​2010–2019
​ໃຫ້​ມີ​ໃຈ​ເດັດດ່ຽວ ​ແລະ ກ້າຫານ
ເມສາ 2014


16:18

​ໃຫ້​ມີ​ໃຈ​ເດັດດ່ຽວ ​ແລະ ກ້າຫານ

ຂໍ​ໃຫ້​ເຮົາ—​ເຮົາ​ທຸກ​ຄົນ—​ຈົ່ງ​ມີ​ຄວາມ​ກ້າຫານ​ທີ່​ຈະຕໍ່ຕ້ານກັບ​ຄວາມ​ຄິດ​ເຫັນ​ສ່ວນ​​ໃຫຍ່, ມີ​ຄວາມ​ກ້າຫານ​ທີ່​ຈະ​ຍຶດໝັ້ນ​ໃນ​ຫລັກ​ທຳ.

ອ້າຍ​ນ້ອງ​ທີ່​ຮັກ​ແພງ, ຂ້າພະ​ເຈົ້າດີ​ໃຈ​ຫລາຍ​ທີ່​ໄດ້​ມາ​ຮ່ວມ​ນຳ​ທ່ານ. ຂ້າພະ​ເຈົ້າອະທິຖານ​ຂໍ​ໃຫ້​ສະຫວັນ​ຊ່ອຍ​ເຫລືອ ​ໃນ​ຂະນະ​ທີ່​ຂ້າພະ​ເຈົ້າກ່າວ​ກັບ​ທ່ານ.

ນອກ​ເໜືອ​ໄປ​ຈາກ​ສູນ​ກາງ​ປະຊຸມ​ນີ້ ກໍ​ມີ​ຫລາຍ​ພັນ​ຄົນ​ທີ່​ເຕົ້າ​ໂຮມ​ກັນ​ຢູ່​ໃນ​ຕຶກ​ໂບດ ​ແລະ ​ໃນ​ສະພາບການ​ທີ່​ແຫ່ງ​ອື່ນໆ ຕະຫລອດ​ທົ່ວ​ໂລກ. ​ເຮົາ​ທຸກ​ຄົນ​ມີ​ບາງ​ສິ່ງ​ທີ່​ຄ້າຍຄື​ກັນ ​ເພາະ​ເຮົາ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ.

​ເຮົາ​ມາ​ສູ່​ໂລກ​ນີ້​ໃນ​ຊ່ວງ​ໄລຍະ​ທີ່​ດີ​ເລີດ​ໃນ​ປະຫວັດສາດ​ຂອງ​ໂລກ. ​ໂອກາດ​ຂອງ​ເຮົາ​ເກືອບ​ບໍ່​ມີ​ຂອບ​ເຂດ, ​​ແຕ່​ເຮົາ​ກໍ​ຍັງ​ມີ​ການ​ທ້າ​ທາຍ​ຢູ່, ບາງ​ຢ່າງ​ກໍ​ພິ​ເສດສຳລັບ​ວັນ​ເວລາ​ຂອງ​ເຮົາ​​ເທົ່າ​ນັ້ນ.

​ເຮົາ​ມີ​ຊີວິດ​ຢູ່​​ໃນ​ໂລກ​ຕອນ​ທີ່​ຄຸນຄ່າ​ທາງ​ສິນ​ທຳ​ໄດ້​ຖືກ​ປະຕິ​ເສດ, ຕອນ​ທີ່​ບາບຖືກ​ສະ​ແດງ​ໃຫ້​​ເຫັນ​ຢ່າງ​ເປີດ​ແປນ, ​ແລະ ຕອນ​ທີ່​ການ​ລໍ້​ລວງ​ທີ່​ຈະ​ໃຫ້​ໜີ​ຈາກ​ເສັ້ນທາງ​ທີ່​ຄັບ​ແຄບ ຢູ່​ອ້ອມ​ຮອບ​ຕົວ​ເຮົາ. ​ເຮົາ​ກຳລັງ​ປະ​ເຊີນ​ກັບ​ຄວາມ​ກົດ​ດັນ ​ແລະ ອິດ​ທິພົນທີ່​ຫລອກ​ລວງ ຊຶ່ງ​ປ່ຽນຄວາມ​ສຸພາບ​ຮຽບຮ້ອຍ​​ໄປ​ຕາມ​ທາງ​ປັດ​ຊະ​ຍາ​ ​ແລະ ການ​ປະຕິ​ບັດອັນ​ຕື້ນໆ​ຂອງ​ສັງຄົມ.

​ເພາະ​ການ​ທ້າ​ທາຍ​ເຫລົ່ານັ້ນ ​ແລະ ອື່ນໆ, ​​ເຮົາ​ຕ້ອງ​ໄດ້​ຕັດສິນ​ໃຈ​ສະ​ເໝີ ຊຶ່ງ​ເປັນ​ສິ່ງ​ກຳນົດ​ວິຖີ​ຊີວິດ​ຂອງ​ເຮົາ. ​ກ່ອນ​ເຮົາ​ຈະ​ສາມາດ​ຕັດສິນ​ໃຈ​​ເຮັດ​ສິ່ງທີ່​ຖືກຕ້ອງ​ໄດ້, ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ—ຄວາມ​ກ້າຫານ​ທີ່​ຈະ​ກ່າວ​ວ່າ “ບໍ່” ​ຄວາມກ້າຫານ​ທີ່​ຈະ​ກ່າວ​ວ່າ “​ແມ່ນ​ແລ້ວ” ​ເມື່ອ​​ເໝາະ​ສົມ, ​ຄວາມກ້າຫານ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ​ເພາະວ່າ​ມັນ​ເປັນ​ສິ່ງ​ທີ່​ຖືກຕ້ອງ.

