​​For the Strength of Youth
ປັດ​ສະ​ຄາ​ຂອງ​ພວກ​ເຮົາ—ສິນ​ລະ​ລຶກ
For the Strength of Youth ເດືອນ​ມີ​ນາ 2026


ຂ່າວ​ສານ​ປະ​ຈຳ​ເດືອນ For the Strength of Youth, ເດືອນ​ມີ​ນາ 2026

ອົບ​ພະ​ຍົບ 12

ປັດ​ສະ​ຄາ​ຂອງ​ພວກ​ເຮົາ—ສິນ​ລະ​ລຶກ

ມີ​ສາຍ​ພົວ​ພັນ​ລະ​ຫວ່າງ​ປັດ​ສະ​ຄາ​ໃນ​ສະ​ໃໝ​ບູ​ຮານ ແລະ ສິນ​ລະ​ລຶກ​ປະ​ຈຳ​ອາ​ທິດ​ຂອງ​ເຮົາ.

ຍິງ​ໜຸ່ມ

ພາບ​ປະ​ກອບ ໂດຍ ອາ​ລີສ​ຊາ ທາ​ເລັນ

ກ່ອນ​ທີ່​ຊາວ​ອິດ​ສະ​ຣາ​ເອນ​ໃນ​ສະ​ໃໝ​ບູ​ຮານ​ຈະ​ສາ​ມາດ​ອອກ​ຈາກ​ການ​ເປັນ​ທາດ​ຂອງ​ພວກ​ເຂົາ​ໃນ​ປະ​ເທດ​ເອ​ຢິບ​ໄດ້​ນັ້ນ, ພວກ​ເຂົາ​ໄດ້​ຖືກ​ຂໍ​ໃຫ້​ເຊື່ອ​ຟັງ​ຄໍາ​ແນະ​ນໍາ​ສະ​ເພາະ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເພື່ອ​ວ່າ​ທູດ​ຜູ້​ທໍາ​ລາຍ​ຈະ​ໄວ້​ຊີ​ວິດ​ພວກ​ເຂົາ, ຫລື​ບໍ່​ທຳ​ຮ້າຍ​ພວກ​ເຂົາ (ເບິ່ງ ອົບ​ພະ​ຍົບ 12). ຫລັງ​ຈາກ​ທີ່​ພວກ​ເຂົາ​ໄດ້​ອອກ​ຈາກ​ປະ​ເທດ​ເອ​ຢິບ​ແລ້ວ, ຊາວ​ອິດ​ສະ​ຣາ​ເອນ​ໄດ້​ພາ​ກັນ​ສະ​ຫລອງ​ເທດ​ສະ​ການ​ໃນ​ແຕ່​ລະ​ປີ, ເອີ້ນ​ວ່າ​ປັດ​ສະ​ຄາ, ເພື່ອ​ລະ​ນຶກ​ເຖິງ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປົດ​ປ່ອຍ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ອົງ.

ໃນ​ລະ​ຫວ່າງ​ອາ​ທິດ​ສຸດ​ທ້າຍ​ຂອງ​ພຣະ​ຊົນ​ຊີບ​ຂອງ​ພຣະ​ອົງ​ໃນ​ຊ່ວງ​ມະ​ຕະ, ພຣະ​ເຢ​ຊູ​ຄຣິດ​ໄດ້​ເຂົ້າ​ຮ່ວມ​ເຂົ້າ​ແລງ​ປັດ​ສະ​ຄາ. ບັດ​ນີ້​ເຮົາ​ເອີ້ນ​ຄາບ​ເຂົ້າ​ນັ້ນ​ວ່າ​ເຂົ້າ​ແລງ​ຄາບ​ສຸດ​ທ້າຍ. ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ໄດ້​ໃຊ້​ໂອ​ກາດ​ນັ້ນ​ແນະ​ນຳ​ພິ​ທີ​ການ​ສິນ​ລະ​ລຶກ, ຊຶ່ງ​ໃນ​ປະ​ຈຸ​ບັນ​ເຮົາ​ເຂົ້າ​ຮ່ວມ​ທຸກໆ​ອາ​ທິດ. (ເບິ່ງ ມັດ​ທາຍ 26:26–28; ລູ​ກາ 22:19–20; ຄຳ​ສອນ ແລະ ພັນ​ທະ​ສັນ​ຍາ 20:77, 79.)

