​2010–2019
“ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ເຮົາ”
ຕຸລາ 2015


11:9

“ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ເຮົາ”

ພຣະບັນຍັດຂອງ​ພຣະ​ເຈົ້າ​ ​​ແມ່ນການສະ​ແດງ​ໃຫ້​ປະຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ, ​ແລະ ການ​ເຊື່ອ​ຟັງ​ຕໍ່​ພຣະບັນຍັດ​ຂອງ​ພຣະອົງ ​ແມ່ນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະອົງ.

ຕອນ ນາງ​ແຈັນ, ລູກ​ສາວ​ກົກ​ຂອງ​ພວກ​ຂ້າພະເຈົ້າ​ໄດ້​ພາ​ລູກ​ສາວ​​ຄົນທີ​ສາມ​ຂອງ​ນາງ​ກັບ​ບ້ານ​ຈາກ​ໂຮງໝໍ, ຂ້າພະເຈົ້າ​ໄດ້​ໄປ​ທີ່​ບ້ານ​ຂອງ​ນາງ ເພື່ອ​ຊ່ອຍ​ເຫລືອ​ນາງ. ຫລັງ​ຈາກ​ສົ່ງ​ລູກ​ສາວ​ກົກ​ຂອງ​ນາງ​ໄປ​ໂຮງຮຽນ​ແລ້ວ, ພວກ​ເຮົາ​ໄດ້​ຕັດສິນ​ໃຈ​ວ່າ ນາງ​ແຈັນ ຕ້ອງການ​ພັກຜ່ອນ​ຫລາຍ​ທີ່​ສຸດ. ສະນັ້ນ​ສິ່ງ​ທີ່​ຂ້າພະເຈົ້າ​ສາມາດ​ຊ່ອຍ​ໄດ້​ດີ​ທີ່​ສຸດ​ຄື ເອົາ​ນາງ​ຄະ​ໂລ​ອີ, ລູກ​ສາວ​ຄົນທີ​ສອງ​ຂອງ​ນາງ​ເມືອ​ບ້ານ​ກັບ​ຂ້າພະເຈົ້າ​ ເພື່ອ​ວ່າ​ແມ່​ຂອງ​ນາງ​ຈະ​ໄດ້​ພັກຜ່ອນ​ຢ່າງ​ງຽບໆ​ກັບ​ແອນ້ອຍ​ຄົນ​ໃໝ່.

ຂ້າພະເຈົ້າ​ໄດ້​ໃສ່​ເຂັມ​ຂັດ​ໃຫ້​ນາງ​ຄະ​ໂລ​ອີ​ໃນ​ຕັ່ງ​ຂອງ​ນາງ, ໄດ້​ໃສ່​ເຂັມ​ຂັດ​ນິລະ​ໄພ​ຂອງ​ຕົນ, ແລະ ໄດ້​ຂັບ​ລົດ​ອອກ​ໄປ. ເຖິງ​ຢ່າງໃດ​ກໍ​ຕາມ, ກ່ອນ​ພວກ​ເຮົາ​ຈະ​ໄປ​ເຖິງ​ທ້າຍ​ຖະໜົນ​ນັ້ນ, ນາງ​ຄະ​ໂລ​ອີ ໄດ້​ເອົາ​ເຂັມ​ຂັດ​ນິລະ​ໄພ​ຂອງ​ນາງ​ອອກ ແລະ ກຳລັງ​ຢືນ​ຂຶ້ນ, ຢູ່​ທາງ​ຫລັງ​ບ່າ​ໄຫລ​ຂອງ​ຂ້າພະເຈົ້າ, ແລະ ກຳລັງ​ເວົ້າ​ລົມ​ກັບ​ຂ້າພະເຈົ້າ​ຢູ່! ຂ້າພະເຈົ້າ​ໄດ້​ຈອດ​ລົດ​ຢູ່​ຂ້າງ​ຖະໜົນ, ໄດ້​ອອກ​ໄປ, ແລະ ໄດ້​ເອົາ​ນາງ​ນັ່ງ​ໃສ່​ບ່ອນ​ນັ່ງ​ຂອງ​ນາງ.

ພວກ​ເຮົາ​ໄດ້​ເລີ່ມ​ອີກ ແຕ່​ໄປ​ໄດ້​ພຽງ​ບໍ່​ໄກ​ເມື່ອ​ນາງ​ໄດ້​ອອກ​ຈາກ​ບ່ອນ​ນັ່ງ​ຂອງ​ນາງ​ອີກ. ຂ້າພະເຈົ້າ​ໄດ້​ເຮັດ​ຕາມ​ຂັ້ນ​ຕອນ​ດຽວ​ກັນ​ນັ້ນ​ຊ້ຳ​ອີກ, ແຕ່​ບັດ​ນີ້​ກ່ອນ​ຂ້າພະເຈົ້າ​ຂຶ້ນ​ລົດ ແລະ ໃສ່​ເຂັມ​ຂັດ​ນິລະ​ໄພ​ຂອງ​ຕົນ, ນາງ​ຄະໂລອີ​ກໍ​ໄດ້​ຢືນ​ຂຶ້ນ​​ແລ້ວ!

​ຂ້າພະເຈົ້າ​ໄດ້​ເຫັນ​ຕົວ​ເອງ​ນັ່ງ​ຢູ່​ໃນ​ລົດ, ຈອດ​ຢູ່​ຂ້າງ​ຖະໜົນ, ກຳລັງ​ແຂ່ງຂັນ​ອຳນາດກັບ​ເດັກ​ອາຍຸ​ສາມ​ປີ. ແລະ ນາງ​ກໍ​ເປັນ​ຜູ້​ຊະ​ນະ.