​ເພາະ​ມາດຕະຖານ​​ໃນ​ສັງຄົມ​ທຸກ​ວັນ​ນີ້ ຫ່າງ​ໄກ​ຈາກ​ຄຸນຄ່າ ​ແລະ ຫລັກ​ທຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າຫລາຍ, ສະນັ້ນ ​ເຮົາ​ຈຶ່ງ​​ແນ່​ໃຈ​ໄດ້​ວ່າ ຈະ​ຖືກ​ເອີ້ນ​ໃຫ້​ປົກ​ປ້ອງ​ສິ່ງ​ທີ່​ເຮົາ​ເຊື່ອ. ​ເຮົາ​ມີ​ຄວາມ​ກ້າຫານ​ທີ່​ຈະ​ເຮັດ​ບໍ?

ປະທານ ​ເຈ ຣູ​ເບັນ ຄະລາ​ກ ຜູ້​ລູກ, ຜູ້​ໄດ້​ເປັນ​ສະມາຊິກ​ໃນ​ຝ່າຍ​ປະທານ​ສູງ​ສຸດ​ເປັນ​ເວລາ​ຫລາຍ​ປີ ​ໄດ້​ກ່າວ​ວ່າ: “​ເຄີຍ​ມີ​ກໍລະນີ​ທີ່​ບາງ​ຄົນ​ທີ່​ເຊື່ອ … ແຕ່​ຮູ້ສຶກ​ວ່າ, ຖ້າ​ຫາກ​ເຂົາ​ຈະ​ຢືນຢັນ​ກ່ຽວ​ກັບ​ຄວາມ​ເຊື່ອ​ຂອງ​ເຂົາ ​ແລ້ວ​​ໝູ່​ເພື່ອນ​ຂອງ​ເຂົາ​ຈະ​ເວົ້າ​ເຍາະ​ເຍີ້​ຍ​ເຂົາ, ສະນັ້ນ​ເຂົາ​ຈຶ່ງ​ຕ້ອງ​ປັບ​ຕົວ​ໃຫ້​ເຂົ້າກັບ​ໝູ່​ເພື່ອນ, ຫລື ທຳທ່າ​ວ່າ​​​ເຂົາ​ບໍ່​ເຊື່ອ​ສິ່ງ​ທີ່​ເຂົາ​ເຄີຍ​ເຊື່ອ​ອີກ​ແລ້​ວ. ຄົນ​ເຊັ່ນ​ນັ້ນ​ເປັນ​ຄົນໜ້າ​ຊື່​ໃຈ​ຄົດ.” ບໍ່​ມີ​ໃຜ​ໃນ​ພວກ​ເຮົາ​ຢາກ​ຖືກ​ເອີ້ນ​ວ່າ​ແນວ​ນັ້ນ, ​ແຕ່​ເຮົາ​ຍັງ​ລັງ​ເລ​ໃຈ​ທີ່​ຈະ​ປະກາດ​ສັດທາ​ຂອງ​ເຮົາ​ຢູ່​ບໍ?

​ເຮົາ​ສາມາດ​ຊ່ອຍ​ເຫລືອຕົນ​ເອງ​ໃນ​ຄວາມ​ປາດ​ຖະໜາ​ທີ່​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ ຖ້າ​ຫາກ​ເຮົາຢູ່​ໃນ​ສະຖານ​ທີ່ ​ແລະ ມີ​ສ່ວນ​ໃນ​ກິດຈະກຳທີ່​ເຮັດ​ໃຫ້​ຄວາມ​ຄິດ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ສິ່ງ​ທີ່​ດີ ​ແລະ ​ເປັນ​ບ່ອນ​ທີ່​ພຣະວິນ​ຍານ​ຂອງ​ພຣະຜູ້​ເປັນ​ເຈົ້າຈະສະບາຍ​ພຣະ​ໄທ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ອ່ານ​ບາງ​​ເລື່ອງ​ກ່ຽວ​ກັບ​ຄຳ​ແນະນຳ​ຂອງ​ພໍ່​ຕໍ່​ລູກ​ຊາຍ​ຂອງ​ລາວ ຕອນ​ລາວ​​​ອອກ​ຈາກ​ເຮືອນ​​ໄປ​ເຂົ້າ​ໂຮງຮຽນວ່າ, “ຖ້າ​ຫາກ​ລູກ​ເຫັນ​ວ່າ ລູກ​ຢູ່​ໃນ​ບ່ອນ​ທີ່​ລູກ​ບໍ່​ຄວນ​ຢູ່, ​​ແລ້ວໃຫ້​ລູກ​ອອກ​ໜີ​!” ຂ້າພະ​ເຈົ້າຂໍ​ແນະນຳ​ທ່ານ​ດ້ວຍ​ຄຳ​ແນະນຳ​ອັນ​ດຽວ​ກັນນັ້ນວ່າ: “ຖ້າ​ຫາກ​ທ່ານ​ເຫັນ​ວ່າ ທ່ານ​ຢູ່​ໃນ​ບ່ອນ​ທີ່​ທ່ານ​ບໍ່​ຄວນ​ຢູ່, ​ແລ້ວ​ໃຫ້​ທ່ານ​ອອກ​ໜີ!”

ເຮົາ​ຈະ​ຖືກ​ເອີ້ນ​ໃຫ້​ມີ​ຄວາມ​ກ້າຫານ​ເລື້ອຍໆ. ທຸກ​ມື້​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ—ບໍ່​ແມ່ນ​ແຕ່​ໃນ​ໂອກາດ​ທີ່​​ໃຫຍ່​ໂຕ​ເທົ່າ​ນັ້ນ, ​ແຕ່​ສ່ວນ​ຫລາຍ​​​ແມ່ນ​ຕອນ​ທີ່​ເຮົາ​ຕ້ອງຕັດສິນ​ໃຈ ຫລື ປະ​ເຊີນ​ກັບ​ສະພາບ​ການ​ທີ່​ເກີດ​ຂຶ້ນຢູ່ອ້ອມ​ຮອບ​ເຮົາ. ນັກ​ກະວີ ​ແລະ ນັກ​ຂຽນ​ປຶ້ມ ​ຄົນສະ​ກ໊ອດ ​ຊື່ ຣໍ​ເບີດ ຫລຸຍ ສະຕີ​ບ​ເວັນ​ເຊິ​ນ ​ໄດ້​ກ່າວ​ວ່າ: “ຄວາມ​ກ້າຫານ​ທຸກ​ວັນ​ບໍ່​ມີ​ຫລາຍ​ຄົນ​ເຫັນ. ​ແຕ່​ຄວາມ​ກ້າຫານ​ຂອງ​ທ່ານ​ກໍ​ມີ​ກຽດ​, ​ເຖິງ​ແມ່ນ​ບໍ່​ມີ​ໃຜຊຸກຍູ້ ​ແລະ ບໍ່ມີ​ຄົນ​ຮ້ອງ​ໂຮ​ສັນລະ​ເສີນ​ກໍ​ຕາມ.”

