​2010–2019
ຄວາມໄວ້ວາງໃຈຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ໝັ້ນຄົງ
ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ ເດືອນ​ຕຸລາ 2019


10:24

ຄວາມໄວ້ວາງໃຈຢ່າງ​ສະ​ໝ່ຳ​ສະ​ເໝີ ແລະ ໝັ້ນຄົງ

ການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແມ່ນ​ລວມທັງການໄວ້ວາງໃຈໃນເວລາຂອງພຣະອົງ ແລະ ເຮົາຕ້ອງອົດທົນດົນນານ ເພື່ອຜ່ານຜ່າມໍລະສຸມຊີວິດ.

ແດນ ລູກຊາຍຂອງພວກເຮົາ​ໄດ້ເຈັບປ່ວຍໜັກ ຕອນ​ລາວ​ໄປ​ສອນ​ສາດ​ສະ​ໜາ ໃນປະເທດອາຟຣິກາ ແລະ ຖືກນຳສົ່ງໂຮງໝໍທີ່ຂາດເຂີນແຫ່ງໜຶ່ງ. ເມື່ອພວກເຮົາອ່ານຈົດໝາຍສະບັບທຳອິດກ່ຽວກັບການເຈັບປ່ວຍຂອງລູກ, ພວກເຮົາຄິດວ່າ ລູກຈະທໍ້ຖອຍ ແຕ່ລູກຂຽນວ່າ “ເຖິງວ່າລູກນອນໃນຫ້ອງສຸກເສີນ, ແຕ່ລູກຍັງຮູ້ສຶກມີຄວາມສະຫງົບຢູ່. ລູກບໍ່ເຄີຍມີຄວາມສຸກ​ຢ່າງສະ​ໝ່ຳ​ສະ​ເໝີ ແລະ ໝັ້ນຄົງ ແບບນີ້ໃນຊີວິດເລີຍ.

ເມື່ອພັນລະຍາ ແລະ ຂ້າພະເຈົ້າໄດ້ອ່ານຖ້ອຍຄຳນັ້ນ ພວກເຮົາຮູ້ສຶກ​ຕື້ນຕັນໃຈຫລາຍ. ມີຄວາມສຸກ​ຢ່າງສະ​ໝ່ຳ​ສະ​ເໝີ ແລະ ໝັ້ນຄົງ. ພວກເຮົາບໍ່ເຄີຍໄດ້ຍິນການບັນລະຍາຍຄວາມສຸກແນວນີ້ມາກ່ອນເລີຍ, ແຕ່ຄຳເວົ້ານັ້ນແມ່ນແທ້. ພວກເຮົາຮູ້ວ່າ ຄວາມສຸກທີ່ໄດ້ບັນລະຍາຍໄປນັ້ນບໍ່ແມ່ນຄວາມດີໃຈ ຫລື ຄວາມເພີດເພີນຊື່ໆ, ແຕ່ແມ່ນ ຄວາມສະຫງົບ ແລະ ມີຄວາມຊື່ນຊົມເມື່ອເຮົາຝາກຝັງຕົນເອງໄວ້ກັບພຣະອົງ ແລະ ໄວ້ວາງໃຈ​ໃນພຣະອົງໝົດ ທຸກ​ຢ່າງ.1 ພວກເຮົາມີຊ່ວງເວລາແບບນັ້ນໃນຊີວິດ ເມື່ອພຣະເຈົ້າໄດ້ເວົ້າໃຫ້ເຮົາມີຄວາມສະຫງົບໃນຈິດໃຈ ແລະ ບັນດານໃຫ້ມີຄວາມຫວັງໃນພຣະຄຣິດ ເຖິງແມ່ນວ່າຊີວິດນີ້ຈະຍາກ ແລະ ບໍ່ແນ່ນອນກໍຕາມ.2

ລີໄຮ​ສິດສອນວ່າ ຖ້າອາດາມ ແລະ ເອວາ ບໍ່ຕົກ, “ພວກ​ເຂົາ​ຈະ​ຄົງ​ຢູ່​ໃນ​ສະພາບ​ຂອງ​ຄວາມ​ໄຮ້​ດຽງ​ສາ, ບໍ່​ມີ​ຄວາມ​ສຸກ, ເພາະ​ພວກ​ເຂົາ​ບໍ່​ຮູ້​ຈັກ​ຄວາມ​ທຸກ​ທໍ​ລະ​ມານ; …

“ແຕ່​ຈົ່ງ​ເບິ່ງ, ທຸກ​ຢ່າງ ເປັນ​ໄປ​ໂດຍ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ອົງ​ຜູ້ຮູ້​ຈັກ ທຸກ​ເລື່ອງ.

