ … ໃນ​ທີ່​ລັບ​ລີ້” (ມັດ​ທາຍ 6:6). “ດ້ວຍ​ເຫດ​ນັ້ນ ພວກ​ເຈົ້າ​ຄວນ​ອະ​ທິ​ຖານ​ດັ່ງ​ນີ້: ຂ້າ​ແດ່​ພຣະ​ບິ​ດາ​ເຈົ້າ ຂອງ​ພວກ​ຂ້າ​ນ້ອຍ​ທັງ​ຫລາຍ, ຂໍ​ໃຫ້​ພຣະ​ນາມ​ຂອງ​ພຣະ​ອົງ​ຊົງ​ເປັນ​ທີ່​ເຄົາ​ລົບ​ບູ​ຊາ” (ມັດ​ທາຍ 6:9).

ພຣະ​ເຢ​ຊູ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຢູ່​ສະ​ເໝີ. “ພຣະ​ອົງ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ໜ່ວຍ​ໜຶ່ງ​ເພື່ອ​ອະ​ທິ​ຖານ, ແລະ ໃຊ້​ເວ​ລາ​ອະ​ທິ​ຖານ​ຫາ​ພຣະ​ເຈົ້າ​ຢູ່​ທີ່​ນັ້ນ​ຕະ​ຫລອດ​ຄືນ” (ລູ​ກາ 6:12). “ແລະ … ພຣະ​ອົງ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ເຂົາ ເພື່ອ​ອະ​ທິ​ຖານ” (ມາ​ຣະ​ໂກ 6:46). “ແລ້ວ [ພວກ​ເພິ່ນ] ກໍ​ໄປ​ຮອດ​ບ່ອນ​ໜຶ່ງ​ທີ່​ຊື່​ວ່າ ເຄັດ​ເຊ​ມາ​ເນ: ພຣະ​ອົງ​ກ່າວ​ແກ່​ພວກ​ເພິ່ນ​ວ່າ, ຈົ່ງ​ນັ່ງ​ຢູ່​ທີ່​ນີ້ ໃນ​ຂະ​ນະ​ທີ່​ເຮົາ​ໄປ​ອະ​ທິ​ຖານ” (ມາ​ຣະ​ໂກ 14:32). ຂະ​ນະ​ທີ່​ຢູ່​ເທິງ​ໄມ້​ກາງ​ແຂນ, ພຣະ​ເຢ​ຊູ​ໄດ້​ອະ​ທິ​ຖານ​ເພື່ອ​ພວກ​ທະ​ຫານ​ທີ່​ຄຶງ​ພຣະ​ອົງ​ວ່າ: “ພຣະ​ບິ​ດາ​ເອີຍ, ໂຜດ​ຍົກ​ໂທດ​ໃຫ້​ພວກ​ເຂົາ​ດ້ວຍ​ເຖີດ; ພວກ​ເຂົາ​ບໍ່​ຮູ້​ວ່າ​ພວກ​ເຂົາ​ພວມ​ເຮັດ​ຫຍັງ​ລົງ​ໄປ” (ລູ​ກາ 23:34).

ພຣະ​ຄຳ​ພີ​ແນະ​ນຳ​ເຮົາ​ໃຫ້ “ອະ​ທິ​ຖານ​ຢູ່​ທຸກ​ເວ​ລາ” (ລູ​ກາ 21:36; 2 ນີ​ໄຟ 32:9; 3 ນີ​ໄຟ 18:15; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 10:5; 19:38; 20:33; 31:12). “ຈົ່ງ​ປຶກ​ສາ​ນຳ​ພຣະ​ຜູ້​ເປັນ​ເຈົ້າ​ໃນ​ການ​ກະ​ທຳ​ທັງ​ໝົດ​ຂອງ​ລູກ, ແລະ ພຣະ​ອົງ​ຈະ​ຊີ້​ທາງ​ໃຫ້​ລູກ​ເພື່ອ​ຄວາມ​ດີ” (ແອວ​ມາ 37:37). ນອກ​ຈາກ​ນີ້, ເຮົາ “ຖວາຍ​ຄວາມ​ຂອບ​ພຣະ​ໄທ ແລະ ສັນ​ລະ​ເສີນ​ທັງ​ໝົດ ຊຶ່ງ​ທັງ​ຈິດ​ວິນ​ຍານ [ຂອງ​ເຮົາ] ມີ​ອຳ​ນາດ​ເປັນ​ເຈົ້າ​ຂອງ” (ໂມ​ໄຊ​ຢາ 2:20), ໂດຍ​ຮັບ​ຮູ້​ທຸກ​ສິ່ງ​ທີ່​ພຣະ​ບິ​ດາ​ກະ​ທຳ​ເພື່ອ​ເຮົາ.

