​2010–2019
ຜູ້​ລ້ຽງ​ທີ່​ແທ້​ຈິງ
ຕຸລາ 2013


17:36

ຜູ້​ລ້ຽງ​​ທີ່​ແທ້​ຈິງ

ການສອນ​ປະຈຳ​ບ້ານ​ຈະ​ຕອບ​ຄຳ​ອະ​ທິຖານ​ຂອງ​ຫລາຍ​ຄົນ ​ແລະ ອະນຸຍາດ​ໃຫ້​ເຮົາ​ເຫັນ​ການ​ປ່ຽນ​ແປງ ຊຶ່ງ​ສາມາດ​ເກີດ​ຂຶ້ນຢູ່​ໃນ​ຊີວິດ​ຂອງ​ຜູ້​ຄົນ​.

ຄ່ຳ​ຄືນ​ນີ້​ຢູ່​ໃນ​ສູນ​ກາງ​ປະຊຸມ​ໃຫຍ່​ໃນ​ເມືອງ​ເຊົາ​ເລັກ ​ແລະ ​ໃນ​ສະຖານ​ທີ່​ຕ່າງໆ​ທັງ​ໄກ ​ແລະ ​ໃກ້ ກໍ​ມີ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ​ໄດ້​ມາ​ຮ່ວມ​ປະຊຸມ​ນຳ​ກັນ. ທ່ານ “​ເປັນ​ຖານະ​ປະ​ໂລຫິດ​ທີ່​ມີ​ກຽດ​ແທ້ໆ”—​ແມ່ນ​ແຕ່​ເປັນ “ລຸ້ນທີ່​ຖືກ​ເລືອກ​ໄວ້,” ດັ່ງ​ທີ່​ອັກຄະ​ສາວົກ​ເປ​ໂຕ​ໄດ້​ປະກາດ​. ຖື​ວ່າ​ເປັນ​ກຽດ​ຢ່າງ​ຍິ່ງ​ທີ່​ຂ້າພະ​ເຈົ້າສາມາດ​ມາ​ກ່າວ​ກັບ​ທ່ານ.

ຕອນ​ຂ້າພະ​ເຈົ້າຍັງ​ນ້ອຍ, ​ທຸກ​ລະດູ​ແລ້ງ ຄອບຄົວ​ຂອງ​ພວກ​ເຮົາ​ຈະ​ຂັບ​ລົດ​ຂຶ້ນຫ່ອມພູ ​ໂພຣ​ໂວ, ປະມານ 72 ກິ​ໂລ​ແມັດ ຢູ່​ທາງ​ຕາ​ເວັນ​ອອກສຽງ​​ໃຕ້​ຂອງ​ເມືອງ​ເຊົາ​ເລັກ, ບ່ອນ​ທີ່​ພວກ​ເຮົາ​ໄດ້​ພັກ​ເຊົາ​ຢູ່​ເຮືອນ​ພັກ​ແລ້ງ​ເປັນ​ເວລາ​ຫລາຍ​ອາທິດ. ພວກ​​ເຮົາ​ເດັກນ້ອຍ​ຜູ້​ຊາຍ​ກໍ​ຕື່ນ​ເຕັ້ນຫລາຍ​ທີ່​ຈະ​ໄດ້​ໄປ​ຕຶກ​ເບັດ​ຢູ່​ຫ້ວຍ ຫລື ອ່າງສະ​ອາບນ້ຳ, ​ແລະ ພວກ​ເຮົາ​ໄດ້​ພະຍາຍາມ​ຢາກ​ໃຫ້​ລົດ​​ໄປ​ເຖິງ​ໄວ​ໆ​. ​ໃນ​ສະ​ໄໝ​ນັ້ນ ລົດ​ທີ່​ພໍ່​ຂອງ​ຂ້າພະ​ເຈົ້າຂັບ​ແມ່ນ​ຍີ່​ຫໍ້ 1928 Oldsmobile. ຖ້າ​ຫາກ​ລົດ​​ແລ່ນ​ໄວ​ກວ່າ 56 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ​ແມ່​ຂອງ​ຂ້າພະ​ເຈົ້າຈະ​ເວົ້າວ່າ, “ຢ່າ​ຂັບ​ໄວ​ຫລາຍ! ຢ່າ​ຂັບ​ໄວ​ຫລາຍ!” ຂ້າພະ​ເຈົ້າ​ໄດ້​ເວົ້າວ່າ, “ຢຽບ​ຄັນ​ເລັ່ງ, ພໍ່! ຢຽບ​ຄັນ​ເລັ່ງ!”

ພໍ່​ຂອງ​ຂ້າພະ​ເຈົ້າ​ໄດ້​ຂັບ​ໄປ​ປະມານ 56 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ຕະຫລອດ​ທາງ​ຈົນ​ໄປ​ເຖິງ​ຫ່ອມພູ ​ໂພຣ​ໂວ ຫລື​ ຈົນ​​ໄປ​ເຖິງ​ທາງ​ໃກ້​ຈະ​ຮອດ ​ແລ້ວ​ລົດ​ກໍ​ຕ້ອງ​ໄດ້​ຢຸດຢູ່ ​ເພາະ​ຝູງ​ແກະ​ຝູງ​ໃຫຍ່​ຢູ່​ໃນ​ເສັ້ນທາງ. ພວກ​ເຮົາ​ໄດ້​ພາກັນ​​ເບິ່ງ​ຝູງ​ແກະ​​ເປັນ​ຮ້ອຍໆ​ຍ່າງ​ຜ່ານ​ກາຍ​ພວກ​ເຮົາ, ​ເບິ່ງ​ຄື​ວ່າ​ບໍ່​ມີ​ຜູ້​ລ້ຽງ, ມີ​ໝາ​ສອງ​ສາມ​ໂຕ​ເຫົ່າ​ໃສ່​ຝູງ​ແກະ ​ເພື່ອ​ໃຫ້​ພວກ​ມັນ​ຍ່າງ​ໄປ. ຢູ່​ຂ້າງ​ຫລັງ​ຂອງ​ຝູງ​ແກະ​ເຫລົ່ານັ້ນ ພວກ​ເຮົາ​ຫລຽວ​ເຫັນ​ຜູ້​ລ້ຽງ​ນັ່ງ​ຢູ່​ເທິງ​ມ້າ—ບໍ່​ແມ່ນ​ສາຍ​ບັງ​ຫຽນຢູ່​ເທິງ​ມັນ ​ແຕ່​ແມ່ນ​ເຊືອກ​ສຳລັບ​ຜູກ​ມ້າ. ບາງ​ເທື່ອ​ລາວ​ກໍ​ເຊືອບ​ຫລັບໄປ​ຢູ່​ເທິງ​ຫລັງ​ມ້າ ​ເພາະ​ໂຕ​ມ້າ​ຮູ້ຈັກ​ທາງ​​ໄປ ​ແລະ ໝາ​ກໍ​​ທຳ​ງານ​ຂອງ​ພວກ​ມັນ.