“ອາດາມ ຕົກ​ເພື່ອ​ມະນຸດ​ຈະ​ໄດ້ເປັນ​ຢູ່; ແລະ ມະນຸດ​ເປັນ​ຢູ່​ກໍ​ເພື່ອ​ພວກ​ເຂົາ​ຈະ​ໄດ້​ມີຄວາມ​ສຸກ.”3

ໃນທາງກົງກັນຂ້າມ, ຄວາມລຳບາກ ແລະ ຄວາມໂສກເສົ້າໄດ້ກະ​ກຽມເຮົາໃຫ້ມີຄວາມຊື່ນຊົມ ຖ້າພວກເຮົາໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແລະ ໃນແຜນຂອງພຣະອົງສຳລັບພວກເຮົາ. ຄວາມຈິງນີ້ໄດ້ສະແດງໃຫ້ເຫັນໃນບົດກະວີ ໂດຍນັກກະວີໃນສັດຕະວັດທີ 13 ວ່າ: “ຄວາມ​ໂສກ​ເສົ້າ​ກະ​ກຽມ​ທ່ານ​ສຳ​ລັບ​ຄວາມຊື່ນ​ຊົມ. ​ມັນພັດທຸກສິ່ງອອກຈາກບ້ານຢ່າງກະໜ່ຳ ນຳຄວາມຊື່ນຊົມໃໝ່ມາແທນທີ່. ມັນພັດໃບໄມ້ສີເຫລືອງໃຫ້ຫລຸດຈາກງ່າໄມ້ໃນຫົວໃຈຂອງທ່ານ, ເພື່ອໃບໄມ້ໃໝ່ ໃສຂຽວຈະປົ່ງຂຶ້ນມາແທນທີ່ຂອງມັນ. ມັນຖອນຮາກເນົ່າເປື່ອຍອອກ ເພື່ອຮາກໃໝ່ທີ່ເຊື່ອງຊ້ອນທາງລຸ່ມຈະມີບ່ອນເຕີບໂຕໄດ້. ຄວາມໂສກເສົ້າໃດໆທີ່ສັ່ນຄອນຫລຸດຈາກໃຈທ່ານ ສິ່ງໃໝ່ທີ່ດີກວ່າຈະມາແທນທີ່ຂອງມັນ.”4

ປະທານ​ຣະໂຊ ເອັມ ແນວສັນ ໄດ້​ສິດ​ສອນ​ວ່າ, “ຄວາມ​ສຸກ​ທີ່​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ສະ​ເໜີມອບໃຫ້ [ເຮົາ] … ແມ່ນ​ສະ​ໝ່ຳ​ສະ​ເໝີ, ໃຫ້​ເຮົາ​ແນ່​ໃຈ​ວ່າ ‘ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ເຮົາ​ຈະ​ເປັນ​ຢູ່​ພຽງ​ຊົ່ວ​ຄາວ’ [ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 121:7] ແລະ ຖືກ​ຕັ້ງ​ໄວ້​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ເຮົາ.”5 ການ​ທົດ​ລອງ ແລະ ຄວາມ​ຍາກ​ລຳ​ບາກ​ຂອງ​ເຮົາ ສາ​ມາດ​ນຳ​ຄວາມ​ຊື່ນ​ຊົມ​ທີ່​ຍິ່ງ​ໃຫຍ່ກວ່າມາ​ໃຫ້.6

ຂ່າວດີຂອງພຣະກິດຕິຄຸນ ບໍ່ແມ່ນຄຳສັນຍາທີ່ຈະເສກໃຫ້ປາດສະຈາກຄວາມໂສກເສົ້າ ແລະ ເດືອດຮ້ອນ ແຕ່ຊີວິດທີ່ໂສກເສົ້າ ທໍລະມານນີ້ ສາມາດຜ່ານພົ້ນໄປໄດ້ “ໂດຍ​ຖືກກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະຄຣິດ.”7 ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ເອງ ໄດ້​ປະ​ກາດ​ວ່າ, “ໃນ​ໂລກ​ນີ້​ພວກ​ເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳ​ບາກ ແຕ່​ຈົ່ງ​ຊື່ນ​ໃຈ​ເທາະ; ເພາະ​ຝ່າຍ​ເຮົາ​ໄດ້​ຊະ​ນະ​ໂລກ​ແລ້ວ.”8 ພຣະກິດຕິຄຸນຂອງພຣະອົງ ຄືຂ່າວສານແຫ່ງຄວາມຫວັງ. ຄວາມໂສກເສົ້າ ຄຽງຄູ່ກັບຄວາມຫວັງໃນພຣະເຢຊູຄຣິດ ເປັນສັນຍາແຫ່ງຄວາມຊື່ນຊົມທີ່ຍາວນານ.