ຂ້າພະເຈົ້າ​ໄດ້​ໃຊ້​ທຸກໆ​ວິທີ​ທາງ​ທີ່​ຂ້າພະເຈົ້າ​ສາມາດ​ຄິດ​ອອກ​ ເພື່ອ​ເກ້​ຍ​ກ່ອມ​ນາງ​ວ່າ ການ​ນັ່ງ​ຢູ່​ໃນ​ທີ່​ນັ່ງ​ຂອງ​ນາງ​ນັ້ນ​ເປັນຄວາມ​ຄິດ​ທີ່​ດີ. ນາງ​ບໍ່​ຍອມ​ຟັງ! ໃນ​ທີ່​ສຸດ​ຂ້າພະເຈົ້າ​ຕັດສິນ​ໃຈ​ຈະ​ລອງ​ໃຊ້​ວິທີ​ທີ່​ວ່າ ຖ້າ​ຫາກ/ແລ້ວ.

ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ຄະ​ໂລ​ອີ​ເອີ້ຍ, ຖ້າ​ຫາກ​ຫລານ​ຈະ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ຂອງ​ຫລານ, ແລ້ວ​ເມື່ອ​ພວກ​ເຮົາ​ໄປ​ຮອດ​ບ້ານ​ແມ່ຕູ້, ພວກ​ເຮົາ​ສາມາດ​ຫລິ້ນ​ກັບຂອງຫລິ້ນນຳ​ກັນໄດ້.”

ບໍ່​ມີ​ການ​ຕອບ​ຮັບ​ຢ່າງ​ໃດ.

“ຄະ​ໂລ​ອີ​ເອີ້ຍ, ຖ້າ​ຫາກ​ຫລານ​ຈະ​ນັ່ງ​ຢູ່​ບ່ອນ​ນັ່ງ​ຂອງ​ຫລານ ແລະ ໃສ່​ເຂັມ​ຂັດ, ແລ້ວ​ພວກ​ເຮົາ​ສາມາດ​ເຮັດ​ເຂົ້າຈີ່ ເມື່ອ​ໄປ​ຮອດ​ບ້ານ​ຂອງ​ແມ່ຕູ້​ນໍ.”

ບໍ່​ມີ​ການ​ໂຕ້​ຕອບ.

ຂ້າພະເຈົ້າ​ໄດ້​ພະຍາຍາມ​ອີກ​ເທື່ອ​ໜຶ່ງ. ຄະ​ໂລ​ອີ, ຖ້າ​ຫາກ​ຫລານ​ຈະ​ນັ່ງ​ຢູ່​ບ່ອນ​ນັ່ງ​ຂອງ​ຫລານ ແລະ ໃສ່​ເຂັມ​ຂັດ, ແລ້ວ​ພວກ​ເຮົາ​ຈະ​ໄປ​ແວະ​ຕະຫລາດ ແລະ ຊື້​ເຂົ້າໜົມ​ເນາະ!”

ຫລັງ​ຈາກ​ພະຍາຍາມ​ໄດ້​ສາມ​ເທື່ອ, ຂ້າພະເຈົ້າ​ໄດ້​ຮັບ​ຮູ້​ວ່າ​ວິທີ​ນີ້​ໃຊ້​ການ​ບໍ່​ໄດ້. ນາງ​ໄດ້​ຕັດສິນ​ໃຈ​ແລ້ວ, ແລະ ບໍ່​ມີ ຖ້າ/ຫາກ ວິທີ​ໃດ​ຈະ​ຊ່ອຍ​ເກ້​ຍ​ກ່ອມ​ໃຫ້​ນາງ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ດ້ວຍ​ໃສ່​ເຂັມ​ຂັດ​ເລີຍ.

ພວກ​ເຮົາ​ຈະ​ນັ່ງ​ຢູ່​​ຂ້າງ​ຖະໜົນ​ໝົດ​ມື້​ບໍ່​ໄດ້, ແຕ່​ຂ້າພະເຈົ້າ​ຢາກ​ເຮັດ​ຕາມ​ກົດໝາຍ ແລະ ມັນ​ກໍ​ບໍ່​ປອດ​ໄພ​ທີ່​ຈະ​ຂັບ​ລົດ​ໄປ​ໂດຍ​ປ່ອຍ​ໃຫ້​ນາງ​ຄະ​ໂລ​ອີ​ຢືນ​ຢູ່. ຂ້າພະເຈົ້າ​ໄດ້​ອະທິຖານ​ໃນ​ໃຈ ແລະ ໄດ້​ຍິນ​ພຣະ​ວິນ​ຍານ​ຊື່ມ​ວ່າ, “ສອນ​ນາງ​ສາ.”

ຂ້າພະເຈົ້າ​ໄດ້​ຫັນ​ໜ້າ​ໄປ​ຫາ​ນາງ ແລະ ໄດ້​ດຶງ​ເອົາ​ເຂັມ​ຂັດ​ໄປ​ຈາກ​ຕົວ​ຂອງ​ຂ້າພະເຈົ້າ​ ເພື່ອ​ວ່າ​ນາງ​ຈະ​ໄດ້​ເຫັນ​ມັນ. ຂ້າພະເຈົ້າ​ໄດ້​ເວົ້າ​ວ່າ, “ຄະ​ໂລ​ອີ, ແມ່ຕູ້​ໃສ່​ເຂັມ​ຂັດ​ນິລະ​ໄພ​ ເພາະວ່າ​ມັນ​ຈະ​ປົກ​ປ້ອງ​ແມ່​ຕູ້. ແຕ່​ຫລານ​ບໍ່​ໃສ່​ເຂັມ​ຂັດ​ນິລະ​ໄພຂອງ​ຫລານ, ແລະ ​ຫລານຈະ​ບໍ່​ປອດ​ໄພ. ແມ່ຕູ້​ຈະ​ເສົ້າ​ໃຈ​ຫລາຍ​ຖ້າ​ຫາກ​ຫລານ​ເຈັບ​ປວດ.”