ປະ​ທານ​ຣະ​ໂຊ ເອັມ ແນວ​ສັນ ໄດ້​ອະ​ທິ​ບາຍ​ວ່າ: “ການ​ນັບ​ຖື​ຕົນ​ເອງ​ທາງ​ວິນ​ຍານ​ເລີ່ມ​ຕົ້ນ​ດ້ວຍ​ການ​ຮັບ​ຮູ້​ວ່າ ແຕ່​ລະ​ເຊົ້າ​ວັນ​ໃໝ່​ເປັນ​ຂອງ​ປະ​ທານ​ຈາກ​ພຣະ​ເຈົ້າ. … ພຣະ​ອົງ​ປົກ​ປັກ​ຮັກ​ສາ​ເຮົາ​ໃນ​ແຕ່​ລະ​ວັນ ແລະ ສະ​ໜັບ​ສະ​ໜູນ​ເຮົາ​ຈາກ​ຊ່ວງ​ໜຶ່ງ​ໄປ​ຫາ​ອີກ​ຊ່ວງ​ໜຶ່ງ​ຂອງ​ຊີ​ວິດ (ເບິ່ງ ໂມ​ໄຊ​ຢາ 2:21).”

ນີ​ໄຟ​ໄດ້​ກ່າວ​ວ່າ, “ຖ້າ​ຫາກ​ພວກ​ທ່ານ​ຈະ​ເຊື່ອ​ຟັງ​ພຣະ​ວິນ​ຍານ​ຊຶ່ງ​ສິດ​ສອນ​ມະ​ນຸດ​ໃຫ້​ອະ​ທິ​ຖານ, ພວກ​ທ່ານ​ຈະ​ຮູ້​ວ່າ​ພວກ​ທ່ານ​ຕ້ອງ​ອະ​ທິ​ຖານ; ເພາະ​ວິນ​ຍານ​ຊົ່ວ​ບໍ່​ສິດ​ສອນ​ມະ​ນຸດ​ໃຫ້​ອະ​ທິ​ຖານ, ແຕ່​ສິດ​ສອນ​ເຂົາ​ວ່າ​ບໍ່​ຕ້ອງ​ອະ​ທິ​ຖານ” (2 ນີ​ໄຟ 32:8).

ມຸມ​ດ້ານ​ຂ້າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ

ລາຍ​ລະ​ອຽດ​ຈາກ Christ Raising the Daughter of Jairus [ພຣະ​ຄຣິດ​ນຳ​ລູກ​ສາວ​ຂອງ​ຢາ​ອີ​ໂຣ​ກັບ​ຄືນ​ມາ​ມີ​ຊີ​ວິດ], ໂດຍ ກະ​ເຣກ ເຄ ອໍ​ເຊັນ

ຈາກ​ຕົວ​ຢ່າງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ ແລະ ຄຳ​ແນະ​ນຳ​ຂອງ​ທູດ​ສະ​ຫວັນ ແລະ ສາດ​ສະ​ດາ​ຕະ​ຫລອດ​ຫລາຍ​ສັດ​ຕະ​ວັດ, ເຮົາ​ຮູ້​ດີ​ວ່າ​ຕ້ອງ​ອະ​ທິ​ຖານ​ທຸກ​ວັນ ເພື່ອ​ສະ​ແດງ​ຄວາມ​ກະ​ຕັນ​ຍູ​ສຳ​ລັບ​ພອນ​ຂອງ​ເຮົາ, ແລະ ຮັກ​ສາ​ຄຳ​ອະ​ທິ​ຖານ​ຢູ່​ໃນ​ໃຈ​ເຮົາ​ຢູ່​ສະ​ເໝີ. ເຮົາ​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ຈະ​ສື່​ສານ​ກັບ​ພຣະ​ບິ​ດາ​ຂອງ​ເຮົາ.

ແຕ່​ສິ່ງ​ທີ່​ໜ້າ​ສັນ​ລະ​ເສີນ​ກວ່າ​ນັ້ນ​ກໍ​ຄື, ພຣະ​ບິ​ດາ​ຜູ້​ສະ​ຖິດ​ຢູ່​ໃນ​ສະ​ຫວັນ​ຂອງ​ເຮົາ​ຊົງ​ຕອບ​ຄຳ​ອະ​ທິ​ຖານ​ຂອງ​ເຮົາ. ຄຳ​ຖາມ​ທີ່​ຊວນ​ຄິດ​ຢູ່​ໃນ​ໂລກ​ມະ​ນຸດ​ນີ້​ກໍ​ຄື, ເຮົາ​ຈະ​ຮັບ ແລະ ເຂົ້າ​ໃຈ​ຄຳ​ຕອບ, ການ​ຊີ້​ນຳ, ແລະ ການ​ປອບ​ໂຍນ​ທີ່​ມາ​ຈາກ​ພຣະ​ບິ​ດາ​ຂອງ​ເຮົາ​ໄດ້​ດີ​ຂຶ້ນ​ແນວ​ໃດ?