ຄວາມ​ກ້າຫານ​ມາ​ເຖິງໃນ​ຫລາຍ​ຮູບ​ແບບ. ນັກ​ຂຽນ​ຊາວ​ຄຣິດຊື່ ຊາລີ ສະ​ວິນ​ໂດ ​ໄດ້​ຂຽນ​ວ່າ: “ຄວາມ​ກ້າຫານ​ບໍ່​ມີ​ກຳນົດ​ຢູ່​ໃນ​ສະໜາມຮົບ … ຫລື ​ໃນ​ຕອນ​ຈັບ​​ຂະ​ໂມ​ຍ​ຢູ່​ໃນ​ບ້ານ​​ເຮືອນ​ຂອງ​ທ່ານ. ການ​ທົດ​ສອບ​ຄວາມ​ກ້າຫານທີ່​ແທ້​ຈິງ​ແມ່ນ​ງຽບ​ກວ່າ​ນັ້ນ. ມັນ​ເປັນ​ການ​ທົດ​ສອບ​ພາຍ​ໃນ, ​ເຊັ່ນ​ການ​ຍຶດໝັ້ນຢູ່​ໃນ​ຄວາມ​ຊື່ສັດ ຕອນ​ທີ່​ຄົນ​ອື່ນ​ບໍ່ສົນ​ໃຈ​ກັບ​ທ່ານ, … ເຊັ່ນ​ດຽວ​ກັບ ການ​ຢືນ​ຢູ່​ຄົນ​ດຽວ ​ເມື່ອ​ຄົນ​ອື່ນ​​ເຂົ້າ​ໃຈ​ຜິດ​ທ່ານ.” ຂ້າພະ​ເຈົ້າ​ເຊື່ອ​ວ່າ ຄວາມ​ກ້າຫານ​ພາຍ​ໃນ​ນີ້ ​ແມ່ນ​ຮ່ວມ​ດ້ວຍ​ການ​ເຮັດ​ສິ່ງ​ທີ່​ດີ ​ເຖິງ​ແມ່ນ​ເຮົາ​ອາດ​ຢ້ານ​ກົວ, ​ໃນ​ການ​ປົກ​ປ້ອງ​ຄວາມ​ເຊື່ອ​ຂອງ​ເຮົາ​ເຖິງ​ແມ່ນ​ອາດ​ຖືກ​ຄົນ​ອື່ນ​ເຍາະ​ເຍີ້​ຍກໍ​ຕາມ, ​ແລະ ຮັກສາ​ຄວາມ​ເຊື່ອ​ເຫລົ່ານັ້ນຕອນ​ທີ່​ເຮົາ​ອາດ​ສູນ​ເສຍ​ໝູ່​ເພື່ອນ ຫລື ຖານະ​ໃນ​ສັງຄົມ​ຂອງ​ເຮົາ​ໄປ. ຜູ້​ທີ່​ຍຶດໝັ້ນ​ໃນ​ສິ່ງ​ທີ່​ຖືກຕ້ອງ ຈະຕ້ອງຊ່ຽງທີ່ຈະ​ຖືກລັງ​ກຽດ ​ແລະ ບໍ່​ເປັນ​ທີ່​ນິຍົມ.

​ໃນ​ຂະນະ​ທີ່​ຮັບ​ໃຊ້​ຢູ່​ໃນ​ກອງທັບ​ເຮືອ​ຂອງ​ສະຫະລັດ​ອາ​ເມຣິກາ ​ໃນ​ສົງຄາມ​ໂລກ​ຄັ້ງທີ​ສອງ, ຂ້າພະ​ເຈົ້າ​ໄດ້​ຮຽນ​ຮູ້​ເຖິງ​ຄວາມ​ກ້າຫານ, ​ໃນ​ສະພາບ​ການ​ທີ່​ອັນຕະລາຍ, ​ແລະ ຕົວຢ່າງ​ຂອງ​ຄວາມ​ກ້າຫານ. ​ເລື່ອງ​ໜຶ່ງ​ທີ່​ຂ້າພະ​ເຈົ້າບໍ່​ເຄີຍ​ລືມ ​​ແມ່ນ​ຄວາມ​ກ້າຫານ​ທີ່​ງຽບ​ທຂອງ​ທະຫານ​ເຮືອ​ອາຍຸ 18 ປີ​ຄົນ​ໜຶ່ງ—ທີ່​ບໍ່​​ໄດ້ນັບຖື​ສາດສະໜາ​ດຽວ​ກັນ​ກັບ​ເຮົາ—ຜູ້​ກ້າຫານ​ທີ່​ຈະ​ອະທິຖານ. ​ໃນ​ຈຳນວນ​ທະຫານ 250 ຄົນຢູ່​ໃນ​ກຸ່ມ, ລາວ​ເປັນ​ພຽງ​ຄົນ​ດຽວ​ທີ່​ນັ່ງ​ຄຸ​ເຂົ່າ​ອະທິຖານ​ຢູ່​ຂ້າງ​ຕຽງ​ຂອງ​ລາວ​ທຸກ​ຄືນ, ບາງ​ເທື່ອ​ລາວ​​ໄດ້ຖືກ​ໝູ່​ທະຫານ​ຮ້ອງ​ໃສ່​ລາວ​ດ້ວຍ​ສຽງ​ເຍາະ​ເຍີ້​ຍ ​ແລະ ຢອກ​ຫລິ້ນ. ລາວ​ໄດ້​ກົ້ມຫົວ​ລົງ​ອະທິຖານ​ຫາ​ພຣະ​ເຈົ້າ. ລາວ​ບໍ່​ເຄີຍ​ຢ້ານ. ລາວ​ບໍ່​ເຄີຍ​ລັງ​ເລ​ໃຈ. ລາວ​ມີ​ຄວາມກ້າຫານ.