ນາງ​ໄດ້​ຫລຽວ​ເບິ່ງ​ຂ້າພະເຈົ້າ; ຂ້າພະເຈົ້າ​ເກືອບ​ໄດ້​ເຫັນ​ນາງ​ຄິດ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ເວົ້າ ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ລໍຖ້າ​ການ​ຕອບ​ໂຕ້​ຂອງ​ນາງ​ຢ່າງ​ຕື່ນ​ເຕັ້ນ. ໃນ​ທີ່​ສຸດ, ​ນາງ​ໄດ້​ມືນ​ຕາ​​ສີ​ຟ້າໃຫຍ່​ດ້ວຍ​ຄວາມ​ເຂົ້າໃຈ ແລະ ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ແມ່ຕູ້, ແມ່ຕູ້​ຢາກ​ໃຫ້​ຂ້ານ້ອຍ​ໃສ່​ເຂັມ​ຂັດ​ນິລະ​ໄພ ເພາະວ່າ​ແມ່ຕູ້​ຮັກ​ຂ້ານ້ອຍຊັ້ນບໍ!”

ພຣະ​ວິນ​ຍານ​ໄດ້​ເຕັມ​ຢູ່​ໃນ​ລົດ​ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ສະແດງ​ຄວາມ​ຮັກ​ທີ່​ມີ​ຕໍ່​ນາງ. ຂ້າພະເຈົ້າ​ບໍ່​ຢາກ​ສູນ​ເສຍ​ຄວາມ​ຮູ້ສຶກ​ນັ້ນໄປ, ແຕ່​ຂ້າພະເຈົ້າ​ໄດ້​ຮູ້​ວ່າ​ ຂ້າພະເຈົ້າ​ໄດ້​ມີ​ໂອກາດ, ສະນັ້ນ​ຂ້າພະເຈົ້າ​ຈຶ່ງ​ໄດ້​ອອກ​ໄປ ແລະ ໄດ້​ໃສ່​ເຂັມ​ຂັດ​ໃຫ້​ນາງ. ແລ້ວ​ຂ້າພະເຈົ້າ​ໄດ້​ຖາມ​ນາງ​ວ່າ, “ຄະ​ໂລ​ອີ, ​ຂໍໃຫ້​ຫລານ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ຂອງ​ຫລານ​​ໄດ້ບໍ?” ແລະ ນາງ​ກໍ​ໄດ້​ເຮັດ​ຕາມ—ຈົນ​ໄປ​ເຖິງ​ຕະຫລາດ ໄປ​ຊື້​ເຂົ້າໜົມ​ນັ້ນ! ແລະ ນາງ​ກໍ​ໄດ້​ໃສ່​ເຂັມ​ຂັດ​ຈາກ​ຕະຫລາດ​ຈົນ​ເຖິງ​ບ້ານ​ຂອງ​ຂ້າພະເຈົ້າ, ບ່ອນ​ທີ່​ພວກ​ເຮົາ​ໄດ້​ເຮັດ​ເຂົ້າຈີ່ ແລະ ໄດ້​ຫລິ້ນ​ນຳ​ຂອງ​ຫລິ້ນ ເພາະ​ນາງ​ຄະ​ໂລ​ອີ ບໍ່​ໄດ້​ລືມ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ບອກ​ນາງ.

ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຂັບ​ລົດ​ກັບເຂົ້າ​ຖະໜົນ​ອີກ​ໃນ​ມື້​ນັ້ນ, ພຣະ​ຄຳ​ພີ​ຂໍ້​ໜຶ່ງ​ໄດ້​ເຂົ້າ​ມາ​ໃນ​ຄວາມ​ຄິດ​ຂອງ​ຂ້າພະເຈົ້າ​ວ່າ: “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ເຮົາ.” ເຮົາ​ມີ​ກົດ​ທີ່​ຈະ​ສອນ, ນຳພາ, ແລະ ປົກ​ປ້ອງ​ເດັກ​ນ້ອຍ. ເປັນ​ຫຍັງ? ເປັນ​ເພາະ​ຄວາມ​ຮັກ​ອັນ​ຍິ່ງ​ໃຫຍ່​ທີ່​ເຮົາ​ມີ​ໃຫ້​ເຂົາ. ແຕ່​ຈົນ​ກວ່າ​ນາງ​ຄະໂລອີ ໄດ້​ເຂົ້າໃຈ​ວ່າຄວາມ​ປາດຖະໜາ​ຂອງ​ຂ້າພະເຈົ້າ ​ແມ່ນ​ເພື່ອ​ຢາກ​ໃຫ້​ນາງ​ນັ່ງ​ຢູ່​ໃນ​ບ່ອນ​ນັ່ງ​ນັ້ນ​ ກໍ​ເປັນ​ເພາະ​ຄວາມ​ຮັກ​ຂອງ​ຂ້າພະເຈົ້າ​ທີ່​ມີ​ຕໍ່ນາງ, ນາງ​ບໍ່​ເຕັມ​ໃຈ​ທີ່​ຈະ​ຍອມຮັບ​ຕໍ່​ສິ່ງ​ທີ່​ນາງ​ໄດ້​ຄິດ​ວ່າ​ເປັນ​ຄວາມ​ເຂັ່ງ​ຄັດ. ນາງ​ໄດ້​ຮູ້ສຶກ​ວ່າ​​ເຂັມ​ຂັດ ຈຳກັດ​ອິດ​ສະລະ​ຂອງ​ນາງ.