ເລື່ອງລາວການເດີນທາງຂອງຊາວຢາເຣັດໄປສູ່ແຜ່ນດິນແຫ່ງຄຳສັນຍາ ສາມາດໃຊ້ເປັນການປຽບທຽບ ໃສ່ການເດີນທາງຂອງເຮົາໃນຊີວິດມະຕະນີ້ໄດ້. ພຣະຜູ້ເປັນເຈົ້າໄດ້ສັນຍາກັບນ້ອງຊາຍຂອງຢາເຣັດ ແລະ ຜູ້ຄົນຂອງເພິ່ນວ່າ ພຣະອົງຈະ “ນຳທາງ [ພວກ​ເຂົາ] ໄປ​ຫາແຜ່ນດິນອັນ​ປະ​ເສີດເລີດລ້ຳກວ່າແຜ່ນດິນທັງໝົດໃນໂລກ.”9 ພຣະອົງໄດ້ສັ່ງໃຫ້ເຂົາເຈົ້າສ້າງເຮືອ ແລະ ເຂົາເຈົ້າກໍສ້າງເຮືອຕາມຄຳສັ່ງຂອງພຣະຜູ້ເປັນເຈົ້າ. ເຖິງຢ່າງໃດກໍຕາມ, ຂະ​ນະ​ທີ່ສ້າງເຮືອຢູ່ນັ້ນ ນ້ອງຊາຍຂອງຢາເຣັດເປັນຫ່ວງ​ຢ້ານວ່າ ​ເຮືອ​​ທີ່ພຣະ​ຜູ້​ເປັນ​ເຈົ້າ​ອອກ​ແບບ​ໃຫ້ ອາດ​ໃຊ້​​ການບໍ່​ໄດ້. ລາວເລີຍທູນພຣະອົງວ່າ:

“ໂອ້ ພຣະຜູ້​ເປັນເຈົ້າ, ຂ້າ​ນ້ອຍ​ໄດ້​ເຮັດ​ວຽກ​ຊຶ່ງ​ພຣະ​ອົງ​ບັນ​ຊາ​ຂ້າ​ນ້ອຍ​ແລ້ວ, ແລະ ຂ້າ​ນ້ອຍ​ໄດ້​ເຮັດ​ເຮືອ​ຕາມ​ທີ່​ພຣະ​ອົງ​ແນະນຳ​ໃຫ້​ຂ້າ​ນ້ອຍ​ເຮັດ.

“ແລະ ຈົ່ງ​ທອດ​ພຣະ​ເນດ​ເບິ່ງ, ໂອ້ ພຣະຜູ້ເປັນເຈົ້າ, ມັນ​ບໍ່​ມີ​ແສງ​ສະ​ຫວ່າງ​ຢູ່​ໃນ​ເຮືອ​ເລີຍ.”10

“ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ພຣະອົງຈະປ່ອຍໃຫ້ພວກຂ້ານ້ອຍຂ້າມນ້ຳ ອັນກວ້າງໃຫຍ່ດ້ວຍຄວາມມືດບໍ?”11

ທ່ານເຄີຍທຸ່ມເທຈິດໃຈຂອງທ່ານແບບນັ້ນຕໍ່ພຣະເຈົ້າ​ບໍ? ເມື່ອພະຍາຍາມທີ່ຈະໃຊ້ຊີວິດຕາມພຣະບັນຍັດຂອງພຣະຜູ້ເປັນເຈົ້າ ແລະ ເຮັດຕາມການຄາດຫວັງຄວາມຊອບທຳບໍ່ໄດ້ ທ່ານເຄີຍຄິດບໍ່ວ່າທ່ານຕ້ອງໃຊ້ຊີວິດນີ້ ໂດຍປາດສະຈາກການນຳພາ?12

ແລ້ວນ້ອງຊາຍຂອງຢາເຣັດ ໄດ້ເວົ້າວ່າ ລາວເປັນຫ່ວງຫລາຍວ່າຈະຢູ່ໃນເຮືອໄດ້ແນວໃດ. ລາວໄດ້ທູນວ່າ, “ແລະ ພວກຂ້ານ້ອຍຈະ​ຕ້ອງຕາຍ​ເພາະ​ວ່າ​ພວກ​ຂ້າ​ນ້ອຍ​ຫາຍ​ໃຈ​ບໍ່​ໄດ້​ໃນ​ເຮືອ, ນອກ​ຈາກ​ດ້ວຍ​ອາ​ກາດ​ທີ່​ຢູ່​ໃນ​ນັ້ນ.”13 ທ່ານເຄີຍລຳບາກໃນຊີວິດ ຈົນຫາຍໃຈບໍ່ອອກ​ບໍ? ແລະ ຕົນເອງເຄີຍຄິດບໍ່ວ່າມື້ນີ້ຈະໄຫວບໍ່, ເລື່ອງກັບຄືນໄປສະຫວັນ ແຮ່ງແລ້ວເນາະ?

