2020–2024
ອໍານາດທີ່ຍືນຍົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2020


9:53

ອໍານາດທີ່ຍືນຍົງ

ພຽງແຕ່​ສັດທາ ແລະ ພຣະຄໍາ​ຂອງ​ພຣະເຈົ້າ​ທີ່ເຕີມ​ເຕັມ​ຈິດ​ວິນຍານ​ພາຍໃນ​ຂອງເຮົາ ທີ່ພຽງ​ພໍທີ່​ຈະຄໍ້າ​ຈູນເຮົາ—ແລະ ເພື່ອ​ໃຫ້ເຮົາ​ເຂົ້າເຖິງ​ອໍານາດ​ຂອງ​ພຣະອົງ​ໄດ້.

ໃນລະຫວ່າງ​ການທົບ​ທວນຄໍາ​ສອນຂອງ​ສາດສະ​ດາທີ່​ຮັກແພງ​ຂອງ​ພວກ​ເຮົາ, ປະທານ​ຣະໂຊ ເອັມ ແນວສັນ, ຂ້າພະເຈົ້າ​ໄດ້ພົບ​ຄໍາທີ່​ເພິ່ນໃຊ້​ຢູ່​ເລື້ອຍໆ​ໃນ​ຄໍາປາ​ໄສ​ຫລາຍ​ເທື່ອ​ຂອງເພິ່ນ. ຄໍານີ້​ແມ່ນ ອໍານາດ.

ໃນກອງ​ປະຊຸມ​ໃຫຍ່ສາ​ມັນຄັ້ງ​ທໍາອິດ ຫລັງ​ຈາກທີ່​ເພິ່ນໄດ້​ຖືກ​ສະໜັບ​ສະ​ໜູນ​ໃຫ້ເປັນ​ອັກຄະ​ສາວົກ, ປະທານ​ແນວສັນ​ໄດ້ກ່າວ​ປາ​ໄສ​ກ່ຽວກັບ​ອໍານາດ.1 ເພິ່ນໄດ້​ສືບຕໍ່​ສິດສອນ​ກ່ຽວກັບ​ອໍານາດ​ມາເປັນ​ເວລາ​ຫລາຍປີ. ນັບ​ຕັ້ງ​ແຕ່​ພວກເຮົາ​ໄດ້ສະ​ໜັບສະ​ໜູນ​ປະທານ​ແນວສັນ​ໃຫ້ເປັນ​ສາດສະ​ດາຂອງ​ພວກເຮົາ, ເພິ່ນໄດ້​ສອນ​ກ່ຽວ​ກັບ​ຫລັກທໍາ​ຂອງ​ອໍານາດ—ໂດຍ​ສະເພາະ, ອໍານາດ​ຂອງ​ພຣະເຈົ້າ—ແລະ ວິທີທີ່​ພວກເຮົາ​ສາມາດ​ເຂົ້າເຖິງ​ໄດ້. ເພິ່ນໄດ້​ສອນວ່າ ເຮົາ​ຈະ​ສາມາດ​ໃຊ້ອໍານາດ​ຂອງ​ພຣະເຈົ້າ ໃນຂະນະ​ທີ່ປະຕິ​ບັດສາດ​ສະໜາ​ກິດຕໍ່​ຄົນອື່ນ​ໄດ້​ແນວໃດ,2 ວ່າ​ການກັບ​ໃຈຈະ​ເຊື້ອເຊີນ​ໃຫ້​ອໍານາດ​ຂອງ​ພຣະເຢ​ຊູຄຣິດ ແລະ ການ​ຊົດໃຊ້​ຂອງ​ພຣະອົງ​ເຂົ້າມາ​ໃນຊີວິດ​ຂອງ​ເຮົາໄດ້​ແນວໃດ,3 ແລະ ຖານະ​ປະໂລ​ຫິດ—ອໍານາດ ແລະ ສິດ​ອໍານາດ​ຂອງ​ພຣະເຈົ້າ—ຈະເປັນ​ພອນໃຫ້​ແກ່ຜູ້​ທີ່ເຮັດ ແລະ ຮັກສາ​ພັນທະ​ສັນຍາ​ກັບພຣະ​ອົງໄດ້​ແນວໃດ.4 ປະທານ​ແນວສັນ​ໄດ້ເປັນ​ປະຈັກ​ພະຍານ​ວ່າ ອໍານາດ​ຂອງ​ພຣະເຈົ້າ​ຫລັ່ງໄຫລ​ມາສູ່​ທຸກຄົນ​ທີ່ໄດ້​ຮັບຂອງ​ປະທານ​ສັກສິດ​ໃນ​ພຣະ​ວິຫານ ເມື່ອ​ເຂົາເຈົ້າ​ຮັກສາ​ພັນທະ​ສັນຍາ​ຂອງເຂົາ​ເຈົ້າ.5