​​ແຕກ​ຕ່າງ​ກັບ​ພາບ​ທີ່​ຂ້າພະ​ເຈົ້າ​ໄດ້​ເຫັນ​ຢູ່​ເມືອງມູນິກ, ປະ​ເທດ​ເຢຍລະ​ມັນ, ຫລາຍ​ປີກ່ອນ.​ ມັນ​ເປັນ​ຕອນ​ເຊົ້າຂອງ​ວັນ​ອາທິດ, ​ແລະ ພວກ​ເຮົາ​ພວມ​ເດີນທາງ​ໄປ​ກອງ​ປະຊຸມ​ຜູ້​ສອນ​ສາດສະໜາ. ​​ເມື່ອ​ຂ້າພະ​ເຈົ້າຫລຽວ​ອອກ​ຈາກ​ລົດ​ຂອງ​ປະທານ​ເຜີຍ​ແຜ່, ຂ້າພະ​ເຈົ້າ​ໄດ້​ຫລຽວ​ເຫັນ​ຜູ້​ລ້ຽງ​ຖື​ໄມ້ຄ້ອນ​ເທົ້າ, ນຳພາ ​ຝູງ​ແກະ​ໄປ. ພວກ​ມັນ​ໄດ້​ຕິດຕາມ​ລາວ​ໄປ ບໍ່​ວ່າ​ລາວ​ຈະ​ໄປ​ທາງ​​ໃດ​ກໍ​ຕາມ. ຖ້າ​ຫາກ​ລາວ​ຍ່າງ​ໄປ​ທາງ​ຊ້າຍ, ພວກມັນ​ກໍ​ຍ່າງ​ໄປ​ທາງ​ຊ້າຍ. ຖ້າ​ຫາກ​ລາວ​ຍ່າງ​ໄປ​ທາງ​ຂວາ​, ພວກ​ມັນ​ກໍ​ຍ່າງ​ໄປນຳ​ລາວ. ຂ້າພະ​ເຈົ້າ​ປຽບທຽບ​ລະຫວ່າງຜູ້​ລ້ຽງ​ທີ່​ນຳພາ​ຝູງ​ແກະ​ໄປ ​ແລະ ຜູ້​ລ້ຽງ​ທີ່​ຂີ່​ມ້າ​ຕາມ​ຫລັງ​ຝູງ​ແກະ​ໄປ.

ພຣະ​ເຢຊູ​ໄດ້​ກ່າວ​ວ່າ, “​ເຮົາ​ແມ່ນ​ຜູ້​ລ້ຽງ​ທີ່​ດີ, ​ແລະ ຮູ້ຈັກ​ຝູງ​ແກະ​ຂອງ​ເຮົາ.” ພຣະອົງ​ໄດ້​ຕັ້ງຕົວຢ່າງ​ຂອງ​ການ​ເປັນ​ຜູ້​ລ້ຽງ​ທີ່​ດີ​ໄວ້​ໃຫ້​ເຮົາ.

ອ້າຍ​ນ້ອງ​ທັງຫລາຍ, ​ໃນ​ຖານະ​ທີ່​ເປັນ​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຂອງ​ພຣະ​ເຈົ້າ ​ເຮົາ​ມີໜ້າ​ທີ່​ຮັບຜິດຊອບ​ຂອງ​ການ​ເປັນ​ຜູ້​ລ້ຽງ. ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະຜູ້​ເປັນ​ເຈົ້າ​ໄດ້ຈັດ​ແນວທາງ​ຊີ້​ນຳ​ໄວ້ ​ຊຶ່ງ​ໂດຍ​ການ​ນັ້ນ​ເຮົາ​ຈະ​ໄດ້​ເປັນ​ຜູ້​ລ້ຽງ​ຕໍ່​ຄອບຄົວ​ຂອງ​ສາດສະໜາ​ຈັກ, ບ່ອນ​ທີ່​ເຮົາ​ສາມາດ​ຮັບ​ໃຊ້, ສາມາດ​ສອນ, ​ແລະ ສາມາດ​ເປັນ​ພະຍານ​ຕໍ່​ເຂົາ​ເຈົ້າ. ສິ່ງ​ດັ່ງກ່າວ​ເອີ້ນ​ວ່າ ການ​ສອນ​ປະຈຳ​ບ້ານ, ​ແລະ ຂ້າພະ​ເຈົ້າຢາກ​ຈະ​ກ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ກັບ​ທ່ານ​ໃນ​​ແລງ​ມື້​ນີ້.

ອະທິການ​ຂອງ​ແຕ່​ລະ​ຫວອດ​ໃນ​ສາດ​ສະໜາ​ຈັກ​ຈະ​ຄວບ​ຄຸມ​ການມອບ​ໝາຍ​ຜູ້ນຳ​ຖານະ​ປະ​ໂລຫິດ​ໃຫ້​ເປັນ​ຄູ​ສອນ​ປະຈຳ​ບ້ານ ​ເພື່ອ​ໄປ​ຢ້ຽມຢາມ​ບ້ານຂອງ​ສະມາຊິກ​ທຸກໆ​​ເດືອນ. ​ເຂົາ​ເຈົ້າຈະ​ໄປ​ເປັນ​ຄູ່. ​ເມື່ອ​ເປັນ​ໄປ​ໄດ້, ຊາຍ​ໜຸ່ມຄົນ​ໜຶ່ງ​ທີ່​ເປັນ​ປະ​ໂລຫິດ ຫລື ຄູ​ສອນ ​ໃນ​ຖານະ​ປະ​ໂລຫິດ​ແຫ່ງ​ອາ​ໂຣນ ຈະ​ໄປ​ນຳ​ຜູ້​ໃຫຍ່​ທີ່​ດຳລົງ​ຖານະ​ປະ​ໂລຫິດ​ແຫ່ງ​ເມນ​ຄີ​ເສ​ເດັກ. ​ເມື່ອ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ຄົນ​ເຫລົ່ານັ້ນ ຜູ້​ທີ່​ເຂົາ​ເຈົ້າຮັບຜິດຊອບ, ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ຄວນ​ນຳພາ​ການ​ສອນ​ທີ່​ເກີດ​ຂຶ້ນຢູ່​ໃນ​ບ້ານນັ້ນ. ການ​ມອບ​ໝາຍ​ເຊັ່ນ​ນັ້ນ ຈະ​ຊ່ອຍ​ຕຽມ​ຊາຍ​ໜຸ່ມ​ສຳລັບ​ການ​ເຜີຍ​ແຜ່, ​ແມ່ນ​ແຕ່​ສຳລັບ​ການ​ຮັບ​ໃຊ້​ໃນ​ຖານະ​ປະ​ໂລຫິດ​ຕະຫລອດ​ຊີວິດ.