ຫລັງ​ຈາກພຣະຜູ້ເປັນເຈົ້າ ໄດ້ຮ່ວມມືກັບນ້ອງຊາຍຂອງຢາເຣັດເພື່ອແກ້ໄຂບັນຫາແຕ່ລະອັນ ແລ້ວພຣະອົງໄດ້ອະທິບາຍວ່າ, “ເຈົ້າຈະຂ້າມ​ຄວາມ​ເລິກ​ອັນກວ້າງໃຫຍ່ນີ້​ໄປບໍ່ໄດ້ ນອກຈາກວ່າ ເຮົາ​ຈະຕຽມ [ວິທີ] ໃຫ້ເຈົ້າຕໍ່​ສູ້​ກັບຄື້ນທະເລ ແລະ ລົມທີ່ພັດມາ ແລະ ນ້ຳຖ້ວມ​ທີ່​ຈະ​ມາ​ຫາ​ເຈົ້າ​ເສຍ​ກ່ອນ.”14

ພຣະຜູ້ເປັນເຈົ້າໄດ້ບອກ​ຢ່າງແຈ່ມແຈ້ງວ່າ ຖ້າບໍ່ມີພຣະອົງ ຊາວຢາເຣັດ ຈະບໍ່ສາມາດໄປເຖິງແຜ່ນດິນແຫ່ງຄຳສັນຍາໄດ້. ເຂົາເຈົ້າບໍ່ສາມາດຄວບຄຸມສິ່ງຕ່າງໆໄດ້ ແລະ ທາງດຽວທີ່ເຂົາເຈົ້າສາມາດຂ້າມທະເລໄດ້ ຄືການໄວ້ວາງໃຈໃນພຣະອົງ. ປະສົບການເຫລົ່ານີ້ ແລະ ການນຳພາຈາກພຣະຜູ້ເປັນເຈົ້າ ເບິ່ງຄືວ່າເສີມສ້າງສັດທາຂອງນ້ອງຊາຍຂອງຢາເຣັດ ແລະ ສ້າງຄວາມໄວ້ໃຈຂອງ​ລາວເພີ່ມຂຶ້ນໃນພຣະຜູ້ເປັນເຈົ້າ.

ສັງເກດບໍ່ວ່າ ຄຳອະທິຖານຂອງເພິ່ນປ່ຽນໄປ ຈາກຄຳຖາມ ແລະ ການເປັນຫ່ວງ ໄປເປັນການສະແດງສັດທາ ແລະ ຄວາມໄວ້ວາງໃຈ.

“ຂ້ານ້ອຍຮູ້, ໂອ້ ພຣະ​ຜູ້​ເປັນ​ເຈົ້າ, ວ່າ​ພຣະ​ອົງ​ມີ​ອຳ​ນາດ​ທຸກ​ຢ່າງ, ແລະ ສາ​ມາດ​ເຮັດ​ອັນ​ໃດ​ກໍ​ໄດ້​ຕາມ​ທີ່​ພຣະ​ອົງ​ປາດ​ຖະ​ໜາ​ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ມະ​ນຸດ. …

“ຈົ່ງທອດພຣະເນດດ້ວຍເຖີດ, ໂອ້ ພຣະອົງເຈົ້າເອີຍ, ພຣະອົງເຮັດສິ່ງນີ້ໄດ້. ພວກຂ້ານ້ອຍຮູ້ວ່າ ພຣະອົງສາມາດສະແດງລິດເດດ​ອັນຍິ່ງໃຫຍ່ໄດ້, ຊຶ່ງ​ເບິ່ງ​ເປັນ​ເລື່ອງ​ເລັກ​ນ້ອຍ​ໃນ​ຄວາມ​ເຂົ້າ​ໃຈ​ຂອງ​ມະ​ນຸດ.”15