ຕໍ່​ໄປ​ນີ້​ແມ່ນ​ສາຍ​ພົວ​ພັນ​ສອງ​ຢ່າງ​ລະ​ຫວ່າງ​ປັດ​ສະ​ຄາ​ຄັ້ງ​ທຳ​ອິດ, ເຂົ້າ​ແລງ​ຄາບ​ສຸດ​ທ້າຍ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ສິນ​ລະ​ລຶກ​ໃນ​ປະ​ຈຸ​ບັນ​ທີ່​ສາ​ມາດ​ຊ່ວຍ​ເຮົາ​ໃຫ້​ຈື່​ຈຳ​ການ​ປົດ​ປ່ອຍ​ຂອງ​ເຮົາ​ໂດຍ​ຜ່ານ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ.

ຂອບ​ປະ​ຕູ​ໃນ​ວັນ​ປັດ​ສະ​ຄາ
ເຂົ້າ​ແລງ​ຄາບ​ສຸດ​ທ້າຍ
ເຂົ້າ​ຈີ່ ແລະ ນ້ຳ​ສິນ​ລະ​ລຶກ

ເຂົ້າ​ຈີ່

ປັດ​ສະ​ຄາ: ເປັນ​ເວ​ລາ​ເຈັດ​ມື້, ທີ່​ຊາວ​ອິດ​ສະ​ຣາ​ເອນ​ໄດ້​ກິນ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ (ຊຶ່ງ​ທັງ​ເຮັດ​ໄດ້​ໄວ​ກວ່າ ແລະ ມີ​ໂອ​ກາດ​ເກີດ​ເຊື້ອ​ລາ ແລະ ເນົ່າ​ເສຍ​ໄດ້​ໜ້ອຍ​ກວ່າ).

ເຂົ້າ​ແລງ​ຄາບ​ສຸດ​ທ້າຍ: ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຫ້​ພອນ ແລະ ຫັກ​ເຂົ້າ​ຈີ່​ບໍ່​ມີ​ເຊື້ອ​ແປ້ງ​ຂອງ​ປັດ​ສະ​ຄາ, ແລະ ພຣະ​ອົງ​ໄດ້​ມອບ​ມັນ​ໃຫ້​ສາ​ນຸ​ສິດ. ພຣະ​ອົງ​ໄດ້​ບອກ​ໃຫ້​ພວກ​ເຂົາ​ກິນ​ມັນ​ເພື່ອ​ລະ​ນຶກ​ເຖິງ​ພຣະ​ກາຍ​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ອົງ​ໄດ້​ຮູ້​ຈັກ​ແລ້ວ​ວ່າ​ໃນ​ອີກ​ບໍ່​ດົນ​ມັນ​ຈະ​ຖືກ​ທຳ​ລາຍ ແລະ ຈະ​ຕາຍ ແຕ່​ຈະ​ຟື້ນ​ຄືນ​ອີກ​ຄັ້ງ.

ສິນ​ລະ​ລຶກ: ເຮົາ​ກິນ​ເຂົ້າ​ຈີ່​ເພື່ອ​ລະ​ນຶກ​ເຖິງ​ພຣະ​ກາຍ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ເຂົ້າ​ຈີ່​ແຫ່ງ​ຊີ​ວິດ. ໂດຍ​ຜ່ານ​ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ, ເຮົາ​ທຸກ​ຄົນ​ຈະ​ຟື້ນ​ຄືນ​ຊີ​ວິດ​ມາ​ພ້ອມ​ກັບ​ຮ່າງ​ກາຍ​ທີ່​ສົມ​ບູນ, ບໍ່​ເນົ່າ​ເປື່ອຍ, ແລະ ເປັນ​ອະ​ມະ​ຕະ. ພຣະ​ອົງ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ຕາຍ.