​ໂຄງການ​ສອນ​ປະຈຳ​ບ້ານ​​ເປັນ​ການ​ຕອບ​ຮັບ​ການ​ເປີດ​ເຜີຍ​​ສຳລັບ​ສະ​ໄໝ​ໃໝ່, ມອບ​ໝາ​ຍ​ໃຫ້​ຜູ້​ດຳລົງ​ຖານະ​ປະ​ໂລຫິດ​ ​ເພື່ອ​ໃຫ້ສອນ, ຊີ້​ແຈງ, ​ແນະນຳ, ​ໃຫ້ບັບຕິ​ສະມາ … ແລະ ຢ້ຽມຢາມບ້ານ​ເຮືອນຂອງສະມາຊິກ​ແຕ່ລະຄົນ, ​ແລະ ​ແນະນຳ​ເຂົາ​ໃຫ້ອະທິຖານອອກສຽງ ​ແລະ ​ໃນ​ບ່ອນ​ລັບ​ລີ້ ​ແລະ ​ເຮັດ​ໜ້າ​ທີ່​ທຸກຢ່າງໃນຄອບຄົວ​, … ດູ​ແລ​ສາດສະໜາ​ຈັກ​ສະ​ເໝີ,​ ຢູ່​ກັບ​ເຂົາ ​ແລະ ​ໃຫ້​ກຳລັງ​ໃຈ; ແລະ ເບິ່ງວ່າບໍ່​ມີ​ຄວາມ​ຊົ່ວຮ້າຍ​ຢູ່​ໃນສາດສະໜາ​ຈັກ, ທັງ​ບໍ່ໃຫ້​ມີ​ຄວາມເຄືອ​ງ​ແຄ້ນ​ກັນ, ທັງ​ບໍ່​ໃຫ້​ເວົ້າ​ຕົວະ, ​ເວົ້າລັບຫລັງ, ຫລື ​ເວົ້າ​ຈາ​ບໍ່​ດີ.”

ປະທານ​ເດ​ວິດ ໂອ ​ມິກ​ເຄ ​ໄດ້​ແນະນຳ​ວ່າ “ການ​ສອນ​ປະຈຳ​ບ້ານ​ເປັນ​​ໂອກາດ​ດ່ວນ ​ແລະ ​ໃຫ້​ຄວາມ​ພໍ​ໃຈ​ຫລາຍ ທີ່​ຈະ​ບຳລຸງ​ລ້ຽງ ​ແລະ ດົນ​ໃຈ, ທີ່​ຈະ​ແນະນຳ ​ແລະ ຊີ້​ນຳ​ລູກໆ​ຂອງ​ພຣະບິດາ​ຂອງ​ເຮົາ. … ມັນ​ເປັນ​ການ​ຮັບ​ໃຊ້​ແຫ່ງ​ສະຫວັນ, ​ເປັນ​ການ​ເອີ້ນ​ຈາກ​ສະຫວັນ. ມັນ​ເປັນ​ໜ້າ​ທີ່​ຂອງ​ເຮົາ​ທີ່​ຈະ​ເປັນ​ຄູ​ສອນ​ປະຈຳ​ບ້ານ ​ເພື່ອ​ນຳ … ພຣະວິນ​ຍານ​ໄປ​ຫາ​ແຕ່​ລະ​ບ້ານ​ເຮືອນ ​ແລະ ຫົວ​ໃຈ. ການ​ຮັກ​ວຽກ​ງານ ​ແລະ ​ເຮັດ​ໃຫ້​ດີ​ທີ່​ສຸດ ຈະ​ນຳ​ຄວາມ​ສະຫງົບອັນ​ບໍ່​ມີ​ຂອບ​ເຂດ​, ຄວາມສຸກ, ​ແລະ ຄວາມ​ເພິ່ງ​ພໍ​ໃຈ​ມາ​ໃຫ້​ຄູ​ສອນ​ທີ່ມີ​ກຽດ ​ແລະ ອຸທິດ​ຕົນ​ຂອງ​ລູກໆ​ຂອງ​ພຣະ​ເຈົ້າ.”

ຈາກ​ພຣະຄຳ​ພີ​ມໍ​ມອນ ​ເຮົາ​ອ່ານ​ວ່າ ​ແອວ​ມາ “ໄດ້​ແຕ່ງຕັ້ງ​ປະໂລຫິດ ແລະ ຜູ້​ສອນ​ທັງ​ໝົດ​ຂອງ​ເພິ່ນ ແຕ່​ບໍ່​ມີ​ຄົນໃດ​ໄດ້​ຮັບ​ການ​ແຕ່ງຕັ້ງ​ຍົກເວັ້ນ​ແຕ່​ຈະ​ເປັນ​ຄົນ​ຊອບ​ທຳ​ເທົ່າ​ນັ້ນ.

“ດັ່ງນັ້ນ ພວກ​ເຂົາ​ຈຶ່ງ​ໄດ້​ດູ​ແລ​ຜູ້ຄົນ​ຂອງ​ພວກ​ເຂົາ, ແລະ ໄດ້​ບຳລຸງ​ລ້ຽງ​ຜູ້ຄົນ​ເຫລົ່ານັ້ນ​ໃນ​ສິ່ງ​ທີ່​ຊອບ​ທຳ.”

​ໃນ​ການ​ປະຕິບັດ​ໜ້າ​ທີ່​ການ​ສອນ​ປະຈຳ​ບ້ານ​ຂອງ​ເຮົາ, ​ເຮົາ​ສະຫລາດ​​ຖ້າ​ຫາກ​ເຮົາຮຽນ​ຮູ້ ​ແລະ ​ເຂົ້າ​ໃຈ​ການ​ທ້າ​ທາຍ​ຂອງ​ສະມາຊິກ​ໃນ​ແຕ່​ລະ​ຄອບຄົວ, ​ເພື່ອ​ວ່າ​ເຮົາ​ຈະ​​ເຮັດ​ໄດ້​ດີ​ໃນ​ການ​ໃຫ້​ຄວາມ​ຊ່ອຍ​ເຫລືອ.