ຕະ​ຫລອດ​ໄລ​ຍະ​ເວ​ລາ​ຫລາຍ​ກວ່າ​ເຈັດ​ທົດ​ສະ​ວັດ​ຂອງ​ຊີ​ວິດ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ພຣະ​ບິ​ດາ​ຂອງ​ເຮົາ​ກ່າວ​ກັບ​ເຮົາ. ເຮົາ​ບໍ່​ໄດ້​ຢູ່​ຄົນ​ດຽວ. ຜູ້​ຢູ່​ໃນ​ສະ​ຫວັນ​ຈະ​ເບິ່ງ​ແຍງ​ເຮົາ ແລະ ຊ່ວຍ​ເຫລືອ​ເຮົາ ເມື່ອ​ເຮົາ​ສະ​ແຫວງ​ຫາ​ທີ່​ຈະ​ຕິດ​ຕາມ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ການ​ໄດ້​ຮັບ​ຄຳ​ຕອບ​ຕໍ່​ຄຳ​ອະ​ທິ​ຖານ​ຂອງ​ເຮົາ​ເລີ່ມ​ຕົ້ນ​ດ້ວຍ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ດາ​ເທິງ​ສະ​ຫວັນ​ຂອງ​ເຮົາ ແລະ ໃນ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ. ພຣະ​ເຢ​ຊູ​ໄດ້​ກ່າວ​ວ່າ, “ຢ່າ​ວິ​ຕົກ​ເລີຍ, ຈົ່ງ​ເຊື່ອ​ເທົ່າ​ນັ້ນ” (ມາ​ຣະ​ໂກ 5:36). ເຮົາ​ໄວ້​ວາງ​ໃຈ​ໃນ​ພຣະ​ອົງ, ເຮັດ​ໃຫ້​ສຸດ​ຄວາມ​ສາ​ມາດ​ຂອງ​ເຮົາ​ເພື່ອ​ຮັກ​ສາ​ພຣະ​ບັນ​ຍັດ, ແລະ ຫລຽວ​ຫາ​ພຣະ​ຫັດ​ຂອງ​ພຣະ​ອົງ​ໃນ​ທຸກ​ສິ່ງ​ທັງ​ປວງ. “ບໍ່​ມີ​ສິ່ງ​ໃດ​ທີ່​ມະ​ນຸດ​ຈະ​ເຮັດ​ໃຫ້​ພຣະ​ເຈົ້າ​ຂຸ່ນ​ເຄືອງ … ຍົກ​ເວັ້ນ​ແຕ່​ຜູ້​ທີ່ ບໍ່​ສາ​ລະ​ພາບ​ວ່າ​ພຣະ​ຫັດ​ຂອງ​ພຣະ​ອົງ​ຢູ່​ໃນ​ທຸກ​ສິ່ງ​ທັງ​ປວງ, ແລະ ບໍ່​ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 59:21).

ພຣະ​ຫັດ​ຂອງ​ພຣະ​ເຈົ້າ​ໃນ​ຊີ​ວິດ​ຂອງ​ເຮົາ​ບໍ່​ໄດ້​ໝາຍ​ຄວາມ​ວ່າ ພຣະ​ອົງ​ເປັນ​ຕົ້ນ​ເຫດ​ຂອງ​ຄວາມ​ຊົ່ວ​ຮ້າຍ ຫລື ຄວາມ​ເສົ້າ​ສະ​ຫລົດ​ທີ່​ໜ້າ​ຢ້ານ​ກົວ​ໃນ​ໂລກ​ຂອງ​ເຮົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ໝາຍ​ຄວາມ​ວ່າ ໃນ​ຊ່ວງ​ເວ​ລາ​ທີ່​ທ່ານ​ມີ​ຄວາມ​ຍາກ​ລຳ​ບາກ ແລະ ຄວາມ​ບໍ່​ຍຸດ​ຕິ​ທຳ, ພຣະ​ອົງ​ຈະ​ຢູ່​ຄຽງ​ຂ້າງ​ທ່ານ, ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສາ​ມາດ​ຂອງ​ທ່ານ, ປອບ​ໂຍນ​ທ່ານ, ແລະ “ຕັ້ງ​ຄວາມ​ທຸກ​ຂອງ​ລູກ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ລູກ” (2 ນີ​ໄຟ 2:2).

ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ

ເມື່ອ​ເຮົາ​ມີ​ສັດ​ທາ​ໃນ​ພຣະ​ອົງ ແລະ ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ, ເຮົາ​ຈະ​ຮຽນ​ຮູ້​ທີ່​ຈະ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ອົງ​ໄດ້​ດີ​ຂຶ້ນ​ໂດຍ​ທຳ​ມະ​ຊາດ.

ໃນ​ເດືອນ​ກັນ​ຍາ ປີ 1993, ປີ​ທຳ​ອິດ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖາ​ນະ​ເຈົ້າ​ໜ້າ​ທີ່​ຊັ້ນ​ຜູ້​ໃຫຍ່, ປະ​ທານ​ເຈມ ອີ ຟາວ (1920–2007), ຊຶ່ງ​ຕອນ​ນັ້ນ​ເພິ່ນ​ເປັນ​ສະ​ມາ​ຊິກ​ຂອງ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ເຊື້ອ​ເຊີນ​ແຄ​ຕີ້ ພັນ​ລະ​ຍາ​ຂອງ​ຂ້າ​ພະ​ເຈົ້າ ແລະ ຂ້າ​ພະ​ເຈົ້າ​ໃຫ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ ກັບ​ເພິ່ນ. ຈື່​ໄດ້​ບໍ​ວ່າ, ປີ 1993 ເປັນ​ຊ່ວງ​ກ່ອນ​ທີ່​ຈະ​ມີ​ໂທ​ລະ​ສັບ​ມື​ຖື, ສື່​ສັງ​ຄົມ, ແລະ ອິນ​ເຕີ​ເນັດ​ທີ່​ແຜ່​ຫລາຍ.