ເໝືອນ​ດັ່ງ​ນາງ​ຄະໂລອີ, ເຮົາ​ກໍ​ສາມາດ​ເລືອກ​ທີ່​ຈະ​ເຫັນ​ພຣະ​ບັນຍັດ​ວ່າ​ເປັນ​ຂໍ້​ຈຳ​ກັດ. ບາງ​ເທື່ອເຮົາ​ອາດ​ຮູ້ສຶກ​ວ່າ​ ກົດ​ຂອງ​ພຣະ​ເຈົ້າ​ຈຳກັດ​ອິດ​ສະລະ​ສ່ວນ​ຕົວຂອງ​ເຮົາ, ເອົາ​ອຳເພີໃຈ​ຂອງ​ເຮົາ​ໄປ, ແລະ ຈຳກັດ​ການ​ເຕີບ​​ໂຕຂອງ​ເຮົາ. ແຕ່​ເມື່ອ​ເຮົາ​ສະແຫວງຫາ​ຄວາມ​ເຂົ້າໃຈ​ຫລາຍ​ຂຶ້ນ ​ເມື່ອ​ເຮົາປ່ອຍ​ໃຫ້​ພຣະ​ບິດາ​ຂອງ​ເຮົ​າສັ່ງສອນ​ເຮົາ, ເຮົາ​ຈະ​ເລີ່ມ​ເຫັນ​ວ່າ ກົດ​ຂອງ​ພຣະ​ອົງ ​ແມ່ນ​ການສະ​ແດງ​ໃຫ້​ປະຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ, ​ແລະ ການ​ເຊື່ອ​ຟັງ​ຕໍ່​ກົດ​ຂອງ​ພຣະອົງ ​ແມ່ນ​ການ​ສະ​ແດງ​ຄວາມ​ຮັກ​ຂອງ​ເຮົາທີ່​ມີ​ຕໍ່​ພຣະອົງ.

ຖ້າ​ຫາກຊີວິດ​ຂອງ​ທ່ານ ​ເປັນເໝືອນ​ວ່າ​ທ່ານ​ກຳລັງ​ຈອດ​ລົດ​ຢູ່​ຂ້າງ​ຖະໜົນ​, ຂ້າພະເຈົ້າ​ຂໍ​ແນະນຳ​ຫລັກ​ທຳ​ສາມ​ສີ່​ຢ່າງ​ໄດ້​ບໍ, ຊຶ່ງ​ຖ້າ​ຫາກ​​ເຮັດຕາມ, ຈະ​ຊ່ອຍ​ໃຫ້​ທ່ານ​ກັບ​ຄືນ​ມາ​ຢູ່​ໃນ​ເສັ້ນທາງ​​ແຫ່ງ​ສັດທາ ​ແລະ ການ​ເຊື່ອ​ຟັງຢ່າງ​ປອດ​ໄພ”?

ໜຶ່ງ, ໄວ້​ວາງໃຈໃນ​ພຣະ​ເຈົ້າ. ຈົ່ງ​ໄວ້​ວາງໃຈ​ໃນ​ແຜນ​ນິລັນດອນ​ຂອງ​ພຣະ​ອົງ​ສຳລັບ​ທ່ານ. ເຮົາ​ແຕ່ລະຄົນ​ເປັນ “ບຸດ ຫລື ທິດາ​ທາງ​ວິນ​ຍານ​ທີ່​ຊົງ​ຮັກ​ຂອງ​ພຣະ​ບິດາ​ມານ​ດາ​ແຫ່ງ​ສະ​ຫວັນ.” ຄວາມ​ຮັກ​ຂອງ​ພວກ​ພຣະ​ອົງ​ສຳລັບ​ພວກ​ເຮົາ​ແມ່ນ​ແຈ້ງ​ຊັດ​ດີ​ຢູ່​ໃນ​ພຣະ​ບັນ​ຍັດ. ພຣະ​ບັນຍັດ​ເປັນ​ຄຳ​ສອນ​ທີ່​ຈຳເປັນ​ເພື່ອ​ສັ່ງສອນ, ນຳພາ, ແລະ ປົກ​ປ້ອງ​ເຮົາ ຂະນະ​ທີ່​ເຮົາ “ມີ​ປະສົບ​ການຢູ່​ໃນ​ໂລກ.”