ການ​ສອນ​ປະຈຳ​ບ້ານ​ຈະ​ບັນລຸ​ຜົນສຳ​ເລັດ​ຖ້າ​ຫາກ​ໄດ້​ນັດ​ໝາຍ​ໄວ້​ລ່ວງ​ໜ້າ. ​ໃນ​ການສະ​ແດງ​ໃຫ້​ແຈ່ມ​ແຈ້ງກ່ຽວ​ກັບ​ເລື່ອງ​ນີ້, ຂ້າພະ​ເຈົ້າ​ຂໍແບ່ງປັນ​ປະສົບ​ການ​ຢ່າງ​ໜຶ່ງ​ທີ່​ຂ້າພະ​ເຈົ້າ​ເຄີຍ​ມີ​​ໃນ​ຫລາຍ​ປີ​ກ່ອນ. ​ໃນ​ເວລາ​ນັ້ນ ຄະນະ​ກຳມະການ​ສູງ​ສຸດ​ຂອງ​ຜູ້​ສອນ​ສາດສະໜາ​ແມ່ນ​ ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ, ກໍ​ດອນ ບີ ຮິງ​ລີ, ​ແລະ ທອມ​ມັສ ​ແອັສ ມອນ​ສັນ. ​ແລງ​ຄືນ​ໜຶ່ງ ບະ​ລາ​ເດີ ​ແລະ ຊິດ​ສະ​ເຕີ ຮິງ​ລີ ​ໄດ້​​ເຊີນ​ຄະນະ​ກຳ​ມະການ​ພ້ອມ​ດ້ວຍ​ພັນ​ລະ​ຍາໄປ​ຮ່ວມ​ຮັບ​ປະທານ​ອາຫານ​ຢູ່​ບ້ານ​ເພິ່ນ. ພວກ​ເຮົາ​ຫາ​ກໍ​ກິນ​ແລ້ວ ​ເມື່ອ​ມີ​ຄົນ​ມາ​ເຄາະ​ປະຕູ. ປະທານ​ຮິງລີ​ໄດ້​ເປີດ​ປະຕູ ​ແລະ ​​ເຫັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ເພິ່ນ​ຢືນ​ຢູ່. ຄູ​ສອນ​ປະຈຳ​ບ້ານ​ໄດ້​ເວົ້າວ່າ, “ຂ້ານ້ອຍ​ຮູ້​ວ່າ ຂ້ານ້ອຍ​ບໍ່​ໄດ້​ນັດ​ໝາຍ​ລ່ວງ​ໜ້າ, ​ແລະ ຄູ່​ສອນ​ຂອງ​ຂ້ານ້ອຍ​ບໍ່​ໄດ້​ມາ​ນຳ, ​ແຕ່​ຂ້ານ້ອຍ​ຮູ້ສຶກ​ວ່າ​ຂ້ານ້ອຍ​ຄວນ​ມາ​ມື້​ນີ້. ຂ້ານ້ອຍ​ບໍ່​ຮູ້​ວ່າ​ທ່ານ​ມີ​ແຂກ.”

ດ້ວຍ​ຄວາມ​ສຸພາບ ປະທານຮິງ​ລີໄດ້​ເຊື້ອ​ເຊີນ​ຄູ​ສອນ​ປະຈຳ​ບ້ານ​ເຂົ້າ​ໄປ​ໃນ​ເຮືອນ​ເພິ່ນ ​ເພື່ອ​ເຂົ້າ​ໄປ​ນັ່ງ ​ແລະ ​ແນະນຳ​ອັກຄະ​ສາວົກ​ສາມ​ຄົນ​ພ້ອມ​ດ້ວຍ​ພັນ​ລະ​ຍາ​ຂອງ​ພວກ​ເພິ່ນ​ກ່ຽວ​ກັບ​ໜ້າ​ທີ່​ຂອງ​ພວກ​ເຮົາ ​​ໃນ​ຖານະ​ທີ່​ເປັນ​ສະມາຊິກ. ດ້ວຍ​ຄວາມ​ຢ້ານ​ກົວ​ເລັກ​ນ້ອຍ, ຄູ​ສອນ​ປະຈຳ​ບ້ານ​ໄດ້​ສອນ​​ຈົນ​ສຸດ​ຄວາມ​ສາມາດຂອງ​ລາວ. ປະທານຮິງ​ລີ ​ໄດ້​ຂອບ​ໃຈລາວ​ທີ່​ມາ, ຫລັງ​ຈາກ​ນັ້ນລາວ​ກໍ​ໄດ້​ກັບ​ອອກ​ເມືອ​ຢ່າງ​ໄວ.

ຂ້າພະ​ເຈົ້າ​ໄດ້​ກ່າວ​ເຖິງ​ຕົວຢ່າງ​ໜຶ່ງ​ທີ່​ບໍ່​ຖືກຕ້ອງ​ໃນ​ການ​ບັນລຸ​ການ​ສອນ​ປະຈຳ​ບ້ານ. ປະທານ​ແມຣິອອນ ຈີ ຣອມນີ, ຜູ້​ຊຶ່ງ​ເປັນ​ທີ່​ປຶກສາ​ທີ​ໜຶ່ງ​ໃນ​ຝ່າຍ​ປະທານ​ສູງ​ສຸດ​ໃນ​ຫລາຍ​ປີ​ກ່ອນ, ​​ເຄີຍ​ໄດ້​ບອກ​ກ່ຽວ​ກັບ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ເພິ່ນ ຜູ້​ຄັ້ງໜຶ່ງ​ເຄີຍ​ໄດ້​ມາ​ບ້ານ​ຂອງ​ເພິ່ນ ​ໃນ​​ຄ່ຳ​ຄືນ​ຂອງ​ມື້​ທີ່​ໜາວ​ເຢັນ. ລາວ​ໄດ້​ຈັບ​ໝວກ​ໄວ້ ​ແລະ ສັ່ນ​ສາຍ​ຕອນ​ຖືກ​ເຊື້ອ​ເຊີ​ນ​ໃຫ້​ນັ່ງ​ລົງ ​ແລະ ​ແບ່ງປັນ​ຂ່າວສານ. ລາວ​ຢືນ​ຢູ່ ​ແລະ ​ເວົ້າວ່າ, “ບະ​ລາ​ເດີ​ ຣອມນີ, ຂ້າງ​ນອກ​ແມ່ນ​ໜາວ​ຫລາຍ, ​ແລະ ຂ້ານ້ອຍ​ໄດ້​ຕິດ​ຈັກ​ລົດ​ໄວ້ ​ເພື່ອ​ລົດ​ຊິ​ບໍ່​ຕາຍ. ຂ້ານ້ອຍ​ໄດ້​ມາ​ເພື່ອ​ວ່າ​ຂ້ານ້ອຍ​ຈະ​ໄດ້​ບອກ​ອະທິການ​ວ່າ ຂ້ານ້ອຍ​ໄດ້​ມາ​ຢ້ຽມຢາມ​ທ່ານ.”