ຂ້າພະເຈົ້າ​ໄດ້ຮັບ​ການກະ​ຕຸ້ນເປັນ​ພິເສດ​ຈາກການ​ທ້າທາຍ​ທີ່ປະ​ທານ​ແນວສັນ​ໄດ້ມອບ​ໃຫ້ ໃນກອງ​ປະຊຸມ​ໃຫຍ່​ສາມັນ ເດືອນ​ເມສາ ປີ 2020 ນີ້. ເພິ່ນໄດ້​ແນະນໍາ​ເຮົາໃຫ້ “ສຶກ​ສາ ແລະ ອະ​ທິ​ຖານ ເພື່ອ​ຮຽນ​ຮູ້ກ່ຽວ​ກັບ​ອໍານາດ ແລະ ຄວາມ​ຮູ້ທີ່​ທ່ານ​ໄດ້​ຮັບແລ້ວ—ຫລື ທີ່ທ່ານ​ຈະ​ໄດ້​ຮັບ.”6

ເພື່ອ​ຕອບ​ສະໜອງ​ຕໍ່ການ​ທ້າທາຍ​ນີ້, ຂ້າພະເຈົ້າ​ໄດ້ສຶກ​ສາ ແລະ ອະທິ​ຖານ ແລະ ໄດ້ຮຽນ​ຮູ້ສິ່ງ​ທີ່ມີ​ປະໂຫຍດ​ຫລາຍ​ຢ່າງ​ກ່ຽວກັບ​ອໍານາດ ແລະ ຄວາມຮູ້​ທີ່ຂ້າ​ພະເຈົ້າ​ໄດ້ຮັບ​ແລ້ວ—ຫລື ທີ່ຂ້າ​ພະເຈົ້າ​ຈະໄດ້​ຮັບ.

ການເຂົ້າ​ໃຈວ່າ​ເຮົາຕ້ອງ​ເຮັດຫຍັງ ກ່ອນ​ຈະເຂົ້າ​ເຖິງອໍາ​ນາດຂອງ​ພຣະເຈົ້າ​ໃນ​ຊີວິດ​ຂອງເຮົາ​ນັ້ນ ບໍ່ແມ່ນ​ເລື່ອງງ່າຍ, ແຕ່​ຂ້າພະ​ເຈົ້າໄດ້​ພົບວ່າ​ເຮົາ​ສາມາດ​ເຮັດໄດ້ ໂດຍ​ການ​ສຶກສາ​ໃນ​ຈິດໃຈ​ຂອງເຮົາ ແລະ ອະທິ​ຖານເພື່ອ​ໃຫ້ພຣະ​ວິນຍານ​ບໍລິສຸດ​ຊີ້ນໍາ​ເຮົາ.7 ແອວເດີ ຣິ​ເຈີດ ຈີ ສະກາດ ໄດ້ໃຫ້​ນິຍາມ​ທີ່ຊັດ​ເຈນວ່າ ອໍານາດ​ຂອງ​ພຣະເຈົ້າ​ແມ່ນຫຍັງ: ແມ່ນ “ອໍານາດ​ໃນການ​ເຮັດໃຫ້​ໄດ້ຫລາຍ​ກວ່າທີ່​ເຮົາ​ສາມາດ​ເຮັດໄດ້​ດ້ວຍ​ຕົວ​ເຮົາເອງ.”8

ການທີ່​ເຕີມເຕັມ​ຈິດໃຈ ແລະ ແມ່ນ​ແຕ່ຈິດ​ວິນຍານ​ຂອງເຮົາ​ດ້ວຍ​ພຣະຄໍາ​ຂອງ​ພຣະເຈົ້າ ແລະ ພື້ນຖານ​ຂອງ​ສັດທາ​ໃນພຣະ​ເຢຊູ​ຄຣິດ ແມ່ນ​ສໍາຄັນ​ຕໍ່ການ​ໃຊ້ອໍາ​ນາດຂອງ​ພຣະເຈົ້າ ເພື່ອຊ່ວຍ​ເຮົາໃນ​ຊ່ວງ​ເວລາ​ອັນທ້າ​ທ້າຍນີ້. ໂດຍປາດ​ສະຈາກ​ການຮັບ​ເອົາ​ພຣະຄໍາ​ຂອງ​ພຣະເຈົ້າ ແລະ ສັດທາ​ໃນພຣະ​ເຢຊູ​ຄຣິດ​ເຂົ້າເລິກ​ສູ່ຈິດໃຈ​ຂອງເຮົາ, ປະຈັກ​ພະຍານ ແລະ ສັດທາ​ຂອງເຮົາ​ອາດລົ້ມ​ເຫລວໄດ້, ແລະ ເຮົາອາດ​ສູນເສຍ​ການເຂົ້າ​ເຖິງ​ອໍານາດ​ທີ່​ພຣະເຈົ້າ​ຢາກ​ປະທານ​ໃຫ້ເຮົາ. ສັດທາ​ພຽງຜິວ​ເຜີນນັ້ນ ແມ່ນ​ບໍ່ພຽງ​ພໍ. ພຽງແຕ່​ສັດທາ ແລະ ພຣະຄໍາ​ຂອງ​ພຣະເຈົ້າ​ທີ່ເຕີມ​ເຕັມ​ຈິດ​ວິນຍານ​ພາຍໃນ​ຂອງເຮົາ ທີ່ພຽງ​ພໍທີ່​ຈະຄໍ້າ​ຈູນເຮົາ—ແລະ ເພື່ອ​ໃຫ້ເຮົາ​ເຂົ້າເຖິງ​ອໍານາດ​ຂອງ​ພຣະອົງ​ໄດ້.