ມີບັນທຶກວ່າ ຕໍ່ມາຊາວຢາເຣັດ “ໄດ້ລົງໄປ​ຫາ … ເຮືອ​ຂອງ​ພວກ​ເຂົາ ແລະ ອອກ​ທະ​ເລ​ໄປ, ໂດຍ ມອບ​ຕົນ ໄວ້ກັບ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.”16 ຄຳ​ວ່າ ມອບ​ຕົນ ແປວ່າ ໄວ້ວາງໃຈ ຫລື ຍິນຍອມ. ຊາວຢາເຣັດ ບໍ່ໄດ້ເຂົ້າໄປໃນ​ເຮືອເພາະເຂົາເຈົ້າຮູ້ຈັກທຸກສິ່ງ​ທຸກຢ່າງ ວ່າການເດີນທາງຈະເປັນແນວໃດ. ເຂົາເຈົ້າເຂົ້າໄປໃນເຮືອ ເພາະວ່າເຂົາເຈົ້າໄດ້ຮຽນຮູ້ທີ່​ຈະ​ໄວ້ວາງໃຈໃນອຳນາດ, ໃນພຣະ​ກະ​ລຸ​ນາ​ທິ​ຄຸນ, ແລະ ໃນຄວາມເມດຕາຂອງພຣະຜູ້ເປັນເຈົ້າ, ແລະ ດັ່ງນັ້ນ ເຂົາເຈົ້າຈຶ່ງເຕັມໃຈທີ່ຈະຝາກເນື້ອຝາກຕົວ ແລະ ປະຄວາມສົງໃສ ຫລື ຄວາມຢ້ານທີ່ຕົນມີໄວ້ກັບພຣະຜູ້​ເປັນເຈົ້າ.

ເມື່ອບໍ່​ດົນ​ມານີ້ ທ້າວ​ເອບ ຫລານ​ຊາຍຂອງ​ພວກ​ເຮົາ ບໍ່​ກ້າ​ຂີ່​ມ້າ​ໝຸນ ທີ່​ຂຶ້ນໆ ລົງໆ. ລາວ​ຢາກຂີ່​ມ້າ​ໂຕທີ່ນິ້ງ​ຢູ່. ແມ່​ຕູ້​ຂອງ​ລາວ​ກໍ​ໄດ້​ຍົວະ​ລາວ​ວ່າ ລາວ​ຊິປອດ​ໄພ, ໃຫ້​ໄວ້​ວາງ​ໃຈ​ໃນ​ແມ່​ຕູ້, ແລ້ວ​ລາວ​ກໍ​ໄດ້​ລອງ​ຂີ່. ຈາກນັ້ນ​ລາວ​ໄດ້​ເວົ້າດ້ວຍ​ຮອຍຍິ້ມ​ວ່າ, “ເຮົາ​ບໍ່​ຮູ້​ສຶກ​ປອດ​ໄພ, ແຕ່​ເຮົາ​ກໍ​ປອດ​ໄພ.” ບາງ​ທີ​ຊາວ​ຢາ​ເຣັດ​ອາດ​ຮູ້​ສຶກ​ແບບນັ້ນ​ຄື​ກັນ. ການ​ໄວ້​ວາງ​ໃຈ​ໃນ​ພຣະ​ເຈົ້າ​ອາດບໍ່​ຮູ້​ສຶກ​ປອດ​ໄພ​ສະ​ເໝີໄປ, ແຕ່​ຈະ​ມີ​ຄວາມ​ສຸກ​ໃນ​ພາຍ​ຫລັງ.

ທ້າວ​ເອບ​ນັ່ງ​ຢູ່​ເທິງ​ມ້າ​ໝຸນ

ການ​ເດີນ​ທາງບໍ່​ໄດ້​ເປັນ​ເລື່ອງ​ງ່າຍ​ສຳ​ລັບ​ຊາວ​ຢາ​ເຣັດ. “ພວກ​ເຂົາ​ຖືກ​ຝັງ​ຢູ່​ໃນ​ຄວາມ​ເລິກ​ຂອງ​ທະ​ເລ​ຫລາຍ​ເທື່ອ ຍ້ອນ​ວ່າ​ຟອງ​ນ້ຳ​ຂະ​ໝາດ​ໃຫຍ່​ຊຶ່ງ​ພັດ​ພວກ​ເຂົາ.”17 ແຕ່​ມັນ​ໄດ້​ຖືກ​ບັນ​ທຶກ​ໄວ້​ວ່າ “ລົມບໍ່​ໄດ້​ຢຸດພັດ [ເຂົາເຈົ້າ] ໄປ​ທາງ ແຜ່ນດິນແຫ່ງຄຳສັນຍາ.”18 ເມື່ອມັນຍາກທີ່ຈະເຂົ້າໃຈ ໂດຍສະເພາະເວລາທີ່ຊີວິດເຮົາຍັງຢູ່ໃນຂັ້ນວິກິດ, ເຮົາກໍສະບາຍໃຈໄດ້ເລີຍ ເມື່ອຮູ້ວ່າພຣະເຈົ້າທີ່​ເຕັມ​ໄປ​ດ້ວຍ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ອັນ​ເປັນນິດ ໄດ້ພັດພາເຮົາ​ໄປ​ຫາບ້ານແຫ່ງສະຫວັນສະເໝີ.