ປະທານ​ເອສະຣາ ​ແທັບ ​ເບັນ​ສັນ, ຫລັງ​ຈາກ​ໄດ້​ເລົ່າ​ປະສົບ​ການ​ຂອງ​ປ​ະທານຣອມນີຢູ່​ໃນ​ການ​ປະຊຸມ​ຖານະ​ປະ​ໂລຫິດ​ແລ້ວ, ເພິ່ນ​ໄດ້ກ່າວ​ວ່າ, “​ເຮົາ​ສາມາດ​ເຮັດ​ໄດ້​ດີ​ກ່ອນ​ນັ້ນ, ອ້າຍ​ນ້ອງ​ທັງຫລາຍ—ດີກ່ອນ​ນັ້ນ!” ຂ້າພະ​ເຈົ້າກໍ​ເຫັນ​ດ້ວຍ.

ການ​ສອນ​ປະຈຳ​ບ້ານ ​ແມ່ນ​ເກີນ​ກວ່າ​ການ​ໄປ​ຢ້ຽມຢາມ​ແບບ​ບໍ່​ມີ​ຄວາມ​ຮູ້ສຶກ​ໃນ​ແຕ່ລະ​ເດືອນ. ການ​ຢ້ຽມຢາມ​ຂອງ​ເຮົາ​ເປັນ​ໜ້າ​ທີ່​ຮັບຜິດຊອບ​ທີ່​ຈະ​ສອນ, ດົນ​ໃຈ, ​ແລະ ສົ່ງ​ເສີມ ​ແລະ ບ່ອນ​ທີ່​ເຮົາ​ຢ້ຽມຢາມ​ຜູ້​ທີ່​ບໍ່​ເຂັ້ມ​ແຂງ, ​ເພື່ອ​ນຳ​ເຂົາ​ເຈົ້າກັບ​ຄືນ​ມາ ​ແລະ ​ເພື່ອ​ນຳ​ຄວາມ​ສູງ​ສົ່ງ​ມາ​ໃຫ້​ບຸດ ​ແລະ ທິດາ​ຂອງ​ພຣະ​ເຈົ້າ.

​ເພື່ອ​ຊ່ອຍ​​ເຫລືອ​ໃນ​ວຽກ​ງານ​ນີ້, ຂ້າພະ​ເຈົ້າຂໍ​​ແບ່ງປັນ​ຄຳ​ແນະນຳ​ທີ່​ສະຫລາດ​ ຊຶ່ງ​ສາມາດ​ນຳ​ໃຊ້​ຢູ່​ໃນ​ການ​ສອນ​ປະຈຳ​ບ້ານ​ໄດ້. ມັນ​ມາ​ຈາກທ່ານ​ອັບຣາຮາມ ລິງ​ກັນ, ຜູ້​ທີ່ໄດ້​ກ່າວ​ວ່າ: “ຖ້າ​ຫາກ​ທ່ານຈະ​ມີ​ຄົນ​ມາ​ຮ່ວມ​ອຸດົມ​ການ​ຂອງ​ທ່ານ, ທຳ​ອິດ ທ່ານ​ຕ້ອງ​ໃຫ້​ເຂົາ​ແນ່​ໃຈ​ວ່າ​ທ່ານ​ເປັນ​ເພື່ອນ​ທີ່​ຈິງ​ໃຈ​ຂອງ​ເຂົາ.” ປະທານ​ເອສະຣາ ​ແທັບ ​ເບັນ​ສັນ ​ໄດ້​ແນະນຳ​ວ່າ: “​​​ເໜືອ​ທຸກ​ສິ່ງ​ທັງ​ປວງ, ຈົ່ງ​ເປັນ​ເພື່ອນ​ທີ່​ແທ້​ຈິງຕໍ່​ບຸກຄົນ ​ແລະ ຄອບຄົວ​ທີ່​ທ່ານ​ສອນ. … ເພື່ອນ​ຈະເຮັດ​ຫລາຍ​ກວ່າ​ໜ້າ​ທີ່​ເມື່ອ​ໄປ​ຢ້ຽມຢາມ​ແຕ່ລະ​ເດືອນ. ​ເພື່ອນ​ຈະ​ຢາກ​ຊ່ອຍ​ເຫລືອ​ລ້າໆຫລາຍ​ກວ່າ​ການ​ຄິດ​ຢາກ​ໄດ້ຜົນ​ປະ​ໂຫຍ​ດຈາກ​ຜູ້​ຄົນ. ​ເພື່ອນ​ຈະ​ເປັນ​ຫ່ວງ​ເປັນ​ໄຍ. ​ເພື່ອນ​ຈະ​ສະ​ແດງ​ຄວາມ​ຮັກ. ​ເພື່ອນຈະ​ຟັງ ​ແລະ ​ເພື່ອນ​ຈະ​ເອື້ອມ​ອອກ​​ໄປຫາ.”

ການສອນ​ປະຈຳ​ບ້ານ​ຈະ​ຕອບ​ຄຳ​ອະທິ​ຖານ​ຂອງ​ຫລາຍ​ຄົນ ​ແລະ ອະນຸຍາດ​ໃຫ້​ເຮົາ​ເຫັນ​ການ​ປ່ຽນ​ແປງ ຊຶ່ງ​ສາມາດ​ເກີດ​ຂຶ້ນຢູ່​ໃນ​ຊີວິດ​ຂອງ​ຜູ້​ຄົນ​.

ຕົວຢ່າງ​ໜຶ່ງ​ກ່ຽວ​ກັບ​ເລື່ອງ​ນີ້ແມ່ນ ດິກ ​ແຮມ​​ເມີ, ຜູ້​ໄດ້​ມາ​ລັດຢູທານຳ​ໂຄງການອະນຸ​ລັກ​ທຳ​ມະ​ຊາດຝ່າຍ​ພົນລະ​ເຮືອນ​ໃນ​ໄລຍະ​ເສດຖະກິດ​ຕົກ​ຕ່ຳ. ​ລາວ​ໄດ້​ພົບ​ຍິງ​ສາວ​ຄົນ​ມໍ​ມອນ​ຄົນ​ໜຶ່ງ ​ແລະ ​ໄດ້​ແຕ່ງງານ​ກັນ. ລາວ​ໄດ້​ເປີດ​ຮ້ານ​ອາຫານ​ຊື່ Dick’s Café ຢູ່​ເມືອງ ​ເຊັ້ນ ຈອດ, ລັດຢູທາ, ຊຶ່ງ​ໄດ້​ກາຍ​ເປັນ​ຮ້ານ​ທີ່ ໂດ່​ງດັງ.