ໃນ​ “ອາ​ນາກ່ອນ​ຊີວິດມະຕະ” ເຮົາ​ໄດ້​ໃຊ້ອຳເພີໃຈ​ຂອງ​ເຮົາ​ ເພື່ອ​ຮັບ​ແຜນ​ຂອງ​ພຣະ​ເຈົ້າ, ແລະ ເຮົາ​ໄດ້​ຮຽນ​ຮູ້​ວ່າ ການ​ເຊື່ອ​ຟັງ​ກົດ​ນິລັນດອນ​ຂອງ​ພຣະ​ເຈົ້າ​ແມ່ນ​ຈຳເປັນ​ຕໍ່​ຄວາມ​ສຳເລັດ​ຜົນຂອງ​ເຮົາ ​ໃນ​ແຜນ​ຂອງ​ພຣະອົງ. ພຣະ​ຄຳ​ພີ​ສອນ​ເຮົາ​ວ່າ: “ມີ​ກົດ, ອອກ​ຄຳ​ສັ່ງ​ໄວ້​ໃນ​ສະຫວັນ​ຢ່າງ​ປ່ຽນແປງ​ບໍ່​ໄດ້​ ກ່ອນ​ການ​ວາງ​ຮາກ​ຖານ​ຂອງ​ໂລກ, ຊຶ່ງ​ໃນ​ນັ້ນ ພອນ​ທັງ​ປວງ​ໄດ້​ຖືກ​ກຳນົດ​ໄວ້​ແລ້ວ.” ຖ້າ​ຫາກ​ເຮົາ​ເຊື່ອ​ຟັງ​ກົດ​ນັ້ນ, ເຮົາ​ກໍ​ໄດ້​ຮັບ​ພອນ​ຕ່າງໆ.

ແມ່ນ​ແຕ່​ພ້ອມ​ດ້ວຍ​ຄວາມ​ຜິດພາດ, ການ​ຕໍ່ຕ້ານ, ແລະ ການ​ຮຽນ​ຮູ້​ທີ່​ຄຽງ​ຄູ່​ໄປ​ກັບ​ປະສົບ​ການ​ມະຕະ​ຂອງ​ເຮົາ, ພຣະ​ເຈົ້າ​ຈະ​ບໍ່​ລືມ​ຄວາມ​ສາມາດ​ນິລັນດອນ​ຂອງ​ເຮົາ, ແມ່ນ​ແຕ່​ເມື່ອ​ເຮົາ​ລືມ​ມັນ. ເຮົາ​ສາມາດ​ໄວ້​ວາງໃຈ​​ພຣະ​ອົງ “ເພາະ​ພຣະ​ເຈົ້າ​ປາດຖະໜາ​ໃຫ້​ລູກໆ​ຂອງ​ພຣະ​ອົງ​ກັບ​ຄືນ​ມາ​ຫາ​ພຣະ​ອົງ.” ແລະ ພຣະ​ອົງ​ໄດ້​ຈັດ​ເສັ້ນທາງ​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະເຢ​ຊູ​ຄຣິດ ​ໄວ້​ໃຫ້​ເຮົາ. ການ​ຊົດ​ໃຊ້​ເປັນ “ຈຸດ​ໃຈກາງ​ຂອງ​ແຜນ​ແຫ່ງ​ຄວາມ​ລອດ.”

ສອງ, ໄວ້ໃຈພຣະ​ເຢ​ຊູ. ການສະແດງອອກ​ທີ່​ດີ​ທີ່​ສຸດ​ເຖິງ​ການ​ເຊື່ອ​ຟັງ ແລະ ຄວາມ​ຮັກ​ທີ່​ບໍລິສຸດ ຄື​ການ​ຊົດ​ໃຊ້​ຂອງ​ພຣະ​ເຢ​ຊູ​ຄຣິດ. ​ໃນການ​ຍິນຍອມ​ຕໍ່​ພຣະປະສົງ​ຂອງ​ພຣະບິດາ​, ພຣະອົງ​ໄດ້​ສະລະ​ພຣະຊົນ​ຂອງ​ພຣະ​ອົງ​ສຳລັບ​ເຮົາ. ພຣະອົງ​ໄດ້​ກ່າວ​ວ່າ, “ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງຄຳ​ສັ່ງ​ຂອງ​ເຮົາ ພວກ​ເຈົ້າກໍ​ຈະຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ເຮົາ; ​ເໝືອນ​ດັ່ງ​ເຮົາ​ໄດ້​ເຊື່ອ​ຟັງ​ຂໍ້​ຄຳ​ສັ່ງ​ຂອງ​ພຣະບິດາ ​ແລະ ຕັ້ງຢູ່​ໃນ​ຄວາມ​ຮັກ​ຂອງ​ພຣະອົງ.”

ພຣະ​ເຢ​ຊູ​ໄດ້​ສອນ​ວ່າ:

“ຈົ່ງ​ຮັກ​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າ ດ້ວຍ​ສຸດ​ໃຈ, ດ້ວຍ​ສຸດ​ຈິດ, ​ແລະ ດ້ວຍ​ສຸດ​ຄວາມ​ຄິດ​ຂອງ​ເຈົ້າ.

“ນັ້ນ​ແຫລະ ​ແມ່ນ​ກົດ​ບັນຍັດ​ຂໍ້​ໃຫຍ່ ​ແລະ ຂໍ້​ຕົ້ນ.

ຂໍ້​ທີ​ສອງ​ກໍ​ເໝືອນ​ກັນ​ຄື, ຈົ່ງ​ຮັກ​ເພື່ອນ​ບ້ານ​ເໝືອນ​ຮັກ​ຕົນ​ເອງ.”