ບັນທຶກບອກອີກວ່າ, “ພວກເຂົາໄດ້ຖືກພັດໄປດັ່ງນັ້ນ; ແລະ ບໍ່ມີຜີສາດທະເລຕົວໃດ ສາມາດທຳລາຍພວກເຂົາໄດ້ເລີຍ, ທັງປາວານກໍເຮັດໃຫ້ພວກ​ເຂົາເສຍຫາຍບໍ່ໄດ້; ແລະ ພວກເຂົາມີແສງສະຫວ່າງ​ຢູ່ຕະຫລອດເວລາເຖິງແມ່ນຈະຢູ່ເທິງນ້ຳ ຫລື ໃຕ້ນ້ຳ.”19 ເຮົາຢູ່ໃນໂລກທີ່ມີຄື້ນແຫ່ງຄວາມມໍລະນະ, ຄວາມເຈັບປ່ວຍທາງກາຍ ແລະ ໃຈ, ແລະ ການ​ທົດ​ລອງ ແລະ ຄວາມ​ທຸກ​ຮ້ອນທຸກຢ່າງ ມາປະທະເຮົາ. ແຕ່ຖ້າເຮົາມີສັດທາໃນພຣະເຢ​ຊູຄຣິດ ແລະ ໄວ້ວາງໃຈໃນພຣະອົງ, ເຮົາກໍ​ເໝືອນ​ກັນ ສາມາດມີແສງສະຫວ່າງຕະຫລອດ, ເຖິງແມ່ນວ່າຈະຢູ່ເທິງນ້ຳ ຫລື ໃຕ້ນ້ຳ. ເຮົາ ກໍສາມາດອຸ່ນໃຈໄດ້ວ່າ ພຣະເຈົ້າບໍ່ເຄີຍຢຸດຊ່ວຍເຮົາໃຫ້ໄປເຖິງ​ບ້ານ​ແຫ່ງ​ສະ​ຫວັນ​ຂອງ​ເຮົາ.

ຂະ​ນະ​ທີ່​ຖືກ​ຊັດ​ໄປ​ຊັດ​ມາ​ຢູ່​ໃນ​ເຮືອ, ຊາວ​ຢາ​ເຣັດ “ໄດ້ຮ້ອງ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ;… [ພວກ​ເຂົາ] ​ໄດ້ຂອບ​ພຣະ​ຄຸນ ແລະ ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ​ຕະຫລອດ​ທັງ​ວັນ; ແລະ ເມື່ອ​ຮອດ​ຕອນ​ກາງ​ຄືນ, ພວກ​ເຂົາ​ກໍ​ບໍ່​ໄດ້​ຢຸດ​ສັນ​ລະ​ເສີນ​ພຣະ​ຜູ້​ເປັນ​ເຈົ້າ.”20 ​ພວກ​ເຂົາມີຄວາມຊື່ນຊົມ ແລະ ຄວາມຂອບຄຸນ ເຖິງແມ່ນວ່າ​ພວກ​ເຂົາ​ຢູ່​ທ່າມ​ກາງ​ຄວາມ​ທຸກ​ຮ້ອນຂອງ​ພວກ​ເຂົາ​ກໍ​ຕາມ. ​ພວກ​ເຂົາຍັງບໍ່ທັນໄປຮອດແຜ່ນດິນແຫ່ງຄຳສັນຍາເທື່ອ, ແຕ່ພວກ​ເຂົາດີໃຈທີ່ໄດ້ຮັບພອນທີ່ສັນຍາໄວ້ ເປັນ​ເພາະ​ຄວາມ​ໄວ້​ວາງ​ໃຈ​ຢ່າງ ສະ​ໝ່ຳ​ສະ​ເໝີ ແລະ ​​ໝັ້ນ​ຄົງ ຂອງ​​ພວກ​ເຂົາ ​ໃນ​ພຣະ​ອົງ.21

ຊາວຢາເຣັດຖືກພັດໄປມາຢູ່ທະເລເປັນເວລາ 344 ມື້.22 ທ່ານນຶກພາບອອກບໍ່? ການໄວ້ວາງໃຈໃນພຣະຜູ້ເປັນເຈົ້າ ແມ່ນ​ລວມທັງການໄວ້ວາງໃຈໃນເວລາຂອງພຣະອົງ ແລະ ເຮົາຕ້ອງອົດທົນດົນນານ ເພື່ອຜ່ານຜ່າມໍລະສຸມຊີວິດ.23