ໃນ​ຂະນະ​ທີ່ ຊິດ​ສະເຕີ​ ຈອນສັນ ແລະ ຂ້າ​ພະເຈົ້າ​ກຳລັງ​ລ້ຽງລູກ​ຂອງພວກ​ເຮົາ​ຢູ່ນັ້ນ, ພວກເຮົາ​ໄດ້​ຊຸກຍູ້​ໃຫ້​ພວກເຂົາ​ແຕ່ລະ​ຄົນຮຽນ​ຫລິ້ນ​ເຄື່ອງ​ດົນຕີ. ແຕ່ພວກ​ເຮົາຈະ​ອະນຸ​ຍາດໃຫ້​ລູກຂອງ​ພວກເຮົາ​ຮຽນ​ດົນຕີ ກໍຕໍ່​ເມື່ອ​ພວກເຂົາ​ເຮັດໜ້າ​ທີ່ຂອງ​ຕົນ ແລະ ຝຶກຊ້ອມ​ເຄື່ອງ​ດົນຕີ​ຂອງ​ພວກເຂົາ​ແຕ່ລະ​ມື້. ວັນເສົາ​ມື້ໜຶ່ງ, ນາງເຈ​ລີນ ລູກສາວ​ຂອງ​ພວກເຮົາ​ຕື່ນເຕັ້ນ​ທີ່ຈະ​ໄດ້ໄປ​ຫລິ້ນກັບ​ໝູ່ຂອງ​ລາວ, ແຕ່ລາວ​ຍັງບໍ່​ໄດ້ຊ້ອມ​ປີອາ​ໂນ​ເທື່ອ. ເມື່ອຮູ້ວ່າ ລາວຕ້ອງ​ຕັ້ງ​ໃຈ​ຝຶກຊ້ອມ​ເປັນ​ເວລາ 30 ນາທີ, ລາວກໍ​ຕັ້ງໃຈ​ທີ່ຈະ​ຈັບ​ເວລາ ເພາະລາວ​ບໍ່ຢາກ​ຊ້ອມກາຍ​ເວລາ​ທີ່ຖືກ​ກໍານົດໄ​ວ້ແມ່ນ​ແຕ່ນາ​ທີ​ດຽວ.

ໃນຂະ​ນະທີ່​ລາວໄດ້​ຍ່າງກາຍ​ເຕົາ​ໄມໂຄເວບ​ລະຫວ່າງ​ທາງໄປ​ຫາປີ​ອາໂນ​ນັ້ນ, ລາວ​ໄດ້ຢຸດ ແລະ ກົດປຸ່ມ. ແຕ່ແທນ​ທີ່ຈະຕັ້ງ​ໂມງ, ລາວ​ພັດກົດ​ເວລາ​ອຸ່ນ​ອາ​ຫານ​ຢູ່ເຕົາ​ໄມໂຄ​ເວບ 30 ນາທີ ແລະ ກົດ​ເລີ່ມ​ຕົ້ນ. ຫລັງຈາກ​ທີ່ຊ້ອມ​ເປັນ​ເວລາ 20 ນາທີ, ລາວໄດ້​ຍ່າງກັບ​ໄປທີ່​ເຮືອນຄົວ ເພື່ອກວດ​ເບິ່ງວ່າ​ຍັງເຫລືອ​ເວລາ​ເທົ່າໃດ ແລະ ພົບວ່າ​ເຕົາ​ໄມ​ໂຄເວັບ​ຖືກໄຟ​ໄໝ້.

ແລ້ວລາວ​ກໍແລ່ນ​ໄປເດີ່ນ​ຫລັງບ້ານ​ບ່ອນທີ່​ຂ້າພະ​ເຈົ້າກຳ​ລັງເຮັດ​ວຽກ​ສວນຢູ່, ແລະ ຮ້ອງວ່າ​ໄຟໄໝ້​ເຮືອນ. ຂ້າພະເຈົ້າ​ແລ່ນເຂົ້າ​ໄປໃນ​ເຮືອນ, ແລະ ແນ່ນອນ, ຂ້າພະເຈົ້າ​ເຫັນເຕົາ​ໄມໂຄ​ເວບຢູ່​ໃນ​ແປວໄຟ.