ເລືອດ​ຂອງ​ພຣະ​ເມ​ສາ​ນ້ອຍ

ປັດ​ສະ​ຄາ: ລູກ​ແກະ​ປັດ​ສະ​ຄາ​ນັ້ນ​ຈະ​ຕ້ອງ​ເປັນ​ໂຕ​ເຖິກ​ອາ​ຍຸ​ໜຶ່ງ​ປີ ແລະ​ເປັນ​ສັດ​ທີ່​ມີ​ສຸ​ຂະ​ພາບ​ດີ ແລະ​ບໍ່​ມີ​ຕຳ​ໜິ​ໃດໆ​ທັງ​ສິ້ນ. ມັນ​ຖືກ​ຂ້າ, ແລະ​ເລືອດ​ຂອງ​ມັນ​ຖືກ​ໂຕ່ງ​ໃສ​ໄວ້​ໃນ​ຖ້ວຍ. ໃບ​ຫູ​ສົບ (ສະ​ໝູນ​ໄພ​ຊະ​ນິດ​ໜຶ່ງ) ໄດ້​ຖືກ​ຈຸ່ມ​ລົງ​ໄປ​ໃນ​ຖ້ວຍ ແລະ ນຳ​ໃຊ້​ເພື່ອ​ທາ​ເລືອດ​ອ້ອມ​ຂອບ​ປະ​ຕູ​ດ້ານ​ນອກ​ຂອງ​ບ້ານ. ນີ້​ແມ່ນ​ເຄື່ອງ​ໝາຍ​ພາຍ​ນອກ​ທີ່​ບົ່ງ​ບອກ​ເຖິງ​ຜູ້​ຄົນ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຈະ​ຖືກ​ຂ້າມ​ຜ່ານ​ໄປ​ໂດຍ​ທູດ​ຜູ້​ທຳ​ລາຍ​ເພື່ອ​ວ່າ​ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ການ​ເປັນ​ທາດ​ໃນ​ປະ​ເທດ​ເອ​ຢິບ.

ເຂົ້າ​ແລງ​ຄາບ​ສຸດ​ທ້າຍ: ພຣະ​ເຢ​ຊູ​ຄຣິດ​ໄດ້​ໃຊ້​ເຫລົ້າ​ອະ​ງຸ່ນ​ເພື່ອ​ເປັນ​ຕົວ​ແທນ​ໂລ​ຫິດ​ຂອງ​ພຣະ​ອົງ. ພຣະ​ອົງ​ໄດ້​ບອກ​ສາ​ນຸ​ສິດ​ຂອງ​ພຣະ​ອົງ​ໃຫ້​ດື່ມ​ມັນ​ເພື່ອ​ລະ​ນຶກ​ເຖິງ​ໂລ​ຫິດ​ຂອງ​ພຣະ​ອົງ, ຊຶ່ງ​ເປັນ​ໂລ​ຫິດ​ແຫ່ງ​ພັນ​ທະ​ສັນ​ຍາ​ຂອງ​ພຣະ​ເຈົ້າ ທີ່​ຫລັ່ງ​ໄຫລ​ອອກ​ສຳ​ລັບ​ພວກ​ເຂົາ ເພື່ອ​ການ​ປົດ​ບາບ ແລະ ເປັນ​ສ່ວນ​ໜຶ່ງ​ຂອງ​ພັນ​ທະ​ສັນ​ຍາ​ໃໝ່.

ສິນ​ລະ​ລຶກ: ເຮົາ​ດື່ມ​ນໍ້າ​ເພື່ອ​ລະ​ນຶກ​ເຖິງ​ໂລ​ຫິດ​ຂອງ​ພຣະ​ເຢ​ຊູ​ຄຣິດ.

ພຣະ​ເຢ​ຊູ​ຄຣິດ​ເປັນ​ພຣະ​ເມ​ສາ​ນ້ອຍ​ຂອງ​ພຣະ​ເຈົ້າ. ໂລ​ຫິດ​ຂອງ​ພຣະ​ອົງ​ໄດ້​ຫລັ່ງ​ໄຫລ​ອອກ​ມາ ໃນ​ຂະ​ນະ​ທີ່​ພຣະ​ອົງ​ໄດ້​ທົນ​ທຸກ​ທໍ​ລະ​ມານ​ເພື່ອ​ບາບ ແລະ ຄວາມ​ບົກ​ພ່ອງ​ຂອງ​ເຮົາ. ໂລ​ຫິດ​ຂອງ​ພຣະ​ອົງ—ການ​ເສຍ​ສະ​ລະ​ຂອງ​ພຣະ​ອົງ—ຊຳ​ລະ​ລ້າງ​ເຮົາ​ໃຫ້​ສະ​ອາດ. ພຣະ​ອົງ​ປົດ​ປ່ອຍ​ເຮົາ​ຈາກ​ຄວາມ​ບາບ.