ບໍ່​ດົນ​ມາ​ນີ້ ຂ້າພະ​ເຈົ້າ​ໄດ້​ຍິນ​ເລື່ອງ​ໜຶ່ງ​ກ່ຽວ​ກັບ​ຄົນ​ໜຶ່ງ​ທີ່​ຂາດ​ຄວາມ​ກ້າຫານ​ພາຍ​ໃນ. ​ເພື່ອນ​ຄົນ​ໜຶ່ງ​ໄດ້​ບອກ​ກ່ຽວ​ກັບ​ກອງ​ປະຊຸມ​ສິນ​ລະ​ລຶກທີ່​ເຊີດ​ຊູ​ທາງ​ວິນ​ຍານ ຊຶ່ງ​ນາງ ​ແລະ ສາມີ​ຂອງ​ນາງ​ໄດ້​ໄປ​ຮ່ວມ​ຢູ່​ໃນ​ຫວອດ​ຂອງ​ນາງ. ຊາຍໜຸ່ມ​ຄົນ​ໜຶ່ງ ຜູ້​ມີ​ຕຳ​ແໜ່​ງ​ເປັນ​ປະ​ໂລຫິດ​ຢູ່​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ​ໄດ້​ສຳພັດ​ໃຈ​ຂອງ​ທຸກຄົນ​ໃນ​ກອງ​ປະຊຸມ ​ໃນ​ຂະນະ​ທີ່​ລາວ​ໄດ້​ກ່າວ​ເຖິງ​ຄວາມ​ຈິງ​ຂອງ​ພຣະກິດ​ຕິ​ຄຸນ ​ແລະ ​ເຖິງ​ຄວາມ​ຊື່ນ​ຊົມ​ກັບ​ການ​ຮັກສາ​ພຣະບັນຍັດ. ລາວ​ໄດ້​ສະ​ແດງ​ປະຈັກ​ພະຍານ​ທີ່​ປະ​ທັບ​ໃຈ ​ໃນ​ຂະນະ​ທີ່​ລາວ​ຢືນ​ຢູ່​ແທ່ນ​ປາ​ໄສ, ​ເບິ່ງ​​ສະອາດ ​ແລະ ຮຽບຮ້ອຍ ​ໃນ​ເສື້ອ​ສີຂາວ ​ແລະ ກາລະວັດ​ຂອງ​ລາວ.

ຕໍ່​ມາ​​ໃນມື້​ດຽວ​ກັນນັ້ນ, ​ໃນ​ຂະນະ​ທີ່ຍິງ​ຄົນ​ນີ້ກັບ​ສາມີ​ຂອງ​ນາງກຳລັງ​ຂັບ​ລົດ​ອອກ​​ໄປຈາກ​ເຮືອນ​ຂອງ​ເພື່ອນ​ຂອງ​ເຂົາ​ເຈົ້າ, ​ເຂົາ​ເຈົ້າ​ໄດ້​ເຫັນ​ຊາຍ​ໜຸ່ມ​ຄົນທີ່​​ໄດ້ກ່າວ​ຖ້ອຍ​ຄຳ​ອັ​ນປະ​ທັບ​ໃຈຄົນ​ດຽວ​ກັນນັ້ນ. ​ແຕ່ລາວ​ຢູ່​ໃນ​ລັກສະນະ​ທີ່​ແຕກ​ຕ່າງ, ກຳລັງ​ຍ່າງ​ໄປ​ຕາມ​ທາງ ​ນຸ່ງ​​ເສື້ອ​ຜ້າ​ລຸງລັງ—​ແລະ ສູບຢາ. ​ເພື່ອນ​ຂອງ​ຂ້າພະ​ເຈົ້າ ​ແລະ ສາມີ​ຂອງ​ນາງ ບໍ່​ພຽງ​ແຕ່​ຜິດ​ຫວັງ​ ​ແລະ ​ໂສກ​ເສົ້າ​ເທົ່າ​ນັ້ນ, ​ແຕ່​ເຂົາ​ເຈົ້າຍັງ​ສັບສົນ​ອີກ ທີ່​ໄດ້​ເຫັນ​ຄົນ​ທີ່​ຫາ​ກໍ​ໄດ້​ກ່າວ​ປະຈັກ​ພະຍານ​ທີ່​ດົນ​ໃຈ ​ແລ້ວ​ກັບ​ເປັນ​ຄົນ​ອື່ນ​ແບບ​ບໍ່​ນຶກ​ບໍ່​ຝັນ.

ອ້າຍ​ນ້ອງ​ທັງຫລາຍ, ທ່ານ​ເປັນ​ຄົນ​ດຽວ​ກັນ​ ບໍ່​ວ່າ​ທ່ານ​ຈະ​ຢູ່​ໃນ​ບ່ອນ​ໃດ ​ແລະ ​​ເຮັດ​ສິ່ງ​ໃດ​ຢູ່​ຫລື​ບໍ່​—​ເປັນ​ຄົນ​ທີ່​ພຣະບິດາ​ເທິງ​ສະຫວັນ​ປະສົງ​ໃຫ້​ທ່ານ​ເປັນ ​ແລະ ​ເປັນ​ຜູ້​ທີ່​ທ່ານ​ຮູ້​ວ່າ​ຄວນ​ເປັນ​ຫລື​ບໍ່?