ວິວລາດ ມາຍ, ​ເພື່ອນ​ຂອງ​ຂ້າພະ​ເຈົ້າ ​ໄດ້​ຖືກ​ມອບ​ໝາຍ​ໃຫ້​ເປັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ຄອບຄົວ ​ແຮມເມີ. ​​ເພາະຂ້າພະ​ເຈົ້າຮູ້ຈັກ ດິກ ​ແຮມ​​ເມີ ຄື​ກັນ, ​ໂດຍ​ທີ່​ເຄີຍ​ໄດ້​ພິມ​ໃບ​ລາຍການ​ອາຫານ​ໃຫ້​ຮ້ານ​ອາຫານ​ຂອງ​ລາວ, ຂ້າພະ​ເຈົ້າຈຶ່ງ​ມັກ​ຖາມ​ເພື່ອນ​ຂອງ​ຂ້າພະ​ເຈົ້າ ບະ​ລາ​ເດີ ມາຍ ຕອນ​ຂ້າພະ​ເຈົ້າ​ໄປ​​ເມືອງ​ເຊັ້ນຈອດ ວ່າ, “​ເພື່ອນ​ຂອງ​ພວກ​ເຮົາ ດິກ ​ແຮມ​ເມີ ​ເປັນ​ຈັ່ງ​ໃດ?”

ຕາມ​ປົກກະຕິ​ແລ້ວ, ຄຳ​ຕອບ​ຈະ​ເປັນ​ວ່າ, “ລາວ​ກໍດີ​ຢູ່, ​ແຕ່​ຄ່ອຍ​ເປັນ​ຄ່ອຍ​ໄປ.”

ຕອນວິວລາດ ມາຍ ​ແລະ ຄູ່​ສອນ​ຂອງ​ລາວ​ໄປ​ຢ້ຽມຢາມ​ຄອບຄົວ​ແຮມ​ເມີແຕ່ລະ​ເດືອນ, ​ເຂົາ​ເຈົ້າ​ໄດ້​ພະຍາຍາມ​ສອນ​ພຣະກິດ​ຕິ​ຄຸນ ​ແລະ ​ແບ່ງປັນ​ປະຈັກ​ພະຍານ​ນຳ​ທ່ານດິກ ​ແລະ ຄອບຄົວ.

ຫລາຍ​ປີຜ່ານ​ໄປ, ​​ແລ້ວ​ມື້ໜຶ່ງວິວລາດ​ໄດ້​ໂທ​ມາ​ຫາ​ຂ້າພະ​ເຈົ້າບອກ​ຂ່າວ​ດີ. “ບະ​ລາ​ເດີ ມອນ​ສັນ,” ລາວ​ໄດ້​ເວົ້າ, “ດິກ ​ແຮມ​ເມີ ​ໄດ້​ປ່ຽນ​ໃຈ​ເຫລື້ອມ​ໃສ ​ແລະ ຈະ​ຮັບ​ບັບຕິ​ສະມາ. ລາວ​ມີ​ອາຍຸ 90 ປີປາຍ​, ​ແລະ ພວກ​ເຮົາ​ໄດ້​ເປັນ​ເພື່ອນ​ລາ​ວມາ​ເປັນ​ເວລາ​ດົນ​ນານ. ການ​ຕັດສິນ​ໃຈ​ຂອງ​ລາວ​ໄດ້​ເຮັດ​ໃຫ້​ຂ້າພະ​ເຈົ້າດີ​ໃຈ​ຫລາຍ. ຂ້າພະ​ເຈົ້າ​​ເຄີຍ​ໄດ້​ເປັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ລາວ​ເປັນ​ເວລາ​ຫລາຍ​ປີ.” ສຽງ​ຂອງວິວລາດ​ຄື​ວ່າ​ພວມສະ​ອື້​ນ ​ໃນ​ຂະນະ​ທີ່​ລາວ​ບອກ​ຂ່າວ​ດີ​ນັ້ນ.

ບະ​ລາ​ເດີ​ ​ແຮມ​ເມີ ​ໄດ້​ຮັບ​ບັບຕິ​ສະມາ ​ແລະ ປີ​ໜຶ່ງ​ຈາກ​ນັ້ນ ​ໄດ້​ເຂົ້າ​ໄປ​ໃນ​ພຣະວິຫານ​ເຊັ້ນ ​ຈອດ ທີ່​ສວຍ​ງາມ ​ແລະ ​ໄດ້​ຮັບ​ເອົາ​ຂອງ​ປະທານ​ສັກສິດ​ຂອງ​ລາວ ​ແລະ ພອນ​ຂອງ​ການ​ຜະ​ນຶກ.

ຂ້າພະ​ເຈົ້າ​ໄດ້​ຖາມວິວ​ເລີດວ່າ, “​ເຈົ້າ​ເຄີຍ​ທໍ້ຖອຍ​ໃຈ​ບໍ ທີ່​ເປັນ​ຄູ​ສອນ​ປະຈຳ​ບ້ານ​ຂອງ​ລາວ ​ເປັນ​ເວລາ​ດົນ​ນານ?”

ລາວ​ຕອບ​ວ່າ, “ບໍ່, ມັນ​ເປັນຄວາມ​ພະຍາຍາມ​ທີ່​ກຸ້ມ​ຄ່າ. ​ເມື່ອ​ຂ້ອຍ​ໄດ້​ເຫັນ​ຄວາມສຸກ​ທີ່​ມາສູ່​ສະມາຊິກ​ໃນ​ຄອບຄົວ​​ແຮມ​​ເມີ, ​ໃຈ​ຂອງ​ຂ້ອຍ​ເຕັມ​ໄປ​ດ້ວຍ​ຄວາມ​ກະຕັນຍູ​ສຳລັບ​ພອນ​ຂອງ​ພຣະກິດ​ຕິ​ຄຸນ ທີ່​ໄດ້​ນຳ​ມາ​ສູ່​ຊີວິດ​ຂອງ​ເຂົາ​ເຈົ້າ ​ແລະ ສຳລັບ​ສິດທິ​ພິ​ເສດ ທີ່​ຂ້ອຍມີ​ໃນ​ການ​ຊ່ອຍ​ເຫລືອ​ໃນ​ບາງ​ວິທີ. ຂ້ອຍ​ດີ​ໃຈ​ຫລາຍ​.”