ໃນ​ຄຳ​ປາ​ໄສ​ຂອງ​ເພິ່ນ, ມີ​ຫົວ​ຂໍ້​ວ່າ “ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ,” ປະ​ທານ​ຟາວ​ໄດ້​ເຕືອນ​ວ່າ: “ໃນ​ຍຸກ​ຂອງ​ທ່ານ ທ່ານ​ຈະ​ຖືກ​ລະ​ດົມ​ດ້ວຍ​ສຽງ​ອັນ​ຫລາກ​ຫລາຍ ທີ່​ບອກ​ວ່າ​ທ່ານ​ຄວນ​ໃຊ້​ຊີ​ວິດ​ແນວ​ໃດ, ຈະ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ທ່ານ​ແນວ​ໃດ, ແລະ ຈະ​ມີ​ທຸກ​ສິ່ງ​ໄດ້​ແນວ​ໃດ. ທ່ານ​ຈະ​ມີ​ຊ່ອງ​ໂທ​ລະ​ພາບ​ຫລາຍ​ເຖິງ​ຫ້າ​ຮ້ອຍ​ຊ່ອງ​ໃຫ້​ເລືອກ. ມັນ​ຈະ​ມີ​ຊອບ​ແວ, ໂມ​ເດັມ​ຄອມ​ພິວ​ເຕີ​ແບບ​ໂຕ້​ຕອບ, ຖານ​ຂໍ້​ມູນ, ແລະ ກະ​ດານ​ຂ່າວ​ທຸກ​ປະ​ເພດ, ຈະ​ມີ​ການ​ຈັດ​ພິມ​ຈາກ​ຄອມ​ພິວ​ເຕີ, ເຄື່ອງ​ຮັບ​ສັນ​ຍານ​ຈາກ​ດາວ​ທຽມ, ແລະ ເຄືອ​ຂ່າຍ​ການ​ສື່​ສານ​ທີ່​ຈະ​ເຮັດ​ໃຫ້​ທ່ານ​ຫາຍ​ໃຈ​ບໍ່​ອອກ​ດ້ວຍ​ຂໍ້​ມູນ​ຢ່າງ​ຫລວງ​ຫລາຍ. … ສຽງ​ທີ່​ທ່ານ​ຕ້ອງ​ຮຽນ​ຮູ້​ທີ່​ຈະ​ຟັງ​ຄື​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ.”

ປະ​ທານ​ບອຍ ເຄ ແພ໊ກ​ເກີ (1924–2015), ປະ​ທານ​ກຸ່ມ​ອັກ​ຄະ​ສາ​ວົກ​ສິບ​ສອງ, ໄດ້​ສິດ​ສອນ​ກ່ຽວ​ກັບ​ສຸ​ລະ​ສຽງ​ແຜ່ວ​ເບົາ​ຂອງ​ພຣະ​ວິນ​ຍານ ໂດຍ​ເລົ່າ​ປະ​ສົບ​ການ​ຂອງ ຈອນ ເບີ​ໂຣ, ນັກ​ທຳ​ມະ​ຊາດ​ວິ​ທະ​ຍາ, ຂະ​ນະ​ທີ່​ລາວ​ກຳ​ລັງ​ຍ່າງ​ໄປ​ກັບ​ໝູ່​ເພື່ອນ​ໃນ​ສວນ​ສາ​ທາ​ລະ​ນະ​ທີ່​ເຕັມ​ໄປ​ດ້ວຍ​ຜູ້​ຄົນ. ຕໍ່​ໄປ​ນີ້​ແມ່ນ​ຖ້ອຍ​ຄຳ​ຂອງ​ປະ​ທານ​ແພ໊ກ​ເກີ:

“ທ່າມ​ກາງ​ສຽງ​ຕ່າງໆ​ໃນ​ຊີ​ວິດ​ເມືອງ [ທ້າວ ເບີ​ໂຣ] ໄດ້​ຍິນ​ສຽງ​ນົກ​ຮ້ອງ.

“ລາວ​ໄດ້​ຢຸດ ແລະ ຟັງ! ຄົນ​ທີ່​ຢູ່​ກັບ​ລາວ​ບໍ່​ໄດ້​ຍິນ​ສຽງ​ນັ້ນ. ລາວ​ຫລຽວ​ເບິ່ງ​ອ້ອມ​ຮອບ. ບໍ່​ມີ​ໃຜ​ສັງ​ເກດ​ເຫັນ​ເລີຍ.

“ລາວ​ບໍ່​ພໍ​ໃຈ​ທີ່​ທຸກ​ຄົນ​ພາດ​ສິ່ງ​ທີ່​ສວຍ​ງາມ​ນັ້ນ.