ໃນ​ການ​ສຳພາດ​ທີ່​ຖືກ​ພິມ​ໃນ​ວາລະສານ​ແຫ່ງ​ຊາດ, ນັກ​ຫລິ້ນ​ບານບ້ວງ​ທີ່​ໂດ່​ງດັງ​ຄົນ​ໜຶ່ງ​ຊື່ ຈາ​ບາຣີ ພາກ​ເກີ, ​ເປັນ​ສະມາຊິກ​ຂອງ​ສາດສະໜາ​ຈັກ, ​ໄດ້​ຖືກ​ຂໍ​ໃຫ້ບອກ​ເຖິງຄຳ​ແນະນຳ​ທີ່​ດີ​ທີ່​ສຸດ​ທີ່​ລາວ​ໄດ້​ຮັບຈາກ​ພໍ່​ຂອງ​ລາວ. ຈາ​ບາຣີ​ໄດ້​ຕອບວ່າ “[ພໍ່​ຂອງ​ຂ້າພະ​ເຈົ້າ] ​ໄດ້​ກ່າວ​ວ່າ, ​ໃຫ້​ລູກ​ເປັນ​ຄົນ​ດຽວ​ກັນ ບໍ່​ວ່າ​ຕອນ​ລູກ​ຢູ່​ໃນ​ຄວາມ​ມືດ ຫລື ຕອນ​ລູກ​ຢູ່​ໃນ​ຄວາມ​ສະຫວ່າງ.” ອ້າຍ​ນ້ອງ​ທັງຫລາຍ ມັນເປັນ​ຄຳ​ແນະນຳ​ທີ່​ສຳຄັນສຳລັບ​ເຮົາ​ທຸກ​ຄົນ.

ພຣະຄຳ​ພີ​ຂອງ​ເຮົາກໍ​​ເຕັມ​ໄປ​ດ້ວຍ​ຕົວຢ່າງ​ຂອງ​ຄວາມ​ກ້າຫານ ທີ່​ເຮົາ​ແຕ່ລະຄົນ​ຕ້ອງການ​ໃນ​ທຸກ​ວັນ​ນີ້. ສາດສະດາ​ດາ​ນີ​ເອນ​ໄດ້​ສະ​ແດງ​ຄວາມ​ກ້າຫານ​ສຸດ​ຍອດ ​ໂດຍ​ການ​ຢືນ​ປົກ​ປ້ອງ​ສິ່ງ​ທີ່​ລາວ​ຮູ້​ວ່າ​ຖືກຕ້ອງ ​ແລະ ​ໂດຍ​ການສະ​ແດງ​ເຖິງ​ຄວາມ​ກ້າຫານ​ທີ່​ຈະ​ອະທິຖານ, ​ເຖິງ​ແມ່ນ​ລາວ​ຖືກ​ຂົ່ມ​ຂູ່​ວ່າ ລາວ​ຈະ​ຖືກ​ຂ້າ​ກໍ​ຕາມ.

ຄວາມ​ກ້າຫານ​ຂອງອະ​ບີ​ນາ​ໄດ, ກໍ​ໄດ້​ສະ​ແດງ​ອອກ​​ເໝືອນ​ກັນ ​ເມື່ອ​ເພິ່ນ​ຍອມ​ທີ່​ຈະ​ສະລະ​ຊີວິດ​ຂອງ​ເພິ່ນ ​ແທນ​ທີ່​ຈະ​ປະຕິ​ເສດ​ຄວາມ​ຈິງ.

ເຮົາ​ບໍ່​ໄດ້​ຮັບ​ການ​ດົນ​ໃຈ​ບໍ ຈາກ​ຊີວິດ​ຂອງ​ນັກຮົບ​ໜຸ່ມ 2,000 ຄົນ ຂອງຮີ​ລາມັນ, ຜູ້​ໄດ້​ສອນ ​ແລະ ​ໄດ້​ສະ​ແດງ​​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ມີ​ຄວາມ​ກ້າຫານ ທີ່​ຈະ​ເຮັດ​ຕາມ​ຄຳ​ສອນ​ຂອງ​ພໍ່​ແມ່ ​​ເລື່ອງ​ພົມມະຈັນ ​ແລະ ຄວາມບໍລິສຸດ?

ບາງທີ ​ໃນ​​ເລື່ອງ​ລາວ​​ຈາກ​ພຣະຄຳ​ພີ​ແຕ່ລະ​ເລື່ອງ​ເຫລົ່າ​ນັ້ນຍັງ​ມີ​ອີກ​ເລື່ອງ​ໜຶ່ງ​ທີ່​ດີ​ເດັ່ນ​ໄປ​ກວ່າ​ນັ້ນ ຊຶ່ງ​ເປັນ​ຕົວຢ່າງຂອງ​ໂມ​ໂຣ​ໄນ, ຜູ້​ໄດ້​ມີ​ຄວາມ​ກ້າຫານ​ທີ່​ຈະ​ຮັກສາ​ຄວາມ​ຊອບ​ທຳ​ຈົນ​ເຖິງ​ທີ່​ສຸດ.