ອ້າຍ​ນ້ອງ​ທັງຫລາຍ, ມັນຈະ​ເປັນ​ສິດທິ​ພິ​ເສດ​ຂອງ​ເຮົາ ຕະຫລອດ​ຫລາຍ​ປີ​ທີ່​ໄດ້​ໄປ​ຢ້ຽມຢາມ ​ແລະ ສອນ​ຫລາຍ​ຄົນ​—ຄົນ​ທີ່​ບໍ່​ເຂັ້ມ​ແຂງ ​ເທົ່າໆ​ກັບ​ຄົນ​ທີ່​ເຂັ້ມ​ແຂງ. ຖ້າ​ຫາກ​ເຮົາ​ເອົາ​ໃຈ​ໃສ່​ຕໍ່​ການ​ເອີ້ນ​ຂອງ​ເຮົາ, ​ແລ້ວ​ເຮົາ​ຈະ​ມີ​ຫລາຍ​ໂອກາດ​ເພື່ອ​ເປັນ​ພອນ​ໃຫ້​ແກ່​ຫລາຍ​ຊີວິດ. ການ​ຢ້ຽມຢາມ​ຂອງ​ເຮົາ​ຕໍ່​ຄົນ​ຜູ້​ທີ່​ຫ່າງ​ໄກ​ຈາກ​​ໂບດ ຈະສາມາດ​ເປັນ​ຂໍ​ກະ​ແຈ​ເປີດ​ປະຕູ​ໃຫ້​ເຂົາ​ເຈົ້າກັບ​ຄືນ​ມາ​ໄດ້.

​​ໂດຍ​ທີ່​ມີ​ສິ່ງ​ນີ້​ຢູ່​ໃນ​ຈິດ​ໃຈ, ຂໍ​ໃຫ້​ເຮົາ​ຈົ່ງ​ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​ເຮົາ​ຮັບຜິດຊອບ ​ແລະ ນຳ​ເຂົາ​ເຈົ້າກັບ​ຄືນ​ມາ​ທີ່​ໂຕະ​ຂອງ​ພຣະຜູ້​ເປັນ​ເຈົ້າ ​ເພື່ອ​ຊື່ນ​ຊົມ​ກັບ​ພຣະຄຳຂອງ​ພຣະອົງ ​ແລະ ຊື່ນ​ຊົມ​ກັບ​ຄວາມ​ເປັນ​ເພື່ອນ​ຂອງ​ພຣະວິນ​ຍານ​ຂອງ​ພຣະອົງ, ​ແລະ “ບໍ່​ເປັນ​ຄົນ​ຕ່າງ​ດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່​ໄປ, ​ແຕ່​ເປັນ​ພົນລະ​ເມືອງ​ອັນ​ດຽວ​ກັນ​ກັບ​ພວກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ.”

ຖ້າ​ຫາກ​ຄົນ​ໃດ​ໃນ​ພວກ​ທ່ານບໍ່​ໄດ້​ເອົາ​ໃຈ​ໃສ່​ຕໍ່​ການສອນ​ປະຈຳ​ບ້ານ​ຂອງ​ທ່ານ, ຂ້າພະ​ເຈົ້າຂໍ​ບອກ​ໃນ​ຕອນ​ນີ້​ວ່າ ບໍ່​ມີ​ເວລາ​ອື່ນ​ໃດ​ອີກທີ່​ເໝາະສົມ​ເທົ່າ​ກັບ​​ເວລາ​ນີ້ ທີ່​ຈະ​ອຸທິດ​ຕົນ​ຄືນ​​ໃໝ່ ​ເພື່ອ​ບັນລຸ​ໜ້າ​ທີ່​ການ​ສອນ​ຂອງ​ທ່ານ. ຈົ່ງ​ຕັດສິນ​ໃຈ​ໃນ​ຕອນ​ນີ້ ​ເພື່ອ​ພະຍາຍາມ​ທີ່​ຈະ​ເອື້ອມ​ອອກ​ໄປ​ຫາ​ຜູ້​ທີ່​ທ່ານ​ຖືກ​ມອບ​ໃຫ້​ຮັບຜິດຊອບ. ຈະ​ມີ​ບາງ​ເວລາ​ທີ່​ຈະ​ຕ້ອງກະ​ຕຸ້ນ​ເລັກ​ນ້ອຍ ​ເພື່ອ​ຊ່ອຍ​ເຫລືອ​ຄູ່​ສອນ​ຂອງ​ທ່ານ ຫາ​ເວລາ​ໄປ​ກັບ​ທ່ານ, ​ແຕ່​ຖ້າ​ຫາກ​ທ່ານ​ບໍ່​ຫລົດ​ລະ, ​ແລ້ວ​ທ່ານ​ຈະ​ປະສົບ​ຄວາມ​ສຳ​ເລັດຢ່າງ​​ແນ່ນອນ.

ອ້າຍ​ນ້ອງ​ທັງຫລາຍ, ຄວາມ​ພະຍາຍາມຂອງ​ເຮົາ​ໃນ​ການ​ສອນ​ປະຈຳ​ບ້ານຍັງ​ດຳ​ເນີນ​ຢູ່. ວຽກ​ງານ​ນີ້​ຈະ​ບໍ່​ເຄີຍ​ສິ້ນ​ສຸດ ຈົນ​ກວ່າ​ພຣະຜູ້​ເປັນ​ເຈົ້າ ​ແລະ ພຣະອາຈານ ກ່າວ​ວ່າ, “ພຽງພໍ​ແລ້ວ.” ຍັງ​ມີ​ຊີວິດ​ທີ່​ຈະ​ເຮັດ​ໃຫ້​ແຈ່ມ​​ໃສ. ຍັງ​ມີ​ໃຈ​ທີ່​ຈະ​ສຳ​ພັດ. ຍັງ​ມີ​ຈິດ​ວິນ​ຍານ​ທີ່​ຈະ​ຊ່ອຍ​ໃຫ້​ລອດ. ໜ້າ​ທີ່​ຂອງ​ເຮົາ​​ເປັນ​ສິດທິ​ພິ​ເສດ​ທີ່​ສັກສິດ ທີ່​ຈະ​ເຮັດ​ໃຫ້​ແຈ່ມ​ໃສ, ສຳ​ພັດ, ​ແລະ ​ຊ່ອຍ​ກູ້​ຈິດ​ວິນ​ຍານ​ທີ່​ປະ​ເສີດ​ເຫລົ່ານັ້ນ ຜູ້ຖືກ​ມອບ​ໝາຍ​ໃຫ້​ເຮົາ​ດູ​ແລ. ​ເຮົາ​ຄວນ​ເຮັດ​ຢ່າງ​ຊື່ສັດ ​ແລະ ດ້ວຍ​ໃຈ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​​ເບີກບານ.