ໃນ​ຄວາມ​ພະຍາ​ຍາມທີ່​ຈະຊ່ວຍ​ບໍ່ໃຫ້​ບ້ານຂອງ​ພວກເຮົາ​ຖືກໄຟ​ໄໝ້ນັ້ນ, ຂ້າພະເຈົ້າ​ໄດ້ເອື້ອມ​ມືໄປ​ທາງຫລັງ​ເຕົາໄມ​ໂຄເວບ, ດຶງປັກ​ອອກ, ແລະ ໃຊ້ສາຍ​ໄຟຍົກ​ໄມໂຄ​ເວບທີ່​ກໍາລັງ​ໄໝ້ຢູ່ ອອກຈາກ​ເຄົາເຕີ້. ໂດຍຫວັງ​ວ່າຈະ​ເປັນ​ວິລະ​ບູລຸດ ແລະ ຊ່ວຍກອບ​ກູ້ມື້​ນັ້ນ ພ້ອມທັງ​ບ້ານຂອງ​ພວກເຮົາ, ຂ້າພະເຈົ້າ​ແກວ່ງໄມ​ໂຄເວບ​ທີ່ກຳ​ລັງລຸກ​ເປັນໄຟ​ເປັນວົງ​ມົນດ້ວຍ​ສາຍໄຟ ເພື່ອບໍ່​ໃຫ້ມັນ​ມາໃກ້​​​ຕົວຂອງ​ຂ້າພະເຈົ້າ, ໄປທີ່​ເດີ່ນຫລັງ​ບ້ານ, ແລະ ດ້ວຍການ​ແກວ່ງອີກ​ເທື່ອໜຶ່ງ ກໍໂຍນ​ໄມໂຄ​ເວບ​ອອກໄປ​ເດີ່ນຫຍ້າ. ຢູ່ບ່ອນນັ້ນ ພວກເຮົາ​ສາມາດ​ດັບໄຟ​ທີ່ລຸກ​ໄໝ້ໄດ້​ດ້ວຍສາຍ​ຢາງ.

ແມ່ນຫຍັງ​ທີ່ຜິດ​ພາດໄປ? ເຕົາໄມ​ໂຄເວບ​ຕ້ອງການ​ບາງຢ່າງ​ເພື່ອດູດ​ຊຶມ​ພະລັງ​ງານຂອງມັນ, ແລະ ເມື່ອບໍ່​ມີຫຍັງ​ຢູ່ທາງ​ໃນທີ່​ດູດຊຶມ​ພະລັງ​ງານ, ມັນກໍ​ຈະດູດ​ຊຶມ​ພະລັງ​ງານຂອງ​ມັນເອງ, ເກີດ​ຄວາມ​ຮ້ອນຂຶ້ນ, ແລະ ອາດລຸກ​ເປັນໄຟ, ໂດຍທໍາ​ລາຍ​ໂຕເອງ​ໃນ​ແປວໄຟ ແລະ ຂີ້ເຖົ່າ.9 ເຕົາໄມ​ໂຄເວບ​ຂອງ​ພວກເຮົາ​ລຸກເປັນ​ໄຟ ແລະ ໄໝ້ໝົດ ຍ້ອນວ່າ​ບໍ່ມີ​ຫຍັງຢູ່​ທາງໃນ.

ເຊັ່ນດຽວ​ກັນ, ຜູ້ທີ່​ມີ​ສັດທາ ແລະ ພຣະຄໍາ​ຂອງ​ພຣະເຈົ້າ​ຢູ່ໃນ​ສ່ວນ​ເລິກ​ຂອງ​ຫົວໃຈ​ຂອງ​ເຂົາ​ເຈົ້າ ສາມາດ​ດູດຊຶມ ແລະ ເອົາຊະ​ນະລູກ​ສອນໄຟ ທີ່ສັດ​ຕູຈະ​ສົ່ງມາ​ເພື່ອ​ທໍາລາຍ​ເຮົາຢ່າງ​ແນ່ນອນ.10 ຖ້າບໍ່​ດັ່ງນັ້ນ, ສັດທາ, ຄວາມຫວັງ, ແລະ ຄວາມເຊື່ອ​ໝັ້ນຂອງ​ເຮົາ ອາດ​ບໍ່ຍືນ​ຍົງ, ແລະ ເຊັ່ນດຽວ​ກັບເຕົາ​ໄມໂຄ​ເວບທີ່​ວ່າງເປົ່າ, ເຮົາອາດ​ເປັນຜູ້​ເສຍ​ຊີວິດ​ໄດ້.

ຂ້າພະເຈົ້າ​ໄດ້ຮຽນ​ຮູ້ວ່າ ການມີ​ພຣະຄໍາ​ຂອງ​ພຣະເຈົ້າ​ຢູ່ໃນ​ສ່ວນ​ເລິກ​ຂອງ​ຈິດວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ, ຮ່ວມ​ດ້ວຍສັດ​ທາໃນ​ອົງ​ພຣະ​ເຢຊູ​ຄຣິດ​ເຈົ້າ ແລະ ການ​ຊົດໃຊ້​ຂອງ​ພຣະອົງ, ເຮັດໃຫ້​ຂ້າພະເຈົ້າ​ໃຊ້​ອໍານາດ​ຂອງ​ພຣະເຈົ້າ​ເພື່ອ​ເອົາ​ຊະນະ​ຜູ້​ປໍ​ລະ​ປັກ ແລະ ທຸກ​ສິ່ງທີ່​ມັນອາດ​ໂຍນມາ​ໃສ່​ຂ້າພະເຈົ້າ. ໃນຂະນະ​ທີ່ເຮົາ​ປະເຊີນ​ໜ້າກັບ​ການທ້າ​ທາຍ​ຕ່າງໆ, ເຮົາສາ​ມາດເພິ່ງ​ພາຄໍາ​ສັນຍາ​ຂອງ​ພຣະຜູ້​ເປັນເຈົ້າ​ທີ່ໂປ​ໂລ​ໄດ້​ສິດສອນ ທີ່​ວ່າ: “ເພາະວ່າ​ພຣະເຈົ້າ​ບໍ່ໄດ້​ປະທານ​ໃຈອັນ​ຢ້ານກົວ​ໃຫ້ແກ່​ເຮົາ; ແຕ່ໄດ້​ປະທານ​ໃຈອັນ​ປະກອບ​ດ້ວຍ​ອໍານາດ, ຄວາມຮັກ, ແລະ ການບັງ​ຄັບ​ຕົນເອງ​ໃຫ້ແກ່​ເຮົາ.”11