ຕະຫລອດ​ຊີວິດ​ຂອງ​​ເພິ່ນ, ສາດສະດາ​ໂຈ​ເຊັບ ສະ​ມິດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ກ້າຫານ​ຂອງ​ເພິ່ນ​ຈົນ​ນັບ​ບໍ່​ຖ້ວນ. ຕົວຢ່າງ​ໜຶ່ງ​ແມ່ນ​ຕອນ​ທີ່​ເພິ່ນ​ກັບ​ບັນດາ​ອ້າຍ​ນ້ອງ​ຈຳນວນ​ໜຶ່ງ​ໄດ້​ຖືກ​ລ່າມ​ໂສ້—​ໃຫ້​ວາດ​ພາບ, ຖືກ​ລ່າມ​ໂສ້​ດ້ວຍ​ກັນ—ແລະ ຖືກ​ຂັງ​ໄວ້​ນຳ​ກັນ​ຢູ່​​ເຮືອນ​ນ້ອຍ​ທີ່​ສ້າງ​ຍັງ​ບໍ່​ທັນ​ສຳ​ເລັດ ​ຢູ່​ຂ້າງ​ຕຶກ​ສານ​ໃນ​ເມືອງຣິດສະ​ມອນ, ລັດມີ​ເຊີຣີ. ພາ​ລີ ພີ ​ພະ​ແຣັດ, ​ເປັນ​ຜູ້​ໜຶ່ງ​ທີ່​ຖືກ​ຄຸມ​ຂັງ, ​ໄດ້​ຂຽນ​ກ່ຽວ​ກັບ​ຄືນ​ນັ້ນວ່າ​: “ພວກ​ເຮົາ​ໄດ້​ນອນ​ຢູ່ ຈົນ​ເຖິງ​ທ່ຽງ​ຄືນ ​ເຕັມ​ໄປ​ດ້ວຍ​ຄວາມ​​ເຈັບ​ປວດ ​ໃນ​ຂະນະ​ທີ່​ພວກ​ນາຍ​ຍາມ​ກ່າວ​ຄຳ​​ເຍາະ​ເຍີ້​ຍ​, ທັງ​ກ່າວ​ຄຳ​ຫຍາບ​ຄາຍ, ​ແລະ ສົກກະປົກ ​ເປັນ​ເວລາ​ຫລາຍ​ຊົ່ວ​ໂມງ.”

​ແອວ​ເດີ ​ພະ​ແຣັດ ​ໄດ້​ກ່າວ​ຕື່ມ​ວ່າ:

​“ຂ້າພະ​ເຈົ້າ​ໄດ້​ຟັງ​ຈົນ​ກວ່າ​ຂ້າພະ​ເຈົ້າ​ເບື່ອ​ໜ່າຍ, ຕົກ​ຕະລຶງ, ຢ້ານ​ກົວ, ​ແລະ ​ເຕັມ​ໄປ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ຫລາຍ​ທີ່​ສຸດ ຈົນ​ວ່າ​ຂ້າພະ​ເຈົ້າທົນ​ບໍ່​ໄຫວ ທີ່​ຈະ​ຢືນ​ຂຶ້ນກ່າວ​ຕຳ​ນິພວກ​ນາຍ​ຍາມ; ​ແຕ່​ຂ້າພະ​ເຈົ້າບໍ່​ໄດ້​ເວົ້າຫຍັງ​ກັບ​ໂຈ​ເຊັບ, ຫລື ກັບ​ຄົນ​​ໃດ​ເລີຍ, ​ເຖິງ​ແມ່ນ​ວ່າ​ຂ້າພະ​ເຈົ້າ​ໄດ້​ນອນ​ຢູ່​ທາງ​ຂ້າງ​ຂອງ​ເພິ່ນ ​ແລະ ກໍ​ຮູ້​ວ່​າ​ເພິ່ນ​ຍັງ​ບໍ່​ທັນ​ຫລັບ​ເທື່ອ. ທັນ​ໃດ​ນັ້ນ, ​ເພິ່ນ​ໄດ້​ລຸກ​ຢືນ​ຂຶ້ນ ​ແລ້ວ​ກ່າວ​ດ້ວຍ​ສຽງ​ສັ່ນ​ສະ​ເທືອ​ນ, ຫລື ດ້ວຍ​ສຽງ​ຂອງ​ພະຍາ​ສິງ ດ້ວຍ​ຖ້ອຍ​ຄຳ​​ເຫລົ່າ​ນີ້:

“‘ຢຸດ​ດຽວ​ນີ້. … ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ ຂ້າພະ​ເຈົ້າສັ່ງ​ໃຫ້​ພວກ​ເຈົ້າທຸກ​ຄົນ​ມິດ​ງຽບ; ຂ້າພະ​ເຈົ້າຈະ​ບໍ່​ທົນ​ຟັງ​ພາສາ​ແບບ​ນັ້ນຕໍ່​ໄປ​ອີກ​ແມ່ນ​ແຕ່​ນາທີ​ດຽວ. ​ໃຫ້​ເຊົາ​ເວົ້າທັນທີ, ຖ້າ​ບໍ່​ດັ່ງນັ້ນ ​ພວກ​ເຈົ້າ ຫລື ຂ້າພະ​ເຈົ້າຈະ​ຕາຍ​ດຽວ​ນີ້!’”

ໂຈ​ເຊັບ “​ໄດ້​ຢືນ​ຢູ່​ຢ່າງ​ສະຫງ່າ​ຜ່າ​ເຜີຍ,” ຕາມ​ທີ່ ​ແອວ​ເດີ ພະ​ແຣັດ ​ໄດ້​ບັນຍາຍ​ໄວ້. ​ເພິ່ນ​ໄດ້​ຖືກ​ລ່າມ​ໂສ້, ​ໂດຍ​ບໍ່​ມີ​ອາວຸດ, ​ແຕ່​ເພິ່ນ​ຍັງ​ສະຫງົບ ​ແລະ ສະຫງ່າ​ຜ່າ​ເຜີຍ​ຢູ່. ​ເພິ່ນ​ໄດ້​ຫລຽວ​ລົງ​ເບິ່ງ​ພວກ​ນາຍ​ຍາມ​ທີ່​ຕົວ​ສັ່ນ ທີ່​ໄດ້​ຖອຍ​ໄປ​ນັ່ງ​ຫົດ​ຕົວກອດ​ຫົວ​ເຂົ່າ​ຢູ່​ແຈ​ຫ້ອງ. ພວກ​ຜູ້​ຊາຍ​​ທີ່​ໂຫດຮ້າຍເຫລົ່ານັ້ນ ​ໄດ້​ຂໍ​ໂທດ​ນຳ​ເພິ່ນ ​ແລະ ພາກັນ​ມິດ​ງຽບ​ຢູ່.