ສຸດ​ທ້າຍ​ນີ້, ຂ້າພະ​ເຈົ້າຂໍ​ກ່າວ​ເຖິງ​ຕົວຢ່າງ​ໜຶ່ງ​ທີ່ພິ​ເສດ ​ເພື່ອ​ບັນ​ຍາຍ​ເຖິງ​ຄູ​ສອນ​ປະຈຳ​ບ້ານ​ທີ່​ເຮົາ​ຄວນ​ເປັນ. ມີ​ຄູ​ສອນ​ປະຈຳ​ບ້ານ​ຄົນ​ໜຶ່ງ ທີ່ດີ​ເລີດ​ກວ່າ​ຄົນ​ອື່ນໆ. ພຣະອົງ​ໄດ້​ສອນ​ກ່ຽວ​ກັບ​ຊີວິດ ​ແລະ ຄວາມ​ຕາຍ, ກ່ຽວ​ກັບ​ໜ້າ​ທີ່ ​ແລະ ວິຖີ​ຊີວິດ. ພຣະອົງ​ໄດ້​ມີ​ຊີວິດ​ຢູ່ ບໍ່​ແມ່ນ​ເພື່ອ​ຈະ​ໄດ້​ຮັບ​ການ​ຮັບ​ໃຊ້,​​ ​ແຕ່​ເພື່ອ​ໃຫ້ການ​ຮັບ​ໃຊ້, ບໍ່​ໄດ້​​ເຮັດ​ເພື່ອ​ຈະ​ໄດ້​ຮັບ ​ແຕ່​ເພື່ອ​ມອບ​ໃຫ້, ບໍ່​ແມ່ນ​ເພື່ອ​ກູ້​ຊີວິດ​ຂອງ​ພຣະອົງ​ເອງ, ​ແຕ່​ເພື່ອ​ສະລະ​ມັນ​ເພື່ອ​ຄົນ​ອື່ນ. ພຣະອົງ​ໄດ້​ບັນຍາຍ​ເຖິງ​ຄວາມ​ຮັກທີ່​ສວຍ​ງາມເກີນ​ກວ່າ​ຕັນຫາ​ລາຄະ, ຄວາມຍາກຈົນ​ທີ່​ເກີນ​ກວ່າ​ຊັບ​ສົມບັດ. ຜູ້​ຄົນ​ໄດ້​ກ່າວ​ເຖິງ​ພຣະອາຈານ​ຜູ້​ນີ້​ວ່າ​ພຣະອົງ​ໄດ້​ສອນ​ດ້ວຍ​ສິດ​ອຳນາດ ​ແລະ ບໍ່​​ເປັນ​ເໝືອນ​ດັ່ງ​ທຳ​ມະ​ຈານ. ກົດ​ຂອງ​ພຣະອົງ​ບໍ່​ໄດ້​ຂຽນ​ໄວ້​ຢູ່​ໃນ​​ແຜ່ນ​ຫີນ ​ແຕ່​ໄດ້​ຂຽນ​ໄວ້​ຢູ່​ໃນ​ໃຈ​ຂອງ​ມະນຸດ.

ຂ້າພະ​ເຈົ້າກ່າວ​ເຖິງ​ພຣະອາຈານ​ທີ່​ຍິ່ງ​ໃຫຍ່, ນັ້ນຄື​ພຣະ​ເຢຊູ​ຄຣິດ, ພຣະບຸດ​ຂອງ​ພຣະ​ເຈົ້າ, ພຣະຜູ້​ຊ່ອຍ​ໃຫ້​ລອດ ​ແລະ ພຣະຜູ້​ໄຖ່​ຂອງ​ມວນ​ມະນຸດ. ​ເລື່ອງ​ລາວ​ໃນພຣະຄຳ​ພີໂບຮານ​ໄດ້​ກ່າວ​ເຖິງ​ພຣະອົງ​ວ່າ, ພຣະອົງ “​ໄດ້​ໄປ​ທຸກ​ຫົນ​ທຸກ​ແຫ່ງ ​ເຮັດ​ຄຸນງາມຄວາມດີ.” ​ໂດຍ​ທີ່​ມີ​ພຣະອົງ​ເປັນ​ຜູ້ນຳ​ທີ່​ບໍ່​ປ່ຽນ​ແປງ ​ແລະ ​ເປັນ​ແບບ​ຢ່າງ, ​ເຮົາ​ຈະ​ເໝາະ​ສົມ​ສຳລັບ​ຄວາມ​ຊ່ອຍ​ເຫລືອຂອງ​ພຣະອົງ​ຈາກ​ສະຫວັນ ​ໃນ​ການ​ສອນ​ປະຈຳ​ບ້ານ​ຂອງ​ເຮົາ. ຊີວິດ​ຈະ​ໄດ້​ຮັບ​ພອນ. ​ໃຈ​ຈະ​ໄດ້​ຮັບ​ການ​ປອບ​ໂຍນ. ຈິດ​ວິນ​ຍານ​ຈະ​ໄດ້​ຮັບ​ຄວາມ​ລອດ. ​ເຮົາ​ຈະ​ກາຍ​ເປັນ​ຜູ້​ລ້ຽງ​ທີ່​ແທ້​ຈິງ. ຂໍ​ໃຫ້​ເປັນ​ດັ່ງ​ທີ່​ກ່າວມານັ້ນ, ຂ້າພະ​ເຈົ້າກ່າວ​ໃນ​ພຣະນາມຂອງ​ຜູ້​ລ້ຽງ​ທີ່​ຍິ່ງ​ໃຫຍ່ອົງ​ນັ້ນ, ​ພຣະ​ເຢຊູຄຣິດ, ອາ​ແມນ.

​ແຫ​ລ່ງອ້າງ​ອີງ

  1. 1 ​ເປ​ໂຕ 2:9.

  2. ​ໂຢຮັນ 10:14.

  3. ​ເບິ່ງ Doctrine and Covenants 20:42, 47, 53–54.

  4. David O. McKay, in Priesthood Home Teaching Handbook, rev. ed. (1967), ii, iii.

  5. ​ໂມ​ໄຊ​ຢາ 23:17–18.

  6. Quoted in Marion G. Romney, address given at a priesthood home teaching seminar, Aug. 9, 1963.

  7. Ezra Taft Benson, “To the Home Teachers of the Church,” Ensign, May 1987, 50.

  8. Abraham Lincoln, in David Decamp Thompson, Abraham Lincoln, the First American (1895), 226.

  9. Ezra Taft Benson, Ensign, May 1987, 50.

  10. ​ເອ​ເຟ​ໂຊ 2:19.

  11. ​ເບິ່ງ ມັດ​ທາຍ 7:28–29.

  12. ກິດຈະການ 10:38.