ໃນທີ່​ສຸດ, ຊາວຢາເຣັດ​ກໍ “ໄດ້​ຂຶ້ນຝັ່ງຂອງແຜ່ນດິນແຫ່ງຄຳສັນຍາ. ແລະ ​ເມື່ອ​ພວກ​ເຂົາ​ກ້າວ​ຕີນ​ຂຶ້ນ​ຝັ່ງ​ຂອງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ແລ້ວ, ພວກ​ເຂົາ​ກໍ​ກົ້ມ​ຂາບ​ລົງ​ຢູ່​ກັບ​ພື້ນ​ດິນ, ແລະ ໄດ້​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຫລັ່ງ​ນ້ຳ​ຕາ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ຄວາມ​ສຸກ​ຍ້ອນ​ວ່າ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ​ທີ່​ມີ​ຕໍ່​ພວກ​ເຂົາ.”24

ຖ້າພວກເຮົາຮັກສາພັນທະສັນຍາໄດ້ດີ, ມື້​ໜຶ່ງເຮົາຈະກັບບ້ານຢ່າງປອດໄພ ແລະ ຈະກົ້ມຂາບ​ຢູ່​ຕໍ່​ພຣະ​ພັກ​ຂອງພຣະຜູ້ເປັນເຈົ້າ ແລະ ​ຮ້ອງໄຫ້ຍ້ອນດີໃຈ ​ຍ້ອນ​ວ່າ​ພຣະ​ກະ​ລຸ​ນາ​ທິ​ຄຸນ​ອັນ​ລົ້ນ​ເຫລືອ​ຂອງ​ພຣະ​ອົງ​ໃນຊີວິດເຮົາ, ທີ່ມີທັງຄວາມໂສກເສົ້າ ຊຶ່ງນຳ​ຄວາມ​ຊື່ນ​ຊົມ​ຫລາຍກວ່າມາ​ໃຫ້.25

ຂ້າພະເຈົ້າເປັນພະຍານວ່າ ເມື່ອເຮົາມອບ​ຕົວໃຫ້​ແກ່​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄວ້ວາງໃຈຢ່າງສະ​ໝ່ຳ​ສະ​ເໝີ ແລະ ໝັ້ນຄົງ​ໃນພຣະເຢຊູ ແລະ ໃນຈຸດປະສົງອັນສັກສິດຂອງພຣະອົງ ໃນຊີວິດຂອງເຮົາ, ແລ້ວພຣະອົງຈະມາຢາມເຮົາ ແລະ ຮັບຮອງ​ເຮົາ, ກ່າວຄຳທີ່ນຳຄວາມສະຫງົບມາສູ່ຈິດວິນຍານເຮົາ, ແລະ ເຮັດ​ໃຫ້​ເຮົາມີ “ຄວາມ​ໝັ້ນ​ໃຈ​ວ່າ​ພຣະ​ອົງ​ຈະ​ປົດ​ປ່ອຍ​ເຮົາ.”26

ຂ້າພະເຈົ້າຮູ້ວ່າ ພຣະເຢຊູຄື ພຣະຄຣິດ. ພຣະ​ອົງ​ເປັນ​ແຫລ່ງ​ຂອງ​ຄວາມ​ສຸກທັງ​ໝົດ.27 ພຣະ​ຄຸນ​ຂອງ​ພຣະ​ອົງ​ແມ່ນ​ພຽງ​ພໍ, ແລະ ພຣະ​ອົງ​ກໍມີອານຸພາບທີ່ຈະຊ່ວຍໃຫ້ເຮົາລອດ.28 ພຣະອົງເປັນແສງສະຫວ່າງ, ຊີວິດ, ແລະ ຄວາມຫວັງ ຂອງໂລກ.29 ພຣະອົງຈະບໍ່ປ່ອຍໃຫ້ເຮົາຕາຍ.30 ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ເບິ່ງ ແອວມາ 36:3; 57:27.

  2. ເບິ່ງ ແອວມາ 58:11.

  3. 2 ນີໄຟ 2:23–25; ເນັ້ນ​ຄຳ​ເນີ້ງ.

  4. ເບິ່ງ The Mathnawi of Jalalu’ddin Rumi (1925–40), trans. Reynold A. Nicholson, vol. 5, 132.

  5. Russell M. Nelson, “Joy and Spiritual Survival,” Liahona, Nov. 2016, 82.

  6. ເບິ່ງ Neal A. Maxwell, “Plow in Hope,” Liahona, July 2001, 73: “ພຣະ​ຜູ້​ໄຖ່​ກໍ​ໄດ້ ‘ທຸ້ມ​ເທ​ຈິດ​ວິນ​ຍານ​ຂອງ​ພຣະ​ອົງ​ຈົນ​ເຖິງ​ຄວາມ​ຕາຍ.’ … ເມື່ອພວກເຮົາ ‘ທຸ້ມເທ’ ຈິດວິນຍານຂອງພວກເຮົາໃນການອ້ອນວອນສ່ວນຕົວແລ້ວ, ພວກເຮົາກໍມີບ່ອນວ່າງ ເປີດທາງສູ່ຄວາມຊື່ນຊົມໄດ້!”