ບໍ່​ແມ່ນ​ການ​ສະ​ແດງ​ຄວາມ​ກ້າຫານ​ທຸກ​ເທື່ອຈະ​ໄດ້​ຮັບ​ຜົນດີ ​ແລະ ​ໄດ້ຜົນ​ຢ່າງທັນ​ດ່ວນ​ແບບ​ນັ້ນ, ​​ແຕ່ການສະ​ແດງ​ຄວາມ​ກ້າຫານ​ທຸກ​ເທື່ອ​ຈະ​ນຳ​ຄວາມ​ສະຫງົບ​ມາສູ່​ຈິດ​ໃຈ ​ແລະ ​ຄວາມ​ຮູ້​ທີ່​ວ່າ​ໄດ້​ປົກ​ປ້ອງຄວາມ​ຖືກຕ້ອງ ​ແລະ ຄວາມ​ຈິງ.

ມັນ​ສຳຄັນ​ຫລາຍ​ທີ່​ຈະ​ຍຶດໝັ້ນ ​ໃນ​ຕອນ​ທີ່​ບໍ່​ເຫັນ​ພ້ອມກັບ​ຄວາມຄິດ​ຄວາມ​ເຫັນ​ຂອງ​ສັງຄົມ. ​ເຮົາ​ຕ້ອງ​ມີ​ຄວາມ​ກ້າຫານ​ຄື​ກັນ​ກັບ ດາ​ນີ​ເອນ, ອະ​ບີ​ນາ​ໄດ, ​ໂມ​ໂຣ​ໄນ, ຫລື ​ໂຈ​​ເຊັບ ສະ​ມິດ ​ເພື່ອ​ວ່າ​ເຮົາ​ຈະ​ສາມາດ​ຍຶດໝັ້ນ ຢູ່​ກັບ​ສິ່ງ​ທີ່​ເຮົາ​ຮູ້​ວ່າ​ຖືກຕ້ອງ. ພວກ​ເພິ່ນ​ມີ​ຄວາມ​ກ້າຫານ​ທີ່​ຈະ​ເຮັດ ບໍ່​ແມ່ນເຮັດ​ສິ່ງ​ທີ່​ງ່າຍ​ ​ແຕ່​ໄດ້​ເຮັດ​ສິ່ງ​ທີ່​ຖືກຕ້ອງ.

​ເ​ຮົາທຸກ​ຄົນ​ຈະ​ປະ​ເຊີນ​ກັບ​ຄວາມ​ຢ້ານ​ກົວ, ຖືກ​​ເຍາະ​ເຍີ້​ຍ, ​ແລະ ຖືກ​ຕໍ່ຕ້ານ. ຂໍ​ໃຫ້​ເຮົາ​—​ເຮົາ​ທຸກຄົນ—ຈົ່ງ​ມີ​ຄວາມ​ກ້າຫານ​ທີ່​ຈະຕໍ່ຕ້ານກັບ​ຄວາມ​ຄິດ​ເຫັນ​ສ່ວນ​​ໃຫຍ່, ມີ​ຄວາມ​ກ້າຫານ​ທີ່​ຈະ​ຍຶດໝັ້ນ​ໃນ​ຫລັກ​ທຳ. ຄວາມກ້າຫານ, ບໍ່​ແມ່ນຄວາມປະ​ນິປະນອມ, ຈະ​​ເຮັດ​ໃຫ້​ພຣະ​ເຈົ້າ​​ພໍພຣະ​ໄທ. ຄວາມ​ກ້າຫານ​ຈະ​ກາຍ​ເປັນ​ຄຸນ​ນະ​ທຳ​ທີ່​ມີ​ພະລັງ ​ແລະ ດຶງ​ດູດ​​ໃຈ ທີ່​ຈະຍອມ​ຕາຍ​ແບບ​ລູກ​ຜູ້​ຊາຍ ​​ແລະ ມີ​ຊີວິດ​ຢູ່​ແບບ​ສົມບັດ​ຜູ້ດີ. ​ໃນ​ຂະນະ​ທີ່​ເຮົາດຳ​ເນີນ​ໄປ​ໜ້າ, ດຳລົງ​ຊີວິດ​ດັ່ງ​ທີ່​ຄວນ, ​ແລ້ວ​ເຮົາ​ຈະ​ໄດ້​ຮັບ​ຄວາມ​ຊ່ອຍ​ເຫລືອ​ຈາກ​ພຣະຜູ້​ເປັນ​ເຈົ້າຢ່າງ​ແນ່ນອນ ​ແລະ ສາມາດ​ໄດ້​ຮັບ​ຄວາມ​ປອບ​ໂຍນ​ຈາກ​ພຣະຄຳ​ຂອງ​ພຣະອົງ. ຂ້າພະ​ເຈົ້າມັກ​ຄຳ​ສັນຍາ​ຂອງ​ພຣະອົງ ທີ່​ມີ​ຢູ່ໃນ​ໜັງສື​ຂອງ​ໂຢຊວຍວ່າ:

“​ເຮົາ​ຈະ​ບໍ່​ປະ​ຖິ້ມ​ເຈົ້າ. …

​“ … ​ໃຫ້​ມີ​ໃຈ​ເດັດດ່ຽວ ​ແລະ ກ້າຫານ; ຢ່າ​ຢ້ານ ຫລື ທໍ້ຖອຍ​ກຳລັງ​ໃຈ ​ເພາະ​ເຮົາ​ຄື​ພຣະຜູ້​ເປັນ​ເຈົ້າອົງ​ເປັນ​ພຣະ​ເຈົ້າຂອງ​ເຈົ້າ ຢູ່​ກັບ​ເຈົ້າ​ໃນ​ທຸກໆ​ບ່ອນ​ທີ່​ເຈົ້າ​ໄປ.”