“ລາວ​ໄດ້​ຈົກ​ເອົາ​ເງິນ​ຫລຽນ​ຈາກ​ຖົງ​ຂອງ​ລາວ ແລະ ໄດ້​ໂຍນ​ມັນ​ຂຶ້ນ​ເທິງ​ອາ​ກາດ. ມັນ​ໄດ້​ຕົກ​ລົງ​ໃສ່​ພື້ນ​ດັງ​ຕິ່ງ, ບໍ່​ໄດ້​ດັງ​ແຮງ​ກວ່າ​ສຽງ​ນົກ​ຮ້ອງ. ທຸກ​ຄົນ​ໄດ້​ຫັນ​ມາ​ເບິ່ງ, ເຂົາ​ເຈົ້າ​ໄດ້​ຍິນ​ມັນ!

“ເປັນ​ເລື່ອງ​ຍາກ​ທີ່​ຈະ​ແຍກ​ສຽງ​ຂອງ​ເມືອງ​ທັງ​ໝົດ​ຈາກ​ສຽງ​ນົກ​ຮ້ອງ​ເລີຍ. ແຕ່​ທ່ານ​ສາ​ມາດ​ໄດ້​ຍິນ​ມັນ. ທ່ານ​ສາ​ມາດ​ໄດ້​ຍິນ​ມັນ​ຢ່າງ​ຊັດ​ເຈນ​ຖ້າ​ຫາກ​ທ່ານ​ຝຶກ​ຝົນ​ຕົນ​ເອງ​ໃຫ້​ຕັ້ງ​ໃຈ​ຟັງ.”

ຄຳ​ສອນ​ຂອງ​ປະ​ທານ​ແພ໊ກ​ເກີ​ກ່ຽວ​ກັບ​ພຣະ​ວິນ​ຍານ​ບໍ​ລິ​ສຸດ​ໄດ້​ເກີດ​ຂຶ້ນ​ໃນ​ປີ 1979, ຊຶ່ງ​ເປັນ​ຊ່ວງ​ເວ​ລາ​ທີ່​ຊີ​ວິດ​ງຽບ​ສະ​ຫງົບ​ກວ່າ ແລະ ສຽງ​ຕ່າງໆ​ຂອງ​ໂລກ​ງຽບ​ລົງ​ກວ່າ​ຕອນ​ນີ້​ຫລາຍ.

ປະ​ທານ​ແນວ​ສັນ​ໄດ້​ສິດ​ສອນ​ວ່າ, “ຖ້າ​ຫາກ​ທ່ານ​ເອົາ​ໃຈ​ໃສ່​ຕໍ່​ຂ່າວ​ສານ​ຈາກ​ສື່​ສັງ​ຄົມ​ຫລາຍ​ກວ່າ​ສຽງ​ສື່ມ​ຂອງ​ພຣະ​ວິນ​ຍານ, ແລ້ວ​ທ່ານ​ກໍ​ຈະ​ເຮັດ​ໃຫ້​ຕົນ​ເອງ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ທາງ​ວິນ​ຍານ.”

ປະ​ທານ​ຟາວ​ໄດ້​ກ່າວ​ວ່າ, “ຖ້າ​ເຮົາ​ຢາກ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ, ເຮົາ​ກໍ​ຕ້ອງ​ເປີດ​ຫູ​ຂອງ​ເຮົາ, ຫັນ​ຕາ​ແຫ່ງ​ສັດ​ທາ​ໄປ​ທີ່​ແຫລ່ງ​ຂອງ​ສຽງ​ນັ້ນ, ແລະ ຫລຽວ​ຂຶ້ນ​ໄປ​ທາງ​ຟ້າ​ສະ​ຫວັນ.”

ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ນີ້​ມາ​ເຖິງ​ທາງ​ສະ​ຕິ​ປັນ​ຍາ ແລະ ຄວາມ​ຮູ້​ສຶກ​ຂອງ​ເຮົາ. “ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ, ເຮົາ​ຈະ​ບອກ​ເຈົ້າ​ໃນ​ຈິດ​ໃຈ ແລະ ໃນ​ຫົວ​ໃຈ​ຂອງ​ເຈົ້າ, ໂດຍ​ພຣະ​ວິນ​ຍານ​ບໍ​ລິ​ສຸດ, ຊຶ່ງ​ຈະ​ມາ​ສູ່​ເຈົ້າ ແລະ ຈະ​ມາ​ສະ​ຖິດ​ຢູ່​ໃນ​ຫົວ​ໃຈ​ຂອງ​ເຈົ້າ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 8:2). ຟັງ​ຈິດ​ສຳ​ນຶກ​ຜິດ​ຊອບ​ຂອງ​ທ່ານ—ການ​ເປີດ​ເຜີຍ​ມັກ​ຈະ​ເລີ່ມ​ຕົ້ນ​ຈາກ​ທີ່​ນັ້ນ.