ທຸກໆ​ວັນ​ອາທິດ​ ເຮົາ​ມີ​ໂອກາດ​ທີ່​ຈະ​ໄຕ່ຕອງ ​ແລະ ລະນຶກ​ເຖິງ​ຄວາມ​ຮັກ​ອັນ​ບໍລິສຸດ​ຂອງ​ພຣະ​ຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ ເມື່ອ​ເຮົາ​ຮັບ​ສ່ວນ​ສັນຍາ​ລັກ​ຂອງ​ການ​ຊົດ​ໃຊ້​ທີ່​ບໍ່​ມີ​ຂອບ​ເຂດ​ຂອງ​ພຣະ​ອົງ. ໃນ​ລະຫວ່າງ​ສິນ​ລະ​ລຶກ, ຂ້າພະເຈົ້າ​ສັງເກດ​ເບິ່ງ​ຂະນະ​ທີ່​ມື ແລະ ແຂນ​ຢື້​ອອກ​ໄປ​ເພື່ອ​ຢາຍ​ເຂົ້າຈີ່ ແລະ ນ້ຳ. ຂະນະ​ທີ່​ຂ້າພະເຈົ້າ​ຢື້​​ແຂ​ນຂອງ​ຂ້າ​ພະ​ເຈົ້າອອກ​ໄປ ແລະ ​ຮັບ​ສ່ວນ​, ຂ້າພະເຈົ້າ​ເຮັດ​ພັນທະ​ສັນຍາ​ວ່າ​ ຂ້າພະເຈົ້າ​ເຕັມ​ໃຈ​ຮັບ​ພຣະ​ນາມ​ຂອງ​ພຣະ​ອົງ ເພື່ອ​ລະນຶກ​ເຖິງ​ພຣະ​ອົງ, ແລະ ຮັກສາ​ພຣະ​ບັນຍັດ​ຂອງ​ພຣະ​ອົງ. ແລະ ພຣະ​ອົງ​ສັນຍາ​ວ່າ​ [ເຮົາ] ​ຈະ​ມີ​ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ຢູ່​ກັບ​ [ເຮົາ] ​ຕະຫລອດ​ເວ​ລາ.”

ສາມ, ໄວ້ວາງໃຈ​ໃນການ​ຊື່ມ​ຂອງ​ພຣະ​ວິນ​ຍານ. ທ່ານ​ຈື່ປະສົບ​ການ​ຂອງ​ຂ້າພະເຈົ້າ​ກັບ​ນາງ​ຄະ​ໂລ​ອີ​​ໄດ້​ບໍ່ ວ່າ​ພຣະ​ວິນ​ຍານ​ໄດ້​ຊື່ມ​ຂໍ້​ພຣະ​ຄຳ​ພີ​​ໃສ່​ຫູຂ້າພະເຈົ້າ? ນັ້ນ​ແມ່ນ​ ພຣະ​ທຳ​ໂຢ​ຮັນ, ບົດ​ທີ 14, ຂໍ້ທີ 15 ວ່າ: “ຖ້າ​ພວກ​ເຈົ້າ​ຮັກ​ເຮົາ, ພວກ​ເຈົ້າ​ກໍ​ຈະ​ເຊື່ອ​ຟັງ​ກົດ​ບັນຍັດ​ຂອງ​ເຮົາ.” ແລະ ຂໍ້​ທີ່​ສຳຄັນ​ກໍ​ຕິດຕາມ​ມາ ວ່າ:

“ຝ່າຍ​ເຮົາ​ຈະ​ທູນ​ຂໍ​ພຣະ​ບິດາ​ເຈົ້າ, ແລະ ພຣະ​ອົງ​ຈະ​ຊົງ​ປະທານ​ຜູ້​ຊ່ອຍ​ອີກ​ອົງ​ໜຶ່ງ​ແກ່​ພວກ​ເຈົ້າ, ເພື່ອ​ຈະ​ຢູ່​ກັບ​ພວກ​ເຈົ້າ​ຕະຫລອດ​ໄປ​ເປັນນິດ;

“ຄື​ພຣະ​ວິນ​ຍານ​ແຫ່ງ​ຄວາມ​ຈິງ; ຊຶ່ງ​ໂລກ​ບໍ່​ອາດ​ຈະ​ຮັບ​ພຣະ​ອົງ​ໄດ້, ເພາະ​ໂລກ​ບໍ່​ເຫັນ ແລະ ບໍ່​ຮູ້ຈັກ​ພຣະ​ອົງ: ແຕ່​ພວກ​ເຈົ້າ​ຮູ້ຈັກ​ພຣະ​ອົງ; ເພາະ​ພຣະ​ອົງ​ສະຖິດ​ຢູ່​ກັບພວກ​ເຈົ້າ, ແລະ ຈະ​ຢູ່​ໃນ​ພວກ​ເຈົ້າ.”

ສະມາຊິກ​ທີ່​ມີຄ່າ​ຄວນ​ທຸກ​ຄົນຂອງ​ສາດສະໜາ​ຈັກ​ຂອງ​ພຣະ​ເຢ​ຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ​ທີ່​ໄດ້​ຮັບ​ການ​ຢືນຢັນ​ແລ້ວ ມີ​ສິດ​ທີ່​ຈະ​ໄດ້​ຮັບ​ພຣະ​ວິນ​ຍານ​ບໍລິສຸດ​ເປັນ​ເພື່ອນ. ການ​ຖື​ສິນ​ອົດ​ເຂົ້າ, ການ​ອະທິຖານ, ການ​ສຶກສາ​ພຣະ​ຄຳ​ພີ, ແລະ ການ​ເຊື່ອ​ຟັງ ​ຈະ​ເພີ່ມ​ຄວາມ​ສາມາດ​ຂອງ​ເຮົາ​ທີ່​ຈະ​ໄດ້​ຍິນ ແລະ ຮູ້ສຶກ​ເຖິງການ​ກະ​ຕຸ້ນ​ຂອງ​ພຣະ​ວິນ​ຍານ.