ອ້າຍ​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າພະ​ເຈົ້າ, ດ້ວຍ​ຄວາມ​ກ້າ​ຫານ​ທີ່​ເຊື່ອ​ໝັ້ນຂອງ​ເຮົາ, ຂໍ​ໃຫ້​ເຮົາ​ຈົ່ງ​ປະກາດ​ດ້ວຍ​ຖ້ອຍ​ຄຳ​ຂອງ​ອັກຄະ​ສາວົກ​ໂປ​ໂລ​ ທີ່​ວ່າ, “​ເຮົາ​ບໍ່ມີ​ຄວາມ​ລະອາ​ຍ​ໃນ​ຂ່າວ​ປະ​ເສີດ.” ແລ້ວ ດ້ວຍ​ຄວາມ​ກ້າຫານ​​ແບບດຽວ​ກັນນັ້ນ ຂໍ​ໃຫ້​ເຮົາ​ຈົ່ງ​ເຮັດ​ຕາມ​ຄຳ​ແນະນຳ​ຂອງ​ໂປ​ໂລ ທີ່​ວ່າ: “ຢ່າ​ໃຫ້​ຜູ້​ໃດ​ຜູ້​ໜຶ່ງ​ໝິ່ນ​ປະໝາດ​ຄວາມ​ໜຸ່ມ​ຂອງ​ເຈົ້າ, ​ແຕ່​ຈົ່ງ​ເປັນ​ແບບຢ່າງ​ໃຫ້​ຄົນ​ທີ່​ເຊື່ອ​ຖື​ທັງຫລາຍ​ໃນ​ທາງ​ກິລິຍາ ​ແລະ ວາຈາ, ​ໃນ​ຄວາມ​ຮັກ, ​ໃນ​ຄວາມ​ເຊື່ອ, ​ແລະ ​ໃນ​ຄວາມ​ບໍລິສຸດ​ຂອ​ງ​ເຈົ້າ.”

ເລື່ອງ​ຮ້າຍ​ຈະ​ເກີດ​ຂຶ້ນ ​ແລະ ຜ່ານພົ້ນ​ໄປ, ​ແຕ່​ສົງຄາມ​ເລື່ອງ​ຈິດ​ວິນ​ຍານຂອງ​ມະນຸດ​ຈະ​ດຳ​ເນີນ​ຕໍ່​ໄປ ຢ່າງ​ບໍ່​ສິ້ນ​ສຸດ. ເໝືອນ​ດັ່ງ​ສຽງ​ແກ ພຣະຄຳຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ດັງ​ກ້ອງ​ມາສູ່​ທ່ານ ​ແລະ ມາສູ່​ຜູ້​ດຳ​ລົງ​ຖານະ​ປະ​ໂລຫິດ​ຢູ່​ໃນ​ທຸກ​ແຫ່ງ​ຫົນ​ວ່າ ບັດ​ນີ້ໃຫ້ທຸກໆ​ຄົນຮຽນ​ຮູ້​ໜ້າ​ທີ່​ຂອງ​ຕົນ, ​ແລະ ກະທຳ​ໃນ​ຕຳ​ແໜ່​ງທີ່​ເຂົາ​ຖືກ​ກຳນົດ​ໃຫ້, ​ໃນ​ຄວາມພາກ​ພຽນທັງ​ໝົດ.” ແລ້ວ​ເຮົາ​ຈະ​ເປັນ​, ດັ່ງ​ທີ່​ອັກຄະ​ສາວົກ​​ເປ​ໂຕ​ໄດ້​ປະກາດ, ​ຄື​ເປັນ “ປະ​​ໂລຫິດ​ຫລວງ,” ເປັນ​ໜຶ່ງ​ໃນ​ຈຸດປະສົງ ​ແລະ ​ເຕັມ​ໄປ​ດ້ວຍອຳນາດ​ຈາກ​ເບື້ອງບົນ.

ຂໍ​ໃຫ້​ເຮົາ​ອອກ​ໄປ​ຈາກ​ທີ່​ນີ້​ດ້ວຍ​ຄວາມ​ຕັ້ງ​ໃຈ ​ແລະ ດ້ວຍ​ຄວາມ​ກ້າຫານ​ ດັ່ງ​ທີ່​ໂຢບ​ໄດ້​ກ່າວ​ວ່າ, “ຕາບ​ໃດ​ທີ່​ຂ້ອຍ​ນີ້​ຍັງ​ພໍ​ມີ​ຊີວິດ​ຢູ່, … ຂ້ອຍ​ຈະ​ຢືນຢັນວ່າຂ້ອຍ​ບໍ່​ຜິດ​ຈົນ​ເທົ່າ​ມື້​ຕາຍ.” ຂ້າພະ​ເຈົ້າອະທິຖານ​ຂໍ​ໃຫ້​ເປັນ​ເຊັ່ນນັ້ນ​ເຖີດ, ​ໃນ​ພຣະນາມ​ຂອງ​ພຣະ​ເຢຊູ​ຄຣິດ, ພຣະຜູ້​ຊ່ອຍ​ໃຫ້​ລອດ​ຂອງ​ເຮົາ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. J. Reuben Clark Jr., The Charted Course of the Church in Education, rev. ed. (1994), 7.

  2. Robert Louis Stevenson, in Hal Urban, Choices That Change Lives (2006), 122.

  3. Charles Swindoll, in Urban, Choices That Change Lives, 122.

  4. Jabari Parker, in “10 Questions,” Time, Mar. 17, 2014, 76.

  5. ​ເບິ່ງ ດາ​ນີ​ເອນ 6.

  6. ​ເບິ່ງ ​ໂມ​ໄຊ​ຢາ 11:20; 17:20.

  7. ​ເບິ່ງ ​ແອວ​ມາ 53:20–21; 56.

  8. ​ເບິ່ງ ​ໂມ​ໂຣ​ໄນ 1–10.

  9. ​ເບິ່ງ Autobiography of Parley P. Pratt, ed. Parley P. Pratt Jr. (1938), 210–11.

  10. ​ໂຢຊວຍ 1:5, 9.

  11. ​ໂຣມ 1:16.

  12. 1 ຕີ​ໂມ​ທຽວ 4:12.

  13. ​ເບິ່ງ Doctrine and Covenants 107:99.

  14. 1 ​ເປ​ໂຕ 2:9.

  15. ​ເບິ່ງ Doctrine and Covenants 105:11.

  16. ​ໂຢບ 27:3, 5.