ເຮົາຮູ້​ວ່າ ໃນ​ໄວ​ເຍົາ ພຣະ​ຜູ້ຊ່ວຍ​ໃຫ້ລອດ “ກໍ​ໃຫຍ່ຂຶ້ນ ແລະ ແຂງແຮງ​ດີ ເຕັມ​ໄປດ້ວຍ​ສະຕິ​ປັນຍາ ແລະ ພຣະຄຸນ​ຂອງ​ພຣະເຈົ້າ​ກໍ​ສະຖິດ​ຢູ່ນໍາ​ພຣະອົງ.”12 ເຮົາຮູ້​ວ່າ ເມື່ອ​ພຣະອົງ​ເຕີບໃຫຍ່​ຂຶ້ນ, “ພຣະ​ເຢຊູ​ໄດ້​ຈະເລີນ​ເຕີບໃຫຍ່​ຂຶ້ນ ໃນດ້ານ​ສະຕິ​ປັນຍາ ແລະ ໃນດ້ານ​ຮ່າງກາຍ ເປັນທີ່​ພໍ​ພຣະໄທ​ຕໍ່​ພຣະເຈົ້າ ແລະ ຕໍ່​ມະນຸດ​ດ້ວຍ.”13 ແລະ ເຮົາ​ຮູ້ວ່າ ເມື່ອເຖິງ​ເວ​ລາ​ເລີ່ມ​ຕົ້ນ​ປະຕິ​ບັດສາດ​ສະໜາ​ກິດຂອງ​ພຣະອົງ, ຜູ້ທີ່​ໄດ້ຍິນ​ພຣະອົງ “ຕ່າງກໍ​ປະຫລາດ​ໃຈ ໃນ​ຄໍາສອນ​ຂອງ​ພຣະອົງ ເພາະ​ພຣະອົງ​ສອນ​ດ້ວຍ​ອໍານາດ.”14

ຜ່ານ​ທາງ​ການ​ກະກຽມ, ພຣະຜູ້​ຊ່ວຍໃຫ້​ລອດ​ໄດ້ເຕີບ​ໃຫຍ່ໃນ​ອໍານາດ ແລະ ສາມາດ​ຕ້ານທານ​ກັບການ​ຫລອກລວງ​ທັງໝົດ​ຂອງ​ຊາຕານ​ໄດ້.15 ເມື່ອເຮົາ​ຕິດຕາມ​ແບບຢ່າງ​ຂອງພຣະ​ຜູ້ຊ່ວຍ​ໃຫ້ລອດ ແລະ ກະ​ກຽມຜ່ານ​ທາງການ​ສຶກສາ​ພຣະຄໍາ​ຂອງ​ພຣະເຈົ້າ ແລະ ເຮັດໃຫ້​ສັດທາ​ຂອງເຮົາ​ເລິກເຊິ່ງ​ຍິ່ງຂຶ້ນ, ເຮົາຈະ​ສາມາດ​ໃຊ້ອໍານາດ​ຂອງ​ພຣະເຈົ້າ​ເພື່ອຕ້ານ​ທານກັບ​ການ​ຫລອກ​ລວງ​ຕ່າງໆ​ໄດ້ນໍາອີກ.