  7. ແອວມາ 31:38; ເບິ່ງ Neal A. Maxwell, “Brim with Joy” (Brigham Young University devotional, Jan. 23, 1996), speeches.byu.edu: “ເມື່ອ​ເຮົາ​ເຖິງ​ຂັ້ນ​ອຸ​ທິດ​ຖວາຍ, ຄວາມ​ຍາກ​ລຳ​ບາກ​ຂອງ​ເຮົາ ຈະ​ຖືກ​ກືນ​ເຂົ້າ​ໄປ​ໃນ​ຄວາມ​ສຸກ​ຂອງ​ພຣະ​ຄຣິດ. ນີ້ບໍ່ແມ່ນວ່າ ເຮົາຈະບໍ່ມີຄວາມຍາກລຳບາກ, ແຕ່ສິ່ງນີ້ຈະຊ່ວຍໃຫ້ເຮົາຮູ້ຈັກຈັດການກັບຄວາມ​ຍາກລຳບາກໄດ້. ເມື່ອສະແຫວງຫາຄວາມຊື່ນຊົມຢ່າງດຸໝັ່ນ ແລະມີຄວາມຊອບທຳເພີ່ມຂຶ້ນເລື້ອຍໆ ເຮົາຈະດີໃຈໄປ—ເທື່ອລະເລັກລະໜ້ອຍ—ຈົນວ່າ ໃຈຂອງເຮົາ, ‘ເຕັມ​ໄປ​ດ້ວຍ​ຄວາມ​ສຸກ’ ເໝືອນດັ່ງສາດສະດາໄດ້ກ່າວໄວ້ໃນ (ແອວມາ 26:11) ນຳ​ອີກ. ທ້າຍສຸດ, ຫົວໃຈກໍອີ່ມເອີບ!”

  8. ໂຢຮັນ 16:33.

  9. ອີເທີ 1:42.

  10. ອີເທີ 2:18–19.

  11. ອີເທີ 2:22.

  12. ເບິ່ງ ໂຢຮັນ 8:12.

  13. ອີເທີ 2:19; ປຽບ​ທຽບ​ໃສ່​ກັບ ມາຣະໂກ 4:38; ເບິ່ງ ມາຣະໂກ 4:35–41 ນຳ​ອີກ.

  14. ອີເທີ 2:25; ເນັ້ນ​ຄຳ​ເນີ້ງ.

  15. ອີເທີ 3:4–5.

  16. ອີເທີ 6:4; ເນັ້ນ​ຄຳ​ເນີ້ງ.

  17. ອີເທີ 6:6.

  18. ອີເທີ 6:8; ເນັ້ນ​ຄຳ​ເນີ້ງ; ເບິ່ງ 1 ນີໄຟ 18:8 ນຳ​ອີກ.

  19. ອີເທີ 6:10.

  20. ອີເທີ 6:9; ເບິ່ງ 1 ນີໄຟ 18:16 ນຳ​ອີກ.

  21. ເບິ່ງ 1 ນີໄຟ 5:5. ເຖິງ​ແມ່ນວ່າຍັງຢູ່ໃນຖິ່ນແຫ້ງ​ແລ້ງກັນດານ, ແຕ່ລີໄຮຍັງມີຄວາມ​ປິ​ຕິ​ຍິນ​ດີໃນພອນທີ່ສັນຍາໄວ້.

  22. ເບິ່ງ ອີເທີ 6:11.

  23. ເບິ່ງ ເຮັບເຣີ 10:36; ແອວມາ 34:41; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 24:8; 64:32.

  24. ອີເທີ 6:12.

  25. ເບິ່ງ 1 ນີໄຟ 1:20; 8:8; ແອວມາ 33:16.

  26. ແອວມາ 58:11.

  27. ເບິ່ງ Russell M. Nelson, “Joy and Spiritual Survival,” 82.

  28. ເບິ່ງ 2 ນີໄຟ 31:19; ແອວມາ 34:18; ໂມໂຣໄນ 10:32.

  29. ເບິ່ງ “The Living Christ: The Testimony of the Apostles,” Liahona, May 2017, ຫລັງ​ໜ້າ​ປົກ.

  30. ເບິ່ງ 1 ນີໄຟ 1:14.