ເມື່ອ​ຈິດໃຈ​ຂອງ​ທ່ານ​ເຕັມ​ປ່ຽມ​ດ້ວຍ​ຄວາມ​ສົງໄສ ແລະ ຄວາມ​ສັບສົນ, ພຣະ​ບິດາ ແລະ ພຣະ​ບຸດ​ຈະ​ສົ່ງ​ພຣະ​ວິນ​ຍານ​ບໍລິສຸດມາ ​ເພື່ອຕັກ​ເຕືອນ ແລະ ນຳພາທ່ານ​ໄປ​ ຜ່ານ​ຜ່າອັນຕະລາຍ​ຂອງ​ການ​ເດີນທາງ​ໃນ​ຊີວິດ​ມະຕະ​ຢ່າງ​ປອດ​ໄພ. ພຣະອົງ​ຈະ​ຊ່ອຍ​ທ່ານ​ໃຫ້​ຈື່​ຈຳ, ປອບ​ໂຍນ​ທ່ານ, ​ແລະ ​ເຮັດ​ໃຫ້​ທ່ານ “ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ ​ແລະ ຄວາມ​ຮັກ​ທີ່​ບໍລິບູນ.”

ສີ່, ໄວ້​ວາງໃຈ​ຄຳ​ແນະນຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່. ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ​ໄດ້​ຈັດ​ຫາ​ວິທີ​ທາງ​ໃຫ້​ເຮົາ​ເພື່ອ​ຈະ​ໄດ້​ຍິນ​ພຣະ​ຄຳ​ຂອງ​ພຣະ​ອົງ ແລະ ຮູ້​ກົດ​ຂອງ​ພຣະ​ອົງ​ຜ່ານ​ສາດສະດາ​ຂອງ​ພຣະ​ອົງ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະກາດ​ວ່າ, ພຣະຄຳ​ຂອງ​ພຣະ​ອົງ​ຈະ … ເກີດ​ເປັນ​ຈິງ, ບໍ່​ວ່າ​ຈະ​ເປັນ​ໂດຍ​ສຸລະສຽງ​ຂອງ​ພຣະ​ອົງ ຫລື ໂດຍ​ສຽງ​ຂອງ​ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ, ມັນ​ກໍ​ເໝືອນ​ກັນ.”

​ເມື່ອ​ບໍ່​ດົນ​ມາ​ນີ້, ສາດສະດາ​ທີ່​ມີ​ຊີວິດ​ຢູ່ ​ໄດ້ແນະນຳ​ເຮົາ​ໃຫ້ “ຖື​ວັນ​ຊະບາ​ໂຕ, ຢືດ​ຖື​ໄວ້​ໃຫ້​ເປັນ​ວັນ​ສັກສິດ,” ​ແລະ ​ໃຫ້​ດຳລົງ​ຊີວິດ​ຕາມ​ກົດ​ຂອງ​ການ​ຖື​ສິນ​ອົດ​ເຂົ້າ. ການ​ເຊື່ອ​ຟັງ​ຕໍ່​ຄຳ​ແນະນຳ​ຂອງ​ສາດສະດາ ຈະ​ຕຽມທາງ​ໃຫ້​ເຮົາ ທີ່​ຈະ​ເຊື່ອ​ຟັງພຣະບັນຍັດ​ຂອງພຣະ​ເຈົ້າ ທີ່​ຈະ​ຮັກ​ພຣະອົງ ​ແລະ ຮັກ​ເພື່ອນ​ບ້ານ​ຂອງ​ເຮົາ ​​ເມື່ອເຮົາ​ມີສັດທາ​ຫລາຍຂຶ້ນໃນ​ພຣະຄຣິດ​ ​ແລະ ​ເອື້ອມ​ອອກ​ໄປ ​ເພື່ອ​ຮັກ ​ແລະ ດູ​ແລ​ຄົນ​ອື່ນ.

​ເຮົາ​ອຸ່ນ​ໃຈ​ກັບ​ພຣະ​ຄຳ​ດັ່ງ​ຕໍ່​ໄປ​ນີ້​ຂອງ​ພຣະຜູ້​ເປັນ​ເຈົ້າ ຊຶ່ງ​ກ່າວ​ຜ່ານ​ສາດສະດາ​ຂອງ​ພຣະອົງ. ພຣະ​ເຈົ້າ​ໄດ້​ເອີ້ນ​ປະທານທອມ​ມັສ ແອັສ ມອນສັນ, ທີ່​ປຶກສາ​ໃນ​ຝ່າຍ​ປະທານ​ສູງ​ສຸດ, ​ແລະ ສະມາຊິກ​ໃນ​ກຸ່ມ​ອັກ​ຄະ​ສາວົກ​ສິບ​ສອງ​​ໃຫ້ເປັນ​ສາດສະດາ, ຜູ້​ພະຍາກອນ, ແລະ ຜູ້​ເປີດເຜີຍ. ​ຢູ່​ໃນ​ໂລກ​ທີ່​​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານ​ກົວ, ສິ່ງ​ລົບ​ກວນ, ຄວາມ​ຍາກ​ລຳບາກ, ​ແລະ ຄວາມ​ຄຽດ​ແຄ້ນ, ​ເຮົາ​ສາມາດ​ເພິ່ງ​ອາ​ໄສ​ພວກ​ເພິ່ນ ​ເພື່ອ​ຈະ​ໄດ້​ເຫັນ​ວິທີ​ທີ່​ສານຸສິດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ທີ່​ເຕັມ​ປ່ຽມ​ດ້ວຍ​ຄວາມ​ໃຈ​ບຸນ, ເບິ່ງ, ໄດ້​ຍິນ, ແລະ ຕອບ​ໂຕ້​ຕໍ່​ບັນຫາ​ທີ່​ສາມາດ​ກໍ່ໃຫ້ເກີດ​ການ​ຂັດ​ແຍ້ງ​ກັນ​ໄດ້. ພວກ​ເພິ່ນ​ເປັນ​ພະຍານ​ເຖິງ​ພຣະ​ເຢ​ຊູ​ຄຣິດ ແລະ ຕອບ​ສະໜອງ​ດ້ວຍ​ຄວາມ​ໃຈ​ບຸນ, ຊຶ່ງ​ເປັນຄວາມ​ຮັກ​ອັນບໍລິສຸດ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອົງ​ທີ່​ພວກ​ເພິ່ນ​ເປັນ​ສັກຂີ​ພະຍານ​ເຖິງ.