ໃນຊ່ວງ​ເວລາ​ແຫ່ງການ​ເຕົ້າໂຮມ​ທີ່​ຈໍາກັດ​ນີ້ ທີ່ເຮັດ​ໃຫ້ການ​ເຂົ້າ​ພຣະວິ​ຫານ​ເປັນ​ປະຈໍາ​ເປັນໄປ​ບໍ່ໄດ້, ຂ້າພະ​ເຈົ້າຕັ້ງ​ໃຈທີ່​ຈະສືບ​ຕໍ່​ສຶກສາ ແລະ ຮຽນຮູ້​ເພີ່ມເຕີມ​ກ່ຽວກັບ​ອໍານາດ​ຂອງ​ພຣະເຈົ້າ​ທີ່ມາ​ສູ່ເຮົາ ເມື່ອ​ເຮົາເຮັດ ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ພຣະ​ວິຫານ. ດັ່ງທີ່​ໄດ້​ສັນຍາ​ໄວ້ໃນ​ຄໍາ​ອະທິ​ຖານ​ອຸທິດ​ພຣະ​ວິຫານ​ເຄີດແລນ, ເຮົາອອກ​ຈາກ​ພຣະ​ວິຫານ ໂດຍມີ​ອໍານາດ​ຂອງ​ພຣະເຈົ້າ​ເປັນ​ອາ​ວຸດ.16 ບໍ່ມີວັນ​ໝົດ​ອາຍຸ​ສໍາລັບ​ອໍານາດ​ທີ່​ພຣະເຈົ້າ​ປະທານ​ໃຫ້ແກ່​ຜູ້ທີ່​ເຮັດ ແລະ ຮັກສາ​ພັນທະ​ສັນຍາ​ຂອງ​ພຣະວິ​ຫານ ຫລື ຂໍ້​ຈໍາກັດ​ບໍ່ໃຫ້​ເຂົ້າ​ເຖິງ​ອໍານາດ​ນັ້ນໃນ​ລະຫວ່າງ​ການ​ແຜ່ລະບາດ. ອໍານາດ​ຂອງ​ພຣະອົງ​ຈະ​ຫລຸດນ້ອຍ​ໃນຊີ​ວິດຂອງ​ເຮົາ ກໍ​ຕໍ່ເມື່ອ​ເຮົາບໍ່​ຮັກສາ​ພັນທະ​ສັນຍາ ແລະ ບໍ່ໃຊ້​ຊີວິດ​ໃນທາງ​ທີ່ເຮັດ​ໃຫ້ເຮົາ​ເໝາະ​ສົມ​ທີ່ຈະ​ໄດ້ຮັບ​ອໍານາດ​ຂອງ​ພຣະອົງ​ຢ່າງ​ຕໍ່ເນື່ອງ.

ຂະນະ​ທີ່ພັນ​ລະຍາ​ສຸດ​ທີ່ຮັກ​ຂອງ​ຂ້າພະ​ເຈົ້າ​ກັບ​ຂ້າ​ພະ​ເຈົ້າ​ຮັບ​ໃຊ້​ເປັນຜູ້​ນຳ​ເຜີຍ​ແຜ່​ຢູ່ປະ​ເທດ​ໄທ, ລາວ, ແລະ ມຽນ​ມາ, ພວກເຮົາ​ໄດ້ເປັນ​ພະຍານ​ດ້ວຍ​ຕົວ​ເອງ​ເຖິງ​ອໍານາດ​ຂອງ​ພຣະເຈົ້າ ທີ່ມາ​ສູ່ຜູ້​ທີ່ເຮັດ ແລະ ຮັກສາ​ພັນທະ​ສັນຍາ​ອັນສັກ​ສິດໃນ​ພຣະ​ວິຫານ. ກອງທຶນ​ເພື່ອຊ່ວຍ​ເຫລືອ​ຜູ້ເດີນ​ທາງໄປ​ພຣະ​ວິຫານ ສາມາດ​ເຮັດໃຫ້​ເປັນໄປ​ໄດ້​ສໍາລັບ​ໄພ່​ພົນ​ຫລາຍ​ຄົນທີ່​ຢູ່ໃນ​ສາມ​ປະເທດ​ນີ້ ເພື່ອ​ໄປ​ພຣະ​ວິຫານ ຫລັງຈາກ​ທີ່​ໄດ້​ເຮັດ​ທຸກສິ່ງ​ທຸກຢ່າງ​ທີ່ເຂົາ​ເຈົ້າ​ສາມາດ​ເຮັດໄດ້ ຜ່ານ​ທາງ​ການ​ເສຍ​ສະລະ ແລະ ການ​ກະກຽມ​ສ່ວນ​ຕົວ. ຂ້າພະເຈົ້າ​ຈື່ໄດ້​ວ່າ ໄດ້ພົບ​ກັບກຸ່ມ​ໄພ່​ພົນ​ທີ່​ຊື່​ສັດ 20 ຄົນ​ຈາກ​ປະເທດ​ລາວທີ່​ສະໜາມ​ບິນໃນ​ກຸງເທບ, ປະເທດໄທ, ເພື່ອ​ຊ່ວຍເຂົາ​ເຈົ້າໄປ​ຍັງ​ສະໜາມ​ບິນອີກ​ບ່ອນໜຶ່ງ​ໃນກຸງ​ເທບ ເພື່ອຂຶ້ນ​ຍົນໄປ​ຮົງກົງ. ສະມາ​ຊິກ​ເຫລົ່ານີ້​ເຕັມໄປ​ດ້ວຍຄວາມ​ຕື່ນເຕັ້ນ ທີ່ໃນ​ທີ່ສຸດ ເຂົາເຈົ້າ​ຈະໄດ້​ເດີນທາງ​ໄປບ້ານ​ຂອງພຣະ​ຜູ້ເປັນ​ເຈົ້າ.