ແອວ​ເດີ ແອນ​ເດີ​ເຊັນ ກຳ​ລັງ​ກ່າວ​ກັບ​ກຸ່ມ​ຜູ້​ຄົນ

ລະ​ຫວ່າງ​ການ​ໄປ​ຢ້ຽມ​ຢາມ Girls’ Home Boys’ Town Complex ໃນ​ເມືອງ​ມາ​ກິ​ນາ, ປະ​ເທດ​ຟີ​ລິບ​ປິນ, ໃນ​ເດືອນ​ກຸມ​ພາ ປີ 2024, ແອວ​ເດີ ແອນ​ເດີ​ເຊັນ ໄດ້​ສິດ​ສອນ​ເດັກ​ນ້ອຍ​ວ່າ ພວກ​ເຂົາ​ເປັນ​ລູກ​ຂອງ​ພຣະ​ເຈົ້າ: “ພຣະ​ອົງ​ຮັກ​ພວກ​ເຈົ້າ. ແລະ ພວກ​ເຈົ້າ​ສາ​ມາດ​ອ້ອນ​ວອນ​ພຣະ​ອົງ​ໄດ້. ພຣະ​ອົງ​ຈະ​ໄດ້​ຍິນ​ຄຳ​ອະ​ທິ​ຖານ​ຂອງ​ພວກ​ເຈົ້າ.”

ອະ​ທິ​ຖານ​ດ້ວຍ​ໃຈ​ທີ່​ເຊື່ອ

ຄຳ​ຕອບ ແລະ ຄວາມ​ປະ​ທັບ​ໃຈ ບໍ່​ສາ​ມາດ​ຖືກ​ບັງ​ຄັບ​ໄດ້. ເຮົາ​ອະ​ທິ​ຖານ ແລະ ເຮົາ​ລໍ​ຖ້າ​ດ້ວຍ​ໃຈ​ທີ່​ເຊື່ອ. ຄຳ​ຕອບ​ບາງ​ອັນ​ຈະ​ບໍ່​ເກີດ​ຂຶ້ນ​ໃນ​ຊີ​ວິດ​ນີ້, ແຕ່​ສຳ​ລັບ​ຜູ້​ທີ່​ຊອບ​ທຳ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ສົ່ງ​ສັນ​ຕິ​ສຸກ​ມາ​ໃຫ້​ສະ​ເໝີ (ເບິ່ງ ໂຢ​ຮັນ 14:27). ຄຳ​ຕອບ​ມັກ​ຈະ​ມາ​ເມື່ອ​ເຮົາ​ອະ​ທິ​ຖານ​ເພື່ອ​ຊ່ວຍ​ຜູ້​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ບາງ​ຄັ້ງ, ຄຳ​ຕອບ​ຈະ​ມາ “ເທື່ອ​ລະ​ບັນ​ທັດ, ເປັນ​ຂໍ້​ເລັກໆ​ໜ້ອຍໆ” (ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 98:12).

ສຽງ​ຈາກ​ສະ​ຫວັນ​ສາ​ມາດ​ມາ​ເຖິງ​ເຮົາ​ໄດ້​ໃນ​ເວ​ລາ​ທີ່​ບໍ່​ຄາດ​ຄິດ ແລະ ໃນ​ສະ​ຖານ​ທີ່​ທີ່​ບໍ່​ຄາດ​ຄິດ, ແຕ່​ເຮົາ​ຈະ​ພົບ​ໂອ​ກາດ​ທີ່​ໂດດ​ເດັ່ນ​ທີ່​ສຸດ​ຂອງ​ເຮົາ​ໃນ​ບ່ອນ​ທີ່​ງຽບ​ສະ​ຫງົບ ແລະ ສັກ​ສິດ. ໃນ​ຄວາມ​ງຽບ​ສະ​ຫງົບ​ຂອງ​ການ​ອະ​ທິ​ຖານ ແລະ ການ​ໄຕ່​ຕອງ​ໃນ​ຕອນ​ເຊົ້າ, ເຮົາ​ຈະ​ພົບ​ພອນ​ທີ່​ບໍ່​ທຳ​ມະ​ດາ. ການ​ອ່ານ​ພຣະ​ຄຳ​ພີ​ທຸກ​ວັນ, ເປັນ​ສ່ວນ​ຕົວ, ໂດຍ​ບໍ່​ຖືກ​ລົບ​ກວນ, ເຖິງ​ແມ່ນ​ບາງ​ຄັ້ງ​ຈະ​ເປັນ​ເລື່ອງ​ປົກ​ກະ​ຕິ, ຈະ​ເຮັດ​ໃຫ້​ສຸ​ລະ​ສຽງ​ຂອງ​ພຣະ​ວິນ​ຍານ​ເຂົ້າ​ສູ່​ໃຈ​ຂອງ​ເຮົາ​ເໝືອນ​ໄຟ​ໃນ​ບາງ​ເວ​ລາ.

ບາງ​ຄັ້ງ, ຄວາມ​ປະ​ທັບ​ໃຈ​ແມ່ນ​ມາ​ຈາກ​ສິ່ງ​ທີ່​ເຮົາ​ກຳ​ລັງ​ອ່ານ​ໂດຍ​ສະ​ເພາະ, ແລະ ໃນ​ບາງ​ເວ​ລາ, ສິ່ງ​ທີ່​ເຮົາ​ກຳ​ລັງ​ໄຕ່​ຕອງ ຈະ​ໃຫ້​ຄຳ​ຕອບ​ກັບ​ຄວາມ​ກັງ​ວົນ​ໃນ​ເລື່ອງ​ອື່ນທີ່​ແຕກ​ຕ່າງ​ກັນ​ຫລາຍ. ຈື່​ຖ້ອຍ​ຄຳ​ຂອງ​ແອວ​ເດີ ຣໍ​ເບີດ ດີ ແຮວສ໌ ໄດ້​ບໍ​ທີ່​ວ່າ: “ເມື່ອ​ເຮົາ​ຢາກ​ເວົ້າ​ກັບ​ພຣະ​ເຈົ້າ, ເຮົາ​ອະ​ທິ​ຖານ. ແລະ ເມື່ອ​ເຮົາ​ຢາກ​ໃຫ້​ພຣະ​ອົງ​ກ່າວ​ກັບ​ເຮົາ, ເຮົາ​ຄົ້ນ​ຄວ້າ​ພຣະ​ຄຳ​ພີ.”