ຫລັງ​ຈາກປະສົບ​ການ​ຂອງ​ຂ້າພະ​ເຈົ້າກັບ​ນາງຄະໂລອີ, ຂ້າພະ​ເຈົ້າ​ໄດ້​ຊອກ​ຫາ​ຂໍ້​ພຣະຄຳ​ພີ ທີ່​ກ່າວ​ເຖິງ​ພຣະບັນຍັດ ​ແລະ ຄວາມ​ຮັກ. ຂ້າພະ​ເຈົ້າ​ໄດ້​ພົບ​ເຫັນ​ຢູ່​ຫລາຍ​ບ່ອນ. ພຣະບັນຍັດ​ຂອງ​ພຣະອົງ ​ແມ່ນ​ການສະ​ແດງ​ໃຫ້​ປະຈັກ​ເຖິງ​ຄວາມ​ຮັກ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ເຮົາ, ​ແລະ ການ​ເຊື່ອ​ຟັງ​ຕໍ່​ພຣະ​ບັນຍັດ​ຂອງ​ພຣະອົງ ​​ແມ່ນ​ການສະ​ແດງ​ຄວາມ​ຮັກ​ຂອງ​ເຮົາ​ຕໍ່​ພຣະອົງ.

ຂ້າພະເຈົ້າ​ເປັນ​ພະຍານ​ວ່າ​ ເມື່ອ​ເຮົາ​ໄວ້​ພຣະ​ໄທ​ພຣະ​ເຈົ້າ, ພຣະ​ບິດາ​ນິລັນດອນ​ຂອງ​ເຮົາ; ໄວ້​ພຣະ​ໄທ​ພຣະ​ບຸດ​ຂອງ​ພຣະ​ອົງ, ພຣະ​ເຢ​ຊູ​ຄຣິດ ແລະ ​ການ​ໃຊ້​ສັດທາ​ໃນ​ການ​ຊົດ​ໃຊ້​ຂອງ​ພຣະ​ອົງ; ໄວ້​ພຣະ​ໄທ​ກັບການ​ຊື່ມ​ຂອງ​ພຣະ​ວິນ​ຍານ; ແລະ ໄວ້ວາງໃຈ​​ໃນຄຳ​ແນະນຳ​ຂອງ​ສາດສະດາ​ທີ່​ມີ​ຊີວິດ​ຢູ່, ເຮົາ​ຈະ​ພົບ​ເຫັນ​ເສັ້ນທາງ​ຂອງ​ເຮົາ​ຈາກ​ຂ້າງ​ຖະໜົນ ແລະ ເດີນທາງ​ຕໍ່​ໄປ​ຢ່າງ​ປອດ​ໄພ​—​ບໍ່​ແມ່ນ​ພຽງ​ແຕ່​ຈະ​ອົດທົນ​ເທົ່າ​ນັ້ນ​—ແຕ່​ພົບ​ເຫັນ​ຄວາມສຸກ​ໃນ​ການ​ເດີນທາງ​ກັບ​ບ້ານ. ໃນ​ພຣະ​ນາມ​ຂອງ​ພຣະ​ເຢ​ຊູ​ຄຣິດ, ອາແມນ.

ແຫລ່ງ​ອ້າງ​ອີງ

  1. ໂຢ​ຮັນ 14:15.

  2. Neil L. Andersen, “You Know Enough,” Liahona, Nov. 2008, 14.

  3. “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ,” Liahona, Nov. 2010, 129.

  4. ເບິ່ງ “ຄອບ​ຄົວ: ການ​ປະ​ກາດ​ຕໍ່​ໂລກ.”

  5. ເບິ່ງ Doctrine and Covenants 130:20.

  6. Russell M. Nelson, in R. Scott Lloyd, “God Wants His Children to Return to Him, Elder Nelson Teaches,” Church News section of LDS.org, Jan. 28, 2014.

  7. Russell M. Nelson, “Prepare for the Blessings of the Temple,” Liahona, Oct. 2010, 49.

  8. ໂຢ​ຮັນ 15:10.

  9. ມັດ​ທາຍ 22:37–39.

  10. ເບິ່ງ Doctrine and Covenants 20:77, 79.

  11. ໂຢ​ຮັນ 14:16–17.

  12. ໂມ​ໂຣ​ໄນ 8:26.

  13. ເບິ່ງ Doctrine and Covenants 1:38.

  14. ອົບ​ພະ​ຍົບ 20:8.

  15. ເບິ່ງ Handbook 2: Administering the Church (2010), 6.1.2.