ສະ​ມາ​ຊິກ​ໃນ​ປະ​ເທດ​ລາວ

ເມື່ອ​ພວກເຮົາ​ໄດ້ພົບ​ກັບໄພ່​ພົນທີ່​ດີເຫລົ່າ​ນີ້ ຕອນທີ່​ເຂົາເຈົ້າ​ກຳລັງ​ເດີນ​ທາງ​ກັບ, ຄວາມ​ເຕີບ​ໃຫຍ່​ດ້ານພຣະ​ກິດຕິ​ຄຸນ ແລະ ອໍານາດ​ທີ່​ກ່ຽວ​ຂ້ອງ​ເພີ່ມ​ເຕີມ ອັນເປັນ​ຜົນມາ​ຈາກການ​ໄດ້​ຮັບຂອງ​ປະທານ​ສັກສິດ​ຂອງເຂົາ​ເຈົ້າໃນ​ພຣະ​ວິຫານ ແລະ ການເຂົ້າ​ສູ່ພັນ​ທະສັນ​ຍາກັບ​ພຣະເຈົ້າ​ ໄດ້ປະກົດ​ໃຫ້ເຫັນ​ໄດ້​ຢ່າງຊັດ​ເຈນໃນ​ຕົວ​ເຂົາ​ເຈົ້າ. ໄພ່​ພົນ​ເຫລົ່ານີ້​ໄດ້​ອອກ​ຈາກ​ພຣະວິຫານ “ໂດຍມີ​ອໍານາດ​ຂອງ [ພຣະ​ອົງ] ເປັນ​ອາ​ວຸດ.”17 ອໍານາດ​ໃນການ​ເຮັດໃຫ້​ໄດ້ຫລາຍ​ກວ່າທີ່​ເຂົາ​ເຈົ້າ​ສາມາດ​ເຮັດໄດ້​ດ້ວຍຕົວ​ເຂົາ​ເຈົ້າ​ເອງນີ້ ໄດ້ເຮັດ​ໃຫ້​ເຂົາ​ເຈົ້າມີ​ຄວາມ​ເຂັ້ມ​ແຂງ​ທີ່​ຈະ​ອົດ​ທົນ​ຕໍ່ຄວາມ​ທ້າທາຍ​ຕ່າງໆ​ຂອງການ​ເປັນສະ​ມາຊິກ​ຂອງສາດ​ສະໜາ​ຈັກໃນ​ບ້ານເກີດ​ຂອງ​ເຂົາເຈົ້າ ແລະ ອອກ​ໄປ “ສົ່ງຂ່າວສານ​ສໍາຄັນ ແລະ ປະເສີດ, ຕາມຄວາມ​ຈິງ,”18 ໃນ​ຂະນະ​ທີ່ເຂົາ​ເຈົ້າສືບ​ຕໍ່ສ້າງ​ສາອາ​ນາຈັກ​ຂອງພຣະ​ຜູ້ເປັນ​ເຈົ້າໃນ​ປະເທດ​ລາວ.

ໃນຊ່ວງ​ເວລາ​ທີ່ເຮົາ​ຍັງບໍ່​ສາມາດ​ເຂົ້າໄປ​ພຣະວິ​ຫານໄດ້, ເຮົາແຕ່​ລະຄົນ​ເພິ່ງພາ​ພັນທະ​ສັນຍາ​ທີ່ເຮົາ​ໄດ້ເຮັດ​ໃນ​ພຣະ​ວິຫານ ເພື່ອ​ກໍານົດ​ແນວທາງ​ໃນ​ຊີວິດ​ເຮົາທີ່​ຊັດເຈນ ແລະ ບໍ່ປ່ຽນ​ແປງ​ແລ້ວບໍ? ພັນທະ​ສັນຍາ​ເຫລົ່ານີ້, ຖ້າເຮົາ​ຮັກສາ, ຈະໃຫ້​ວິໄສ​ທັດ ແລະ ຄວາມ​ຄາດຫວັງ​ກ່ຽວກັບ​ອະນາ​ຄົດ ແລະ ຄວາມມຸ່ງ​ໝັ້ນທີ່​ຊັດເຈນ ເພື່ອ​ເຮັດໃຫ້​​ເຮົາເໝາະ​ສົມທີ່​ຈະຮັບ​ທຸກສິ່ງ​ທີ່ພຣະ​ຜູ້ເປັນ​ເຈົ້າໄດ້​ສັນຍາ​ໄວ້ ຜ່ານ​ທາງ​ຄວາມ​ຊື່​ສັດ​ຂອງເຮົາ.

ຂ້າພະ​ເຈົ້າ​ຂໍເຊື້ອ​ເຊີນ​ທ່ານ​ໃຫ້ສະ​ແຫວງຫາ​ອໍານາດ​ທີ່ພຣະ​ເຈົ້າຕ້ອງ​ການປະ​ທານໃຫ້​ແກ່​ທ່ານ. ຂ້າພະ​ເຈົ້າເປັນ​ພະຍານ​ວ່າ ເມື່ອເຮົາ​ສະແຫວງ​ຫາອໍາ​ນາດນີ້, ເຮົາຈະ​ໄດ້ຮັບ​ພອນ​ດ້ວຍຄວາມ​ເຂົ້າໃຈ​ທີ່ດີ​ຂຶ້ນ ເຖິງ​ຄວາມຮັກ​ທີ່​ພຣະ​ບິດາ​ເທິງ​ສະຫວັນ​ມີ​ໃຫ້ເຮົາ.