ໃນ​ຂະ​ນະ​ທີ່​ສຽງ ແລະ ສິ່ງ​ລົບ​ກວນ​ຕ່າງໆ​ຂອງ​ໂລກ ໝຸນ​ອ້ອມ​ຮອບ​ຕົວ​ເຮົາ​ຢູ່, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຊີ້​ນຳ​ສາດ​ສະ​ດາ​ຂອງ​ພຣະ​ອົງ​ໃຫ້​ສ້າງ​ພຣະ​ວິ​ຫານ​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ. ໃນ​ບ້ານ​ອັນ​ສັກ​ສິດ​ເຫລົ່າ​ນີ້​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເມື່ອ​ເຮົາ​ປະ​ຄວາມ​ທ້າ​ທາຍ​ຂອງ​ເຮົາ​ໄວ້​ຂ້າງ​ນອກ ແຕ່​ເຂົ້າ​ໄປ​ດ້ວຍ​ຄຳ​ອະ​ທິ​ຖານ ແລະ ຄວາມ​ກັງ​ວົນ​ຂອງ​ເຮົາ, ແລ້ວ​ເຮົາ​ຈະ​ໄດ້​ຮັບ​ການ​ສິດ​ສອນ​ຄວາມ​ຈິງ​ຂອງ​ນິ​ລັນ​ດອນ.

ປີ​ແລ້ວ​ນີ້, ປະ​ທານ​ແນວ​ສັນ​ໄດ້​ໃຫ້​ຄຳ​ສັນ​ຍາ​ທີ່​ອັດ​ສະ​ຈັນ​ນີ້​ວ່າ: “ອ້າຍ​ເອື້ອຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ນີ້​ຄື​ຄຳ​ສັນ​ຍາ​ຂອງ​ຂ້າ​ພະ​ເຈົ້າ. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຊ່ວຍ​ທ່ານ​ໃຫ້​ຈັບ​ຮາວ​ເຫລັກ​ໄວ້​ໃຫ້​ແໜ້ນ ຫລາຍ​ໄປ​ກວ່າ ການ​ນະ​ມັດ​ສະ​ການ​ໃນ​ພຣະ​ວິ​ຫານ​ເປັນ​ປະ​ຈຳ​ເທົ່າ​ທີ່​ສະ​ພາບ​ການ​ຈະ​ເອື້ອ​ອຳ​ນວຍ. ບໍ່​ມີ​ສິ່ງ​ໃດ​ຈະ​ປົກ​ປ້ອງ​ທ່ານ ຫລາຍ​ໄປ​ກວ່າ ເມື່ອ​ທ່ານ​ພົບ​ກັບ​ໝອກ​ແຫ່ງ​ຄວາມ​ມືດ​ຂອງ​ໂລກ. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ຄໍ້າ​ຊູ​ປະ​ຈັກ​ພະ​ຍານ​ຂອງ​ທ່ານ ເຖິງ​ອົງ​ພຣະ​ເຢ​ຊູ​ຄຣິດ​ເຈົ້າ ແລະ ການ​ຊົດ​ໃຊ້​ຂອງ​ພຣະ​ອົງ ຫລື ຊ່ວຍ​ໃຫ້​ທ່ານ​ເຂົ້າ​ໃຈ​ແຜນ​ອັນ​ດີ​ເລີດ​ຂອງ​ພຣະ​ເຈົ້າ ຫລາຍ​ໄປ​ກວ່າ ນີ້. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ເລົ້າ​ໂລມ​ຈິດ​ວິນ​ຍານ​ຂອງ​ທ່ານ ຫລາຍ​ໄປ​ກວ່າ ນີ້​ໃນ​ຊ່ວງ​ເວ​ລາ​ແຫ່ງ​ຄວາມ​ເຈັບ​ປວດ. ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ເປີດ​ຟ້າ​ສະ​ຫວັນ ຫລາຍ​ໄປ​ກວ່າ ນີ້. ບໍ່​ມີ​ສິ່ງ​ໃດ!”

ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ແຕ່​ລະ​ຄັ້ງ​ຈະ​ນຳ​ພອນ​ເພີ່ມ​ເຕີມ​ອັນ​ອຸ​ດົມ​ສົມ​ບູນ​ມາ​ໃຫ້. ໃນ​ເດືອນ​ເມ​ສາ​ທີ່​ຈະ​ມາ​ເຖິງ​ນີ້, ອີກ​ເທື່ອ​ໜຶ່ງ, ພວກ​ເຮົາ​ຈະ​ພົບ​ກັນ​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເພື່ອ​ຟັງ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ. ເຮົາ​ມາ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ດ້ວຍ​ການ​ອະ​ທິ​ຖານ ແລະ ການ​ກຽມ​ພ້ອມ. ສຳ​ລັບ​ເຮົາ​ແຕ່​ລະ​ຄົນ, ກໍ​ມາ​ພ້ອມ​ກັບ​ຄວາມ​ກັງ​ວົນ​ທີ່​ເລັ່ງ​ດ່ວນ ແລະ ຄຳ​ຖາມ​ທີ່​ໃຈ​ຈົດ​ຈໍ່. ເຮົາ​ມາ​ເພື່ອ​ຕໍ່​ເຕີມ​ສັດ​ທາ​ຂອງ​ເຮົາ​ໃນ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຮົາ, ພຣະ​ເຢ​ຊູ​ຄຣິດ, ແລະ ເພື່ອ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ຄວາມ​ສາ​ມາດ​ຂອງ​ເຮົາ ທີ່​ຈະ​ຕ້ານ​ທານ​ກັບ​ການ​ລໍ້​ລວງ. ເຮົາ​ມາ​ເພື່ອ​ຮັບ​ການ​ສິດ​ສອນ​ຈາກ​ເບື້ອງ​ບົນ. ຂ້າ​ພະ​ເຈົ້າ​ສັນ​ຍາ​ກັບ​ທ່ານ​ວ່າ ເມື່ອ​ທ່ານ​ກຽມ​ພ້ອມ ແລະ ມາ​ຮ່ວມ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ພາກ​ຕ່າງໆ​ດ້ວຍ​ການ​ອະ​ທິ​ຖານ, ທ່ານ​ຈະ​ຮູ້​ສຶກ​ເຖິງ​ຄຳ​ຕອບ​ສຳ​ລັບ​ຄວາມ​ກັງ​ວົນ​ຂອງ​ທ່ານ, ແລະ ທ່ານ​ຈະ​ຮູ້​ວ່າ “ພຣະ​ຫັດ​ຂອງ​ສະ​ຫວັນ” ຢູ່​ເທິງ​ທ່ານ.

ຈົ່ງ​ມີ​ສັດ​ທາ​ວ່າ​ພຣະ​ບິ​ດາ​ເທິງ​ສະ​ຫວັນ​ຂອງ​ທ່ານ​ກຳ​ລັງ​ກ່າວ​ກັບ​ທ່ານ. ພຣະ​ອົງ​ເປັນ​ແນວ​ນັ້ນ​ແທ້ໆ! ຂໍ​ໃຫ້​ສັດ​ທາ​ຂອງ​ທ່ານ​ໃນ​ພຣະ​ອົງ ແລະ ພຣະ​ບຸດ​ທີ່​ຮັກ​ຂອງ​ພຣະ​ອົງ ຈົ່ງ​ຊ່ວຍ​ທ່ານ​ເປີດ​ມ່ານ ແລະ ຮັບ​ເອົາ​ສຸ​ລະ​ສຽງ​ຂອງ​ພຣະ​ບິ​ດາ​ຂອງ​ທ່ານ. ຂ້າ​ພະ​ເຈົ້າ​ເປັນ​ພະ​ຍານ​ວ່າ ພຣະ​ອົງ​ຢູ່​ທີ່​ນັ້ນ ແລະ ຮັກ​ທ່ານ​ຫລາຍ​ກວ່າ​ຄຳ​ເວົ້າ​ຈະ​ສາ​ມາດ​ບັນ​ຍາຍ​ໄດ້.

ແຫລ່ງ​ອ້າງ​ອີງ

  1. Russell M. Nelson, “Joy Cometh in the Morning,” Ensign, Nov. 1986, 68.

  2. James E. Faust, “The Voice of the Spirit” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ທີ່​ມະ​ຫາ​ວິ​ທະ​ຍາ​ໄລ ບຣິ​ກຳ ຢັງ, ວັນ​ທີ 5 ເດືອນ​ກັນ​ຍາ, 1993), 2, 3, speeches.byu.edu.

  3. Boyd K. Packer, “Prayers and Answers,” Ensign, Nov. 1979, 19.

  4. Russell M. Nelson and Wendy W. Nelson, “Hope of Israel” (ກອງ​ປະ​ຊຸມ​ໃຫ້​ຄຳ​ດົນ​ໃຈ​ສຳ​ລັບ​ຊາວ​ໜຸ່ມ​ທົ່ວ​ໂລກ, ວັນ​ທີ 3 ເດືອນ​ມິ​ຖຸ​ນາ, 2018), ຫ້ອງ​ສະ​ໝຸດ​ພຣະ​ກິດ​ຕິ​ຄຸນ.

  5. James E. Faust, “The Voice of the Spirit,” 4.

  6. Robert D. Hales, “Holy Scriptures: The Power of God unto Our Salvation,” Liahona, Nov. 2006, 26–27.

  7. Russell M. Nelson, “Rejoice in the Gift of Priesthood Keys,” Liahona, May 2024, 122.

  8. ເບິ່ງ Neil L. Andersen, “The Voice of the Lord,” Liahona, Nov. 2017, 126.