ຂ້າພະ​ເຈົ້າເປັນ​ພະຍານວ່າ ຍ້ອນ​ວ່າ​ພຣະ​ບິດາ​ເທິງ​ສະຫວັນ​ຮັກ​ທ່ານ ແລະ ຂ້າ​ພະເຈົ້າ, ພຣະອົງ​ຈຶ່ງໄດ້​ສົ່ງບຸດ​ທີ່ຮັກ​ຂອງ​ພຣະອົງ, ພຣະ​ເຢຊູ​ຄຣິດ, ມາ​ເພື່ອ​ເປັນ​ພຣະຜູ້​ຊ່ວຍໃຫ້​ລອດ ແລະ ພຣະຜູ້​ໄຖ່​ຂອງເຮົາ. ຂ້າພະ​ເຈົ້າເປັນ​ພະຍານ​ເຖິງ​ພຣະ​ເຢຊູ​ຄຣິດ, ພຣະອົງ​ຜູ້ມີ​ອໍານາດ​ທັງໝົດ,19 ແລະ ເຮັດ​ເຊັ່ນນັ້ນ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາເມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ Russell M. Nelson, “Protect the Spiritual Power Line,” Ensign, Nov. 1984, 30–32.

  2. ເບິ່ງ Russell M. Nelson, “Ministering with the Power and Authority of God,” Liahona, May 2018, 68–75.

  3. ເບິ່ງ Russell M. Nelson, “Closing Remarks,” Liahona, May 2019, 112.

  4. ເບິ່ງ Russell M. Nelson, “Ministering with the Power and Authority of God,” 68–69.

  5. ເບິ່ງ Russell M. Nelson, “Go Forward in Faith,” Liahona, May 2020, 115.

  6. Russell M. Nelson, “Go Forward in Faith,” 115.

  7. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 9:7–9.

  8. Richard G. Scott, “For Peace at Home,” Liahona, May 2013, 30.

  9. “ເຕົາໄມໂຄ​ເວບໃຊ້​ຄື້ນ​ພະລັງ​ສຽງ​ໄມໂຄເວບ​ເພື່ອເຮັດ​ໃຫ້ອາຫານ ຫລື ຂອງ​ແຫລວຮ້ອນ. ຕ້ອງມີ​ບາງຢ່າງ​ຢູ່ໃນ​ເຕົາໄມ​ໂຄເວບ​ເພື່ອ​ດູດຊຶມ​ຄື້ນ​ເຫລົ່ານີ້. ຖ້າບໍ່​ດັ່ງນັ້ນ, ເຕົາໄມ​ໂຄເວບ​ຈະດູດ​ຊຶມຄື້ນ​ນັ້ນແທນ. ຄື້ນຈະ​ເຮັດໃຫ້​ຫ້ອງ​ອາຫານ​ຂອງເຕົາ​ໄມໂຄ​ເວບຮ້ອນ, ໂດຍພະ​ຍາຍາມ​ຊອກຫາ​ບາງຢ່າງ​ເພື່ອໃຫ້​ດູດຊຶມ​ມັນ. ໃນທີ່ສຸດ, ຄື້ນຈະ​ໄປຮອດໜ່ວຍແມ່​ເຫລັກ​, ຊຶ່ງ​ເປັນແຫລ່ງ​ສໍາລັບ​ໄມໂຄ​ເວບ. ໜ່ວຍແມ່​ເຫລັກ​​ບໍ່ສາມາດ​ຮັບມື​ກັບ​ພະລັງ​ຈໍານວນ​ມະ​ຫາ​ສານ, ດັ່ງນັ້ນ ມັນຈຶ່ງ​ສືບຕໍ່​ສົ່ງໄປ​ຍັງສ່ວນ​ອື່ນໆ​ຂອງ​ໄມໂຄ​ເວບ. ການໃຊ້​ເຕົາໄມ​ໂຄເວບ​ໂດຍທີ່​ບໍ່ມີ​ຫຍັງຢູ່​ທາງໃນ​ຈະທໍາ​ລາຍ​ໜ່ວຍ​ແມ່​ເຫລັກ​ ແລະ ສ່ວນ​ອື່ນໆ​ຂອງ​ໄມໂຄເວບ​ເຊັ່ນກັນ. ໃນກໍ​ລະນີ​ທີ່ຮ້າຍ​ແຮງ​ທີ່ສຸດ, ພາກສ່ວນ​ຂອງ​ໄມໂຄ​ເວບ​ຈະຮ້ອນ​ເກີນໄປ ແລະ ອາດ​ລຸກເປັນ​ໄຟໄດ້” (Abacus Appliance Service Corporation, “Will I Destroy My Microwave If It Runs Empty?” Aug. 16, 2012, abacusappliance.com; ເບິ່ງ Julie R. Thomson, “13 Things You Should Never Put in the Microwave,” June 13, 2014, huffpost.com) ນຳ​ອີກ.

  10. ເບິ່ງ 1 ນີໄຟ 15:24.

  11. 2 ຕີ​ໂມ​ທຽວ 1:7.

  12. ລູກາ 2:40.

  13. ລູກາ 2:52.

  14. ລູກາ 4:32.

  15. ເບິ່ງ ມັດທາຍ 4:1–11; ລູກາ 4:1–14; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:22.

  16. ເບິ່ງ ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:22.

  17. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:22.

  18. ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 109:23.

  19. ເບິ່ງ ມັດທາຍ 28:18.